ພຣະ​ຄຳ​ພີ
ໂມ​ໄຊ​ຢາ 1


ໜັງ​ສື​ໂມ​ໄຊ​ຢາ

ບົດ​ທີ 1

ກະ​ສັດ​ເບັນ​ຢາ​ມິນ​ສິດ​ສອນ​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ກ່ຽວ​ກັບ​ພາ​ສາ ແລະ ການ​ທຳ​ນາຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ​ເຈົ້າ—ສາດ​ສະ​ໜາ ແລະ ຄວາມ​ສີ​ວິ​ໄລ​ຖືກ​ເກັບ​ກຳ​ໄວ້​ຍ້ອນ​ວ່າ​ໄດ້​ບັນ​ທຶກ​ເລື່ອງ​ລາວ​ໄວ້​ໃນ​ແຜ່ນ​ຈາ​ລຶກ​ຫລາຍ​ຊຸດ​ທີ່​ແຕກ​ຕ່າງ​ກັນ—ໂມ​ໄຊ​ຢາ​ຖືກ​ເລືອກ​ໃຫ້​ເປັນ​ກະ​ສັດ ແລະ ເປັນ​ຜູ້​ຮັກ​ສາ​ບັນ​ທຶກ ແລະ ສິ່ງ​ຂອງ​ອື່ນໆ. ປະ​ມານ 130–124 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ບໍ່​ມີ​ການ​ຂັດ​ແຍ້ງ​ຕໍ່​ໄປ​ໃນ​ທົ່ວ ແຜ່ນ​ດິນ​ຂອງ​ເຊ​ຣາ​ເຮັມ​ລາ, ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ທີ່​ຂຶ້ນ​ກັບ​ກະ​ສັດ​ເບັນ​ຢາ​ມິນ, ດັ່ງ​ນັ້ນ ກະ​ສັດ​ເບັນ​ຢາ​ມິນ​ຈຶ່ງ​ປະ​ສົບ​ກັບ​ສັນ​ຕິ​ສຸກ​ຕະ​ຫລອດ​ລາ​ຊາ​ການ​ຂອງ​ເພິ່ນ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ມີ​ລູກ​ຊາຍ​ສາມ​ຄົນ; ແລະ ເພິ່ນ​ໄດ້​ຕັ້ງ​ຊື່​ໃຫ້​ເຂົາ​ເຈົ້າ​ວ່າ ໂມ​ໄຊ​ຢາ, ຮີ​ໂລ​ຣຳ, ແລະ ຮີ​ລາ​ມັນ. ແລະ ເພິ່ນ​ໄດ້​ໃຫ້​ເຂົາ​ເຈົ້າ ຮຽນ ພາ​ສາ​ທັງ​ໝົດ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ​ເຈົ້າ, ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ເປັນ​ຄົນ​ສະ​ຫລາດ ແລະ ຈະ​ໄດ້​ຮູ້​ກ່ຽວ​ກັບ​ຄຳ​ທຳ​ນາຍ​ຊຶ່ງ​ໄດ້​ເວົ້າ​ອອກ​ຈາກ​ປາກ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ​ເຈົ້າ, ຊຶ່ງ​ນຳ​ມາ​ໃຫ້​ພວກ​ເຂົາ​ໂດຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເອງ.

3 ແລະ ເພິ່ນ​ໄດ້​ສິດ​ສອນ​ເຂົາ​ເຈົ້າ​ກ່ຽວ​ກັບ​ບັນ​ທຶກ ຊຶ່ງ​ມີ​ຂຽນ​ໄວ້​ໃນ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ, ມີ​ຄວາມ​ວ່າ: ລູກ​ເອີຍ, ພໍ່​ຢາກ​ໃຫ້​ພວກ​ເຈົ້າ​ຈື່​ໄວ້​ວ່າ ຖ້າ​ຫາກ​ບໍ່​ມີ ແຜ່ນ​ຈາ​ລຶກ​ເຫລົ່າ​ນີ້ ຊຶ່ງ​ມີ​ບັນ​ທຶກ​ຕ່າງໆ ແລະ ພຣະ​ບັນ​ຍັດ​ເຫລົ່າ​ນີ້​ແລ້ວ, ພວກ​ເຮົາ​ຕ້ອງ​ໄດ້​ຮັບ​ຄວາມ​ທຸກ​ທໍ​ລະ​ມານ​ຢູ່​ໃນ ຄວາມ​ໂງ່​ຈ້າ​ຫລ້າ​ຫລັງ​ຈົນ​ເຖິງ​ປະ​ຈຸ​ບັນ​ນີ້, ໂດຍ​ບໍ່​ຮູ້​ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ​ເລີຍ.

