ບົດທີ 6
ຊາວເລມັນຜູ້ທີ່ຊອບທຳສັ່ງສອນຊາວນີໄຟຜູ້ທີ່ຊົ່ວ—ຜູ້ຄົນສອງຝ່າຍຈະເລີນຮຸ່ງເຮືອງຂຶ້ນໃນສະໄໝແຫ່ງສັນຕິສຸກ ແລະ ເຕັມໄປດ້ວຍຄວາມອຸດົມສົມບູນ—ລູຊິເຟີ, ຜູ້ສ້າງບາບ, ຍຸຍົງໃຈຂອງຄົນຊົ່ວ ແລະ ພວກໂຈນແກດີອານທັນໃຫ້ກະທຳການຄາດຕະກຳ ແລະ ສິ່ງທີ່ຊົ່ວຮ້າຍ—ພວກເຂົາໂຄ່ນລົ້ມຝ່າຍຜູ້ປົກຄອງຂອງຊາວນີໄຟ. ປະມານ 29–23 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ປີທີຫົກສິບສອງແຫ່ງການປົກຄອງຂອງຜູ້ຕັດສິນໄດ້ຜ່ານໄປ, ເລື່ອງລາວທັງໝົດນີ້ໄດ້ເກີດຂຶ້ນຄື ຊາວເລມັນສ່ວນໃຫຍ່ໄດ້ກາຍມາເປັນຄົນຊອບທຳ, ເຖິງຂະໜາດທີ່ ຄວາມຊອບທຳຂອງພວກເຂົາມີຫລາຍກວ່າຊາວນີໄຟອີກຊ້ຳ, ຍ້ອນວ່າຄວາມໝັ້ນຄົງ ແລະ ຄວາມສະໝ່ຳສະເໝີຂອງພວກເຂົາຢູ່ໃນສັດທາ.
2 ເພາະຈົ່ງເບິ່ງ, ໄດ້ມີຊາວນີໄຟເປັນຈຳນວນຫລວງຫລາຍທີ່ກາຍມາເປັນຄົນ ແຂງກະດ້າງ ແລະ ບໍ່ສຳນຶກຜິດ ແລະ ຊົ່ວຮ້າຍ, ເຖິງຂະໜາດທີ່ພວກເຂົາບໍ່ຍອມຮັບຟັງພຣະຄຳຂອງພຣະເຈົ້າ ແລະ ຄຳສັ່ງສອນ ແລະ ຄຳທຳນາຍທັງໝົດທີ່ມາໃນບັນດາພວກເຂົາ.
3 ເຖິງຢ່າງໃດກໍຕາມ, ສະມາຊິກຂອງສາດສະໜາຈັກກໍຍັງມີຄວາມຜາສຸກພໍສົມຄວນນຳການປ່ຽນໃຈເຫລື້ອມໃສຂອງຊາວເລມັນ, ແທ້ຈິງແລ້ວ, ຍ້ອນວ່າສາດສະໜາຈັກຂອງພຣະເຈົ້າ, ຊຶ່ງໄດ້ສະຖາປະນາຂຶ້ນໃນບັນດາພວກເຂົາ. ແລະ ພວກເຂົາໄດ້ ຜູກສຳພັນທະໄມຕີຕໍ່ກັນ, ແລະ ໄດ້ປິຕິຍິນດີນຳກັນ, ແລະ ໄດ້ມີຄວາມຊື່ນຊົມຫລາຍທີ່ສຸດ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນຫລາຍຄົນໄດ້ລົງມາເມືອງເຊຣາເຮັມລາ, ແລະ ໄດ້ປະກາດແກ່ຊາວນີໄຟເຖິງ ການປ່ຽນໃຈເຫລື້ອມໃສຂອງພວກເຂົາ, ແລະ ໄດ້ຊັກຊວນພວກເຂົາເຖິງສັດທາ ແລະ ການກັບໃຈ.
