ບົດທີ 51
ກຸ່ມນິຍົມກະສັດໄດ້ຊອກຫາວິທີທາງທີ່ຈະປ່ຽນແປງກົດໝາຍ ແລະ ສະຖາປະນາໃຫ້ມີກະສັດຂຶ້ນ—ເພໂຮຣັນ ແລະ ກຸ່ມອິດສະລະໄດ້ຮັບການສະໜັບສະໜູນຈາກສຽງຂອງຜູ້ຄົນ—ໂມໂຣໄນບັງຄັບໃຫ້ກຸ່ມນິຍົມກະສັດປ້ອງກັນເສລີພາບຂອງຕົນ ຖ້າບໍ່ດັ່ງນັ້ນພວກເຂົາຈະຖືກປະຫານຊີວິດ—ອະມາລີໄຄຢາ ແລະ ຊາວເລມັນໄດ້ຍຶດເອົາຫລາຍຫົວເມືອງທີ່ເປັນເຂດດ່ານໄປ—ທີອານຄຳຂັບໄລ່ຊາວເລມັນຜູ້ທີ່ມາຮຸກຮານອອກໄປ ແລະ ໄດ້ຂ້າອະມາລີໄຄຢາຢູ່ໃນຜ້າເຕັນຂອງລາວ. ປະມານ 67–66 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນໃນຕົ້ນປີທີຊາວຫ້າແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ, ມັນໄດ້ມີການສະຖາປະນາສັນຕິພາບລະຫວ່າງຜູ້ຄົນຂອງລີໄຮ ແລະ ຜູ້ຄົນຂອງໂມຣິອານທັນກ່ຽວກັບແຜ່ນດິນຂອງພວກເຂົາ, ແລະ ກໍເລີ່ມຕົ້ນປີທີຊາວຫ້າດ້ວຍສັນຕິສຸກດັ່ງນີ້.
2 ເຖິງຢ່າງໃດກໍຕາມ, ສັນຕິສຸກນັ້ນບໍ່ຍືນຍາວໃນແຜ່ນດິນເລີຍ, ເພາະວ່າມັນເລີ່ມມີການຂັດແຍ້ງກັນຂຶ້ນໃນບັນດາຜູ້ຄົນກ່ຽວກັບຫົວໜ້າຜູ້ຕັດສິນເພໂຮຣັນ; ເພາະຈົ່ງເບິ່ງ, ຄົນສ່ວນໜຶ່ງປາດຖະໜາຢາກປ່ຽນແປງຂໍ້ຄວາມສອງສາມຂໍ້ຢູ່ໃນກົດໝາຍ.
3 ແຕ່ຈົ່ງເບິ່ງ, ເພໂຮຣັນບໍ່ຍອມປ່ຽນແປງ ຫລື ຍອມໃຫ້ກົດໝາຍນັ້ນປ່ຽນແປງໄປ; ສະນັ້ນ, ເພິ່ນຈຶ່ງບໍ່ເຊື່ອຟັງພວກທີ່ສົ່ງໃບຄຳຮ້ອງມາກ່ຽວກັບການປ່ຽນແປງກົດໝາຍນີ້.
4 ສະນັ້ນ, ພວກທີ່ປາດຖະໜາຢາກປ່ຽນແປງກົດຈຶ່ງຄຽດແຄ້ນໃຫ້ເພິ່ນ, ແລະ ບໍ່ຢາກໃຫ້ເພິ່ນເປັນຫົວໜ້າຜູ້ຕັດສິນປົກຄອງແຜ່ນດິນອີກຕໍ່ໄປ; ສະນັ້ນ ມັນຈຶ່ງມີການໂຕ້ຖຽງກັນຂຶ້ນກ່ຽວກັບເລື່ອງນີ້, ແຕ່ບໍ່ເຖິງຂັ້ນມີການນອງເລືອດກັນ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກທີ່ປາດຖະໜາຈະໃຫ້ເພໂຮຣັນຖືກປົດອອກຈາກບັນລັງຕັດສິນຖືກເອີ້ນວ່າກຸ່ມນິຍົມກະສັດ, ເພາະວ່າພວກເຂົາຕ້ອງການທີ່ຈະປ່ຽນແປງກົດໝາຍໃນວິທີທີ່ຈະໂຄ່ນລົ້ມການປົກຄອງແບບອິດສະລະ ແລະ ເພື່ອຈະໄດ້ສະຖາປະນາໃຫ້ມີກະສັດຂຶ້ນປົກຄອງແຜ່ນດິນ.
