ພຣະ​ຄຳ​ພີ
ອີ​ເທີ 12


ບົດ​ທີ 12

ສາດ​ສະ​ດາ​ອີ​ເທີ​ຊັກ​ຊວນ​ໃຫ້​ຜູ້​ຄົນ​ເຊື່ອ​ໃນ​ພຣະ​ເຈົ້າ—ໂມ​ໂຣ​ໄນ​ເວົ້າ​ຢ້ຳ​ເຖິງ​ການ​ແປກ​ປະ​ຫລາດ ແລະ ສິ່ງ​ອັດ​ສະ​ຈັນ​ທີ່​ເຮັດ​ໄດ້​ດ້ວຍ​ສັດ​ທາ—ສັດ​ທາ​ເຮັດ​ໃຫ້​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ສາ​ມາດ​ເຫັນ​ພຣະ​ຄຣິດ—ພຣະ​ຜູ້​ເປັນ​ເຈົ້າ​ມອບ​ຄວາມ​ອ່ອນ​ແອ​ໃຫ້​ມະ​ນຸດ​ເພື່ອ​ບາງ​ທີ​ເຂົາ​ອາດ​ຈະ​ຖ່ອມ​ຕົວ​ລົງ—ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ຍ້າຍ​ພູ​ຊີ​ຣິນ​ໄດ້​ດ້ວຍ​ສັດ​ທາ—ສັດ​ທາ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ​ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ຄວາມ​ລອດ—ໂມ​ໂຣ​ໄນ​ເຫັນ​ພຣະ​ເຢ​ຊູ​ໜ້າ​ຕໍ່​ໜ້າ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອີ​ເທີ​ມີ​ຊີ​ວິດ​ຢູ່​ໃນ​ວັນ​ເວ​ລາ​ຂອງ ໂຄ​ຣິ​ອານ​ທະ​ເມີ; ແລະ ໂຄ​ຣິ​ອານ​ທະ​ເມີ​ເປັນ​ກະ​ສັດ​ປົກ​ຄອງ​ທົ່ວ​ແຜ່ນ​ດິນ.

2 ແລະ ອີ​ເທີ​ເປັນສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ດັ່ງ​ນັ້ນ ອີ​ເທີ​ຈຶ່ງ​ໄດ້​ອອກ​ມາ​ໃນ​ວັນ​ເວ​ລາ​ຂອງ​ໂຄ​ຣິ​ອານ​ທະ​ເມີ, ແລະ ໄດ້​ເລີ່ມ​ທຳ​ນາຍ​ແກ່​ຜູ້​ຄົນ, ເພາະ​ວ່າ​ຈະ ຫ້າມ​ເພິ່ນ​ບໍ່​ໄດ້​ຍ້ອນ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ສະ​ຖິດ​ຢູ່​ກັບ​ເພິ່ນ.

3 ເພາະ​ວ່າ​ເພິ່ນ​ໄດ້ ປ່າວ​ປະ​ກາດ​ຕັ້ງ​ແຕ່​ຕອນ​ເຊົ້າ​ຈົນ​ຮອດ​ຕາ​ເວັນ​ຕົກ​ດິນ, ແລະ ຊັກ​ຊວນ​ຜູ້​ຄົນ​ໃຫ້​ເຊື່ອ​ໃນ​ພຣະ​ເຈົ້າ​ເພື່ອ​ຈະ​ນຳ​ໄປ​ສູ່​ການ​ກັບ​ໃຈ ຖ້າ​ບໍ່​ດັ່ງ​ນັ້ນ ພວກ​ເຂົາ​ຈະ​ຖືກ ທຳ​ລາຍ, ໂດຍ​ກ່າວ​ກັບ​ພວກ​ເຂົາ​ວ່າ ດ້ວຍ ສັດ​ທາ ທຸກ​ສິ່ງ​ທຸກ​ຢ່າງ​ຍ່ອມ​ສຳ​ເລັດ—