5 ແທ້ຈິງແລ້ວ, ແລະ ຫລາຍຄົນໄດ້ສັ່ງສອນດ້ວຍອຳນາດ ແລະ ສິດອຳນາດອັນຍິ່ງໃຫຍ່ທີ່ສຸດ, ຈົນວ່າພວກເຂົາໄດ້ຊັກນຳຫລາຍຄົນລົງມາສູ່ສ່ວນເລິກແຫ່ງຄວາມຖ່ອມຕົວ, ແລະ ເປັນຜູ້ຕິດຕາມທີ່ຖ່ອມຕົວຂອງພຣະເຈົ້າ ແລະ ພຣະເມສານ້ອຍ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນຫລາຍຄົນໄດ້ເຂົ້າໄປຫາແຜ່ນດິນທາງເໜືອ; ແລະ ນີໄຟກັບລີໄຮກໍໄປຫາ ແຜ່ນດິນທາງເໜືອຄືກັນເພື່ອສັ່ງສອນຜູ້ຄົນ. ແລະ ປີທີຫົກສິບສາມໄດ້ສິ້ນສຸດລົງດັ່ງນີ້.
7 ແລະ ຈົ່ງເບິ່ງ, ມັນມີສັນຕິສຸກຢູ່ທົ່ວແຜ່ນດິນທັງໝົດ, ເຖິງຂະໜາດທີ່ຊາວນີໄຟສາມາດເຂົ້າໄປຫາແຜ່ນດິນສ່ວນໃດກໍໄດ້ຕາມແຕ່ພວກເຂົາຕ້ອງການ ບໍ່ວ່າໃນບັນດາຊາວນີໄຟ ຫລື ວ່າໃນບັນດາຊາວເລມັນ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນຈະໄປບ່ອນໃດກໍໄດ້ ຕາມແຕ່ພວກເຂົາຕ້ອງການຄືກັນ, ບໍ່ວ່າໃນບັນດາຊາວເລມັນ ຫລື ໃນບັນດາຊາວນີໄຟ; ແລະ ພວກເຂົາໄດ້ມີການຕິດຕໍ່ກັນຢ່າງເປັນອິດສະລະດັ່ງນີ້, ເພື່ອຊື້ ແລະ ເພື່ອຂາຍ, ແລະ ເພື່ອຫາຜົນປະໂຫຍດ, ຕາມຄວາມປາດຖະໜາຂອງໃຜລາວ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ທັງຊາວເລມັນ ແລະ ຊາວນີໄຟໄດ້ຮັ່ງມີເປັນດີຢ່າງຍິ່ງ, ແລະ ພວກເຂົາໄດ້ມີຄຳ, ແລະ ມີເງິນ, ແລະ ມີໂລຫະທີ່ມີຄຸນຄ່າຢ່າງຫລວງຫລາຍ, ທັງໃນແຜ່ນດິນທາງໃຕ້ ແລະ ໃນແຜ່ນດິນທາງເໜືອ.
10 ບັດນີ້ແຜ່ນດິນທາງໃຕ້ຖືກເອີ້ນວ່າ ລີໄຮ, ແລະ ແຜ່ນດິນທາງເໜືອຖືກເອີ້ນວ່າ ມິວເລັກ, ເພາະເອີ້ນຕາມຊື່ລູກຊາຍຂອງເຊເດກີຢາ; ເພາະພຣະເຈົ້າໄດ້ນຳເອົາມິວເລັກເຂົ້າໄປຫາແຜ່ນດິນພາກເໜືອ, ແລະ ລີໄຮເຂົ້າໄປຫາແຜ່ນດິນທາງໃຕ້.
11 ແລະ ຈົ່ງເບິ່ງ, ມັນໄດ້ມີຄຳຫລາຍຊະນິດໃນແຜ່ນດິນທັງສອງບ່ອນ, ແລະ ເງິນ, ແລະ ໂລຫະທີ່ມີຄ່າທຸກຊະນິດ; ແລະ ມີນາຍຊ່າງທີ່ມີຝີມືປານີດນຳອີກ, ຊຶ່ງໄດ້ຕີໂລຫະທຸກຊະນິດ; ແລະ ໄດ້ເຮັດໃຫ້ມັນລະອຽດງາມດີ; ແລະ ພວກເຂົາໄດ້ກັບກາຍເປັນຄົນຮັ່ງມີດັ່ງນີ້.
