ບົດທີ 6
ເຮືອຂອງຊາວຢາເຣັດຖືກລົມພັດໄປຫາແຜ່ນດິນແຫ່ງຄຳສັນຍາ—ຜູ້ຄົນສັນລະເສີນພຣະຜູ້ເປັນເຈົ້າສຳລັບພຣະກະລຸນາທິຄຸນຂອງພຣະອົງ—ໂອໄຣຮາໄດ້ຖືກແຕ່ງຕັ້ງໃຫ້ເປັນກະສັດປົກຄອງພວກເຂົາ—ຢາເຣັດ ແລະ ນ້ອງຊາຍຂອງລາວໄດ້ສິ້ນຊີວິດໄປ.
1 ແລະ ບັດນີ້ຂ້າພະເຈົ້າໂມໂຣໄນເລີ່ມຂຽນບັນທຶກຂອງຢາເຣັດ ແລະ ນ້ອງຊາຍຂອງລາວຕໍ່ໄປ.
2 ເພາະເຫດການໄດ້ບັງເກີດຂຶ້ນຫລັງຈາກພຣະຜູ້ເປັນເຈົ້າໄດ້ຕຽມ ກ້ອນຫີນເຫລົ່ານັ້ນ ຊຶ່ງນ້ອງຊາຍຂອງຢາເຣັດນຳຂຶ້ນໄປເທິງພູເຂົາແລ້ວ, ນ້ອງຊາຍຂອງຢາເຣັດໄດ້ລົງມາຈາກພູນັ້ນ, ແລະ ລາວໄດ້ເອົາກ້ອນຫີນໃສ່ໄວ້ໃນພາຊະນະ ຊຶ່ງຕຽມໄວ້ແລ້ວ, ກ້ອນໜຶ່ງໄວ້ແຕ່ລະສົ້ນຂອງເຮືອ; ແລະ ຈົ່ງເບິ່ງ, ມັນໄດ້ໃຫ້ຄວາມສະຫວ່າງແກ່ພາຊະນະເຫລົ່ານັ້ນ.
3 ແລະ ພຣະຜູ້ເປັນເຈົ້າຈຶ່ງໄດ້ເຮັດໃຫ້ກ້ອນຫີນສ່ອງແສງໃນຄວາມມືດ, ເພື່ອໃຫ້ຄວາມແຈ້ງແກ່ພວກຜູ້ຊາຍ, ພວກແມ່ຍິງ, ແລະ ເດັກນ້ອຍ, ເພື່ອພວກເຂົາຈະບໍ່ໄດ້ຂ້າມຜືນນ້ຳອັນກວ້າງໃຫຍ່ໃນຄວາມມືດ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາພວກເຂົາຕຽມອາຫານທຸກຢ່າງໄວ້ຮຽບຮ້ອຍແລ້ວ ເພື່ອພວກເຂົາຈະໄດ້ດຳລົງຄົງຢູ່ໄດ້ໃນທະເລນ້ຳນັ້ນ, ແລະ ອາຫານສຳລັບສັດລ້ຽງ ແລະ ຝູງສັດໃຊ້ແຮງງານຂອງພວກເຂົາ, ພ້ອມທັງສັດປ່າ ແລະ ນົກນາໆຊະນິດ ທີ່ພວກເຂົາຄວນເອົາໄປນຳອີກ—ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພວກເຂົາຈັດແຈງຮຽບຮ້ອຍແລ້ວ ພວກເຂົາໄດ້ລົງໄປຫາພາຊະນະ ຫລື ເຮືອຂອງພວກເຂົາ ແລະ ອອກທະເລໄປ, ໂດຍມອບຕົນໄວ້ກັບພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ອົງພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ເກີດ ລົມແຮງພັດຢູ່ເທິງໜ້ານ້ຳ ພັດໄປທາງແຜ່ນດິນແຫ່ງຄຳສັນຍາ; ແລະ ພວກເຂົາຈຶ່ງຖືກລົມພັດຍູ້ໄປເທິງຄື້ນຂອງທະເລດັ່ງນັ້ນ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາຖືກຝັງຢູ່ໃນຄວາມເລິກຂອງທະເລຫລາຍເທື່ອ ຍ້ອນວ່າຟອງນ້ຳຂະໜາດໃຫຍ່ ຊຶ່ງພັດພວກເຂົາ ແລະ ພະຍຸຝົນຟ້າຄະນອງໃຫຍ່ ແລະ ຮ້າຍແຮງ ຊຶ່ງເກີດຂຶ້ນຍ້ອນຄວາມຮ້າຍກາດຂອງລົມ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາພວກເຂົາຖືກຝັງຢູ່ໃນຄວາມເລິກຂອງທະເລ ນ້ຳກໍເຮັດອັນຕະລາຍໃຫ້ພວກເຂົາບໍ່ໄດ້ເລີຍ, ເພາະພາຊະນະຂອງພວກເຂົານັ້ນ ແໜ້ນໜາຄືກັນກັບຊາມ, ແລະ ພວກມັນແໜ້ນໜາຄືກັນກັບ ເຮືອຂອງໂນອາ; ສະນັ້ນເວລາທີ່ພວກເຂົາຈົມລົງນ້ຳເລິກ ພວກເຂົາກໍຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ, ແລະ ພຣະອົງກໍໄດ້ນຳພວກເຂົາຂຶ້ນມາໜ້ານ້ຳອີກ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ລົມບໍ່ໄດ້ຢຸດພັດໄປທາງແຜ່ນດິນແຫ່ງຄຳສັນຍາເລີຍໃນຂະນະທີ່ພວກເຂົາຢູ່ເທິງແຜ່ນນ້ຳ; ແລະ ພວກເຂົາຈຶ່ງໄດ້ຖືກຍູ້ໄປທາງໜ້າລົມນັ້ນ.
9 ແລະ ພວກເຂົາໄດ້ ຮ້ອງສັນລະເສີນພຣະຜູ້ເປັນເຈົ້າ; ແທ້ຈິງແລ້ວ, ນ້ອງຊາຍຂອງຢາເຣັດໄດ້ຮ້ອງສັນລະເສີນພຣະຜູ້ເປັນເຈົ້າໝົດມື້; ແລະ ລາວໄດ້ ຂອບພຣະຄຸນ ແລະ ສັນລະເສີນພຣະຜູ້ເປັນເຈົ້າຕະຫລອດທັງວັນ; ແລະ ເມື່ອຮອດຕອນກາງຄືນ, ພວກເຂົາກໍບໍ່ໄດ້ຢຸດສັນລະເສີນພຣະຜູ້ເປັນເຈົ້າ.
10 ແລະ ພວກເຂົາໄດ້ຖືກພັດໄປດັ່ງນັ້ນ; ແລະ ບໍ່ມີຜີສາດທະເລຕົວໃດສາມາດທຳລາຍພວກເຂົາໄດ້ເລີຍ, ທັງປາວານກໍເຮັດໃຫ້ພວກເຂົາເສຍຫາຍບໍ່ໄດ້; ແລະ ພວກເຂົາມີແສງສະຫວ່າງຢູ່ຕະຫລອດເວລາເຖິງແມ່ນຈະຢູ່ເທິງນ້ຳ ຫລື ໃຕ້ນ້ຳ.
11 ແລະ ພວກເຂົາໄດ້ຖືກພັດໄປຢູ່ເທິງໜ້ານ້ຳເປັນເວລາສາມຮ້ອຍສີ່ສິບສີ່ມື້.
12 ແລະ ພວກເຂົາໄດ້ຂຶ້ນຝັ່ງຂອງແຜ່ນດິນແຫ່ງຄຳສັນຍາ. ແລະ ເວລາພວກເຂົາກ້າວຕີນຂຶ້ນຝັ່ງຂອງແຜ່ນດິນແຫ່ງຄຳສັນຍາແລ້ວ, ພວກເຂົາກໍກົ້ມຂາບລົງຢູ່ກັບພື້ນດິນ, ແລະ ໄດ້ຖ່ອມຕົວຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ແລະ ໄດ້ຫລັ່ງນ້ຳຕາຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ເພາະຄວາມສຸກຍ້ອນວ່າພຣະກະລຸນາທິຄຸນອັນລົ້ນເຫລືອຂອງພຣະອົງທີ່ມີຕໍ່ພວກເຂົາ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ອອກໄປຕາມຜືນແຜ່ນດິນ ແລະ ເລີ່ມໄຖດິນ.