4 ເພາະ​ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ລີ​ໄຮ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ຈະ​ຈື່​ຈຳ​ເລື່ອງ​ເຫລົ່າ​ນີ້​ໄດ້​ທັງ​ໝົດ ເພື່ອ​ສິດ​ສອນ​ລູກ​ຫລານ​ຂອງ​ເພິ່ນ​ນອກ​ຈາກ​ຈະ​ເປັນ​ໄປ​ໂດຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ແຜ່ນ​ຈາ​ລຶກ​ເຫລົ່າ​ນີ້; ເພາະ​ວ່າ​ເພິ່ນ​ໄດ້​ຮັບ​ການ​ສິດ​ສອນ​ມາ​ໃນ ພາ​ສາ​ຂອງ​ຊາວ​ເອ​ຢິບ ສະ​ນັ້ນ​ເພິ່ນ​ຈຶ່ງ​ອ່ານ​ຕົວ​ອັກ​ສອນ​ເຫລົ່າ​ນັ້ນ​ໄດ້ ແລະ ສິດ​ສອນ​ລູກ​ຂອງ​ເພິ່ນ, ໂດຍ​ວິ​ທີ​ນີ້​ເຂົາ​ເຈົ້າ​ຈຶ່ງ​ຈະ​ສິດ​ສອນ​ລູກ​ຫລານ​ຂອງ​ເຂົາ​ເຈົ້າ​ໄດ້, ແລະ ສະ​ນັ້ນ​ມັນ​ຈຶ່ງ​ເຮັດ​ໃຫ້​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ສຳ​ເລັດ, ຈົນ​ກະ​ທັ້ງ​ລົງ​ມາ​ເຖິງ​ປະ​ຈຸ​ບັນ​ນີ້.

5 ລູກ​ເອີຍ ພໍ່​ກ່າວ​ກັບ​ພວກ​ເຈົ້າ​ວ່າ ຖ້າ​ສິ່ງ​ເຫລົ່າ​ນີ້​ບໍ່​ໄດ້​ຖືກ ຮັກ​ສາ​ໄວ້​ໂດຍ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ, ເພື່ອ​ພວກ​ເຮົາ​ຈະ​ໄດ້ ອ່ານ ແລະ ເຂົ້າ​ໃຈ ຄວາມ​ລຶກ​ລັບ​ຂອງ​ພຣະ​ອົງ, ແລະ ມີ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ຢູ່​ຕໍ່​ໜ້າ​ຂອງ​ພວກ​ເຮົາ​ຢູ່​ສະ​ເໝີ​ແລ້ວ, ເຖິງ​ແມ່ນ​ວ່າ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ຈະ​ເສື່ອມ​ໂຊມ​ລົງ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື ແລະ ພວກ​ເຮົາ​ກໍ​ຈະ​ເປັນ​ຄື​ກັນ​ກັບ​ຊາວ​ເລ​ມັນ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ຜູ້​ບໍ່​ຮູ້​ຈັກ​ຫຍັງ​ໝົດ​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້, ຫລື ກໍ​ບໍ່​ເຊື່ອ​ເລື່ອງ​ເຫລົ່າ​ນີ້​ເລີຍ​ເມື່ອ​ພວກ​ເຂົາ​ໄດ້​ຮັບ​ການ​ສິດ​ສອນ, ເພາະ​ວ່າ ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ນັ້ນ​ບໍ່​ຖືກ​ຕ້ອງ.