4 ດັ່ງ​ນັ້ນ, ຜູ້​ໃດ​ທີ່​ເຊື່ອ​ໃນ​ພຣະ​ເຈົ້າ ຜູ້​ນັ້ນ​ອາດ​ຈະ ມຸ້ງ​ຫວັງ​ຢ່າງ​ແນ່​ນອນ​ສຳ​ລັບ​ໂລກ​ທີ່​ຈະ​ດີ​ກວ່າ​ນີ້, ແທ້​ຈິງ​ແລ້ວ, ແມ່ນ​ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ, ຊຶ່ງ​ຄວາມ​ຫວັງ​ນີ້​ມາ​ຈາກ​ສັດ​ທາ​ອັນ​ເຮັດ ຫລັກ​ໝັ້ນ​ໃຫ້​ແກ່​ຈິດ​ວິນ​ຍານ​ຂອງ​ມະ​ນຸດ, ຊຶ່ງ​ຈະ​ເຮັດ​ໃຫ້​ເຂົາ​ແນ່​ໃຈ ແລະ ແນ່ວ​ແນ່, ເຮັດ​ວຽກ​ງານ​ດີ​ໃຫ້​ຫລາຍ​ຢູ່​ສະ​ເໝີ, ອັນ​ຈະ​ນຳ​ໄປ​ຫາ ການ​ຖວາຍ​ບາ​ລະ​ມີ​ແດ່​ພຣະ​ເຈົ້າ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອີ​ເທີ​ໄດ້​ທຳ​ນາຍ​ເລື່ອງ​ທີ່​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ແກ່​ຜູ້​ຄົນ, ຊຶ່ງ​ພວກ​ເຂົາ​ບໍ່​ເຊື່ອ​ຍ້ອນ​ວ່າ​ພວກ​ເຂົາ​ບໍ່​ເຫັນ​ມັນ.

6 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ໂມ​ໂຣ​ໄນ​ຈະ​ເວົ້າ​ບາງ​ຢ່າງ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້; ຂ້າ​ພະ​ເຈົ້າ​ຈະ​ສະ​ແດງ​ຕໍ່​ໂລກ​ວ່າ ສັດ​ທາ​ຄື​ສິ່ງ​ທີ່ ມຸ້ງ​ຫວັງ​ໄວ້ ແລະ ຍັງ ບໍ່​ທັນ​ເຫັນ; ດັ່ງ​ນັ້ນ ຈົ່ງ​ຢ່າ​ໄດ້​ໂຕ້​ຖຽງ​ກັນ​ເລີຍ, ເພາະ​ທ່ານ​ບໍ່​ເຫັນ​ຍ້ອນ​ວ່າ​ທ່ານ​ຈະ​ບໍ່​ໄດ້​ຮັບ​ພະ​ຍານ​ຈົນ​ກວ່າ​ຫລັງ​ຈາກ ການ​ທົດ​ລອງ​ສັດ​ທາ​ຂອງ​ທ່ານ.

7 ເພາະ​ເປັນ​ດ້ວຍ​ສັດ​ທາ​ທີ່​ພຣະ​ຄຣິດ​ໄດ້​ມາ​ປະ​ກົດ​ຕົວ​ແກ່​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ, ຫລັງ​ຈາກ​ພຣະ​ອົງ​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ; ແລະ ພຣະ​ອົງ​ຈະ​ບໍ່​ປະ​ກົດ​ຕົວ​ແກ່​ພວກ​ເຂົາ ຈົນ​ກວ່າ​ຫລັງ​ຈາກ​ພວກ​ເຂົາ​ມີ​ສັດ​ທາ​ໃນ​ພຣະ​ອົງ​ແລ້ວ; ດັ່ງ​ນັ້ນ, ມັນ​ຈຶ່ງ​ຕ້ອງ​ເປັນ​ໄປ​ວ່າ ບາງ​ຄົນ​ມີ​ສັດ​ທາ​ໃນ​ພຣະ​ອົງ, ເພາະ​ວ່າ​ພຣະ​ອົງ​ບໍ່​ໄດ້​ປະ​ກົດ​ຕົວ​ແກ່​ໂລກ.

8 ແຕ່​ເປັນ​ຍ້ອນ​ສັດ​ທາ​ຂອງ​ມະ​ນຸດ ພຣະ​ອົງ​ຈຶ່ງ​ຈະ​ມາ​ປະ​ກົດ​ຕົວ​ແກ່​ໂລກ, ແລະ ຖວາຍ​ບາ​ລະ​ມີ​ພຣະ​ນາມ ຂອງ​ພຣະ​ບິ​ດາ, ແລະ ຕຽມ​ທາງ​ໄວ້​ເພື່ອ​ໂດຍ​ທາງ​ນັ້ນ ຜູ້​ອື່ນ​ຈະ​ໄດ້​ມີ​ສ່ວນ​ໃນ​ຂອງ​ປະ​ທານ​ຈາກ​ສະ​ຫວັນ, ເພື່ອ​ເຂົາ​ຈະ​ໄດ້​ຫວັງ​ໃນ​ສິ່ງ​ເຫລົ່າ​ນັ້ນ ຊຶ່ງ​ພວກ​ເຂົາ​ຍັງ​ບໍ່​ທັນ​ເຫັນ​ເທື່ອ.

9 ດັ່ງ​ນັ້ນ, ທ່ານ​ຈະ​ມີ​ຄວາມ​ຫວັງ​ອີກ, ແລະ ເປັນ​ຜູ້​ມີ​ສ່ວນ​ໃນ​ຂອງ​ປະ​ທານ​ນັ້ນ, ຖ້າ​ພຽງ​ແຕ່​ທ່ານ​ມີ​ສັດ​ທາ.

