ບົດທີ 8
ຊາວເລມັນຊອກທຳລາຍຊາວນີໄຟ—ພຣະຄຳພີມໍມອນຈະອອກມາໂດຍອຳນາດຂອງພຣະເຈົ້າ—ຄຳສາບແຊ່ງເຖິງຜູ້ທີ່ມີຈິດໃຈໂຫດຮ້າຍປ່າເຖື່ອນ ແລະ ຕໍ່ຕ້ານວຽກງານຂອງພຣະຜູ້ເປັນເຈົ້າ—ບັນທຶກຂອງນີໄຟຈະອອກມາໃນເວລາທີ່ຊົ່ວຮ້າຍ, ເສື່ອມໂຊມ, ແລະ ມີການປະຖິ້ມຄວາມເຊື່ອ. ປະມານ ຄ.ສ. 400–421.
1 ຈົ່ງເບິ່ງຂ້າພະເຈົ້າ ໂມໂຣໄນເຮັດ ບັນທຶກຂອງມໍມອນບິດາຂອງຂ້າພະເຈົ້າຈົບແລ້ວ. ຈົ່ງເບິ່ງ, ຂ້າພະເຈົ້າມີພຽງບໍ່ເທົ່າໃດເລື່ອງທີ່ຈະຂຽນ, ຊຶ່ງເປັນເລື່ອງທີ່ບິດາຂອງຂ້າພະເຈົ້າສັ່ງໃຫ້ຂ້າພະເຈົ້າຂຽນໄວ້.
2 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກການສູ້ຮົບ ຄັ້ງໃຫຍ່ ແລະ ໜ້າສະຫຍົດສະຫຍອງທີ່ຄູໂມຣານັ້ນ, ຈົ່ງເບິ່ງ, ຊາວນີໄຟຜູ້ທີ່ໜີໄປຫາແຜ່ນດິນທາງໃຕ້ໄດ້ຖືກ ຊາວເລມັນຕິດຕາມລ່າຈົນຖືກທຳລາຍໄປໝົດ.
3 ແລະ ບິດາຂອງຂ້າພະເຈົ້າກໍຖືກພວກເຂົາຂ້ານຳອີກ, ແລະ ຂ້າພະເຈົ້າຖືກປ່ອຍໃຫ້ຢູ່ ຜູ້ດຽວເພື່ອຂຽນເລື່ອງເສົ້າສະຫລົດໃຈກ່ຽວກັບຄວາມພິນາດຂອງຜູ້ຄົນຂອງຂ້າພະເຈົ້າ. ແຕ່ຈົ່ງເບິ່ງ, ພວກເຂົາໄດ້ຈາກໄປແລ້ວ, ແລະ ຂ້າພະເຈົ້າກໍໄດ້ເຮັດໃຫ້ຄຳສັ່ງຂອງບິດາຂ້າພະເຈົ້າສຳເລັດແລ້ວ. ແລະ ພວກເຂົາຈະຂ້າຂ້າພະເຈົ້າຫລືບໍ່, ຂ້າພະເຈົ້າກໍບໍ່ຮູ້.
4 ສະນັ້ນ ຂ້າພະເຈົ້າຈະຂຽນບັນທຶກ ແລະ ຈະເຊື່ອງມັນໄວ້ໃນດິນ; ແລະ ບ່ອນໃດທີ່ຂ້າພະເຈົ້າຈະໄປນັ້ນບໍ່ສຳຄັນແລ້ວ.
