ພຣະ​ຄຳ​ພີ
ແອວ​ມາ 8


ບົດ​ທີ 8

ແອວ​ມາ​ສັ່ງ​ສອນ ແລະ ໃຫ້​ບັບ​ຕິ​ສະ​ມາ​ຢູ່​ໃນ​ເມືອງ​ມີ​ເລັກ—ເພິ່ນ​ຖືກ​ປະ​ຕິ​ເສດ​ຢູ່​ໃນ​ເມືອງ​ອຳ​ໂມນ​ໄນ​ຮາ ແລະ ໄດ້​ໜີ​ໄປ—ທູດ​ອົງ​ໜຶ່ງ​ສັ່ງ​ໃຫ້​ເພິ່ນ​ກັບ​ຄືນ​ໄປ ແລະ ປ່າວ​ຮ້ອງ​ເລື່ອງ​ການ​ກັບ​ໃຈ​ຕໍ່​ຜູ້​ຄົນ—ເພິ່ນ​ໄດ້​ຮັບ​ຕ້ອນ​ໂດຍ​ແອມ​ມິວ​ເລັກ, ແລະ ທັງ​ສອງ​ໄດ້​ສັ່ງ​ສອນ​ຢູ່​ໃນ​ເມືອງ​ອຳ​ໂມນ​ໄນ​ຮາ. ປະ​ມານ 82 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວ​ມາ​ກັບ​ມາ​ຈາກ ແຜ່ນ​ດິນ​ກີ​ເດ​ໂອນ​ຫລັງ​ຈາກ​ສິດ​ສອນ​ຜູ້​ຄົນ​ຂອງ​ກີ​ເດ​ໂອນ​ຫລາຍ​ເລື່ອງ ຊຶ່ງ​ບໍ່​ສາ​ມາດ​ຂຽນ​ໄວ້​ໄດ້, ໄດ້​ສະ​ຖາ​ປະ​ນາ​ລະ​ບຽບ​ຂອງ​ສາດ​ສະ​ໜາ​ຈັກ​ຄື​ກັນ​ກັບ​ທີ່​ເພິ່ນ​ໄດ້​ເຮັດ​ມາ​ກ່ອນ​ແລ້ວ​ໃນ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ, ແທ້​ຈິງ​ແລ້ວ, ເພິ່ນ​ກັບ​ຄືນ​ມາ​ບ້ານ​ຂອງ​ເພິ່ນ​ທີ່​ເຊ​ຣາ​ເຮັມ​ລາ ເພື່ອ​ພັກ​ຜ່ອນ​ຈາກ​ວຽກ​ງານ​ທີ່​ເພິ່ນ​ໄດ້​ເຮັດ​ໄປນັ້ນ.

2 ແລະ ປີ​ທີ​ເກົ້າ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີ​ໄຟ​ໄດ້​ສິ້ນ​ສຸດ​ລົງ​ດັ່ງ​ນີ້.

3 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ຕົ້ນ​ປີ​ທີ​ສິບ​ແຫ່ງ​ການ​ປົກ​ຄອງ​ຂອງ​ຜູ້​ຕັດ​ສິນ​ດູ​ແລ​ຜູ້​ຄົນ​ຂອງ​ນີ​ໄຟ, ຄື​ແອວ​ມາ​ໄດ້​ອອກ​ຈາກ​ເມືອງ​ນັ້ນ ແລະ ໄດ້​ອອກ​ເດີນ​ທາງ​ຂ້າມ​ໄປ​ຫາ​ແຜ່ນ​ດິນ​ມີ​ເລັກ​ທາງ​ຕາ​ເວັນ​ຕົກ​ຂອງ ແມ່​ນ້ຳ​ຊີ​ໂດນ​ທາງ​ຕາ​ເວັນ​ຕົກ​ໃກ້​ກັບ​ຊາຍ​ແດນ​ຂອງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

4 ແລະ ເພິ່ນ​ໄດ້​ເລີ່ມ​ສິດ​ສອນ​ໃນ​ແຜ່ນ​ດິນ​ມີ​ເລັກ​ຕາມ ລະ​ບຽບ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ, ຊຶ່ງ​ໂດຍ​ຖາ​ນະ​ນັ້ນ​ເພິ່ນ​ຖືກ​ເອີ້ນ; ແລະ ເພິ່ນ​ເລີ່ມ​ສິດ​ສອນ​ຜູ້​ຄົນ​ທົ່ວ​ແຜ່ນ​ດິນ​ມີ​ເລັກ.

