ບົດທີ 6
ຊາວນີໄຟໄດ້ເຕົ້າໂຮມກັນທີ່ແຜ່ນດິນຄູໂມຣາສຳລັບການສູ້ຮົບຄັ້ງສຸດທ້າຍ—ມໍມອນເຊື່ອງແຜ່ນຈາລຶກສັກສິດໄວ້ໃນເນີນພູຄູໂມຣາ—ຊາວເລມັນໄດ້ຮັບໄຊຊະນະ, ແລະ ປະຊາຊາດນີໄຟຖືກທຳລາຍໄປ—ຫລາຍແສນຄົນຖືກຂ້າຕາຍດ້ວຍດາບ. ປະມານ ຄ.ສ. 385.
1 ແລະ ບັດນີ້ຂ້າພະເຈົ້າໄດ້ເຮັດບັນທຶກກ່ຽວກັບ ຄວາມພິນາດຂອງຊາວນີໄຟຜູ້ຄົນຂອງຂ້າພະເຈົ້າສຳເລັດແລ້ວ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ເດີນທັບໄປກ່ອນໜ້າຊາວເລມັນ.
2 ແລະ ຂ້າພະເຈົ້າມໍມອນໄດ້ຂຽນສານເຖິງກະສັດຂອງຊາວເລມັນ, ແລະ ໄດ້ຂໍຮ້ອງໃຫ້ເພິ່ນໃຫ້ໂອກາດແກ່ພວກເຮົາ ເພື່ອພວກເຮົາຈະໄດ້ມາເຕົ້າໂຮມຜູ້ຄົນຂອງພວກເຮົາໃຫ້ໄປຫາ ແຜ່ນດິນຄູໂມຣາໃກ້ກັບເນີນພູມີຊື່ວ່າ ຄູໂມຣາ, ແລະ ບ່ອນນັ້ນພວກເຮົາຈະຕໍ່ສູ້ກັບພວກເຂົາໄດ້.
3 ແລະ ເຫດການໄດ້ບັງເກີດຂຶ້ນຄື ກະສັດຂອງຊາວເລມັນໄດ້ຍິນຍອມຕາມຄຳຂໍຮ້ອງຂອງຂ້າພະເຈົ້າ.
4 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຮົາໄດ້ເດີນທັບໄປເຖິງແຜ່ນດິນຄູໂມຣາ, ແລະ ພວກເຮົາໄດ້ຕັ້ງຜ້າເຕັນຢູ່ອ້ອມເນີນພູຄູໂມຣາ; ແລະ ມັນເປັນບ່ອນທີ່ມີຜືນນ້ຳອັນກວ້າງໃຫຍ່, ແລະ ມີແມ່ນ້ຳຫລາຍສາຍ ແລະ ມີຫ້ວຍນ້ຳຢູ່ຢ່າງຫລວງຫລາຍ; ແລະ ບ່ອນນີ້ພວກເຮົາມີຄວາມຫວັງທີ່ຈະໄດ້ປຽບຊາວເລມັນ.
5 ແລະ ເມື່ອສາມຮ້ອຍແປດສິບສີ່ປີຜ່ານໄປ, ພວກເຮົາໄດ້ເຕົ້າໂຮມຜູ້ຄົນຂອງພວກເຮົາທີ່ເຫລືອຢູ່ທັງໝົດມາຫາແຜ່ນດິນຄູໂມຣາ.
