ບົດທີ 3
ຊາວນີໄຟຢ່າງຫລວງຫລາຍອົບພະຍົບໄປຫາແຜ່ນດິນທາງເໜືອ—ພວກເຂົາສ້າງເຮືອນຊານດ້ວຍປູນຊີມັງ ແລະ ຂຽນບັນທຶກໄວ້ຫລາຍເລື່ອງ—ຫລາຍໝື່ນຄົນໄດ້ປ່ຽນໃຈເຫລື້ອມໃສ ແລະ ຮັບບັບຕິສະມາ—ພຣະຄຳຂອງພຣະເຈົ້ານຳພາມະນຸດໄປສູ່ຄວາມລອດ—ນີໄຟລູກຊາຍຂອງຮີລາມັນຮັບຕຳແໜ່ງເປັນຜູ້ຕັດສິນ. ປະມານ 49–39 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີສີ່ສິບສາມແຫ່ງການປົກຄອງຂອງຜູ້ຕັດສິນ, ມັນບໍ່ມີການຂັດແຍ້ງກັນເລີຍໃນບັນດາຜູ້ຄົນຂອງນີໄຟຍົກເວັ້ນແຕ່ມີຄວາມທະນົງຕົວເລັກໜ້ອຍໃນສາດສະໜາຈັກ, ຊຶ່ງພາໃຫ້ເກີດການແຕກແຍກກັນເລັກໜ້ອຍໃນບັນດາຜູ້ຄົນ, ຊຶ່ງມັນໄດ້ຢຸດຕິລົງໃນທ້າຍປີທີສີ່ສິບສາມ.
2 ແລະ ມັນບໍ່ມີການຂັດແຍ້ງກັນເລີຍໃນບັນດາຜູ້ຄົນໃນປີທີສີ່ສິບສີ່; ແລະ ທັງບໍ່ມີການຂັດແຍ້ງກັນຫລາຍໃນປີທີສີ່ສິບຫ້າ.
3 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີສີ່ສິບຫົກ, ແທ້ຈິງແລ້ວ, ມັນໄດ້ມີການຂັດແຍ້ງກັນຂຶ້ນຫລາຍພໍສົມຄວນ ແລະ ມີການແຕກແຍກກັນຫລາຍ; ຈຶ່ງເປັນເຫດໃຫ້ຜູ້ຄົນຈຳນວນຫລວງຫລາຍອອກຈາກແຜ່ນດິນເຊຣາເຮັມລາໄປ, ແລະ ໄດ້ອອກໄປຫາແຜ່ນດິນ ທາງເໜືອ ເພື່ອຈະໄດ້ເອົາແຜ່ນດິນພາກນັ້ນເປັນມູນມໍລະດົກ.
4 ແລະ ພວກເຂົາໄດ້ເດີນທາງໄປເປັນໄລຍະໄກທີ່ສຸດ, ເຖິງຂະໜາດທີ່ພວກເຂົາມາຮອດແມ່ນ້ຳອັນ ກວ້າງໃຫຍ່ ແລະ ແມ່ນ້ຳຫລາຍສາຍ.
5 ແທ້ຈິງແລ້ວ, ພວກເຂົາໄດ້ກະຈັດກະຈາຍກັນອອກໄປທົ່ວແຜ່ນດິນພາກນັ້ນ, ແລະ ໄດ້ເຂົ້າໄປເອົາທີ່ດິນສ່ວນຕ່າງໆທີ່ຍັງບໍ່ມີເຈົ້າຂອງ ຊຶ່ງຖືກປະໄວ້ໃຫ້ຮົກຮ້າງ ແລະ ປາດສະຈາກຕົ້ນໄມ້, ຍ້ອນວ່າມັນເຄີຍມີຜູ້ອາໄສເປັນຈຳນວນຫລວງຫລາຍຢູ່ໃນແຜ່ນດິນນີ້ມາກ່ອນແລ້ວ.