6 ແລະ ຜູ້ທີ່ປາດຖະໜາໃຫ້ເພໂຮຣັນເປັນຫົວໜ້າຕັດສິນປົກຄອງແຜ່ນດິນຕໍ່ໄປກໍຮັບເອົາຊື່ວ່າ ກຸ່ມອິດສະລະ, ແລະ ການແບ່ງແຍກໃນບັນດາພວກເຂົາຈຶ່ງເປັນໄປແບບນີ້, ເພາະກຸ່ມອິດສະລະໄດ້ສາບານ ຫລື ໃຫ້ພັນທະສັນຍາວ່າ ພວກເຂົາຈະດຳລົງຮັກສາສິດທິຂອງພວກເຂົາ ແລະ ສິດທິພິເສດຂອງສາດສະໜາຂອງພວກເຂົາ ໂດຍການປົກຄອງແບບອິດສະລະ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ເລື່ອງທີ່ພວກເຂົາຂັດແຍ້ງກັນນັ້ນໄດ້ມາຕົກລົງກັນໄດ້ໂດຍສຽງຂອງຜູ້ຄົນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ສຽງຂອງຜູ້ຄົນມາທາງຂ້າງກຸ່ມອິດສະລະ, ແລະ ເພໂຮຣັນຈຶ່ງໄດ້ຢູ່ໃນບັນລັງຕັດສິນຕໍ່ໄປ ຊຶ່ງເຮັດໃຫ້ຜູ້ຄົນຊື່ນຊົມຫລາຍໃນບັນດາພີ່ນ້ອງຂອງເພໂຮຣັນ ແລະ ຜູ້ຄົນຢ່າງຫລວງຫລາຍທີ່ຢູ່ໃນເສລີພາບກໍຊື່ນຊົມຄືກັນ, ຊຶ່ງເຮັດໃຫ້ກຸ່ມນິຍົມກະສັດມິດງຽບລົງ, ຈົນວ່າພວກເຂົາບໍ່ກ້າຄັດຄ້ານນອກຈາກຈຳຕ້ອງດຳລົງຮັກສາອຸດົມການແຫ່ງອິດສະລະພາບໄວ້.
8 ບັດນີ້ກຸ່ມນິຍົມກະສັດເປັນພວກທີ່ຢູ່ໃນ ຕະກຸນສູງ, ແລະ ພວກເຂົາພະຍາຍາມທີ່ຈະຂຶ້ນເປັນກະສັດ; ແລະ ພວກເຂົາໄດ້ຮັບການສະໜັບສະໜູນໂດຍຜູ້ທີ່ສະແຫວງຫາອຳນາດ ແລະ ສິດອຳນາດເພື່ອປົກຄອງຜູ້ຄົນ.
9 ແຕ່ຈົ່ງເບິ່ງ, ຕອນນີ້ເປັນເວລາທີ່ອັນຕະລາຍຫລາຍທີ່ຈະມີການຂັດແຍ້ງກັນໃນບັນດາຜູ້ຄົນຂອງນີໄຟ; ເພາະຈົ່ງເບິ່ງ, ອະມາລີໄຄຢາໄດ້ປຸກລະດົມໃຈຂອງຊາວເລມັນໃຫ້ຕໍ່ຕ້ານຜູ້ຄົນຊາວນີໄຟອີກ, ແລະ ລາວໄດ້ເຕົ້າໂຮມເອົາທະຫານຈາກທຸກແຫ່ງຫົນໃນແຜ່ນດິນ, ເພື່ອໃຫ້ພວກເຂົາຈັບອາວຸດ, ແລະ ຕຽມເຮັດສົງຄາມດ້ວຍສຸດຄວາມພາກພຽນ; ເພາະວ່າລາວໄດ້ ສາບານໄວ້ວ່າ ລາວຈະກິນເລືອດຂອງໂມໂຣໄນໃຫ້ໄດ້.
