ພາກທີ 135
ການປະກາດເຖິງການຕາຍເພາະຄວາມເຊື່ອຂອງໂຈເຊັບ ສະມິດ ຜູ້ເປັນສາດສະດາ ແລະ ອ້າຍຂອງເພິ່ນ, ໄຮຣຳ ສະມິດ ຜູ້ເປັນປິຕຸ, ທີ່ເມືອງຄາດເທດ, ລັດອິລິນອຍ, ວັນທີ 27 ເດືອນມິຖຸນາ, 1844. ເອກະສານນີ້ໄດ້ຖືກຕື່ມໃສ່ໃນທ້າຍຄຳສອນ ແລະ ພັນທະສັນຍາ ຊຸດສະບັບ 1844, ຊຶ່ງເກືອບພ້ອມແລ້ວ ສຳລັບການພິມ ເມື່ອໂຈເຊັບ ແລະ ໄຮຣຳ ໄດ້ຖືກຂ້າ.
1–2, ໂຈເຊັບ ແລະ ໄຮຣຳ ໄດ້ຖືກສັງຫານໃນຄຸກຄາດເທດ; 3, ຖານະອັນສູງສຸດຂອງສາດສະດາໄດ້ຖືກປ່າວປະກາດ; 4–7, ເລືອດບໍລິສຸດຂອງພວກເພິ່ນໄດ້ເປັນພະຍານເຖິງຄວາມຈິງ ແລະ ຄວາມສັກສິດຂອງວຽກງານ.
1 ເພື່ອຜະນຶກປະຈັກພະຍານຂອງໜັງສືເຫລັ້ມນີ້ ແລະ ພຣະຄຳພີມໍມອນ, ພວກເຮົາຂໍປະກາດເຖິງ ການຕາຍເພາະຄວາມເຊື່ອຂອງ ໂຈເຊັບ ສະມິດ ຜູ້ເປັນສາດສະດາ, ແລະ ໄຮຣຳ ສະມິດ ຜູ້ເປັນປິຕຸ. ພວກເພິ່ນໄດ້ຖືກຍິງໃນ ຄຸກຄາດເທດ, ວັນທີ 27 ເດືອນມິຖຸນາ, 1844, ປະມານຫ້າໂມງແລງ, ໂດຍກຸ່ມອັນຕະພານ—ທາໜ້າດ່າງດຳ—ປະມານ 150 ເຖິງ 200 ຄົນ. ໄຮຣຳໄດ້ຖືກຍິງກ່ອນ ແລະ ລົ້ມລົງ, ໂດຍຮ້ອງວ່າ: ເຮົາຕາຍແທ້ໆແລ້ວ! ໂຈເຊັບໄດ້ໂດດຈາກປ່ອງຢ້ຽມ, ແລະ ຖືກຍິງຕາຍໃນຂະນະທີ່ໂດດລົງ, ໂດຍຮ້ອງວ່າ: ໂອ້ ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງຂ້າພຣະອົງ! ພວກເພິ່ນທັງສອງໄດ້ຖືກຍິງອີກຫລັງຈາກຕາຍແລ້ວ, ໃນວິທີທີ່ໂຫດຮ້າຍ, ແລະ ທັງສອງໄດ້ຖືກລູກປືນສີ່ນັດ.
2 ຈອນ ເທເລີ ແລະ ວິວເລີດ ຣິເຈີດສ໌, ສອງຄົນທີ່ເປັນອັກຄະສາວົກສິບສອງ, ໄດ້ຢູ່ໃນຫ້ອງໃນເວລານັ້ນ; ຄົນທຳອິດໄດ້ຮັບບາດເຈັບໂດຍວິທີທີ່ປ່າເຖື່ອນດ້ວຍລູກປືນສີ່ນັດ, ແຕ່ຈາກນັ້ນໄດ້ຫາຍດີເປັນປົກກະຕິແລ້ວ; ຄົນທີສອງ, ດ້ວຍການອາລັກຂາຂອງພຣະເຈົ້າ, ໄດ້ຫລົບທັນ, ໂດຍບໍ່ມີຮູລູກປືນແມ່ນແຕ່ຮູດຽວຢູ່ທີ່ເສື້ອຜ້າຂອງລາວ.
