ບົດທີ 9
ພວກໄປເອົາຂ່າວພົບຫົວໜ້າຜູ້ຕັດສິນຕາຍຄາບັນລັງຕັດສິນ—ຜູ້ໄປເອົາຂ່າວຖືກຈັບເຂົ້າຄຸກ ແລະ ພາຍລຸນມາຖືກປ່ອຍຕົວໄປ—ໂດຍການດົນໃຈ ນີໄຟຮູ້ຈັກວ່າ ຊີອານທຳເປັນຄາດຕະກອນ—ຫລາຍຄົນຮັບຮູ້ວ່ານີໄຟເປັນສາດສະດາ. ປະມານ 23–21 ປີ ກ່ອນ ຄ.ສ.
1 ຈົ່ງເບິ່ງ, ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເວລານີໄຟເວົ້າຂໍ້ຄວາມນີ້ແລ້ວ ໄດ້ມີບາງຄົນ ຊຶ່ງຢູ່ໃນບັນດາພວກເຂົາແລ່ນໄປຫາບັນລັງຕັດສິນ; ແທ້ຈິງແລ້ວ, ມັນມີນຳກັນຫ້າຄົນທີ່ໄປ, ແລະ ພວກເຂົາໄດ້ລົມກັນຕອນແລ່ນໄປນັ້ນວ່າ:
2 ຈົ່ງເບິ່ງ, ບັດນີ້ພວກເຮົາຈະຮູ້ຈັກຢ່າງແນ່ນອນວ່າ ຄົນຜູ້ນັ້ນເປັນສາດສະດາແທ້ຫລືບໍ່ ແລະ ພຣະເຈົ້າບັນຊາໃຫ້ເພິ່ນທຳນາຍເລື່ອງໜ້າອັດສະຈັນເຊັ່ນນີ້ແກ່ພວກເຂົາ. ຈົ່ງເບິ່ງ, ພວກເຮົາບໍ່ເຊື່ອວ່າພຣະອົງຈະກະທຳແບບນີ້; ແທ້ຈິງແລ້ວ, ພວກເຮົາບໍ່ເຊື່ອວ່າເພິ່ນເປັນສາດສະດາ; ເຖິງຢ່າງໃດກໍຕາມ, ຖ້າຫາກສິ່ງທີ່ເພິ່ນເວົ້າກ່ຽວກັບຫົວໜ້າຜູ້ຕັດສິນວ່າ ເພິ່ນຖືກຂ້າຕາຍນັ້ນເປັນຄວາມຈິງ ແລ້ວພວກເຮົາຈຶ່ງຈະເຊື່ອວ່າ ສິ່ງທີ່ເພິ່ນເວົ້າມານັ້ນເປັນຄວາມຈິງ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ແລ່ນໄປຢ່າງວ່ອງໄວເທົ່າທີ່ຈະໄວໄດ້, ແລະ ເຂົ້າໄປຮອດບັນລັງຕັດສິນ; ແລະ ຈົ່ງເບິ່ງ, ຫົວໜ້າຜູ້ຕັດສິນລົ້ມຢູ່ກັບພື້ນ ແລະ ນອນຈົມກອງເລືອດຢູ່.
4 ແລະ ບັດນີ້ຈົ່ງເບິ່ງ, ເວລາພວກເຂົາເຫັນເຊັ່ນນີ້ ພວກເຂົາກໍແປກປະຫລາດໃຈຢ່າງຍິ່ງ, ເຖິງຂະໜາດທີ່ພວກເຂົາໄດ້ລົ້ມລົງຢູ່ກັບພື້ນດິນ; ເພາະວ່າພວກເຂົາບໍ່ເຊື່ອວ່າຄຳເວົ້າທີ່ນີໄຟເວົ້າກ່ຽວກັບຫົວໜ້າຜູ້ຕັດສິນນັ້ນຈິງ.
5 ແຕ່ບັດນີ້, ເມື່ອເຫັນແລ້ວພວກເຂົາກໍເຊື່ອ, ແລະ ພວກເຂົາຢ້ານວ່າການພິພາກສາທັງໝົດທີ່ນີໄຟເວົ້າມານັ້ນຈະເກີດກັບຜູ້ຄົນ; ສະນັ້ນ ພວກເຂົາຈຶ່ງຕົວສັ່ນ ແລະ ລົ້ມລົງຢູ່ກັບພື້ນດິນ.
