ໜັງສືເຈຣອມ
ບົດທີ 1
ຊາວນີໄຟຮັກສາກົດຂອງໂມເຊ, ລໍຖ້າການສະເດັດມາຂອງພຣະຄຣິດ, ແລະ ມີຄວາມຮຸ່ງເຮືອງຢູ່ໃນແຜ່ນດິນ—ສາດສະດາຫລາຍທ່ານອອກແຮງງານເພື່ອໃຫ້ຜູ້ຄົນຢູ່ໃນເສັ້ນທາງແຫ່ງຄວາມຈິງ. ປະມານ 399–361 ປີ ກ່ອນ ຄ.ສ.
1 ບັດນີ້ຈົ່ງເບິ່ງ, ຂ້າພະເຈົ້າເຈຣອມໄດ້ບັນທຶກຂໍ້ຄວາມໄວ້ເລັກໜ້ອຍຕາມຄຳສັ່ງຂອງເອໂນດ, ບິດາຂອງຂ້າພະເຈົ້າ, ເພື່ອຈະໄດ້ຮັກສາ ລຳດັບການສືບເຊື້ອສາຍຂອງພວກເຮົາໄວ້.
2 ແລະ ເນື່ອງຈາກວ່າ ແຜ່ນຈາລຶກເຫລົ່ານີ້ ນ້ອຍຫລາຍ, ແລະ ເນື່ອງຈາກສິ່ງເຫລົ່ານີ້ໄດ້ຖືກ ບັນທຶກໄວ້ດ້ວຍເຈດຕະນາເພື່ອຈະໃຫ້ເປັນປະໂຫຍດແກ່ ຊາວເລມັນ, ພີ່ນ້ອງຂອງພວກເຮົາ, ດັ່ງນັ້ນ, ມັນຈຶ່ງຈຳເປັນທີ່ຂ້າພະເຈົ້າຕ້ອງບັນທຶກໄວ້ເລັກໜ້ອຍ; ແຕ່ຂ້າພະເຈົ້າຈະບໍ່ຂຽນເລື່ອງການທຳນາຍ ຫລື ການເປີດເຜີຍຂອງຂ້າພະເຈົ້າ. ເພາະຂ້າພະເຈົ້າບໍ່ສາມາດບັນທຶກໄວ້ຫລາຍກວ່າທີ່ບັນພະບຸລຸດຂອງຂ້າພະເຈົ້າໄດ້ບັນທຶກໄວ້ແລ້ວແມ່ນບໍ? ຫລື ວ່າພວກເພິ່ນບໍ່ໄດ້ເປີດເຜີຍແຜນແຫ່ງຄວາມລອດໄວ້ບໍ? ຂ້າພະເຈົ້າຂໍກ່າວກັບພວກທ່ານວ່າຖືກແລ້ວ; ແລະນີ້ເປັນສິ່ງພຽງພໍແລ້ວສຳລັບຂ້າພະເຈົ້າ.
3 ຈົ່ງເບິ່ງ, ມັນສົມຄວນທີ່ຈະເຮັດວຽກງານໃຫ້ຫລາຍໃນບັນດາຜູ້ຄົນພວກນີ້ເພາະຄວາມແຂງກະດ້າງຂອງໃຈຂອງພວກເຂົາ, ແລະ ຄວາມໜວກຂອງຫູພວກເຂົາ, ແລະ ຄວາມມືດມົນຂອງຈິດໃຈພວກເຂົາ; ແລະ ຄວາມ ແຂງຄໍຂອງພວກເຂົາ; ເຖິງຢ່າງໃດກໍຕາມ, ພຣະເຈົ້າຍັງເມດຕາຕໍ່ພວກເຂົາຢ່າງຍິ່ງ, ແລະ ເຖິງບັດນີ້ພຣະອົງຍັງບໍ່ ກວາດພວກເຂົາອອກຈາກແຜ່ນດິນເລີຍ.
4 ແລະ ມີຄົນເປັນຈຳນວນຫລວງຫລາຍໃນບັນດາພວກເຮົາທີ່ໄດ້ຮັບ ການເປີດເຜີຍມາຫລາຍເທື່ອແລ້ວ, ເພາະບໍ່ແມ່ນທຸກຄົນທີ່ເປັນຄົນແຂງຄໍ. ແລະ ຫລາຍຕໍ່ຫລາຍຄົນທີ່ບໍ່ແຂງຄໍ ແລະ ມີສັດທາ, ຍ່ອມມີ ການພົວພັນກັບພຣະວິນຍານສັກສິດ, ຊຶ່ງສະແດງໃຫ້ປະຈັກແກ່ລູກຫລານມະນຸດຕາມສັດທາຂອງພວກເຂົາ.
