ບົດທີ 9
ອານາຈັກສົ່ງຕໍ່ຈາກຜູ້ໜຶ່ງຫາອີກຜູ້ໜຶ່ງຕາມເຊື້ອສາຍ, ຕາມກົນອຸບາຍເລ່ຫລ່ຽມ, ແລະ ຕາມການຄາດຕະກຳ—ອີເມີເຫັນພຣະບຸດແຫ່ງຄວາມຊອບທຳ—ສາດສະດາຫລາຍທ່ານຮຽກຮ້ອງໃຫ້ມີການກັບໃຈ—ມີຄວາມອຶດຢາກເກີດຂຶ້ນ ແລະ ມີງູພິດກັດຕອດຜູ້ຄົນ.
1 ແລະ ບັດນີ້ຂ້າພະເຈົ້າໂມໂຣໄນເລີ່ມເຮັດບັນທຶກຂອງຂ້າພະເຈົ້າຕໍ່ໄປ. ສະນັ້ນ, ຈົ່ງເບິ່ງ, ເຫດການໄດ້ບັງເກີດຂຶ້ນຄື ຍ້ອນວ່າ ການມົ້ວສຸມລັບຂອງເອຄິດ ແລະ ໝູ່ເພື່ອນຂອງລາວ, ຈົ່ງເບິ່ງ, ພວກເຂົາໄດ້ໂຄ່ນລົ້ມອານາຈັກຂອງໂອເມ.
2 ເຖິງຢ່າງໃດກໍຕາມ, ພຣະຜູ້ເປັນເຈົ້າຍັງໄດ້ເມດຕາສົງສານໂອເມ, ພ້ອມທັງລູກຊາຍ ແລະ ລູກສາວຂອງລາວ ຜູ້ທີ່ບໍ່ພະຍາຍາມທຳລາຍລາວ.
3 ແລະ ພຣະຜູ້ເປັນເຈົ້າໄດ້ເຕືອນໂອເມໃນຄວາມຝັນວ່າ ລາວຄວນອອກໄປຈາກແຜ່ນດິນ; ດັ່ງນັ້ນໂອເມຈຶ່ງໄດ້ອອກໄປຈາກແຜ່ນດິນ ພ້ອມດ້ວຍຄອບຄົວຂອງລາວ, ແລະ ໄດ້ເດີນທາງໄປຫລາຍມື້, ແລະ ມາຮອດ ແລະ ຜ່ານເນີນພູ ຊິມໄປ, ແລະ ໄດ້ມາຮອດ ບ່ອນຊຶ່ງຊາວນີໄຟໄດ້ຖືກທຳລາຍ, ແລະ ຈາກບ່ອນນັ້ນໄປທາງຕາເວັນອອກ, ແລະ ມາຮອດບ່ອນໃກ້ຝັ່ງທະເລ ຊຶ່ງມີຊື່ວ່າ ອາບລຳ, ແລະ ບ່ອນນັ້ນລາວໄດ້ຕັ້ງຜ້າເຕັນຂຶ້ນ ພ້ອມທັງລູກຊາຍ ແລະ ລູກສາວຂອງລາວນຳອີກ, ແລະ ຄົນໃນຄອບຄົວຂອງລາວທັງໝົດນອກຈາກຢາເຣັດ ແລະ ຄອບຄົວຂອງລາວເທົ່ານັ້ນ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ຢາເຣັດໄດ້ຖືກແຕ່ງຕັ້ງໃຫ້ເປັນກະສັດປົກຄອງຜູ້ຄົນດ້ວຍມືຂອງຄວາມຊົ່ວຮ້າຍ; ແລະ ລາວໄດ້ຍົກລູກສາວຂອງລາວໃຫ້ເປັນພັນລະຍາຂອງເອຄິດ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ເອຄິດພະຍາຍາມທີ່ຈະຂ້າພໍ່ເຖົ້າຂອງຕົນ; ແລະ ລາວໄດ້ຂໍຮ້ອງຜູ້ທີ່ລາວໃຫ້ກ່າວຄຳສາບານດ້ວຍຄຳສາບານຂອງຄົນໃນສະໄໝບູຮານ, ແລະ ພວກນັ້ນກໍໄດ້ຫົວພໍ່ເຖົ້າຂອງເອຄິດ, ໃນຂະນະທີ່ຢາເຣັດນັ່ງຢູ່ໃນບັນລັງກ່າວຄຳປາໄສຕໍ່ຜູ້ຄົນ.