10 ຈົ່ງ​ເບິ່ງ ເປັນ​ດ້ວຍ​ສັດ​ທາ​ຄົນ​ໃນ​ສະ​ໄໝ​ກ່ອນ ຈຶ່ງ​ຖືກ ເອີ້ນ​ຕາມ​ລະ​ບຽບ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ.

11 ດັ່ງ​ນັ້ນ, ດ້ວຍ​ສັດ​ທາ ພຣະ​ອົງ​ຈຶ່ງ​ປະ​ທານ​ກົດ​ຂອງ​ໂມ​ເຊ​ໃຫ້. ແຕ່​ດ້ວຍ​ຂອງ​ປະ​ທານ​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ ພຣະ​ເຈົ້າ​ຈຶ່ງ​ໄດ້​ຕຽມ​ເສັ້ນ​ທາງ ອັນ​ປະ​ເສີດ​ທີ່​ສຸດ​ໃຫ້; ແລະ ເປັນ​ດ້ວຍ​ສັດ​ທາ​ມັນ​ຈຶ່ງ​ສຳ​ເລັດ.

12 ເພາະຖ້າ​ຫາກ​ບໍ່​ມີ ສັດ​ທາ​ໃນ​ບັນ​ດາ​ລູກ​ຫລານ​ມະ​ນຸດ ພຣະ​ເຈົ້າ​ຈະ​ເຮັດ ສິ່ງ​ມະ​ຫັດ​ສະ​ຈັນ​ໃນ​ບັນ​ດາ​ພວກ​ເຂົາ​ບໍ່​ໄດ້; ດັ່ງ​ນັ້ນ ພຣະ​ອົງ​ຈຶ່ງ​ບໍ່​ປະ​ກົດ​ຕົວ​ຈົນ​ກວ່າ​ຫລັງ​ຈາກ​ທີ່​ພວກ​ເຂົາ​ມີ​ສັດ​ທາ.

13 ຈົ່ງ​ເບິ່ງ, ມັນ​ແມ່ນ​ສັດ​ທາ​ຂອງ​ແອວ​ມາ ແລະ ແອມ​ມິວ​ເລັກ​ທີ່​ເຮັດ​ໃຫ້ ຄຸກ​ພັງ​ທະ​ລາຍ​ລົງ​ພື້ນ​ດິນ.

14 ຈົ່ງ​ເບິ່ງ, ມັນ​ແມ່ນ​ສັດ​ທາ​ຂອງ​ນີ​ໄຟ ແລະ ລີ​ໄຮ​ທີ່​ເຮັດ​ໃຫ້​ເກີດ​ການ ປ່ຽນ​ແປງ​ກັບ​ຊາວ​ເລ​ມັນ, ຈົນ​ວ່າ​ພວກ​ເຂົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ດ້ວຍ​ໄຟ ແລະ ດ້ວຍ ພຣະ​ວິນ​ຍານ​ບໍ​ລິ​ສຸດ.

15 ຈົ່ງ​ເບິ່ງ, ມັນ​ແມ່ນ​ສັດ​ທາ​ຂອງ ອຳ​ໂມນ ແລະ ພີ່​ນ້ອງ​ຂອງ​ລາວ ຊຶ່ງ​ໄດ້ ເຮັດ​ສິ່ງ​ມະ​ຫັດ​ສະ​ຈັນ​ອັນ​ຍິ່ງ​ໃຫຍ່​ເຊັ່ນ​ນີ້​ໃນ​ບັນ​ດາ​ຊາວ​ເລ​ມັນ.

16 ແທ້​ຈິງ​ແລ້ວ, ແລະ ຄົນ​ທັງ​ປວງ​ທີ່​ເຮັດ ສິ່ງ​ມະ​ຫັດ​ສະ​ຈັນ​ກໍ​ເຮັດ​ດ້ວຍ ສັດ​ທາ, ເຖິງ​ແມ່ນ​ຜູ້​ທີ່​ເປັນ​ຢູ່​ມາ​ກ່ອນ​ພຣະ​ຄຣິດ ແລະ ຜູ້​ທີ່​ເປັນ​ຢູ່​ພາຍ​ຫລັງ​ພຣະ​ຄຣິດ​ກໍ​ຄື​ກັນ.

17 ແລະ ມັນ​ເປັນ​ຍ້ອນ​ສັດ​ທາ​ທີ່​ສາ​ນຸ​ສິດ​ສາມ​ຄົນ​ໄດ້​ຮັບ​ສັນ​ຍາ​ວ່າ ພວກ​ເພິ່ນ ບໍ່​ຈຳ​ເປັນ​ຕ້ອງ​ຊີມ​ລົດ​ຊາດ​ຂອງ​ຄວາມ​ຕາຍ​ເລີຍ; ແລະ ພວກ​ເພິ່ນ​ບໍ່​ໄດ້​ຮັບ​ສັນ​ຍາ​ນີ້​ຈົນ​ກວ່າ​ຫລັງ​ຈາກ​ພວກ​ເພິ່ນ​ມີ​ສັດ​ທາ.

