ພຣະ​ຄຳ​ພີ
ໂມ​ໄຊ​ຢາ 22


ບົດ​ທີ 22

ມີ​ການ​ວາງ​ແຜນ​ເພື່ອ​ຜູ້​ຄົນ​ຈະ​ໄດ້​ປົບ​ໜີ​ຈາກ​ການ​ເປັນ​ທາດ​ຂອງ​ຊາວ​ເລ​ມັນ—ຊາວ​ເລ​ມັນ​ຖືກ​ເກືອ​ເຫລົ້າ​ຈົນ​ມຶນ​ເມົາ—ຜູ້​ຄົນ​ປົບ​ໜີ​ກັບ​ຄືນ​ໄປ​ເຊ​ຣາ​ເຮັມ​ລາ ແລະ ກາຍ​ເປັນ​ຜູ້​ຄົນ​ຂອງ​ກະ​ສັດ​ໂມ​ໄຊ​ຢາ. ປະ​ມານ 121–120 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອຳ​ໂມນ ແລະ ກະ​ສັດ​ລິມ​ໄຮ​ເລີ່ມ​ປຶກ​ສາ​ຫາ​ລື​ກັບ​ຜູ້​ຄົນ​ວ່າ ຈະ​ປົດ​ປ່ອຍ​ຕົນ​ເອງ​ອອກ​ຈາກ​ການ​ເປັນ​ທາດ​ໄດ້​ແນວ​ໃດ; ແລະ ທັງ​ສອງ​ໄດ້​ໃຫ້​ຜູ້​ຄົນ​ທັງ​ໝົດ​ມາ​ເຕົ້າ​ໂຮມ​ກັນ; ແລະ ການ​ນີ້​ເຮັດ​ໄປ​ກໍ​ເພື່ອ​ຈະ​ໄດ້​ຟັງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຜູ້​ຄົນ​ກ່ຽວ​ກັບ​ເລື່ອງ​ນີ້.

2 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນຄື ພວກ​ເຂົາ​ຫາ​ຊ່ອງ​ທາງ​ປົດ​ປ່ອຍ​ຕົວ​ເອງ​ອອກ​ຈາກ​ການ​ເປັນ​ທາດ​ບໍ່​ໄດ້​ນອກ​ຈາກ​ຈະ​ພາ​ພວກ​ຜູ້​ຍິງ ແລະ ເດັກ​ນ້ອຍ, ທັງ​ຝູງ​ແກະ, ແລະ ຝູງ​ງົວ​ຂອງ​ພວກ​ເຂົາ, ແລະ ຜ້າ​ເຕັນ​ທີ່​ເປັນ​ບ່ອນ​ພັກ​ພາ​ອາ​ໄສ​ຂອງ​ພວກ​ເຂົາ​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ເພາະ​ຊາວ​ເລ​ມັນ​ມີ​ຈຳ​ນວນ​ຫລວງ​ຫລາຍ, ຈຶ່ງ​ເປັນ​ໄປ​ບໍ່​ໄດ້​ທີ່​ຜູ້​ຄົນ​ຂອງ​ລິມ​ໄຮ​ຈະ​ຕໍ່​ສູ້​ກັບ​ພວກ​ເຂົາ, ໂດຍ​ຄິດ​ຈະ​ປົດ​ປ່ອຍ​ຕົວ​ເອງ​ອອກ​ຈາກ​ຄວາມ​ເປັນ​ທາດ​ດ້ວຍ​ດາບ.

3 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກີ​ເດ​ໂອນ​ໄດ້​ອອກ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ກະ​ສັດ ແລະ ກ່າວ​ວ່າ: ໂອ້ ຂ້າ​ແດ່​ເຈົ້າ​ເໜືອ​ຫົວ, ທ່ານ​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ຂ້າ​ນ້ອຍ​ມາ​ຫລາຍ​ເທື່ອ​ແລ້ວ​ຈົນ​ຮອດ​ບັດ​ນີ້​ເວ​ລາ​ທີ່​ພວກ​ເຮົາ​ໄດ້​ຕໍ່​ສູ້​ກັບ​ຊາວ​ເລ​ມັນ, ພີ່​ນ້ອງ​ຂອງ​ພວກ​ເຮົາ.