5 ຈົ່ງເບິ່ງ, ບິດາຂອງຂ້າພະເຈົ້າໄດ້ເຮັດ ບັນທຶກນີ້, ແລະ ເພິ່ນໄດ້ຂຽນຈຸດປະສົງຂອງມັນໄວ້. ແລະ ຈົ່ງເບິ່ງ, ຂ້າພະເຈົ້າຈະຂຽນມັນໄວ້ອີກຖ້າຫາກຂ້າພະເຈົ້າມີບ່ອນຂຽນໃນ ແຜ່ນຈາລຶກ, ແຕ່ຂ້າພະເຈົ້າບໍ່ມີ, ແລະ ຂ້າພະເຈົ້າກໍບໍ່ມີໂລຫະອີກ, ເພາະຂ້າພະເຈົ້າຢູ່ຄົນດຽວ. ບິດາຂອງຂ້າພະເຈົ້າໄດ້ຖືກຂ້າຢູ່ໃນການສູ້ຮົບພ້ອມທັງຍາດພີ່ນ້ອງຂອງຂ້າພະເຈົ້າທັງໝົດ, ແລະ ຂ້າພະເຈົ້າບໍ່ມີໝູ່ເພື່ອນເລີຍທັງບໍ່ມີບ່ອນຈະໄປຫາ; ແລະ ຂ້າພະເຈົ້າບໍ່ຮູ້ວ່າ ພຣະຜູ້ເປັນເຈົ້າຈະຍອມໃຫ້ຂ້າພະເຈົ້າມີຊີວິດຢູ່ດົນປານໃດ.
6 ຈົ່ງເບິ່ງ, ສີ່ຮ້ອຍປີໄດ້ຜ່ານໄປນັບຕັ້ງແຕ່ການສະເດັດມາຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດ.
7 ແລະ ຈົ່ງເບິ່ງ, ຊາວເລມັນໄດ້ຕາມລ່າຊາວນີໄຟຜູ້ຄົນຂອງຂ້າພະເຈົ້າ, ຈາກເມືອງໜຶ່ງໄປຫາອີກເມືອງໜຶ່ງ ແລະ ຈາກບ່ອນໜຶ່ງໄປຫາອີກບ່ອນໜຶ່ງ, ຈົນວ່າບໍ່ເຫລືອຈັກຄົນ; ແລະ ການຕົກຂອງພວກເຂົານັ້ນໃຫຍ່ຫລວງ; ແທ້ຈິງແລ້ວ, ຄວາມພິນາດຂອງຊາວນີໄຟຜູ້ຄົນຂອງຂ້າພະເຈົ້ານັ້ນຍິ່ງໃຫຍ່ ແລະ ໜ້າອັດສະຈັນທີ່ສຸດ.
8 ແລະ ຈົ່ງເບິ່ງ, ມັນແມ່ນພຣະຫັດຂອງພຣະຜູ້ເປັນເຈົ້າທີ່ທຳການນີ້. ແລະ ຈົ່ງເບິ່ງອີກ, ຊາວເລມັນກຳລັງເຮັດ ສົງຄາມຕໍ່ສູ້ກັນເອງຢູ່; ແລະ ທັງທົ່ວຜືນແຜ່ນດິນນີ້ເປັນຮອບໜຶ່ງຂອງການຄາດຕະກຳ ແລະ ການນອງເລືອດທີ່ຕໍ່ເນື່ອງກັນບໍ່ມີຍາມເຊົາ; ແລະ ບໍ່ມີຜູ້ໃດຮູ້ວ່າ ສົງຄາມຈະສິ້ນສຸດລົງຕອນໃດ.
9 ແລະ ບັດນີ້, ຈົ່ງເບິ່ງຂ້າພະເຈົ້າຈະບໍ່ເວົ້າກ່ຽວກັບພວກເຂົາອີກຕໍ່ໄປ, ເພາະວ່າບໍ່ມີຜູ້ໃດເລີຍທີ່ເຫລືອຢູ່ນອກຈາກຊາວເລມັນ ແລະ ພວກໂຈນເທົ່ານັ້ນທີ່ຍັງມີຊີວິດຢູ່ໃນຜືນແຜ່ນດິນ.
10 ແລະ ບໍ່ມີຜູ້ໃດຮູ້ຈັກພຣະເຈົ້າທີ່ທ່ຽງແທ້ເລີຍ ນອກຈາກ ສານຸສິດຂອງພຣະເຢຊູ, ຜູ້ທີ່ຄົງຢູ່ໃນແຜ່ນດິນຈົນຮອດເວລາທີ່ຄວາມຊົ່ວຮ້າຍຂອງຜູ້ຄົນໃຫຍ່ຫລວງ; ແລ້ວພຣະຜູ້ເປັນເຈົ້າຈະບໍ່ປ່ອຍໃຫ້ພວກເພິ່ນ ຢູ່ກັບຜູ້ຄົນອີກ; ແລະ ພວກເພິ່ນຍັງຢູ່ໃນແຜ່ນດິນຫລືບໍ່ນັ້ນ ບໍ່ມີຜູ້ໃດຮູ້.
