ບົດທີ 5
ມໍມອນນຳພາກອງທັບຊາວນີໄຟອີກໃນສະໜາມຮົບອັນນອງເລືອດ ແລະ ເຕັມໄປດ້ວຍການຂ້າຟັນລັນແທງ—ພຣະຄຳພີມໍມອນຈະອອກມາເພື່ອໃຫ້ຊາວອິດສະຣາເອນທຸກຄົນແນ່ໃຈວ່າພຣະເຢຊູຄືພຣະຄຣິດ—ຊາວເລມັນຈະເປັນຄົນຜິວດຳ, ສົກກະປົກ, ແລະ ໜ້າກຽດຊັງ—ພວກເຂົາຈະໄດ້ຮັບພຣະກິດຕິຄຸນຈາກຄົນຕ່າງຊາດໃນຍຸກສຸດທ້າຍ. ປະມານ ຄ.ສ. 375–384.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ອອກໄປໃນບັນດາຊາວນີໄຟ, ແລະ ໄດ້ຖອນ ຄຳສາບານຄືນ ຊຶ່ງຂ້າພະເຈົ້າເຮັດໄວ້ວ່າ ຂ້າພະເຈົ້າຈະບໍ່ຊ່ວຍເຫລືອພວກເຂົາອີກຕໍ່ໄປ; ແລະ ພວກເຂົາໄດ້ມອບອຳນາດບັນຊາກອງທັບທະຫານຂອງພວກເຂົາໃຫ້ຂ້າພະເຈົ້າຄືນ, ເພາະວ່າພວກເຂົາເບິ່ງຂ້າພະເຈົ້າຄືກັບວ່າ ຂ້າພະເຈົ້າສາມາດປົດປ່ອຍພວກເຂົາຈາກຄວາມທຸກຂອງພວກເຂົາໄດ້.
2 ແລະ ຈົ່ງເບິ່ງ, ຂ້າພະເຈົ້າ ບໍ່ມີຄວາມຫວັງເລີຍເພາະວ່າຂ້າພະເຈົ້າຮູ້ຈັກເຖິງການຕັດສິນຂອງພຣະຜູ້ເປັນເຈົ້າ ຊຶ່ງຈະມາຫາພວກເຂົາ; ເພາະພວກເຂົາບໍ່ໄດ້ກັບໃຈຈາກຄວາມຊົ່ວຮ້າຍຂອງພວກເຂົາ, ແຕ່ໄດ້ພາກັນດີ້ນລົນເພື່ອຊີວິດຂອງຕົນຕາມລຳພັງໂດຍບໍ່ມີການເອີ້ນຫາພຣະອົງຜູ້ໄດ້ສ້າງພວກເຂົາມາ.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນໄດ້ຍົກທັບມາຕີພວກເຮົາໃນຂະນະທີ່ພວກເຮົາກຳລັງໜີໄປຫາເມືອງຈໍແດນ; ແຕ່ຈົ່ງເບິ່ງ, ພວກເຂົາໄດ້ຖືກຂັບໄລ່ກັບຄືນໄປ ຈົນວ່າພວກເຂົາຍຶດເອົາເມືອງບໍ່ໄດ້ໃນເວລານັ້ນ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວເລມັນໄດ້ຍົກທັບມາຕີອີກ, ແລະ ພວກເຮົາໄດ້ຮັກສາເມືອງໄວ້ໄດ້. ແລະ ມີເມືອງອື່ນໆອີກທີ່ຊາວນີໄຟຮັກສາໄວ້ ຊຶ່ງເປັນທີ່ໝັ້ນເພື່ອປ້ອງກັນບໍ່ໃຫ້ຊາວເລມັນເຂົ້າມາໃນແຜ່ນດິນ ຊຶ່ງຢູ່ທາງໜ້າຂອງພວກເຮົາໄດ້, ເພື່ອເຂົ້າມາທຳລາຍຜູ້ອາໄສຢູ່ໃນແຜ່ນດິນຂອງພວກເຮົາ.
