ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 123


ພາກ​ທີ 123

ໜ້າ​ທີ່​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ກ່ຽວ​ກັບ​ຜູ້​ຂົ່ມ​ເຫັງ​ເຂົາ​ເຈົ້າ, ດັ່ງ​ທີ່ຖືກ​ຂຽນ​ໂດຍ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ ໃນ​ຂະ​ນະ​ທີ່​ເພິ່ນ​ຖືກ​ຈຳ​ຄຸກ​ຢູ່​ທີ່​ເມືອງ​ລີ​ເບີ​ຕີ, ລັດ​ມີ​ເຊີ​ຣີ. ພາກ​ນີ້​ຖືກ​ຄັດ​ລອກ​ເອົາ​ມາ​ຈາກ ສານ​ທີ່​ສົ່ງ​ເຖິງ​ສາດ​ສະ​ໜາ​ຈັກ ລົງ​ວັນ​ທີ 20 ເດືອນ​ມີ​ນາ 1839 (ເບິ່ງ ຫົວ​ຂໍ້​ຂອງ ພາກ​ທີ 121).

1–6, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຄວນ​ຮວບ​ຮວມ ແລະ ພິມ​ເລື່ອງ​ລາວ​ຄວາມ​ທຸກ​ທໍ​ລະ​ມານ ແລະ ການ​ຖືກ​ຂົ່ມ​ເຫັງ​ຂອງ​ເຂົາ​ເຈົ້າ; 7–10, ວິນ​ຍານ​ດຽວ​ກັນ​ນັ້ນ​ທີ່​ໄດ້​ຈັດ​ຕັ້ງ​ຄວາມ​ເຊື່ອ​ຖື​ເທັດ​ຂຶ້ນ ໄດ້​ນຳ​ໄປ​ສູ່​ການ​ຂົ່ມ​ເຫັງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ນຳ​ອີກ; 11–17, ຫລາຍ​ຄົນ​ໃນ​ບັນ​ດາ​ນິ​ກາຍ​ທັງ​ໝົດ​ຍັງ​ຈະ​ໄດ້​ຮັບ​ຄວາມ​ຈິງ.

1 ແລະ ອີກ​ເທື່ອ​ໜຶ່ງ, ພວກ​ເຮົາ​ຂໍ​ແນະ​ນຳ​ໃຫ້​ພວກ​ທ່ານ​ພິ​ຈາ​ລະ​ນາ​ຄວາມ​ສຳ​ຄັນ​ທີ່​ໄພ່​ພົນ​ທັງ​ຫລາຍ​ຂອງ​ພຣະ​ເຈົ້າ​ຈະ​ຮວບ​ຮວມ​ຄວາມ​ຮູ້ ແລະ ຂໍ້​ມູນ​ທັງ​ໝົດ, ແລະ ການ​ທົນ​ທຸກ​ທໍ​ລະ​ມານ ແລະ ການ​ຖືກ​ຂົ່ມ​ເຫັງ​ທີ່​ກະ​ທຳ​ກັບ​ເຂົາ​ເຈົ້າ​ໂດຍ​ຜູ້​ຄົນ​ຂອງ​ລັດ​ນີ້;

2 ແລະ ກ່ຽວ​ກັບ​ຊັບ​ສິນ​ທັງ​ໝົດ ແລະ ຈຳ​ນວນ​ຄວາມ​ເສຍ​ຫາຍ​ຊຶ່ງ​ເຂົາ​ເຈົ້າ​ໄດ້​ຮັບ, ທັງ​ການ​ທຳ​ຮ້າຍ​ທາງ​ຊື່​ສຽງ ແລະ ສ່ວນ​ຕົວ​ນຳ​ອີກ, ຕະ​ຫລອດ​ທັງ​ເຮືອນ​ຊານ​ບ້ານ​ຊ່ອງ;

3 ແລະ ຊື່​ຂອງ​ທຸກ​ຄົນ​ທີ່​ມີ​ສ່ວນ​ໃນ​ການ​ກົດ​ຂີ່​ຂົ່ມ​ເຫັງ​ເຂົາ​ເຈົ້າ​ນຳ​ອີກ, ຕາມ​ແຕ່​ທີ່​ເຂົາ​ເຈົ້າ​ຫາ​ມາ​ໄດ້ ແລະ ສືບ​ພໍ້.

