ບົດທີ 63
ຊິບລັນ ແລະ ຕໍ່ມາຮີລາມັນໄດ້ຄອບຄອງບັນທຶກສັກສິດໄວ້—ຊາວນີໄຟຈຳນວນຫລວງຫລາຍເດີນທາງໄປຫາແຜ່ນດິນທາງເໜືອ—ເຮກອດສ້າງເຮືອໃຫຍ່ລຳໜຶ່ງ, ຊຶ່ງປ່ອຍມັນລົງສູ່ທະເລທາງຕາເວັນຕົກ—ໂມໂຣໄນຮາເອົາຊະນະຊາວເລມັນໃນສະໜາມຮົບ. ປະມານ 56–52 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນໃນຕົ້ນປີທີສາມສິບຫົກແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟຄື ຊິບລັນໄດ້ຄອບຄອງສິ່ງ ສັກສິດເຫລົ່ານີ້ໄວ້ ຊຶ່ງແອວມາໄດ້ມອບໃຫ້ແກ່ຮີລາມັນ.
2 ແລະ ເພິ່ນເປັນຄົນທ່ຽງທຳ, ແລະ ເພິ່ນໄດ້ເດີນໄປຢ່າງພາກພູມໃຈຕໍ່ພຣະພັກຂອງພຣະເຈົ້າ; ແລະ ເພິ່ນໄດ້ຕັ້ງໃຈທີ່ຈະສ້າງຄວາມດີຢູ່ຕະຫລອດເວລາ, ທີ່ຈະຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເພິ່ນ; ແລະ ອ້າຍຂອງເພິ່ນກໍໄດ້ເຮັດເຊັ່ນດຽວກັນ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂມໂຣໄນໄດ້ສິ້ນຊີວິດໄປຄືກັນ. ແລະ ປີທີສາມສິບຫົກແຫ່ງການປົກຄອງຂອງຜູ້ຕັດສິນໄດ້ສິ້ນສຸດລົງດັ່ງນັ້ນ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີທີສາມສິບເຈັດແຫ່ງການປົກຄອງຂອງຜູ້ຕັດສິນ, ມັນໄດ້ມີຜູ້ຊາຍກຸ່ມໃຫຍ່ກຸ່ມໜຶ່ງເປັນຈຳນວນເຖິງຫ້າພັນສີ່ຮ້ອຍຄົນ, ພ້ອມດ້ວຍເມຍຂອງພວກເຂົາ ແລະ ລູກຂອງພວກເຂົາ, ໄດ້ເດີນທາງອອກຈາກແຜ່ນດິນເຊຣາເຮັມລາໄປຫາແຜ່ນດິນຊຶ່ງຢູ່ ທາງເໜືອ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຮກອດເປັນຄົນທີ່ຢາກຮູ້ຢາກເຫັນຫລາຍທີ່ສຸດ, ສະນັ້ນ ລາວຈຶ່ງໄດ້ອອກໄປ ແລະ ສ້າງເຮືອໃຫຍ່ລຳໜຶ່ງທີ່ຊາຍແດນຂອງແຜ່ນດິນອຸດົມສົມບູນ, ຊຶ່ງຢູ່ໃກ້ກັບແຜ່ນດິນຮ້າງ, ແລະ ໄດ້ປ່ອຍມັນລົງສູ່ທະເລທາງຕາເວັນຕົກໃກ້ ທາງແຄບ ຊຶ່ງນຳໄປຫາແຜ່ນດິນທາງເໜືອ.
6 ແລະ ຈົ່ງເບິ່ງ, ຊາວນີໄຟເປັນຈຳນວນຫລວງຫລາຍໄດ້ລົງໄປໃນເຮືອນັ້ນ ແລະ ໄດ້ຂີ່ໄປພ້ອມດ້ວຍສະບຽງອາຫານຢ່າງຫລວງຫລາຍ, ແລະ ມີແມ່ຍິງ ແລະ ເດັກນ້ອຍຫລາຍຄົນນຳອີກ; ແລະ ພວກເຂົາຂັບເຮືອໄປທາງເໜືອ. ແລະ ປີທີສາມສິບເຈັດໄດ້ສິ້ນສຸດລົງດັ່ງນີ້.
7 ແລະ ໃນປີທີສາມສິບແປດ, ຜູ້ຊາຍຄົນນີ້ກໍໄດ້ສ້າງເຮືອໃຫຍ່ອີກລຳໜຶ່ງ. ແລະ ເຮືອລຳທຳອິດກໍໄດ້ກັບຄືນມາອີກ, ແລະ ມີຜູ້ຄົນເປັນຈຳນວນຫລວງຫລາຍລົງໄປໃນເຮືອ; ແລະ ພວກເຂົາໄດ້ເອົາສະບຽງອາຫານຢ່າງຫລວງຫລາຍໄປນຳ, ແລະ ອອກເດີນທາງໄປຫາແຜ່ນດິນທາງເໜືອອີກ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ບໍ່ມີຜູ້ໃດໄດ້ຂ່າວຄາວຂອງພວກເຂົາເລີຍ. ແລະ ພວກເຮົາຄິດວ່າ ພວກເຂົາຈົມຢູ່ໃນຄວາມເລິກຂອງທະເລເສຍແລ້ວ. ແລະ ເຫດການໄດ້ບັງເກີດຂຶ້ນຄື ມີເຮືອໃຫຍ່ອີກລຳໜຶ່ງໄດ້ແລ່ນອອກໄປອີກ; ແລະ ພວກເຮົາບໍ່ຮູ້ຈັກວ່າມັນໄປທາງໃດ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີນີ້ ມີຜູ້ຄົນເປັນຈຳນວນຫລວງຫລາຍທີ່ອອກໄປຫາແຜ່ນດິນ ທາງເໜືອ. ແລະ ປີທີສາມສິບແປດໄດ້ສິ້ນສຸດລົງດັ່ງນີ້.