5 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ໄດ້​ມາ​ຫາ​ເພິ່ນ​ຈາກ​ທຸກ​ບ່ອນ​ຂອງ​ແຜ່ນ​ດິນ ຊຶ່ງ​ຢູ່​ໃກ້​ກັບ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ແລະ ພວກ​ເຂົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ກັນ​ທົ່ວ​ແຜ່ນ​ດິນ​ນັ້ນ;

6 ສະ​ນັ້ນ​ຫລັງ​ຈາກ​ເພິ່ນ​ສິ້ນ​ສຸດ​ວຽກ​ງານ​ຂອງ​ເພິ່ນ​ທີ່​ມີ​ເລັກ ເພິ່ນ​ໄດ້​ອອກ​ຈາກ​ບ່ອນ​ນັ້ນ, ແລະ ໄດ້​ເດີນ​ທາງ​ສາມ​ມື້​ໄປ​ທາງ​ເໜືອ​ຂອງ​ແຜ່ນ​ດິນ​ມີ​ເລັກ; ແລະ ເພິ່ນ​ໄດ້​ມາ​ຮອດ​ເມືອງ​ໜຶ່ງ​ຊຶ່ງ​ມີ​ຊື່​ວ່າ ອຳ​ໂມນ​ໄນ​ຮາ.

7 ບັດ​ນີ້​ມັນ​ເປັນ​ທຳ​ນຽມ​ຂອງ​ຜູ້​ຄົນ​ຂອງ​ນີ​ໄຟ​ທີ່​ຈະ​ເອີ້ນ​ຊື່​ແຜ່ນ​ດິນ ຫລື ເມືອງ​ຂອງ​ພວກ​ເຂົາ ແລະ ໝູ່​ບ້ານ​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ໝູ່​ບ້ານ​ເລັກ​ນ້ອຍ​ທັງ​ໝົດ​ຂອງ​ພວກ​ເຂົາ​ຕາມ​ຊື່​ຂອງ​ຜູ້​ທີ່​ເປັນ​ເຈົ້າ​ຂອງ​ທຳ​ອິດ; ແລະ ຈຶ່ງ​ເປັນ​ເຊັ່ນ​ດຽວ​ກັນ​ນີ້​ກັບ​ແຜ່ນ​ດິນ​ອຳ​ໂມນ​ໄນ​ຮາ.

8 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວ​ລາ​ທີ່​ແອວ​ມາ​ມາ​ຮອດ​ເມືອງ​ອຳ​ໂມນ​ໄນ​ຮາ ເພິ່ນ​ກໍ​ໄດ້​ເລີ່ມ​ສັ່ງ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃຫ້​ແກ່​ຜູ້​ຄົນ​ເຫລົ່າ​ນັ້ນ.

9 ບັດ​ນີ້​ຊາ​ຕານ ມີ​ອຳ​ນາດ​ຫລາຍ​ທີ່​ສຸດ​ເໜືອ​ໃຈ​ຂອງ​ຜູ້​ຄົນ​ໃນ​ເມືອງ​ອຳ​ໂມນ​ໄນ​ຮາ​ນັ້ນ; ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ຍອມ​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ແອວ​ມາ​ເລີຍ.