4 ແລະ ບັດ​ນີ້ ໂອ້ ກະ​ສັດ​ເອີຍ ຖ້າ​ຫາກ​ທ່ານ​ບໍ່​ເຫັນ​ວ່າ​ຂ້າ​ນ້ອຍ​ເປັນ​ຜູ້​ຮັບ​ໃຊ້​ທີ່​ບໍ່​ມີ​ປະ​ໂຫຍດ​ແລ້ວ, ຫລື ວ່າ​ຈົນ​ຮອດ​ບັດ​ນີ້​ທ່ານ​ໄດ້​ຟັງ​ຄຳ​ເວົ້າ​ຂອງ​ຂ້າ​ນ້ອຍ​ມາ​ບໍ່​ຫລາຍ​ກໍ​ໜ້ອຍ, ແລະ ມັນ​ເປັນ​ປະ​ໂຫຍດ​ແກ່​ທ່ານ, ຈົນ​ກະ​ທັ້ງ​ບັດ​ນີ້​ຂ້າ​ນ້ອຍ​ຢາກ​ໃຫ້​ທ່ານ​ຟັງ​ຄຳ​ເວົ້າ​ຂອງ​ຂ້າ​ນ້ອຍ​ໃນ​ຄັ້ງ​ນີ້, ແລະ ຂ້າ​ນ້ອຍ​ຈະ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ ແລະ ປົດ​ປ່ອຍ​ຜູ້​ຄົນ​ພວກ​ນີ້​ອອກ​ຈາກ​ຄວາມ​ເປັນ​ທາດ.

5 ແລະ ກະ​ສັດ​ອະ​ນຸ​ຍາດ​ໃຫ້​ລາວ​ເວົ້າ. ແລະ ກີ​ເດ​ໂອນ​ກ່າວ​ວ່າ:

6 ຈົ່ງ​ເບິ່ງ ທາງ​ຜ່ານ​ຂ້າງ​ຫລັງ ຜ່ານ​ກຳ​ແພງ​ຂ້າງ​ຫລັງ​ຢູ່​ທາງ​ຂ້າງ​ຫລັງ​ຂອງ​ເມືອງ. ຊາວ​ເລ​ມັນ ແລະ ນາຍ​ຍາມ​ຂອງ​ຊາວ​ເລ​ມັນ​ເມົາ​ເຫລົ້າ​ໃນ​ຕອນ​ກາງ​ຄືນ; ສະ​ນັ້ນ ໃຫ້​ພວກ​ເຮົາ​ອອກ​ປະ​ກາດ​ໄປ​ໃນ​ບັນ​ດາ​ຜູ້​ຄົນ​ພວກ​ນີ້​ທັງ​ໝົດ​ໃຫ້​ພວກ​ເຂົາ​ຮວບ​ຮວມ​ຝູງ​ສັດ​ລ້ຽງ ແລະ ຝູງ​ສັດ​ໃຊ້​ແຮງ​ງານ​ຂອງ​ພວກ​ເຂົາໄວ້ ເພື່ອ​ຈະ​ຕ້ອນ​ມັນ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໃນ​ຕອນ​ກາງ​ຄືນ.

7 ແລະ ຂ້າ​ນ້ອຍ​ຈະ​ໄປ​ຕາມ​ຄຳ​ສັ່ງ​ຂອງ​ທ່ານ ແລະ ມອບ​ເຫລົ້າອະ​ງຸ່ນ​ໃຫ້​ແກ່​ຊາວ​ເລ​ມັນ​ເປັນ​ເຄື່ອງ​ຊ່ວຍ​ເທື່ອ​ສຸດ​ທ້າຍ; ແລະ ພວກ​ເຂົາ​ຈະ​ມຶນ​ເມົາ; ແລະ ພວກ​ເຮົາ​ຈະ​ຜ່ານ​ໄປ​ທາງ​ລັບ ທາງ​ເບື້ອງ​ຊ້າຍ​ຂອງ​ຄ້າຍ​ພວກ​ເຂົາ​ເວ​ລາ​ພວກ​ເຂົາ​ເມົາ​ເຫລົ້າ ແລະ ນອນ​ຫລັບ​ຢູ່.

8 ພວກ​ເຮົາ​ຈະ​ອອກ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ພ້ອມ​ດ້ວຍ​ພວກ​ຜູ້​ຍິງ​ຂອງ​ພວກ​ເຮົາ ແລະ ເດັກ​ນ້ອຍ​ຂອງ​ພວກ​ເຮົາ, ທັງ​ຝູງ​ແກະ​ຂອງ​ພວກ​ເຮົາ, ແລະ ຝູງ​ງົວ​ຂອງ​ພວກ​ເຮົາ, ແລະ ພວກ​ເຮົາ​ຈະ​ເດີນ​ທາງ​ໄປ​ທາງ​ຫລັງ​ຂອງ​ແຜ່ນ​ດິນ​ໄຊ​ລຳ.

9 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະ​ສັດ​ໄດ້​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ກີ​ເດ​ໂອນ.