6 ເພາະການແຜ່ສັງຄົມທີ່ຊົ່ວຮ້າຍ ແລະ ລຶກລັບນີ້ເປັນໄປຢ່າງໃຫຍ່ຫລວງ ຈົນວ່າມັນໄດ້ເຮັດໃຫ້ໃຈຂອງຜູ້ຄົນທັງໝົດເສື່ອມໂຊມ; ສະນັ້ນ ຢາເຣັດຈຶ່ງຖືກລອບຂ້າໃນບັນລັງຂອງລາວເອງ, ແລະ ເອຄິດໄດ້ຂຶ້ນປົກຄອງແທນ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ເອຄິດເລີ່ມມີຄວາມອິດສາບັງບຽດລູກຊາຍຄົນໜຶ່ງຂອງຕົນ, ສະນັ້ນ ລາວຈຶ່ງໄດ້ເອົາລູກຊາຍຂອງຕົນຂັງໄວ້ໃນຄຸກ, ແລະ ໃຫ້ຂັງໄວ້ໂດຍເອົາອາຫານໃຫ້ກິນພຽງເລັກໜ້ອຍ ຫລື ວ່າບໍ່ໃຫ້ກິນເລີຍ ຈົນເຖິງແກ່ຄວາມຕາຍ.
8 ແລະ ບັດນີ້ນ້ອງຊາຍຂອງຜູ້ທີ່ຕາຍ, (ມີຊື່ວ່າ ນີມຣາ) ໄດ້ຄຽດແຄ້ນໃຫ້ບິດາຂອງລາວຍ້ອນສິ່ງທີ່ບິດາຂອງລາວໄດ້ເຮັດກັບອ້າຍຂອງລາວ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ນີມຣາໄດ້ເຕົ້າໂຮມຄົນຈຳນວນໜຶ່ງ, ແລະ ໄດ້ໜີອອກຈາກແຜ່ນດິນໄປ, ແລະ ໄດ້ຂ້າມໄປຢູ່ກັບໂອເມ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ເອຄິດໄດ້ລູກຊາຍຕື່ມອີກ, ແລະ ພວກເຂົາໄດ້ເອົາຊະນະໃຈຂອງຜູ້ຄົນ ເຖິງແມ່ນພວກເຂົາໄດ້ສາບານກັບລາວວ່າຈະເຮັດຄວາມຊົ່ວຮ້າຍນາໆປະການຕາມທີ່ລາວປາດຖະໜາ.
11 ບັດນີ້ຜູ້ຄົນຂອງເອຄິດປາດຖະໜາຜົນປະໂຫຍດ, ຄືກັນກັບທີ່ເອຄິດປາດຖະໜາອຳນາດ; ດັ່ງນັ້ນ, ພວກລູກຊາຍຂອງເອຄິດຈຶ່ງໄດ້ແຈກຢາຍເງິນໃຫ້ພວກເຂົາ, ຊຶ່ງດ້ວຍວິທີນີ້ ພວກເຂົາຈຶ່ງໄດ້ດຶງຜູ້ຄົນສ່ວນຫລາຍມາຫາພວກເຂົາ.
12 ແລະ ມັນເລີ່ມມີສົງຄາມລະຫວ່າງພວກລູກຊາຍຂອງເອຄິດກັບຕົວເອຄິດເອງເປັນເວລາຫລາຍປີ, ແທ້ຈິງແລ້ວ, ຈົນວ່າໄປສູ່ຄວາມພິນາດຂອງຜູ້ຄົນທີ່ຢູ່ໃນອານາຈັກເກືອບໝົດ, ແທ້ຈິງແລ້ວ, ແມ່ນທັງໝົດ ນອກຈາກຄົນສາມສິບຄົນກັບພວກທີ່ໜີໄປກັບເຊື້ອສາຍຂອງໂອເມເທົ່ານັ້ນ.
13 ດັ່ງນັ້ນ, ໂອເມຈຶ່ງໄດ້ກັບຄືນມາຫາແຜ່ນດິນຊຶ່ງເປັນມູນມໍລະດົກຂອງຕົນອີກ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂອເມເລີ່ມເຖົ້າແກ່ລົງ; ເຖິງຢ່າງໃດກໍຕາມ, ລາວກໍຍັງໄດ້ລູກຊາຍອີກຄົນໜຶ່ງໃນໄວຊະລາຂອງລາວ ຊື່ວ່າ ອີເມີ; ແລະ ລາວໄດ້ແຕ່ງຕັ້ງໃຫ້ອີເມີເປັນກະສັດປົກຄອງແທນ.
