ບົດທີ 2
ຢາໂຄບກ່າວໂທດການໄຝ່ຝັນຫາຄວາມຮັ່ງມີ, ຄວາມທະນົງຕົວ, ແລະ ຄວາມມີຈິດໃຈລາມົກ—ມະນຸດຄວນສະແຫວງຫາຄວາມຮັ່ງມີເພື່ອຊ່ວຍເຫລືອເພື່ອນມະນຸດຂອງເຂົາ—ພຣະຜູ້ເປັນເຈົ້າບັນຊາບໍ່ໃຫ້ຜູ້ຊາຍໃນບັນດາຊາວນີໄຟມີເມຍຫລາຍກວ່າໜຶ່ງຄົນ—ພຣະຜູ້ເປັນເຈົ້າຊື່ນຊົມໃນພົມມະຈັນຂອງຜູ້ຍິງ. ປະມານ 544–421 ປີ ກ່ອນ ຄ.ສ.
1 ນີ້ຄືຂໍ້ຄວາມຊຶ່ງຢາໂຄບນ້ອງຊາຍຂອງນີໄຟໄດ້ເວົ້າກັບຜູ້ຄົນຂອງນີໄຟຫລັງຈາກນີໄຟໄດ້ສິ້ນຊີວິດໄປແລ້ວ:
2 ບັດນີ້, ພີ່ນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຢາໂຄບຕາມຄວາມຮັບຜິດຊອບຊຶ່ງຂ້າພະເຈົ້າມີຢູ່ພາຍໃຕ້ພຣະເຈົ້າ, ຂ້າພະເຈົ້າຈະຂະຫຍາຍໜ້າທີ່ຂອງຂ້າພະເຈົ້າດ້ວຍສະຕິປັນຍາ, ແລະ ເພື່ອຂ້າພະເຈົ້າຈະກຳຈັດບາບຂອງພວກທ່ານອອກຈາກອາພອນຂອງຂ້າພະເຈົ້າ, ຂ້າພະເຈົ້າຈຶ່ງຂຶ້ນມາພຣະວິຫານໃນມື້ນີ້ ເພື່ອຈະໄດ້ປະກາດພຣະຄຳຂອງພຣະເຈົ້າແກ່ພວກທ່ານ.
3 ແລະ ຕົວພວກທ່ານເອງຮູ້ຈັກແລ້ວ ຕັ້ງແຕ່ຕົ້ນມາຂ້າພະເຈົ້າໄດ້ເຮັດໜ້າທີ່ຂອງຂ້າພະເຈົ້າຢ່າງພາກພຽນຕາມທີ່ຂ້າພະເຈົ້າໄດ້ຖືກຮຽກຮ້ອງໃຫ້ເຮັດ; ແຕ່ມື້ນີ້ຂ້າພະເຈົ້າຖືກຖ່ວງດຶງດ້ວຍຄວາມປາດຖະໜາ ແລະ ຄວາມກະວົນກະວາຍເພື່ອຄວາມຜາສຸກຂອງຈິດວິນຍານຂອງພວກທ່ານຍິ່ງກວ່າຂ້າພະເຈົ້າເຄີຍມີມາກ່ອນ.
4 ເພາະຈົ່ງເບິ່ງ, ຈົນມາເຖິງບັດນີ້ພວກທ່ານໄດ້ເຊື່ອຟັງພຣະຄຳຂອງພຣະຜູ້ເປັນເຈົ້າ, ຊຶ່ງຂ້າພະເຈົ້າໄດ້ໃຫ້ໄວ້ກັບພວກທ່ານ.
