ພຣະ​ຄຳ​ພີ
ມໍ​ມອນ 5


ບົດ​ທີ 5

ມໍ​ມອນ​ນຳ​ພາ​ກອງ​ທັບ​ຊາວ​ນີ​ໄຟ​ອີກ​ໃນ​ສະ​ໜາມ​ຮົບ​ອັນ​ນອງ​ເລືອດ ແລະ ເຕັມ​ໄປ​ດ້ວຍ​ການ​ຂ້າ​ຟັນ​ລັນ​ແທງ—ພຣະ​ຄຳ​ພີ​ມໍ​ມອນ​ຈະ​ອອກ​ມາ​ເພື່ອ​ໃຫ້​ຊາວ​ອິດ​ສະ​ຣາ​ເອນ​ທຸກ​ຄົນ​ແນ່​ໃຈ​ວ່າ​ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ—ຊາວ​ເລ​ມັນ​ຈະ​ເປັນ​ຄົນ​ຜິວ​ດຳ, ສົກ​ກະ​ປົກ, ແລະ ໜ້າ​ກຽດ​ຊັງ—ພວກ​ເຂົາ​ຈະ​ໄດ້​ຮັບ​ພຣະ​ກິດ​ຕິ​ຄຸນ​ຈາກ​ຄົນ​ຕ່າງ​ຊາດ​ໃນ​ຍຸກ​ສຸດ​ທ້າຍ. ປະ​ມານ ຄ.ສ. 375–384.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ອອກ​ໄປ​ໃນ​ບັນ​ດາ​ຊາວ​ນີ​ໄຟ, ແລະ ໄດ້​ຖອນ ຄຳ​ສາ​ບານ​ຄືນ ຊຶ່ງ​ຂ້າ​ພະ​ເຈົ້າ​ເຮັດ​ໄວ້​ວ່າ ຂ້າ​ພະ​ເຈົ້າ​ຈະ​ບໍ່​ຊ່ວຍ​ເຫລືອ​ພວກ​ເຂົາ​ອີກ​ຕໍ່​ໄປ; ແລະ ພວກ​ເຂົາ​ໄດ້​ມອບ​ອຳ​ນາດ​ບັນ​ຊາ​ກອງ​ທັບ​ທະ​ຫານ​ຂອງ​ພວກ​ເຂົາ​ໃຫ້​ຂ້າ​ພະ​ເຈົ້າ​ຄືນ, ເພາະ​ວ່າ​ພວກ​ເຂົາ​ເບິ່ງ​ຂ້າ​ພະ​ເຈົ້າ​ຄື​ກັບ​ວ່າ ຂ້າ​ພະ​ເຈົ້າ​ສາ​ມາດ​ປົດ​ປ່ອຍ​ພວກ​ເຂົາ​ຈາກ​ຄວາມ​ທຸກ​ຂອງ​ພວກ​ເຂົາ​ໄດ້.