11 ແຕ່ຈົ່ງເບິ່ງ, ບິດາຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າໄດ້ເຫັນພວກເພິ່ນ, ແລະ ພວກເພິ່ນໄດ້ປະຕິບັດສາດສະໜາກິດແກ່ພວກເຮົາ.
12 ແລະ ຜູ້ໃດທີ່ໄດ້ຮັບບັນທຶກນີ້ ແລະ ບໍ່ຕຳນິຕິຕຽນມັນ ເພາະຂໍ້ບົກພ່ອງທີ່ຢູ່ໃນນັ້ນ, ຜູ້ນັ້ນຈະຮູ້ຈັກເຖິງ ເລື່ອງສຳຄັນກວ່ານີ້. ຈົ່ງເບິ່ງ, ຂ້າພະເຈົ້າຄືໂມໂຣໄນ; ແລະ ຖ້າຫາກເປັນໄປໄດ້, ຂ້າພະເຈົ້າຈະເຮັດໃຫ້ທຸກສິ່ງທຸກຢ່າງເປັນທີ່ຮູ້ຈັກແກ່ທ່ານ.
13 ຈົ່ງເບິ່ງ, ຂ້າພະເຈົ້າຂໍຈົບການເວົ້າກ່ຽວກັບຜູ້ຄົນພວກນີ້ໄວ້ເທົ່ານີ້. ຂ້າພະເຈົ້າເປັນລູກຊາຍຂອງມໍມອນ, ແລະ ບິດາຂອງຂ້າພະເຈົ້າເປັນ ຜູ້ສືບຕະກຸນຂອງນີໄຟ.
14 ແລະ ຂ້າພະເຈົ້າຄືຜູ້ທີ່ ເຊື່ອງບັນທຶກໄວ້ກັບພຣະຜູ້ເປັນເຈົ້າ; ແຜ່ນຈາລຶກນີ້ບໍ່ມີຄ່າຫຍັງ, ຕາມພຣະບັນຊາຂອງພຣະຜູ້ເປັນເຈົ້າ, ເພາະວ່າພຣະອົງກ່າວຢ່າງແນ່ນອນວ່າບໍ່ມີຜູ້ໃດຈະໄດ້ມັນໄປ ເພື່ອຫາຜົນປະໂຫຍດສ່ວນຕົວ; ແຕ່ວ່າບັນທຶກທີ່ຢູ່ໃນນັ້ນມີຄ່າທີ່ສຸດ ແລະ ຜູ້ໃດທີ່ຈະນຳມັນໄປສູ່ຄວາມສະຫວ່າງ, ພຣະຜູ້ເປັນເຈົ້າຈະປະທານພອນໃຫ້ແກ່ຜູ້ນັ້ນ.
15 ເພາະວ່າບໍ່ມີຜູ້ໃດທີ່ມີອຳນາດນຳມັນໄປສູ່ຄວາມສະຫວ່າງໄດ້ນອກຈາກພຣະເຈົ້າຈະປະທານໃຫ້ແກ່ຜູ້ນັ້ນເທົ່ານັ້ນ; ເພາະພຣະເຈົ້າມີພຣະປະສົງວ່າ ມັນຈະເປັນໄປເພາະການທີ່ ເຫັນແກ່ລັດສະໝີພາບຂອງພຣະອົງແຕ່ຢ່າງດຽວ, ຫລື ເພື່ອຄວາມຜາສຸກຂອງຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າໃນສະໄໝບູຮານ ແລະ ເພື່ອຜູ້ທີ່ໄດ້ແຕກກະຈັດກະຈາຍໄປດົນນານແລ້ວ.