6 ແລະ ບັດນີ້ແຜ່ນດິນນີ້ບໍ່ໄດ້ຮົກຮ້າງອີກແລ້ວ, ເວັ້ນເສຍແຕ່ມັນບໍ່ມີຕົ້ນໄມ້; ຍ້ອນວ່າ ຄວາມພິນາດອັນໃຫຍ່ຫລວງຂອງຜູ້ຄົນຜູ້ເຄີຍອາໄສຢູ່ໃນແຜ່ນດິນນີ້ມາກ່ອນ ມັນຈຶ່ງຖືກເອີ້ນວ່າ ແຜ່ນດິນຮ້າງ.
7 ແລະ ມັນມີຕົ້ນໄມ້ຢູ່ພຽງເລັກໜ້ອຍໃນແຜ່ນດິນ, ເຖິງຢ່າງໃດກໍຕາມ ຜູ້ຄົນທີ່ເຂົ້າມາຢູ່ໃນແຜ່ນດິນນີ້ເປັນຜູ້ທີ່ຊຳນິຊຳນານໃນການເຮັດປູນຊີມັງ; ສະນັ້ນ ພວກເຂົາຈຶ່ງໄດ້ສ້າງເຮືອນຊານຂຶ້ນດ້ວຍປູນຊີມັງ, ເພື່ອເປັນບ່ອນພັກພາອາໄສ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ເພີ່ມທະວີຂຶ້ນ, ແລະ ຂະຫຍາຍອອກໄປ ແລະ ໄດ້ແຜ່ຂະຫຍາຍອອກໄປຈາກແຜ່ນດິນທາງໃຕ້ ເຖິງແຜ່ນດິນທາງເໜືອ, ແລະ ພວກເຂົາເລີ່ມແຜ່ຂະຫຍາຍ ເຖິງຂະໜາດທີ່ພວກເຂົາເລີ່ມຕົ້ນປົກຄຸມທົ່ວຜືນແຜ່ນດິນໂລກ, ຈາກທະເລທາງໃຕ້ເຖິງທະເລທາງເໜືອ, ຈາກ ທະເລທາງຕາເວັນຕົກເຖິງທະເລທາງຕາເວັນອອກ.
9 ແລະ ຜູ້ຄົນຜູ້ທີ່ຢູ່ໃນແຜ່ນດິນທາງເໜືອໄດ້ອາໄສຢູ່ໃນຜ້າເຕັນ, ແລະ ເຮືອນຊານທີ່ເຮັດດ້ວຍປູນຊີມັງ, ແລະ ພວກເຂົາໄດ້ປ່ອຍໃຫ້ຕົ້ນໄມ້ບໍ່ວ່າຊະນິດໃດໆກໍຕາມເຕີບໂຕຂຶ້ນ ເພື່ອວ່າພວກເຂົາຈະໄດ້ມີໄມ້ໄວ້ສ້າງເຮືອນຊານຂອງພວກເຂົາເວລາມັນໃຫຍ່ຂຶ້ນມາ, ແທ້ຈິງແລ້ວ, ເພື່ອພວກເຂົາຈະໄດ້ສ້າງບ້ານເມືອງຂອງພວກເຂົາ, ແລະ ພຣະວິຫານຂອງພວກເຂົາ, ແລະ ບ່ອນລີ້ໄພຂອງພວກເຂົາ, ແລະ ທຳມະສາລາຂອງພວກເຂົາ, ແລະ ອາຄານຕ່າງໆຂອງພວກເຂົາຂຶ້ນ.
10 ແລະ ເຫດການໄດ້ບັງເກີດຂຶ້ນເນື່ອງຈາກວ່າຕົ້ນໄມ້ໃນແຜ່ນດິນທາງເໜືອຫາຍາກຫລາຍ, ຜູ້ຄົນຢູ່ທາງໃຕ້ຈຶ່ງໄດ້ສົ່ງໄມ້ຢ່າງຫລວງຫລາຍຂຶ້ນໄປ ທາງເຮືອ.