12 ພວກເຂົາໄດ້ປູກພືດພັນຢ່າງຫລວງຫລາຍ, ທັງທາງເໜືອ ແລະ ທາງໃຕ້; ແລະ ພວກເຂົາໄດ້ມີຄວາມຈະເລີນຮຸ່ງເຮືອງຢ່າງຍິ່ງ, ທັງທາງເໜືອ ແລະ ທາງໃຕ້. ແລະ ພວກເຂົາໄດ້ມີຄົນເພີ່ມທະວີຂຶ້ນຢ່າງຫລວງຫລາຍ ແລະ ເຂັ້ມແຂງຂຶ້ນຢ່າງຍິ່ງໃນແຜ່ນດິນ. ແລະ ພວກເຂົາໄດ້ລ້ຽງສັດຫລາຍຊະນິດຢ່າງຫລວງຫລາຍ, ແທ້ຈິງແລ້ວ, ມັນໄດ້ອອກແມ່ແຜ່ລູກຢ່າງຫລວງຫລາຍ.
13 ຈົ່ງເບິ່ງ ພວກຜູ້ຍິງກໍໄດ້ອອກແຮງງານຢ່າງດຸໝັ້ນ ແລະ ເຂັນຝ້າຍ, ແລະ ໄດ້ເຮັດຜ້າແພຫລາຍຊະນິດ, ຜ້າລີນິນຕ່ຳຢ່າງດີ ແລະ ຜ້າທຸກຊະນິດ, ເພື່ອຈະໄດ້ປົກປິດຄວາມເປືອຍເປົ່າຂອງພວກເຂົາ. ແລະ ປີທີຫົກສິບສີ່ໄດ້ຜ່ານພົ້ນໄປຢ່າງສັນຕິດັ່ງນີ້.
14 ແລະ ໃນປີທີຫົກສິບຫ້າ ພວກເຂົາໄດ້ມີຄວາມຜາສຸກ ແລະ ສັນຕິສຸກຢ່າງກວ້າງຂວາງ, ແທ້ຈິງແລ້ວ, ມັນໄດ້ມີການສັ່ງສອນຫລາຍຢ່າງ ແລະ ມີການທຳນາຍຫລາຍຢ່າງກ່ຽວກັບສິ່ງທີ່ຈະມາເຖິງ. ແລະ ປີທີຫົກສິບຫ້າກໍໄດ້ຜ່ານໄປດັ່ງນີ້.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີທີຫົກສິບຫົກແຫ່ງການປົກຄອງຂອງຜູ້ຕັດສິນ, ຈົ່ງເບິ່ງ, ຊີໂຊຣຳຖືກລອບຂ້າໂດຍມືລຶກລັບໃນຂະນະທີ່ນັ່ງຢູ່ໃນບັນລັງຕັດສິນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີດຽວກັນນັ້ນ, ຄືລູກຊາຍຂອງເພິ່ນ, ຜູ້ທີ່ຖືກແຕ່ງຕັ້ງຂຶ້ນແທນກໍຖືກລອບຂ້າຄືກັນ. ແລະ ປີທີຫົກສິບຫົກໄດ້ສິ້ນສຸດລົງດັ່ງນີ້.
16 ແລະ ໃນຕົ້ນປີທີຫົກສິບເຈັດ ຜູ້ຄົນເລີ່ມເປັນຄົນຊົ່ວຄືນຄືເກົ່າ.
17 ເພາະຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ປະທານພອນໃຫ້ແກ່ພວກເຂົາມາດົນແລ້ວ ດ້ວຍຂອງທີ່ມີຄຸນຄ່າທາງໂລກ ຈົນວ່າມັນບໍ່ມີການຍຸຍົງໃຫ້ຄຽດແຄ້ນ, ໃຫ້ເຮັດສົງຄາມ, ຫລື ໃຫ້ຂ້າຟັນກັນ; ສະນັ້ນ ພວກເຂົາຈຶ່ງໄດ້ເລີ່ມໝົກໝຸ້ນຢູ່ກັບຂອງມີຄ່າຂອງພວກເຂົາ; ແທ້ຈິງແລ້ວ, ພວກເຂົາເລີ່ມພະຍາຍາມຫາຜົນປະໂຫຍດເພື່ອຕົນເອງຈະໄດ້ມີກຽດຕິຍົດສູງກວ່າຜູ້ອື່ນ; ສະນັ້ນ ພວກເຂົາຈຶ່ງເລີ່ມທຳການຄາດຕະກຳຢ່າງ ລັບໆ, ແລະ ເລີ່ມລັກ, ແລະ ປຸ້ນຈີ້ເພື່ອຫາຜົນປະໂຫຍດ.