6 ບັດນີ້, ໃນທັນທີທີ່ຜູ້ຕັດສິນຖືກລອບຂ້າຕາຍ—ໂດຍນ້ອງຊາຍຂອງຕົນ ຊຶ່ງໄດ້ນຸ່ງເຄື່ອງລຶກລັບເຂົ້າມາແທງ ແລ້ວກໍແລ່ນໜີໄປ, ແລະ ພວກຂ້າໃຊ້ໄດ້ແລ່ນໄປບອກຜູ້ຄົນ, ສົ່ງສຽງຮ້ອງປ່າວເຖິງເລື່ອງການຄາດຕະກຳທີ່ເກີດຂຶ້ນໃນບັນດາພວກເຂົາ;
7 ແລະ ຈົ່ງເບິ່ງ ຜູ້ຄົນໄດ້ມາເຕົ້າໂຮມກັນທີ່ບັນລັງຕັດສິນ—ແລະ ຈົ່ງເບິ່ງ, ພວກເຂົາມີຄວາມແປກປະຫລາດໃຈຫລາຍ ເວລາພວກເຂົາເຫັນຄົນຫ້າຄົນນັ້ນລົ້ມຢູ່ກັບພື້ນດິນ.
8 ແລະ ບັດນີ້ຈົ່ງເບິ່ງ, ຜູ້ຄົນບໍ່ຮູ້ຫຍັງກ່ຽວກັບຝູງຊົນທີ່ມາເຕົ້າໂຮມກັນທີ່ ສວນຂອງນີໄຟນັ້ນ; ສະນັ້ນ ພວກເຂົາຈຶ່ງເວົ້າກັນວ່າ: ຄົນພວກນີ້ຄືພວກທີ່ລອບຂ້າຜູ້ຕັດສິນ ແລະ ພຣະເຈົ້າລົງໂທດພວກເຂົາ ເພື່ອພວກເຂົາຈະໜີໄປຈາກພວກເຮົາບໍ່ໄດ້.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນໄດ້ຈັບພວກເຂົາ, ແລະ ມັດພວກເຂົາ ແລະ ເອົາພວກເຂົາເຂົ້າຄຸກ. ແລະ ມີຂ່າວສານສົ່ງອອກໄປທົ່ວວ່າ ຜູ້ຕັດສິນຖືກລອບຂ້າ ແລະ ຄາດຕະກອນກໍໄດ້ຖືກຈັບເອົາເຂົ້າຄຸກແລ້ວ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນມື້ຕໍ່ມາ ຜູ້ຄົນກໍໄດ້ມາເຕົ້າໂຮມກັນເພື່ອໄວ້ທຸກ ແລະ ເພື່ອ ຖືສິນອົດເຂົ້າໃນພິທີຝັງສົບຫົວໜ້າຜູ້ຕັດສິນຜູ້ຍິ່ງໃຫຍ່ ຊຶ່ງຖືກຂ້າຕາຍ.