11 ດັ່ງນັ້ນ ພວກເຂົາຈຶ່ງສາມາດຊ່ວຍຜູ້ຄົນຜູ້ອາໄສຢູ່ໃນແຜ່ນດິນທາງເໜືອສ້າງບ້ານເມືອງຂຶ້ນ, ທັງເຮັດດ້ວຍໄມ້ ແລະ ດ້ວຍປູນຊີມັງ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ມີ ຜູ້ຄົນຂອງອຳໂມນຈຳນວນຫລາຍຊຶ່ງເປັນຊາວເລມັນໂດຍກຳເນີດ, ໄດ້ຂຶ້ນໄປຫາແຜ່ນດິນນີ້ຄືກັນ.
13 ແລະ ບັດນີ້ມີບັນທຶກຫລາຍສະບັບທີ່ຫລາຍຄົນໃນຜູ້ຄົນພວກນີ້ຂຽນໄວ້ເຖິງການກະທຳຂອງຜູ້ຄົນພວກນີ້, ຊຶ່ງເປັນເລື່ອງທີ່ຍືດຍາວກ່ຽວກັບພວກເຂົາເອງ.
14 ແຕ່ຈົ່ງເບິ່ງ, ຂ້າພະເຈົ້າໄດ້ກ່າວໄວ້ພຽງແຕ່ໜຶ່ງສ່ວນຮ້ອຍເທົ່ານັ້ນຂອງການກະທຳຂອງຜູ້ຄົນພວກນີ້, ແທ້ຈິງແລ້ວ, ເລື່ອງລາວຂອງຊາວເລມັນ ແລະ ເລື່ອງລາວຂອງຊາວນີໄຟ, ແລະ ສົງຄາມຂອງພວກເຂົາ, ແລະ ການຂັດແຍ້ງຂອງພວກເຂົາ, ແລະ ການແຕກແຍກຂອງພວກເຂົາ, ແລະ ການສັ່ງສອນຂອງພວກເຂົາ, ແລະ ການທຳນາຍຂອງພວກເຂົາ, ແລະ ການຂົນສົ່ງທາງນ້ຳຂອງພວກເຂົາ ແລະ ການສ້າງເຮືອໃຫຍ່ຂອງພວກເຂົາ, ແລະ ການສ້າງ ພຣະວິຫານຂອງພວກເຂົາ, ແລະ ການສ້າງບ່ອນລີ້ໄພ ແລະ ທຳມະສາລາຂອງພວກເຂົາ, ແລະ ຄວາມຊອບທຳຂອງພວກເຂົາ, ແລະ ຄວາມຊົ່ວຮ້າຍຂອງພວກເຂົາ, ແລະ ການຄາດຕະກຳຂອງພວກເຂົາ, ແລະ ການລັກຂະໂມຍຂອງພວກເຂົາ, ແລະ ການປຸ້ນຈີ້ຂອງພວກເຂົາ, ແລະ ຄວາມໜ້າກຽດຊັງ ແລະ ການໂສເພນີຂອງພວກເຂົາ, ບໍ່ສາມາດຈະເອົາມາບັນຈຸໄວ້ໃນໜັງສືເຫລັ້ມນີ້ໄດ້.
15 ແຕ່ຈົ່ງເບິ່ງ, ມັນມີໜັງສືຫລາຍເຫລັ້ມ ແລະ ບັນທຶກຫລາຍສະບັບຂອງທຸກແບບ, ແລະ ສ່ວນໃຫຍ່ນັ້ນແມ່ນຊາວນີໄຟເປັນຜູ້ຮັກສາໄວ້.
