ພຣະ​ຄຳ​ພີ
ເອ​ໂນດ 1


ໜັງ​ສື​ເອ​ໂນດ

ບົດ​ທີ 1

ເອ​ໂນດ​ອະ​ທິ​ຖານ​ຢ່າງ​ສຸດ​ກຳ​ລັງ ແລະ ໄດ້​ຮັບ​ການ​ປົດ​ບາບ​ຂອງ​ລາວ—ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ເຂົ້າ​ສູ່​ຈິດ​ໃຈ​ຂອງ​ລາວ ແລະ ໄດ້​ໃຫ້​ສັນ​ຍາ​ຄວາມ​ລອດ​ແກ່​ຊາວ​ເລ​ມັນ​ໃນ​ອະ​ນາ​ຄົດ—ຊາວ​ນີ​ໄຟ​ຊອກ​ຫາ​ເພື່ອ​ກູ້​ຊາວ​ເລ​ມັນ​ກັບ​ຄືນ—ເອ​ໂນດ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຜູ້​ໄຖ່​ຂອງ​ລາວ. ປະ​ມານ 420 ປີ ກ່ອນ ຄ.ສ.

1 ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ ເອ​ໂນດ​ໂດຍ​ທີ່​ຮູ້​ຈັກ​ບິ​ດາ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ເພິ່ນ​ເປັນ​ຄົນ​ທ່ຽງ​ທຳ—ເພາະ​ເພິ່ນ ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ​ໃນ​ພາ​ສາ​ຂອງ​ເພິ່ນ, ແລະ ໃນ ການ​ລ້ຽງ​ດູ ແລະ ການ​ຕັກ​ເຕືອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ອີກ—ແລະ ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ຈົ່ງ​ພຣະ​ກະ​ເສີມ​ສຳ​ລານ​ເພາະ​ການ​ນີ້​ເຖີດ—

2 ແລະ ຂ້າ​ພະ​ເຈົ້າ​ຈະ​ບອກ​ພວກ​ທ່ານ​ເຖິງ ການ​ຕໍ່​ສູ້ ຊຶ່ງ​ຂ້າ​ພະ​ເຈົ້າ​ມີ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ກ່ອນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ ການ​ປົດ​ບາບ​ຂອງ​ຂ້າ​ພະ​ເຈົ້າ.

3 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ລ່າ​ສັດ​ຢູ່​ໃນ​ປ່າ; ແລະ ຄຳ​ເວົ້າ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຈາກ​ບິ​ດາ​ເລື້ອຍໆ​ກ່ຽວ​ກັບ​ຊີ​ວິດ​ນິ​ລັນ​ດອນ, ແລະ ຄວາມ​ສຸກ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້ ຝັງ​ເລິກ​ຢູ່​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ.

4 ແລະ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ ຫິວ​ໂຫຍ; ແລະ ຂ້າ​ພະ​ເຈົ້າ​ໄດ້ ຄຸ​ເຂົ່າ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ສ້າງ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້ ອະ​ທິ​ຖານ ແລະ ອ້ອນ​ວອນ​ຕໍ່​ພຣະ​ອົງ​ຢ່າງ​ສຸດ​ກຳ​ລັງ​ເພື່ອ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເອງ; ແລະ ຕະ​ຫລອດ​ທັງ​ວັນ​ຂ້າ​ພະ​ເຈົ້າ​ໄດ້​ຮ້ອງ​ທູນ​ພຣະ​ອົງ; ແລະ ເມື່ອ​ເຖິງ​ຕອນ​ກາງ​ຄືນ ຂ້າ​ພະ​ເຈົ້າ​ກໍ​ຍັງ​ເປັ່ງ​ສຽງ​ຂອງ​ຂ້າ​ພະ​ເຈົ້າ​ຂຶ້ນ​ເຖິງ​ຟ້າ​ສະ​ຫວັນ.

5 ແລະ ສຸ​ລະ​ສຽງ​ມາ​ເຖິງ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ: ເອ​ໂນດ, ບາບ​ຂອງ​ເຈົ້າ​ໄດ້​ຮັບ​ການ​ອະ​ໄພ​ໃຫ້​ແລ້ວ, ແລະ ເຈົ້າ​ຈະ​ໄດ້​ຮັບ​ພອນ.