5 ແຕ່ເຫດການໄດ້ບັງເກີດຂຶ້ນຄື ບ້ານເມືອງບ່ອນໃດກໍຕາມທີ່ພວກເຮົາຜ່ານໄປ, ແລະ ບໍ່ໄດ້ເຕົ້າໂຮມຜູ້ອາໄສຢູ່ໃນນັ້ນເຂົ້າກັນ, ກໍຖືກຊາວເລມັນທຳລາຍໝົດ, ທັງຕົວເມືອງ ແລະ ໝູ່ບ້ານ, ແລະ ເມືອງໃຫຍ່ກໍຖືກເຜົາດ້ວຍໄຟ; ແລະ ເວລາສາມຮ້ອຍເຈັດສິບເກົ້າປີໄດ້ຜ່ານໄປດັ່ງນີ້.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນປີທີສາມຮ້ອຍແປດສິບ ຊາວເລມັນໄດ້ຍົກທັບມາສູ້ຮົບກັບພວກເຮົາອີກ, ແລະ ພວກເຮົາໄດ້ຢືນຕໍ່ສູ້ພວກເຂົາຢ່າງອາດຫານ, ແຕ່ບໍ່ມີປະໂຫຍດ ເພາະວ່າພວກເຂົາມີຈຳນວນຫລວງຫລາຍຈົນວ່າພວກເຂົາໄດ້ຢຽບຍ່ຳຜູ້ຄົນຂອງຊາວນີໄຟໄວ້ໃຕ້ຕີນຂອງພວກເຂົາ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ປົບໜີໄປອີກ, ແລະ ຜູ້ໃດທີ່ປົບໜີໄວກວ່າຊາວເລມັນກໍໜີລອດ, ແລະ ຜູ້ທີ່ໜີບໍ່ທັນກໍຖືກຊາວເລມັນກວາດລ້າງ ແລະ ຖືກທຳລາຍໄປ.
8 ແລະ ບັດນີ້ຈົ່ງເບິ່ງ, ຂ້າພະເຈົ້າມໍມອນບໍ່ປາດຖະໜາທີ່ຈະທໍລະມານຈິດວິນຍານຂອງມະນຸດໂດຍນຳເອົາພາບຂອງເລືອດ ແລະ ການຂ້າຟັນອັນເປັນຕາຢ້ານເຊັ່ນນີ້ທີ່ຢູ່ຕໍ່ໜ້າຂອງຂ້າພະເຈົ້າມາໂຍນໃສ່ຕໍ່ໜ້າມະນຸດ; ແຕ່ຂ້າພະເຈົ້າຮູ້ວ່າສິ່ງເຫລົ່ານີ້ຈະຕ້ອງເປັນທີ່ຮູ້ຈັກຢ່າງແນ່ນອນ, ແລະ ວ່າທຸກສິ່ງທຸກຢ່າງທີ່ລີ້ຊ່ອນຢູ່ຈະຕ້ອງຖືກ ເປີດເຜີຍໃນທ່າມກາງປວງຊົນ—
9 ແລະ ເລື່ອງເຫລົ່ານີ້ກໍຈະ ເປັນທີ່ຮູ້ຈັກແກ່ຜູ້ທີ່ເຫລືອຢູ່ຂອງຜູ້ຄົນເຫລົ່ານີ້ນຳອີກ, ແລະ ມາຫາຄົນຕ່າງຊາດນຳອີກ, ຜູ້ຊຶ່ງພຣະຜູ້ເປັນເຈົ້າກ່າວວ່າຈະເຮັດໃຫ້ພວກເຂົາເປັນຜູ້ເຮັດໃຫ້ຜູ້ຄົນພວກນີ້ແຕກ ກະຈັດກະຈາຍໄປ, ແລະ ພວກເຂົາຈະນັບວ່າຜູ້ຄົນພວກນີ້ບໍ່ມີຄຸນຄ່າອັນໃດໝົດ—ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ ຂຽນໄວ້ໂດຍຫຍໍ້ ແລະ ບໍ່ກ້າໃຫ້ເລື່ອງລາວອັນຄົບຖ້ວນກ່ຽວກັບສິ່ງທີ່ຂ້າພະເຈົ້າໄດ້ເຫັນມາ, ເພາະພຣະບັນຊາຊຶ່ງຂ້າພະເຈົ້າໄດ້ຮັບມາ, ແລະ ເພື່ອວ່າພວກທ່ານຈະບໍ່ໄດ້ມີຄວາມເສົ້າສະຫລົດໃຈເກີນໄປເພາະຄວາມຊົ່ວຮ້າຍຂອງຜູ້ຄົນພວກນີ້.
