ບົດທີ 2
ກະສັດເບັນຢາມິນກ່າວຕໍ່ຜູ້ຄົນຂອງເພິ່ນ—ເພິ່ນໄດ້ກ່າວເຖິງຄວາມສະເໝີພາບ, ຄວາມຍຸດຕິທຳ, ຄວາມຊອບທຳຂອງການປົກຄອງ—ເພິ່ນແນະນຳພວກເຂົາໃຫ້ຮັບໃຊ້ກະສັດແຫ່ງສະຫວັນ—ຜູ້ທີ່ກະບົດຕໍ່ພຣະເຈົ້າຈະທົນກັບຄວາມເຈັບປວດເໝືອນດັ່ງໄຟທີ່ບໍ່ຮູ້ມອດ. ປະມານ 124 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກໂມໄຊຢາກະທຳຕາມທີ່ບິດາຂອງລາວໄດ້ສັ່ງລາວແລ້ວ, ແລະ ອອກໄປປະກາດຕະຫລອດທົ່ວແຜ່ນດິນ, ເພື່ອຜູ້ຄົນຈະໄດ້ເຕົ້າໂຮມກັນຕະຫລອດທົ່ວແຜ່ນດິນ, ເພື່ອພວກເຂົາຈະໄດ້ຂຶ້ນໄປຫາພຣະວິຫານ ເພື່ອຟັງຄຳຊຶ່ງກະສັດເບັນຢາມິນຈະກ່າວກັບພວກເຂົາ.
2 ແລະ ມັນມີຄົນເປັນຈຳນວນຫລາຍ, ຫລາຍຈົນວ່ານັບບໍ່ຖ້ວນ; ຊຶ່ງພວກເຂົາໄດ້ເພີ່ມຫລາຍຂຶ້ນຈົນເຕັມແຜ່ນດິນ.
3 ແລະ ພວກເຂົາໄດ້ເອົາລູກສັດ ໂຕທຳອິດຂອງພວກເຂົາມານຳອີກ, ເພື່ອຈະໄດ້ຖວາຍ ເຄື່ອງບູຊາ ແລະ ເຄື່ອງເຜົາ ຕາມກົດຂອງໂມເຊ;
4 ແລະ ເພື່ອຈະໄດ້ຖວາຍຄວາມຂອບພຣະໄທແດ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົານຳອີກ, ຜູ້ໄດ້ນຳພວກເຂົາອອກຈາກແຜ່ນດິນເຢຣູຊາເລັມ, ແລະ ຜູ້ໄດ້ປົດປ່ອຍພວກເຂົາໃຫ້ພົ້ນຈາກກຳມືຂອງສັດຕູຂອງພວກເຂົາ, ແລະ ໄດ້ ແຕ່ງຕັ້ງຄົນທ່ຽງທຳໃຫ້ເປັນ ຜູ້ສອນຂອງພວກເຂົາ, ແລະ ຄົນຊອບທຳຄົນໜຶ່ງໃຫ້ເປັນກະສັດຂອງພວກເຂົາອີກ, ຜູ້ສະຖາປະນາສັນຕິສຸກຂຶ້ນໃນ ແຜ່ນດິນເຊຣາເຮັມລາ, ແລະ ຜູ້ສອນໃຫ້ພວກເຂົາ ຮັກສາພຣະບັນຍັດຂອງພຣະເຈົ້າ, ເພື່ອພວກເຂົາຈະໄດ້ປິຕິຍິນດີ ແລະ ເຕັມໄປດ້ວຍ ຄວາມຮັກຕໍ່ພຣະເຈົ້າ ແລະ ມະນຸດທັງປວງ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພວກເຂົາຂຶ້ນມາຮອດພຣະວິຫານແລ້ວ, ພວກເຂົາໄດ້ຕັ້ງຜ້າເຕັນຂອງພວກເຂົາຂຶ້ນ, ທຸກຄົນຢູ່ນຳ ຄອບຄົວຂອງຕົນ, ຊຶ່ງມີເມຍຂອງຕົນ, ແລະ ລູກຊາຍຂອງຕົນ ແລະ ລູກສາວຂອງຕົນ, ແລະ ລູກຊາຍຂອງພວກເຂົາ, ແລະ ລູກສາວຂອງພວກເຂົາ, ນັບຕັ້ງແຕ່ລູກກົກຈົນເຖິງລູກຫລ້າ, ແຕ່ລະຄອບຄົວແຍກຍ້າຍກັນຢູ່.
