ບົດທີ 2
ຊາວຢາເຣັດຕຽມພ້ອມເພື່ອການເດີນທາງໄປຫາແຜ່ນດິນແຫ່ງຄຳສັນຍາ—ມັນເປັນແຜ່ນດິນບ່ອນທີ່ມະນຸດຈະຕ້ອງຮັບໃຊ້ພຣະຄຣິດ ຖ້າບໍ່ດັ່ງນັ້ນຈະຖືກກວາດອອກໄປ—ພຣະຜູ້ເປັນເຈົ້າສົນທະນາກັບນ້ອງຊາຍຂອງຢາເຣັດເປັນເວລາສາມຊົ່ວໂມງ—ຊາວຢາເຣັດສ້າງເຮືອຈຳນວນໜຶ່ງ—ພຣະຜູ້ເປັນເຈົ້າຖາມນ້ອງຊາຍຂອງຢາເຣັດວ່າເຮັດແນວໃດເຮືອນັ້ນຈຶ່ງຈະມີແສງສະຫວ່າງ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ຢາເຣັດ ແລະ ນ້ອງຊາຍຂອງລາວພ້ອມທັງຄອບຄົວຂອງພວກເຂົາ, ພ້ອມດ້ວຍໝູ່ເພື່ອນຂອງຢາເຣັດ ແລະ ນ້ອງຊາຍຂອງລາວພ້ອມທັງຄອບຄົວຂອງພວກເຂົາເຫລົ່ານັ້ນ, ລົງໄປຫາຮ່ອມພູຊຶ່ງຢູ່ທາງເໜືອ, (ແລະ ຮ່ອມພູນັ້ນມີຊື່ວ່າ ນີມໂຣດ, ຊຶ່ງເອີ້ນຕາມຊື່ນາຍພານທີ່ມີຊື່ສຽງຜູ້ໜຶ່ງ) ພ້ອມທັງຝູງສັດລ້ຽງຂອງພວກເຂົາ ຊຶ່ງພວກເຂົາໄດ້ເຕົ້າໂຮມໄວ້, ທັງໂຕຜູ້ ແລະ ໂຕແມ່ທຸກຊະນິດ.
2 ແລະ ພວກເຂົາໄດ້ຫ້າງແຮ້ວຈັບນົກໃນອາກາດ; ແລະ ພວກເຂົາໄດ້ຕຽມພາຊະນະ ຊຶ່ງໃນນັ້ນພວກເຂົາຈະໄດ້ເອົາປາຈາກນ້ຳໄປກັບພວກເຂົາ.
3 ແລະ ພວກເຂົາໄດ້ເອົາເດເຊເຣັດໄປນຳ ຊຶ່ງແປວ່າ ໂຕເຜິ້ງ, ແລະ ພວກເຂົາໄດ້ເອົາຝູງເຜິ້ງໄປນຳດັ່ງນັ້ນ; ແລະ ສິ່ງທີ່ມີຢູ່ໃນຜືນແຜ່ນດິນນາໆຊະນິດ, ເມັດພືດເຄື່ອງປູກຂອງຝັງທຸກຊະນິດ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາພວກເຂົາລົງມາຮອດຮ່ອມພູນີມໂຣດແລ້ວ ພຣະຜູ້ເປັນເຈົ້າໄດ້ສະເດັດລົງມາ ແລະ ກ່າວກັບນ້ອງຊາຍຂອງຢາເຣັດ; ແລະ ພຣະອົງໄດ້ປະທັບຢູ່ໃນ ກ້ອນເມກ, ແລະ ນ້ອງຊາຍຂອງຢາເຣັດກໍບໍ່ໄດ້ເຫັນພຣະອົງເລີຍ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ບັນຊາພວກເຂົາໃຫ້ເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, ແທ້ຈິງແລ້ວ, ໄປຫາສ່ວນບ່ອນທີ່ບໍ່ມີຜູ້ໃດໄປເຖິງ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ສະເດັດອອກທາງໜ້າພວກເຂົາ, ແລະ ໄດ້ກ່າວກັບພວກເຂົາຂະນະທີ່ພຣະອົງປະທັບຢູ່ໃນ ກ້ອນເມກ, ແລະ ຊີ້ທາງທີ່ພວກເຂົາຄວນຈະໄປຫາ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ເດີນທາງເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, ແລະ ໄດ້ສ້າງເຮືອບັນທຸກ ຊຶ່ງດ້ວຍເຮືອນັ້ນພວກເຂົາຈະໄດ້ໃຊ້ຂ້າມແມ່ນ້ຳຫລາຍສາຍ ແລະ ໄດ້ຮັບການຊີ້ທາງຕະຫລອດເວລາ ໂດຍພຣະຫັດຂອງພຣະຜູ້ເປັນເຈົ້າ.