18 ແລະ ທັງ​ບໍ່​ວ່າ​ເວ​ລາ​ໃດ​ກໍ​ຕາມ ຈະ​ບໍ່​ມີ​ຜູ້​ໃດ​ສາ​ມາດ​ເຮັດ​ສິ່ງ​ມະ​ຫັດ​ສະ​ຈັນ​ໄດ້​ເລີຍ​ຈົນ​ກວ່າ​ຜູ້​ນັ້ນ​ຈະ​ມີ​ສັດ​ທາ​ເສຍ​ກ່ອນ; ດັ່ງ​ນັ້ນ ກ່ອນ​ອື່ນ​ໝົດ​ເຂົາ​ຕ້ອງ​ເຊື່ອ​ໃນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ເສຍ​ກ່ອນ.

19 ແລະ ມີ​ຫລາຍ​ຄົນ​ທີ່​ມີ​ສັດ​ທາ​ອັນ​ແຮງ​ກ້າ, ແມ່ນ​ແຕ່ ກ່ອນ​ພຣະ​ຄຣິດ​ສະ​ເດັດ​ມາ, ຜູ້​ບໍ່​ສາ​ມາດ​ຖືກ​ກີດ​ກັນ​ຈາກ​ພາຍ​ໃນ ມ່ານ, ແຕ່​ໄດ້​ເຫັນ​ດ້ວຍ​ຕາ​ຂອງ​ຕົນ​ເອງ ຊຶ່ງ​ສິ່ງ​ເຫລົ່າ​ນັ້ນ ພວກ​ເຂົາ​ໄດ້​ເຫັນ​ແລ້ວ​ດ້ວຍ​ຕາ​ແຫ່ງ​ສັດ​ທາ, ແລະ ພວກ​ເຂົາ​ກໍ​ພໍ​ໃຈ.

20 ແລະ ຈົ່ງ​ເບິ່ງ, ພວກ​ເຮົາ​ເຫັນ​ໃນ​ບັນ​ທຶກ​ນີ້​ວ່າ ຄົນ​ຜູ້​ໜຶ່ງ​ໃນ​ຈຳ​ນວນ​ຄົນ​ເຫລົ່າ​ນີ້​ຄື​ນ້ອງ​ຊາຍ​ຂອງ​ຢາ​ເຣັດ; ຍ້ອນ​ວ່າ​ລາວ​ມີ​ສັດ​ທາ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ພຣະ​ເຈົ້າ, ເວ​ລາ​ພຣະ​ເຈົ້າ​ເດ່ ນິ້ວ​ພຣະ​ຫັດ​ອອກ​ມາ ພຣະ​ອົງ​ຈຶ່ງ​ບໍ່​ສາ​ມາດ​ເຊື່ອງ​ມັນ​ໄວ້​ໃຫ້​ພົ້ນ​ຈາກ​ສາຍ​ຕາ​ຂອງ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ໄດ້, ເພາະ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ອົງ​ທີ່​ຮັບ​ສັ່ງ​ກັບ​ລາວ ຊຶ່ງ​ຄຳ​ນັ້ນ​ລາວ​ໄດ້​ຮັບ​ມາ​ໂດຍ​ສັດ​ທາ.

21 ແລະ ຫລັງ​ຈາກ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ເຫັນ​ນິ້ວ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ, ເປັນ​ເພາະ ສັນ​ຍາ​ທີ່​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ໄດ້​ຮັບ​ມາ​ໂດຍ​ສັດ​ທາ, ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ບໍ່​ສາ​ມາດ​ບັງ​ສິ່ງ​ໃດ​ໃຫ້​ພົ້ນ​ຈາກ​ສາຍ​ຕາ​ຂອງ​ລາວ​ໄດ້; ດັ່ງ​ນັ້ນ ພຣະ​ອົງ​ຈຶ່ງ​ສະ​ແດງ​ທຸກ​ສິ່ງ​ທຸກ​ຢ່າງ​ແກ່​ລາວ, ເພາະ​ພຣະ​ອົງ​ບໍ່​ສາ​ມາດ​ກີດ​ກັນ​ລາວ​ໃຫ້​ຢູ່​ນອກ ມ່ານ​ອີກ​ຕໍ່​ໄປ.

22 ແລະ ເປັນ​ດ້ວຍ​ສັດ​ທາ​ທີ່​ບັນ​ພະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ ສັນ​ຍາ​ວ່າ ສິ່ງ​ເຫລົ່າ​ນີ້​ຈະ​ມາ​ຫາ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ໂດຍ​ຜ່ານ​ຄົນ​ຕ່າງ​ຊາດ; ສະ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ບັນ​ຊາ​ຂ້າ​ພະ​ເຈົ້າ; ແທ້​ຈິງ​ແລ້ວ, ຄື​ພຣະ​ເຢ​ຊູ​ຄຣິດ.