16 ແລະ ຊາວນີໄຟໄດ້ມອບສິ່ງເຫລົ່ານີ້ ຕໍ່ໆກັນໄປຈາກຄົນລຸ້ນໜຶ່ງຫາຄົນອີກລຸ້ນໜຶ່ງ, ຈົນວ່າມາຮອດເວລາພວກເຂົາຕົກໄປສູ່ການລ່ວງລະເມີດ ແລະ ມີການຄາດຕະກຳ, ການປຸ້ນຈີ້, ແລະ ການຕາມລ່າ, ແລະ ການຂັບໄລ່, ແລະ ການຂ້າຟັນ, ແລະ ການແຕກກະຈັດກະຈາຍໄປທົ່ວຜືນແຜ່ນດິນໂລກ, ແລະ ປະປົນເຂົ້າກັບຊາວເລມັນ ຈົນວ່າພວກເຂົາບໍ່ໄດ້ຖືກເອີ້ນວ່າຊາວນີໄຟ ອີກຕໍ່ໄປ, ກາຍເປັນຄົນຊົ່ວ, ແລະ ປ່າເຖື່ອນ, ແລະ ຮ້າຍກາດ, ແທ້ຈິງແລ້ວ, ໄດ້ກາຍເປັນຊາວເລມັນ.
17 ແລະ ບັດນີ້ຂ້າພະເຈົ້າຈະກັບມາເວົ້າເຖິງເລື່ອງຂອງຂ້າພະເຈົ້າອີກ; ສະນັ້ນ, ສິ່ງທີ່ຂ້າພະເຈົ້າເວົ້າມານີ້ໄດ້ເກີດຂຶ້ນແລ້ວ ຫລັງຈາກມີການຂັດແຍ້ງ, ແລະ ມີຄວາມຫຍຸ້ງຍາກ, ແລະ ສົງຄາມ, ແລະ ການແຕກແຍກຢ່າງໃຫຍ່ຫລວງໃນບັນດາຜູ້ຄົນຂອງນີໄຟ.
18 ປີທີສີ່ສິບຫົກແຫ່ງການປົກຄອງຂອງຜູ້ຕັດສິນໄດ້ສິ້ນສຸດລົງ;
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນຍັງມີການຂັດແຍ້ງອັນໃຫຍ່ຫລວງເກີດຂຶ້ນໃນແຜ່ນດິນຢູ່, ແທ້ຈິງແລ້ວ, ເຖິງແມ່ນໃນປີທີສີ່ສິບເຈັດ ແລະ ປີທີສີ່ສິບແປດນຳອີກ.
20 ເຖິງຢ່າງໃດກໍຕາມ ຮີລາມັນຍັງໄດ້ເຮັດໜ້າທີ່ຢູ່ເທິງບັນລັງຕັດສິນດ້ວຍຄວາມຍຸດຕິທຳ ແລະ ຄວາມຊອບທຳ; ແທ້ຈິງແລ້ວ, ເພິ່ນໄດ້ຍຶດຖືທີ່ຈະຮັກສາຂໍ້ກຳນົດ, ແລະ ການພິພາກສາ, ແລະ ພຣະບັນຍັດຂອງພຣະເຈົ້າ; ແລະ ເພິ່ນໄດ້ເຮັດທຸກສິ່ງທຸກຢ່າງທີ່ຖືກຕ້ອງໃນສາຍພຣະເນດຂອງພຣະເຈົ້າຕະຫລອດເວລາ; ແລະ ເພິ່ນໄດ້ໃຊ້ຊີວິດຕາມແບບຢ່າງຂອງບິດາຂອງເພິ່ນ, ເຖິງຂະໜາດທີ່ເພິ່ນໄດ້ຮຸ່ງເຮືອງຢູ່ໃນແຜ່ນດິນ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນມີລູກຊາຍສອງຄົນ. ເພິ່ນໄດ້ຕັ້ງຊື່ໃຫ້ລູກກົກວ່າ ນີໄຟ, ແລະ ຜູ້ຫລ້າວ່າ ລີໄຮ. ແລະ ພວກເຂົາທັງສອງເລີ່ມເຕີບໂຕຂຶ້ນໃນທາງຂອງພຣະຜູ້ເປັນເຈົ້າ.