2 ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ ບໍ່​ມີ​ຄວາມ​ຫວັງ​ເລີຍ​ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຮູ້​ຈັກ​ເຖິງ​ການ​ຕັດ​ສິນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ຈະ​ມາ​ຫາ​ພວກ​ເຂົາ; ເພາະ​ພວກ​ເຂົາ​ບໍ່​ໄດ້​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ແຕ່​ໄດ້​ພາ​ກັນ​ດີ້ນ​ລົນ​ເພື່ອ​ຊີ​ວິດ​ຂອງ​ຕົນ​ຕາມ​ລຳ​ພັງ​ໂດຍ​ບໍ່​ມີ​ການ​ເອີ້ນ​ຫາ​ພຣະ​ອົງ​ຜູ້​ໄດ້​ສ້າງ​ພວກ​ເຂົາ​ມາ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລ​ມັນ​ໄດ້​ຍົກ​ທັບ​ມາ​ຕີ​ພວກ​ເຮົາ​ໃນ​ຂະ​ນະ​ທີ່​ພວກ​ເຮົາ​ກຳ​ລັງ​ໜີ​ໄປ​ຫາ​ເມືອງ​ຈໍ​ແດນ; ແຕ່​ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ຖືກ​ຂັບ​ໄລ່​ກັບ​ຄືນ​ໄປ ຈົນ​ວ່າ​ພວກ​ເຂົາ​ຍຶດ​ເອົາ​ເມືອງ​ບໍ່​ໄດ້​ໃນ​ເວ​ລາ​ນັ້ນ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາວ​ເລ​ມັນ​ໄດ້​ຍົກ​ທັບ​ມາ​ຕີ​ອີກ, ແລະ ພວກ​ເຮົາ​ໄດ້​ຮັກ​ສາ​ເມືອງ​ໄວ້​ໄດ້. ແລະ ມີ​ເມືອງ​ອື່ນໆ​ອີກ​ທີ່​ຊາວ​ນີ​ໄຟ​ຮັກ​ສາ​ໄວ້ ຊຶ່ງ​ເປັນ​ທີ່​ໝັ້ນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຊາວ​ເລ​ມັນ​ເຂົ້າ​ມາ​ໃນ​ແຜ່ນ​ດິນ ຊຶ່ງ​ຢູ່​ທາງ​ໜ້າ​ຂອງ​ພວກ​ເຮົາ​ໄດ້, ເພື່ອ​ເຂົ້າ​ມາ​ທຳ​ລາຍ​ຜູ້​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ພວກ​ເຮົາ.

5 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ບ້ານ​ເມືອງ​ບ່ອນ​ໃດ​ກໍ​ຕາມ​ທີ່​ພວກ​ເຮົາ​ຜ່ານ​ໄປ, ແລະ ບໍ່​ໄດ້​ເຕົ້າ​ໂຮມ​ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ເຂົ້າ​ກັນ, ກໍ​ຖືກ​ຊາວ​ເລ​ມັນ​ທຳ​ລາຍ​ໝົດ, ທັງ​ຕົວ​ເມືອງ ແລະ ໝູ່​ບ້ານ, ແລະ ເມືອງ​ໃຫຍ່​ກໍ​ຖືກ​ເຜົາ​ດ້ວຍ​ໄຟ; ແລະ ເວ​ລາ​ສາມ​ຮ້ອຍ​ເຈັດ​ສິບ​ເກົ້າ​ປີ​ໄດ້​ຜ່ານ​ໄປ​ດັ່ງ​ນີ້.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ທີ​ສາມ​ຮ້ອຍ​ແປດ​ສິບ ຊາວ​ເລ​ມັນ​ໄດ້​ຍົກ​ທັບ​ມາ​ສູ້​ຮົບ​ກັບ​ພວກ​ເຮົາ​ອີກ, ແລະ ພວກ​ເຮົາ​ໄດ້​ຢືນ​ຕໍ່​ສູ້​ພວກ​ເຂົາ​ຢ່າງ​ອາດ​ຫານ, ແຕ່​ບໍ່​ມີ​ປະ​ໂຫຍດ ເພາະ​ວ່າ​ພວກ​ເຂົາ​ມີ​ຈຳ​ນວນ​ຫລວງ​ຫລາຍ​ຈົນ​ວ່າ​ພວກ​ເຂົາ​ໄດ້​ຢຽບ​ຍ່ຳ​ຜູ້​ຄົນ​ຂອງ​ຊາວ​ນີ​ໄຟ​ໄວ້​ໃຕ້​ຕີນ​ຂອງ​ພວກ​ເຂົາ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ປົບ​ໜີ​ໄປ​ອີກ, ແລະ ຜູ້​ໃດ​ທີ່​ປົບ​ໜີ​ໄວ​ກວ່າ​ຊາວ​ເລ​ມັນ​ກໍ​ໜີ​ລອດ, ແລະ ຜູ້​ທີ່​ໜີ​ບໍ່​ທັນ​ກໍ​ຖືກ​ຊາວ​ເລ​ມັນ​ກວາດ​ລ້າງ ແລະ ຖືກ​ທຳ​ລາຍ​ໄປ.