23 ແລະ ຂ້າ​ພະ​ເຈົ້າ​ທູນ​ຕໍ່​ພຣະ​ອົງ​ວ່າ: ພຣະ​ອົງ​ເຈົ້າ​ເອີຍ, ຄົນ​ຕ່າງ​ຊາດ​ຈະ​ເຍາະ​ເຍີ້ຍ​ສິ່ງ​ເຫລົ່າ​ນີ້, ເພາະ ຄວາມ​ອ່ອນ​ແອ​ຂອງ​ການ​ຂຽນ​ຂອງ​ພວກ​ຂ້າ​ນ້ອຍ; ເພາະ​ພຣະ​ອົງ​ເຈົ້າ​ເອີຍ ພຣະ​ອົງ​ໄດ້​ເຮັດ​ໃຫ້​ພວກ​ຂ້າ​ນ້ອຍ ຍິ່ງ​ໃຫຍ່​ໃນ​ຄຳ​ເວົ້າ​ໂດຍ​ສັດ​ທາ, ແຕ່​ພຣະ​ອົງ​ບໍ່​ໄດ້​ເຮັດ​ໃຫ້​ພວກ​ຂ້າ​ນ້ອຍ​ຍິ່ງ​ໃຫຍ່​ໃນ​ການ​ຂຽນ; ເພາະ​ພຣະ​ອົງ​ເຮັດ​ໃຫ້​ຜູ້​ຄົນ​ພວກ​ນີ້​ເວົ້າ​ໄດ້​ຫລາຍ​ເພາະ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຊຶ່ງ​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ແກ່​ພວກ​ເຂົາ;

24 ແລະ ພຣະ​ອົງ​ໄດ້​ເຮັດ​ໃຫ້​ພວກ​ຂ້າ​ນ້ອຍ​ຂຽນ​ໄດ້​ພຽງ​ໜ້ອຍ​ດຽວ, ເພາະ​ຄວາມ​ບໍ່​ຊຳ​ນິ​ຊຳ​ນານ​ຂອງ​ມື​ຂອງ​ພວກ​ຂ້າ​ນ້ອຍ. ຈົ່ງ​ເບິ່ງ, ພຣະ​ອົງ​ບໍ່​ໄດ້​ເຮັດ​ໃຫ້​ພວກ​ຂ້າ​ນ້ອຍ​ຍິ່ງ​ໃຫຍ່​ໃນ ການ​ຂຽນ​ຄື​ກັນ​ກັບ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ, ເພາະ​ພຣະ​ອົງ​ເຮັດ​ໃຫ້​ເລື່ອງ​ຊຶ່ງ​ລາວ​ຂຽນ​ໄວ້​ນັ້ນ​ຍິ່ງ​ໃຫຍ່​ຄື​ກັນ​ກັບ​ພຣະ​ອົງ, ຈົນ​ວ່າ​ເກີນ​ກຳ​ລັງ​ຂອງ​ມະ​ນຸດ​ທີ່​ຈະ​ອ່ານ​ມັນ​ໄດ້.

25 ພຣະ​ອົງ​ເຮັດ​ໃຫ້​ຄຳ​ເວົ້າ​ຂອງ​ພວກ​ຂ້າ​ນ້ອຍ​ມີ​ອຳ​ນາດ ແລະ ຍິ່ງ​ໃຫຍ່​ນຳ​ອີກ, ຈົນ​ວ່າ​ພວກ​ຂ້າ​ນ້ອຍ​ຂຽນ​ໄວ້​ບໍ່​ໄດ້; ດັ່ງ​ນັ້ນ, ເວ​ລາ​ພວກ​ຂ້າ​ນ້ອຍ​ຂຽນ ພວກ​ຂ້າ​ນ້ອຍ​ຈຶ່ງ​ເຫັນ​ຄວາມ​ອ່ອນ​ແອ​ຂອງ​ຕົນ, ແລະ ສະ​ດຸດ​ຍ້ອນ​ວ່າ​ການ​ວາງ​ຄຳ​ເວົ້າ​ຂອງ​ພວກ​ຂ້າ​ນ້ອຍ; ແລະ ຂ້າ​ນ້ອຍ​ຢ້ານ​ວ່າ​ຄົນ​ຕ່າງ​ຊາດ​ຈະ ເຍາະ​ເຍີ້ຍ​ຄຳ​ເວົ້າ​ຂອງ​ພວກ​ຂ້າ​ນ້ອຍ.

