ບົດທີ 3
ມໍມອນຮ້ອງການກັບໃຈຕໍ່ຊາວນີໄຟ—ພວກເຂົາໄດ້ຮັບໄຊຊະນະອັນຍິ່ງໃຫຍ່ ແລະ ອວດອ້າງໃນພະລັງຂອງຕົນເອງ—ມໍມອນປະຕິເສດບໍ່ນຳພາພວກເຂົາ, ແລະ ເພິ່ນອະທິຖານເພື່ອພວກເຂົາຢ່າງໝົດຫວັງ—ພຣະຄຳພີມໍມອນເຊື້ອເຊີນສິບສອງເຜົ່າຂອງອິດສະຣາເອນໃຫ້ເຊື່ອໃນພຣະກິດຕິຄຸນ. ປະມານ ຄ.ສ. 360–362.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນບໍ່ໄດ້ມາສູ້ຮົບອີກຈົນວ່າເວລາສິບປີຜ່ານໄປ. ແລະ ຈົ່ງເບິ່ງ, ຂ້າພະເຈົ້າໄດ້ໃຫ້ຊາວນີໄຟ, ຜູ້ຄົນຂອງຂ້າພະເຈົ້າ, ຕຽມບ້ານເມືອງ ແລະ ຕຽມອາວຸດຂອງພວກເຂົາໄວ້ສຳລັບເວລາສູ້ຮົບ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ໃຫ້ປ່າວເຕືອນຜູ້ຄົນພວກນີ້ວ່າ—ຈົ່ງກັບໃຈ, ແລະ ມາຫາເຮົາ, ແລະ ຮັບບັບຕິສະມາ, ແລະ ຈັດຕັ້ງສາດສະໜາຈັກຂອງເຮົາຂຶ້ນອີກ, ແລະ ເຈົ້າຈະໄດ້ຮັບການໄວ້ຊີວິດ.
3 ແລະ ຂ້າພະເຈົ້າໄດ້ປ່າວເຕືອນຜູ້ຄົນພວກນີ້, ແຕ່ກໍບໍ່ໄດ້ຜົນ; ແລະ ພວກເຂົາບໍ່ເຂົ້າໃຈວ່າ ແມ່ນພຣະຜູ້ເປັນເຈົ້ານີ້ແຫລະທີ່ໄວ້ຊີວິດຂອງພວກເຂົາມາຕະຫລອດ, ແລະ ໃຫ້ໂອກາດພວກເຂົາເພື່ອຈະມີການກັບໃຈ. ແລະ ຈົ່ງເບິ່ງ ພວກເຂົາໄດ້ເຮັດໃຈແຂງກະດ້າງຕໍ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກສິບປີນີ້ຜ່ານໄປ, ຊຶ່ງລວມເປັນສາມຮ້ອຍຫົກສິບປີ ນັບຕັ້ງແຕ່ການສະເດັດມາຂອງພຣະຄຣິດ, ກະສັດຊາວເລມັນໄດ້ສົ່ງສານມາຫາຂ້າພະເຈົ້າເພື່ອໃຫ້ຂ້າພະເຈົ້າຮູ້ຈັກວ່າ ພວກເຂົາກຳລັງຈະຍົກທັບມາສູ້ຮົບກັບພວກເຮົາອີກ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ໃຫ້ຜູ້ຄົນຂອງຂ້າພະເຈົ້າໄປເຕົ້າໂຮມກັນຢູ່ແຜ່ນດິນຮ້າງ, ໄປຫາເມືອງໜຶ່ງຊຶ່ງຢູ່ໃນຊາຍແດນໃກ້ກັບທາງແຄບ, ຊຶ່ງນຳໄປຫາແຜ່ນດິນທາງໃຕ້.