8 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ມໍ​ມອນ​ບໍ່​ປາດ​ຖະ​ໜາ​ທີ່​ຈະ​ທໍ​ລະ​ມານ​ຈິດ​ວິນ​ຍານ​ຂອງ​ມະ​ນຸດ​ໂດຍ​ນຳ​ເອົາ​ພາບ​ຂອງ​ເລືອດ ແລະ ການ​ຂ້າ​ຟັນ​ອັນ​ເປັນ​ຕາ​ຢ້ານ​ເຊັ່ນ​ນີ້​ທີ່​ຢູ່​ຕໍ່​ໜ້າ​ຂອງ​ຂ້າ​ພະ​ເຈົ້າ​ມາ​ໂຍນ​ໃສ່​ຕໍ່​ໜ້າ​ມະ​ນຸດ; ແຕ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ສິ່ງ​ເຫລົ່າ​ນີ້​ຈະ​ຕ້ອງ​ເປັນ​ທີ່​ຮູ້​ຈັກ​ຢ່າງ​ແນ່​ນອນ, ແລະ ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ລີ້​ຊ່ອນ​ຢູ່​ຈະ​ຕ້ອງ​ຖືກ ເປີດ​ເຜີຍ​ໃນ​ທ່າມ​ກາງ​ປວງ​ຊົນ—

9 ແລະ ເລື່ອງ​ເຫລົ່າ​ນີ້​ກໍ​ຈະ ເປັນ​ທີ່​ຮູ້​ຈັກ​ແກ່​ຜູ້​ທີ່​ເຫລືອ​ຢູ່​ຂອງ​ຜູ້​ຄົນ​ເຫລົ່າ​ນີ້​ນຳ​ອີກ, ແລະ ມາ​ຫາ​ຄົນ​ຕ່າງ​ຊາດ​ນຳ​ອີກ, ຜູ້​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ວ່າ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ເປັນ​ຜູ້​ເຮັດ​ໃຫ້​ຜູ້​ຄົນ​ພວກ​ນີ້​ແຕກ ກະ​ຈັດ​ກະ​ຈາຍ​ໄປ, ແລະ ພວກ​ເຂົາ​ຈະ​ນັບ​ວ່າ​ຜູ້ຄົນ​ພວກ​ນີ້​ບໍ່​ມີ​ຄຸນ​ຄ່າ​ອັນ​ໃດ​ໝົດ—ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້ ຂຽນ​ໄວ້​ໂດຍ​ຫຍໍ້ ແລະ ບໍ່ກ້າ​ໃຫ້​ເລື່ອງ​ລາວ​ອັນ​ຄົບ​ຖ້ວນ​ກ່ຽວ​ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ມາ, ເພາະ​ພຣະ​ບັນ​ຊາ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ມາ, ແລະ ເພື່ອ​ວ່າ​ພວກ​ທ່ານ​ຈະ​ບໍ່​ໄດ້​ມີ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ເກີນ​ໄປ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ​ພວກ​ນີ້.

10 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ເລື່ອງ​ນີ້​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ລູກ​ຫລານ​ຂອງ​ພວກ​ເຂົາ, ແລະ ກັບ​ຄົນ​ຕ່າງ​ຊາດ​ຜູ້​ທີ່​ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ນຳ​ອີກ, ເພື່ອ​ໃຫ້​ເຂົ້າ​ໃຈ ແລະ ຮູ້​ຈັກ​ວ່າ​ພອນ​ຂອງ​ພວກ​ເຂົາ​ນັ້ນ​ມາ​ຈາກ​ໃສ.