22 ແລະ ເຫດການໄດ້ບັງເກີດຂຶ້ນຄື ສົງຄາມ ແລະ ການຂັດແຍ້ງກັນເລີ່ມຢຸດລົງແດ່ແລ້ວ, ໃນລະດັບໜ້ອຍໜຶ່ງ, ໃນບັນດາຜູ້ຄົນຂອງນີໄຟ, ໃນທ້າຍປີທີສີ່ສິບແປດແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ.
23 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີສີ່ສິບເກົ້າແຫ່ງການປົກຄອງຂອງຜູ້ຕັດສິນ, ມັນໄດ້ມີສັນຕິສຸກຕໍ່ເນື່ອງກັນໄປໃນແຜ່ນດິນ, ນອກຈາກການມົ້ວສຸມລັບ ຊຶ່ງໂຈນ ແກດີອານທັນຈັດຕັ້ງຂຶ້ນໃນພາກສ່ວນຕ່າງໆຂອງແຜ່ນດິນທີ່ມີຜູ້ຄົນພັກພາອາໄສຢູ່, ຊຶ່ງໃນເວລານັ້ນ ຜູ້ທີ່ເປັນຜູ້ນຳຂອງຝ່າຍປົກຄອງບໍ່ຮູ້ຈັກຫຍັງເລີຍ; ສະນັ້ນ ພວກເຂົາຈຶ່ງບໍ່ໄດ້ຖືກທຳລາຍໄປຈາກແຜ່ນດິນ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີດຽວກັນນີ້ ມັນມີຄວາມຈະເລີນຮຸ່ງເຮືອງຫລາຍທີ່ສຸດໃນສາດສະໜາຈັກ, ເຖິງຂະໜາດທີ່ມີຫລາຍພັນຄົນເຂົ້າມາຮ່ວມສາດສະໜາຈັກ ແລະ ໄດ້ຮັບບັບຕິສະມາໄວ້ກັບການກັບໃຈ.
25 ແລະ ຄວາມຈະເລີນຮຸ່ງເຮືອງຂອງສາດສະໜາຈັກນັ້ນກວ້າງຂວາງຫລາຍຂຶ້ນ, ແລະ ພອນຢ່າງຫລວງຫລາຍໄດ້ຖືກຖອກເທລົງມາເທິງຜູ້ຄົນ, ຈົນວ່າມະຫາປະໂລຫິດ ແລະ ຄູສອນເອງແປກໃຈເກີນກວ່າທີ່ຈະຄຳນວນໄດ້.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ວຽກງານຂອງພຣະຜູ້ເປັນເຈົ້າໄດ້ຈະເລີນຮຸ່ງເຮືອງຂຶ້ນ ຈົນນຳຄົນຢ່າງຫລວງຫລາຍມາຫາການຮັບບັບຕິສະມາ ແລະ ເປັນອັນໜຶ່ງອັນດຽວກັນກັບສາດສະໜາຈັກຂອງພຣະເຈົ້າ, ແທ້ຈິງແລ້ວ, ເຖິງແມ່ນເປັນຫລາຍໝື່ນຄົນ.
27 ດັ່ງນັ້ນ ພວກເຮົາຈຶ່ງເຫັນໄດ້ວ່າ ພຣະຜູ້ເປັນເຈົ້າເມດຕາປານີຕໍ່ທຸກໆຄົນທີ່ເອີ້ນຫາພຣະນາມອັນສັກສິດຂອງພຣະອົງດ້ວຍຄວາມຈິງໃຈຂອງໃຈເຂົາ.
28 ແທ້ຈິງແລ້ວ, ພວກເຮົາຈຶ່ງເຫັນໄດ້ວ່າ ປະຕູສະຫວັນໄດ້ເປີດໃຫ້ແກ່ ທຸກຄົນຜູ້ທີ່ເຊື່ອໃນພຣະນາມຂອງພຣະເຢຊູຄຣິດຜູ້ເປັນພຣະບຸດຂອງພຣະເຈົ້າ.