10 ແລະ ບັດນີ້ຈົ່ງເບິ່ງ, ເລື່ອງນີ້ຂ້າພະເຈົ້າໄດ້ເວົ້າກັບລູກຫລານຂອງພວກເຂົາ, ແລະ ກັບຄົນຕ່າງຊາດຜູ້ທີ່ມີຄວາມເອົາໃຈໃສ່ຕໍ່ເຊື້ອສາຍອິດສະຣາເອນນຳອີກ, ເພື່ອໃຫ້ເຂົ້າໃຈ ແລະ ຮູ້ຈັກວ່າພອນຂອງພວກເຂົານັ້ນມາຈາກໃສ.
11 ເພາະຂ້າພະເຈົ້າຮູ້ວ່າຄົນເຊັ່ນນັ້ນຈະເສົ້າສະຫລົດໃຈເພາະຄວາມສູນເສຍຂອງເຊື້ອສາຍອິດສະຣາເອນ; ແທ້ຈິງແລ້ວ, ພວກເຂົາຈະເສົ້າສະຫລົດໃຈຍ້ອນວ່າ ຄວາມພິນາດຂອງຜູ້ຄົນພວກນີ້; ພວກເຂົາຈະເສົ້າສະຫລົດໃຈທີ່ຜູ້ຄົນພວກນີ້ບໍ່ກັບໃຈ ເພື່ອວ່າພວກເຂົາຈະໄດ້ຖືກກອດຮັດໄວ້ໃນອ້ອມພຣະພາຫາຂອງພຣະເຢຊູ.
12 ບັດນີ້ ເລື່ອງເຫລົ່ານີ້ມີຂຽນໄວ້ເຖິງ ຜູ້ທີ່ເຫລືອຢູ່ຂອງເຊື້ອສາຍຂອງຢາໂຄບ; ແລະ ມັນຖືກຂຽນໄວ້ຕາມວິທີນີ້ເພາະພຣະເຈົ້າຮູ້ວ່າຄວາມຊົ່ວຮ້າຍຈະບໍ່ນຳມັນອອກມາໃຫ້ພວກເຂົາ; ແລະ ມັນຈະຖືກ ເຊື່ອງໄວ້ກັບພຣະຜູ້ເປັນເຈົ້າ ເພື່ອມັນຈະໄດ້ອອກມາໃນເວລາອັນເໝາະສົມຂອງພຣະອົງ.
13 ແລະ ນີ້ຄືພຣະບັນຊາຊຶ່ງຂ້າພະເຈົ້າໄດ້ຮັບມາ; ແລະ ຈົ່ງເບິ່ງ, ມັນຈະອອກມາຕາມພຣະບັນຊາຂອງພຣະຜູ້ເປັນເຈົ້າເມື່ອພຣະອົງເຫັນວ່າສົມຄວນໃນຄວາມສະຫລຽວສະຫລາດຂອງພຣະອົງ.