6 ແລະ ພວກເຂົາໄດ້ຕັ້ງຜ້າເຕັນຂອງຕົນອ້ອມຮອບພຣະວິຫານ, ທຸກຄົນຕັ້ງ ຜ້າເຕັນຂອງຕົນໃຫ້ປະຕູຫັນໄປຫາພຣະວິຫານເພື່ອວ່າພວກເຂົາຈະໄດ້ຢູ່ໃນຜ້າເຕັນຂອງຕົນເອງ ແລະ ຟັງຂໍ້ຄວາມທີ່ກະສັດເບັນຢາມິນຈະເວົ້າກັບພວກເຂົາ;
7 ເພາະຝູງຊົນນັ້ນມີຈຳນວນຢ່າງຫລວງຫລາຍຈົນວ່າກະສັດເບັນຢາມິນບໍ່ສາມາດສິດສອນພວກເຂົາທັງໝົດໄດ້ໃນເຂດກຳແພງພຣະວິຫານ, ສະນັ້ນ ເພິ່ນຈຶ່ງໃຫ້ສ້າງຫໍສູງຂຶ້ນບ່ອນໜຶ່ງເພື່ອຜູ້ຄົນຂອງເພິ່ນຈະໄດ້ຍິນຂໍ້ຄວາມທີ່ເພິ່ນກ່າວກັບພວກເຂົາ.
8 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນເລີ່ມເວົ້າກັບຜູ້ຄົນຂອງເພິ່ນຈາກຫໍສູງ; ແລະ ບາງຄົນບໍ່ສາມາດໄດ້ຍິນຂໍ້ຄວາມຂອງເພິ່ນເພາະຄວາມຫລວງຫລາຍຂອງຝູງຊົນ; ສະນັ້ນ ເພິ່ນຈຶ່ງໃຫ້ຂຽນຂໍ້ຄວາມທີ່ເພິ່ນເວົ້າໄວ້ ແລະ ສົ່ງອອກໄປໃຫ້ບັນດາຜູ້ທີ່ບໍ່ໄດ້ຍິນສຽງຂອງເພິ່ນ, ເພື່ອພວກເຂົາຈະໄດ້ຮັບຂໍ້ຄວາມຂອງເພິ່ນຄືກັນ.
9 ແລະ ນີ້ຄືຂໍ້ຄວາມທີ່ເພິ່ນ ເວົ້າ ແລະ ໄດ້ຂຽນໄວ້, ມີຄວາມວ່າ: ພີ່ນ້ອງຂອງຂ້າພະເຈົ້າ, ທ່ານທັງຫລາຍທີ່ມາຊຸມນຸມກັນ, ພວກທ່ານຈະໄດ້ຍິນຂໍ້ຄວາມຂອງຂ້າພະເຈົ້າໄດ້ ຊຶ່ງຂ້າພະເຈົ້າຈະເວົ້າກັບພວກທ່ານໃນມື້ນີ້ ເພາະຂ້າພະເຈົ້າບໍ່ໄດ້ສັ່ງໃຫ້ພວກທ່ານຂຶ້ນມາບ່ອນນີ້ເພື່ອ ການມ່ວນຊື່ນກັບຂໍ້ຄວາມທີ່ຂ້າພະເຈົ້າຈະເວົ້າ, ແຕ່ເພື່ອພວກທ່ານຈະ ເຊື່ອຟັງຂ້າພະເຈົ້າ ແລະ ເປີດຫູຂອງພວກທ່ານເພື່ອພວກທ່ານຈະໄດ້ຍິນ, ແລະ ເປີດ ໃຈຂອງພວກທ່ານເພື່ອພວກທ່ານຈະເຂົ້າໃຈ, ແລະ ເປີດ ຈິດໃຈຂອງພວກທ່ານເພື່ອ ຄວາມລຶກລັບຂອງພຣະເຈົ້າຈະເປີດເຜີຍອອກຕໍ່ສາຍຕາຂອງພວກທ່ານ.
10 ຂ້າພະເຈົ້າບໍ່ໄດ້ສັ່ງໃຫ້ພວກທ່ານຂຶ້ນມາບ່ອນນີ້ເພື່ອພວກທ່ານຈະ ຢ້ານກົວຂ້າພະເຈົ້າ, ຫລື ເພື່ອພວກທ່ານຈະຄິດວ່າ ຕົວຂ້າພະເຈົ້າເອງຍິ່ງໃຫຍ່ກວ່າມະນຸດ.
11 ແຕ່ຂ້າພະເຈົ້າກໍຄືກັນກັບຕົວຂອງພວກທ່ານທີ່ຕ້ອງຂຶ້ນຢູ່ກັບຈຸດອ່ອນທຸກຢ່າງໃນຮ່າງກາຍ ແລະ ຈິດໃຈ; ເຖິງຢ່າງໃດກໍຕາມ ຂ້າພະເຈົ້າກໍໄດ້ຖືກເລືອກຈາກຜູ້ຄົນພວກນີ້, ແລະ ຮັບການແຕ່ງຕັ້ງຈາກບິດາຂອງຂ້າພະເຈົ້າ, ແລະ ໄດ້ຮັບການອະນຸຍາດຈາກພຣະຫັດຂອງພຣະຜູ້ເປັນເຈົ້າ ເພື່ອໃຫ້ຂ້າພະເຈົ້າເປັນກະສັດ ແລະ ຜູ້ປົກຄອງ ເໜືອຜູ້ຄົນພວກນີ້; ແລະ ໄດ້ຮັບການຮັກສາ ແລະ ປົກປ້ອງໂດຍອຳນາດອັນຫາທີ່ປຽບບໍ່ໄດ້ຂອງພຣະອົງ, ທີ່ໃຫ້ຮັບໃຊ້ພຣະອົງດ້ວຍສຸດພະລັງ, ຄວາມນຶກຄິດ, ແລະ ກຳລັງ ຊຶ່ງພຣະຜູ້ເປັນເຈົ້າໄດ້ປະທານໃຫ້ແກ່ຂ້າພະເຈົ້າ.