10 ແຕ່ຈົ່ງເບິ່ງ, ພວກເຮົາຈະເຫັນວ່າ ຄຳສັນຍາທີ່ລາວເຮັດໄວ້ນັ້ນບໍ່ຮອບຄອບ; ເຖິງຢ່າງໃດກໍຕາມ, ລາວຍັງໄດ້ຕຽມຕົວ ແລະ ຕຽມກອງທັບຂອງລາວເພື່ອຈະມາຕໍ່ສູ້ກັບຊາວນີໄຟ.
11 ບັດນີ້ກອງທະຫານຂອງລາວບໍ່ມີກຳລັງຫລາຍດັ່ງທີ່ເຄີຍມີມາກ່ອນ, ຍ້ອນວ່າຫລາຍພັນຖືກຂ້າຕາຍໄປດ້ວຍມືຂອງຊາວນີໄຟ; ເຖິງແມ່ນວ່າພວກເຂົາມີການສູນເສຍຢ່າງໜັກກໍຕາມ, ອະມາລີໄຄຢາຍັງໄດ້ເຕົ້າໂຮມກອງທັບອັນໃຫຍ່ໄດ້ຢ່າງແປກປະຫລາດໃຈ, ເຖິງຂະໜາດທີ່ລາວບໍ່ມີຄວາມຢ້ານກົວເລີຍທີ່ຈະລົງມາຫາແຜ່ນດິນເຊຣາເຮັມລາ.
12 ແທ້ຈິງແລ້ວ, ຕົວອະມາລີໄຄຢາເອງທີ່ເປັນຫົວໜ້າກອງທັບຊາວເລມັນ. ແລະ ມັນເປັນປີທີຊາວຫ້າແຫ່ງການປົກຄອງຂອງຜູ້ຕັດສິນ; ແລະ ເປັນເວລາດຽວກັນກັບຕອນທີ່ຊາວນີໄຟເລີ່ມຕົກລົງກັນໄດ້ໃນເລື່ອງການງານຂອງການຂັດແຍ້ງກ່ຽວກັບເພໂຮຣັນຫົວໜ້າຜູ້ຕັດສິນນັ້ນ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພວກທີ່ມີຊື່ວ່າກຸ່ມນິຍົມກະສັດໄດ້ຍິນວ່າຊາວເລມັນກຳລັງຍົກທັບລົງມາສູ້ຮົບກັບຕົນ, ພວກເຂົາຈຶ່ງມີຄວາມຊື່ນຊົມຢູ່ໃນໃຈ; ແລະ ພວກເຂົາບໍ່ຍອມຈັບອາວຸດ, ເພາະວ່າພວກເຂົາຄຽດແຄ້ນໃຫ້ຫົວໜ້າຜູ້ຕັດສິນ ແລະ ຜູ້ຄົນແຫ່ງເສລີພາບ, ຈົນວ່າພວກເຂົາບໍ່ຍອມຈັບອາວຸດເພື່ອປ້ອງກັນປະເທດຊາດຂອງຕົນ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາໂມໂຣໄນເຫັນສິ່ງນີ້, ແລະ ເຫັນອີກວ່າຊາວເລມັນກຳລັງມາຮອດຊາຍແດນຂອງແຜ່ນດິນ, ເພິ່ນກໍໃຈຮ້າຍຢ່າງໃຫຍ່, ຍ້ອນວ່າຄວາມດື້ດ້ານຂອງພວກເຂົາ ຜູ້ຊຶ່ງເພິ່ນໄດ້ອອກແຮງຢ່າງພາກພຽນທີ່ສຸດເພື່ອປ້ອງກັນພວກເຂົາໄວ້; ແທ້ຈິງແລ້ວ, ເພິ່ນຄຽດແຄ້ນຫລາຍທີ່ສຸດ ຈົນວ່າຈິດວິນຍານຂອງເພິ່ນເຕັມໄປດ້ວຍຄວາມຄຽດແຄ້ນຕໍ່ພວກເຂົາ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ສົ່ງໃບຄຳຮ້ອງຕາມສຽງຂອງຜູ້ຄົນໄປຫາຜູ້ປົກຄອງແຜ່ນດິນ, ໂດຍປາດຖະໜາໃຫ້ເພິ່ນອ່ານມັນ ແລະ ມອບອຳນາດໃຫ້ແກ່ເພິ່ນ (ໂມໂຣໄນ) ເພື່ອຈະໄດ້ບັງຄັບຜູ້ທີ່ແຍກອອກໄປເຫລົ່ານັ້ນໃຫ້ປ້ອງກັນປະເທດຊາດຂອງຕົນ ຖ້າບໍ່ດັ່ງນັ້ນກໍຂໍອະນຸຍາດໃຫ້ຂ້າພວກເຂົາຖິ້ມເສຍ.
16 ເພາະມັນເປັນຄວາມເອົາໃຈໃສ່ປະການທຳອິດຂອງເພິ່ນທີ່ຈະໃຫ້ການຂັດແຍ້ງ ແລະ ການແຕກແຍກກັນຢຸດຕິລົງ; ເພາະຈົ່ງເບິ່ງ, ເລື່ອງແບບນີ້ໄດ້ນຳເອົາຄວາມພິນາດທັງໝົດມາຫາພວກເຂົາມາກ່ອນແລ້ວ. ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນໄດ້ຮັບອະນຸຍາດຕາມສຽງຂອງຜູ້ຄົນ.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນໄດ້ສັ່ງໃຫ້ກອງທັບຂອງເພິ່ນຍົກໄປຕໍ່ສູ້ກັບກຸ່ມນິຍົມກະສັດເພື່ອດຶງເອົາຄວາມທະນົງຕົວ, ແລະ ຄວາມມັກໃຫຍ່ໄຝ່ສູງຂອງພວກເຂົາລົງມາ, ແລະ ໃຫ້ພວກເຂົາມາຢູ່ລະດັບດຽວກັບໂລກ, ຫລື ໃຫ້ພວກເຂົາຈັບອາວຸດເພື່ອສະໜັບສະໜູນອຸດົມການແຫ່ງເສລີພາບ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ກອງທະຫານໄດ້ອອກເດີນທາງໄປສູ້ຮົບກັບກຸ່ມນິຍົມກະສັດ; ແລະ ພວກເຂົາໄດ້ດຶງເອົາຄວາມທະນົງຕົວ ແລະ ຄວາມມັກໃຫຍ່ໄຝ່ສູງຂອງພວກເຂົາລົງມາ, ເຖິງຂະໜາດທີ່ໃນຂະນະທີ່ພວກເຂົາຍົກອາວຸດແຫ່ງສົງຄາມຂຶ້ນຕໍ່ສູ້ກັບຄົນຂອງໂມໂຣໄນ ພວກເຂົາຖືກໂຄ່ນລົງ ແລະ ຖືກໃຫ້ຢູ່ໃນລະດັບດຽວກັບໂລກ.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ທີ່ແຍກອອກໄປຈຳນວນສີ່ພັນຄົນຖືກໂຄ່ນລົງດ້ວຍດາບ; ແລະ ພວກຜູ້ນຳຂອງພວກເຂົາທີ່ບໍ່ຖືກຂ້າໃນການສູ້ຮົບນັ້ນກໍໄດ້ຖືກຈັບເຂົ້າຄຸກ, ເພາະວ່າມັນບໍ່ມີເວລາທີ່ຈະພິຈາລະນາຄະດີໃນເວລານັ້ນ.