14 ແລະ ຢາເຣັດມີລູກຊາຍຢູ່ສີ່ຄົນ; ແລະ ພວກເຂົາມີຊື່ວ່າ ຢາຄົມ, ແລະ ກຽວກາ, ແລະ ເມຮາ, ແລະ ໂອໄຣຮາ.
15 ແລະ ນ້ອງຊາຍຂອງຢາເຣັດກໍມີລູກຊາຍ ແລະ ລູກສາວຫລາຍຄົນຄືກັນ.
16 ແລະ ໝູ່ເພື່ອນຂອງຢາເຣັດ ແລະ ນ້ອງຊາຍຂອງລາວມີຈຳນວນປະມານຊາວສອງຄົນ; ແລະ ພວກເຂົາເກີດລູກຊາຍ ແລະ ລູກສາວຫລາຍຄົນກ່ອນທີ່ຈະມາຮອດແຜ່ນດິນແຫ່ງຄຳສັນຍານີ້; ແລະ ສະນັ້ນພວກເຂົາຈຶ່ງເລີ່ມມີຈຳນວນຄົນຫລາຍຂຶ້ນ.
17 ແລະ ພວກເຂົາໄດ້ຮັບການສິດສອນໃຫ້ ເດີນໄປຢ່າງຖ່ອມຕົວຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ; ແລະ ພວກເຂົາໄດ້ຮັບການ ສິດສອນຈາກເບື້ອງບົນນຳອີກ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາເລີ່ມແຜ່ຂະຫຍາຍອອກໄປທົ່ວແຜ່ນດິນ ແລະ ເພີ່ມທະວີຂຶ້ນ, ແລະ ໄດ້ໄຖດິນ; ແລະ ພວກເຂົາໄດ້ໝັ້ນຄົງຫລາຍຂຶ້ນໃນແຜ່ນດິນ.
19 ແລະ ນ້ອງຊາຍຂອງຢາເຣັດເລີ່ມເຖົ້າແກ່ລົງ, ແລະ ເຫັນວ່າໃນບໍ່ຊ້ານີ້ຕົນເອງກໍຈະຕ້ອງລົງໄປສູ່ຫລຸມຝັງສົບແລ້ວ; ດັ່ງນັ້ນ ລາວຈຶ່ງເວົ້າກັບຢາເຣັດວ່າ: ໃຫ້ພວກເຮົາເຕົ້າໂຮມຜູ້ຄົນຂອງພວກເຮົາ ເພື່ອພວກເຮົາຈະໄດ້ນັບຈຳນວນພວກເຂົາ, ເພື່ອພວກເຮົາຈະໄດ້ຮູ້ຈັກວ່າ ພວກເຂົາປາດຖະໜາອັນໃດຈາກພວກເຮົາກ່ອນທີ່ພວກເຮົາຈະລົງໄປສູ່ຫລຸມຝັງສົບ.
20 ແລະ ຜູ້ຄົນໄດ້ມາເຕົ້າໂຮມກັນຕາມນັ້ນ. ບັດນີ້ຈຳນວນລູກຊາຍ ແລະ ລູກສາວຂອງນ້ອງຊາຍຂອງຢາເຣັດມີຊາວສອງຄົນ; ແລະ ຈຳນວນລູກສາວ ແລະ ລູກຊາຍຂອງຢາເຣັດມີສິບສອງຄົນ, ລາວມີລູກຊາຍຢູ່ສີ່ຄົນ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ເຂົາເຈົ້າໄດ້ນັບຈຳນວນຜູ້ຄົນຂອງຕົນ; ແລະ ຫລັງຈາກເຂົາເຈົ້າໄດ້ນັບຈຳນວນແລ້ວ, ເຂົາເຈົ້າໄດ້ສອບຖາມເຖິງຄວາມປາດຖະໜາຂອງພວກເຂົາວ່າ ພວກເຂົາປາດຖະໜາໃຫ້ເຂົາເຈົ້າເຮັດຫຍັງໃຫ້ພວກເຂົາກ່ອນທີ່ເຂົາເຈົ້າຈະລົງໄປສູ່ຫລຸມຝັງສົບ.