14 ແລະ ຈົ່ງເບິ່ງ, ມັນຈະອອກໄປຫາ ຊາວຢິວຜູ້ທີ່ບໍ່ເຊື່ອ; ແລະ ເພາະເຈດຕະນານີ້ມັນຈະອອກໄປ—ເພື່ອມັນຈະໄດ້ ຊັກຊວນພວກເຂົາໃຫ້ເຊື່ອວ່າພຣະເຢຊູຄືພຣະຄຣິດ, ພຣະບຸດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່; ເພື່ອພຣະບິດາຈະໄດ້ນຳຈຸດປະສົງອັນຍິ່ງໃຫຍ່ ແລະ ນິລັນດອນຂອງພຣະອົງມາໂດຍທາງພຣະບຸດທີ່ຮັກຂອງພຣະອົງ, ໃນການນຳເອົາຊາວຢິວ ຫລື ເຊື້ອສາຍອິດສະຣາເອນທັງໝົດກັບຄືນຫາແຜ່ນດິນມູນມໍລະດົກຂອງພວກເຂົາ, ຊຶ່ງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາປະທານໃຫ້, ເພື່ອເປັນການເຮັດໃຫ້ ພັນທະສັນຍາຂອງພຣະອົງສຳເລັດ;
15 ແລະ ເພື່ອລູກຫລານຂອງ ຜູ້ຄົນພວກນີ້ຈະໄດ້ມີຄວາມເຊື່ອໃນພຣະກິດຕິຄຸນຂອງພຣະອົງຢ່າງເຕັມປ່ຽມ, ຊຶ່ງຈະ ອອກໄປຫາພວກເຂົາຈາກຄົນຕ່າງຊາດ; ເພາະຜູ້ຄົນພວກນີ້ຈະແຕກ ກະຈັດກະຈາຍໄປ, ແລະ ຈະ ກາຍເປັນຄົນຜິວດຳ, ສົກກະປົກ, ແລະ ໜ້າກຽດຊັງ, ເກີນກວ່າຜູ້ທີ່ເຄີຍເປັນມາແລ້ວໃນບັນດາຊາວເລມັນ, ແລະ ນີ້ເປັນຍ້ອນຄວາມບໍ່ເຊື່ອຖື ແລະ ການນັບຖືຮູບບູຊາຂອງພວກເຂົາ.
16 ເພາະຈົ່ງເບິ່ງ, ພຣະວິນຍານຂອງພຣະຜູ້ເປັນເຈົ້າໄດ້ລົ້ມເລີກ ຄວາມພະຍາຍາມກັບບັນພະບຸລຸດຂອງພວກເຂົາແລ້ວ; ແລະ ພວກເຂົາປາດສະຈາກພຣະຄຣິດ ແລະ ພຣະເຈົ້າຢູ່ໃນໂລກນີ້; ແລະ ພວກເຂົາຖືກຂັບໄລ່ໄປມາຄືກັນກັບ ຂີ້ແກບທີ່ຢູ່ຕໍ່ໜ້າລົມ.
17 ຄັ້ງໜຶ່ງພວກເຂົາເຄີຍເປັນຄົນທີ່ໜ້າຊົມ, ແລະ ພວກເຂົາມີພຣະຄຣິດເປັນ ຜູ້ລ້ຽງຂອງພວກເຂົາ; ແທ້ຈິງແລ້ວ, ພຣະເຈົ້າອົງເປັນພຣະບິດາເປັນຜູ້ນຳພາພວກເຂົາ.
18 ແຕ່ບັດນີ້, ຈົ່ງເບິ່ງ, ພວກເຂົາຖືກຊາຕານ ພາໄປຄືກັນກັບຂີ້ແກບພັດຢູ່ຕໍ່ໜ້າລົມ, ຫລື ວ່າຄືກັນກັບພາຊະນະທີ່ຖືກຄື້ນທະເລຟາດໄປມາໂດຍປາດສະຈາກໃບເຮືອ ຫລື ສະໝໍ, ຫລື ປາດສະຈາກສິ່ງທີ່ຈະນຳມັນໄປ; ແລະ ຄືກັນກັບເຮືອເປັນຢູ່ສັນໃດ, ພວກເຂົາກໍເປັນຢູ່ສັນນັ້ນ.