6 ແລະ ຂ້າ​ພະ​ເຈົ້າ​ເອ​ໂນດ​ຮູ້​ວ່າ​ພຣະ​ເຈົ້າ​ຈະ​ບໍ່​ເວົ້າ​ຕົວະ; ດັ່ງ​ນັ້ນ, ຄວາມ​ຜິດ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ຖືກ​ກວາດ​ລ້າງ​ໄປ.

7 ແລະ ຂ້າ​ພະ​ເຈົ້າ​ໄດ້​ທູນ​ຖາມ​ວ່າ: ຂ້າ​ແດ່​ພຣະ​ອົງ​ເຈົ້າ, ມັນ​ເປັນ​ໄປ​ໄດ້​ແນວ​ໃດ?

8 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເພາະ ສັດ​ທາ​ຂອງ​ເຈົ້າ​ໃນ​ພຣະ​ຄຣິດ, ຜູ້​ທີ່​ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ ຫລື ໄດ້​ເຫັນ​ມາ​ກ່ອນ. ແລະ ຫລາຍ​ປີ​ຈະ​ຜ່ານ​ໄປ​ກ່ອນ​ທີ່​ພຣະ​ອົງ​ຈະ​ສະ​ແດງ​ພຣະ​ອົງ​ເອງ​ໃຫ້​ປະ​ຈັກ​ໃນ​ເນື້ອ​ໜັງ; ດັ່ງ​ນັ້ນ, ຈົ່ງ​ໄປ​ເຖີດ, ສັດ​ທາ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ ບໍ​ລິ​ບູນ​ແລ້ວ.

9 ບັດ​ນີ້, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຄຳ​ນີ້ ຂ້າ​ພະ​ເຈົ້າ​ເລີ່ມ​ຮູ້​ສຶກ​ມີ ຄວາມ​ປາດ​ຖະ​ໜາ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ຊາວ​ນີ​ໄຟ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ; ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້ ທຸ້ມ​ເທ​ຈິດ​ວິນ​ຍານ​ທັງ​ໝົດ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ແກ່​ພຣະ​ເຈົ້າ​ເພື່ອ​ພວກ​ເຂົາ.

10 ແລະ ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ດີ້ນ​ຮົນ​ຢູ່​ໃນ​ວິນ​ຍານ, ຈົ່ງ​ເບິ່ງ, ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຂົ້າ​ສູ່ ຈິດ​ໃຈ​ຂ້າ​ພະ​ເຈົ້າ​ອີກ, ໂດຍ​ກ່າວ​ວ່າ: ເຮົາ​ຈະ​ມາ​ຢ້ຽມ​ຢາມ​ພີ່​ນ້ອງ​ຂອງ​ເຈົ້າ​ຕາມ​ຄວາມ​ພາກ​ພຽນ​ຂອງ​ພວກ​ເຂົາ​ໃນ​ການ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ. ເຮົາ ມອບ​ແຜ່ນ​ດິນ​ນີ້​ໃຫ້​ແກ່​ພວກ​ເຂົາ, ແລະ ມັນ​ເປັນ​ແຜ່ນ​ດິນ​ສັກ​ສິດ, ແລະ ເຮົາ​ບໍ່​ໄດ້ ສາບ​ແຊ່ງ​ມັນ​ນອກ​ຈາກ​ເພາະ​ຄວາມ​ຊົ່ວ​ຮ້າຍ; ດັ່ງ​ນັ້ນ, ເຮົາ​ຈະ​ມາ​ຢ້ຽມ​ຢາມ​ພີ່​ນ້ອງ​ຂອງ​ເຈົ້າ​ຕາມ​ທີ່​ເຮົາ​ໄດ້​ກ່າວ​ໄວ້; ແລະ ເຮົາ​ຈະ​ນຳ​ການ​ລ່ວງ​ລະ​ເມີດ​ຂອງ​ພວກ​ເຂົາ​ພ້ອມ​ກັບ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ມາ​ລົງ​ໃສ່​ຫົວ​ຂອງ​ພວກ​ເຂົາ​ເອງ.