18 ແລະ ບັດນີ້ຈົ່ງເບິ່ງ, ຄາດຕະກອນ ແລະ ພວກປຸ້ນຈີ້ເຫລົ່ານັ້ນເປັນພັກພວກທີ່ຄິດຄູເມັນ ແລະ ແກດີອານທັນໄດ້ຕັ້ງຂຶ້ນ. ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ໃນບັນດາຊາວນີໄຟກໍມີພັກພວກຂອງແກດີອານທັນຢ່າງຫລວງຫລາຍ. ແຕ່ຈົ່ງເບິ່ງ, ມັນມີຈຳນວນຫລາຍກວ່າໃນບັນດາຊາວເລມັນພວກທີ່ຊົ່ວກວ່າ. ແລະ ພວກເຂົາຖືກເອີ້ນວ່າໂຈນ ແລະ ຄາດຕະກອນຂອງແກດີອານທັນ.
19 ແລະ ພວກເຂົາຄືພວກທີ່ໄດ້ລອບຂ້າຊີໂຊຣຳຜູ້ເປັນຫົວໜ້າຜູ້ຕັດສິນ ແລະ ລູກຊາຍຂອງເພິ່ນ, ໃນຂະນະທີ່ພວກເພິ່ນຢູ່ໃນບັນລັງຕັດສິນ; ແລະ ຈົ່ງເບິ່ງ, ຊອກຫາພວກເຂົາບໍ່ພົບເລີຍ.
20 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອຊາວເລມັນເຫັນວ່າ ມັນມີພວກໂຈນປະປົນຢູ່ໃນບັນດາພວກເຂົາເອງ ພວກເຂົາກໍເສົ້າສະຫລົດໃຈຫລາຍທີ່ສຸດ; ແລະ ພວກເຂົາໄດ້ໃຊ້ທຸກວິທີທາງ ແລະ ອຳນາດຂອງພວກເຂົາເພື່ອທຳລາຍພວກໂຈນເຫລົ່ານັ້ນໃຫ້ໝົດສິ້ນໄປຈາກຜືນແຜ່ນດິນໂລກ.
21 ແຕ່ຈົ່ງເບິ່ງ, ຊາຕານໄດ້ຍຸຍົງໃຈຂອງຊາວນີໄຟສ່ວນຫລາຍ, ເຖິງຂະໜາດທີ່ພວກເຂົາໄດ້ເຂົ້າຮ່ວມກັບພວກໂຈນເຫລົ່ານັ້ນ, ແລະ ໄດ້ເຮັດພັນທະສັນຍາ ແລະ ຄຳສາບານກັບພວກເຂົາ, ວ່າພວກເຂົາຈະຄຸ້ມຄອງ ແລະ ປົກປັກຮັກສາພວກດຽວກັນ, ເຖິງແມ່ນຈະຢູ່ໃນສະພາບອັນຫຍຸ້ງຍາກໃດໆກໍຕາມທີ່ພວກໂຈນໄດ້ຮັບ, ເພື່ອພວກເຂົາຈະບໍ່ໄດ້ຮັບໂທດເພາະການຄາດຕະກຳຂອງພວກເຂົາ, ແລະ ການປຸ້ນຈີ້ຂອງພວກເຂົາ, ແລະ ການຂີ້ລັກມັກສົກຂອງພວກເຂົາ.
22 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ມີເຄື່ອງໝາຍຂອງພວກເຂົາເອງ, ແທ້ຈິງແລ້ວ, ເຄື່ອງໝາຍ ລັບ ແລະ ຄຳເວົ້າລັບໆຂອງພວກເຂົາ; ແລະ ສິ່ງເຫລົ່ານີ້ຈະຊ່ວຍໃຫ້ພວກເຂົາຮູ້ຈັກພີ່ນ້ອງທີ່ເຂົ້າມາໃນພັນທະສັນຍາ, ເພື່ອຄວາມຊົ່ວຮ້າຍໃດໆກໍຕາມທີ່ພີ່ນ້ອງຂອງພວກເຂົາກະທຳ ເຂົາຈະບໍ່ຖືກພີ່ນ້ອງ ຫລື ຄົນທີ່ໄດ້ເປັນຂອງພັກພວກຂອງຕົນທີ່ຮັບພັນທະສັນຍານີ້ທຳຮ້າຍ.