10 ເຖິງ​ຢ່າງ​ໃດ​ກໍ​ຕາມ​ແອວ​ມາ​ກໍ ເຮັດ​ວຽກ​ຢ່າງ​ໜັກ​ໃນ​ທາງ​ວິນ​ຍານ​ໂດຍ ຕໍ່​ສູ້​ກັບ​ພຣະ​ເຈົ້າ​ດ້ວຍ ການ​ອະ​ທິ​ຖານ​ຢ່າງ​ສຸດ​ກຳ​ລັງ​ເພື່ອ​ຂໍ​ໃຫ້​ພຣະ​ອົງ​ທຸ້ມ​ເທ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ຜູ້​ຄົນ​ຊຶ່ງ​ຢູ່​ໃນ​ເມືອງ​ນັ້ນ ເພື່ອ​ພຣະ​ອົງ​ຈະ​ອະ​ນຸ​ຍາດ​ໃຫ້​ເພິ່ນ​ບັບ​ຕິ​ສະ​ມາ​ພວກ​ເຂົາ​ເຫລົ່າ​ນັ້ນ​ດ້ວຍ​ການ​ກັບ​ໃຈ.

11 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ຍັງ​ເຮັດ​ໃຈ​ແຂງ​ກະ​ດ້າງ​ໂດຍ​ເວົ້າ​ກັບ​ເພິ່ນ​ວ່າ: ຈົ່ງ​ເບິ່ງ, ພວກ​ເຮົາ​ຮູ້​ຈັກ​ວ່າ​ທ່ານ​ຄື​ແອວ​ມາ ແລະ ພວກ​ເຮົາ​ຮູ້​ວ່າ ທ່ານ​ເປັນ​ມະ​ຫາ​ປະ​ໂລ​ຫິດ​ດູ​ແລ​ສາດ​ສະ​ໜາ​ຈັກ ຊຶ່ງ​ທ່ານ​ໄດ້​ສະ​ຖາ​ປະ​ນາ​ຂຶ້ນ​ຫລາຍ​ບ່ອນ​ໃນ​ແຜ່ນ​ດິນ​ຕາມ​ປະ​ເພ​ນີ​ຂອງ​ທ່ານ, ແລະ ພວກ​ເຮົາ​ບໍ່​ໄດ້​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ທ່ານ, ແລະ ພວກ​ເຮົາ​ບໍ່​ເຊື່ອ​ຕາມ​ຮີດ​ຄອງ​ປະ​ເພ​ນີ​ອັນ​ໂງ່​ຈ້າ​ເຊັ່ນ​ນັ້ນ.

12 ແລະ ບັດ​ນີ້​ພວກ​ເຮົາ​ຮູ້​ວ່າ ຍ້ອນ​ວ່າ​ພວກ​ເຮົາ​ບໍ່​ໄດ້​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ທ່ານ ແລະ ພວກ​ເຮົາ​ຮູ້​ວ່າ ທ່ານ​ບໍ່​ມີ​ອຳ​ນາດ​ເໜືອ​ພວກ​ເຮົາ; ແລະ ທ່ານ​ໄດ້​ມອບ​ບັນ​ລັງ​ຕັດ​ສິນ​ໃຫ້ ນີ​ໄຟ​ຮາ​ແລ້ວ; ສະ​ນັ້ນ ທ່ານ​ບໍ່​ໄດ້​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ​ດູ​ແລ​ພວກ​ເຮົາ​ອີກ​ຕໍ່​ໄປ.