12 ຂ້າພະເຈົ້າກ່າວກັບພວກທ່ານວ່າ ເໝືອນດັ່ງທີ່ຂ້າພະເຈົ້າໄດ້ຮັບອະນຸຍາດໃຫ້ໃຊ້ວັນເວລາຂອງຂ້າພະເຈົ້າໃນການຮັບໃຊ້ພວກທ່ານ, ຈົນເຖິງເວລານີ້, ແລະ ບໍ່ໄດ້ສະແຫວງຫາ ຄຳ ຫລື ເງິນ ຫລື ຂອງມີຄ່າຢ່າງໃດຈາກພວກທ່ານເລີຍ;
13 ທັງຂ້າພະເຈົ້າບໍ່ຍອມໃຫ້ພວກທ່ານຕ້ອງຖືກຄຸມຂັງຢູ່ໃນຄຸກມືດ ຫລື ປ່ອຍໃຫ້ພວກທ່ານເປັນຂ້ອຍຂ້າຂອງກັນແລະກັນ, ຫລື ໃຫ້ພວກທ່ານຂ້າ, ຫລື ປຸ້ນສະດົມ, ຫລື ລັກມັກສົກ, ຫລື ຫລິ້ນຊູ້; ຫລື ໃຫ້ພວກທ່ານເຮັດຄວາມຊົ່ວຮ້າຍໃດໆ, ແລະ ໄດ້ສິດສອນພວກທ່ານໃຫ້ຮັກສາພຣະບັນຍັດຂອງພຣະຜູ້ເປັນເຈົ້າ ໃນທຸກສິ່ງທີ່ພຣະອົງບັນຊາພວກທ່ານ—
14 ແມ່ນແຕ່ຕົວຂ້າພະເຈົ້າກໍຍັງໄດ້ ເຮັດວຽກດ້ວຍມືຂອງຂ້າພະເຈົ້າເອງເພື່ອຈະໄດ້ຮັບໃຊ້ພວກທ່ານ, ແລະ ເພື່ອພວກທ່ານຈະບໍ່ຕ້ອງແບກພາລະການເສຍພາສີ, ແລະ ເພື່ອຈະບໍ່ມີສິ່ງໃດເກີດກັບພວກທ່ານ ຊຶ່ງເປັນພາລະເຫລືອທີ່ຈະທົນໄດ້—ແລະ ຈາກເລື່ອງທັງໝົດຊຶ່ງຂ້າພະເຈົ້າເວົ້າມານີ້, ທ່ານທຸກຄົນເປັນພະຍານຢູ່ໃນມື້ນີ້.
15 ເຖິງຢ່າງໃດກໍຕາມ, ພີ່ນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າກໍບໍ່ໄດ້ເຮັດສິ່ງເຫລົ່ານີ້ໄປເພື່ອອວດອ້າງ ທັງຂ້າພະເຈົ້າບໍ່ໄດ້ບອກເລື່ອງເຫລົ່ານີ້ເພື່ອກ່າວໂທດພວກທ່ານ; ແຕ່ຂ້າພະເຈົ້າບອກພວກທ່ານເຖິງເລື່ອງເຫລົ່ານີ້ ເພື່ອພວກທ່ານຈະໄດ້ຮູ້ວ່າ ຂ້າພະເຈົ້າມີ ຈິດສຳນຶກອັນໃສສະອາດຕໍ່ພຣະພັກຂອງພຣະເຈົ້າໃນມື້ນີ້.
16 ຈົ່ງເບິ່ງ, ຂ້າພະເຈົ້າກ່າວກັບພວກທ່ານວ່າ ເພາະຂ້າພະເຈົ້າໄດ້ໃຊ້ວັນເວລາຂອງຂ້າພະເຈົ້າໄປໃນການຮັບໃຊ້ພວກທ່ານ, ຂ້າພະເຈົ້າຈຶ່ງບໍ່ປາດຖະໜາຈະອວດອ້າງ ເພາະຂ້າພະເຈົ້າຢູ່ໃນການຮັບໃຊ້ພຣະເຈົ້ານັ້ນເອງ.