3 ໂຈເຊັບ ສະມິດ, ຜູ້ເປັນ ສາດສະດາ ແລະ ຜູ້ພະຍາກອນຂອງພຣະຜູ້ເປັນເຈົ້າ, ໄດ້ເຮັດເພື່ອຄວາມລອດຂອງມະນຸດໃນໂລກນີ້ຫລາຍກວ່າຄົນອື່ນ, ຍົກເວັ້ນແຕ່ພຣະເຢຊູເທົ່ານັ້ນ. ໃນໄລຍະເວລາສັ້ນໆຊາວປີ, ເພິ່ນໄດ້ນຳພຣະຄຳພີມໍມອນອອກມາ, ຊຶ່ງເພິ່ນໄດ້ແປໂດຍຂອງປະທານ ແລະ ອຳນາດຈາກພຣະເຈົ້າ, ແລະ ໄດ້ເປັນເຄື່ອງມືໃຫ້ພິມໃນສອງທະວີບ; ໄດ້ສົ່ງ ຄວາມສົມບູນແຫ່ງພຣະກິດຕິຄຸນອັນເປັນນິດ, ຊຶ່ງມີຢູ່ໃນນັ້ນ, ໄປຍັງສີ່ສ່ວນຂອງແຜ່ນດິນໂລກ; ໄດ້ນຳການເປີດເຜີຍ ແລະ ພຣະບັນຍັດອອກມາ ຊຶ່ງຮວມເປັນໜັງສື ຄຳສອນ ແລະ ພັນທະສັນຍາເຫລັ້ມນີ້, ແລະ ເປັນເອກະສານ ແລະ ຄຳແນະນຳທີ່ສະຫລາດອື່ນໆ ເພື່ອຜົນປະໂຫຍດຂອງລູກຫລານມະນຸດ; ໄດ້ເຕົ້າໂຮມໄພ່ພົນຍຸກສຸດທ້າຍຫລາຍພັນຄົນ, ໄດ້ສ້າງຕັ້ງ ເມືອງໃຫຍ່ແຫ່ງໜຶ່ງ, ແລະ ໄດ້ຝາກກຽດຕິຍົດ ແລະ ຊື່ສຽງທີ່ບໍ່ມີວັນທຳລາຍໄວ້. ເພິ່ນໄດ້ດຳເນີນຊີວິດຢ່າງສູງສົ່ງ, ແລະ ເພິ່ນໄດ້ຕາຍຢ່າງສູງສົ່ງໃນສາຍພຣະເນດຂອງພຣະເຈົ້າ ແລະ ໃນສາຍຕາຂອງຜູ້ຄົນຂອງເພິ່ນ; ແລະ ເຊັ່ນດຽວກັບຜູ້ຖືກເຈີມໄວ້ສ່ວນຫລາຍຂອງພຣະຜູ້ເປັນເຈົ້າໃນສະໄໝບູຮານ, ໄດ້ຜະນຶກພາລະກິດຂອງເພິ່ນ ແລະ ວຽກງານຂອງເພິ່ນດ້ວຍ ເລືອດຂອງເພິ່ນເອງ; ແລະ ອ້າຍຂອງເພິ່ນ ໄຮຣຳ ກໍຄືກັນ. ໃນຊີວິດພວກເພິ່ນບໍ່ເຄີຍໄດ້ແຍກອອກຈາກກັນ, ແລະ ໃນຄວາມຕາຍພວກເພິ່ນກໍບໍ່ໄດ້ແຍກອອກຈາກກັນ!