11 ແລະ ພວກຜູ້ຕັດສິນຜູ້ທີ່ໄປຟັງຄຳເວົ້າຂອງນີໄຟຢູ່ໃນສວນຂອງເພິ່ນນັ້ນ ກໍໄດ້ມາເຕົ້າໂຮມກັນໃນພິທີຝັງສົບຄືກັນ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ສອບຖາມໃນບັນດາຜູ້ຄົນ, ມີຄວາມວ່າ: ຄົນຫ້າຄົນທີ່ຖືກສົ່ງມາເພື່ອສອບສວນກ່ຽວກັບຫົວໜ້າຜູ້ຕັດສິນວ່າ ເພິ່ນຖືກຂ້າຕາຍຫລືບໍ່ນັ້ນຢູ່ໃສ? ແລະ ຄົນທັງຫລາຍຕອບ ແລະ ເວົ້າວ່າ: ກ່ຽວກັບຄົນຫ້າຄົນທີ່ພວກທ່ານສົ່ງມານັ້ນພວກເຮົາບໍ່ຮູ້ຈັກ, ແຕ່ວ່າມີຫ້າຄົນທີ່ເປັນຄາດຕະກອນ ຊຶ່ງພວກເຮົາໄດ້ຈັບເຂົ້າຄຸກແລ້ວ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກຜູ້ຕັດສິນຈຶ່ງສັ່ງໃຫ້ນຳເອົາພວກຫ້າຄົນນັ້ນມາ ແລະ ພວກເຂົາຖືກນຳມາ, ແລະ ຈົ່ງເບິ່ງ ພວກເຂົາຄືຄົນຫ້າຄົນທີ່ຖືກສົ່ງໄປນັ້ນ; ແລະ ຈົ່ງເບິ່ງ ພວກຜູ້ຕັດສິນໄດ້ສອບຖາມພວກເຂົາ ເພື່ອຈະໄດ້ຮູ້ຈັກກ່ຽວກັບເລື່ອງຕ່າງໆ, ແລະ ພວກເຂົາໄດ້ບອກຜູ້ຄົນເຫລົ່ານັ້ນເຖິງເລື່ອງທັງໝົດທີ່ພວກເຂົາໄດ້ເຮັດ, ມີຄວາມວ່າ:
14 ພວກເຮົາໄດ້ແລ່ນມາຫາບັນລັງຕັດສິນ ແລະ ເມື່ອພວກເຮົາເຫັນທຸກສິ່ງທຸກຢ່າງຄືກັນກັບນີໄຟໄດ້ໃຫ້ຖ້ອຍຄຳໄວ້, ພວກເຮົາກໍແປກປະຫລາດໃຈຫລາຍ ເຖິງຂະໜາດທີ່ພວກເຮົາໄດ້ລົ້ມລົງຢູ່ກັບພື້ນດິນ; ແລະ ເວລາພວກເຮົາຫາຍແປກປະຫລາດໃຈແລ້ວ, ຈົ່ງເບິ່ງ ພວກເຂົາກໍໄດ້ເອົາພວກເຮົາເຂົ້າຄຸກ.
15 ບັດນີ້, ເລື່ອງການລອບຂ້າຜູ້ຕັດສິນນີ້ ພວກເຮົາບໍ່ຮູ້ຈັກວ່າຜູ້ໃດເຮັດ, ແລະ ພວກເຮົາຮູ້ຈັກພຽງແຕ່ວ່າ ພວກເຮົາໄດ້ແລ່ນມາຕາມທີ່ພວກທ່ານປາດຖະໜາ ແລະ ຈົ່ງເບິ່ງ, ເພິ່ນຕາຍແລ້ວຕາມຄຳເວົ້າຂອງນີໄຟ.
16 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ພວກຜູ້ຕັດສິນໄດ້ຊີ້ແຈງເລື່ອງນີ້ແກ່ຜູ້ຄົນ ແລະ ໄດ້ຮ້ອງກ່າວໂທດນີໄຟ, ມີຄວາມວ່າ: ຈົ່ງເບິ່ງ, ພວກເຮົາຮູ້ຈັກວ່າ ນີໄຟຜູ້ນີ້ຕ້ອງຕົກລົງກັບຜູ້ໃດຜູ້ໜຶ່ງໃຫ້ຂ້າຜູ້ຕັດສິນ, ແລະ ລາວຈຶ່ງໄດ້ປະກາດເລື່ອງນີ້ແກ່ພວກເຮົາ, ເພື່ອລາວຈະໄດ້ເຮັດໃຫ້ພວກເຮົາປ່ຽນໃຈເຫລື້ອມໃສຕາມສັດທາຂອງລາວ, ເພື່ອລາວຈະໄດ້ຍົກຕົວເອງຂຶ້ນເປັນຜູ້ຍິ່ງໃຫຍ່, ເປັນຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ ແລະ ເປັນສາດສະດາ.
17 ແລະ ບັດນີ້ຈົ່ງເບິ່ງ, ພວກເຮົາຈະສອບສວນຊາຍຜູ້ນີ້ ແລະ ລາວຈະສາລະພາບຄວາມຜິດຂອງລາວ ແລະ ພວກເຮົາຈະໄດ້ຮູ້ຈັກວ່າຜູ້ໃດແທ້ຂ້າຜູ້ຕັດສິນ.