5 ແຕ່ຈົ່ງເບິ່ງ, ພວກທ່ານຈົ່ງເຊື່ອຟັງຂ້າພະເຈົ້າ ແລະ ຈົ່ງຮູ້ໄວ້ວ່າ ໂດຍຄວາມຊ່ວຍເຫລືອຂອງພຣະຜູ້ສ້າງສະຫວັນ ແລະ ແຜ່ນດິນໂລກ ຜູ້ມີອຳນາດທັງປວງ, ຂ້າພະເຈົ້າຈະບອກພວກທ່ານໄວ້ກ່ຽວກັບ ຄວາມນຶກຄິດຂອງພວກທ່ານວ່າ, ພວກທ່ານເລີ່ມຕົ້ນອອກແຮງງານໃນບາບ, ເບິ່ງແລ້ວບາບນັ້ນເປັນໜ້າກຽດຊັງທີ່ສຸດສຳລັບຂ້າພະເຈົ້າ, ແທ້ຈິງແລ້ວ, ເປັນໜ້າກຽດຊັງທີ່ສຸດຕໍ່ພຣະເຈົ້າ.
6 ແທ້ຈິງແລ້ວ, ມັນເຮັດໃຫ້ຈິດວິນຍານຂອງຂ້າພະເຈົ້າໂສກເສົ້າ ແລະ ເຮັດໃຫ້ຂ້າພະເຈົ້າກົ້ມໜ້າຢູ່ດ້ວຍຄວາມອັບອາຍຕໍ່ໜ້າທີ່ປະທັບຂອງພຣະຜູ້ສ້າງຂອງຂ້າພະເຈົ້າ, ເພາະຂ້າພະເຈົ້າຈະໄດ້ໃຫ້ຖ້ອຍຄຳແກ່ພວກທ່ານກ່ຽວກັບຄວາມຊົ່ວຮ້າຍຂອງໃຈພວກທ່ານ.
7 ແລະ ມັນເຮັດໃຫ້ຂ້າພະເຈົ້າໂສກເສົ້າອີກທີ່ຈະຕ້ອງໃຊ້ຄຳເວົ້າ ຮຸນແຮງນຳພວກທ່ານຢູ່ຕໍ່ໜ້າເມຍຂອງພວກທ່ານ ແລະ ລູກຂອງພວກທ່ານ ຜູ້ຊຶ່ງຄວາມຮູ້ສຶກຂອງພວກເຂົາຫລາຍຄົນອ່ອນນ້ອມ ແລະ ບໍລິສຸດ ແລະ ລະມຸນລະໄມຕໍ່ພຣະພັກຂອງພຣະເຈົ້າ, ຊຶ່ງເປັນສິ່ງທີ່ພໍພຣະໄທຕໍ່ພຣະເຈົ້າ;
8 ແລະ ຂ້າພະເຈົ້າຄິດວ່າ ພວກເຂົາຂຶ້ນມາບ່ອນນີ້ ເພື່ອຈະໄດ້ຍິນພຣະຄຳທີ່ໜ້າພໍໃຈຈາກພຣະເຈົ້າ, ແທ້ຈິງແລ້ວ, ແມ່ນ ພຣະຄຳຂອງພຣະເຈົ້າ ຊຶ່ງປິ່ນປົວຈິດວິນຍານທີ່ຖືກບາດເຈັບ.
9 ດັ່ງນັ້ນ, ມັນຈຶ່ງເປັນພາລະແບກຫາບຕໍ່ຈິດວິນຍານຂອງຂ້າພະເຈົ້າ ຊຶ່ງຂ້າພະເຈົ້າຖືກບັງຄັບ ເພາະພຣະບັນຍັດອັນເຄັ່ງຄັດ ຊຶ່ງຂ້າພະເຈົ້າໄດ້ຮັບມາຈາກພຣະເຈົ້າ ໃຫ້ຕັກເຕືອນພວກທ່ານຕາມຄວາມຜິດຂອງພວກທ່ານ ແລະ ເຮັດໃຫ້ບາດແຜຂອງຜູ້ທີ່ໄດ້ຮັບບາດເຈັບກວ້າງອອກແທນທີ່ຈະປອບໂຍນ ແລະ ປິ່ນປົວບາດແຜໃຫ້ພວກເຂົາ; ແລະ ຄົນທີ່ບໍ່ໄດ້ຮັບບາດເຈັບນັ້ນ, ແທນທີ່ຈະຊື່ນຊົມຢູ່ດ້ວຍພຣະຄຳຂອງພຣະເຈົ້າທີ່ໜ້າພໍໃຈ ກໍມີດາບສອງຄົມມາວາງໄວ້ເພື່ອສຽບແທງຈິດວິນຍານຂອງພວກເຂົາ ແລະ ເຮັດໃຫ້ຈິດໃຈອັນອ່ອນນ້ອມຂອງພວກເຂົາໄດ້ຮັບບາດເຈັບ.