6 ໂອ້ ລູກ​ເອີຍ, ພໍ່​ຢາກ​ໃຫ້​ລູກ​ຈື່​ຈຳ​ໄວ້​ວ່າ ຄຳ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ ແລະ ບັນ​ທຶກ​ເຫລົ່າ​ນີ້​ກໍ​ເປັນ ຄວາມ​ຈິງ​ຄື​ກັນ. ແລະ ຈົ່ງ​ເບິ່ງ, ແຜ່ນ​ຈາ​ລຶກ​ຂອງ​ນີ​ໄຟ​ກໍ​ຄື​ກັນ, ຊຶ່ງ​ມີ​ບັນ​ທຶກ ແລະ ຄຳ​ກ່າວ​ໄວ້​ຈາກ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ນັບ​ຕັ້ງ​ແຕ່​ເວ​ລາ​ທີ່​ເຂົາ​ເຈົ້າ​ໜີ​ອອກ​ຈາກ​ເຢ​ຣູ​ຊາ​ເລັມ​ມາ​ຈົນ​ເຖິງ​ປະ​ຈຸ​ບັນ​ນີ້, ແລະ ເລື່ອງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ; ແລະ ພວກ​ເຮົາ​ສາ​ມາດ​ຮູ້​ຈັກ​ເຖິງ​ຄວາມ​ແນ່​ນອນ​ນີ້​ໄດ້​ເພາະ​ວ່າ​ພວກ​ເຮົາ​ມີ​ມັນ​ຢູ່​ຕໍ່​ໜ້າ​ພວກ​ເຮົາ.

7 ແລະ ບັດ​ນີ້​ລູກ​ເອີຍ, ພໍ່​ຢາກ​ໃຫ້​ລູກ​ຈື່​ຈຳ​ໄວ້​ເພື່ອ​ຈະ ຄົ້ນ​ຄວ້າ​ຫາ​ມັນ​ຢ່າງ​ພາກ​ພຽນ​ເພື່ອ​ລູກ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ມັນ; ແລະ ພໍ່​ຢາກ​ໃຫ້​ລູກ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ເພື່ອ​ລູກ​ຈະ​ໄດ້ ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ​ນີ້​ຕາມ ຄຳ​ສັນ​ຍາ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ.

8 ແລະ ກະ​ສັດ​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ອີກ​ຫລາຍ​ເລື່ອງ, ຊຶ່ງ​ບໍ່​ໄດ້​ຂຽນ​ໄວ້​ໃນ​ໜັງ​ສື​ເຫລັ້ມ​ນີ້.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ກະ​ສັດ​ເບັນ​ຢາ​ມິນ​ສິດ​ສອນ​ລູກ​ຂອງ​ເພິ່ນ​ຈົບ​ແລ້ວ, ເພິ່ນ​ໄດ້​ເຖົ້າ​ແກ່​ລົງ, ແລະ ເພິ່ນ​ເຫັນ​ວ່າ​ໃນ​ບໍ່​ຊ້າ​ນີ້ ເພິ່ນ​ຈະ​ຕ້ອງ​ເປັນ​ໄປ​ຕາມ​ທາງ​ຂອງ​ມວນ​ໂລກ​ທັງ​ປວງ​ແລ້ວ; ສະ​ນັ້ນ, ເພິ່ນ​ຈຶ່ງ​ຄິດ​ວ່າ ມັນ​ເຖິງ​ເວ​ລາ​ແລ້ວ​ທີ່​ຈະ​ມອບ​ລາ​ຊາ​ອາ​ນາ​ຈັກ​ໃຫ້​ແກ່​ລູກ​ຄົນ​ໃດ​ຄົນ​ໜຶ່ງ​ຂອງ​ເພິ່ນ.