17 ແລະ ຈົ່ງເບິ່ງ, ຂ້າພະເຈົ້າບອກພວກທ່ານເຖິງເລື່ອງເຫລົ່ານີ້ເພື່ອພວກທ່ານຈະຮຽນຮູ້ກ່ຽວກັບ ປັນຍາ ເພື່ອພວກທ່ານຈະຮຽນຮູ້ວ່າ ເມື່ອພວກທ່ານ ຮັບໃຊ້ ເພື່ອນມະນຸດດ້ວຍກັນ ພວກທ່ານກໍຮັບໃຊ້ພຣະເຈົ້າຂອງພວກທ່ານນັ້ນເອງ.
18 ຈົ່ງເບິ່ງ, ພວກທ່ານເອີ້ນຂ້າພະເຈົ້າວ່າກະສັດຂອງພວກທ່ານ; ແລະ ຖ້າຂ້າພະເຈົ້າ, ຜູ້ທີ່ພວກທ່ານເອີ້ນວ່າກະສັດຂອງພວກທ່ານໄດ້ທຳງານເພື່ອຮັບໃຊ້ພວກທ່ານ, ແລ້ວພວກທ່ານຈະບໍ່ທຳງານເພື່ອ ຮັບໃຊ້ຊຶ່ງກັນແລະກັນບໍ?
19 ແລະ ຈົ່ງເບິ່ງອີກ, ຖ້າຫາກຂ້າພະເຈົ້າຜູ້ທີ່ພວກທ່ານເອີ້ນວ່າກະສັດຂອງພວກທ່ານ ຜູ້ທີ່ໃຊ້ວັນເວລາຂອງເພິ່ນໃນການຮັບໃຊ້ພວກທ່ານ, ແລະ ຍັງຢູ່ໃນການຮັບໃຊ້ພຣະເຈົ້າ ສົມຄວນແລ້ວທີ່ຈະໄດ້ຮັບຄຸນຄວາມດີຈາກພວກທ່ານ, ໂອ້ ພວກທ່ານຄວນຈະ ຂອບພຣະໄທກະສັດແຫ່ງສະຫວັນຂອງພວກທ່ານຫລາຍປານໃດນໍ!
20 ຂ້າພະເຈົ້າຂໍກ່າວກັບທ່ານທັງຫລາຍພີ່ນ້ອງຂອງຂ້າພະເຈົ້າວ່າ ຖ້າຫາກພວກທ່ານຈະຖວາຍຄວາມຂອບພຣະໄທ ແລະ ສັນລະເສີນທັງໝົດ ຊຶ່ງທັງຈິດວິນຍານຂອງພວກທ່ານມີອຳນາດເປັນເຈົ້າຂອງແດ່ ພຣະເຈົ້າຜູ້ໄດ້ສ້າງພວກທ່ານ, ແລະ ຮັກສາ, ແລະ ປົກປ້ອງພວກທ່ານມາແລ້ວ, ແລະ ເຮັດໃຫ້ພວກທ່ານປິຕິຍິນດີ ແລະ ເຮັດໃຫ້ພວກທ່ານຢູ່ນຳກັນດ້ວຍສັນຕິສຸກ—
21 ຂ້າພະເຈົ້າຂໍກ່າວກັບພວກທ່ານວ່າ ຖ້າຫາກພວກທ່ານຈະຮັບໃຊ້ພຣະອົງຜູ້ໄດ້ສ້າງພວກທ່ານມາຕັ້ງແຕ່ຕົ້ນ, ແລະ ປົກປ້ອງພວກທ່ານແຕ່ລະມື້ໂດຍໃຫ້ພວກທ່ານຢືມລົມຫາຍໃຈ ເພື່ອພວກທ່ານຈະມີຊີວິດ ແລະ ເຄື່ອນໄຫວ ແລະ ເຮັດຕາມ ຈຸດປະສົງຂອງພວກທ່ານເອງ, ແລະ ຄ້ຳຊູພວກທ່ານແຕ່ລະມື້—ຂ້າພະເຈົ້າເວົ້າວ່າ ຖ້າຫາກພວກທ່ານຮັບໃຊ້ພຣະອົງດ້ວຍສຸດຈິດວິນຍານຂອງພວກທ່ານ ແຕ່ພວກທ່ານກໍຍັງຄົງເປັນຜູ້ຮັບໃຊ້ທີ່ ບໍ່ສົມຄ່າຢູ່.
22 ແລະ ຈົ່ງເບິ່ງ, ທັງໝົດທີ່ພຣະອົງຕ້ອງການຈາກພວກທ່ານຄື ໃຫ້ ຮັກສາ ພຣະບັນຍັດຂອງພຣະອົງ ແລະ ພຣະອົງສັນຍາກັບພວກທ່ານວ່າ ຖ້າຫາກພວກທ່ານຈະຮັກສາພຣະບັນຍັດຂອງພຣະອົງ ພວກທ່ານຈະຮຸ່ງເຮືອງຢູ່ໃນແຜ່ນດິນນີ້; ແລະ ພຣະອົງບໍ່ເຄີຍ ປ່ຽນແປງໄປຈາກສິ່ງທີ່ພຣະອົງຮັບສັ່ງໄວ້; ສະນັ້ນ, ຖ້າຫາກພວກທ່ານຈະ ຮັກສາພຣະບັນຍັດຂອງພຣະອົງ, ພຣະອົງຈະປະທານພອນໃຫ້ແກ່ພວກທ່ານ ແລະ ເຮັດໃຫ້ພວກທ່ານຮຸ່ງເຮືອງ.