15 ແລະ ຫລັງຈາກທີ່ລາວໄດ້ແຕ່ງຕັ້ງອີເມີໃຫ້ເປັນກະສັດແທນແລ້ວ, ລາວໄດ້ເຫັນສັນຕິສຸກໃນແຜ່ນດິນຢູ່ສອງປີ, ແລະ ລາວໄດ້ສິ້ນຊີວິດໄປ, ໂດຍທີ່ໄດ້ເຫັນວັນເວລາຊຶ່ງເຕັມໄປດ້ວຍຄວາມເສົ້າສະຫລົດໃຈເປັນເວລາຍາວນານ. ແລະ ເຫດການໄດ້ບັງເກີດຂຶ້ນຄື ອີເມີໄດ້ປົກຄອງແທນລາວ, ແລະ ໄດ້ກະທຳຕາມຕົວຢ່າງຂອງບິດາຕົນ.
16 ແລະ ພຣະຜູ້ເປັນເຈົ້າເລີ່ມເອົາຄຳສາບແຊ່ງອອກໄປຈາກແຜ່ນດິນອີກ, ແລະ ເຊື້ອສາຍຂອງອີເມີໄດ້ຈະເລີນຮຸ່ງເຮືອງຢ່າງຍິ່ງພາຍໃຕ້ການປົກຄອງຂອງອີເມີ; ແລະ ໃນເວລາຫົກສິບສອງປີ ພວກເຂົາກັບມາເປັນຄົນເຂັ້ມແຂງຢ່າງຍິ່ງ, ເຖິງຂະໜາດທີ່ພວກເຂົາກາຍມາເປັນຄົນຮັ່ງມີຢ່າງຍິ່ງ—
17 ໂດຍມີໝາກໄມ້ນາໆຊະນິດ, ແລະ ເຄື່ອງປູກຂອງຝັງ, ແລະ ຜ້າໄໝ, ແລະ ຜ້າລີນິນຢ່າງດີ, ແລະ ຄຳ, ແລະ ເງິນ, ແລະ ຂອງມີຄ່າຫລາຍຢ່າງ;
18 ແລະ ກໍມີຝູງສັດລ້ຽງ, ງົວເຖິກ, ແລະ ງົວແມ່, ແລະ ແກະ, ແລະ ໝູ, ແລະ ແບ້, ແລະ ສັດອື່ນໆອີກຫລາຍຊະນິດທີ່ມີປະໂຫຍດສຳລັບເປັນອາຫານຂອງມະນຸດນຳອີກ.
19 ແລະ ພວກເຂົາກໍມີ ຝູງມ້າ, ແລະ ລໍ, ແລະ ກໍມີຊ້າງ ແລະ ມີຄູຣີລຳ ແລະ ຄູມຳນຳອີກ; ຊຶ່ງທັງໝົດເປັນປະໂຫຍດແກ່ມະນຸດ, ແລະ ໂດຍສະເພາະແມ່ນຝູງຊ້າງ, ຄູຣີລຳ, ແລະ ຄູມຳ.
20 ແລະ ພຣະຜູ້ເປັນເຈົ້າໄດ້ຖອກເທພຣະພອນລົງມາເທິງແຜ່ນດິນດັ່ງນີ້ ຊຶ່ງເປັນແຜ່ນດິນທີ່ ປະເສີດເລີດລ້ຳກວ່າແຜ່ນດິນອື່ນໃດທັງສິ້ນ; ແລະ ພຣະອົງໄດ້ບັນຊາວ່າ ຜູ້ໃດກໍຕາມທີ່ຈະເປັນເຈົ້າຂອງແຜ່ນດິນ ຜູ້ນັ້ນຄວນຄອບຄອງມັນໄວ້ໃຫ້ກັບພຣະຜູ້ເປັນເຈົ້າ, ຖ້າບໍ່ດັ່ງນັ້ນ ເຂົາຈະຖືກ ທຳລາຍເວລາເຂົາສຸກໃນຄວາມຊົ່ວຮ້າຍ; ເພາະກັບຄົນເຊັ່ນນັ້ນ, ພຣະຜູ້ເປັນເຈົ້າໄດ້ກ່າວ: ເຮົາຈະຖອກເທຄວາມບໍລິບູນແຫ່ງຄວາມໂມໂຫຂອງເຮົາອອກມາ.
21 ແລະ ອີເມີໄດ້ດຳເນີນການຕັດສິນດ້ວຍຄວາມຍຸດຕິທຳຕະຫລອດວັນເວລາຂອງລາວ, ແລະ ລາວໄດ້ມີລູກຊາຍ ແລະ ລູກສາວຫລາຍຄົນ; ແລະ ມີລູກຊາຍຜູ້ໜຶ່ງຊື່ວ່າ ໂຄຣິອານທຳ, ແລະ ລາວໄດ້ແຕ່ງຕັ້ງໃຫ້ໂຄຣິອານທຳຂຶ້ນປົກຄອງແທນ.