10 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີສາມສິບເກົ້າແຫ່ງການປົກຄອງຂອງຜູ້ຕັດສິນ, ຊິບລັນໄດ້ເສຍຊີວິດໄປ, ແລະ ໂຄຣິອານທັນໄດ້ອອກໄປຫາແຜ່ນດິນທາງເໜືອໃນເຮືອລຳໜຶ່ງ, ເພື່ອນຳເອົາສະບຽງອາຫານໄປໃຫ້ຜູ້ຄົນທີ່ອອກໄປຫາແຜ່ນດິນນັ້ນ.
11 ສະນັ້ນ ມັນຈຶ່ງເປັນການສົມຄວນສຳລັບຊິບລັນທີ່ຈະມອບສິ່ງສັກສິດເຫລົ່ານີ້ໃຫ້ແກ່ລູກຊາຍຂອງ ຮີລາມັນ, ຜູ້ມີຊື່ວ່າ ຮີລາມັນ, ໂດຍເອີ້ນຕາມຊື່ບິດາຂອງລາວ.
12 ບັດນີ້ຈົ່ງເບິ່ງ, ອັກຂະລະທັງໝົດນັ້ນຊຶ່ງຢູ່ໃນການຄອບຄອງຂອງຮີລາມັນຖືກຂຽນຂຶ້ນ ແລະ ຖືກສົ່ງອອກໄປໃນບັນດາລູກຫລານມະນຸດຕະຫລອດທົ່ວແຜ່ນດິນ ນອກຈາກສ່ວນຕ່າງໆຊຶ່ງແອວມາສັ່ງຫ້າມ ບໍ່ໃຫ້ສົ່ງອອກໄປ.
13 ເຖິງຢ່າງໃດກໍຕາມ, ສິ່ງເຫລົ່ານີ້ຕ້ອງໄດ້ຮັບການປົກປັກຮັກສາໄວ້ໃຫ້ເປັນສິ່ງສັກສິດ, ແລະ ມອບຕໍ່ໆກັນໄປຈາກຄົນລຸ້ນໜຶ່ງຫາຄົນອີກລຸ້ນໜຶ່ງ; ສະນັ້ນ, ໃນປີນີ້, ສິ່ງສັກສິດເຫລົ່ານີ້ຈຶ່ງຖືກມອບໃຫ້ແກ່ຮີລາມັນ, ກ່ອນການຕາຍຂອງຊິບລັນ.
14 ແລະ ເຫດການໄດ້ບັງເກີດຂຶ້ນອີກໃນປີນີ້ຄື ມີຜູ້ຄົນຈຳນວນໜຶ່ງໄດ້ແຍກອອກໄປຫາຊາວເລມັນ; ແລະ ພວກເຂົາຖືກຊັກຊວນໃຫ້ຄຽດແຄ້ນໃຫ້ຊາວນີໄຟຄືນອີກ.
15 ແລະ ໃນປີດຽວກັນນີ້ອີກ ພວກເຂົາໄດ້ຍົກທັບລົງມາພ້ອມດ້ວຍກອງທັບອັນມີກຳລັງມະຫາສານ ເພື່ອມາກໍ່ສົງຄາມກັບຜູ້ຄົນຂອງໂມໂຣໄນຮາ, ຫລື ກັບກອງທັບຂອງ ໂມໂຣໄນຮາ, ຊຶ່ງຕ້ອງເຮັດໃຫ້ພວກເຂົາຕ້ອງຜ່າຍແພ້ ແລະ ຖືກຂັບໄລ່ໃຫ້ກັບຄືນໄປຫາແຜ່ນດິນຂອງພວກເຂົາຄືເກົ່າ, ໂດຍໄດ້ຮັບຄວາມເສຍຫາຍຢ່າງໜັກ.
16 ແລະ ໃນປີທີສາມສິບເກົ້າແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟກໍສິ້ນສຸດລົງດັ່ງນີ້.
17 ແລະ ເລື່ອງລາວຂອງແອວມາ, ແລະ ຮີລາມັນລູກຊາຍຂອງເພິ່ນ, ແລະ ຊິບລັນນຳອີກ ຜູ້ເປັນລູກຊາຍຂອງເພິ່ນກໍໄດ້ສິ້ນສຸດລົງດັ່ງນີ້.