ໜັງສືມໍມອນ
ບົດທີ 1
ອາມມາຣອນແນະນຳມໍມອນກ່ຽວກັບແຜ່ນຈາລຶກສັກສິດ—ສົງຄາມລະຫວ່າງຊາວນີໄຟກັບຊາວເລມັນ—ຊາວນີໄຟສາມຄົນຖືກພາໜີໄປ—ຄວາມຊົ່ວຮ້າຍ, ຄວາມບໍ່ເຊື່ອຖື, ເວດມົນ, ແລະ ຄາຖາອາຄົມມີຂຶ້ນ. ປະມານ ຄ.ສ. 321–326.
1 ແລະ ບັດນີ້ຂ້າພະເຈົ້າ ມໍມອນເຮັດ ບັນທຶກກ່ຽວກັບເລື່ອງທີ່ຂ້າພະເຈົ້າໄດ້ເຫັນ ແລະ ໄດ້ຍິນ ແລະ ເອີ້ນໜັງສືນີ້ວ່າ ໜັງສືມໍມອນ.
2 ແລະ ມັນຄົງເປັນໄລຍະເວລາໃກ້ກັບຕອນທີ່ ອາມມາຣອນເຊື່ອງບັນທຶກໄວ້ກັບພຣະຜູ້ເປັນເຈົ້ານັ້ນ, ເພິ່ນໄດ້ມາຫາຂ້າພະເຈົ້າ, (ຕອນນັ້ນຂ້າພະເຈົ້າມີອາຍຸປະມານສິບປີ, ແລະ ຂ້າພະເຈົ້າເລີ່ມມີ ຄວາມຮູ້ແດ່ແລ້ວຕາມແບບການຮຽນຮູ້ຂອງຜູ້ຄົນຂອງຂ້າພະເຈົ້າ) ແລະ ອາມມາຣອນໄດ້ເວົ້າກັບຂ້າພະເຈົ້າວ່າ: ຂ້ອຍເຫັນວ່າເຈົ້າເປັນເດັກທີ່ຈິງຈັງ ແລະ ເຈົ້າຮູ້ຈັກສັງເກດ;
3 ສະນັ້ນ, ເມື່ອເຈົ້າມີອາຍຸໄດ້ຊາວສີ່ປີ ຂ້ອຍຢາກໃຫ້ເຈົ້າຈົດຈຳເລື່ອງທີ່ເຈົ້າໄດ້ສັງເກດມາກ່ຽວກັບຜູ້ຄົນພວກນີ້; ແລະ ເວລາເຈົ້າມີອາຍຸໄດ້ເທົ່ານັ້ນ ຈົ່ງໄປຫາແຜ່ນດິນອານທຳ, ໄປຫາເນີນພູທີ່ມີຊື່ວ່າ ຊິມ; ແລະ ບ່ອນນັ້ນແຫລະທີ່ຂ້ອຍໄດ້ຝັງແຜ່ນຈາລຶກສັກສິດທັງໝົດກ່ຽວກັບຜູ້ຄົນພວກນີ້ໄວ້ກັບພຣະຜູ້ເປັນເຈົ້າ.
4 ແລະ ຈົ່ງເບິ່ງ, ໃຫ້ເຈົ້າເອົາ ແຜ່ນຈາລຶກຂອງນີໄຟ, ແລະ ສ່ວນທີ່ຍັງເຫລືອຢູ່ນັ້ນໃຫ້ເຈົ້າປະມັນໄວ້ໃນບ່ອນທີ່ມັນຢູ່ນັ້ນ; ແລະ ໃຫ້ບັນທຶກເລື່ອງທັງໝົດທີ່ເຈົ້າສັງເກດມາກ່ຽວກັບຜູ້ຄົນພວກນີ້ໄວ້ໃນແຜ່ນຈາລຶກຂອງນີໄຟນັ້ນ.