5 ແລະ ບັດນີ້, ຈົ່ງເບິ່ງເວລາສອງຮ້ອຍປີໄດ້ຜ່ານໄປ ແລະ ຜູ້ຄົນຂອງນີໄຟໄດ້ເຂັ້ມແຂງຫລາຍຂຶ້ນໃນແຜ່ນດິນ. ພວກເຂົາຍຶດຖືທີ່ຈະ ຮັກສາກົດຂອງໂມເຊ ແລະ ຖືວັນ ຊະບາໂຕເປັນວັນສັກສິດແດ່ພຣະຜູ້ເປັນເຈົ້າ. ແລະ ພວກເຂົາບໍ່ ດູຖູກ; ທັງບໍ່ ໝິ່ນປະໝາດ. ແລະ ກົດໝາຍຂອງແຜ່ນດິນກໍເຂັ້ມງວດເຕັມທີ່.
6 ແລະ ພວກເຂົາກະຈັດກະຈາຍໄປຢູ່ທົ່ວແຜ່ນດິນຢ່າງຫລວງຫລາຍ, ແລະ ຊາວເລມັນກໍເໝືອນກັນ. ແລະ ພວກເຂົາມີຜູ້ຄົນຫລາຍກວ່າຊາວນີໄຟ; ແລະ ພວກເຂົາຮັກ ການຄາດຕະກຳ ແລະ ກິນເລືອດສັດ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາມາສູ້ຮົບກັບພວກເຮົາຊາວນີໄຟຫລາຍເທື່ອ. ແຕ່ ກະສັດກັບພວກຜູ້ນຳຂອງພວກເຮົາເປັນຜູ້ທີ່ມີພະລັງໃນສັດທາຕໍ່ພຣະຜູ້ເປັນເຈົ້າ; ແລະ ພວກເພິ່ນໄດ້ສິດສອນຜູ້ຄົນເລື່ອງທາງຂອງພຣະຜູ້ເປັນເຈົ້າ; ດັ່ງນັ້ນ, ພວກເຮົາຈຶ່ງຕ້ານຊາວເລມັນໄດ້ ແລະ ກວາດພວກເຂົາອອກຈາກແຜ່ນດິນ ຂອງພວກເຮົາໄປ, ແລະ ເລີ່ມຕົ້ນເສີມສ້າງກຳລັງໃນເມືອງຂອງພວກເຮົາ, ຫລື ບ່ອນອື່ນໆທີ່ເປັນມູນມໍລະດົກຂອງພວກເຮົາ.
8 ແລະ ພວກເຮົາມີຄົນເພີ່ມທະວີຂຶ້ນຢ່າງຫລວງຫລາຍ, ແລະ ໄດ້ແຜ່ຂະຫຍາຍອອກໄປທົ່ວຜືນແຜ່ນດິນ, ແລະ ກັບມາຮັ່ງມີຢ່າງຍິ່ງດ້ວຍຄຳ, ແລະ ເງິນ, ແລະ ດ້ວຍສິ່ງທີ່ມີຄ່າ, ແລະ ໂດຍສະຫລຸບ ຝີມືດີໃນງານໄມ້ ດ້ວຍອາຄານ, ແລະ ດ້ວຍເຄື່ອງຈັກນຳອີກ, ແລະ ດ້ວຍເຫລັກ ແລະ ທອງແດງ, ແລະ ທອງເຫລືອງ ແລະ ເຫລັກກ້າ, ແລະ ເຮັດເຄື່ອງມືນາໆຊະນິດໄວ້ໄຖດິນ, ແລະ ເຮັດ ອາວຸດແຫ່ງສົງຄາມ—ແທ້ຈິງແລ້ວ, ລູກທະນູອັນແຫລມຄົມ, ແລະ ບັ້ງລູກທະນູ, ຫອກ ແລະ ຫລາວ, ແລະ ການຕຽມທຸກຢ່າງເພື່ອສົງຄາມ.