10 ສະ​ນັ້ນ, ເພິ່ນ​ຈຶ່ງ​ໄດ້​ໃຫ້​ໂມ​ໄຊ​ຢາ​ມາ​ຢູ່​ຕໍ່​ໜ້າ​ເພິ່ນ; ແລະ ນີ້​ຄື​ຂໍ້​ຄວາມ​ທີ່​ເພິ່ນ​ໄດ້​ເວົ້າ​ກັບ​ລາວ, ມີ​ຄວາມ​ວ່າ: ພໍ່​ຢາກ​ໃຫ້​ລູກ​ປະ​ກາດ​ໄປ​ທົ່ວ​ແຜ່ນ​ດິນ​ຕໍ່​ບັນ​ດາ​ຜູ້​ຄົນ​ພວກ​ນີ້​ທັງ​ໝົດ, ຫລື ຜູ້​ຄົນ​ຂອງ​ເຊ​ຣາ​ເຮັມ​ລາ, ແລະ ຜູ້​ຄົນ​ຂອງ​ໂມ​ໄຊ​ຢາ​ຜູ້​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ມາ​ເຕົ້າ​ໂຮມ​ກັນ ເພາະ​ວ່າ​ໃນ​ມື້​ອື່ນ​ພໍ່​ຈະ​ປະ​ກາດ​ຕໍ່​ຜູ້​ຄົນ​ຂອງ​ພໍ່​ອອກ​ຈາກ​ປາກ​ຂອງ​ພໍ່​ເອງ​ວ່າ​ລູກ​ເປັນ ກະ​ສັດ ແລະ ເປັນ​ຜູ້​ປົກ​ຄອງ​ດູ​ແລ​ຜູ້​ຄົນ​ພວກ​ນີ້, ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ປະ​ທານ​ໃຫ້​ພວກ​ເຮົາ.

11 ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ພໍ່​ຈະ​ຕັ້ງ ຊື່​ໃຫ້​ແກ່​ຜູ້​ຄົນ​ພວກ​ນີ້, ເພື່ອ​ພວກ​ເຂົາ​ຈະ​ໄດ້​ດີ​ເດັ່ນ​ກວ່າ​ຜູ້​ຄົນ​ທັງ​ປວງ ເພາະ​ວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ພາ​ພວກ​ເຂົາ​ອອກ​ມາ​ຈາກ​ແຜ່ນ​ດິນ​ເຢ​ຣູ​ຊາ​ເລັມ ແລະ ພໍ່​ຈະ​ເຮັດ​ແນວ​ນີ້ ເພາະ​ວ່າ​ພວກ​ເຂົາ​ເປັນ​ຄົນ​ພາກ​ພຽນ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

12 ແລະ ພໍ່​ຈະ​ຕັ້ງ​ຊື່​ໃຫ້​ແກ່​ພວກ​ເຂົາ ແລະ ຊື່​ນັ້ນ​ຈະ​ບໍ່​ຖືກ​ລຶບ​ເລີຍ, ນອກ​ຈາກ​ຈະ​ເປັນ ການ​ລ່ວງ​ລະ​ເມີດ​ເທົ່າ​ນັ້ນ.

13 ແທ້​ຈິງ​ແລ້ວ, ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ພໍ່​ກ່າວ​ກັບ​ລູກ​ວ່າ, ຖ້າ​ຫາກ​ຄົນ​ພວກ​ນີ້ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໂປດ​ປານ​ທີ່​ສຸດ​ຈະ​ຕົກ​ໄປ​ສູ່ ການ​ລ່ວງ​ລະ​ເມີດ, ແລະ ກັບ​ກາຍ​ເປັນ​ຄົນ​ຊົ່ວ ແລະ ຄົນ​ຫລິ້ນ​ຊູ້, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປ່ອຍ​ປະ​ພວກ​ເຂົາ ແລະ ພວກ​ເຂົາ​ຈະ​ເປັນ​ຄົນ ອ່ອນ​ແອ​ຄື​ກັນ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຂົາ; ແລະ ພຣະ​ອົງ​ຈະ​ບໍ່ ປົກ​ປ້ອງ​ພວກ​ເຂົາ​ໂດຍ​ອຳ​ນາດ​ອັນ​ຫາ​ທີ່​ທຽບ​ບໍ່​ໄດ້ ແລະ ໜ້າ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ​ຕໍ່​ໄປ​ດັ່ງ​ທີ່​ພຣະ​ອົງ​ໄດ້​ປົກ​ປ້ອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ມາ​ແຕ່​ກ່ອນ.