6 ແລະ ບ່ອນນັ້ນພວກເຮົາໄດ້ວາງກອງທັບຂອງພວກເຮົາໄວ້ເພື່ອວ່າພວກເຮົາຈະໄດ້ສະກັດກັ້ນກອງທັບຊາວເລມັນ, ເພື່ອວ່າພວກເຂົາຈະບໍ່ໄດ້ເຂົ້າມາເປັນເຈົ້າຂອງແຜ່ນດິນຕອນໃດໆຂອງພວກເຮົາ; ສະນັ້ນ ພວກເຮົາຈຶ່ງໄດ້ເສີມກຳລັງຕ້ານທານພວກເຂົາໄວ້ ດ້ວຍກຳລັງທັງໝົດຂອງພວກເຮົາ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີທີສາມຮ້ອຍຫົກສິບເອັດ ຊາວເລມັນໄດ້ຍົກກອງທັບລົງມາຮອດເມືອງຮ້າງ ເພື່ອມາສູ້ຮົບກັບພວກເຮົາ; ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີນັ້ນ ພວກເຮົາໄດ້ເອົາຊະນະພວກເຂົາ, ເຖິງຂະໜາດທີ່ພວກເຂົາໄດ້ແຕກຖອຍໄປຫາແຜ່ນດິນຂອງພວກເຂົາເອງອີກ.
8 ແລະ ໃນປີທີສາມຮ້ອຍຫົກສິບສອງ ພວກເຂົາໄດ້ຍົກທັບລົງມາສູ້ຮົບອີກ. ແລະ ພວກເຮົາໄດ້ເອົາຊະນະພວກເຂົາອີກ, ແລະ ໄດ້ຂ້າພວກເຂົາເປັນຈຳນວນຫລວງຫລາຍ, ແລະ ໄດ້ໂຍນສົບຂອງພວກເຂົາລົງໃນທະເລ.
9 ແລະ ບັດນີ້, ຍ້ອນວ່າສິ່ງຍິ່ງໃຫຍ່ຊຶ່ງຊາວນີໄຟຜູ້ຄົນຂອງຂ້າພະເຈົ້າໄດ້ເຮັດໄປ, ພວກເຂົາຈຶ່ງເລີ່ມຕົ້ນ ອວດອ້າງໃນພະລັງຂອງຕົນເອງ, ແລະ ເລີ່ມສາບານຕໍ່ຟ້າສະຫວັນວ່າ ພວກເຂົາຈະແກ້ແຄ້ນດ້ວຍຕົນເອງ ເພື່ອເລືອດຂອງພີ່ນ້ອງຂອງພວກເຂົາຜູ້ທີ່ຖືກສັດຕູຂອງພວກເຂົາຂ້າຕາຍ.
10 ແລະ ພວກເຂົາໄດ້ສາບານໂດຍອ້າງເຖິງຟ້າສະຫັວນ, ແລະ ໂດຍອ້າງເຖິງພຣະທີ່ນັ່ງຂອງພຣະເຈົ້ານຳອີກ, ວ່າພວກເຂົາ ຈະຂຶ້ນໄປສູ້ຮົບກັບສັດຕູຂອງພວກເຂົາ, ແລະ ຈະທຳລາຍພວກເຂົາໃຫ້ສູນສິ້ນໄປຈາກແຜ່ນດິນ.
11 ແລະ ເຫດການໄດ້ບັງເກີດຂຶ້ນຄືຂ້າພະເຈົ້າມໍມອນໄດ້ປະຕິເສດເດັດຂາດນັບແຕ່ເວລານັ້ນໄປວ່າ ຂ້າພະເຈົ້າຈະບໍ່ເປັນຜູ້ບັງຄັບບັນຊາ ແລະ ເປັນຜູ້ນຳຂອງຜູ້ຄົນພວກນີ້, ເພາະຄວາມຊົ່ວຮ້າຍ ແລະ ຄວາມໜ້າກຽດຊັງຂອງພວກເຂົາ.