13 ບັດ​ນີ້​ເມື່ອ​ຜູ້​ຄົນ​ເວົ້າ​ແນວ​ນັ້ນ​ແລ້ວ, ແລະ ໄດ້​ຕໍ່​ຕ້ານ​ຄຳ​ເວົ້າ​ທັງ​ໝົດ​ຂອງ​ເພິ່ນ ແລະ ໝິ່ນ​ປະ​ໝາດ ແລະ ຖົ່ມ​ນ້ຳ​ລາຍ​ໃສ່​ເພິ່ນ, ແລະ ຂັບ​ໄລ່​ເພິ່ນ​ອອກ​ໄປ​ຈາກ​ເມືອງ​ຂອງ​ພວກ​ເຂົາ, ເພິ່ນ​ຈຶ່ງ​ໄດ້​ອອກ​ໄປ​ຈາກ​ບ່ອນ​ນັ້ນ ແລະ ອອກ​ເດີນ​ທາງ​ມຸ້ງ​ໜ້າ​ໄປ​ຫາ​ອີກ​ເມືອງ​ໜຶ່ງ​ຊຶ່ງ​ມີ​ຊື່​ວ່າ ອາ​ໂຣນ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂະ​ນະ​ທີ່​ເພິ່ນ​ກຳ​ລັງ​ໄປ​ຫາ​ເມືອງ​ນັ້ນ, ໂດຍ​ທີ່​ຖືກ​ຖ່ວງ​ດຶງ​ດ້ວຍ​ຄວາມ​ເສົ້າ​ສະ​ຫລົດ​ໃຈ, ໂດຍ​ທີ່​ບຸກ​ມາ​ດ້ວຍ ຄວາມ​ທຸກ​ຍາກ​ລຳ​ບາກ​ຫລາຍ ແລະ ດ້ວຍ​ຄວາມ​ເຈັບ​ປວດ​ໃນ​ຈິດ​ວິນ​ຍານ, ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ​ຢູ່​ໃນ​ເມືອງ​ອຳ​ໂມນ​ໄນ​ຮາ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ເວ​ລາ​ທີ່​ແອວ​ມາ​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຢູ່​ນັ້ນ, ຈົ່ງ​ເບິ່ງ, ທູດ​ອົງ​ໜຶ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ປະ​ກົດ​ຕໍ່​ເພິ່ນ, ກ່າວ​ວ່າ:

15 ເຈົ້າ​ເປັນ​ສຸກ​ແລ້ວ​ແອວ​ມາ; ສະ​ນັ້ນ, ຈົ່ງ​ເງີຍ​ໜ້າ​ຂຶ້ນ ແລະ ປິ​ຕິ​ຍິນ​ດີ​ເຖີດ, ຍ້ອນ​ວ່າ​ເຈົ້າ​ມີ​ເຫດ​ຜົນ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ທີ່​ຈະ​ປິ​ຕິ​ຍິນ​ດີ; ເພາະ​ວ່າ​ເຈົ້າ​ຊື່​ສັດ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ນັບ​ແຕ່​ເວ​ລາ​ທີ່​ເຈົ້າ​ໄດ້​ຮັບ​ຂ່າວ​ຄັ້ງ​ທຳ​ອິດ​ຂອງ​ເຈົ້າ​ຈາກ​ພຣະ​ອົງ. ຈົ່ງ​ເບິ່ງ, ເຮົາ​ຄື​ຜູ້​ທີ່ ນຳ​ມັນ​ມາ​ໃຫ້​ເຈົ້າ.

16 ແລະ ຈົ່ງ​ເບິ່ງ, ເຮົາ​ຖືກ​ສົ່ງ​ລົງ​ມາ​ເພື່ອ​ສັ່ງ​ໃຫ້​ເຈົ້າ​ກັບ​ຄືນ​ໄປ​ຫາ​ເມືອງ​ອຳ​ໂມນ​ໄນ​ຮາ ແລະ ສັ່ງ​ສອນ​ຜູ້​ຄົນ​ຂອງ​ເມືອງ​ນັ້ນ​ອີກ; ແທ້​ຈິງ​ແລ້ວ, ຈົ່ງ​ສັ່ງ​ສອນ​ພວກ​ເຂົາ. ແທ້​ຈິງ​ແລ້ວ, ຈົ່ງ​ເວົ້າ​ກັບ​ພວກ​ເຂົາ​ວ່າ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ ແລ້ວ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ ທຳ​ລາຍ​ພວກ​ເຂົາ.