26 ແລະ ເວ​ລາ​ຂ້າ​ພະ​ເຈົ້າ​ເວົ້າ​ຂໍ້​ຄວາມ​ນີ້​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຄົນ​ໂງ່​ຈະ ເຍາະ​ເຍີ້ຍ, ແຕ່​ວ່າ​ເຂົາ​ຈະ​ເປັນ​ທຸກ; ແລະ ຄຸນ​ງາມ​ຄວາມ​ດີ​ຂອງ​ເຮົາ​ມີ​ພຽງ​ພໍ​ສຳ​ລັບ​ຄົນ​ທີ່​ອ່ອນ​ໂຍນ, ເພື່ອ​ເຂົາ​ຈະ​ບໍ່​ເອົາ​ປຽບ​ຄວາມ​ອ່ອນ​ແອ​ຂອງ​ເຈົ້າ.

27 ແລະ ຖ້າ​ຫາກ​ມະ​ນຸດ​ມາ​ຫາ​ເຮົາ, ເຮົາ​ຈະ​ສະ​ແດງ​ໃຫ້​ເຂົາ​ເຫັນ ຄວາມ​ອ່ອນ​ແອ​ຂອງ​ເຂົາ. ເຮົາ​ຈະ ມອບ​ຄວາມ​ອ່ອນ​ແອ​ໃຫ້​ມະ​ນຸດ ເພື່ອ​ເຂົາ​ຈະ​ໄດ້​ຖ່ອມ​ຕົວ; ແລະ ພຣະ​ຄຸນ​ຂອງ​ເຮົາ​ມີ​ພຽງ​ພໍ​ສຳ​ລັບ​ຄົນ​ທັງ​ປວງ​ທີ່ ຖ່ອມ​ຕົວ​ຕໍ່​ໜ້າ​ເຮົາ; ເພາະ​ຖ້າ​ຫາກ​ເຂົາ​ຖ່ອມ​ຕົວ​ຕໍ່​ໜ້າ​ເຮົາ, ແລະ ມີ​ສັດ​ທາ​ໃນ​ເຮົາ, ເວ​ລາ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້​ສິ່ງ​ທີ່ ອ່ອນ​ແອ​ນັ້ນ​ກັບ​ມາ​ເຂັ້ມ​ແຂງ​ສຳ​ລັບ​ເຂົາ.

28 ຈົ່ງ​ເບິ່ງ, ເຮົາ​ຈະ​ສະ​ແດງ​ໃຫ້​ຄົນ​ຕ່າງ​ຊາດ​ເຫັນ​ຄວາມ​ອ່ອນ​ແອ​ຂອງ​ເຂົາ, ແລະ ເຮົາ​ຈະ​ສະ​ແດງ​ໃຫ້​ເຂົາ​ເຫັນ​ວ່າ ສັດ​ທາ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ​ຈະ​ນຳ​ພວກ​ເຂົາ​ມາ​ຫາ​ເຮົາ—ຊຶ່ງ​ເປັນ​ອ່າງ​ນ້ຳ​ແຫ່ງ​ຄວາມ​ຊອບ​ທຳ​ທັງ​ປວງ.

29 ແລະ ຂ້າ​ພະ​ເຈົ້າ​ໂມ​ໂຣ​ໄນ​ເວ​ລາ​ໄດ້​ຍິນ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ, ກໍ​ສະ​ບາຍ​ໃຈ​ຂຶ້ນ, ແລະ ທູນ​ວ່າ: ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ປະ​ສົງ​ອັນ​ຊອບ​ທຳ​ຂອງ​ພຣະ​ອົງ​ຈະ​ສຳ​ເລັດ, ເພາະ​ວ່າ​ຂ້າ​ນ້ອຍ​ຮູ້​ວ່າ ພຣະ​ອົງ​ເຮັດ​ວຽກ​ງານ​ໃຫ້​ລູກ​ຫລານ​ມະ​ນຸດ​ຕາມ​ສັດ​ທາ​ຂອງ​ເຂົາ;

30 ເພາະ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ເວົ້າ​ກັບ​ພູ​ຊີ​ຣິນ​ວ່າ, ຈົ່ງ ຍ້າຍ​ໄປ—ແລະ ມັນ​ກໍ​ໄດ້​ຍ້າຍ​ໄປ. ແລະ ຖ້າ​ຫາກ​ລາວ​ບໍ່​ມີ​ສັດ​ທາ ມັນ​ກໍ​ຈະ​ບໍ່​ຍ້າຍ​ໄປ; ດັ່ງ​ນັ້ນ ພຣະ​ອົງ​ຈຶ່ງ​ເຮັດ​ວຽກ​ງານ​ຫລັງ​ຈາກ​ທີ່​ມະ​ນຸດ​ມີ​ສັດ​ທາ.