7 ແລະ ພຣະຜູ້ເປັນເຈົ້າບໍ່ຍອມໃຫ້ພວກເຂົາຢຸດພັກໃນຖິ່ນແຫ້ງແລ້ງກັນດານເລີຍທະເລໄປ, ແຕ່ພຣະອົງຢາກໃຫ້ພວກເຂົາເລີຍໄປຈົນເຖິງ ແຜ່ນດິນແຫ່ງຄຳສັນຍາ ຊຶ່ງປະເສີດເລີດລ້ຳກວ່າແຜ່ນດິນອື່ນໃດທັງສິ້ນ ຊຶ່ງອົງພຣະຜູ້ເປັນເຈົ້າໄດ້ຮັກສາໄວ້ໃຫ້ຄົນຊອບທຳ.
8 ແລະ ພຣະອົງໄດ້ສາບານກັບນ້ອງຊາຍຂອງຢາເຣັດດ້ວຍພຣະພິໂລດວ່າ, ຜູ້ໃດກໍຕາມທີ່ຈະເປັນເຈົ້າຂອງແຜ່ນດິນແຫ່ງຄຳສັນຍານີ້ ນັບແຕ່ເວລານັ້ນໄປຕະຫລອດການ, ຜູ້ນັ້ນຈະຕ້ອງ ຮັບໃຊ້ພຣະອົງ ຜູ້ເປັນພຣະເຈົ້າອົງທ່ຽງແທ້ ແລະ ອົງດຽວເທົ່ານັ້ນ, ຖ້າບໍ່ດັ່ງນັ້ນ ພວກເຂົາຈະຖືກ ກວາດອອກໄປເມື່ອຄວາມສົມບູນແຫ່ງພຣະພິໂລດຂອງພຣະອົງມາຫາພວກເຂົາ.
9 ແລະ ບັດນີ້, ພວກເຮົາເຫັນໄດ້ເຖິງພຣະດຳລັດຂອງພຣະເຈົ້າກ່ຽວກັບແຜ່ນດິນນີ້, ຄືເປັນແຜ່ນດິນແຫ່ງຄຳສັນຍາ; ແລະ ຊາດໃດກໍຕາມທີ່ເປັນເຈົ້າຂອງ ຊາດນັ້ນຈະຕ້ອງຮັບໃຊ້ພຣະເຈົ້າ, ຖ້າບໍ່ດັ່ງນັ້ນ ເຂົາຈະຖືກກວາດອອກໄປເວລາຄວາມສົມບູນແຫ່ງພຣະພິໂລດຂອງພຣະອົງມາຫາພວກເຂົາ. ແລະ ຄວາມສົມບູນແຫ່ງພຣະພິໂລດຂອງພຣະອົງຈະມາຫາພວກເຂົາໃນເວລາພວກເຂົາສຸກຢູ່ໃນຄວາມຊົ່ວຮ້າຍ.
10 ເພາະຈົ່ງເບິ່ງ, ນີ້ເປັນແຜ່ນດິນທີ່ປະເສີດເລີດລ້ຳກວ່າແຜ່ນດິນອື່ນໃດທັງສິ້ນ; ດັ່ງນັ້ນຜູ້ທີ່ເປັນເຈົ້າຂອງຈະຕ້ອງຮັບໃຊ້ພຣະເຈົ້າ; ຖ້າບໍ່ດັ່ງນັ້ນ ຈະຖືກກວາດອອກໄປ ເພາະວ່າມັນເປັນພຣະດຳລັດອັນເປັນນິດຂອງພຣະເຈົ້າ. ແລະ ມັນຈະບໍ່ເກີດຂຶ້ນຈົນກວ່າຈະຮອດ ຄວາມສົມບູນຂອງຄວາມຊົ່ວຮ້າຍໃນບັນດາລູກຫລານຂອງແຜ່ນດິນ ທີ່ພວກເຂົາຈະຖືກ ກວາດອອກໄປ.
11 ແລະ ມັນຈະມາຫາທ່ານ, ໂອ້ ທ່ານ ຄົນຕ່າງຊາດ, ເພື່ອທ່ານຈະໄດ້ຮູ້ຈັກພຣະດຳລັດຂອງພຣະເຈົ້າ—ເພື່ອທ່ານຈະກັບໃຈ, ແລະ ບໍ່ຢູ່ໃນຄວາມຊົ່ວຮ້າຍຂອງທ່ານຕໍ່ໄປຈົນກວ່າຄວາມສົມບູນນັ້ນມາຮອດ, ເພື່ອທ່ານຈະບໍ່ໄດ້ນຳເອົາຄວາມສົມບູນແຫ່ງພຣະພິໂລດຂອງພຣະເຈົ້າລົງມາຫາທ່ານຄືກັນກັບຜູ້ອາໄສຂອງແຜ່ນດິນເຄີຍເຮັດມາແລ້ວ.