11 ແລະ ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ເອ​ໂນດ​ໄດ້​ຍິນ​ຄຳ​ເຫລົ່າ​ນີ້​ແລ້ວ, ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ຫວັ່ນ​ໄຫວ​ໃນ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ຕໍ່​ພຣະ​ອົງ​ເພື່ອ​ຊາວ​ເລ​ມັນ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ດ້ວຍ​ຄວາມ​ດີ້ນ​ຮົນ​ຢູ່​ດົນ​ນານ​ຫລາຍ​ເທື່ອ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ໄດ້ ອະ​ທິ​ຖານ​ຈົນ​ສຸດ​ຄວາມ​ພາກ​ພຽນ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເຮົາ​ຈະ​ໃຫ້​ເຈົ້າ​ຕາມ ຄວາມ​ປາດ​ຖະ​ໜາ​ຂອງ​ເຈົ້າ​ເພາະ​ສັດ​ທາ​ຂອງ​ເຈົ້າ.

13 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ນີ້​ຄື​ຄວາມ​ປາດ​ຖະ​ໜາ​ທີ່​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຈາກ​ພຣະ​ອົງ—ຄື​ຖ້າ​ຫາກ​ເປັນ​ໄປ​ວ່າ ຊາວ​ນີ​ໄຟ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ຕົກ​ໄປ​ສູ່​ການ​ລ່ວງ​ລະ​ເມີດ, ແລະ ຖືກ​ທຳ​ລາຍ​ດ້ວຍ​ວິ​ທີ​ໃດ​ກໍ​ຕາມ ແລະ ຊາວ​ເລ​ມັນ​ບໍ່​ຖືກ​ທຳ​ລາຍ​ແລ້ວ, ຂໍ​ໃຫ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ ຮັກ​ສາ​ບັນ​ທຶກ​ຂອງ​ຊາວ​ນີ​ໄຟ, ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ; ເຖິງ​ແມ່ນ​ຖ້າ​ຫາກ​ເປັນ​ໄປ​ໂດຍ​ອຳ​ນາດ​ຂອງ​ພຣະ​ຫັດ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ, ເພື່ອ​ຈະ​ໄດ້​ນຳ​ບັນ​ທຶກ ອອກ​ມາ​ໃຫ້​ຊາວ​ເລ​ມັນ​ໃນ​ເວ​ລາ​ໃດ​ເວ​ລາ​ໜຶ່ງ​ໃນ​ອະ​ນາ​ຄົດ, ເພື່ອ​ມັນ​ອາດ​ຈະ ນຳ​ພວກ​ເຂົາ​ມາ​ສູ່​ຄວາມ​ລອດ—

14 ເພາະ​ປະ​ຈຸ​ບັນ​ນີ້ ການ​ດີ້ນ​ຮົນ​ຂອງ​ພວກ​ເຮົາ ບໍ່​ມີ​ປະ​ໂຫຍດ​ໃນ​ການ​ນຳ​ພາ​ເຂົາ​ກັບ​ຄືນ​ມາ​ຫາ​ສັດ​ທາ​ອັນ​ແທ້​ຈິງ. ແລະ ພວກ​ເຂົາ​ສາ​ບານ​ໄວ້​ໃນ​ຄວາມ​ຄຽດ​ແຄ້ນ​ຂອງ​ພວກ​ເຂົາ​ວ່າ, ຖ້າ​ຫາກ​ເປັນ​ໄປ​ໄດ້, ພວກ​ເຂົາ​ຈະ ທຳ​ລາຍ​ບັນ​ທຶກ​ຂອງ​ພວກ​ເຮົາ​ກັບ​ພວກ​ເຮົາ, ແລະ ທັງ​ຮີດ​ຄອງ​ປະ​ເພ​ນີ​ທັງ​ໝົດ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ນຳ​ອີກ.

15 ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ໂດຍ​ຮູ້​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ ຮັກ​ສາ​ບັນ​ທຶກ​ຂອງ​ພວກ​ເຮົາ​ໄວ້​ໄດ້, ຂ້າ​ພະ​ເຈົ້າ​ຈຶ່ງ​ຮ້ອງ​ທູນ​ພຣະ​ອົງ​ຢູ່​ຕະ​ຫລອດ​ເວ​ລາ, ເພາະ​ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ຂໍ​ດ້ວຍ​ສັດ​ທາ, ໂດຍ​ເຊື່ອ​ວ່າ​ເຈົ້າ​ຈະ​ໄດ້​ຮັບ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ, ແລ້ວ​ເຈົ້າ​ຈະ​ໄດ້​ຮັບ.