16 ແລະ ຄົນທີ່ຈະນຳສິ່ງນີ້ມາຫາຄວາມສະຫວ່າງຍ່ອມເປັນສຸກ; ເພາະວ່າມັນຈະຖືກ ນຳອອກຈາກຄວາມມືດໄປຫາແສງສະຫວ່າງຕາມພຣະຄຳຂອງພຣະເຈົ້າ; ແທ້ຈິງແລ້ວ, ມັນຈະຖືກນຳອອກມາຈາກດິນ, ແລະ ມັນຈະສ່ອງແສງສະຫວ່າງອອກຈາກຄວາມມືດ, ແລະ ມາສູ່ຄວາມຮູ້ຂອງຜູ້ຄົນ; ແລະ ມັນຈະເປັນໄປໂດຍອຳນາດຂອງພຣະເຈົ້າ.
17 ແລະ ຖ້າຫາກມີ ຄວາມຜິດ ກໍເປັນຄວາມຜິດພາດຂອງມະນຸດ. ແຕ່ຈົ່ງເບິ່ງ, ພວກເຮົາຮູ້ວ່າມັນບໍ່ມີຄວາມຜິດ; ເຖິງຢ່າງໃດກໍຕາມ ພຣະເຈົ້າຮູ້ທຸກສິ່ງທຸກຢ່າງ; ສະນັ້ນ, ຜູ້ທີ່ ວິຈານກໍໃຫ້ຜູ້ນັ້ນລະວັງຕົວໄວ້ຢ້ານວ່າເຂົາຈະຢູ່ໃນອັນຕະລາຍຂອງໄຟນະລົກ.
18 ແລະ ຜູ້ທີ່ກ່າວວ່າ: ຈົ່ງສະແດງມັນຕໍ່ເຮົາ, ຖ້າບໍ່ດັ່ງນັ້ນທ່ານຈະຖືກລົງໂທດ—ກໍໃຫ້ຜູ້ນັ້ນລະວັງໄວ້ ຢ້ານວ່າເຂົາຈະສັ່ງໃນສິ່ງທີ່ພຣະຜູ້ເປັນເຈົ້າຊົງຫ້າມ.
19 ເພາະຈົ່ງເບິ່ງ, ຜູ້ໃດທີ່ ຕັດສິນຜູ້ອື່ນຢ່າງຮີບດ່ວນຈະຖືກຕັດສິນຢ່າງຮີບດ່ວນຄືກັນ; ເພາະວ່າເຂົາຈະໄດ້ຮັບຄ່າຈ້າງຕາມວຽກງານຂອງເຂົາ; ສະນັ້ນ, ຄົນທີ່ທຳຮ້າຍຄົນອື່ນ ຍ່ອມຖືກພຣະຜູ້ເປັນເຈົ້າທຳຮ້າຍຄືກັນ.
20 ຈົ່ງເບິ່ງສິ່ງທີ່ຂໍ້ຄວາມພຣະຄຳພີກ່າວໄວ້ຄື—ມະນຸດບໍ່ຄວນທຳຮ້າຍຕໍ່ກັນ, ທັງພວກເຂົາບໍ່ຄວນຕັດສິນກັນ; ເພາະວ່າການຕັດສິນນັ້ນເປັນຂອງເຮົາ, ພຣະຜູ້ເປັນເຈົ້າໄດ້ກ່າວ, ແລະ ການແກ້ແຄ້ນເປັນຂອງເຮົານຳອີກ, ແລະ ເຮົາຈະເປັນຜູ້ຕອບແທນ.
21 ແລະ ຜູ້ໃດທີ່ເວົ້າໂດຍສະແດງຄວາມໂມໂຫ ແລະ ຕໍ່ຕ້ານວຽກງານຂອງພຣະຜູ້ເປັນເຈົ້າ, ແລະ ກໍ່ກວນຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າ ຜູ້ເປັນເຊື້ອສາຍອິດສະຣາເອນ, ແລະ ກ່າວວ່າ: ພວກເຮົາຈະທຳລາຍວຽກງານຂອງພຣະຜູ້ເປັນເຈົ້າ, ແລະ ພຣະຜູ້ເປັນເຈົ້າຈະບໍ່ຈື່ຈຳພັນທະສັນຍາຂອງພຣະອົງ ຊຶ່ງໄດ້ເຮັດໄວ້ກັບເຊື້ອສາຍອິດສະຣາເອນດອກ—ຜູ້ດຽວກັນນັ້ນກໍຢູ່ໃນຂັ້ນອັນຕະລາຍທີ່ຈະຖືກໂຄ່ນລົງ ແລະ ໂຍນເຂົ້າກອງໄຟ;
22 ເພາະວ່າ ຈຸດປະສົງອັນເປັນນິລັນດອນຂອງພຣະຜູ້ເປັນເຈົ້າຈະດຳເນີນຕໍ່ໄປ, ຈົນກວ່າຄຳສັນຍາຂອງພຣະອົງຈະສຳເລັດທັງໝົດ.