23 ແລະ ບັດນີ້ປະການທຳອິດຄື ພຣະອົງໄດ້ສ້າງພວກທ່ານມາ, ແລະ ໄດ້ປະທານຊີວິດໃຫ້ແກ່ພວກທ່ານ, ຍ້ອນເຫດນີ້ພວກທ່ານຈຶ່ງເປັນໜີ້ພຣະອົງ.
24 ແລະ ປະການທີສອງຄື ພຣະອົງຕ້ອງການໃຫ້ພວກທ່ານກະທຳຕາມທີ່ພຣະອົງບັນຊາພວກທ່ານໄວ້; ຖ້າຫາກພວກທ່ານເຮັດຕາມນີ້, ພຣະອົງຈະປະທານ ພອນໃຫ້ພວກທ່ານໂດຍທັນທີ. ແລະ ສະນັ້ນ ພຣະອົງຈະຈ່າຍຄ່າຈ້າງໃຫ້ແກ່ພວກທ່ານ, ແລ້ວພວກທ່ານກໍຍັງຄົງເປັນໜີ້ພຣະອົງຢູ່ໃນຕອນນີ້ ແລະ ຕະຫລອດໄປບໍ່ມີວັນສິ້ນສຸດ; ສະນັ້ນ, ພວກທ່ານຈະອວດອ້າງໄປເຮັດຫຍັງ?
25 ແລະ ບັດນີ້ຂ້າພະເຈົ້າຂໍຖາມວ່າ ພວກທ່ານສາມາດເວົ້າກ່ຽວກັບຕົວເອງໄດ້ບໍ? ຂ້າພະເຈົ້າຂໍຕອບພວກທ່ານວ່າ, ບໍ່ໄດ້. ພວກທ່ານບໍ່ສາມາດເວົ້າວ່າ ພວກທ່ານມີຄ່າເທົ່າກັບຂີ້ຝຸ່ນ; ເຖິງແມ່ນວ່າພວກທ່ານຖືກ ສ້າງມາຈາກ ຂີ້ຝຸ່ນກໍຕາມ; ເພາະຈົ່ງເບິ່ງ, ມັນເປັນຂອງພຣະອົງຜູ້ສ້າງພວກທ່ານມາ.
26 ແລະ ຂ້າພະເຈົ້າເຖິງແມ່ນວ່າຂ້າພະເຈົ້ານີ້, ຜູ້ທີ່ພວກທ່ານເອີ້ນວ່າກະສັດຂອງພວກທ່ານກໍບໍ່ດີໄປກວ່າຕົວຂອງພວກທ່ານເລີຍ; ເພາະຂ້າພະເຈົ້າມາຈາກຂີ້ຝຸ່ນເໝືອນກັນ. ແລະ ພວກທ່ານເຫັນວ່າຂ້າພະເຈົ້າເຖົ້າແກ່, ແລະ ຮ່າງກາຍທີ່ເປັນມະຕະນີ້ກຳລັງຈະຖືກສົ່ງຄືນໃຫ້ແກ່ແຜ່ນດິນທີ່ໃຫ້ກຳເນີດມັນມາ.
27 ສະນັ້ນ, ເໝືອນດັ່ງທີ່ຂ້າພະເຈົ້າໄດ້ເວົ້າກັບພວກທ່ານມາແລ້ວ, ຂ້າພະເຈົ້າໄດ້ຮັບໃຊ້ພວກທ່ານໂດຍ ເດີນໄປດ້ວຍຈິດສຳນຶກອັນໃສສະອາດຕໍ່ພຣະພັກຂອງພຣະເຈົ້າ, ເປັນຍ້ອນແນວນີ້ແລ້ວທີ່ຂ້າພະເຈົ້າໄດ້ໃຫ້ພວກທ່ານມາຊຸມນຸມກັນຢູ່ໃນເວລານີ້ ກໍເພື່ອຈະໄດ້ເຫັນວ່າຂ້າພະເຈົ້າຈະບໍ່ມີຂໍ້ຕຳນິ, ແລະ ເພື່ອ ເລືອດຂອງພວກທ່ານຈະບໍ່ມາຕິດຢູ່ນຳຂ້າພະເຈົ້າເມື່ອຂ້າພະເຈົ້າຢືນຢູ່ເພື່ອຮັບການພິພາກສາຂອງພຣະເຈົ້າໃນເລື່ອງທີ່ພຣະອົງບັນຊາຂ້າພະເຈົ້າໄວ້ກ່ຽວກັບພວກທ່ານ.