23 ແລະ ພວກເຂົາຈະໄດ້ຂ້າ, ແລະ ປຸ້ນຈີ້, ແລະ ລັກ, ແລະ ທຳການໂສເພນີ ແລະ ເຮັດຄວາມຊົ່ວຮ້າຍນາໆປະການດັ່ງນີ້, ກົງກັນຂ້າມກັບກົດໝາຍຂອງບ້ານເມືອງ ແລະ ກົດຂອງພຣະເຈົ້ານຳອີກ.
24 ແລະ ຜູ້ໃດກໍຕາມທີ່ຢູ່ໃນພັກພວກດຽວກັນເປີດເຜີຍ ຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງພັກພວກດຽວກັນໃຫ້ໂລກຮູ້ຈັກ, ຜູ້ນັ້ນຈະໄດ້ຮັບການຕັດສິນລົງໂທດ, ບໍ່ແມ່ນຕາມກົດໝາຍຂອງບ້ານເມືອງ, ແຕ່ເປັນກົດໝາຍອັນຊົ່ວຮ້າຍຊຶ່ງແກດີອານທັນ ແລະ ຄິດຄູເມັນໄດ້ຕັ້ງໄວ້.
25 ບັດນີ້ ຈົ່ງເບິ່ງ, ມັນເປັນ ຄຳສາບານ ແລະ ພັນທະສັນຍາລັບ ຊຶ່ງແອວມາໄດ້ສັ່ງລູກຂອງເພິ່ນໄວ້ວ່າ ບໍ່ໃຫ້ເອົາອອກໄປໃຫ້ໂລກຮູ້, ເພາະຢ້ານວ່າມັນຈະເປັນທາງນຳພາຜູ້ຄົນລົງໄປສູ່ຄວາມພິນາດ.
26 ບັດນີ້ຈົ່ງເບິ່ງ, ແກດີອານທັນບໍ່ໄດ້ເອົາຄຳສາບານ ແລະ ພັນທະສັນຍາ ລັບເຫລົ່ານັ້ນມາຈາກບັນທຶກທີ່ຖືກມອບໃຫ້ແກ່ຮີລາມັນ; ແຕ່ຈົ່ງເບິ່ງ, ມັນຖືກເອົາເຂົ້າໃສ່ໃນໃຈຂອງແກດີອານທັນໂດຍ ຜູ້ດຽວກັນກັບຜູ້ທີ່ໄດ້ຊັກຊວນບິດາມານດາຜູ້ທຳອິດຂອງພວກເຮົາໃຫ້ກິນໝາກໄມ້ທີ່ຕ້ອງຫ້າມນັ້ນ—
27 ແທ້ຈິງແລ້ວ, ມັນແມ່ນຜູ້ດຽວກັນນີ້ທີ່ໄດ້ວາງແຜນກັບ ກາອິນ, ວ່າຖ້າຫາກລາວຂ້າອາເບັນຜູ້ເປັນນ້ອງຊາຍຂອງລາວແລ້ວ ສິ່ງທີ່ລາວເຮັດໄປນັ້ນ ຈະບໍ່ເປັນທີ່ຮູ້ຈັກແກ່ໂລກນີ້ເລີຍ. ແລະ ມັນໄດ້ວາງແຜນກັບກາອິນ ແລະ ກັບຜູ້ເຊື່ອຟັງລາວນັບຕັ້ງແຕ່ເວລານັ້ນມາ.
28 ແລະ ແມ່ນຜູ້ດຽວກັນນີ້ຄືກັນທີ່ໃສ່ມັນໄວ້ໃນໃຈຂອງຜູ້ຄົນໃຫ້ ສ້າງຫໍຄອຍທີ່ສູງທີ່ສຸດເພື່ອພວກເຂົາຈະໄດ້ຂຶ້ນໄປເຖິງສະຫວັນ. ແລະ ແມ່ນຜູ້ດຽວກັນນີ້ທີ່ຊັກນຳຜູ້ຄົນຜູ້ທີ່ໜີມາຈາກຫໍຄອຍໃຫ້ເຂົ້າມາໃນແຜ່ນດິນນີ້; ເພື່ອເຜີຍແຜ່ວຽກງານແຫ່ງຄວາມມືດ ແລະ ຄວາມໜ້າກຽດຊັງໄປທົ່ວແຜ່ນດິນ, ຈົນວ່າມັນໄດ້ລາກຜູ້ຄົນໄປສູ່ຄວາມພິນາດ ໝົດສິ້ນ, ແລະ ໄປສູ່ນະລົກອັນເປັນນິດ.