23 ຈົ່ງຄົ້ນຄວ້າຄຳທຳນາຍຂອງ ເອຊາຢາ. ຈົ່ງເບິ່ງ, ຂ້າພະເຈົ້າຂຽນໄວ້ບໍ່ໄດ້. ແທ້ຈິງແລ້ວ, ຈົ່ງເບິ່ງ ຂ້າພະເຈົ້າກ່າວກັບທ່ານວ່າ ໄພ່ພົນຂອງພຣະເຈົ້າຜູ້ທີ່ຈາກໄປກ່ອນຂ້າພະເຈົ້າ ຜູ້ທີ່ເຄີຍເປັນເຈົ້າຂອງແຜ່ນດິນນີ້ ຈະຕ້ອງ ທູນຂໍຕໍ່ພຣະຜູ້ເປັນເຈົ້າ, ແທ້ຈິງແລ້ວ, ແມ່ນຈາກພື້ນດິນ; ແລະ ຕາບໃດທີ່ພຣະຜູ້ເປັນເຈົ້າຊົງພຣະຊົນຢູ່ ພຣະອົງຈະນຶກເຖິງພັນທະສັນຍາທີ່ພຣະອົງໄດ້ເຮັດໄວ້ກັບພວກເຂົາ.
24 ແລະ ພຣະອົງຮູ້ເຖິງ ຄຳອະທິຖານຂອງພວກເຂົາ ວ່າມັນເປັນໄປເພື່ອພີ່ນ້ອງຂອງພວກເຂົາ. ແລະ ພຣະອົງຮູ້ຈັກສັດທາຂອງພວກເຂົາ, ເພາະໃນພຣະນາມຂອງພຣະອົງ ພວກເຂົາຈຶ່ງສາມາດເຄື່ອນຍ້າຍ ພູໄດ້; ແລະ ໃນພຣະນາມຂອງພຣະອົງ ພວກເຂົາຈຶ່ງສາມາດເຮັດໃຫ້ແຜ່ນດິນໂລກສັ່ນສະເທືອນໄດ້, ແລະ ໂດຍອຳນາດແຫ່ງພຣະຄຳຂອງພຣະອົງ ພວກເຂົາຈຶ່ງໄດ້ເຮັດ ຄຸກພັງທະລາຍລົງກັບພື້ນດິນ; ແທ້ຈິງແລ້ວ, ແມ່ນແຕ່ເຕົາໄຟຮ້ອນແຮງ ທັງສັດປ່າ ແລະ ງູພິດ ກໍຍັງເຮັດອັນຕະລາຍໃຫ້ພວກເຂົາບໍ່ໄດ້, ເພາະອຳນາດແຫ່ງຄຳຂອງພຣະອົງ.
25 ແລະ ຈົ່ງເບິ່ງ, ຄຳອະທິຖານຂອງຄົນເຫລົ່ານັ້ນເປັນໄປເພື່ອຄົນຜູ້ທີ່ພຣະຜູ້ເປັນເຈົ້າຈະຍອມໃຫ້ນຳເອົາສິ່ງເຫລົ່ານີ້ອອກມາ.