28 ຂ້າພະເຈົ້າເວົ້າກັບພວກທ່ານອີກວ່າ ຂ້າພະເຈົ້າໄດ້ໃຫ້ພວກທ່ານມາຊຸມນຸມກັນ ເພື່ອຂ້າພະເຈົ້າຈະໄດ້ ກຳຈັດເລືອດຂອງພວກທ່ານອອກຈາກອາພອນຂອງຂ້າພະເຈົ້າໃນໄລຍະເວລານີ້ ຕອນທີ່ຂ້າພະເຈົ້າກຳລັງຈະລົງໄປຫາຫລຸມຝັງສົບຂອງຂ້າພະເຈົ້າ ເພື່ອຂ້າພະເຈົ້າຈະໄດ້ລົງໄປດ້ວຍສັນຕິສຸກ, ແລະ ວິນຍານທີ່ເປັນອະມະຕະຂອງຂ້າພະເຈົ້າຈະໄດ້ເຂົ້າຮ່ວມກັບ ຜູ້ທີ່ຮ້ອງເພງຢູ່ເບື້ອງເທິງເພື່ອສັນລະເສີນພຣະເຈົ້າຜູ້ທ່ຽງທຳ.
29 ແລະ ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າເວົ້າກັບພວກທ່ານອີກວ່າ ຂ້າພະເຈົ້າໃຫ້ພວກທ່ານມາຊຸມນຸມກັນນີ້ ເພື່ອຂ້າພະເຈົ້າຈະໄດ້ປະກາດແກ່ພວກທ່ານວ່າ, ຂ້າພະເຈົ້າຈະບໍ່ໄດ້ເປັນຜູ້ສອນ ຫລື ເປັນກະສັດຂອງພວກທ່ານຕໍ່ໄປອີກແລ້ວ;
30 ເພາະແມ່ນແຕ່ຕອນນີ້ຮ່າງກາຍທັງໝົດຂອງຂ້າພະເຈົ້າກໍສັ່ນສາຍຢ່າງຍິ່ງຂະນະທີ່ຂ້າພະເຈົ້າພະຍາຍາມເວົ້າກັບພວກທ່ານ; ແຕ່ອົງພຣະຜູ້ເປັນເຈົ້າຍັງຄ້ຳຊູຂ້າພະເຈົ້າໄວ້, ແລະ ຍອມໃຫ້ຂ້າພະເຈົ້າເວົ້າກັບພວກທ່ານ, ແລະ ບັນຊາຂ້າພະເຈົ້າໃຫ້ປະກາດແກ່ພວກທ່ານໃນມື້ນີ້ວ່າ ໂມໄຊຢາລູກຊາຍຂອງຂ້າພະເຈົ້າຈະເປັນກະສັດ ແລະ ເປັນຜູ້ປົກຄອງດູແລພວກທ່ານ.
31 ແລະ ບັດນີ້ພີ່ນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າຢາກໃຫ້ພວກທ່ານເຮັດດັ່ງທີ່ພວກທ່ານໄດ້ເຮັດມາເໝືອນແຕ່ກ່ອນ. ພວກທ່ານໄດ້ຮັກສາບັນຍັດຂອງຂ້າພະເຈົ້າ, ແລະ ບັນຍັດຂອງບິດາຂອງຂ້າພະເຈົ້າ, ແລະ ໄດ້ຮຸ່ງເຮືອງມາ, ແລະ ໄດ້ຮັບການຮັກສາບໍ່ໃຫ້ຕົກຢູ່ໃນກຳມືຂອງສັດຕູຂອງພວກທ່ານ, ຖ້າຫາກພວກທ່ານຈະຮັກສາບັນຍັດຂອງລູກຊາຍຂອງຂ້າພະເຈົ້າ ຫລື ພຣະບັນຍັດຂອງພຣະເຈົ້າ ຊຶ່ງພວກທ່ານຈະໄດ້ຮັບຈາກລາວ, ພວກທ່ານຈະມີຄວາມຮຸ່ງເຮືອງຢູ່ໃນແຜ່ນດິນນີ້, ແລະ ສັດຕູຂອງພວກທ່ານຈະບໍ່ມີອຳນາດ ເໜືອກວ່າພວກທ່ານເລີຍ.
32 ແຕ່, ໂອ້ ຜູ້ຄົນຂອງຂ້າພະເຈົ້າ, ຈົ່ງລະວັງ ເພາະຢ້ານວ່າມັນຈະເກີດມີ ການຂັດແຍ້ງກັນຂຶ້ນໃນບັນດາພວກທ່ານ, ແລະ ພວກທ່ານຈົ່ງຢ່າສູ່ໄດ້ເລືອກເຊື່ອຟັງວິນຍານຊົ່ວ, ຊຶ່ງໂມໄຊຢາບິດາຂອງຂ້າພະເຈົ້າໄດ້ເວົ້າເຖິງ.