4 ແລະ ບາງ​ທີ​ອາດ​ຕ້ອງ​ໄດ້​ກຳ​ນົດ​ຄະ​ນະ​ກຳ​ມະ​ການ​ຂຶ້ນ​ເພື່ອ​ສືບ​ເລື່ອງ​ເຫລົ່າ​ນີ້​ໃຫ້​ພົບ, ແລະ ເພື່ອ​ຮັບ​ເອົາ​ເລື່ອງ​ລາວ ແລະ ຄຳ​ໃຫ້​ການ; ແລະ ເພື່ອ​ຮວບ​ຮວມ​ສິ່ງ​ພິມ​ທີ່​ໃສ່​ຮ້າຍ​ປ້າຍ​ສີ​ນຳ​ອີກ​ທີ່​ກຳ​ລັງ​ແຜ່​ລາມ​ໄປ​ທົ່ວ;

5 ແລະ ທຸກ​ສິ່ງ​ທີ່​ມີ​ຢູ່​ໃນ​ວາ​ລະ​ສານ, ແລະ ໃນ​ປຶ້ມ​ຮວບ​ຮວມ​ຄວາມ​ຮູ້​ສາ​ລະ​ພັດ, ແລະ ເຫດ​ການ​ໃນ​ອະ​ດີດ​ທັງ​ໝົດ​ທີ່​ພິມ​ໃສ່​ຮ້າຍ​ປ້າຍ​ສີ, ແລະ ທີ່​ກຳ​ລັງ​ຂຽນ​ຢູ່, ແລະ ໂດຍ​ຜູ້​ໃດ, ແລະ ສະ​ເໜີ​ເລື່ອງ​ລາວ​ທັງ​ໝົດ​ກ່ຽວ​ກັບ​ຄວາມ​ປະ​ພຶດ​ອັນ​ຕະ​ພານ ແລະ ຊົ່ວ​ຮ້າຍ ແລະ ການ​ບັງ​ຄັບ​ຂູ່​ເຂັນ​ທີ່​ໂຫດ​ຮ້າຍ ທີ່​ກະ​ທຳ​ຕໍ່​ຜູ້​ຄົນ​ເຫລົ່າ​ນີ້—

6 ເພື່ອ​ວ່າ​ພວກ​ເຮົາ​ບໍ່​ພຽງ​ແຕ່​ຈະ​ປ່າວ​ປະ​ກາດ​ອອກ​ໄປ​ທົ່ວ​ໂລກ​ເທົ່າ​ນັ້ນ, ແຕ່​ຈະ​ສະ​ເໜີ​ມັນ​ຕໍ່​ຜູ້​ນຳ​ຂອງ​ຝ່າຍ​ປົກ​ຄອງ​ນຳ​ອີກ​ໃຫ້​ເຫັນ​ສີ​ສັນ​ແຫ່ງ​ຄວາມ​ມືດ ແລະ ນະ​ລົກ​ຂອງ​ພວກ​ເຂົາ, ດັ່ງ​ເປັນ​ຄວາມ​ພະ​ຍາ​ຍາມ​ຄັ້ງ​ສຸດ​ທ້າຍ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພວກ​ເຮົາ​ໄດ້​ບັນ​ຊາ​ພວກ​ເຮົາ, ກ່ອນ​ພວກ​ເຮົາ​ຈະ​ສາ​ມາດ​ຮຽກ​ຮ້ອງ​ສິດ​ທິ​ຄຳ​ສັນ​ຍາ​ນັ້ນ​ໄດ້​ຢ່າງ​ເຕັມ​ທີ່ ແລະ ຢ່າງ​ສົມ​ບູນ ຊຶ່ງ​ຈະ​ທູນ​ຂໍ​ໃຫ້​ພຣະ​ອົງ​ອອກ​ມາ​ຈາກ ສະ​ຖານ​ທີ່​ລີ້​ຊ່ອນ​ຕົວ​ຂອງ​ພຣະ​ອົງ; ແລະ ເພື່ອ​ປະ​ຊາ​ຊາດ​ທັງ​ປວງ​ຈະ​ຕົກ​ຢູ່​ໃນ​ສະ​ພາບ​ທີ່​ບໍ່​ມີ​ຂໍ້​ແກ້​ຕົວ ກ່ອນ​ທີ່​ພຣະ​ອົງ​ຈະ​ສົ່ງ​ອຳ​ນາດ​ແຫ່ງ​ແຂນ ອັນ​ມີ​ລິດ​ທາ​ນຸ​ພາບ​ຂອງ​ພຣະ​ອົງ​ອອກ​ມາ​ໄດ້.