17 ຈົ່ງ​ເບິ່ງ, ໃນ​ຂະ​ນະ​ນີ້​ພວກ​ເຂົາ​ພະ​ຍາ​ຍາມ​ທີ່​ຈະ​ທຳ​ລາຍ​ເສ​ລີ​ພາບ​ຂອງ​ຜູ້​ຄົນ​ຂອງ​ເຈົ້າ, (ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້) ຊຶ່ງ​ກົງ​ກັນ​ຂ້າມ​ກັບ​ຂໍ້​ກຳ​ນົດ, ແລະ ການ​ພິ​ພາກ​ສາ, ແລະ ພຣະ​ບັນ​ຍັດ ຊຶ່ງ​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ.

18 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ແອວ​ມາ​ໄດ້​ຮັບ​ຂ່າວ​ຈາກ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ, ເພິ່ນ​ຈຶ່ງ​ໄດ້​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ອຳ​ໂມນ​ໄນ​ຮາ​ຢ່າງ​ວ່ອງ​ໄວ. ແລະ ເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ເມືອງ​ອີກ​ທາງ​ໜຶ່ງ, ແທ້​ຈິງ​ແລ້ວ, ເຂົ້າ​ໄປ​ທາງ​ໃຕ້​ຂອງ​ເມືອງ​ອຳ​ໂມນ​ໄນ​ຮາ.

19 ແລະ ໃນ​ຂະ​ນະ​ທີ່​ເພິ່ນ​ກຳ​ລັງ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ​ດ້ວຍ​ຄວາມ​ຫິວ​ໂຫຍ, ເພິ່ນ​ໄດ້​ເວົ້າ​ກັບ​ຊາຍ​ຄົນ​ໜຶ່ງ​ວ່າ: ເຈົ້າ​ຫາ​ອັນ​ໃດ​ໃຫ້​ຜູ້​ຮັບ​ໃຊ້​ທີ່​ຖ່ອມ​ຕົວ​ຂອງ​ພຣະ​ເຈົ້າ​ກິນ​ແດ່​ໄດ້​ບໍ?

20 ແລະ ຊາຍ​ຄົນ​ນັ້ນ​ກ່າວ​ກັບ​ເພິ່ນ​ວ່າ: ຂ້າ​ນ້ອຍ​ເປັນ​ຊາວ​ນີ​ໄຟ, ແລະ ຂ້າ​ນ້ອຍ​ຮູ້​ຈັກ​ວ່າ​ທ່ານ​ເປັນ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ຂອງ​ພຣະ​ເຈົ້າ​ເພາະ​ວ່າ​ທ່ານ​ແມ່ນ​ຜູ້​ທີ່ ທູດ​ກ່າວ​ໃນ​ພາບ​ນິ​ມິດ​ວ່າ: ເຈົ້າ​ຈົ່ງ​ຕ້ອນ​ຮັບ. ສະ​ນັ້ນ, ຈົ່ງ​ເຂົ້າ​ໄປ​ໃນ​ເຮືອນ​ກັບ​ຂ້າ​ນ້ອຍ ແລະ ຂ້າ​ນ້ອຍ​ຈະ​ໃຫ້​ອາ​ຫານ​ຂອງ​ຂ້າ​ນ້ອຍ​ແກ່​ທ່ານ; ແລະ ຂ້າ​ນ້ອຍ​ຮູ້​ຈັກ​ແລ້ວ​ວ່າ ທ່ານ​ຈະ​ເປັນ​ພອນ​ໃຫ້​ແກ່​ຂ້າ​ນ້ອຍ ແລະ ເຮືອນ​ຊານ​ຂອງ​ຂ້າ​ນ້ອຍ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາຍ​ຄົນ​ນັ້ນ​ໄດ້​ຕ້ອນ​ຮັບ​ເພິ່ນ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ລາວ; ແລະ ຊາຍ​ຄົນ​ນັ້ນ​ຊື່​ວ່າ ແອມ​ມິວ​ເລັກ; ແລະ ລາວ​ໄດ້​ນຳ​ເອົາ​ເຂົ້າ ແລະ ຊີ້ນ​ອອກ​ມາ​ວາງ​ຕໍ່​ໜ້າ​ແອວ​ມາ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແອວ​ມາ​ໄດ້​ກິນ​ເຂົ້າ​ຈົນ​ອີ່ມ; ແລ້ວ​ເພິ່ນ​ໄດ້ ໃຫ້​ພອນ​ແກ່​ແອມ​ມິວ​ເລັກ ພ້ອມ​ດ້ວຍ​ເຮືອນ​ຊານ​ຂອງ​ລາວ, ແລະ ເພິ່ນ​ໄດ້​ຖວາຍ​ຄວາມ​ຂອບ​ຄຸນ​ແດ່​ພຣະ​ເຈົ້າ.