16 ແລະ ຂ້າ​ພະ​ເຈົ້າ​ມີ​ສັດ​ທາ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ເຈົ້າ​ເພື່ອ​ພຣະ​ອົງ​ຈະ ຮັກ​ສາ ບັນ​ທຶກ​ໄວ້; ແລະ ພຣະ​ອົງ​ໄດ້​ໃຫ້​ພັນ​ທະ​ສັນ​ຍາ​ກັບ​ຂ້າ​ພະ​ເຈົ້າ​ວ່າ ພຣະ​ອົງ​ຈະ ນຳ​ມັນ​ອອກ​ມາ​ໃຫ້​ຊາວ​ເລ​ມັນ​ໃນ​ເວ​ລາ​ອັນ​ເໝາະ​ສົມ​ຂອງ​ພຣະ​ອົງ.

17 ແລະ ຂ້າ​ພະ​ເຈົ້າ​ເອ​ໂນດ​ຮູ້​ວ່າ​ມັນ​ຈະ​ເປັນ​ໄປ​ຕາມ​ພັນ​ທະ​ສັນ​ຍາ​ຊຶ່ງ​ພຣະ​ອົງ​ໄດ້​ໃຫ້​ໄວ້; ດັ່ງ​ນັ້ນ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ເຊົາ​ເປັນ​ຫ່ວງ.

18 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ບັນ​ພະ​ບຸ​ລຸດ​ຂອງ​ເຈົ້າ​ໄດ້​ຂໍ​ຮ້ອງ​ເລື່ອງ​ນີ້​ຈາກ​ເຮົາ​ແລ້ວ; ແລະ ມັນ​ຈະ​ເປັນ​ໄປ​ໃຫ້​ພວກ​ເຂົາ​ຕາມ​ສັດ​ທາ​ຂອງ​ພວກ​ເຂົາ; ເພາະ​ສັດ​ທາ​ຂອງ​ພວກ​ເຂົາ​ເໝືອນ​ກັບ​ຂອງ​ເຈົ້າ.

19 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ເອ​ໂນດ​ໄດ້​ອອກ​ໄປ​ທົ່ວ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີ​ໄຟ, ທຳ​ນາຍ​ເຖິງ​ເລື່ອງ​ທີ່​ຈະ​ມາ​ເຖິງ, ແລະ ໃຫ້​ຖ້ອຍ​ຄຳ​ເຖິງ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ ແລະ ໄດ້​ເຫັນ​ມາ.

20 ແລະ ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຜູ້​ຄົນ​ຂອງ​ນີ​ໄຟ​ໄດ້​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ​ທີ່​ຈະ​ນຳ​ເອົາ​ຊາວ​ເລ​ມັນ ກັບ​ຄືນ​ມາ​ສູ່​ສັດ​ທາ​ອັນ​ແທ້​ຈິງ​ໃນ​ພຣະ​ເຈົ້າ. ແຕ່ ວຽກ​ງານ​ຂອງ​ພວກ​ເຮົາ​ບໍ່​ມີ​ປະ​ໂຫຍດ; ເພາະ​ຄວາມ​ກຽດ​ຊັງ​ຂອງ​ພວກ​ເຂົາ​ຍັງ​ຝັງ​ແໜ້ນ, ແລະ ພວກ​ເຂົາ​ຖືກ​ນຳ​ໄປ​ໂດຍ​ສັນ​ດານ​ຊົ່ວ​ຂອງ​ພວກ​ເຂົາ, ຈົນ​ກັບ​ປ່າ​ເຖື່ອນ ແລະ ຮ້າຍ​ກາດ, ແລະ ເປັນ​ຄົນ ກະ​ຫາຍ​ເລືອດ, ຊຶ່ງ​ເຕັມ​ໄປ​ດ້ວຍ​ການ​ນັບ​ຖື ຮູບ​ບູ​ຊາ ແລະ ຄວາມ​ສົກ​ກະ​ປົກ; ກິນ​ສັດ​ທີ່​ກິນ​ສັດ​ອື່ນໆ; ອາ​ໄສ​ຢູ່​ໃນ​ຜ້າ​ເຕັນ, ແລະ ຊັດ​ເຊ​ພະ​ເນ​ຈອນ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ນຸ່ງ​ແຕ່​ແຜ່ນ​ໜັງ​ສັ້ນໆ​ຄຽນ​ແອວ ແລະ ແຖ​ຫົວ​ໂລ້ນ; ຄວາມ​ຊຳ​ນານ​ຂອງ​ພວກ​ເຂົາ​ຢູ່​ກັບ​ການ​ໃຊ້ ທະ​ນູ, ແລະ ດາບ​ສອງ​ຄົມ, ແລະ ຂວານ. ແລະ ພວກ​ເຂົາ​ສ່ວນ​ຫລາຍ​ບໍ່​ກິນ​ຫຍັງ​ນອກ​ຈາກ​ຊີ້ນ​ດິບ; ແລະ ພວກ​ເຂົາ​ພະ​ຍາ​ຍາມ​ທຳ​ລາຍ​ພວກ​ເຮົາ​ຢູ່​ຕະ​ຫລອດ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ຂອງ​ນີ​ໄຟ​ໄດ້​ໄຖ​ດິນ, ແລະ ປູກ​ພືດ ແລະ ຕົ້ນ​ໝາກ​ໄມ້​ຫລາຍ​ຊະ​ນິດ, ແລະ ລ້ຽງ​ຝູງ​ສັດ​ຫລາຍ​ຊະ​ນິດ, ທັງ​ແບ້​ບ້ານ ແລະ ແບ້​ປ່າ, ທັງ​ມ້າ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ອີກ.