4 ເມື່ອໂຈເຊັບໄດ້ໄປເມືອງຄາດເທດເພື່ອມອບຕົວຕາມຂໍ້ກຳນົດທາງກົດໝາຍທີ່ນຳຂຶ້ນມາອ້າງ, ສອງ ຫລື ສາມມື້ກ່ອນເພິ່ນຖືກລອບສັງຫານ, ເພິ່ນໄດ້ກ່າວວ່າ: “ຂ້າພະເຈົ້າໄປດັ່ງ ລູກແກະທີ່ຖືກນຳໄປຂ້າ; ແຕ່ຂ້າພະເຈົ້າກໍສະຫງົບຢູ່ດັ່ງຕອນເຊົ້າຂອງລະດູຮ້ອນ; ຂ້າພະເຈົ້າມີຄວາມສຳນຶກປາດສະຈາກຄວາມຜິດຕໍ່ພຣະເຈົ້າ, ແລະ ຕໍ່ມະນຸດທັງປວງ. ຂ້າພະເຈົ້າຈະຕາຍຢ່າງຜູ້ບໍລິສຸດ, ແລະ ໃນວັນໜຶ່ງຜູ້ຄົນຈະກ່າວເຖິງຂ້າພະເຈົ້າ—ເພິ່ນຖືກຂ້າຢ່າງເລືອດເຢັນ.”—ເຊົ້າວັນດຽວກັນ, ຫລັງຈາກໄຮຣຳໄດ້ຕຽມພ້ອມແລ້ວທີ່ຈະໄປ—ຈະເອີ້ນວ່າໄປຖືກຂ້າບໍ? ແມ່ນແລ້ວ, ເພາະມັນເປັນເຊັ່ນນັ້ນ—ເພິ່ນໄດ້ອ່ານຂໍ້ຄວາມຕໍ່ໄປນີ້, ໃນທ້າຍບົດທີສິບສອງຂອງອີເທີ, ໃນພຣະຄຳພີມໍມອນ, ແລະ ໄດ້ພັບໜ້ານັ້ນໄວ້:
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າໄດ້ອະທິຖານຫາພຣະຜູ້ເປັນເຈົ້າຂໍໃຫ້ພຣະອົງປະທານຄຸນງາມຄວາມດີໃຫ້ແກ່ຄົນຕ່າງຊາດ, ເພື່ອພວກເຂົາຈະໄດ້ມີຄວາມໃຈບຸນ. ແລະ ເຫດການໄດ້ບັງເກີດຂຶ້ນຄື ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ຖ້າຫາກພວກເຂົາບໍ່ມີຄວາມໃຈບຸນ ມັນກໍບໍ່ສຳຄັນສຳລັບເຈົ້າ, ເຈົ້າເປັນຄົນຊື່ສັດ; ດັ່ງນັ້ນ ອາພອນຂອງເຈົ້າຈຶ່ງຖືກຊຳລະລ້າງໃຫ້ ຂາວສະອາດແລ້ວ. ແລະ ຍ້ອນວ່າເຈົ້າເຫັນຄວາມອ່ອນແອຂອງເຈົ້າເອງ, ເຈົ້າຈຶ່ງຖືກເຮັດໃຫ້ເຂັ້ມແຂງຂຶ້ນ, ຈົນວ່າສາມາດໄປນັ່ງລົງໃນບ່ອນ ຊຶ່ງເຮົາໄດ້ຕຽມໄວ້ໃນຜາສາດຂອງພຣະບິດາຂອງເຮົາ. ແລະ ບັດນີ້ຂ້າພະເຈົ້າ … ຂໍກ່າວຄຳອຳລາຄົນຕ່າງຊາດ, ແທ້ຈິງແລ້ວ, ແລະ ທັງພີ່ນ້ອງຂອງຂ້າພະເຈົ້າຜູ້ທີ່ຂ້າພະເຈົ້າຮັກແພງນຳອີກ, ຈົນກວ່າພວກເຮົາຈະພົບກັນອີກຕໍ່ໜ້າ ບັນລັງພິພາກສາຂອງພຣະຄຣິດ, ຊຶ່ງເປັນບ່ອນທີ່ຄົນທັງໝົດຈະຮູ້ຈັກວ່າ ອາພອນຂອງຂ້າພະເຈົ້າບໍ່ມີຈຸດດ່າງດຳດ້ວຍເລືອດຂອງທ່ານ. ບັດນີ້ ຜູ້ເປັນພະຍານໄດ້ສິ້ນຊີວິດໄປແລ້ວ, ແລະ ປະຈັກພະຍານຂອງພວກເພິ່ນຍັງມີພະລັງຢູ່.