22 ແລະ ຫລັງຈາກທີ່ລາວໄດ້ແຕ່ງຕັ້ງໃຫ້ໂຄຣິອານທຳປົກຄອງແທນແລ້ວ ລາວກໍມີຊີວິດຢູ່ຕື່ມອີກສີ່ປີ, ແລະ ລາວກໍໄດ້ເຫັນສັນຕິສຸກໃນແຜ່ນດິນ; ແທ້ຈິງແລ້ວ, ແລະ ເຖິງແມ່ນລາວໄດ້ເຫັນ ພຣະບຸດແຫ່ງຄວາມຊອບທຳ, ແລະ ລາວມີຄວາມປິຕິຍິນດີ ແລະ ປາບປື້ມໃນວັນເວລາຂອງລາວ; ແລະ ລາວກໍໄດ້ສິ້ນຊີວິດໄປໃນຄວາມສະຫງົບສຸກ.
23 ແລະ ເຫດການໄດ້ບັງເກີດຂຶ້ນຄື ໂຄຣິອານທຳໄດ້ກະທຳຕາມຕົວຢ່າງຂອງບິດາຕົນ, ແລະ ໄດ້ສ້າງເມືອງໃຫຍ່ຫລາຍເມືອງ, ແລະ ໄດ້ໃຫ້ຄວາມດີແກ່ຜູ້ຄົນຕະຫລອດວັນເວລາຂອງລາວ. ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວບໍ່ມີລູກເລີຍ ຈົນວ່າລາວເຖົ້າແກ່ຊະລາລົງ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ພັນລະຍາຂອງລາວໄດ້ສິ້ນຊີວິດເມື່ອນາງມີອາຍຸໄດ້ໜຶ່ງຮ້ອຍສອງປີ. ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນໄວຊະລາຂອງໂຄຣິອານທຳ, ລາວໄດ້ຮັບເອົາຍິງສາວຄົນໜຶ່ງມາເປັນພັນລະຍາ, ແລະ ໄດ້ມີລູກຊາຍ ແລະ ລູກສາວຫລາຍຄົນ; ດັ່ງນັ້ນ ລາວຈຶ່ງມີຊີວິດຢູ່ຈົນເຖິງໜຶ່ງຮ້ອຍສີ່ສິບສອງປີ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວມີລູກຊາຍຜູ້ໜຶ່ງຊື່ວ່າ ຄອມ, ແລະ ຄອມໄດ້ຂຶ້ນປົກຄອງແທນ; ແລະ ລາວໄດ້ປົກຄອງຢູ່ສີ່ສິບເກົ້າປີ, ແລະ ລາວໄດ້ມີລູກຊາຍຊື່ວ່າ ເຫັດ; ແລະ ເຫັດໄດ້ມີລູກຊາຍ ແລະ ລູກສາວຫລາຍຄົນຄືກັນ.
26 ແລະ ຜູ້ຄົນໄດ້ແຜ່ຂະຫຍາຍອອກໄປທົ່ວຜືນແຜ່ນດິນອີກ, ແລະ ເລີ່ມມີຄວາມຊົ່ວຮ້າຍຫລາຍໃນແຜ່ນດິນອີກ ແລະ ເຫັດເລີ່ມຖືແຜນລຶກລັບຂອງສະໄໝກ່ອນອີກເພື່ອທຳລາຍບິດາຂອງຕົນ.
27 ແລະ ເຫດການໄດ້ບັງເກີດຂຶ້ນຄື ລາວໄດ້ປົດບິດາຂອງຕົນອອກຈາກບັນລັງ, ໂດຍການຂ້າດ້ວຍດາບຂອງຕົນເອງ; ແລະ ລາວໄດ້ຂຶ້ນປົກຄອງແທນ.
28 ແລະ ມີສາດສະດາຫລາຍທ່ານໃນແຜ່ນດິນອີກ, ມາປ່າວເຕືອນເລື່ອງການກັບໃຈຕໍ່ຜູ້ຄົນທັງຫລາຍວ່າ—ພວກເຂົາຕ້ອງຕຽມທາງຂອງພຣະຜູ້ເປັນເຈົ້າ ຖ້າບໍ່ດັ່ງນັ້ນ ຄຳສາບແຊ່ງຈະມາສູ່ຜືນແຜ່ນດິນ; ແທ້ຈິງແລ້ວ, ມັນຈະມີຄວາມອຶດຢາກຢ່າງໃຫຍ່ຫລວງ ຊຶ່ງຈະເປັນເຫດໃຫ້ພວກເຂົາຖືກທຳລາຍ ຖ້າຫາກພວກເຂົາບໍ່ກັບໃຈ.