29 ແທ້ຈິງແລ້ວ, ແມ່ນຜູ້ດຽວກັນນີ້ທີ່ໃສ່ມັນໄວ້ໃນໃຈຂອງ ແກດີອານທັນສືບຕໍ່ເຮັດວຽກງານແຫ່ງຄວາມມືດ, ແລະ ການຄາດຕະກຳຢ່າງລັບໆຕໍ່ໄປ; ແລະ ມັນໄດ້ນຳມັນອອກມານັບຕັ້ງແຕ່ການເລີ່ມຕົ້ນຂອງມະນຸດ ຈົນເຖິງເວລານີ້.
30 ແລະ ຈົ່ງເບິ່ງ, ຜູ້ດຽວກັນນີ້ທີ່ ສ້າງບາບທັງປວງ. ແລະ ຈົ່ງເບິ່ງ, ມັນໄດ້ທຳວຽກງານແຫ່ງຄວາມມືດ ແລະ ຄາດຕະກຳລັບ, ແລະ ໄດ້ສົ່ງຕໍ່ແຜນການຂອງພວກເຂົາ, ແລະ ຄຳສາບານຂອງພວກເຂົາ, ແລະ ພັນທະສັນຍາຂອງພວກເຂົາ, ແລະ ແຜນການອັນຊົ່ວຮ້າຍອັນເປັນຕາຢ້ານຂອງພວກເຂົາຈາກລຸ້ນສູ່ລຸ້ນ ຕາມທີ່ມັນຈະສາມາດຄອບຄອງໃຈຂອງລູກຫລານມະນຸດໄດ້.
31 ແລະ ບັດນີ້ຈົ່ງເບິ່ງ, ມັນໄດ້ຄອບຄອງໃຈຂອງຊາວນີໄຟໄດ້ຫລາຍ; ແທ້ຈິງແລ້ວ, ເຖິງຂະໜາດທີ່ພວກເຂົາກັບມາເປັນຄົນຊົ່ວທີ່ສຸດ; ແທ້ຈິງແລ້ວ, ພວກເຂົາສ່ວນຫລາຍໄດ້ຫັນໄປຈາກທາງແຫ່ງຄວາມຊອບທຳ, ແລະ ໄດ້ ຢຽບຍ່ຳພຣະບັນຍັດຂອງພຣະເຈົ້າໄວ້ໃຕ້ຕີນຂອງພວກເຂົາ, ແລະ ໄດ້ຫັນໄປສູ່ທາງຂອງຕົນ, ແລະ ໄດ້ສ້າງຮູບບູຊາຂຶ້ນໃຫ້ຕົນເອງດ້ວຍຄຳຂອງພວກເຂົາ ແລະ ເງິນຂອງພວກເຂົາ.
32 ແລະ ເຫດການໄດ້ບັງເກີດຂຶ້ນຄື ຄວາມຊົ່ວຮ້າຍທັງໝົດນີ້ໄດ້ມາຫາພວກເຂົາໃນເວລາ ບໍ່ເທົ່າໃດປີ, ເຖິງຂະໜາດທີ່ສ່ວນຫລາຍຂອງມັນໄດ້ມາສູ່ພວກເຂົາໃນປີທີຫົກສິບເຈັດແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟ.
33 ແລະ ພວກເຂົາໄດ້ເກັ່ງກ້າຂຶ້ນໃນຄວາມຊົ່ວຮ້າຍຂອງພວກເຂົາໃນປີທີຫົກສິບແປດນຳອີກ, ຈົນວ່າມັນເຮັດໃຫ້ຄົນທີ່ຊອບທຳເສົ້າສະຫລົດໃຈ ແລະ ຄ່ຳຄວນຢ່າງໃຫຍ່ຫລວງ.