11 ເພາະ​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ຄົນ​ເຊັ່ນ​ນັ້ນ​ຈະ​ເສົ້າ​ສະ​ຫລົດ​ໃຈ​ເພາະ​ຄວາມ​ສູນ​ເສຍ​ຂອງ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ຈະ​ເສົ້າ​ສະ​ຫລົດ​ໃຈ​ຍ້ອນ​ວ່າ ຄວາມ​ພິ​ນາດ​ຂອງ​ຜູ້​ຄົນ​ພວກ​ນີ້; ພວກ​ເຂົາ​ຈະ​ເສົ້າ​ສະ​ຫລົດ​ໃຈ​ທີ່​ຜູ້​ຄົນ​ພວກ​ນີ້​ບໍ່​ກັບ​ໃຈ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ຖືກ​ກອດ​ຮັດ​ໄວ້​ໃນ​ອ້ອມ​ພຣະ​ພາ​ຫາ​ຂອງ​ພຣະ​ເຢ​ຊູ.

12 ບັດ​ນີ້ ເລື່ອງ​ເຫລົ່າ​ນີ້​ມີ​ຂຽນ​ໄວ້​ເຖິງ ຜູ້​ທີ່​ເຫລືອ​ຢູ່​ຂອງ​ເຊື້ອ​ສາຍ​ຂອງ​ຢາ​ໂຄບ; ແລະ ມັນ​ຖືກ​ຂຽນ​ໄວ້​ຕາມ​ວິ​ທີ​ນີ້​ເພາະ​ພຣະ​ເຈົ້າ​ຮູ້​ວ່າ​ຄວາມ​ຊົ່ວ​ຮ້າຍ​ຈະ​ບໍ່​ນຳ​ມັນ​ອອກ​ມາ​ໃຫ້​ພວກ​ເຂົາ; ແລະ ມັນ​ຈະ​ຖືກ ເຊື່ອງ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ມັນ​ຈະ​ໄດ້​ອອກ​ມາ​ໃນ​ເວ​ລາ​ອັນ​ເໝາະ​ສົມ​ຂອງ​ພຣະ​ອົງ.

13 ແລະ ນີ້​ຄື​ພຣະ​ບັນ​ຊາ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ມາ; ແລະ ຈົ່ງ​ເບິ່ງ, ມັນ​ຈະ​ອອກ​ມາ​ຕາມ​ພຣະ​ບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເມື່ອ​ພຣະ​ອົງ​ເຫັນ​ວ່າ​ສົມ​ຄວນ​ໃນ​ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ​ພຣະ​ອົງ.

14 ແລະ ຈົ່ງ​ເບິ່ງ, ມັນ​ຈະ​ອອກ​ໄປ​ຫາ ຊາວ​ຢິວ​ຜູ້​ທີ່​ບໍ່​ເຊື່ອ; ແລະ ເພາະ​ເຈດ​ຕະ​ນາ​ນີ້​ມັນ​ຈະ​ອອກ​ໄປ—​ເພື່ອ​ມັນ​ຈະ​ໄດ້ ຊັກ​ຊວນ​ພວກ​ເຂົາ​ໃຫ້​ເຊື່ອ​ວ່າ​ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່; ເພື່ອ​ພຣະ​ບິ​ດາ​ຈະ​ໄດ້​ນຳ​ຈຸດ​ປະ​ສົງ​ອັນ​ຍິ່ງ​ໃຫຍ່ ແລະ ນິ​ລັນ​ດອນ​ຂອງ​ພຣະ​ອົງ​ມາ​ໂດຍ​ທາງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ໃນ​ການ​ນຳ​ເອົາ​ຊາວ​ຢິວ ຫລື ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ທັງ​ໝົດ​ກັບ​ຄືນ​ຫາ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ, ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ປະ​ທານ​ໃຫ້, ເພື່ອ​ເປັນ​ການ​ເຮັດ​ໃຫ້ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ສຳ​ເລັດ;