5 ແລະ ຂ້າພະເຈົ້າມໍມອນໂດຍເປັນຜູ້ສືບຕະກຸນຂອງ ນີໄຟ, (ແລະ ບິດາຂອງຂ້າພະເຈົ້າກໍມີຊື່ວ່າ ມໍມອນ) ຂ້າພະເຈົ້າຈຶ່ງຈື່ຈຳເລື່ອງຊຶ່ງອາມມາຣອນໄດ້ສັ່ງຂ້າພະເຈົ້າໄວ້.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອຂ້າພະເຈົ້າມີອາຍຸໄດ້ສິບເອັດປີ, ບິດາຂອງຂ້າພະເຈົ້າໄດ້ພາຂ້າພະເຈົ້າໄປຫາແຜ່ນດິນທາງໃຕ້, ຈົນໄປຮອດແຜ່ນດິນເຊຣາເຮັມລາ.
7 ທົ່ວແຜ່ນດິນໄດ້ເຕັມໄປດ້ວຍອາຄານບ້ານເຮືອນຕ່າງໆ, ແລະ ມີຜູ້ຄົນຢູ່ຢ່າງຫລວງຫລາຍ ຄືກັບວ່າ ດິນຊາຍໃນທະເລ.
8 ແລະ ເຫດການໄດ້ບັງເກີດຂຶ້ນໃນປີນີ້ຄື ມັນເລີ່ມມີສົງຄາມລະຫວ່າງຊາວນີໄຟ, ຊຶ່ງຊາວນີໄຟໄດ້ສົມທົບເຂົ້າກັບຊາວຢາໂຄບ ແລະ ຊາວໂຢເຊັບ ແລະ ຊາວໂຊຣຳ; ແລະ ສົງຄາມນີ້ເປັນໄປລະຫວ່າງຊາວນີໄຟກັບຊາວເລມັນ ແລະ ຊາວເລມູເອນ ແລະ ຊາວອິດຊະມາເອນ.
9 ບັດນີ້ຊາວເລມັນ ແລະ ຊາວເລມູເອນ ແລະ ຊາວອິດຊະມາເອນຖືກເອີ້ນວ່າ ຊາວເລມັນ, ແລະ ສົງຄາມນີ້ແມ່ນລະຫວ່າງຊາວນີໄຟກັບຊາວເລມັນ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ສົງຄາມເລີ່ມເກີດຂຶ້ນໃນບັນດາພວກເຂົາທີ່ຊາຍແດນເຊຣາເຮັມລາ, ໃກ້ແມ່ນ້ຳຊີໂດນ.
11 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວນີໄຟໄດ້ເຕົ້າໂຮມພົນທະຫານໄວ້ເປັນຈຳນວນຫລວງຫລາຍ, ເຖິງຂະໜາດທີ່ມີຈຳນວນຫລາຍກວ່າສາມໝື່ນຄົນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ມີການສູ້ຮົບກັນຫລາຍເທື່ອໃນປີດຽວກັນນີ້, ຊຶ່ງຊາວນີໄຟໄດ້ເອົາຊະນະຊາວເລມັນ ແລະ ໄດ້ຂ້າພວກເຂົາເປັນຈຳນວນຫລວງຫລາຍ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນໄດ້ລົ້ມເລີກແຜນການຂອງພວກເຂົາ, ແລະ ມັນຈຶ່ງໄດ້ມີສັນຕິສຸກຢູ່ໃນແຜ່ນດິນອີກ; ແລະ ສັນຕິສຸກໄດ້ຄົງຢູ່ເປັນເວລາປະມານສີ່ປີ, ຄືບໍ່ມີການຂ້າຟັນກັນເລີຍ.
13 ແຕ່ວ່າຄວາມຊົ່ວຮ້າຍໄດ້ແຜ່ຂະຫຍາຍໄປທົ່ວຜືນແຜ່ນດິນ, ເຖິງຂະໜາດທີ່ພຣະຜູ້ເປັນເຈົ້າໄດ້ເອົາສານຸສິດ ທີ່ຮັກຂອງພຣະອົງໄປ, ແລະ ວຽກງານແຫ່ງການມະຫັດສະຈັນ ແລະ ການປິ່ນປົວໄດ້ຢຸດລົງ ເພາະຄວາມຊົ່ວຮ້າຍຂອງຜູ້ຄົນ.