34 ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າ ຊາວນີໄຟໄດ້ເລີ່ມເສື່ອມໂຊມລົງຢູ່ໃນຄວາມບໍ່ເຊື່ອຖື, ແລະ ເກັ່ງກ້າຢູ່ໃນຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງ, ໃນເວລາດຽວກັນຊາວເລມັນກັບມາເລີ່ມເຕີບໂຕຢ່າງຍິ່ງໃນຄວາມຮູ້ກ່ຽວກັບພຣະເຈົ້າຂອງພວກເຂົາ; ແທ້ຈິງແລ້ວ, ພວກເຂົາໄດ້ເລີ່ມຮັກສາຂໍ້ກຳນົດ ແລະ ພຣະບັນຍັດຂອງພຣະອົງ, ແລະ ເດີນຢູ່ໃນຄວາມຈິງ ແລະ ຊື່ຕົງຕໍ່ພຣະພັກຂອງພຣະອົງ.
35 ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າ ພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ເລີ່ມ ຖອຍອອກຈາກຊາວນີໄຟແລ້ວ, ເພາະຄວາມຊົ່ວຮ້າຍ ແລະ ຄວາມແຂງກະດ້າງຂອງໃຈຂອງພວກເຂົາ.
36 ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າ ພຣະຜູ້ເປັນເຈົ້າເລີ່ມຖອກເທພຣະວິນຍານຂອງພຣະອົງລົງມາເທິງຊາວເລມັນ, ເພາະຄວາມບອກລອນສອນງ່າຍ ແລະ ຄວາມເຕັມໃຈຂອງພວກເຂົາທີ່ຈະເຊື່ອໃນພຣະຄຳຂອງພຣະອົງ.
37 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນໄດ້ຕາມລ້າພວກໂຈນແກດີອານທັນ; ແລະ ພວກເຂົາໄດ້ສັ່ງສອນພຣະຄຳຂອງພຣະເຈົ້າຢູ່ໃນບັນດາພວກທີ່ຊົ່ວຫລາຍກວ່າ, ເຖິງຂະໜາດທີ່ພວກໂຈນເຫລົ່ານັ້ນໄດ້ຖືກທຳລາຍໃຫ້ສູນສິ້ນໄປຈາກບັນດາຊາວເລມັນ.
38 ແລະ ເຫດການໄດ້ບັງເກີດຂຶ້ນ ອີກດ້ານໜຶ່ງ ຄືຊາວນີໄຟໄດ້ຊຸກຍູ້ ແລະ ໄດ້ຊ່ວຍເຫລືອພວກເຂົາ, ໂດຍເລີ່ມຕົ້ນຈາກພວກທີ່ຊົ່ວຫລາຍກວ່າ, ຈົນວ່າພວກເຂົາໄດ້ແຜ່ຂະຫຍາຍໄປທົ່ວແຜ່ນດິນຂອງຊາວນີໄຟ, ແລະ ໄດ້ລໍ້ລວງຄົນຊອບທຳສ່ວນຫລາຍໃຫ້ລົງມາເຊື່ອໃນວຽກງານຂອງພວກເຂົາ ແລະ ມີສ່ວນໃນຂອງທີ່ລັກຂະໂມຍມາ, ແລະ ຮ່ວມກັບພວກເຂົາໃນການຄາດຕະກຳ ແລະ ການມົ້ວສຸມລັບຂອງພວກເຂົາ.
39 ແລະ ພວກເຂົາໄດ້ມີອຳນາດດຳເນີນການປົກຄອງແຕ່ຝ່າຍດຽວ, ເຖິງຂະໜາດທີ່ພວກເຂົາໄດ້ຢຽບຍ່ຳໄວ້ໃຕ້ຕີນຂອງພວກເຂົາ ແລະ ໄດ້ຂ້ຽນຕີ ແລະ ໄດ້ຫັນຫລັງໃສ່ຜູ້ທີ່ ທຸກຍາກລຳບາກ ແລະ ອ່ອນນ້ອມ, ແລະ ຜູ້ຕິດຕາມທີ່ຖ່ອມຕົວຂອງພຣະເຈົ້າ.
40 ແລະ ພວກເຮົາຈຶ່ງເຫັນດັ່ງນັ້ນວ່າ ພວກເຂົາໄດ້ຕົກຢູ່ໃນສະພາບອັນເປັນຕາຢ້ານ, ແລະ ກຳລັງ ສຸກເພື່ອຄວາມພິນາດອັນເປັນນິດ.
41 ແລະ ເຫດການໄດ້ບັງເກີດຂຶ້ນຄື ປີທີຫົກສິບແປດແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟໄດ້ສິ້ນສຸດລົງດັ່ງນີ້.