12 ຈົ່ງເບິ່ງ, ຂ້າພະເຈົ້າໄດ້ນຳພາພວກເຂົາຫລາຍເທື່ອມາແລ້ວໂດຍບໍ່ໄດ້ຄິດຄຳນຶງເຖິງຄວາມຊົ່ວຮ້າຍຂອງພວກເຂົາ ແລະ ໄດ້ຮັກພວກເຂົາດ້ວຍສຸດໃຈຂອງຂ້າພະເຈົ້າ, ຕາມ ຄວາມຮັກຂອງພຣະເຈົ້າຊຶ່ງມີຢູ່ໃນຂ້າພະເຈົ້າ; ແລະ ຈິດວິນຍານຂອງຂ້າພະເຈົ້າທຸ້ມເທອອກມາໃນຄຳອະທິຖານຫາພຣະເຈົ້າຂອງຂ້າພະເຈົ້າຕະຫລອດທັງວັນເພື່ອພວກເຂົາ; ແຕ່ປານນັ້ນ ພວກເຂົາກໍຍັງ ບໍ່ມີສັດທາ, ຍ້ອນວ່າຄວາມແຂງກະດ້າງຂອງໃຈຂອງພວກເຂົາ.
13 ແລະ ສາມເທື່ອທີ່ຂ້າພະເຈົ້າໄດ້ປົດປ່ອຍພວກເຂົາໃຫ້ພົ້ນຈາກກຳມືຂອງສັດຕູຂອງພວກເຂົາ, ແຕ່ພວກເຂົາກໍຍັງບໍ່ໄດ້ກັບໃຈຈາກບາບຂອງພວກເຂົາເລີຍ.
14 ແລະ ເວລາພວກເຂົາ ສາບານໂດຍອ້າງເຖິງທຸກສິ່ງທຸກຢ່າງທີ່ພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດຂອງພວກເຮົາຊົງຫ້າມ, ວ່າພວກເຂົາຈະຂຶ້ນໄປຫາສັດຕູເພື່ອສູ້ຮົບ ແລະ ແກ້ແຄ້ນດ້ວຍຕົນເອງ ແທນເລືອດຂອງພີ່ນ້ອງຂອງພວກເຂົາ, ຈົ່ງເບິ່ງ ສຸລະສຽງຂອງພຣະຜູ້ເປັນເຈົ້າໄດ້ມາຫາຂ້າພະເຈົ້າ, ມີຄວາມວ່າ:
15 ການແກ້ແຄ້ນເປັນຂອງເຮົາ, ແລະ ເຮົາຈະ ຕອບໂຕ້ໃຫ້; ແລະ ເປັນຍ້ອນວ່າຜູ້ຄົນພວກນີ້ບໍ່ໄດ້ກັບໃຈຫລັງຈາກທີ່ເຮົາໄດ້ປົດປ່ອຍພວກເຂົາ, ຈົ່ງເບິ່ງ, ພວກເຂົາຈະຖືກທຳລາຍໃຫ້ສູນສິ້ນໄປອອກຈາກຜືນແຜ່ນດິນໂລກ.
16 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ປະຕິເສດຢ່າງເດັດຂາດວ່າ ຂ້າພະເຈົ້າຈະບໍ່ຂຶ້ນໄປສູ້ຮົບກັບສັດຕູຂອງຂ້າພະເຈົ້າ; ແລະ ຂ້າພະເຈົ້າໄດ້ເຮັດຕາມຄຳບັນຊາຂອງພຣະຜູ້ເປັນເຈົ້າ; ແລະ ຂ້າພະເຈົ້າໄດ້ຢືນເປັນພະຍານເປັນຄົນກາງ ເພື່ອສະແດງໃຫ້ປະຈັກແກ່ໂລກເຖິງສິ່ງທີ່ຂ້າພະເຈົ້າໄດ້ເຫັນ ແລະ ໄດ້ຍິນມາຕາມການສະແດງໃຫ້ປະຈັກຂອງພຣະວິນຍານ ຊຶ່ງໄດ້ໃຫ້ຫລັກຖານກ່ຽວກັບສິ່ງທີ່ຈະມາເຖິງ.