20 ແລະ ພວກທີ່ແຍກອອກໄປທີ່ເຫລືອຢູ່ນັ້ນ ຢ້ານວ່າຕົວເອງຈະຖືກຂ້າຖິ້ມ, ຈຶ່ງຍອມຕໍ່ຄັນປ້າຍແຫ່ງເສລີພາບ, ແລະ ຖືກບັງຄັບໃຫ້ປັກ ປ້າຍແຫ່ງເສລີພາບໄວ້ເທິງຫໍສູງ ແລະ ຢູ່ໃນເມືອງຂອງພວກເຂົາ, ແລະ ໃຫ້ຈັບອາວຸດປ້ອງກັນປະເທດຊາດຂອງຕົນ.
21 ແລະ ໂມໂຣໄນໄດ້ເຮັດໃຫ້ກຸ່ມນິຍົມກະສັດສິ້ນສຸດລົງດັ່ງນີ້, ຈົນວ່າບໍ່ມີຜູ້ໃດຮູ້ຈັກກັນອີກເລີຍໃນຊື່ວ່າກຸ່ມນິຍົມກະສັດ; ແລະ ເພິ່ນໄດ້ເຮັດໃຫ້ຄວາມດື້ດ້ານ ແລະ ຄວາມທະນົງຕົວຂອງພວກທີ່ອ້າງວ່າຕົນມາຈາກສາຍເລືອດຂອງຂຸນນາງຜູ້ໃຫຍ່ໄດ້ສິ້ນສຸດລົງດັ່ງນີ້; ແລ້ວພວກເຂົາຖືກນຳລົງມາໃຫ້ຖ່ອມຕົວຄືກັນກັບພີ່ນ້ອງຂອງພວກເຂົາ, ແລະ ຍິນດີທີ່ຈະຕໍ່ສູ້ຢ່າງກ້າຫານເພື່ອອິດສະລະພາບ ຂອງພວກເຂົາຈາກຄວາມເປັນທາດ.
22 ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ຂະນະທີ່ ໂມໂຣໄນກຳລັງເຮັດໃຫ້ເສິກເສືອ ແລະ ການຂັດແຍ້ງໃນບັນດາຜູ້ຄົນສິ້ນສຸດລົງ ແລະ ໃຫ້ພວກເຂົາຫັນມາຫາສັນຕິພາບ ແລະ ມາຫາຄວາມສີວິໄລ, ແລະ ຕັ້ງຂໍ້ບັງຄັບເພື່ອຕຽມສົງຄາມຕໍ່ສູ້ກັບຊາວເລມັນນັ້ນ, ຈົ່ງເບິ່ງ, ຊາວເລມັນໄດ້ເຂົ້າມາໃນແຜ່ນດິນໂມໂຣໄນກ່ອນແລ້ວ, ຊຶ່ງຢູ່ໃນຊາຍແດນໃກ້ຝັ່ງທະເລ.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວນີໄຟທີ່ຢູ່ໃນເມືອງໂມໂຣໄນບໍ່ມີກຳລັງແຂງແຮງພຽງພໍ; ສະນັ້ນ ອະມາລີໄຄຢາຈຶ່ງໄດ້ຂັບໄລ່ ແລະ ຂ້າຜູ້ຄົນເປັນຈຳນວນຫລວງຫລາຍ. ແລະ ເຫດການໄດ້ບັງເກີດຂຶ້ນຄື ອະມາລີໄຄຢາໄດ້ຍຶດເອົາເມືອງນັ້ນ, ແທ້ຈິງແລ້ວ, ເມືອງນີ້ເປັນສູນກາງໃຫຍ່ຂອງຄ້າຍຍາມທັງໝົດຂອງຊາວນີໄຟ.