15 ແລະ ເພື່ອ​ລູກ​ຫລານ​ຂອງ ຜູ້​ຄົນ​ພວກ​ນີ້​ຈະ​ໄດ້​ມີ​ຄວາມ​ເຊື່ອ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຢ່າງ​ເຕັມ​ປ່ຽມ, ຊຶ່ງ​ຈະ ອອກ​ໄປ​ຫາ​ພວກ​ເຂົາ​ຈາກ​ຄົນ​ຕ່າງ​ຊາດ; ເພາະ​ຜູ້​ຄົນ​ພວກ​ນີ້​ຈະ​ແຕກ ກະ​ຈັດ​ກະ​ຈາຍ​ໄປ, ແລະ ຈະ ກາຍ​ເປັນ​ຄົນ​ຜິວ​ດຳ, ສົກ​ກະ​ປົກ, ແລະ ໜ້າ​ກຽດ​ຊັງ, ເກີນ​ກວ່າ​ຜູ້​ທີ່​ເຄີຍ​ເປັນ​ມາ​ແລ້ວ​ໃນ​ບັນ​ດາ​ຊາວ​ເລ​ມັນ, ແລະ ນີ້​ເປັນ​ຍ້ອນ​ຄວາມ​ບໍ່​ເຊື່ອ​ຖື ແລະ ການ​ນັບ​ຖື​ຮູບ​ບູ​ຊາ​ຂອງ​ພວກ​ເຂົາ.

16 ເພາະ​ຈົ່ງ​ເບິ່ງ, ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ລົ້ມ​ເລີກ ຄວາມ​ພະ​ຍາ​ຍາມ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ແລ້ວ; ແລະ ພວກ​ເຂົາ​ປາດ​ສະ​ຈາກ​ພຣະ​ຄຣິດ ແລະ ພຣະ​ເຈົ້າ​ຢູ່​ໃນ​ໂລກ​ນີ້; ແລະ ພວກ​ເຂົາ​ຖືກ​ຂັບ​ໄລ່​ໄປ​ມາ​ຄື​ກັນ​ກັບ ຂີ້​ແກບ​ທີ່​ຢູ່​ຕໍ່​ໜ້າ​ລົມ.

17 ຄັ້ງ​ໜຶ່ງ​ພວກ​ເຂົາ​ເຄີຍ​ເປັນ​ຄົນ​ທີ່​ໜ້າ​ຊົມ, ແລະ ພວກ​ເຂົາ​ມີ​ພຣະ​ຄຣິດ​ເປັນ ຜູ້​ລ້ຽງ​ຂອງ​ພວກ​ເຂົາ; ແທ້​ຈິງ​ແລ້ວ, ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ​ເປັນ​ຜູ້​ນຳ​ພາ​ພວກ​ເຂົາ.

18 ແຕ່​ບັດ​ນີ້, ຈົ່ງ​ເບິ່ງ, ພວກ​ເຂົາ​ຖືກ​ຊາ​ຕານ ພາ​ໄປ​ຄື​ກັນ​ກັບ​ຂີ້​ແກບ​ພັດ​ຢູ່​ຕໍ່​ໜ້າ​ລົມ, ຫລື ວ່າ​ຄື​ກັນ​ກັບ​ພາ​ຊະ​ນະ​ທີ່​ຖືກ​ຄື້ນ​ທະ​ເລ​ຟາດ​ໄປ​ມາ​ໂດຍ​ປາດ​ສະ​ຈາກ​ໃບ​ເຮືອ ຫລື ສະ​ໝໍ, ຫລື ປາດ​ສະ​ຈາກ​ສິ່ງ​ທີ່​ຈະ​ນຳ​ມັນ​ໄປ; ແລະ ຄື​ກັນ​ກັບ​ເຮືອ​ເປັນ​ຢູ່​ສັນ​ໃດ, ພວກ​ເຂົາ​ກໍ​ເປັນ​ຢູ່​ສັນ​ນັ້ນ.