26 ແລະ ບໍ່ມີຜູ້ໃດຈຳຕ້ອງເວົ້າວ່າມັນຈະບໍ່ມາເຖິງ, ເພາະມັນຈະມາຢ່າງແນ່ນອນ, ເພາະພຣະຜູ້ເປັນເຈົ້າໄດ້ກ່າວແລ້ວວ່າ ມັນຈະ ອອກຈາກແຜ່ນດິນໂດຍພຣະຫັດຂອງພຣະຜູ້ເປັນເຈົ້າ, ແລະ ບໍ່ມີຜູ້ໃດຈະຢັບຢັ້ງໄດ້; ແລະ ມັນຈະມາໃນມື້ທີ່ຜູ້ຄົນເວົ້າກັນວ່າ ສິ່ງມະຫັດສະຈັນໝົດໄປແລ້ວ; ແລະ ມັນຈະມາຄືກັນກັບວ່າ ຜູ້ໃດຜູ້ໜຶ່ງຈະເວົ້າອອກ ຈາກຄົນຕາຍ.
27 ແລະ ມັນຈະມາໃນມື້ທີ່ ເລືອດຂອງໄພ່ພົນຂອງພຣະເຈົ້າຈະຕ້ອງທູນຕໍ່ພຣະຜູ້ເປັນເຈົ້າ, ເພາະ ການມົ້ວສຸມລັບ ແລະ ວຽກງານແຫ່ງຄວາມມືດ.
28 ແທ້ຈິງແລ້ວ, ມັນຈະມາໃນມື້ທີ່ອຳນາດຂອງພຣະເຈົ້າຈະຖືກປະຕິເສດ, ແລະ ສາດສະໜາຈັກຕ່າງໆກັບມາເສື່ອມຄວາມສັກສິດ ແລະ ລະເມີເພີ້ຝັນດ້ວຍຄວາມທະນົງໃຈ; ແທ້ຈິງແລ້ວ, ແມ່ນໃນວັນທີ່ຜູ້ນຳຂອງສາດສະໜາຈັກ ແລະ ຜູ້ສອນຈະລຸກຂຶ້ນໃນຄວາມທະນົງໃຈຂອງຕົນ, ຈົນເຖິງການອິດສາບັງບຽດຜູ້ຄົນທີ່ເປັນຂອງສາດສະໜາຈັກຂອງຄົນອື່ນ.
29 ແທ້ຈິງແລ້ວ, ມັນຈະມາໃນມື້ ທີ່ຈະໄດ້ຍິນເຖິງເລື່ອງໄຟ, ແລະ ພະຍຸຝົນຟ້າຄະນອງ, ແລະ ອາຍຄວັນໃນຕ່າງແດນ;
30 ແລະ ຈະໄດ້ຍິນເຖິງເລື່ອງ ສົງຄາມ, ຂ່າວລືເລື່ອງສົງຄາມ, ແລະ ແຜ່ນດິນໄຫວໃນບ່ອນຕ່າງໆນຳອີກ.
31 ແທ້ຈິງແລ້ວ, ມັນຈະມາໃນມື້ທີ່ຈະມີສິ່ງສົກກະປົກທີ່ສຸດຢູ່ເທິງຜືນແຜ່ນດິນໂລກ; ມັນຈະມີການຄາດຕະກຳ, ແລະ ການປຸ້ນຈີ້, ແລະ ການເວົ້າຕົວະ, ແລະ ການຫລອກລວງ, ແລະ ການໂສເພນີ, ແລະ ການກະທຳທີ່ເປັນໜ້າກຽດຊັງນາໆປະການ; ຈະເປັນເວລາທີ່ຈະມີຫລາຍຄົນກ່າວວ່າ ເຮັດແນວນີ້ ຫລື ເຮັດແນວນັ້ນໂລດ, ແລະ ມັນຈະບໍ່ ເປັນຫຍັງດອກ, ເພາະພຣະຜູ້ເປັນເຈົ້າຈະ ສົ່ງເສີມການກະທຳເຊັ່ນນີ້ໃນວັນສຸດທ້າຍ. ແຕ່ວິບັດແກ່ຄົນເຊັ່ນນັ້ນ, ເພາະວ່າເຂົາຢູ່ໃນ ນ້ຳບີແຫ່ງຄວາມຂົມຂື່ນ ແລະ ໃນພັນທະການແຫ່ງຄວາມຊົ່ວຮ້າຍ.