31 ເພາະ​ວ່າ​ພຣະ​ອົງ​ໄດ້​ສະ​ແດງ​ພຣະ​ອົງ​ເອງ​ໃຫ້​ປະ​ຈັກ​ແກ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ຕາມ​ນັ້ນ; ເພາະ​ຫລັງ​ຈາກ​ທີ່​ພວກ​ເຂົາ​ມີ ສັດ​ທາ ແລະ ໄດ້​ເວົ້າ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ພຣະ​ອົງ​ຈຶ່ງ​ໄດ້​ປະ​ກົດ​ຕົວ​ຕໍ່​ພວກ​ເຂົາ​ດ້ວຍ​ອຳ​ນາດ​ອັນ​ຍິ່ງ​ໃຫຍ່.

32 ແລະ ຂ້າ​ນ້ອຍ​ຈື່​ໄດ້​ອີກ​ວ່າ ພຣະ​ອົງ​ກ່າວ​ວ່າ ພຣະ​ອົງ​ໄດ້​ຕຽມ​ທີ່​ພັກ​ໄວ້​ໃຫ້​ແກ່​ມະ​ນຸດ, ແທ້​ຈິງ​ແລ້ວ, ແມ່ນ​ໃນ​ທ່າມ​ກາງ ຜາ​ສາດ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ, ຊຶ່ງ​ໃນ​ນັ້ນ ມະ​ນຸດ​ຈະ​ໄດ້​ມີ ຄວາມ​ຫວັງ​ອັນ​ປະ​ເສີດ​ທີ່​ສຸດ; ດັ່ງ​ນັ້ນ ມະ​ນຸດ​ຈຶ່ງ​ຕ້ອງ​ມີ​ຄວາມ​ຫວັງ, ຖ້າ​ບໍ່​ດັ່ງ​ນັ້ນ ເຂົາ​ຈະ​ຮັບ​ມູນ​ມໍ​ລະ​ດົກ​ໃນ​ບ່ອນ​ທີ່​ພຣະ​ອົງ​ຕຽມ​ໄວ້​ບໍ່​ໄດ້.

33 ແລະ ອີກ​ເທື່ອ​ໜຶ່ງ, ຂ້າ​ນ້ອຍ​ຈື່​ໄດ້​ອີກ​ວ່າ ພຣະ​ອົງ​ກ່າວ​ວ່າ ພຣະ​ອົງ ຮັກ​ໂລກ, ຈົນ​ຍອມ​ເສຍ​ສະ​ລະ​ພຣະ​ຊົນ​ເພື່ອ​ໂລກ, ເພື່ອ​ພຣະ​ອົງ​ຈະ​ໄດ້​ຮັບ​ພຣະ​ຊົນ​ຄືນ​ອີກ ເພື່ອ​ຕຽມ​ບ່ອນ​ໄວ້​ໃຫ້​ລູກ​ຫລານ​ມະ​ນຸດ.

34 ແລະ ບັດ​ນີ້​ຂ້າ​ນ້ອຍ​ຮູ້​ວ່າ ຄວາມ​ຮັກ​ນີ້​ຊຶ່ງ​ພຣະ​ອົງ​ມີ​ຕໍ່​ລູກ​ຫລານ​ມະ​ນຸດ​ເປັນ​ຄວາມ​ໃຈ​ບຸນ; ດັ່ງ​ນັ້ນ, ຖ້າ​ຫາກ​ມະ​ນຸດ​ບໍ່​ມີ​ຄວາມ​ໃຈ​ບຸນ​ແລ້ວ ເຂົາ​ຈະ​ຮັບ​ບ່ອນ​ຊຶ່ງ​ພຣະ​ອົງ​ຕຽມ​ໄວ້​ໃນ​ຜາ​ສາດ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ບໍ່​ໄດ້.

35 ດັ່ງ​ນັ້ນ, ຂ້າ​ນ້ອຍ​ຮູ້​ຈັກ​ສິ່ງ​ເຫລົ່າ​ນີ້​ຊຶ່ງ​ພຣະ​ອົງ​ກ່າວ, ວ່າ​ຖ້າ​ຫາກ​ຄົນ​ຕ່າງ​ຊາດ​ບໍ່​ມີ​ຄວາມ​ໃຈ​ບຸນ, ເພາະ​ຄວາມ​ອ່ອນ​ແອ​ຂອງ​ພວກ​ຂ້າ​ນ້ອຍ, ວ່າ​ພຣະ​ອົງ​ຈະ​ພິ​ສູດ​ເຂົາ, ແລະ ເອົາ ພອນ​ສະ​ຫວັນ​ໄປ​ຈາກ​ເຂົາ, ແທ້​ຈິງ​ແລ້ວ, ເຖິງ​ແມ່ນສິ່ງ​ຊຶ່ງ​ເຂົາ​ໄດ້​ຮັບ, ແລະ ຈະ​ມອບໃຫ້​ແກ່​ຜູ້​ທີ່​ຈະ​ມີ​ຄວາມ​ໃຈ​ບຸນ​ຢ່າງ​ລົ້ນ​ເຫລືອ.