22 ແລະ ມີ ສາດ​ສະ​ດາ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ໃນ​ບັນ​ດາ​ພວກ​ເຮົາ. ແລະ ຜູ້​ຄົນ​ເປັນ​ຄົນ ແຂງ​ຄໍ, ແລະ ຍາກ​ທີ່​ຈະ​ເຂົ້າ​ໃຈ.

23 ແລະ ບໍ່​ມີ​ຫຍັງ​ເລີຍ​ນອກ​ຈາກ ຄວາມ​ຮຸນ​ແຮງ​ທີ່​ສຸດ, ການ​ສັ່ງ​ສອນ ແລະ ການ​ທຳ​ນາຍ​ເຖິງ​ສົງ​ຄາມ, ແລະ ການ​ຂັດ​ແຍ້ງ, ແລະ ການ​ທຳ​ລາຍ, ແລະ ການ​ເຕືອນ​ພວກ​ເຂົາ​ຢູ່​ຕະ​ຫລອດ​ເວ​ລາ​ເຖິງ​ຄວາມ​ຕາຍ, ແລະ ໄລ​ຍະ​ເວ​ລາ​ຂອງ​ຊົ່ວ​ນິ​ລັນ​ດອນ, ແລະ ການ​ພິ​ພາກ​ສາ, ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ, ແລະ ເລື່ອງ​ທັງ​ໝົດ​ນີ້—​ໂດຍ​ກະ​ຕຸ້ນ​ພວກ​ເຂົາ​ຢູ່ ຕະ​ຫລອດ​ວັນ​ເວ​ລາ​ໃຫ້​ພວກ​ເຂົາ​ຢູ່​ໃນ​ຄວາມ​ຢ້ານ​ກົວ​ພຣະ​ຜູ້​ເປັນ​ເຈົ້າ. ຂ້າ​ພະ​ເຈົ້າ​ກ່າວ​ວ່າ ບໍ່​ມີ​ຫຍັງ​ເລີຍ​ນອກ​ຈາກ​ສິ່ງ​ເຫລົ່າ​ນີ້, ແລະ ຄວາມ​ແຈ່ມ​ແຈ້ງ​ທີ່​ສຸດ​ຂອງ​ຄຳ​ເວົ້າ​ທີ່​ຈະ​ກັນ​ບໍ່​ໃຫ້​ພວກ​ເຂົາ​ລົງ​ໄປ​ຫາ​ຄວາມ​ພິ​ນາດ​ຢ່າງ​ໄວ. ແລະ ຕາມ​ນີ້ ຂ້າ​ພະ​ເຈົ້າ​ຈຶ່ງ​ບັນ​ທຶກ​ກ່ຽວ​ກັບ​ພວກ​ເຂົາ.