14 ເພາະ​ພໍ່​ກ່າວ​ກັບ​ລູກ​ວ່າ, ຖ້າ​ຫາກ​ພຣະ​ອົງ​ບໍ່​ໄດ້​ເດ່​ພຣະ​ຫັດ​ອອກ​ມາ​ເພື່ອ​ຮັກ​ສາ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ແລ້ວ​ທຸກໆ​ຄົນ​ຕ້ອງ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ຊາວ​ເລ​ມັນ, ແລະ ຈະ​ກັບ​ກາຍ​ເປັນ​ຜູ້​ເຄາະ​ຮ້າຍ​ຍ້ອນ​ຄວາມ​ກຽດ​ຊັງ​ຂອງ​ພວກ​ເຂົາ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ກະ​ສັດ​ເບັນ​ຢາ​ມິນ​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ກັບ​ລູກ​ຊາຍ​ຂອງ​ເພິ່ນ​ຈົບ​ແລ້ວ, ຄື​ເພິ່ນ​ໄດ້​ມອບ​ໝາຍ​ການ​ງານ​ທັງ​ໝົດ​ຂອງ​ອາ​ນາ​ຈັກ​ໃຫ້​ແກ່​ລາວ.

16 ແລະ ຍິ່ງ​ໄປ​ກວ່າ​ນັ້ນ, ເພິ່ນ​ຍັງ​ໄດ້​ມອບ​ໝາຍ​ບັນ​ທຶກ ຊຶ່ງ​ຢູ່​ໃນ ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ໃຫ້​ແກ່​ລາວ​ອີກ; ແລະ ແຜ່ນ​ຈາ​ລຶກ​ຂອງ​ນີ​ໄຟ; ແລະ ດາບ​ຂອງ​ລາ​ບານ ແລະ ລູກ​ກົມ ຫລື ເຂັມ​ຊີ້​ທິດ ຊຶ່ງ​ໄດ້​ນຳ​ພາ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ຊຶ່ງ​ສິ່ງ​ເຫລົ່າ​ນີ້​ໄດ້​ຖືກ​ຕຽມ​ໄວ້​ໂດຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ນຳ​ພາ​ເຂົາ​ເຈົ້າ​ອອກ​ໄປ​ຕາມ​ຄວາມ​ເອົາ​ໃຈ​ໃສ່ ແລະ ຄວາມ​ພາກ​ພຽນ​ທີ່​ເຂົາ​ເຈົ້າ​ໄດ້​ຖວາຍ​ແດ່​ພຣະ​ອົງ.

17 ສະ​ນັ້ນ, ເນື່ອງ​ຈາກ​ວ່າ​ພວກ​ເຂົາ​ບໍ່​ຊື່​ສັດ ພວກ​ເຂົາ​ຈຶ່ງ​ບໍ່​ຈະ​ເລີນ​ຮຸ່ງ​ເຮືອງ ຫລື ກ້າວ​ໜ້າ​ໃນ​ການ​ເດີນ​ທາງ, ແຕ່​ຖືກ ໄລ່​ກັບ​ຄືນ, ແລະ ເຮັດ​ໃຫ້​ພຣະ​ເຈົ້າ​ບໍ່​ພໍ​ພຣະ​ໄທ​ກັບ​ພວກ​ເຂົາ; ແລະ ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ຖືກ​ລົງ​ໂທດ​ດ້ວຍ​ຄວາມ​ອຶດ​ຢາກ ແລະ ຄວາມ​ທຸກ​ຢ່າງ​ແສນ​ສາ​ຫັດ, ເພື່ອ​ເຮັດ​ໃຫ້​ສຳ​ນຶກ​ເຖິງ​ໜ້າ​ທີ່​ຂອງ​ພວກ​ເຂົາ.

18 ແລະ ບັດ​ນີ້, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໄຊ​ຢາ​ໄດ້​ອອກ​ໄປ​ຕາມ​ທີ່​ບິ​ດາ​ຂອງ​ລາວ​ສັ່ງ, ແລະ ປະ​ກາດ​ຕໍ່​ຜູ້​ຄົນ​ທັງ​ໝົດ​ໃນ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ ເພື່ອ​ໃຫ້​ພວກ​ເຂົາ​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ຂຶ້ນ​ໄປ​ຫາ​ພຣະ​ວິ​ຫານ ເພື່ອ​ຟັງ​ຂໍ້​ຄວາມ​ຊຶ່ງ​ບິ​ດາ​ຂອງ​ລາວ​ຈະ​ກ່າວ​ກັບ​ພວກ​ເຂົາ.