29 ແທ້ຈິງແລ້ວ, ພວກເຮົາຈຶ່ງເຫັນໄດ້ວ່າ ຜູ້ໃດກໍຕາມທີ່ຕັ້ງໃຈຍຶດຖື ພຣະຄຳຂອງພຣະເຈົ້າ, ຊຶ່ງ ມີຊີວິດ ແລະ ມີພະລັງ, ຊຶ່ງຈະແຍກເລ່ຫລ່ຽມ ແລະ ບ້ວງ ແລະ ກົນອຸບາຍຂອງມານອອກໄປ, ແລະ ນຳເອົາຄົນຂອງພຣະຄຣິດໄປໃນທາງຄັບ ແລະ ແຄບ ຂ້າມ ເຫວເລິກແຫ່ງຄວາມທຸກທໍລະມານອັນເປັນນິດ ຊຶ່ງຕຽມໄວ້ໃຫ້ກືນຄົນຊົ່ວ—
30 ແລະ ຈະນຳເອົາຈິດວິນຍານຂອງພວກເຂົາມາວາງໄວ້, ແທ້ຈິງແລ້ວ, ແມ່ນຈິດວິນຍານທີ່ເປັນອະມະຕະຂອງພວກເຂົາມາວາງໄວ້ທາງ ເບື້ອງຂວາພຣະຫັດຂອງພຣະເຈົ້າໃນອານາຈັກສະຫວັນ, ເພື່ອນັ່ງຢູ່ຮ່ວມກັບອັບຣາຮາມ, ແລະ ກັບອີຊາກ, ແລະ ກັບຢາໂຄບ, ແລະ ກັບບັນພະບຸລຸດຜູ້ບໍລິສຸດທັງຫລາຍຂອງພວກເຮົາເພື່ອຈະບໍ່ອອກໄປອີກ.
31 ແລະ ໃນປີນີ້ ມັນຍັງມີຄວາມຊື່ນຊົມຢູ່ໃນແຜ່ນດິນເຊຣາເຮັມລາ, ແລະ ໃນທຸກພາກພື້ນໂດຍອ້ອມຮອບ ເຖິງແມ່ນໃນທົ່ວແຜ່ນດິນທີ່ຊາວນີໄຟເປັນເຈົ້າຂອງ.
32 ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນໄດ້ມີສັນຕິສຸກ ແລະ ຄວາມຊື່ນຊົມຢ່າງລົ້ນເຫລືອໃນເວລາທີ່ເຫລືອຢູ່ຂອງປີທີສີ່ສິບເກົ້າ; ແທ້ຈິງແລ້ວ, ມັນໄດ້ມີສັນຕິສຸກ ແລະ ຄວາມຜາສຸກຕໍ່ເນື່ອງກັນໄປອີກໃນປີທີຫ້າສິບແຫ່ງການປົກຄອງຂອງຜູ້ຕັດສິນ.
33 ແລະ ໃນປີທີຫ້າສິບເອັດແຫ່ງການປົກຄອງຂອງຜູ້ຕັດສິນກໍຍັງມີສັນຕິສຸກຢູ່ ນອກຈາກມີຄວາມທະນົງຕົວຊຶ່ງເລີ່ມເຂົ້າມາໃນສາດສະໜາຈັກ—ບໍ່ແມ່ນເຂົ້າມາໃນສາດສະໜາຈັກຂອງພຣະເຈົ້າ, ແຕ່ເຂົ້າມາໃນໃຈຂອງຜູ້ທີ່ອ້າງວ່າເປັນຂອງສາດສະໜາຈັກຂອງພຣະເຈົ້າ—
34 ແລະ ພວກເຂົາໄດ້ລະເມີເພີ້ຝັນດ້ວຍ ຄວາມທະນົງຕົວ, ຈົນວ່າພວກເຂົາໄດ້ກົດຂີ່ຂົ່ມເຫັງພີ່ນ້ອງຂອງຕົນຫລາຍຄົນ. ບັດນີ້ ນີ້ເປັນຄວາມຊົ່ວອັນໃຫຍ່ຫລວງຊຶ່ງໄດ້ເຮັດໃຫ້ຜູ້ຄົນທີ່ຖ່ອມຕົວເປັນຈຳນວນຫລວງຫລາຍຕ້ອງທົນທຸກຕໍ່ການກົດຂີ່ຂົ່ມເຫັງນັ້ນ, ແລະ ຕ້ອງລຸຍໄປກັບຄວາມທຸກຢ່າງຫລວງຫລາຍ.