24 ແລະ ຜູ້ຄົນຂອງເມືອງໂມໂຣໄນກໍໄດ້ໜີມາຫາເມືອງນີໄຟຮາ; ແລະ ຜູ້ຄົນຂອງເມືອງລີໄຮໄດ້ມາເຕົ້າໂຮມກັນເພື່ອຕຽມຕໍ່ສູ້ ແລະ ພ້ອມທີ່ຈະຮັບມືກັບຊາວເລມັນຄືກັນ.
25 ແຕ່ເຫດການໄດ້ບັງເກີດຂຶ້ນຄື ອະມາລີໄຄຢາບໍ່ຍອມໃຫ້ຊາວເລມັນຍົກທັບໄປສູ້ຮົບກັບເມືອງນີໄຟຮາ, ແຕ່ໃຫ້ຕັ້ງທັບຢູ່ໃກ້ຝັ່ງທະເລ, ໂດຍຈັດໃຫ້ມີທະຫານຍາມເພື່ອປ້ອງກັນ ແລະ ຮັກສາເມືອງນັ້ນໄວ້.
26 ແລະ ລາວໄດ້ຍຶດເອົາຫລາຍຫົວເມືອງເຊັ່ນ ເມືອງນີໄຟຮາ, ເມືອງລີໄຮ, ແລະ ເມືອງໂມຣິອານທັນ, ແລະ ເມືອງອອມເນີ, ແລະ ເມືອງກິດ, ແລະ ເມືອງມິວເລັກ, ຊຶ່ງທັງໝົດນີ້ຕັ້ງຢູ່ຕາມຊາຍແດນໃກ້ຝັ່ງທະເລທາງຕາເວັນອອກ.
27 ຊາວເລມັນໄດ້ຍຶດເອົາຫລາຍຫົວເມືອງມາໄດ້ດັ່ງນີ້, ຕາມເລ່ຫລ່ຽມຂອງອະມາລີໄຄຢາ, ແລະ ດ້ວຍກຳລັງທະຫານອັນນັບບໍ່ຖ້ວນຂອງລາວ ຊຶ່ງຫົວເມືອງເຫລົ່ານີ້ໄດ້ຮັບ ການເສີມສ້າງໃຫ້ແໜ້ນໜາຂຶ້ນດ້ວຍຄວາມສາມາດຂອງໂມໂຣໄນ; ແລະ ມັນຈຶ່ງເຮັດໃຫ້ຊາວເລມັນມີທີ່ໝັ້ນຂອງຕົນ.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ເດີນທາງໄປຫາຊາຍແດນຂອງແຜ່ນດິນອຸດົມສົມບູນ ແລະ ໄດ້ຕ້ອນເອົາຊາວນີໄຟໄປທາງໜ້າພວກເຂົາ ແລະ ໄດ້ຂ້າຫລາຍຄົນ.
29 ແຕ່ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ພົບກັບທີອານຄຳ, ຜູ້ທີ່ ຂ້າໂມຣິອານທັນນັ້ນ ຜູ້ທີ່ສະກັດຜູ້ຄົນຂອງລາວຕອນທີ່ພວກເຂົາແຕກໜີໄປ.
30 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ສະກັດອະມາລີໄຄຢາໄວ້, ຂະນະທີ່ລາວກຳລັງເດີນທັບມາພ້ອມດ້ວຍກຳລັງທະຫານອັນຫລວງຫລາຍຂອງລາວ ເພື່ອຈະໄດ້ເຂົ້າຍຶດເອົາແຜ່ນດິນອຸດົມສົມບູນ, ແລະ ແຜ່ນດິນທາງເໜືອເປັນຫົວເມືອງຂຶ້ນນຳອີກ.