23 ແລະ ຫລັງ​ຈາກ​ເພິ່ນ​ໄດ້​ກິນ​ອີ່ມ​ແລ້ວ ເພິ່ນ​ໄດ້​ເວົ້າ​ກັບ​ແອມ​ມິວ​ເລັກ​ວ່າ: ເຮົາ​ຄື​ແອວ​ມາ ແລະ ເປັນ ມະ​ຫາ​ປະ​ໂລ​ຫິດ​ດູ​ແລ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ​ຕະ​ຫລອດ​ທົ່ວ​ແຜ່ນ​ດິນ.

24 ແລະ ຈົ່ງ​ເບິ່ງ, ເຮົາ​ຖືກ​ເອີ້ນ​ໃຫ້​ມາ​ສັ່ງ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໃນ​ບັນ​ດາ​ຜູ້​ຄົນ​ພວກ​ນີ້​ທັງ​ໝົດ, ຕາມ​ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ ແລະ ການ​ທຳ​ນາຍ; ແລະ ເຮົາ​ຢູ່​ໃນ​ແຜ່ນ​ດິນ​ນີ້​ແລ້ວ ແຕ່​ຜູ້​ຄົນ​ບໍ່​ຕ້ອນ​ຮັບ​ເຮົາ​ເລີຍ ແລະ ພວກ​ເຂົາ​ໄດ້ ຂັບ​ໄລ່​ເຮົາ​ອອກ​ໄປ ແລະ ເຮົາ​ເອງ​ເກືອບ​ຈະ​ຫັນ​ຫລັງ​ໃສ່​ແຜ່ນ​ດິນ​ນີ້​ຕະ​ຫລອດ​ໄປ.

25 ແລະ ຈົ່ງ​ເບິ່ງ, ເຮົາ​ໄດ້​ຖືກ​ສັ່ງ​ໃຫ້​ກັບ​ຄືນ​ມາ​ອີກ ແລະ ທຳ​ນາຍ​ແກ່​ຜູ້​ຄົນ​ພວກ​ນີ້, ແທ້​ຈິງ​ແລ້ວ, ມາ​ໃຫ້​ຖ້ອຍ​ຄຳ​ຟ້ອງ​ພວກ​ເຂົາ​ກ່ຽວ​ກັບ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ.

26 ແລະ ບັດ​ນີ້, ແອມ​ມິວ​ເລັກ, ຍ້ອນ​ວ່າ​ເຈົ້າ​ໄດ້​ລ້ຽງ​ເກືອ​ເຮົາ, ແລະ ໃຫ້​ເຮົາ​ເຂົ້າ​ມາ​ພັກ​ເຊົາ​ນຳ​ເຈົ້າ; ເຈົ້າ​ຈຶ່ງ​ໄດ້​ຮັບ​ພອນ​ແລ້ວ, ເຮົາ​ອຶດ​ຫິວ​ຍ້ອນ​ວ່າ​ເຮົາ​ໄດ້​ຖື​ສິນ​ອົດ​ເຂົ້າ​ມາ​ເປັນ​ເວ​ລາ​ຫລາຍ​ມື້​ແລ້ວ.