9 ແລະ ໂດຍການຕຽມພ້ອມຕໍ່ສູ້ກັບຊາວເລມັນຢູ່ນັ້ນ, ເຂົາຈຶ່ງບໍ່ໄດ້ຫຍັງຈາກພວກເຮົາເລີຍ. ແຕ່ພຣະຄຳຂອງພຣະຜູ້ເປັນເຈົ້າເປັນຈິງແລ້ວ, ຊຶ່ງພຣະອົງໄດ້ຮັບສັ່ງໄວ້ກັບບັນພະບຸລຸດຂອງພວກເຮົາ, ມີຄວາມວ່າ: ຕາບໃດທີ່ເຈົ້າຈະຮັກສາບັນຍັດຂອງເຮົາ ເຈົ້າຈະຮຸ່ງເຮືອງຢູ່ໃນແຜ່ນດິນ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ສາດສະດາຂອງພຣະຜູ້ເປັນເຈົ້າໄດ້ເວົ້າຂູ່ຜູ້ຄົນຂອງນີໄຟຕາມພຣະຄຳຂອງພຣະເຈົ້າ, ວ່າຖ້າຫາກພວກເຂົາບໍ່ຮັກສາພຣະບັນຍັດ, ແຕ່ຕົກໄປສູ່ການລ່ວງລະເມີດແລ້ວ, ພວກເຂົາຈະຖືກ ທຳລາຍໄປຈາກຜືນແຜ່ນດິນນີ້.
11 ດັ່ງນັ້ນ, ສາດສະດາ, ແລະ ປະໂລຫິດ, ແລະ ຜູ້ສອນໄດ້ເຮັດວຽກງານຢ່າງພາກພຽນ, ແນະນຳຜູ້ຄົນດ້ວຍສຸດຄວາມອົດກັ້ນໃຫ້ພາກພຽນ; ສິດສອນ ກົດຂອງໂມເຊ, ແລະ ຈຸດປະສົງທີ່ໃຫ້ກົດໄວ້ນັ້ນກໍເພື່ອຈະໄດ້ຊັກຊວນໃຫ້ພວກເຂົາ ມຸ້ງຫາພຣະເມຊີອາ, ແລະ ເຊື່ອໃນພຣະອົງທີ່ຈະສະເດັດມາ ຄືກັນກັບພຣະອົງເປັນມາແລ້ວ. ແລະ ຕາມວິທີນີ້ ພວກເພິ່ນໄດ້ສິດສອນພວກເຂົາ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ແລະ ໂດຍການກະທຳເຊັ່ນນັ້ນ ພວກເພິ່ນຈຶ່ງເຮັດໃຫ້ພວກເຂົາລອດຈາກການຖືກ ທຳລາຍໃນຜືນແຜ່ນດິນ; ເພາະວ່າພວກເພິ່ນໄດ້ ສຽບແທງໃຈຂອງພວກເຂົາດ້ວຍພຣະຄຳ ຢູ່ຕະຫລອດເວລາເພື່ອໃຫ້ມາສູ່ການກັບໃຈ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ເວລາສອງຮ້ອຍສາມສິບແປດປີຜ່ານໄປ—ໂດຍມີສົງຄາມ ແລະ ການຂັດແຍ້ງ ແລະ ການແຕກແຍກເປັນສ່ວນຫລາຍຂອງໄລຍະເວລານັ້ນ.
14 ແລະ ຂ້າພະເຈົ້າເຈຣອມຈະບໍ່ບັນທຶກຕື່ມອີກ, ເພາະແຜ່ນຈາລຶກເຫລົ່ານີ້ນ້ອຍຫລາຍ. ແຕ່ຈົ່ງເບິ່ງ, ພີ່ນ້ອງຂອງຂ້າພະເຈົ້າ, ພວກທ່ານສາມາດໄປເບິ່ງ ແຜ່ນຈາລຶກອື່ນໆຂອງນີໄຟໄດ້; ເພາະຈົ່ງເບິ່ງ, ບັນທຶກກ່ຽວກັບສົງຄາມຂອງພວກເຮົາໄດ້ບັນທຶກໄວ້ຢູ່ໃນນັ້ນຕາມການບັນທຶກຂອງກະສັດ, ຫລື ວ່າເລື່ອງທີ່ເພິ່ນບອກນັ້ນໄດ້ມີບັນທຶກໄວ້.
15 ແລະ ຂ້າພະເຈົ້າຈະມອບແຜ່ນຈາລຶກເຫລົ່ານີ້ໄວ້ໃນມືຂອງອອມໄນລູກຊາຍຂອງຂ້າພະເຈົ້າ ເພື່ອລາວຈະໄດ້ຮັກສາມັນໄວ້ຕາມ ຄຳສັ່ງຂອງບັນພະບຸລຸດຂອງຂ້າພະເຈົ້າ.