12 ຈົ່ງເບິ່ງ, ນີ້ເປັນແຜ່ນດິນທີ່ປະເສີດເລີດລ້ຳ, ແລະ ປະຊາດຊາດໃດກໍຕາມທີ່ຈະມາເປັນເຈົ້າຂອງມັນ ຈະເປັນ ອິດສະລະຈາກຄວາມເປັນທາດ, ແລະ ຈາກການເປັນຊະເລີຍ ແລະ ຈາກປະຊາຊາດອື່ນທັງໝົດພາຍໃຕ້ສະຫວັນຊັ້ນຟ້ານີ້, ຖ້າຫາກເຂົາພຽງແຕ່ຈະ ຮັບໃຊ້ພຣະເຈົ້າຂອງແຜ່ນດິນ, ຄືພຣະເຢຊູຄຣິດ, ຜູ້ຊຶ່ງໄດ້ສະແດງໃຫ້ປະຈັກມາແລ້ວໂດຍເລື່ອງທີ່ພວກເຮົາຂຽນໄວ້.
13 ແລະ ບັດນີ້ຂ້າພະເຈົ້າເລີ່ມເຮັດບັນທຶກຂອງຂ້າພະເຈົ້າຕໍ່ໄປ; ເພາະຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ນຳເອົາຢາເຣັດ ແລະ ນ້ອງຊາຍຂອງລາວມາຈົນຮອດທະເລໃຫຍ່ແບ່ງແຍກແຜ່ນດິນ. ແລະ ເມື່ອພວກເຂົາມາຮອດທະເລແລ້ວ ພວກເຂົາໄດ້ຕັ້ງຜ້າເຕັນຂຶ້ນ; ແລະ ພວກເຂົາເອີ້ນບ່ອນນັ້ນວ່າ ໂມຣິອານຄູເມີ; ແລະ ພວກເຂົາໄດ້ອາໄສຢູ່ໃນຜ້າເຕັນນັ້ນຢູ່ແຄມຝັ່ງທະເລແຫ່ງນັ້ນເປັນເວລາສີ່ປີ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນທ້າຍປີທີສີ່ ພຣະຜູ້ເປັນເຈົ້າໄດ້ສະເດັດລົງມາຫານ້ອງຊາຍຂອງຢາເຣັດອີກ, ແລະ ປະທັບຢູ່ໃນກ້ອນເມກ ແລະ ໄດ້ກ່າວກັບລາວ. ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບນ້ອງຊາຍຂອງຢາເຣັດເປັນເວລາສາມຊົ່ວໂມງ, ແລະ ຕີສອນລາວ ຍ້ອນວ່າລາວບໍ່ໄດ້ຈື່ຈຳທີ່ຈະ ເອີ້ນຫາພຣະນາມຂອງພຣະຜູ້ເປັນເຈົ້າເລີຍ.
15 ແລະ ນ້ອງຊາຍຂອງຢາເຣັດໄດ້ກັບໃຈຈາກຄວາມຊົ່ວທີ່ລາວໄດ້ເຮັດໄປນັ້ນ, ແລະ ໄດ້ເອີ້ນຫາພຣະນາມຂອງພຣະຜູ້ເປັນເຈົ້າເພື່ອພີ່ນ້ອງຂອງລາວຜູ້ທີ່ຢູ່ນຳລາວ. ແລະ ພຣະຜູ້ເປັນເຈົ້າໄດ້ບອກລາວວ່າ: ເຮົາຈະຍົກໂທດໃຫ້ເຈົ້າ ແລະ ພີ່ນ້ອງຂອງເຈົ້າກ່ຽວກັບບາບຂອງພວກເຂົາ; ແຕ່ວ່າເຈົ້າຢ່າໄດ້ເຮັດບາບອີກຕໍ່ໄປ, ແລະ ເຈົ້າຈົ່ງຈຳໄວ້ວ່າ ວິນຍານຂອງເຮົາຈະບໍ່ ພະຍາຍາມຢູ່ກັບມະນຸດສະເໝີໄປ; ດັ່ງນັ້ນ, ຖ້າຫາກເຈົ້າເຮັດບາບອີກຕໍ່ໄປຈົນສຸກເຕັມທີ່ແລ້ວ, ເຈົ້າຈະຖືກຕັດອອກຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າ. ແລະ ນີ້ຄືຄວາມນຶກຄິດຂອງເຮົາກ່ຽວກັບແຜ່ນດິນ ຊຶ່ງເຮົາຈະໃຫ້ແກ່ເຈົ້າເພື່ອເປັນມູນມໍລະດົກຂອງເຈົ້າ; ເພາະວ່າມັນຈະເປັນແຜ່ນດິນທີ່ ປະເສີດເລີດລ້ຳກວ່າແຜ່ນດິນອື່ນໃດທັງສິ້ນ.