10 ແຕ່ທັງທີ່ເປັນວຽກງານໜັກຢ່າງໃຫຍ່ຫລວງ, ຂ້າພະເຈົ້າກໍຕ້ອງເຮັດຕາມ ຄຳສັ່ງອັນເຄັ່ງຄັດຂອງພຣະເຈົ້າ, ແລະ ບອກພວກທ່ານໃຫ້ຮູ້ກ່ຽວກັບຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງພວກທ່ານຕໍ່ໜ້າຜູ້ທີ່ມີໃຈບໍລິສຸດ, ແລະ ຄົນທີ່ມີໃຈທີ່ຊອກຊ້ຳພາຍໃຕ້ການເຫລືອດພຣະເນດອັນ ແຫລມຄົມຂອງພຣະເຈົ້າຜູ້ຊົງລິດອຳນາດຍິ່ງໃຫຍ່.
11 ດັ່ງນັ້ນ, ຂ້າພະເຈົ້າຈຶ່ງເວົ້າກັບພວກທ່ານດ້ວຍຄວາມຈິງ ແຈ່ມແຈ້ງແຫ່ງພຣະຄຳຂອງພຣະເຈົ້າ. ເພາະຈົ່ງເບິ່ງ, ໃນຂະນະທີ່ຂ້າພະເຈົ້າທູນຖາມພຣະຜູ້ເປັນເຈົ້າຢູ່ນັ້ນ, ພຣະຄຳຂອງພຣະອົງໄດ້ມາຫາຂ້າພະເຈົ້າ, ມີຄວາມວ່າ: ຢາໂຄບເຈົ້າຈົ່ງໄປຍັງພຣະວິຫານໃນມື້ອື່ນນີ້, ແລະ ປະກາດພຣະຄຳຊຶ່ງເຮົາຈະມອບໃຫ້ແກ່ເຈົ້າ ເພື່ອເຈົ້າຈະໄດ້ກ່າວຕໍ່ຜູ້ຄົນພວກນີ້.
12 ແລະ ບັດນີ້ຈົ່ງເບິ່ງ, ພີ່ນ້ອງຂອງຂ້າພະເຈົ້າ, ນີ້ແມ່ນພຣະຄຳຊຶ່ງຂ້າພະເຈົ້າຈະປະກາດແກ່ພວກທ່ານ, ຊຶ່ງພວກທ່ານຫລາຍຄົນກຳລັງຄົ້ນຫາຄຳ, ແລະ ເງິນ, ແລະ ວັດຖຸນາໆຊະນິດ, ຊຶ່ງມີຢ່າງຫລວງຫລາຍເຕັມໄປດ້ວຍຄວາມອຸດົມສົມບູນທົ່ວແຜ່ນດິນ, ອັນເປັນ ແຜ່ນດິນແຫ່ງຄຳສັນຍາສຳລັບພວກທ່ານ ແລະ ລູກຫລານຂອງພວກທ່ານ.