29 ແຕ່ວ່າຜູ້ຄົນບໍ່ເຊື່ອຄຳຂອງສາດສະດາເລີຍ, ແຕ່ໄດ້ຂັບໄລ່ພວກເພິ່ນອອກໄປ; ແລະ ພວກເຂົາໄດ້ໂຍນຫລາຍທ່ານລົງໃນຂຸມ ແລະ ປະໃຫ້ພວກເພິ່ນຕາຍ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ເຮັດສິ່ງທັງໝົດນີ້ຕາມຄຳສັ່ງຂອງກະສັດເຫັດ.
30 ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນເລີ່ມມີການຂາດແຄນເກີດຂຶ້ນຢ່າງໃຫຍ່ຫລວງໃນແຜ່ນດິນ, ແລະ ຜູ້ອາໄສຢູ່ເລີ່ມຖືກທຳລາຍຢ່າງວ່ອງໄວດ້ວຍການຂາດແຄນນັ້ນ, ເພາະວ່າມັນບໍ່ມີຝົນຕົກລົງມາເທິງຜືນແຜ່ນດິນເລີຍ.
31 ແລະ ມັນໄດ້ມີງູພິດອອກໄປຕາມຜືນແຜ່ນດິນອີກ, ແລະ ມັນໄດ້ຕອດຜູ້ຄົນຢ່າງຫລວງຫລາຍ. ແລະ ເຫດການໄດ້ບັງເກີດຂຶ້ນຄື ຝູງສັດລ້ຽງຂອງພວກເຂົາໄດ້ເລີ່ມແຕກໜີຜ່າຍງູພິດໄປທາງໃຕ້ ຊຶ່ງຊາວນີໄຟເອີ້ນວ່າ ເຊຣາເຮັມລາ.
32 ແລະ ເຫດການໄດ້ບັງເກີດຂຶ້ນຄື ມີສັດຫລາຍໂຕທີ່ຕາຍໄປລະຫວ່າງທາງ; ເຖິງຢ່າງໃດກໍຕາມ, ຍັງມີຝູງສັດລ້ຽງເປັນຈຳນວນຫລວງຫລາຍໜີໄປຮອດແຜ່ນດິນທາງໃຕ້.
33 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ ງູເຊົາຕິດຕາມທຳຮ້າຍຝູງສັດທີ່ພະຍາຍາມໜີໄປນັ້ນ, ແຕ່ໃຫ້ມັນກັນເສັ້ນທາງເພື່ອບໍ່ໃຫ້ຜູ້ຄົນຜ່ານໄປໄດ້, ແລະ ຖ້າວ່າຜູ້ໃດຈະລອງຜ່ານໄປ ຜູ້ນັ້ນກໍຈະລົ້ມຕາຍເພາະຖືກງູພິດຕອດ.
34 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນໄດ້ຕິດຕາມເສັ້ນທາງຂອງສັດເຫລົ່ານັ້ນ, ແລະ ໄດ້ກິນຊາກສັດທີ່ລົ້ມຕາຍຕາມທາງຈົນວ່າພວກເຂົາໄດ້ກິນໝົດກ້ຽງ. ບັດນີ້ເວລາຜູ້ຄົນເຫັນວ່າພວກເຂົາຈະຕ້ອງຕາຍ ພວກເຂົາກໍເລີ່ມ ກັບໃຈຈາກຄວາມຊົ່ວຮ້າຍຂອງພວກເຂົາ ແລະ ໄດ້ຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ.
35 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາພວກເຂົາ ຖ່ອມຕົວພຽງພໍຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ ພຣະອົງກໍໄດ້ສົ່ງຝົນລົງມາເທິງຜືນແຜ່ນດິນ; ແລະ ຜູ້ຄົນກໍເລີ່ມຟື້ນຂຶ້ນມາໃໝ່, ແລະ ມັນເລີ່ມມີໝາກໄມ້ໃນຂົງເຂດທາງເໜືອ, ແລະ ໃນຂົງເຂດອ້ອມແອ້ມນັ້ນ. ແລະ ພຣະຜູ້ເປັນເຈົ້າໄດ້ສະແດງອຳນາດຂອງພຣະອົງແກ່ພວກເຂົາໃນການປົກປັກຮັກສາພວກເຂົາໃຫ້ພົ້ນຈາກຄວາມອຶດຢາກ.