22 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນປາດຖະໜາຢາກໃຫ້ເຂົາເຈົ້າ ເຈີມລູກຊາຍຄົນໜຶ່ງຂອງເຂົາເຈົ້າໃຫ້ເປັນກະສັດປົກຄອງພວກເຂົາ.
23 ແລະ ບັດນີ້ຈົ່ງເບິ່ງ, ນີ້ເປັນການໂສກເສົ້າຫລາຍສຳລັບເຂົາເຈົ້າ. ແລະ ນ້ອງຊາຍຂອງຢາເຣັດໄດ້ເວົ້າກັບຜູ້ຄົນເຫລົ່ານັ້ນວ່າ: ສິ່ງນີ້ຈະ ນຳໄປສູ່ການເປັນຊະເລີຍຢ່າງແນ່ນອນ.
24 ແຕ່ວ່າຢາເຣັດໄດ້ເວົ້າກັບນ້ອງຊາຍວ່າ: ຈົ່ງປ່ອຍໃຫ້ພວກເຂົາມີກະສັດເສຍ. ແລະ ສະນັ້ນ ລາວຈຶ່ງໄດ້ເວົ້າກັບພວກເຂົາວ່າ: ພວກເຈົ້າຈົ່ງເລືອກເອົາກະສັດຈາກບັນດາລູກຊາຍຂອງພວກເຮົາຜູ້ທີ່ພວກເຈົ້າພໍໃຈ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ເລືອກເອົາລູກກົກຂອງນ້ອງຊາຍຂອງຢາເຣັດ ຜູ້ທີ່ມີຊື່ວ່າ ເພແກກ. ແລະ ເຫດການໄດ້ບັງເກີດຂຶ້ນຄື ເພແກກປະຕິເສດ ແລະ ບໍ່ຍອມເປັນກະສັດຂອງພວກເຂົາ. ແລະ ຜູ້ຄົນຢາກໃຫ້ບິດາຂອງລາວບັງຄັບລາວໃຫ້ເປັນ, ແຕ່ບິດາຂອງລາວບໍ່ຍອມ; ແລະ ລາວໄດ້ບອກພວກເຂົາວ່າ ບໍ່ຄວນບັງຄັບຜູ້ໃດໃຫ້ເປັນກະສັດຂອງພວກເຂົາ.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ເລືອກເອົານ້ອງຊາຍທັງໝົດຂອງເພແກກ, ແຕ່ບໍ່ມີຜູ້ໃດຍອມຮັບ.
27 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກລູກຊາຍຂອງຢາເຣັດກໍບໍ່ຍອມຈັກຄົນນອກຈາກຜູ້ດຽວເທົ່ານັ້ນ; ແລະ ໂອໄຣຮາກໍໄດ້ຮັບການແຕ່ງຕັ້ງໃຫ້ເປັນກະສັດປົກຄອງຜູ້ຄົນ.
28 ແລະ ລາວໄດ້ເລີ່ມປົກຄອງ ແລະ ຜູ້ຄົນກໍເລີ່ມຈະເລີນຮຸ່ງເຮືອງຂຶ້ນ ແລະ ພວກເຂົາກັບມາເປັນຄົນຮັ່ງມີເປັນດີຢ່າງຍິ່ງ.
29 ແລະ ເຫດການໄດ້ບັງເກີດຂຶ້ນຄື ຢາເຣັດໄດ້ສິ້ນຊີວິດໄປ, ແລະ ນ້ອງຊາຍຂອງລາວກໍຄືກັນ.
30 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂອໄຣຮາໄດ້ເດີນໄປຢ່າງຖ່ອມຕົວຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ແລະ ໄດ້ຈື່ຈຳສິ່ງທີ່ຍິ່ງໃຫຍ່ຊຶ່ງພຣະຜູ້ເປັນເຈົ້າໄດ້ເຮັດເພື່ອບິດາຂອງລາວ, ແລະ ລາວໄດ້ສິດສອນຜູ້ຄົນຂອງລາວອີກວ່າ ພຣະຜູ້ເປັນເຈົ້າໄດ້ເຮັດສິ່ງທີ່ຍິ່ງໃຫຍ່ແນວໃດເພື່ອບັນພະບຸລຸດຂອງພວກເຂົາ.