14 ແລະ ບໍ່ມີ ຂອງປະທານມາຈາກພຣະຜູ້ເປັນເຈົ້າ, ແລະ ພຣະວິນຍານບໍລິສຸດບໍ່ໄດ້ສະເດັດມາຫາຜູ້ໃດ, ເພາະຄວາມຊົ່ວຮ້າຍ ແລະ ຄວາມ ບໍ່ເຊື່ອຖືຂອງພວກເຂົາ.
15 ແລະ ຂ້າພະເຈົ້າຊຶ່ງມີອາຍຸໄດ້ສິບຫ້າປີ ແລະ ພໍມີຄວາມຄິດແດ່ແລ້ວ, ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ຮັບການສະເດັດມາຢ້ຽມຢາມຈາກພຣະຜູ້ເປັນເຈົ້າ, ແລະ ໄດ້ຊີມລົດຊາດ ແລະ ຮູ້ເຖິງພຣະກະລຸນາທິຄຸນຂອງພຣະເຢຊູ.
16 ແລະ ຂ້າພະເຈົ້າໄດ້ພະຍາຍາມສັ່ງສອນຜູ້ຄົນພວກນີ້, ແຕ່ຂ້າພະເຈົ້າຖືກປິດປາກໄວ້, ແລະ ຂ້າພະເຈົ້າຖືກຫ້າມບໍ່ໃຫ້ສັ່ງສອນພວກເຂົາ; ເພາະຈົ່ງເບິ່ງ ພວກເຂົາໄດ້ ກະບົດຕໍ່ພຣະເຈົ້າຂອງພວກເຂົາໂດຍເຈດຕະນາ; ແລະ ສານຸສິດທີ່ຮັກຖືກ ພາໜີໄປຈາກແຜ່ນດິນ, ເພາະຄວາມຊົ່ວຮ້າຍຂອງພວກເຂົາ.
17 ແຕ່ຂ້າພະເຈົ້າຍັງຄົງຢູ່ໃນບັນດາພວກເຂົາ, ແຕ່ຂ້າພະເຈົ້າຖືກຫ້າມບໍ່ໃຫ້ສັ່ງສອນພວກເຂົາ, ເພາະຄວາມແຂງກະດ້າງຂອງໃຈຂອງພວກເຂົາ; ແລະ ເພາະຄວາມແຂງກະດ້າງຂອງໃຈຂອງພວກເຂົານີ້, ແຜ່ນດິນຈຶ່ງຖືກ ສາບແຊ່ງເພາະພວກເຂົາ.
18 ແລະ ພວກໂຈນແກດີອານທັນເຫລົ່ານີ້, ຜູ້ຊຶ່ງຢູ່ໃນບັນດາຊາວເລມັນ, ໄດ້ລົບກວນແຜ່ນດິນ, ເຖິງຂະໜາດທີ່ຜູ້ອາໄສຢູ່ໃນນັ້ນເລີ່ມເຊື່ອງ ຊັບສົມບັດຂອງຕົນໄວ້ໃນດິນ; ແລະ ມັນໄດ້ສູນຫາຍໄປເພາະພຣະຜູ້ເປັນເຈົ້າໄດ້ສາບແຊ່ງແຜ່ນດິນໄວ້, ເພາະພວກເຂົາຈະຍຶດມັນໄວ້ບໍ່ໄດ້, ທັງຈະເອົາມັນຄືນມາອີກກໍບໍ່ໄດ້.
19 ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນມີເວດມົນ, ຄາຖາ, ແລະ ໄສຍະສາດ; ແລະ ອຳນາດຂອງມານຮ້າຍກະທຳຂຶ້ນຢູ່ທົ່ວຜືນແຜ່ນດິນ, ຈົນວ່າເຮັດໃຫ້ຄຳທຳນາຍຂອງອະບີນາໄດ ແລະ ຂອງຊາມູເອນຄົນເລມັນໄດ້ຮັບຄວາມສຳເລັດທັງໝົດ.