16 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວວ່າ: ຈົ່ງລົງມືເຮັດວຽກ, ແລະ ສ້າງເຮືອຕາມແບບຊຶ່ງເຮົາເຮັດໄວ້ກ່ອນນັ້ນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ນ້ອງຊາຍຂອງຢາເຣັດໄດ້ລົງມືສ້າງເຮືອພ້ອມທັງພີ່ນ້ອງຂອງລາວ, ແລະ ໄດ້ສ້າງເຮືອຕາມແບບທີ່ພວກເຂົາໄດ້ເຮັດມາແລ້ວຕາມ ຄຳແນະນຳຂອງພຣະຜູ້ເປັນເຈົ້າ, ແລະ ມັນນ້ອຍ ແລະ ເບົາຢູ່ເທິງໜ້ານ້ຳຄືກັນກັບຄວາມເບົາຂອງນົກທີ່ຢູ່ເທິງໜ້ານ້ຳ.
17 ແລະ ເຮືອເຫລົ່ານັ້ນຖືກສ້າງຂຶ້ນຕາມວິທີອັນ ແໜ້ນໜາທີ່ສຸດ, ຈົນວ່າມັນສາມາດບັນຈຸນ້ຳໄດ້ຄືກັນກັບຊາມ; ແລະ ທ້ອງຂອງມັນແໜ້ນໜາຄືກັນກັບຊາມ; ແລະ ຂ້າງຂອງມັນແໜ້ນໜາຄືກັນກັບຊາມ, ແລະ ທ້າຍທັງສອງເບື້ອງສ້ວຍແຫລມ; ແລະ ທາງເທິງຂອງມັນແໜ້ນໜາຄືກັນກັບຊາມ; ແລະ ຄວາມຍາວຂອງມັນຄືກັນກັບຄວາມຍາວຂອງຕົ້ນໄມ້; ແລະ ປະຕູຂອງມັນ, ເວລາປິດແລ້ວ, ມັນແໜ້ນໜາຄືກັນກັບຊາມ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ນ້ອງຊາຍຂອງຢາເຣັດໄດ້ທູນຕໍ່ພຣະຜູ້ເປັນເຈົ້າ, ມີຄວາມວ່າ: ໂອ້ ພຣະຜູ້ເປັນເຈົ້າ, ຂ້ານ້ອຍໄດ້ເຮັດວຽກຊຶ່ງພຣະອົງບັນຊາຂ້ານ້ອຍແລ້ວ, ແລະ ຂ້ານ້ອຍໄດ້ເຮັດເຮືອຕາມທີ່ພຣະອົງແນະນຳໃຫ້ຂ້ານ້ອຍເຮັດ.
19 ແລະ ຈົ່ງທອດພຣະເນດເບິ່ງ, ໂອ້ ພຣະຜູ້ເປັນເຈົ້າ, ມັນບໍ່ມີແສງສະຫວ່າງຢູ່ໃນເຮືອເລີຍ? ແລະ ຂ້ານ້ອຍຈະບັງຄັບເຮືອໄປທາງໃດ? ພວກຂ້ານ້ອຍຈະຕ້ອງຕາຍເພາະວ່າພວກຂ້ານ້ອຍຫາຍໃຈບໍ່ໄດ້ໃນເຮືອ, ນອກຈາກດ້ວຍອາກາດທີ່ຢູ່ໃນນັ້ນ; ສະນັ້ນພວກຂ້ານ້ອຍຈະຕ້ອງຕາຍ.