13 ແລະ ພຣະຫັດແຫ່ງອາລັກຂາໄດ້ຍິ້ມຢູ່ເທິງພວກທ່ານຢ່າງພໍພຣະໄທທີ່ສຸດ, ຈົນວ່າພວກທ່ານໄດ້ຂອງມີຄ່າຫລວງຫລາຍ; ແລະ ເພາະວ່າບາງຄົນໃນບັນດາພວກທ່ານໄດ້ຮັບຫລາຍກວ່າພີ່ນ້ອງຂອງພວກທ່ານ ແລ້ວພວກທ່ານຈຶ່ງຄິດ ລະເມີເພີ້ຝັນດ້ວຍຄວາມທະນົງໃຈຫລາຍ ແລະ ເຮັດຄໍແຂງ ແລະ ອວດອ້າງ ຍ້ອນວ່າເຄື່ອງນຸ່ງລາຄາແພງຂອງພວກທ່ານ, ແລະ ໄດ້ຂົ່ມເຫັງພີ່ນ້ອງຂອງພວກທ່ານ ເພາະພວກທ່ານຄິດວ່າພວກທ່ານດີກວ່າພວກເຂົາ.
14 ແລະ ບັດນີ້ພີ່ນ້ອງຂອງຂ້າພະເຈົ້າ, ພວກທ່ານຄິດວ່າພຣະເຈົ້າຮັບຮອງສິ່ງນີ້ເພື່ອພວກທ່ານບໍ? ຈົ່ງເບິ່ງ, ຂ້າພະເຈົ້າກ່າວວ່າ, ບໍ່ເລີຍ. ແຕ່ພຣະອົງຈະກ່າວໂທດພວກທ່ານ, ແລະ ຖ້າຫາກພວກທ່ານຍັງສືບຕໍ່ເຮັດສິ່ງເຫລົ່ານີ້ຢູ່ ການພິພາກສາຂອງພຣະອົງຈະຕ້ອງມາສູ່ພວກທ່ານຢ່າງວ່ອງໄວ.
15 ໂອ້ ຂໍໃຫ້ພຣະອົງສະແດງແກ່ພວກທ່ານວ່າ ພຣະອົງສາມາດສຽບແທງພວກທ່ານໄດ້ ແລະ ໂດຍການເຫລືອດສາຍພຣະເນດຂອງພຣະອົງຂ້າງດຽວ ພຣະອົງກໍລົງທັນພວກທ່ານໃຫ້ເປັນຝຸ່ນໄດ້!
16 ໂອ້ ຂໍໃຫ້ພຣະອົງຈົ່ງເອົາພວກທ່ານອອກຈາກຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງອັນນີ້ເຖີດ ແລະ ຂໍໃຫ້ພວກທ່ານຈົ່ງຟັງພຣະບັນຊາຂອງພຣະອົງ ແລະ ຢ່າໄດ້ໃຫ້ ຄວາມທະນົງໃຈອັນນີ້ມາທຳລາຍຈິດວິນຍານຂອງພວກທ່ານເລີຍ!
17 ຈົ່ງຄິດວ່າ ພີ່ນ້ອງຂອງພວກທ່ານກໍເໝືອນກັນກັບຕົວຂອງພວກທ່ານເອງ, ແລະ ຄຸ້ນເຄີຍກັບທຸກຄົນ ແລະ ແຈກຢາຍ ເຂົ້າຂອງ ຂອງພວກທ່ານ, ເພື່ອ ພວກເຂົາຈະໄດ້ຮັ່ງມີເໝືອນດັ່ງພວກທ່ານ.
18 ແຕ່ວ່າກ່ອນທີ່ພວກທ່ານຈະຊອກຫາ ຄວາມຮັ່ງມີນັ້ນ, ໃຫ້ພວກທ່ານຊອກຫາ ອານາຈັກຂອງພຣະເຈົ້າກ່ອນ.