17 ສະນັ້ນ ຂ້າພະເຈົ້າຈຶ່ງຂຽນ ຫາທ່ານຜູ້ເປັນຄົນຕ່າງຊາດ, ແລະ ຫາທ່ານຜູ້ເປັນເຊື້ອສາຍອິດສະຣາເອນນຳອີກ, ເມື່ອເຖິງເວລາທີ່ວຽກງານຈະເລີ່ມຕົ້ນ, ວ່າທ່ານຈະຕຽມພ້ອມເພື່ອກັບຄືນໄປຫາແຜ່ນດິນມູນມໍລະດົກຂອງທ່ານ;
18 ແທ້ຈິງແລ້ວ, ຈົ່ງເບິ່ງ, ຂ້າພະເຈົ້າຂຽນຫາທີ່ສຸດຂອງແຜ່ນດິນໂລກ; ແທ້ຈິງແລ້ວ, ຂຽນຫາທ່ານຜູ້ເປັນສິບສອງເຜົ່າຂອງອິດສະຣາເອນ, ຜູ້ທີ່ຈະໄດ້ຮັບ ການຕັດສິນຕາມວຽກງານຂອງທ່ານໂດຍຄົນສິບສອງເຜົ່າ ຊຶ່ງພຣະເຢຊູໄດ້ເລືອກໄວ້ໃຫ້ເປັນສານຸສິດຂອງພຣະອົງໃນແຜ່ນດິນເຢຣູຊາເລັມ.
19 ແລະ ຂ້າພະເຈົ້າໄດ້ຂຽນຫາຜູ້ທີ່ເຫລືອຢູ່ຂອງຜູ້ຄົນພວກນີ້ອີກ, ຜູ້ທີ່ຈະຮັບການຕັດສິນໂດຍຄົນ ສິບສອງຄົນ ຜູ້ທີ່ພຣະເຢຊູໄດ້ເລືອກໄວ້ໃນແຜ່ນດິນນີ້; ແລະ ພວກເຂົາກໍຈະໄດ້ຮັບການຕັດສິນຈາກຄົນສິບສອງຄົນ ຊຶ່ງພຣະເຢຊູໄດ້ເລືອກໄວ້ໃນແຜ່ນດິນເຢຣູຊາເລັມນຳອີກ.
20 ແລະ ພຣະວິນຍານໄດ້ສະແດງສິ່ງເຫລົ່ານີ້ໃຫ້ປະຈັກແກ່ຂ້າພະເຈົ້າ; ສະນັ້ນ ຂ້າພະເຈົ້າຈຶ່ງຂຽນຫາທ່ານທຸກຄົນ. ແລະ ດ້ວຍເຫດນີ້ ຂ້າພະເຈົ້າຈຶ່ງຂຽນຫາທ່ານເພື່ອທ່ານຈະໄດ້ຮູ້ຈັກວ່າ ທ່ານທຸກຄົນຈະຕ້ອງຢືນຢູ່ຕໍ່ໜ້າ ບັນລັງພິພາກສາຂອງພຣະຄຣິດ, ແທ້ຈິງແລ້ວ, ທຸກຄົນທີ່ເປັນເຊື້ອສາຍ ແລະ ເປັນ ຄອບຄົວມະນຸດຂອງອາດາມ; ແລະ ວ່າທຸກຄົນຈະຕ້ອງຢືນຮັບການຕັດສິນຕາມຜົນງານຂອງທ່ານ, ບໍ່ວ່າມັນຈະດີ ຫລື ຊົ່ວ;
21 ແລະ ເພື່ອທ່ານຈະໄດ້ ເຊື່ອໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ, ຊຶ່ງທ່ານຈະມີມັນຢູ່ໃນບັນດາພວກທ່ານ; ແລະ ເພື່ອວ່າ ຊາວຢິວ ຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າຈະໄດ້ມີ ພະຍານອື່ນອີກນອກຈາກພຣະອົງ ຜູ້ທີ່ພວກເຂົາໄດ້ເຫັນ ແລະ ໄດ້ຍິນ, ວ່າພຣະເຢຊູຜູ້ທີ່ພວກເຂົາຂ້າ, ຄື ພຣະຄຣິດອົງນັ້ນ ແລະ ພຣະເຈົ້າອົງນັ້ນ.
22 ແລະ ຂ້າພະເຈົ້າປາດຖະໜາທີ່ຈະຊັກຊວນທ່ານ ທັງຫລາຍທີ່ສຸດຂອງແຜ່ນດິນໂລກໃຫ້ກັບໃຈ ແລະ ຕຽມຕົວເພື່ອຢືນຢູ່ຕໍ່ໜ້າບັນລັງພິພາກສາຂອງພຣະຄຣິດ.