24 ແລະ ຂ້າ​ພະ​ເຈົ້າ​ເຫັນ​ສົງ​ຄາມ​ລະ​ຫວ່າງ​ຊາວ​ນີ​ໄຟ​ກັບ​ຊາວ​ເລ​ມັນ​ໃນ​ວັນ​ເວ​ລາ​ຂອງ​ຂ້າ​ພະ​ເຈົ້າ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຖົ້າ​ແກ່​ລົງ, ແລະ ເວ​ລາ​ໜຶ່ງ​ຮ້ອຍ​ເຈັດ​ສິບ​ເກົ້າ​ປີ​ໄດ້​ຜ່ານ​ໄປ​ນັບ​ຕັ້ງ​ແຕ່​ເວ​ລາ​ທີ່​ພໍ່​ລີ​ໄຮ​ຂອງ​ພວກ​ເຮົາ​ໄດ້ ອອກ​ຈາກ​ເຢ​ຣູ​ຊາ​ເລັມ​ມາ.

26 ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ​ໃນ​ບໍ່​ຊ້າ​ນີ້ ຂ້າ​ພະ​ເຈົ້າ​ຕ້ອງ​ລົງ​ໄປ​ຫາ​ຫລຸມ​ສົບ​ຂອງ​ຂ້າ​ພະ​ເຈົ້າ, ໂດຍ​ທີ່​ຖືກ​ກະ​ທຳ​ໂດຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ຊຶ່ງ​ໃຫ້​ຂ້າ​ພະ​ເຈົ້າ​ສັ່ງ​ສອນ ແລະ ທຳ​ນາຍ​ຕໍ່​ຜູ້​ຄົນ​ພວກ​ນີ້, ແລະ ປະ​ກາດ​ພຣະ​ຄຳ ຕາມ​ຄວາມ​ຈິງ​ທີ່​ມີ​ຢູ່​ໃນ​ພຣະ​ຄຣິດ. ແລະ ຂ້າ​ພະ​ເຈົ້າ​ໄດ້​ປະ​ກາດ​ມາ​ຕະ​ຫລອດ​ວັນ​ເວ​ລາ​ຂອງ​ຂ້າ​ພະ​ເຈົ້າ, ແລະ ປິ​ຕິ​ຍິນ​ດີ​ໃນ​ສິ່ງ​ເຫລົ່າ​ນີ້​ເໜືອ​ກວ່າ​ສິ່ງ​ໃດໆ​ໃນ​ໂລກ.

27 ແລະ ໃນ​ບໍ່​ຊ້າ​ຂ້າ​ພະ​ເຈົ້າ​ຈະ​ໄປ​ຫາ ບ່ອນ​ພັກ​ຜ່ອນ​ຂອງ​ຂ້າ​ພະ​ເຈົ້າ ຊຶ່ງ​ຢູ່​ກັບ​ພຣະ​ຜູ້​ໄຖ່​ຂອງ​ຂ້າ​ພະ​ເຈົ້າ; ເພາະ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ໃນ​ພຣະ​ອົງ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ພັກ​ຜ່ອນ. ແລະ ຂ້າ​ພະ​ເຈົ້າ​ປິ​ຕິ​ຍິນ​ດີ​ໃນ​ວັນ​ເມື່ອ ຄວາມ​ເປັນ​ມະ​ຕະ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ສວມ​ໃສ່ ຄວາມ​ເປັນ​ອະ​ມະ​ຕະ, ແລະ ຈະ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ; ເພາະ​ໃນ​ເວ​ລາ​ນັ້ນ ຂ້າ​ພະ​ເຈົ້າ​ຈະ​ເຫັນ​ພຣະ​ພັກ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ສຸກ​ໃຈ, ແລະ ພຣະ​ອົງ​ຈະ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ມາ​ຫາ​ເຮົາ​ເຖີດ, ເຈົ້າ​ຜູ້​ເປັນ​ສຸກ, ເຮົາ​ມີ​ບ່ອນ​ຕຽມ​ໄວ້​ໃຫ້​ເຈົ້າ​ແລ້ວ​ຢູ່​ໃນ ຜາ​ສາດ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ. ອາ​ແມນ.

ພິມ