6 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພວກເຮົາໄດ້ເຕົ້າໂຮມຜູ້ຄົນຂອງພວກເຮົາທັງໝົດເຂົ້າເປັນກຸ່ມດຽວກັນທີ່ແຜ່ນດິນຄູໂມຣາແລ້ວ, ຈົ່ງເບິ່ງຂ້າພະເຈົ້າມໍມອນເລີ່ມເຖົ້າແກ່ລົງ; ແລະ ໂດຍທີ່ຮູ້ຈັກວ່າ ມັນຈະເປັນການຕໍ່ສູ້ຄັ້ງສຸດທ້າຍຂອງຜູ້ຄົນຂອງຂ້າພະເຈົ້າ, ແລະ ໂດຍທີ່ໄດ້ຮັບບັນຊາຈາກພຣະຜູ້ເປັນເຈົ້າວ່າ ຂ້າພະເຈົ້າບໍ່ຄວນປ່ອຍໃຫ້ບັນທຶກສັກສິດ ຊຶ່ງບັນພະບຸລຸດຂອງພວກເຮົາມອບໃຫ້ຕໍ່ໆກັນມາຕົກຢູ່ໃນກຳມືຂອງຊາວເລມັນ, (ເພາະວ່າຊາວເລມັນຈະທຳລາຍມັນ) ສະນັ້ນ ຂ້າພະເຈົ້າຈຶ່ງເຮັດ ບັນທຶກນີ້ຈາກແຜ່ນຈາລຶກຂອງນີໄຟ, ແລະ ເຊື່ອງບັນທຶກທັງໝົດ ຊຶ່ງຂ້າພະເຈົ້າໄດ້ຮັບມອບໝາຍມາໂດຍພຣະຫັດຂອງພຣະຜູ້ເປັນເຈົ້າໄວ້ໃນເນີນພູຄູໂມຣາ, ຍົກເວັ້ນແຕ່ແຜ່ນຈາລຶກສ່ວນໜ້ອຍໜຶ່ງ ເຫລົ່ານີ້ ຊຶ່ງຂ້າພະເຈົ້າໄດ້ມອບມັນໃຫ້ແກ່ ໂມໂຣໄນລູກຊາຍຂອງຂ້າພະເຈົ້າ.
7 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ຄົນຂອງຂ້າພະເຈົ້າ, ພ້ອມດ້ວຍເມຍຂອງພວກເຂົາ ແລະ ລູກຂອງພວກເຂົາ, ໄດ້ຫລຽວເຫັນ ກອງທັບຂອງຊາວເລມັນກຳລັງມຸ້ງໜ້າມາຫາພວກເຂົາ; ແລະ ດ້ວຍຄວາມຢ້ານກົວຕໍ່ຄວາມຕາຍອັນເປັນຕາຢ້ານ ຊຶ່ງມີຢູ່ເຕັມອົກຂອງຄົນຊົ່ວທຸກຄົນ, ພວກເຂົາໄດ້ຄອຍຕ້ອນຮັບພວກນັ້ນຢູ່.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ຍົກທັບມາສູ້ຮົບກັບພວກເຮົາ, ແລະ ທຸກຄົນກໍເຕັມໄປດ້ວຍຄວາມຢ້ານກົວທີ່ສຸດ ເພາະຄວາມຫລວງຫລາຍຂອງຈຳນວນຄົນຂອງພວກເຂົາ.
9 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ເຂົ້າມາໂຈມຕີຜູ້ຄົນຂອງຂ້າພະເຈົ້າດ້ວຍດາບ, ແລະ ດ້ວຍທະນູ, ແລະ ດ້ວຍລູກທະນູ, ແລະ ດ້ວຍຂວານ, ແລະ ດ້ວຍອາວຸດແຫ່ງສົງຄາມທຸກຊະນິດ.
10 ແລະ ເຫດການໄດ້ບັງເກີດຂຶ້ນຄື ຄົນຂອງຂ້າພະເຈົ້າໄດ້ຖືກໂຄ່ນລົງ, ແທ້ຈິງແລ້ວ, ແມ່ນແຕ່ຫລາຍໝື່ນຄົນຂອງຂ້າພະເຈົ້າຊຶ່ງຢູ່ກັບຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ຮັບບາດເຈັບຢູ່ທ່າມກາງພວກເຂົາ; ແລະ ພວກເຂົາໄດ້ຜ່ານຂ້າພະເຈົ້າໄປ ຄືພວກເຂົາບໍ່ໄດ້ເຮັດໃຫ້ຊີວິດຂອງຂ້າພະເຈົ້າສິ້ນສຸດລົງ.