20 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບນ້ອງຊາຍຂອງຢາເຣັດວ່າ: ຈົ່ງເບິ່ງ, ໃຫ້ເຈົ້າເຈາະຮູຂ້າງເທິງຮູໜຶ່ງ ແລະ ເຈາະທ້ອງເຮືອອີກຮູໜຶ່ງ. ແລະ ເມື່ອເຈົ້າຈະຕ້ອງທົນທຸກເພາະຂາດອາກາດ ໃຫ້ເຈົ້າເປີດຮູ ແລະ ຮັບອາກາດ. ແລະ ຖ້າຫາກເປັນໄປວ່ານ້ຳໄຫລເຂົ້າມາຫາເຈົ້າ, ຈົ່ງເບິ່ງ, ໃຫ້ເຈົ້າປິດຮູເພື່ອເຈົ້າຈະບໍ່ຕາຍດ້ວຍນ້ຳຖ້ວມ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ນ້ອງຊາຍຂອງຢາເຣັດໄດ້ເຮັດຕາມນັ້ນ, ຕາມທີ່ພຣະຜູ້ເປັນເຈົ້າບັນຊາໃຫ້ເຮັດ.
22 ແລະ ລາວໄດ້ຮ້ອງທູນຕໍ່ພຣະຜູ້ເປັນເຈົ້າອີກມີຄວາມວ່າ: ໂອ້ ພຣະຜູ້ເປັນເຈົ້າ, ຂໍຈົ່ງໂປດທອດພຣະເນດເຖີດ, ຂ້ານ້ອຍໄດ້ເຮັດຕາມທີ່ພຣະອົງໄດ້ບັນຊາຂ້ານ້ອຍແລ້ວ, ແລະ ຂ້ານ້ອຍໄດ້ຕຽມພາຊະນະໄວ້ສຳລັບຜູ້ຄົນຂອງຂ້ານ້ອຍແລ້ວ, ແລະ ຈົ່ງທອດພຣະເນດເຖີດ, ມັນບໍ່ມີແສງສະຫວ່າງເລີຍຢູ່ໃນນັ້ນ. ຈົ່ງທອດພຣະເນດເຖີດ, ໂອ້ ພຣະຜູ້ເປັນເຈົ້າ, ພຣະອົງຈະປ່ອຍໃຫ້ພວກຂ້ານ້ອຍຂ້າມນ້ຳອັນກວ້າງໃຫຍ່ດ້ວຍຄວາມມືດບໍ?
23 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບນ້ອງຊາຍຂອງຢາເຣັດວ່າ: ເຈົ້າຢາກໃຫ້ເຮົາເຮັດສິ່ງໃດໃຫ້ເຈົ້າ ເພື່ອເຈົ້າຈະໄດ້ມີແສງສະຫວ່າງຢູ່ໃນພາຊະນະຂອງເຈົ້າ? ເພາະຈົ່ງເບິ່ງ, ເຈົ້າບໍ່ສາມາດມີປ່ອງຢ້ຽມເພາະວ່າມັນຈະແຕກອອກເປັນປ່ຽງໆ, ທັງເຈົ້າບໍ່ສາມາດເອົາໄຟໄປກັບເຈົ້າ ເພາະວ່າເຈົ້າຈະບໍ່ໄດ້ໄປດ້ວຍແສງໄຟ.
24 ເພາະຈົ່ງເບິ່ງ, ເຈົ້າຈະເປັນຄືກັບປາວານຢູ່ໃນກາງທະເລ; ເພາະວ່າຄື້ນທະເລຈະມາກະທົບຖ້ວມເຈົ້າ. ເຖິງຢ່າງໃດກໍຕາມ, ເຈົ້າຈະຂຶ້ນມາອີກຈາກຄວາມເລິກຂອງທະເລ; ເພາະວ່າ ລົມນັ້ນພັດອອກຈາກປາກຂອງເຮົາ, ແລະ ເຮົາຈະສົ່ງ ຝົນ ແລະ ນ້ຳຖ້ວມໄປນຳອີກ.
25 ແລະ ຈົ່ງເບິ່ງ, ເຮົາຕຽມເຈົ້າໄວ້ຕໍ່ສູ້ສິ່ງເຫລົ່ານີ້; ເພາະວ່າເຈົ້າຈະຂ້າມຄວາມເລິກອັນກວ້າງໃຫຍ່ນີ້ໄປບໍ່ໄດ້ນອກຈາກວ່າເຮົາຈະຕຽມເຈົ້າຕໍ່ສູ້ກັບຄື້ນທະເລ ແລະ ລົມທີ່ພັດມາ ແລະ ນ້ຳຖ້ວມທີ່ຈະມາຫາເຈົ້າເສຍກ່ອນ. ສະນັ້ນ ເຈົ້າຢາກໃຫ້ເຮົາຕຽມສິ່ງໃດໃຫ້ເຈົ້າ ເພື່ອເຈົ້າຈະໄດ້ມີແສງສະຫວ່າງເວລາເຈົ້າຖືກກືນເຂົ້າໄປໃນຄວາມເລິກທີ່ສຸດຂອງທະເລ?