6 ໄຮຣຳ ສະມິດ ມີອາຍຸໄດ້ສີ່ສິບສີ່ປີໃນເດືອນກຸມພາ, 1844, ແລະ ໂຈເຊັບ ສະມິດ ມີອາຍຸໄດ້ສາມສິບແປດປີໃນເດືອນທັນວາ, 1843; ແລະ ນັບແຕ່ນີ້ຕໍ່ໄປຊື່ຂອງພວກເພິ່ນຈະຖືກຈັດໄວ້ ໃນບັນດາຜູ້ທີ່ຖືກຂ້າຍ້ອນຄວາມເຊື່ອສາດສະໜາ; ແລະ ຜູ້ອ່ານໃນທຸກປະຊາຊາດຈະໄດ້ຖືກເຕືອນຄວາມຈຳວ່າ ພຣະຄຳພີມໍມອນ, ແລະ ໜັງສືຄຳສອນ ແລະ ພັນທະສັນຍາເຫລັ້ມນີ້ຂອງສາດສະໜາຈັກ, ຕ້ອງແລກດ້ວຍເລືອດອັນປະເສີດຂອງສັດຕະວັດທີສິບເກົ້າ ເພື່ອນຳໜັງສືເຫລົ່ານີ້ອອກມາສຳລັບຄວາມລອດຂອງໂລກທີ່ເສື່ອມໂຊມນີ້. ແລະວ່າຖ້າຫາກໄຟສາມາດເຜົາຜານ ຕົ້ນໄມ້ສົດຕົ້ນໜຶ່ງເພື່ອລັດສະໝີພາບຂອງພຣະເຈົ້າ, ແລ້ວມັນຈະສາມາດເຜົາໄໝ້ຕົ້ນໄມ້ແຫ້ງໄດ້ງ່າຍຂະໜາດໃດ ເພື່ອເຮັດໃຫ້ສວນອະງຸ່ນທີ່ເສື່ອມໂຊມລົງບໍລິສຸດ. ພວກເພິ່ນໄດ້ດຳເນີນຊີວິດເພື່ອລັດສະໝີພາບ; ພວກເພິ່ນໄດ້ຕາຍເພື່ອລັດສະໝີພາບ; ແລະ ລັດສະໝີພາບເປັນລາງວັນນິລັນດອນຂອງພວກເພິ່ນ. ຈາກຍຸກສະໄໝສູ່ຍຸກສະໄໝຊື່ຂອງພວກເພິ່ນຈະລົງໄປເຖິງລູກຫລານດັ່ງເພັດພອຍທີ່ໄດ້ຮັບການຊຳລະໃຫ້ບໍລິສຸດແລ້ວ.
7 ພວກເພິ່ນເປັນຜູ້ບໍລິສຸດຈາກອາຊະຍາກຳໃດໆທັງສິ້ນ, ດັ່ງທີ່ພວກເພິ່ນໄດ້ຮັບການພິສູດມາກ່ອນ, ແລະ ໄດ້ຖືກຄຸມຂັງໃນຄຸກໂດຍການຄົບຄິດຂອງຄົນທໍລະຍົດ ແລະ ຄົນຊົ່ວ; ແລະ ເລືອດບໍລິສຸດຂອງພວກເພິ່ນຢູ່ເທິງພື້ນຄຸກຄາດເທດໄດ້ເປັນຕາປະທັບອັນໃຫຍ່ທີ່ຜະນຶກ “ຄວາມເຊື່ອຂອງຊາວມໍມອນ” ທີ່ບໍ່ສາມາດປະຕິເສດໄດ້ໂດຍສານໃດໆຢູ່ໃນໂລກນີ້, ແລະ ເລືອດບໍລິສຸດຂອງພວກເພິ່ນນັ້ນ ລັດອິລິນອຍ ຕ້ອງຮັບຜິດຊອບ, ດ້ວຍການໝົດສັດທາຂອງລັດຊຶ່ງປະຕິຍານໂດຍເຈົ້າລັດ, ເປັນພະຍານເຖິງຄວາມຈິງຂອງພຣະກິດຕິຄຸນອັນເປັນນິດທີ່ຊາວໂລກທັງປວງບໍ່ສາມາດໂຕ້ແຍ້ງ; ແລະ ເລືອດບໍລິສຸດຂອງພວກເພິ່ນຢູ່ເທິງປ້າຍແຫ່ງເສລີພາບ, ແລະ ຢູ່ເທິງກົດອັນໃຫຍ່ຂອງສະຫະລັດອາເມຣິກາ, ເປັນອັກຄະທູດໃຫ້ສາດສະໜາຂອງພຣະເຢຊູຄຣິດ, ທີ່ຈະສຳຜັດໃຈຂອງຄົນທີ່ຊື່ສັດໃນບັນດາປະຊາຊາດທັງປວງ; ແລະ ເລືອດບໍລິສຸດຂອງພວກເພິ່ນ, ພ້ອມດ້ວຍເລືອດບໍລິສຸດຂອງຜູ້ຕາຍຍ້ອນຄວາມເຊື່ອທັງປວງພາຍໃຕ້ ແທ່ນທີ່ໂຢຮັນໄດ້ເຫັນ, ຈະຮ້ອງທູນຈອມໂຍທາ ຈົນກວ່າພຣະອົງຈະແກ້ແຄ້ນໃຫ້ເລືອດນັ້ນເທິງແຜ່ນດິນໂລກ. ອາແມນ.