7 ນີ້​ຄື​ໜ້າ​ທີ່​ອັນ​ຈຳ​ເປັນ​ຢ່າງ​ໜຶ່ງ​ທີ່​ພວກ​ເຮົາ​ເປັນ​ໜີ້​ພຣະ​ເຈົ້າ, ເຫລົ່າ​ທູດ, ຜູ້​ຊຶ່ງ​ພວກ​ເຮົາ​ຈະ​ຖືກ​ນຳ​ມາ​ຢືນ​ຢູ່​ດ້ວຍ, ແລະ ຕົວ​ເຮົາ​ນຳ​ອີກ, ພັນ​ລະ​ຍາ ແລະ ລູກໆ​ຂອງ​ພວກ​ເຮົາ, ຜູ້​ຖືກ​ເຮັດ​ໃຫ້​ກົ້ມ​ຂາບ​ລົງ​ດ້ວຍ​ຄວາມ​ໂສກ​ເສົ້າ, ຄວາມ​ສະ​ຫລົດ​ໃຈ, ແລະ ຄວາມ​ກັງ​ວົນ, ພາຍ​ໃຕ້​ມື​ທີ່​ອັບ​ປະ​ໂຫຍດ​ທີ່​ສຸດ​ຂອງ​ການ​ຄາດ​ຕະ​ກຳ, ການ​ກົດ​ຂີ່, ການ​ຂົ່ມ​ເຫັງ, ຊຶ່ງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ ແລະ ຍຸ​ຍົງ ແລະ ສົ່ງ​ເສີມ​ໂດຍ​ອິດ​ທິ​ພົນ​ຂອງ​ວິນ​ຍານ​ນັ້ນ, ຊຶ່ງ​ໄດ້​ປັກ​ຄວາມ​ເຊື່ອ​ຂອງ​ບັນ​ພະ​ບຸດ​ລຸດ​ໄວ້​ແໜ້ນ, ຜູ້​ໄດ້​ສືບ​ທອດ​ຄວາມ​ຕົວະ​ເປັນ​ມູນ​ມໍ​ລະ​ດົກ​ໄວ້, ໃນ​ໃຈ​ຂອງ​ລູກ​ຫລານ, ແລະ ເຮັດ​ໃຫ້​ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ສັບ​ສົນ, ແລະ ກຳ​ລັງ​ເຂັ້ມ​ແຂງ​ຂຶ້ນ​ໄປ​ເລື້ອຍໆ, ແລະ ບັດ​ນີ້​ເປັນ​ກົງ​ຈັກ​ອັນ​ສຳ​ຄັນ​ຂອງ​ຄວາມ​ເສື່ອມ​ຊາມ​ທັງ​ປວງ, ແລະ ທັງ ແຜ່ນ​ດິນ​ໂລກ​ຄວນ​ຄາງ​ຢູ່​ໃຕ້​ນ້ຳ​ໜັກ​ຂອງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ມັນ.

8 ມັນ​ຄື ແອກ​ເຫລັກ, ມັນ​ຄື​ສາຍ​ຮັດ​ທີ່​ແໜ້ນ​ໜາ; ມັນ​ຄື​ກັບ​ມື, ແລະ ໂສ້, ແລະ ຫ່ວງ​ເຫລັກ, ແລະ ບ້ວງ​ເຫລັກ​ຂອງ​ນະ​ລົກ​ແທ້ໆ.

9 ສະ​ນັ້ນ ມັນ​ຈຶ່ງ​ເປັນ​ໜ້າ​ທີ່​ອັນ​ຈຳ​ເປັນ​ທີ່​ພວກ​ເຮົາ​ເປັນ​ໜີ້, ບໍ່​ພຽງ​ແຕ່​ພັນ​ລະ​ຍາ ແລະ ລູກໆ​ຂອງ​ພວກ​ເຮົາ​ເອງ​ເທົ່າ​ນັ້ນ, ແຕ່​ແມ່​ໝ້າຍ ແລະ ລູກ​ກຳ​ພ້າ​ນຳ​ອີກ, ຜູ້​ທີ່​ສາ​ມີ ແລະ ພໍ່​ໄດ້​ຖືກ ຂ້າ​ພາຍ​ໃຕ້​ມື​ເຫລັກ​ຂອງ​ມັນ;

10 ຊຶ່ງ​ການ​ກະ​ທຳ​ທີ່​ດຳ​ມືດ​ກໍ​ພຽງ​ພໍ​ແລ້ວ​ທີ່​ຈະ​ເຮັດ​ໃຫ້​ນະ​ລົກ​ເອງ​ສັ່ນ​ສະ​ເທືອນ, ແລະ ຈະ​ຢືນ​ຕົກ​ຕະ​ລຶງ ແລະ ຊີດ​ໂຊມ, ແລະ ມື​ຂອງ​ມານ​ນັ້ນ​ເອງ​ຈະ​ສະ​ທ້ານ ແລະ ສັ່ນ​ເຊັນ.