33 ເພາະຈົ່ງເບິ່ງ, ມີວິບັດຢ່າງໜຶ່ງຊຶ່ງກຳນົດໃຫ້ເກີດກັບຄົນທີ່ເລືອກເຊື່ອຟັງວິນຍານນັ້ນ; ເພາະຖ້າຫາກເຂົາເລືອກເຊື່ອຟັງມັນ, ແລະ ຄົງຢູ່ໃນຄວາມຊົ່ວຮ້າຍ, ແລະ ຕາຍໃນບາບຂອງເຂົາແລ້ວ ຜູ້ນັ້ນຍ່ອມດື່ມ ຄວາມອັບປະໂຫຍດເຂົ້າໄປໃນຈິດວິນຍານຂອງເຂົາເອງ; ເພາະວ່າເຂົາຕ້ອງໄດ້ຮັບໂທດ ອັນເປັນນິດທີ່ເປັນຄ່າຈ້າງຂອງເຂົາໂດຍການລ່ວງລະເມີດກົດຂອງພຣະເຈົ້າອັນເປັນການກົງກັນຂ້າມກັບຄວາມຮູ້ຂອງເຂົາເອງ.
34 ຂ້າພະເຈົ້າກ່າວກັບພວກທ່ານອີກວ່າ ບໍ່ມີໃຜເລີຍໃນບັນດາພວກທ່ານນອກຈາກເດັກນ້ອຍໆຂອງພວກທ່ານທີ່ບໍ່ໄດ້ຮັບການສິດສອນກ່ຽວກັບເລື່ອງເຫລົ່ານີ້ ທີ່ບໍ່ຮູ້ຈັກວ່າພວກທ່ານເປັນໜີ້ມາຕະຫລອດການຕໍ່ພຣະບິດາເທິງສະຫວັນຂອງພວກທ່ານ ທີ່ຈະຖວາຍທຸກສິ່ງທີ່ພວກທ່ານມີຢູ່ ແລະ ເປັນຢູ່ໃຫ້ແກ່ພຣະອົງ, ແລະ ໄດ້ຮັບການສິດສອນກ່ຽວກັບບັນທຶກ ຊຶ່ງມີການທຳນາຍທີ່ສາດສະດາບໍລິສຸດໄດ້ເວົ້າໄວ້ ຈົນເຖິງເວລາທີ່ລີໄຮ ບັນພະບຸລຸດຂອງພວກເຮົາໄດ້ຈາກເຢຣູຊາເລັມມາ;
35 ແລະ ທຸກສິ່ງທີ່ໄດ້ບອກຕະຫລອດມານັບຕັ້ງແຕ່ບັນພະບຸລຸດຂອງພວກເຮົາຈົນເຖິງເວລານີ້ນຳອີກ. ແລະ ຈົ່ງເບິ່ງ, ຄົນເຫລົ່ານັ້ນໄດ້ເວົ້າເຖິງສິ່ງທີ່ພຣະຜູ້ເປັນເຈົ້າບັນຊາພວກເພິ່ນນຳອີກ; ສະນັ້ນ, ມັນຈຶ່ງເປັນສິ່ງຊອບທຳ ແລະ ເປັນຄວາມຈິງ.
36 ແລະ ບັດນີ້ພີ່ນ້ອງຂອງຂ້າພະເຈົ້າ, ຂ້າພະເຈົ້າເວົ້າກັບພວກທ່ານວ່າ ຫລັງຈາກພວກທ່ານຮູ້ ແລະ ໄດ້ຮັບການສິດສອນໃນເລື່ອງທັງໝົດນີ້ແລ້ວ, ຖ້າຫາກພວກທ່ານຍັງຈະລ່ວງລະເມີດ ແລະ ເຮັດກົງກັນຂ້າມກັບສິ່ງທີ່ໄດ້ເວົ້າໄວ້, ພວກທ່ານຖອນຕົວອອກໄປຈາກພຣະວິນຍານຂອງພຣະຜູ້ເປັນເຈົ້າ, ຈົນວ່າມັນບໍ່ມີບ່ອນໃດເລີຍໃນພວກທ່ານ ທີ່ຈະສາມາດນຳພວກທ່ານໄປໃນທາງແຫ່ງປັນຍາເພື່ອພວກທ່ານຈະໄດ້ຮັບພອນ, ຈະເລີນຮຸ່ງເຮືອງ, ແລະ ຮັບການປົກປັກຮັກສາ—
37 ຂ້າພະເຈົ້າເວົ້າກັບພວກທ່ານວ່າ, ຜູ້ໃດທີ່ກະທຳແບບນີ້, ຜູ້ນັ້ນຍ່ອມອອກມາໃນ ການກະບົດຕໍ່ພຣະເຈົ້າຢ່າງເປີດເຜີຍ; ສະນັ້ນ, ເຂົາຈຶ່ງເລືອກເຊື່ອຟັງວິນຍານຊົ່ວ ແລະ ກັບເປັນສັດຕູຕໍ່ຄວາມຊອບທຳທັງໝົດ; ສະນັ້ນ, ພຣະຜູ້ເປັນເຈົ້າຈຶ່ງບໍ່ມີບ່ອນຢູ່ໃນຕົວເຂົາ, ເພາະພຣະອົງຈະບໍ່ສະຖິດຢູ່ໃນວິຫານທີ່ ບໍ່ບໍລິສຸດ.