35 ເຖິງຢ່າງໃດກໍຕາມ ພວກເຂົາຍັງໄດ້ ຖືສິນອົດເຂົ້າ ແລະ ອະທິຖານຢູ່ເລື້ອຍໆ ແລະ ໄດ້ເຂັ້ມແຂງຂຶ້ນໄປເລື້ອຍໆໃນ ຄວາມຖ່ອມຕົວຂອງພວກເຂົາ, ແລະ ໝັ້ນຄົງຂຶ້ນໄປເລື້ອຍໆນຳສັດທາໃນພຣະຄຣິດ, ຈົນເຮັດໃຫ້ຈິດວິນຍານຂອງພວກເຂົາເຕັມໄປດ້ວຍຄວາມສຸກ ແລະ ຄວາມປອບໃຈ, ແທ້ຈິງແລ້ວ, ຈົນ ຊຳລະໃຈຂອງພວກເຂົາ ໃຫ້ບໍລິສຸດ ແລະ ສັກສິດ ຊຶ່ງການຊຳລະໃຫ້ບໍລິສຸດນັ້ນມີມາຍ້ອນການ ຍອມຖວາຍໃຈຂອງພວກເຂົາແດ່ພຣະເຈົ້າ.
36 ແລະ ເຫດການໄດ້ບັງເກີດຂຶ້ນຄື ປີທີຫ້າສິບສອງໄດ້ສິ້ນສຸດລົງດ້ວຍສັນຕິສຸກຄືກັນ, ນອກຈາກຄວາມທະນົງຕົວອັນໃຫຍ່ຫລວງໄດ້ເຂົ້າເຖິງໃຈຂອງຜູ້ຄົນ; ແລະ ມັນເປັນຍ້ອນ ຄວາມຮັ່ງມີເປັນດີ ແລະ ຄວາມຈະເລີນຮຸ່ງເຮືອງຢ່າງຍິ່ງໃນແຜ່ນດິນຂອງພວກເຂົາ; ແລະ ນັບມື້ນັບວັນມັນໄດ້ເຕີບໂຕຂຶ້ນຢູ່ໃນພວກເຂົາ.
37 ແລະ ເຫດການໄດ້ບັງເກີດຂຶ້ນໃນປີທີຫ້າສິບສາມແຫ່ງການປົກຄອງຂອງຜູ້ຕັດສິນ, ຮີລາມັນໄດ້ສິ້ນຊີວິດໄປ, ແລະ ລູກຊາຍກົກຂອງເພິ່ນ ນີໄຟ ໄດ້ຂຶ້ນເປັນຜູ້ຕັດສິນແທນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ເຮັດໜ້າທີ່ໃນບັນລັງຕັດສິນດ້ວຍຄວາມຍຸດຕິທຳ ແລະ ຄວາມທ່ຽງທຳ; ແທ້ຈິງແລ້ວ, ເພິ່ນໄດ້ຮັກສາພຣະບັນຍັດຂອງພຣະເຈົ້າ, ແລະ ໄດ້ເດີນໃນເສັ້ນທາງຂອງບິດາຂອງເພິ່ນ.