36 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ໃຫ້​ພຣະ​ອົງ​ປະ​ທານ ຄຸນ​ງາມ​ຄວາມ​ດີ​ໃຫ້​ແກ່​ຄົນ​ຕ່າງ​ຊາດ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ຄວາມ​ໃຈ​ບຸນ.

37 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຖ້າ​ຫາກ​ພວກ​ເຂົາ​ບໍ່​ມີ​ຄວາມ​ໃຈ​ບຸນ ມັນ​ກໍ​ບໍ່​ສຳ​ຄັນ​ສຳ​ລັບ​ເຈົ້າ, ເຈົ້າ​ເປັນ​ຄົນ​ຊື່​ສັດ; ດັ່ງ​ນັ້ນ ອາ​ພອນ​ຂອງ​ເຈົ້າ​ຈຶ່ງ​ຖືກ​ຊຳ​ລະ​ລ້າງ​ໃຫ້ ຂາວ​ສະ​ອາດ​ແລ້ວ. ແລະ ຍ້ອນ​ວ່າ​ເຈົ້າ​ເຫັນ ຄວາມ​ອ່ອນ​ແອ​ຂອງ​ເຈົ້າ​ເອງ, ເຈົ້າ​ຈຶ່ງ​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ, ຈົນ​ວ່າ​ສາ​ມາດ​ໄປ​ນັ່ງ​ລົງ​ໃນ​ບ່ອນ ຊຶ່ງ​ເຮົາ​ໄດ້​ຕຽມ​ໄວ້​ໃນ​ຜາ​ສາດ​ຂອງ​ພຣະ​ບິ​ດາຂອງ​ເຮົາ.

38 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ໂມ​ໂຣ​ໄນ​ຂໍ​ກ່າວ​ຄຳ​ອຳ​ລາ​ຄົນ​ຕ່າງ​ຊາດ, ແທ້​ຈິງ​ແລ້ວ, ແລະ ທັງ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ຜູ້​ທີ່​ຂ້າ​ພະ​ເຈົ້າ​ຮັກ​ແພງ​ນຳ​ອີກ, ຈົນ​ກວ່າ​ພວກ​ເຮົາ​ຈະ​ພົບ​ກັນ​ອີກ​ຕໍ່​ໜ້າ ບັນ​ລັງ​ພິ​ພາກ​ສາ​ຂອງ​ພຣະ​ຄຣິດ, ຊຶ່ງ​ເປັນ​ບ່ອນ​ທີ່​ຄົນ​ທັງ​ໝົດ​ຈະ​ຮູ້​ຈັກ​ວ່າ ອາ​ພອນ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ມີ​ຈຸດ​ດ່າງ​ດຳ​ດ້ວຍ​ເລືອດ​ຂອງ​ທ່ານ.

39 ແລະ ເວ​ລາ​ນັ້ນ​ທ່ານ​ຈະ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ໄດ້ ເຫັນ​ພຣະ​ເຢ​ຊູ, ແລະ ວ່າ​ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ ໜ້າ​ຕໍ່​ໜ້າ, ແລະ ວ່າ​ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ຖ່ອມ​ຕົວ​ຢ່າງ​ງ່າຍ​ດາຍ, ຄື​ກັນ​ກັບ​ຄົນ​ຜູ້​ໜຶ່ງ​ເວົ້າ​ກັບ​ຄົນ​ອີກ​ຜູ້​ໜຶ່ງ​ໃນ​ພາ​ສາ​ຂອງ​ຂ້າ​ພະ​ເຈົ້າ​ເອງ​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້;

40 ແລະ ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ໄວ້​ພຽງ​ໜ້ອຍ​ດຽວ​ເທົ່າ​ນັ້ນ, ເພາະ​ຄວາມ​ອ່ອນ​ແອ​ໃນ​ການ​ຂຽນ​ຂອງ​ຂ້າ​ພະ​ເຈົ້າ.

41 ແລະ ບັດ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ໃຫ້​ທ່ານ ສະ​ແຫວງ​ຫາ​ພຣະ​ເຢ​ຊູ​ອົງ​ນີ້ ຜູ້​ຊຶ່ງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ໄດ້​ຂຽນ​ໄວ້, ເພື່ອ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ, ແລະ ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ນຳ​ອີກ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ ຊຶ່ງ ເປັນ​ພະ​ຍານ​ເຖິງ​ພວກ​ພຣະ​ອົງ, ເພື່ອ​ຈະ​ຢູ່​ນຳ ແລະ ສະ​ຖິດ​ຢູ່​ໃນ​ທ່ານ​ຕະ​ຫລອດ​ໄປ. ອາ​ແມນ.

ພິມ