18 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫ້າຄົນຖືກປ່ອຍຕົວໃນມື້ຝັງສົບນັ້ນ. ເຖິງຢ່າງໃດກໍຕາມ, ພວກເຂົາຍັງໄດ້ຕິຕຽນພວກຜູ້ຕັດສິນກ່ຽວກັບຄຳເວົ້າທີ່ເວົ້າປັກປຳນີໄຟ, ແລະ ໄດ້ໂຕ້ຖຽງກັບຜູ້ຕັດສິນແຕ່ລະຄົນ, ເຖິງຂະໜາດທີ່ພວກເຂົາຍອມຈຳນົນ.
19 ເຖິງຢ່າງໃດກໍຕາມ, ພວກເຂົາຍັງໄດ້ສັ່ງໃຫ້ຈັບມັດເອົານີໄຟມາ ແລະ ໃຫ້ມາຢືນຢູ່ຕໍ່ໜ້າຝູງຊົນ, ແລະ ພວກເຂົາໄດ້ສອບຖາມເພິ່ນຫລາຍຢ່າງ ເພື່ອຈະເຮັດໃຫ້ເພິ່ນສັບສົນ, ເພື່ອວ່າພວກເຂົາຈະໄດ້ກ່າວຫາເພິ່ນໃຫ້ເຖິງຄວາມຕາຍ—
20 ໂດຍກ່າວກັບເພິ່ນວ່າ: ທ່ານເປັນຜູ້ສົມຮູ້ຮ່ວມຄິດ; ແມ່ນໃຜເປັນຜູ້ເຮັດຄາດຕະກຳນີ້? ບັດນີ້ຈົ່ງບອກມາ ແລະ ຍອມຮັບຄວາມຜິດຂອງທ່ານສາ; ກ່າວວ່າ, ຈົ່ງເບິ່ງ ນີ້ແມ່ນເງິນ; ແລະ ພວກເຮົາຈະໄວ້ຊີວິດຂອງທ່ານ ຖ້າຫາກທ່ານບອກພວກເຮົາເຖິງການຕົກລົງຮ່ວມມືກັບຄາດຕະກອນຄົນນັ້ນ.
21 ແຕ່ນີໄຟໄດ້ກ່າວກັບພວກເຂົາວ່າ: ໂອ້ ພວກ ຄົນໂງ່ເອີຍ, ພວກທ່ານມີໃຈສົກກະປົກ, ພວກທ່ານຕາບອດ, ພວກທ່ານເປັນຄົນ ແຂງຄໍ, ພວກທ່ານຮູ້ບໍ່ວ່າ ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກທ່ານຈະປ່ອຍໃຫ້ພວກທ່ານໄປໃນທາງບາບຂອງພວກທ່ານອີກດົນປານໃດ?
22 ໂອ້ ພວກທ່ານຄວນເລີ່ມຕົ້ນຄວນຄາງ ແລະ ເປັນທຸກ, ຍ້ອນວ່າໃນຂະນະນີ້ຄວາມພິນາດອັນໃຫຍ່ຫລວງກຳລັງຄອຍຖ້າພວກທ່ານຢູ່, ຖ້າຫາກພວກທ່ານບໍ່ກັບໃຈ.
23 ຈົ່ງເບິ່ງ ພວກທ່ານກ່າວວ່າ ຂ້າພະເຈົ້າໄດ້ຕົກລົງກັບຜູ້ໃດຜູ້ໜຶ່ງໃຫ້ລອບຂ້າສີໂຊຣຳຜູ້ຊຶ່ງເປັນຫົວໜ້າຜູ້ຕັດສິນຂອງພວກເຮົາ. ແຕ່ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ເປັນຍ້ອນຂ້າພະເຈົ້າໄດ້ສະແດງຫລັກຖານແກ່ພວກທ່ານ ເພື່ອພວກທ່ານຈະໄດ້ຮູ້ຈັກກ່ຽວກັບເລື່ອງນີ້; ແທ້ຈິງແລ້ວ, ເພື່ອເປັນພະຍານຕໍ່ພວກທ່ານວ່າ ຂ້າພະເຈົ້າຮູ້ຈັກຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຊຶ່ງມີຢູ່ໃນບັນດາພວກທ່ານ.