19 ແລະ ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ເກັບພອນຂອງພວກເຂົາໄວ້, ຊຶ່ງພວກເຂົາຄວນຈະໄດ້ຮັບໃນແຜ່ນດິນ ເພື່ອ ຄົນຕ່າງຊາດຜູ້ຈະມາເປັນເຈົ້າຂອງແຜ່ນດິນ.
20 ແຕ່ຈົ່ງເບິ່ງ, ເຫດການຈະບັງເກີດຂຶ້ນຄື ພວກເຂົາຈະຖືກຄົນຕ່າງຊາດຂັບໄລ່ ແລະ ແຕກກະຈັດກະຈາຍໄປ; ແລະ ຫລັງຈາກທີ່ພວກເຂົາຖືກຄົນຕ່າງຊາດຂັບໄລ່ ແລະ ແຕກກະຈັດກະຈາຍໄປແລ້ວ, ຈົ່ງເບິ່ງ, ເວລານັ້ນ ພຣະຜູ້ເປັນເຈົ້າຈະ ນຶກເຖິງ ພັນທະສັນຍາ ຊຶ່ງພຣະອົງໄດ້ເຮັດໄວ້ກັບອັບຣາຮາມ, ແລະ ກັບເຊື້ອສາຍອິດສະຣາເອນທັງໝົດ.
21 ແລະ ພຣະຜູ້ເປັນເຈົ້ານຶກເຖິງ ຄຳອະທິຖານຂອງຄົນທີ່ຊອບທຳນຳອີກ; ຊຶ່ງພວກເຂົາໄດ້ວິງວອນທູນຂໍພຣະອົງເພື່ອພວກເຂົາ.
22 ແລະ ເວລານັ້ນ, ໂອ້ ຄົນຕ່າງຊາດ, ທ່ານຈະຢືນຢູ່ຕໍ່ໜ້າອຳນາດຂອງພຣະເຈົ້າໄດ້ແນວໃດ, ຖ້າຫາກທ່ານບໍ່ກັບໃຈ ແລະ ຫັນຈາກທາງຊົ່ວຂອງທ່ານ?
23 ທ່ານຮູ້ບໍວ່າ ທ່ານຢູ່ໃນພຣະຫັດຂອງພຣະເຈົ້າ? ທ່ານຮູ້ບໍວ່າພຣະອົງມີອຳນາດທັງໝົດ, ແລະ ໂດຍ ຄຳບັນຊາອັນຍິ່ງໃຫຍ່ຂອງພຣະອົງ ແຜ່ນດິນໂລກຈະ ກໍ້ເຂົ້າກັນດັ່ງມ້ວນກະດາດ?
24 ສະນັ້ນ, ທ່ານຈົ່ງກັບໃຈເຖີດ, ແລະ ຈົ່ງຖ່ອມຕົວລົງຕໍ່ພຣະພັກຂອງພຣະອົງ, ຖ້າບໍ່ດັ່ງນັ້ນ ພຣະອົງຈະສະເດັດມາໃນຄວາມຍຸດຕິທຳເພື່ອຕັດສິນລົງໂທດທ່ານ—ຖ້າບໍ່ດັ່ງນັ້ນ ສ່ວນໜຶ່ງທີ່ເຫລືອຢູ່ຂອງລູກຫລານຂອງຢາໂຄບຈະເຂົ້າໄປໃນບັນດາພວກທ່ານດັ່ງ ສິງ, ແລະ ຈະຈີກທ່ານອອກເປັນຕ່ອນໆ, ແລະ ຈະບໍ່ມີໃຜຈະປົດປ່ອຍໄດ້.