11 ແລະ ເມື່ອພວກເຂົາໄດ້ຜ່ານໄປ ແລະ ໄດ້ໂຄ່ນຜູ້ຄົນຂອງຂ້າພະເຈົ້າລົງ ຈົນໝົດແລ້ວ ນອກຈາກພວກເຮົາຊາວສີ່ຄົນເທົ່ານັ້ນ (ຊຶ່ງໃນບັນດາຄົນເຫລົ່ານີ້ມີໂມໂຣໄນລູກຊາຍຂອງຂ້າພະເຈົ້າ) ແລະ ໂດຍການລອດຊີວິດຈາກພວກທີ່ຕາຍຂອງຜູ້ຄົນຂອງພວກເຮົາ, ໃນມື້ຕໍ່ມາ, ຫລັງຈາກຊາວເລມັນກັບໄປຄ້າຍຂອງພວກເຂົາ, ຈາກຈອມເນີນພູຄູໂມຣາ, ພວກເຮົາໄດ້ເຫັນຜູ້ຄົນຂອງຂ້າພະເຈົ້າໜຶ່ງໝື່ນຄົນທີ່ຂ້າພະເຈົ້ານຳໜ້າໄປຖືກໂຄ່ນລົງຈົນໝົດ.
12 ແລະ ພວກເຮົາກໍໄດ້ເຫັນສົບຂອງສິບພັນຄົນຊຶ່ງໂມໂຣໄນລູກຊາຍຂອງຂ້າພະເຈົ້ານຳພາໄປອີກ.
13 ແລະ ຈົ່ງເບິ່ງ, ໜຶ່ງໝື່ນຄົນຂອງກິດກິດໂດນາກໍລົ້ມຕາຍຢູ່, ແລະ ລາວກໍຢູ່ໃນທ່າມກາງພວກເຂົານັ້ນ.
14 ແລະ ເລມາກໍໄດ້ລົ້ມຕາຍຢູ່ກັບໜຶ່ງໝື່ນຄົນຂອງລາວ; ແລະ ກິນການກໍໄດ້ລົ້ມຕາຍຢູ່ກັບໜຶ່ງໝື່ນຄົນຂອງລາວ; ແລະ ລິມຮາກໍໄດ້ລົ້ມຕາຍຢູ່ກັບໜຶ່ງໝື່ນຄົນຂອງລາວ; ແລະ ເຈນີອຳກໍໄດ້ລົ້ມຕາຍຢູ່ກັບໜຶ່ງໝື່ນຄົນຂອງລາວ; ພ້ອມທັງຄູມະໄນຮາ, ແລະ ໂມໂຣໄນຮາ, ແລະ ອານທິໂອນຳ, ແລະ ຊິບລຳ, ແລະ ເຊມ, ແລະ ຈອດ, ຕ່າງກໍໄດ້ລົ້ມຕາຍຢູ່ກັບໜຶ່ງໝື່ນຄົນຂອງຕົນ.
15 ແລະ ເຫດການໄດ້ບັງເກີດຂຶ້ນຄື ມີຫົວໜ້າທະຫານຄົນອື່ນອີກສິບຄົນທີ່ໄດ້ລົ້ມຕາຍດ້ວຍອາວຸດແຫ່ງສົງຄາມຢູ່ກັບໜຶ່ງໝື່ນຄົນຂອງຕົນ; ແທ້ຈິງແລ້ວ, ຜູ້ຄົນຂອງຂ້າພະເຈົ້າ ທັງໝົດໄດ້ຖືກຂ້າຕາຍຈົນໝົດ, ຍົກເວັ້ນແຕ່ຊາວສີ່ຄົນທີ່ຢູ່ກັບຂ້າພະເຈົ້ານີ້, ແລະ ບໍ່ເທົ່າໃດຄົນທີ່ໜີໄປຫາແຜ່ນດິນທາງໃຕ້, ແລະ ບໍ່ເທົ່າໃດຄົນທີ່ແຕກໄປຫາຊາວເລມັນ; ແລະ ເນື້ອໜັງ, ແລະ ກະດູກ, ແລະ ເລືອດຂອງພວກເຂົາເຕັມຊະຊາຍຢູ່ຕາມຜືນແຜ່ນດິນ, ຖືກຖິ້ມໃຫ້ເປື່ອຍເນົ່າຢູ່ໃນແຜ່ນດິນດ້ວຍນ້ຳມືຂອງຄົນທີ່ຂ້າພວກເຂົາ, ແລະ ຖືກປ່ອຍໃຫ້ສະຫລາຍໄປ ແລະ ກັບໄປຫາແຜ່ນດິນແມ່ຂອງພວກເຂົາ.