24 ແລະ ຍ້ອນວ່າຂ້າພະເຈົ້າໄດ້ເຮັດສິ່ງນີ້ ພວກທ່ານຈຶ່ງເວົ້າວ່າ ຂ້າພະເຈົ້າໄດ້ຕົກລົງກັບຜູ້ໃດຜູ້ໜຶ່ງໃຫ້ເຮັດສິ່ງນີ້; ແທ້ຈິງແລ້ວ, ຍ້ອນວ່າຂ້າພະເຈົ້າໄດ້ສະແດງເຄື່ອງໝາຍນີ້ແກ່ພວກທ່ານ, ພວກທ່ານຈຶ່ງຄຽດແຄ້ນໃຫ້ຂ້າພະເຈົ້າ, ແລະ ພະຍາຍາມທີ່ຈະທຳລາຍຊີວິດຂອງຂ້າພະເຈົ້າ.
25 ແລະ ບັດນີ້ຈົ່ງເບິ່ງ, ຂ້າພະເຈົ້າຈະສະແດງເຄື່ອງໝາຍອີກຢ່າງໜຶ່ງແກ່ພວກທ່ານ, ແລະ ຈະເບິ່ງວ່າ ພວກທ່ານຈະພະຍາຍາມທຳລາຍຊີວິດຂອງຂ້າພະເຈົ້າໃນເລື່ອງນີ້ຫລືບໍ່.
26 ຈົ່ງເບິ່ງ ຂ້າພະເຈົ້າກ່າວກັບພວກທ່ານວ່າ: ໃຫ້ໄປຫາເຮືອນຂອງຊີອານທຳຜູ້ເປັນ ນ້ອງຊາຍຂອງສີໂຊຣຳ, ແລະ ເວົ້າກັບລາວວ່າ—
27 ນີໄຟຜູ້ທີ່ອ້າງຕົນເອງວ່າເປັນສາດສະດາ ຜູ້ໄດ້ທຳນາຍກ່ຽວກັບຄວາມຊົ່ວຢ່າງຫລວງຫລາຍຂອງຜູ້ຄົນພວກນີ້ໄດ້ສົມຮູ້ຮ່ວມຄິດກັບເຈົ້າບໍໃນການລອບຂ້າສີໂຊຣຳຜູ້ເປັນອ້າຍຂອງເຈົ້າ?
28 ແລະ ຈົ່ງເບິ່ງ, ລາວຈະເວົ້າກັບພວກທ່ານວ່າ, ບໍ່.
29 ແລະ ພວກທ່ານຈົ່ງຖາມລາວອີກວ່າ: ເຈົ້າໄດ້ຂ້າອ້າຍຂອງເຈົ້າບໍ່?
30 ແລະ ລາວຈະຢືນຂຶ້ນດ້ວຍຄວາມຢ້ານກົວ ແລະ ບໍ່ຮູ້ວ່າຈະເວົ້າແນວໃດ. ແລະ ຈົ່ງເບິ່ງ, ລາວຈະປະຕິເສດ ແລະ ລາວຈະເຮັດທຳທ່າວ່າລາວແປກໃຈ; ເຖິງຢ່າງໃດກໍຕາມ, ລາວກໍຈະອ້າງກັບພວກທ່ານວ່າ ລາວບໍລິສຸດ.
31 ແຕ່ຈົ່ງເບິ່ງ, ໃຫ້ພວກທ່ານກວດຄົ້ນຕົວລາວ, ແລະ ພວກທ່ານຈະໄດ້ເຫັນເລືອດໃນສາຍເສື້ອຄຸມຂອງລາວ.
32 ແລະ ເວລາພວກທ່ານເຫັນສິ່ງເຫລົ່ານີ້ແລ້ວ, ພວກທ່ານຈົ່ງຖາມວ່າ: ເລືອດນີ້ມາແຕ່ໃສ? ພວກເຮົາບໍ່ຮູ້ບໍວ່າມັນເປັນເລືອດຂອງອ້າຍເຈົ້າ?
33 ແລະ ເວລານັ້ນລາວຈະຕົວສັ່ນ, ແລະ ໜ້າຊີດ, ຄ້າຍຄືກັບວ່າ ຄວາມຕາຍມາຮອດລາວແລ້ວ.