31 ແຕ່ຈົ່ງເບິ່ງ ອະມາລີໄຄຢາຕ້ອງຜິດຫວັງໂດຍຖືກທີອານຄຳພ້ອມດ້ວຍທະຫານຂອງລາວຕີໂຕ້ຕອບ, ເພາະວ່າພວກເຂົາເຫລົ່ານັ້ນເປັນນັກຮົບທີ່ຍິ່ງໃຫຍ່; ເພາະວ່າທະຫານຂອງທີອານຄຳທຸກຄົນແຂງແຮງກວ່າຊາວເລມັນໃນດ້ານກຳລັງ ແລະ ມີຄວາມຊຳນານໃນດ້ານການສູ້ຮົບ, ເຖິງຂະໜາດທີ່ພວກເຂົາໄດ້ຊະນະຊາວເລມັນ.
32 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຮາວີພວກນັ້ນ, ເຖິງຂະໜາດທີ່ພວກເຂົາໄດ້ຂ້າຟັນພວກນັ້ນຈົນຄ່ຳ. ແລະ ເຫດການໄດ້ບັງເກີດຂຶ້ນຄື ທີອານຄຳ ແລະ ທະຫານຂອງລາວໄດ້ຕັ້ງຜ້າເຕັນພັກຢູ່ໃນຊາຍແດນຂອງແຜ່ນດິນອຸດົມສົມບູນ; ແລະ ອະມາລີໄຄຢາໄດ້ຕັ້ງຜ້າເຕັນຂອງລາວຂຶ້ນທີ່ຊາຍແດນໃນຫາດຊາຍແຄມຝັ່ງທະເລ, ແລະ ພວກນັ້ນຖືກຕ້ອນມາດັ່ງນີ້.
33 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນຕອນກາງຄືນ, ທີອານຄຳ ແລະ ຂ້າໃຊ້ຂອງລາວໄດ້ລັກອອກໄປທາງນອກ ແລະ ເຂົ້າໄປໃນຄ້າຍຂອງອະມາລີໄຄຢາ; ແລະ ຈົ່ງເບິ່ງ, ພວກເຂົານອນຫລັບສະໜິດຍ້ອນວ່າ ຄວາມອ່ອນເພຍທີ່ໄດ້ຕໍ່ສູ້ກັນໝົດມື້ ແລະ ຄວາມຮ້ອນໃນຕອນກາງເວັນ.
34 ແລະ ເຫດການໄດ້ບັງເກີດຂຶ້ນຄື ທີອານຄຳໄດ້ລັກເຂົ້າໄປໃນຜ້າເຕັນຂອງກະສັດຢ່າງລັບໆ, ແລະ ຊັດຫອກເຂົ້າໃສ່ກາງຫົວໃຈຂອງກະສັດ; ແລະ ລາວໄດ້ເຮັດໃຫ້ກະສັດຕາຍຄາທີ່ໂດຍບໍ່ໄດ້ເຮັດໃຫ້ຂ້າໃຊ້ຂອງກະສັດຮູ້ເມື່ອຄີງເລີຍ.
35 ແລະ ລາວໄດ້ກັບຄືນໄປຫາຄ້າຍຂອງລາວຢ່າງລັບໆ, ແລະ ຈົ່ງເບິ່ງ, ທະຫານຂອງລາວກຳລັງນອນຫລັບຢູ່, ແລະ ລາວໄດ້ປຸກພວກເຂົາໃຫ້ຕື່ນຂຶ້ນ ແລະ ໄດ້ເລົ່າເຫດການໃຫ້ພວກເຂົາຟັງເຖິງເລື່ອງທັງໝົດທີ່ລາວໄດ້ເຮັດໄປນັ້ນ.
36 ແລະ ລາວໄດ້ໃຫ້ກອງທັບທະຫານຂອງລາວຕຽມພ້ອມໄວ້, ຍ້ອນວ່າຊາວເລມັນຈະຕື່ນຂຶ້ນ ແລະ ຈະຍົກທັບມາໂຈມຕີພວກເຂົາ.
37 ແລະ ປີທີຊາວຫ້າແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟໄດ້ສິ້ນສຸດລົງດັ່ງນີ້; ແລະ ວັນເວລາຂອງອະມາລີໄຄຢາເອງກໍໄດ້ສິ້ນສຸດລົງໄປເຊັ່ນດຽວກັນ.