19 ແລະ ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເກັບ​ພອນ​ຂອງ​ພວກ​ເຂົາ​ໄວ້, ຊຶ່ງ​ພວກ​ເຂົາ​ຄວນ​ຈະ​ໄດ້​ຮັບ​ໃນ​ແຜ່ນ​ດິນ ເພື່ອ ຄົນ​ຕ່າງ​ຊາດ​ຜູ້ຈະ​ມາ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ.

20 ແຕ່​ຈົ່ງ​ເບິ່ງ, ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ຈະ​ຖືກ​ຄົນ​ຕ່າງ​ຊາດ​ຂັບ​ໄລ່ ແລະ ແຕກ​ກະ​ຈັດ​ກະ​ຈາຍ​ໄປ; ແລະ ຫລັງ​ຈາກ​ທີ່​ພວກ​ເຂົາ​ຖືກ​ຄົນ​ຕ່າງ​ຊາດ​ຂັບ​ໄລ່ ແລະ ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ແລ້ວ, ຈົ່ງ​ເບິ່ງ, ເວ​ລາ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈະ ນຶກ​ເຖິງ ພັນ​ທະ​ສັນ​ຍາ ຊຶ່ງ​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ອັບ​ຣາ​ຮາມ, ແລະ ກັບ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ທັງ​ໝົດ.

21 ແລະ ພຣະ​ຜູ້​ເປັນ​ເຈົ້າ​ນຶກ​ເຖິງ ຄຳ​ອະ​ທິ​ຖານ​ຂອງ​ຄົນ​ທີ່​ຊອບ​ທຳ​ນຳ​ອີກ; ຊຶ່ງ​ພວກ​ເຂົາ​ໄດ້​ວິງ​ວອນ​ທູນ​ຂໍ​ພຣະ​ອົງ​ເພື່ອ​ພວກ​ເຂົາ.

22 ແລະ ເວ​ລາ​ນັ້ນ, ໂອ້ ຄົນ​ຕ່າງ​ຊາດ, ທ່ານ​ຈະ​ຢືນ​ຢູ່​ຕໍ່​ໜ້າ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໄດ້​ແນວ​ໃດ, ຖ້າ​ຫາກ​ທ່ານ​ບໍ່​ກັບ​ໃຈ ແລະ ຫັນ​ຈາກ​ທາງ​ຊົ່ວ​ຂອງ​ທ່ານ?

23 ທ່ານ​ຮູ້​ບໍ​ວ່າ ທ່ານ​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ? ທ່ານ​ຮູ້​ບໍ​ວ່າ​ພຣະ​ອົງ​ມີ​ອຳ​ນາດ​ທັງ​ໝົດ, ແລະ ໂດຍ ຄຳ​ບັນ​ຊາ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ ແຜ່ນ​ດິນ​ໂລກ​ຈະ ກໍ້​ເຂົ້າ​ກັນ​ດັ່ງ​ມ້ວນ​ກະ​ດາດ?

24 ສະ​ນັ້ນ, ທ່ານ​ຈົ່ງ​ກັບ​ໃຈ​ເຖີດ, ແລະ ຈົ່ງ​ຖ່ອມ​ຕົວ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ, ຖ້າ​ບໍ່​ດັ່ງ​ນັ້ນ ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນ​ຄວາມ​ຍຸດ​ຕິ​ທຳ​ເພື່ອ​ຕັດ​ສິນ​ລົງ​ໂທດ​ທ່ານ—ຖ້າ​ບໍ່​ດັ່ງ​ນັ້ນ ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ​ລູກ​ຫລານ​ຂອງ​ຢາ​ໂຄບ​ຈະ​ເຂົ້າ​ໄປ​ໃນ​ບັນ​ດາ​ພວກ​ທ່ານ​ດັ່ງ ສິງ, ແລະ ຈະ​ຈີກ​ທ່ານ​ອອກ​ເປັນ​ຕ່ອນໆ, ແລະ ຈະ​ບໍ່​ມີ​ໃຜ​ຈະ​ປົດ​ປ່ອຍ​ໄດ້.