34 ແລະ ເວລານັ້ນພວກທ່ານຈະເວົ້າວ່າ: ຍ້ອນຄວາມຢ້ານ ແລະ ໜ້າຊີດທີ່ມີຢູ່ໃນໃບໜ້າຂອງເຈົ້າ, ຈົ່ງເບິ່ງ, ພວກເຮົາຈຶ່ງຮູ້ວ່າເຈົ້າມີຄວາມຜິດ.
35 ແລະ ເວລານັ້ນ ລາວຈະມີຄວາມຢ້ານກົວຫລາຍທີ່ສຸດ; ແລະ ແລ້ວລາວຈະສາລະພາບກັບພວກທ່ານ, ແລະ ລາວຈະປະຕິເສດບໍ່ໄດ້ອີກວ່າ ລາວບໍ່ໄດ້ເຮັດການຄາດຕະກຳນີ້.
36 ແລະ ເວລານັ້ນ ລາວຈະກ່າວກັບພວກທ່ານວ່າ ຂ້າພະເຈົ້ານີໄຟບໍ່ຮູ້ຈັກເລື່ອງນີ້ເລີຍ ນອກຈາກວ່າ ຂ້າພະເຈົ້າຈະໄດ້ຮັບມາໂດຍອຳນາດຂອງພຣະເຈົ້າ. ແລະ ເວລານັ້ນ ພວກທ່ານຈະຮູ້ວ່າ ຂ້າພະເຈົ້າເປັນຄົນຊື່ສັດ, ແລະ ພຣະເຈົ້າໄດ້ສົ່ງຂ້າພະເຈົ້າມາຫາພວກທ່ານ.
37 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ໄປ ແລະ ເຮັດ, ຕາມທີ່ນີໄຟໄດ້ກ່າວກັບພວກເຂົາ. ແລະ ຈົ່ງເບິ່ງ, ຄຳເວົ້າຂອງເພິ່ນລ້ວນແລ້ວແຕ່ເປັນຄວາມຈິງ; ເພາະອີງຕາມຄຳທີ່ລາວໄດ້ປະຕິເສດ, ແລະ ອີງຕາມຄຳທີ່ລາວໄດ້ສາລະພາບນຳອີກ.
38 ແລະ ລາວຖືກນຳຕົວມາເພື່ອພິສູດວ່າລາວເອງເປັນຄາດຕະກອນ, ເຖິງຂະໜາດທີ່ຄົນຫ້າຄົນໄດ້ຖືກປ່ອຍຕົວໄປ ແລະ ນີໄຟກໍຖືກປ່ອຍຕົວໄປຄືກັນ.
39 ແລະ ຊາວນີໄຟບາງຄົນໄດ້ເຊື່ອໃນຄຳເວົ້າຂອງນີໄຟ; ແລະ ບາງຄົນໄດ້ເຊື່ອໃນເລື່ອງນີ້ເພາະປະຈັກພະຍານຂອງຫ້າຄົນນັ້ນ, ເພາະພວກເຂົາໄດ້ປ່ຽນໃຈເຫລື້ອມໃສໃນຂະນະທີ່ພວກເຂົາຢູ່ໃນຄຸກ.
40 ແລະ ບັດນີ້ມີບາງຄົນໃນບັນດາຜູ້ຄົນເວົ້າວ່ານີໄຟເປັນສາດສະດາ.
41 ແລະ ມີຄົນອື່ນໆທີ່ເວົ້າວ່າ: ຈົ່ງເບິ່ງ ເພິ່ນເປັນພຣະເຈົ້າ, ເພາະຖ້າຫາກເພິ່ນບໍ່ໄດ້ເປັນພຣະເຈົ້າແລ້ວ ເພິ່ນຈະຮູ້ຈັກທຸກສິ່ງທຸກຢ່າງບໍ່ໄດ້. ເພາະຈົ່ງເບິ່ງ, ເພິ່ນໄດ້ບອກພວກເຮົາເຖິງຄວາມນຶກຄິດທີ່ຢູ່ໃນໃຈຂອງພວກເຮົາ, ແລະ ບອກເຖິງເລື່ອງຕ່າງໆນຳອີກ; ແລະ ແມ່ນແຕ່ເພິ່ນໄດ້ເຮັດໃຫ້ພວກເຮົາຮູ້ຈັກຄາດຕະກອນຕົວຈິງຂອງຫົວໜ້າຜູ້ຕັດສິນຂອງພວກເຮົາ.