19 ແລະ ຫລັງຈາກພວກທ່ານໄດ້ຮັບຄວາມຫວັງໃນພຣະຄຣິດແລ້ວ ພວກທ່ານຈະໄດ້ຮັບຄວາມຮັ່ງມີ, ຖ້າຫາກພວກທ່ານສະແຫວງຫາມັນ, ແລະ ພວກທ່ານຊອກຫາມັນດ້ວຍເຈດຕະນາເພື່ອ ສ້າງຄວາມດີ—ເພື່ອມີເຄື່ອງນຸ່ງຫົ່ມໃຫ້ແກ່ຄົນທີ່ເປືອຍເປົ່າ, ແລະ ລ້ຽງຄົນອຶດຫິວ, ແລະ ປົດປ່ອຍຊະເລີຍໃຫ້ເປັນອິດສະລະ ແລະ ຊ່ວຍບັນເທົາທຸກໃຫ້ຄົນເຈັບປ່ວຍ ແລະ ຄົນທີ່ເປັນທຸກ.
20 ແລະ ບັດນີ້ພີ່ນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ເວົ້າກັບພວກທ່ານແລ້ວກ່ຽວກັບຄວາມທະນົງໃຈນັ້ນ; ແລະ ຄົນໃນຈຳນວນພວກທ່ານທີ່ເຮັດໃຫ້ເພື່ອນບ້ານຂອງພວກທ່ານເປັນທຸກ ແລະ ຂົ່ມເຫັງເຂົາ ເພາະຄວາມອວດດີໃນໃຈຂອງພວກທ່ານ, ດ້ວຍສິ່ງທີ່ພຣະເຈົ້າປະທານໃຫ້ແກ່ພວກທ່ານ, ແລ້ວພວກທ່ານຈະເວົ້າວ່າແນວໃດ?
21 ພວກທ່ານບໍ່ຄິດບໍວ່າ ເລື່ອງເຫລົ່ານີ້ເປັນໜ້າກຽດຊັງສຳລັບພຣະອົງຜູ້ສ້າງເນື້ອໜັງທັງປວງ? ແລະ ໃນສາຍພຣະເນດຂອງພຣະອົງແລ້ວ ຄົນຜູ້ໜຶ່ງກໍມີຄຸນຄ່າຊ່ຳກັບຄົນອີກຜູ້ໜຶ່ງ. ແລະ ເນື້ອໜັງທັງໝົດນັ້ນມາຈາກຂີ້ຝຸ່ນ; ແລະ ພຣະອົງໄດ້ສ້າງພວກເຂົາເພື່ອຈຸດມຸ້ງໝາຍອັນດຽວກັນ, ວ່າພວກເຂົາຄວນຮັກສາ ພຣະບັນຍັດຂອງພຣະອົງ ແລະ ຖວາຍບາລະມີແດ່ພຣະອົງຕະຫລອດໄປ.
22 ແລະ ບັດນີ້ຂ້າພະເຈົ້າຂໍຈົບການເວົ້າກັບພວກທ່ານກ່ຽວກັບຄວາມທະນົງໃຈນີ້. ແລະ ຖ້າວ່າຂ້າພະເຈົ້າບໍ່ຈຳເປັນຈະເວົ້າກ່ຽວກັບຄວາມຜິດອັນຫຍາບຄາຍນີ້, ໃຈຂອງຂ້າພະເຈົ້າຄົງປິຕິຍິນດີຢ່າງຍິ່ງເພາະພວກທ່ານ.
23 ແຕ່ວ່າພຣະຄຳຂອງພຣະເຈົ້າເຮັດໃຫ້ຂ້າພະເຈົ້າຕ້ອງໜັກໃຈເພາະຄວາມຜິດອັນຫຍາບຊ້າຂອງພວກທ່ານ. ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້: ຜູ້ຄົນພວກນີ້ເລີ່ມສ້າງຄວາມຊົ່ວຮ້າຍ; ພວກເຂົາບໍ່ເຂົ້າໃຈພຣະຄຳພີ, ແລະ ພະຍາຍາມຊອກຫາຂໍ້ແກ້ຕົວໃນການທຳການໂສເພນີ, ເພາະເລື່ອງນີ້ໄດ້ບັນທຶກໄວ້ກ່ຽວກັບກະສັດດາວິດ ແລະ ໂຊໂລໂມນລູກຊາຍຂອງເຂົາ.