27 ແລະ ແອວ​ມາ​ໄດ້​ພັກ​ເຊົາ​ຢູ່​ນຳ​ແອມ​ມິວ​ເລັກ​ຫລາຍ​ມື້​ກ່ອນ​ເພິ່ນ​ເລີ່ມ​ສັ່ງ​ສອນ​ຜູ້​ຄົນ​ຕໍ່​ໄປ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ໄດ້​ເຮັດ​ຄວາມ​ຊົ່ວ​ຮ້າຍ​ຢ່າງ​ຮຸນ​ແຮງ​ຫລາຍ​ຂຶ້ນ.

29 ແລະ ພຣະ​ຄຳ​ມາ​ເຖິງ​ແອວ​ມາ, ກ່າວ​ວ່າ: ຈົ່ງ​ໄປ, ແລະ ເວົ້າ​ກັບ​ແອມ​ມິວ​ເລັກ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ວ່າ ຈົ່ງ​ອອກ​ໄປ​ທຳ​ນາຍ​ແກ່​ຜູ້​ຄົນ​ພວກ​ນີ້, ໂດຍ​ກ່າວ​ວ່າ—ພວກ​ເຈົ້າ​ຈົ່ງ ກັບ​ໃຈ​ເຖີດ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ກັບ​ໃຈ ແລ້ວ​ເຮົາ​ຈະ​ມາ​ຢ້ຽມ​ຢາມ​ຜູ້​ຄົນ​ພວກ​ນີ້​ດ້ວຍ​ຄວາມ​ຄຽດ​ແຄ້ນ​ຂອງ​ເຮົາ; ແທ້​ຈິງ​ແລ້ວ, ແລະ ເຮົາ​ຈະ​ບໍ່​ເອົາ​ຄວາມ​ຄຽດ​ແຄ້ນ​ຂອງ​ເຮົາ​ກັບ​ຄືນໄປ.

30 ແລະ ແອວ​ມາ​ກັບ​ແອມ​ມິວ​ເລັກ​ໄດ້​ອອກ​ໄປ​ໃນ​ບັນ​ດາ​ຜູ້​ຄົນ, ເພື່ອ​ປະ​ກາດ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແກ່​ພວກ​ເຂົາ; ແລະ ທັງ​ສອງ​ກໍ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

31 ແລະ ພວກ​ເພິ່ນ​ໄດ້​ຮັບ ອຳ​ນາດ​ອັນ​ມະ​ຫາ​ສານ, ເຖິງ​ຂະ​ໜາດ​ທີ່​ບໍ່​ສາ​ມາດ​ຂັງ​ພວກ​ເພິ່ນ​ໄວ້​ໃນ​ຄຸກ​ມືດ​ໄດ້; ທັງ​ເປັນ​ໄປ​ບໍ່​ໄດ້​ທີ່​ຜູ້​ຄົນ​ຈະ​ຂ້າ​ພວກ​ເພິ່ນ; ເຖິງ​ຢ່າງ​ໃດ​ກໍຕາມ, ພວກ​ເພິ່ນ​ກໍ​ຍັງ​ບໍ່​ໄດ້​ໃຊ້ ອຳ​ນາດ​ຂອງ​ພວກ​ເພິ່ນ​ເລີຍ ຈົນ​ວ່າ​ພວກ​ເພິ່ນ​ຖືກ​ມັດ​ໄວ້​ດ້ວຍ​ເຊືອກ ແລະ ຖືກ​ເອົາ​ເຂົ້າ​ຄຸກ. ບັດ​ນີ້, ມັນ​ເປັນ​ໄປ​ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ສະ​ແດງ​ອຳ​ນາດ​ຂອງ​ພຣະ​ອົງ​ອອກ​ມາ​ທີ່​ມີ​ຢູ່​ໃນ​ພວກ​ເພິ່ນ.

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເພິ່ນ​ໄດ້​ອອກ​ໄປ ແລະ ເລີ່ມ​ສັ່ງ​ສອນ ແລະ ທຳ​ນາຍ​ແກ່​ຜູ້​ຄົນ​ຕາມ​ວິນ​ຍານ ແລະ ອຳ​ນາດ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ໃຫ້​ແກ່​ພວກ​ເພິ່ນ.