32 ແທ້ຈິງແລ້ວ, ມັນຈະມາໃນມື້ທີ່ຈະມີສາດສະໜາຈັກຕ່າງໆຖືກສ້າງຂຶ້ນ ຊຶ່ງກ່າວວ່າ: ຈົ່ງມາຫາເຮົາ, ແລະ ດ້ວຍເງິນຂອງທ່ານ, ທ່ານຈະໄດ້ຮັບການອະໄພຈາກບາບຂອງທ່ານ.
33 ໂອ້ ທ່ານຜູ້ເປັນຄົນຊົ່ວ ແລະ ເສຍຄົນ ແລະ ແຂງຄໍເອີຍ, ດ້ວຍເຫດໃດທ່ານຈຶ່ງສ້າງສາດສະໜາຈັກໃຫ້ຕົນເອງເພື່ອຫາ ຜົນປະໂຫຍດ? ດ້ວຍເຫດໃດທ່ານຈຶ່ງ ປ່ຽນພຣະຄຳອັນສັກສິດຂອງພຣະເຈົ້າ ເພື່ອທ່ານຈະໄດ້ນຳເອົາ ຄວາມອັບປະໂຫຍດມາໃຫ້ຈິດວິນຍານຂອງທ່ານ? ຈົ່ງເບິ່ງ, ທ່ານຈົ່ງພິຈາລະນາການເປີດເຜີຍຂອງພຣະເຈົ້າ; ເພາະຈົ່ງເບິ່ງ, ເວລາຍ່ອມມາເຖິງໃນມື້ນັ້ນ ສິ່ງເຫລົ່ານີ້ຕ້ອງສຳເລັດທັງໝົດ.
34 ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ສະແດງເລື່ອງຍິ່ງໃຫຍ່ ແລະ ໜ້າອັດສະຈັນກ່ຽວກັບສິ່ງທີ່ຈະຕ້ອງມາໃນບໍ່ຊ້ານີ້ ແກ່ຂ້າພະເຈົ້າ, ເພາະຈົ່ງເບິ່ງ ເມື່ອເວລາມາເຖິງໃນມື້ນັ້ນ ສິ່ງເຫລົ່ານີ້ຈະອອກມາໃນບັນດາພວກທ່ານ.
35 ຈົ່ງເບິ່ງ, ຂ້າພະເຈົ້າເວົ້າກັບທ່ານຄືກັບວ່າທ່ານຢູ່ຕໍ່ໜ້າຂ້າພະເຈົ້າ, ແຕ່ວ່າທ່ານບໍ່ໄດ້ຢູ່. ແຕ່ຈົ່ງເບິ່ງ, ພຣະເຢຊູຄຣິດໄດ້ສະແດງໃຫ້ຂ້າພະເຈົ້າເຫັນທ່ານ, ແລະ ຂ້າພະເຈົ້າຮູ້ຈັກການກະທຳຂອງທ່ານ.
36 ແລະ ຂ້າພະເຈົ້າຮູ້ວ່າ ທ່ານໄດ້ ເດີນໄປໃນຄວາມທະນົງໃຈຂອງທ່ານ; ແລະ ມີພຽງບໍ່ເທົ່າໃດຄົນເທົ່ານັ້ນທີ່ບໍ່ໄດ້ ຍົກຕົນເອງຂຶ້ນໃນຄວາມທະນົງໃຈຂອງຕົນ ຈົນເຖິງການນຸ່ງ ເສື້ອຜ້າທີ່ສວຍງາມຫລາຍ, ຈົນເຖິງຂັ້ນມີການອິດສາບັງບຽດ, ແລະ ການຜິດຖຽງກັນ, ແລະ ມີເຈດຕະນາຮ້າຍຕໍ່ກັນ, ແລະ ຂົ່ມເຫັງ, ແລະ ເຮັດຄວາມຊົ່ວຮ້າຍນາໆປະການ; ແລະ ທັງສາດສະໜາຈັກຂອງທ່ານ, ແທ້ຈິງແລ້ວ, ທຸກໆບ່ອນກັບມາສົກກະປົກເພາະຄວາມທະນົງໃຈຂອງທ່ານ.