16 ແລະ ຈິດວິນຍານຂອງຂ້າພະເຈົ້າເປັນທຸກ, ດ້ວຍຄວາມເຈັບປວດຍ້ອນການຕາຍຂອງຜູ້ຄົນຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ຮ້ອງອອກມາວ່າ:
17 ໂອ້ ທ່ານຜູ້ສວຍງາມ, ທ່ານອອກໄປຈາກທາງຂອງພຣະຜູ້ເປັນເຈົ້າໄດ້ແນວໃດ! ໂອ້ ທ່ານຜູ້ສວຍງາມ, ທ່ານບໍ່ຍອມຮັບພຣະເຢຊູອົງນັ້ນໄດ້ແນວໃດ, ຜູ້ຢືນວາພຣະພາຫາຕ້ອນຮັບທ່ານຢູ່!
18 ຈົ່ງເບິ່ງ, ຖ້າຫາກທ່ານບໍ່ໄດ້ເຮັດເຊັ່ນນີ້, ທ່ານກໍຈະບໍ່ລົ້ມຕາຍ. ແຕ່ຈົ່ງເບິ່ງ, ທ່ານໄດ້ລົ້ມຕາຍໄປ, ແລະ ຂ້າພະເຈົ້າໂສກເສົ້າເພາະການສູນເສຍທ່ານ.
19 ໂອ້ ທ່ານຜູ້ເປັນລູກຊາຍ ແລະ ລູກສາວທີ່ສວຍງາມ, ທ່ານຜູ້ເປັນພໍ່ ແລະ ແມ່, ທ່ານຜູ້ເປັນສາມີ ແລະ ພັນລະຍາ, ທ່ານຜູ້ສວຍງາມ, ເປັນໄປໄດ້ແນວໃດທີ່ທ່ານມາລົ້ມຕາຍໄປແບບນີ້!
20 ແຕ່ຈົ່ງເບິ່ງ, ທ່ານໄດ້ຈາກໄປແລ້ວ, ແລະ ຄວາມເສົ້າສະຫລົດໃຈຂອງຂ້າພະເຈົ້າບໍ່ສາມາດນຳທ່ານກັບຄືນມາໄດ້.
21 ແລະ ມື້ນັ້ນຈະມາຮອດໃນບໍ່ຊ້ານີ້ ຊຶ່ງຮ່າງກາຍທີ່ເປັນມະຕະຂອງທ່ານຈະຕ້ອງສວມໃສ່ຄວາມເປັນອະມະຕະ ແລະ ຮ່າງກາຍຊຶ່ງກຳລັງເນົ່າເປື່ອຍຢູ່ນີ້ຈະກັບເປັນຮ່າງກາຍທີ່ ເນົ່າເປື່ອຍບໍ່ໄດ້ໃນບໍ່ຊ້າ; ແລະ ເມື່ອນັ້ນທ່ານຈະຕ້ອງຢືນຢູ່ຕໍ່ໜ້າບັນລັງພິພາກສາຂອງພຣະຄຣິດ, ເພື່ອຮັບການພິພາກສາຕາມວຽກງານຂອງທ່ານ; ແລະ ຖ້າຫາກເປັນໄປວ່າທ່ານເປັນຄົນຊອບທຳ, ເມື່ອນັ້ນທ່ານຈະໄດ້ຮັບພອນດັ່ງບັນພະບຸລຸດຂອງທ່ານຜູ້ຈາກໄປກ່ອນທ່ານ.
22 ໂອ້ ຖ້າທ່ານໄດ້ກັບໃຈກ່ອນຄວາມພິນາດອັນໃຫຍ່ຫລວງນີ້ໄດ້ມາເຖິງທ່ານ. ແຕ່ຈົ່ງເບິ່ງ, ທ່ານໄດ້ຈາກໄປແລ້ວ, ແລະ ພຣະບິດາ, ແທ້ຈິງແລ້ວ, ພຣະບິດາຜູ້ສະຖິດນິລັນດອນແຫ່ງສະຫວັນຮູ້ເຖິງສະພາບຂອງທ່ານ; ແລະ ພຣະອົງກະທຳກັບທ່ານຕາມ ຄວາມຍຸດຕິທຳ ແລະ ຕາມ ຄວາມເມດຕາຂອງພຣະອົງ.