11 ແລະ ເປັນ​ໜ້າ​ທີ່​ອັນ​ຈຳ​ເປັນ​ທີ່​ພວກ​ເຮົາ​ເປັນ​ໜີ້​ຄົນ​ລຸ້ນ​ໃໝ່​ທັງ​ປວງ, ແລະ ທຸກ​ຄົນ​ຜູ້​ທີ່​ມີ​ໃຈ​ບໍ​ລິ​ສຸດ—

12 ເພາະ​ຍັງ​ມີ​ຫລາຍ​ຄົນ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ນີ້​ໃນ​ບັນ​ດາ​ສຳ​ນັກ, ກຸ່ມ, ແລະ ນິ​ກາຍ​ທັງ​ປວງ, ຜູ້​ທີ່ ຕາ​ບອດ​ໂດຍ​ກົນ​ອຸ​ບາຍ​ທີ່​ລີ້​ລັບ​ຂອງ​ມະ​ນຸດ, ຊຶ່ງ​ໂດຍ​ການ​ນັ້ນ​ພວກ​ເຂົາ​ຄອຍ​ຖ້າ​ຫລອກ​ລວງ, ແລະ ຜູ້​ທີ່​ຖືກ​ກີດ​ກັນ​ຈາກ​ຄວາມ​ຈິງ ເພາະ​ພວກ​ເຂົາ ບໍ່​ຮູ້​ວ່າ​ຈະ​ຊອກ​ຫາ​ມັນ​ໄດ້​ຢູ່​ບ່ອນ​ໃດ—

13 ສະ​ນັ້ນ, ວ່າ​ພວກ​ເຮົາ​ຈະ​ທຸ້ມ​ເທ ແລະ ໃຊ້​ຊີ​ວິດ​ຂອງ​ພວກ​ເຮົາ​ໃນ​ການ​ນຳ​ທຸກ ສິ່ງ​ທີ່​ລີ້​ລັບ​ຢູ່​ໃນ​ຄວາມ​ມືດ​ທັງ​ໝົດ​ອອກ​ມາ​ສູ່​ຄວາມ​ສະ​ຫວ່າງ, ຊຶ່ງ​ໃນ​ການ​ນີ້ ພວກ​ເຮົາ​ຈຶ່ງ​ຮູ້​ຈັກ​ມັນ; ແລະ ມັນ​ຖືກ​ສະ​ແດງ​ໃຫ້​ປະ​ຈັກ​ຈາກ​ສະ​ຫວັນ​ແທ້ໆ—

14 ດັ່ງ​ນັ້ນ​ເລື່ອງ​ເຫລົ່າ​ນີ້​ຕ້ອງ​ຖືກ​ຈັດ​ການ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ຍິ່ງ.

15 ຢ່າ​ໃຫ້​ຄົນ​ໃດ​ຖື​ວ່າ​ເລື່ອງ​ເຫລົ່າ​ນີ້​ເປັນ​ເລື່ອງ​ເລັກ​ໜ້ອຍ; ເພາະ​ມັນ​ມີ​ຢ່າງ​ຫລວງ​ຫລາຍ​ຢູ່​ໃນ​ອະ​ນາ​ຄົດ, ກ່ຽວ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ຊຶ່ງ​ເພິ່ງ​ພາ​ອາ​ໄສ​ເລື່ອງ​ເຫລົ່າ​ນີ້.

16 ພວກ​ທ່ານ​ຮູ້, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ວ່າ​ເຮືອ​ລຳ​ໃຫຍ່​ໄດ້ ຮັບ​ປະ​ໂຫຍດ​ຢ່າງ​ຫລວງ​ຫລາຍ​ຈາກ​ພວງ​ມະ​ໄລ​ເຮືອ​ອັນ​ເລັກ​ນ້ອຍ​ໃນ​ຍາມ​ເກີດ​ພະ​ຍຸ, ໂດຍ​ຮັກ​ສາ​ມັນ​ໄວ້​ໃນ​ເສັ້ນ​ທາງ​ພ້ອມ​ກັບ​ລົມ ແລະ ຄື້ນ.

17 ສະ​ນັ້ນ, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ຈົ່ງ​ໃຫ້​ພວກ​ເຮົາ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຢູ່​ໃນ​ອຳ​ນາດ​ຂອງ​ພວກ​ເຮົາ ຢ່າງ​ເບີກ​ບານ​ມ່ວນ​ຊື່ນ; ແລະ ຈາກ​ນັ້ນ​ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ຢືນ​ຢູ່​ຊື່ໆ, ດ້ວຍ​ຄວາມ​ໝັ້ນ​ໃຈ​ທີ່​ສຸດ, ເພື່ອ​ເຫັນ ຄວາມ​ລອດ​ຂອງ​ພຣະ​ເຈົ້າ, ແລະ ເພື່ອ​ພຣະ​ອົງ​ຈະ​ເປີດ​ເຜີຍ​ແຂນ​ຂອງ​ພຣະ​ອົງ.