37 ເພາະຈົ່ງເບິ່ງ, ທ່ານຮັກ ເງິນ, ແລະ ຮັກເຂົ້າຂອງ ຂອງທ່ານ, ແລະ ຮັກເສື້ອຜ້າທີ່ສວຍງາມຫລາຍຂອງທ່ານ, ແລະ ການຕົກແຕ່ງສາດສະໜາຈັກຂອງທ່ານຫລາຍກວ່າທີ່ທ່ານຮັກຄົນຍາກຈົນ ແລະ ຄົນຂັດສົນ, ຄົນເຈັບປ່ວຍ, ແລະ ຄົນທີ່ເປັນທຸກ.
38 ໂອ້ ທ່ານຄົນສົກກະປົກ, ທ່ານຄົນໜ້າຊື່ໃຈຄົດ, ທ່ານຜູ້ສອນ, ຜູ້ຊຶ່ງຂາຍຕົວເພື່ອສິ່ງທີ່ຈະເນົ່າເປື່ອຍໄດ້, ດ້ວຍເຫດໃດທ່ານຈຶ່ງເຮັດໃຫ້ສາດສະໜາຈັກທີ່ບໍລິສຸດຂອງພຣະເຈົ້ານັ້ນສົກກະປົກ? ດ້ວຍເຫດໃດທ່ານຈຶ່ງ ອັບອາຍທີ່ຈະຮັບເອົາພຣະນາມຂອງພຣະຄຣິດ? ດ້ວຍເຫດໃດທ່ານຈຶ່ງບໍ່ຄິດວ່າຄຸນຄ່າຂອງຄວາມສຸກອັນບໍ່ມີບ່ອນຈົບນັ້ນສຳຄັນກວ່າ ຄວາມທຸກທໍລະມານຊຶ່ງບໍ່ເຄີຍຕາຍ—ຍ້ອນວ່າ ຄຳສັນລະເສີນຂອງໂລກບໍ?
39 ດ້ວຍເຫດໃດທ່ານຈຶ່ງຕົກແຕ່ງຕົວດ້ວຍສິ່ງທີ່ບໍ່ມີຊີວິດ, ແລະ ຍັງຍອມໃຫ້ຄົນຫິວໂຫຍ, ແລະ ຄົນຂັດສົນ, ແລະ ຄົນເປືອຍເປົ່າ, ແລະ ຄົນເຈັບປ່ວຍ, ແລະ ຄົນທີ່ເປັນທຸກຜ່ານທ່ານໄປ, ແລະ ບໍ່ຫລຽວແລພວກເຂົາ?
40 ແທ້ຈິງແລ້ວ, ດ້ວຍເຫດໃດທ່ານຈຶ່ງສ້າງ ຄວາມໜ້າກຽດຊັງອັນລີ້ລັບຂຶ້ນເພື່ອຫາຜົນປະໂຫຍດ, ແລະ ເຮັດໃຫ້ແມ່ໝ້າຍຕ້ອງໂສກເສົ້າຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ແລະ ເຮັດໃຫ້ເດັກກຳພ້າຕ້ອງໂສກເສົ້າຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ແລະ ເຮັດໃຫ້ເລືອດພໍ່ຂອງພວກເຂົາ ແລະ ສາມີຂອງພວກເຂົາຕ້ອງຮ້ອງທູນຕໍ່ພຣະຜູ້ເປັນເຈົ້າຈາກພື້ນດິນ, ເພື່ອການແກ້ແຄ້ນເທິງຫົວຂອງທ່ານ?
41 ຈົ່ງເບິ່ງ, ດາບແຫ່ງການແກ້ແຄ້ນແຂວນຢູ່ເທິງຫົວທ່ານ; ແລະ ເວລາຈະມາເຖິງໃນບໍ່ຊ້ານີ້ ທີ່ພຣະອົງຈະ ແກ້ແຄ້ນທ່ານແທນເລືອດຂອງໄພ່ພົນຂອງພຣະເຈົ້າ, ເພາະວ່າພຣະອົງຈະບໍ່ທົນຕໍ່ການຮ້ອງຂໍຂອງພວກເຂົາອີກຕໍ່ໄປ.