38 ສະນັ້ນ ຖ້າຫາກຄົນນັ້ນບໍ່ ກັບໃຈ ແລະ ຄົງຢູ່ ແລະ ຕາຍໂດຍເປັນສັດຕູກັບພຣະເຈົ້າ, ແລ້ວ ຄວາມຍຸດຕິທຳແຫ່ງສະຫວັນຈະປຸກຈິດວິນຍານອັນເປັນອະມະຕະຂອງເຂົາໃຫ້ຕື່ນຂຶ້ນມາຫາຄວາມຮູ້ສຶກໃນ ຄວາມຜິດທີ່ຮຸນແຮງຂອງຕົນເອງ, ຊຶ່ງເຮັດໃຫ້ເຂົາຖອຍອອກໄປຈາກທີ່ປະທັບຂອງພຣະຜູ້ເປັນເຈົ້າ, ແລະ ເຮັດໃຫ້ອົກຂອງເຂົາເຕັມໄປດ້ວຍຄວາມຮູ້ສຶກຜິດ, ແລະ ຄວາມເຈັບປວດ, ແລະ ຄວາມທຸກທໍລະມານ, ຊຶ່ງປຽບເໝືອນດັ່ງໄຟທີ່ບໍ່ຮູ້ມອດ, ຊຶ່ງແປວໄຟນັ້ນລອຍຂຶ້ນຢູ່ຕະຫລອດການ ແລະ ຕະຫລອດໄປ.
39 ແລະ ບັດນີ້ຂ້າພະເຈົ້າເວົ້າກັບພວກທ່ານວ່າ ຜູ້ນັ້ນຈະບໍ່ໄດ້ຮັບ ຄວາມເມດຕາເລີຍ; ສະນັ້ນຊາຕາກຳໃນວາລະສຸດທ້າຍຂອງເຂົາຄື ຄວາມທຸກທໍລະມານທີ່ບໍ່ມີວັນສິ້ນສຸດ.
40 ໂອ້, ພວກທ່ານຜູ້ມີອາຍຸສູງທັງຫລາຍ, ແລະ ພວກເຈົ້າຜູ້ໜຸ່ມແໜ້ນ, ແລະ ພວກເຈົ້າຜູ້ເປັນເດັກນ້ອຍໆ ຜູ້ທີ່ສາມາດເຂົ້າໃຈຂໍ້ຄວາມຂອງຂ້າພະເຈົ້າ, ເພາະຂ້າພະເຈົ້າໄດ້ເວົ້າຢ່າງແຈ່ມແຈ້ງເພື່ອພວກທ່ານຈະໄດ້ເຂົ້າໃຈ, ຂ້າພະເຈົ້າໄດ້ອະທິຖານແທນພວກທ່ານ ເພື່ອພວກທ່ານຈະໄດ້ຕື່ນຂຶ້ນມາຫາ ຄວາມຊົງຈຳເຖິງສະພາບອັນເປັນຕາຢ້ານຂອງຄົນທີ່ຕົກຢູ່ໃນການລ່ວງລະເມີດ.
41 ແລະ ຍິ່ງໄປກວ່ານັ້ນ, ຂ້າພະເຈົ້າປາດຖະໜາໃຫ້ພວກທ່ານພິຈາລະນາເຖິງສະພາບອັນເປັນພອນ ແລະ ຄວາມສຸກຂອງຄົນທີ່ຮັກສາພຣະບັນຍັດຂອງພຣະເຈົ້າ. ເພາະຈົ່ງເບິ່ງ, ເຂົາໄດ້ ຮັບພອນທຸກຢ່າງ ທັງຝ່າຍໂລກ ແລະ ຝ່າຍວິນຍານ; ແລະ ຖ້າຫາກເຂົາອົດທົນຢ່າງ ຊື່ສັດຈົນເຖິງທີ່ສຸດແລ້ວ, ເຂົາຈະຖືກຮັບເຂົ້າສູ່ ສະຫວັນ, ແລ້ວເຂົາຈະໄດ້ຢູ່ກັບພຣະເຈົ້າໃນສະພາບແຫ່ງຄວາມສຸກທີ່ບໍ່ມີວັນສິ້ນສຸດ. ໂອ້ ຈົ່ງຈື່ຈຳ, ຈົ່ງຈື່ຈຳໄວ້ວ່າ ເລື່ອງເຫລົ່ານີ້ເປັນຄວາມຈິງ; ເພາະອົງພຣະຜູ້ເປັນເຈົ້າໄດ້ກ່າວໄວ້.