10 ແລະ ກະ​ສັດ​ລິມ​ໄຮ​ໄດ້​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ທ້ອນ​ໂຮມ​ຝູງ​ສັດ​ໄວ້; ແລະ ເພິ່ນ​ໄດ້​ສົ່ງ​ເຫລົ້າ​ອະ​ງຸ່ນ​ເປັນ​ເຄື່ອງ​ຊ່ວຍ​ໄປ​ໃຫ້​ຊາວ​ເລ​ມັນ; ແລະ ເພິ່ນ​ໄດ້​ສົ່ງ​ເຫລົ້າ​ອະ​ງຸ່ນ​ເພີ່ມ​ໄປ​ເພື່ອ​ເປັນ​ລາງ​ວັນ​ແກ່​ພວກ​ເຂົາ​ນຳ​ອີກ; ແລະ ພວກ​ເຂົາ​ໄດ້​ກິນ​ເຫລົ້າ​ອະ​ງຸ່ນ​ທີ່​ກະ​ສັດ​ລິມ​ໄຮ​ສົ່ງ​ໄປ​ໃຫ້​ຢ່າງ​ບໍ່​ຢຸດ​ພັກ.

11 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ຄົນ​ຂອງ​ກະ​ສັດ​ລິມ​ໄຮ​ໄດ້​ເດີນ​ທາງ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໃນ​ເວ​ລາ​ກາງ​ຄືນ​ພ້ອມ​ທັງ​ຝູງ​ສັດ​ລ້ຽງ​ຂອງ​ພວກ​ເຂົາ ແລະ ຝູງ​ສັດ​ໃຊ້​ແຮງ​ງານ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ໄດ້​ອອກ​ໄປ​ທາງ​ຫລັງ​ຜ່ານ​ແຜ່ນ​ດິນ​ໄຊ​ລຳ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ມຸ້ງ​ໜ້າ​ໄປ​ສູ່​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ​ໂດຍ​ມີ​ອຳ​ໂມນ​ກັບ​ພີ່​ນ້ອງ​ຂອງ​ລາວ​ພາ​ໄປ.

12 ແລະ ພວກ​ເຂົາ​ໄດ້​ເອົາ​ຄຳ​ຂອງ​ພວກ​ເຂົາ, ແລະ ເງິນ, ແລະ ສິ່ງ​ທີ່​ມີ​ຄ່າ​ທຸກ​ຢ່າງ​ຂອງ​ພວກ​ເຂົາ, ເທົ່າ​ທີ່​ພວກ​ເຂົາ​ຈະ​ເອົາ​ໄປ​ໄດ້, ແລະ ສະ​ບຽງ​ອາ​ຫານ​ຂອງ​ພວກ​ເຂົາ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ນຳ​ພວກ​ເຂົາ; ແລະ ພວກ​ເຂົາ​ເດີນ​ທາງ​ຂອງ​ພວກ​ເຂົາ​ຕໍ່​ໄປ.

13 ແລະ ຫລັງ​ຈາກ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເປັນ​ເວ​ລາ​ຫລາຍ​ມື້ ພວກ​ເຂົາ​ກໍ​ມາ​ເຖິງ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ, ແລະ ໄດ້​ເຂົ້າ​ຮ່ວມ​ກັບ​ຜູ້​ຄົນ​ຂອງ​ໂມ​ໄຊ​ຢາ, ແລະ ໄດ້​ກາຍ​ເປັນ​ຜູ້​ຄົນ​ຂອງ​ເພິ່ນ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ໄຊ​ຢາ​ໄດ້​ຕ້ອນ​ຮັບ​ພວກ​ເຂົາ​ດ້ວຍ​ຄວາມ​ຊື່ນ​ຊົມ; ແລະ ເພິ່ນ​ກໍໄດ້​ຮັບ​ເອົາ ບັນ​ທຶກ​ຂອງ​ພວກ​ເຂົາ​ໄວ້​ນຳ, ພ້ອມ​ທັງ ບັນ​ທຶກ​ຊຶ່ງ​ຜູ້​ຄົນ​ຂອງ​ລິມ​ໄຮ​ໄດ້​ພົບ​ເຫັນ​ໄວ້​ນຳ.

15 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຊາວ​ເລ​ມັນ​ຮູ້​ຈັກ​ວ່າ​ຜູ້​ຄົນ​ຂອງ​ລິມ​ໄຮ​ໄດ້​ລັກ​ໜີ​ໄປຈາກ​ແຜ່ນ​ດິນ​ໃນ​ຕອນ​ກາງ​ຄືນ, ພວກ​ເຂົາ​ຈຶ່ງ​ໄດ້​ສົ່ງ​ກອງ​ທັບ​ຕິດ​ຕາມ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ;

16 ແລະ ຫລັງ​ຈາກ​ຕິດ​ຕາມ​ໄດ້​ສອງ​ມື້ ພວກ​ເຂົາ​ກໍ​ນຳ​ຮອຍ​ພວກ​ນັ້ນ​ບໍ່​ໄດ້​ຕໍ່​ໄປ; ສະ​ນັ້ນ ພວກ​ເຂົາ​ຈຶ່ງ​ຫລົງ​ທາງ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.