24 ພຣະຜູ້ເປັນເຈົ້າໄດ້ກ່າວວ່າ, ຈົ່ງເບິ່ງ, ດາວິດ ແລະ ໂຊໂລໂມນມີ ເມຍກັບສາວໃຊ້ຢ່າງຫລວງຫລາຍ, ຊຶ່ງເລື່ອງນີ້ເປັນໜ້າກຽດຊັງຕໍ່ໜ້າເຮົາ.
25 ດັ່ງນັ້ນ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້, ເຮົາພາຜູ້ຄົນພວກນີ້ອອກຈາກແຜ່ນດິນເຢຣູຊາເລັມດ້ວຍອຳນາດຂອງແຂນເຮົາເອງ, ເພື່ອເຮົາຈະໄດ້ຍົກກິ່ງງ່າ ອັນຊອບທຳຂຶ້ນຈາກໜໍ່ແໜງຂອງໂຢເຊັບໄວ້ໃຫ້ເຮົາ.
26 ດັ່ງນັ້ນ, ເຮົາອົງພຣະຜູ້ເປັນເຈົ້າຈະບໍ່ຍອມໃຫ້ຜູ້ຄົນພວກນີ້ໄດ້ຮັບຄວາມທຸກທໍລະມານເໝືອນດັ່ງຄົນໃນສະໄໝກ່ອນ.
27 ດັ່ງນັ້ນ, ພີ່ນ້ອງຂອງຂ້າພະເຈົ້າ, ຈົ່ງຟັງ, ແລະ ຈົ່ງເຊື່ອຟັງພຣະຄຳຂອງພຣະຜູ້ເປັນເຈົ້າວ່າ: ຈະບໍ່ມີຜູ້ຊາຍຄົນໃດໃນບັນດາພວກທ່ານມີເມຍຫລາຍກວ່າ ໜຶ່ງຄົນ; ແລະ ມີເມຍນ້ອຍອີກບໍ່ໄດ້;
28 ເພາະເຮົາ, ອົງພຣະຜູ້ເປັນເຈົ້າ, ຊື່ນຊົມໃນ ພົມມະຈັນຂອງຜູ້ຍິງ. ແລະ ສ່ວນການໂສເພນີນັ້ນ ເປັນສິ່ງທີ່ໜ້າກຽດຊັງຕໍ່ໜ້າເຮົາ; ຈອມໂຍທາໄດ້ກ່າວດັ່ງນີ້.
29 ດັ່ງນັ້ນ, ຜູ້ຄົນພວກນີ້ຈະຕ້ອງຮັກສາບັນຍັດຂອງເຮົາ, ຈອມໂຍທາໄດ້ກ່າວດັ່ງນີ້, ຖ້າບໍ່ດັ່ງນັ້ນແຜ່ນດິນຈະຖືກ ສາບແຊ່ງສຳລັບພວກເຂົາ.
30 ຈອມໂຍທາໄດ້ກ່າວວ່າ, ຖ້າເຮົາຢາກຈະລ້ຽງດູ ລູກຫລານໄວ້ເພື່ອເຮົາ ແລ້ວເຮົາຈະບັນຊາຜູ້ຄົນຂອງເຮົາເອງ; ບໍ່ດັ່ງນັ້ນພວກເຂົາຈະເຊື່ອຟັງເລື່ອງເຫລົ່ານີ້.
31 ເພາະຈົ່ງເບິ່ງ, ເຮົາພຣະຜູ້ເປັນເຈົ້າໄດ້ເຫັນຄວາມເສົ້າສະຫລົດໃຈ, ແລະ ໄດ້ຍິນສຽງທຸກໂສກຂອງລູກສາວຂອງຜູ້ຄົນຂອງເຮົາໃນແຜ່ນດິນເຢຣູຊາເລັມ, ແທ້ຈິງແລ້ວ, ໃນທົ່ວແຜ່ນດິນຂອງຜູ້ຄົນຂອງເຮົາ, ເພາະຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງຜົວຂອງພວກເຂົາ.
32 ແລະ ຈອມໂຍທາໄດ້ກ່າວໄວ້ວ່າ ເຮົາຈະບໍ່ຍອມໃຫ້ສຽງຮ້ອງໄຫ້ຂອງລູກສາວທີ່ດີຂອງຜູ້ຄົນພວກນີ້ຊຶ່ງເຮົາໄດ້ນຳອອກມາຈາກແຜ່ນດິນເຢຣູຊາເລັມຂຶ້ນມາເຖິງເຮົາເພື່ອຟ້ອງຜົວຂອງພວກເຂົາ, ຈອມໂຍທາໄດ້ກ່າວ.
33 ເພາະພວກເຂົາຈະບໍ່ນຳເອົາລູກສາວຂອງຜູ້ຄົນຂອງເຮົາໄປເປັນຊະເລີຍ ເພາະຄວາມອ່ອນໂຍນຂອງນາງ ຖ້າຫາກເປັນດັ່ງນັ້ນ, ເຮົາຈະມາຢ້ຽມຢາມພວກເຂົາດ້ວຍການສາບແຊ່ງຢ່າງສາຫັດ, ຈົນເຖິງການທຳລາຍ; ເພື່ອພວກເຂົາຈະບໍ່ທຳ ການໂສເພນີເໝືອນດັ່ງຄົນໃນສະໄໝກ່ອນ, ຈອມໂຍທາໄດ້ກ່າວ.
34 ແລະ ບັດນີ້ຈົ່ງເບິ່ງ, ພີ່ນ້ອງຂອງຂ້າພະເຈົ້າ, ພວກທ່ານຮູ້ແລ້ວວ່າ ພຣະບັນຍັດເຫລົ່ານີ້ໄດ້ປະທານໃຫ້ບິດາຂອງພວກເຮົາລີໄຮ; ດັ່ງນັ້ນພວກທ່ານໄດ້ຮູ້ມາແລ້ວ; ແລະ ພວກທ່ານໄດ້ເຂົ້າມາສູ່ການກ່າວໂທດອັນໃຫຍ່ຫລວງເພາະສິ່ງເຫລົ່ານີ້ທີ່ພວກທ່ານບໍ່ຄວນເຮັດເລີຍ.
35 ຈົ່ງເບິ່ງ, ພວກທ່ານເຮັດຄວາມຊົ່ວຮ້າຍ ອັນໃຫຍ່ຫລວງກວ່າຊາວເລມັນພີ່ນ້ອງຂອງພວກເຮົາ. ພວກທ່ານໄດ້ເຮັດໃຫ້ໃຈອັນອ່ອນໂຍນຂອງເມຍຂອງພວກທ່ານເຈັບຊ້ຳ, ແລະ ເຮັດໃຫ້ລູກຫລານຂອງພວກທ່ານໝົດຄວາມໝັ້ນໃຈໃນພວກທ່ານຍ້ອນຕົວຢ່າງອັນຊົ່ວຮ້າຍທີ່ພວກທ່ານໄດ້ເຮັດຕໍ່ໜ້າພວກເຂົາ. ແລະ ສຽງສະອື້ນຂອງໃຈຂອງພວກເຂົາຂຶ້ນໄປເຖິງພຣະເຈົ້າເພື່ອຟ້ອງພວກທ່ານ. ແລະ ເພາະຄວາມເຄັ່ງຄັດແຫ່ງພຣະຄຳຂອງພຣະເຈົ້າຊຶ່ງມາລົງທັນພວກທ່ານ, ໃຈຫລາຍດວງຈຶ່ງຕາຍໂດຍການຖືກສຽບແທງເປັນແຜເລິກ.