ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18


ພາກ​ທີ 18

ການ​ເປີດ​ເຜີຍ​ຕໍ່​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ, ອໍ​ລີ​ເວີ ຄາວ​ເດີ​ຣີ, ແລະ ເດ​ວິດ ວິດ​ເມີ, ມອບ​ໃຫ້​ທີ່ ເມືອງ​ເຟ​ແອດ, ລັດ​ນິວ​ຢອກ, ເດືອນ​ມິ​ຖຸ​ນາ 1829. ອີງ​ຕາມ​ສາດ​ສະ​ດາ, ການ​ເປີດ​ເຜີຍ​ນີ້ ໄດ້​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ “ການ​ເອີ້ນ​ຂອງ​ອັກ​ຄະ​ສາ​ວົກ​ສິບ​ສອງ ໃນ​ຍຸກ​ສຸດ​ທ້າຍ, ແລະ ເປັນ​ຄຳ​ແນະ​ນຳ​ເລື່ອງ​ການ​ສ້າງ​ສາ​ສາດ​ສະ​ໜາ​ຈັກ​ຂຶ້ນ​ນຳ​ອີກ.”

1–5, ຂໍ້​ພຣະ​ຄຳ​ພີ​ສະ​ແດງ​ໃຫ້​ເຫັນ​ວິ​ທີ​ທີ່​ຈະ​ສ້າງ​ສາດ​ສະ​ໜາ​ຈັກ​ຂຶ້ນ; 6–8, ໂລກ​ພວມ​ສຸກ​ງອມ​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ; 9–16, ຄຸນ​ຄ່າ​ຂອງ​ຈິດ​ວິນ​ຍານ​ແມ່ນ​ຍິ່ງ​ໃຫຍ່; 17–25, ເພື່ອ​ຈະ​ໄດ້​ຮັບ​ຄວາມ​ລອດ, ມະ​ນຸດ​ຕ້ອງ​ຮັບ​ພຣະ​ນາມ​ຂອງ​ພຣະ​ຄຣິດ​ໄວ້​ກັບ​ຕົນ; 26–36, ການ​ເອີ້ນ ແລະ ພາ​ລະ​ກິດ​ຂອງ​ອັກ​ຄະ​ສາ​ວົກ​ສິບ​ສອງ ຖືກ​ເປີດ​ເຜີຍ; 37–39, ອໍ​ລີ​ເວີ ຄາວ​ເດີ​ຣີ ແລະ ເດ​ວິດ ວິດ​ເມີ ຕ້ອງ​ຊອກ​ຫາ​ອັກ​ຄະ​ສາ​ວົກ​ສິບ​ສອງ; 40–47, ເພື່ອ​ຈະ​ໄດ້​ຮັບ​ຄວາມ​ລອດ, ມະ​ນຸດ​ຕ້ອງ​ກັບ​ໃຈ, ຮັບ​ບັບ​ຕິ​ສະ​ມາ, ແລະ ຮັກ​ສາ​ພຣະ​ບັນ​ຍັດ.

1 ບັດ​ນີ້, ຈົ່ງ​ເບິ່ງ, ເນື່ອງ​ຈາກ​ສິ່ງ​ຊຶ່ງ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ອໍ​ລີ​ເວີ ຄາວ​ເດີ​ຣີ, ມີ​ຄວາມ​ປາດ​ຖະ​ໜາ​ຢາກ​ຈະ​ຮູ້​ຈາກ​ເຮົາ, ເຮົາ​ຈຶ່ງ​ຈະ​ມອບ​ຖ້ອຍ​ຄຳ​ເຫລົ່າ​ນີ້​ໃຫ້​ແກ່​ເຈົ້າ​ວ່າ:

2 ຈົ່ງ​ເບິ່ງ, ເຮົາ​ໄດ້​ສະ​ແດງ​ໃຫ້​ປະ​ຈັກ​ແກ່​ເຈົ້າ, ໂດຍ​ພຣະ​ວິນ​ຍານ​ຂອງ​ເຮົາ​ໃນ​ຫລາຍ​ຄັ້ງ, ວ່າ​ເລື່ອງ​ທີ່​ເຈົ້າ​ໄດ້​ຂຽນ​ໄວ້​ເປັນ ຄວາມ​ຈິງ; ດັ່ງ​ນັ້ນ​ເຈົ້າ​ຈຶ່ງ​ຮູ້​ວ່າ ມັນ​ເປັນ​ຄວາມ​ຈິງ.

3 ແລະ ຖ້າ​ຫາກ​ເຈົ້າ​ຮູ້​ວ່າ​ມັນ​ເປັນ​ຄວາມ​ຈິງ, ຈົ່ງ​ເບິ່ງ, ເຮົາ​ມອບ​ຄຳ​ບັນ​ຊາ​ຂໍ້​ໜຶ່ງ​ໃຫ້​ແກ່​ເຈົ້າ, ວ່າ​ເຈົ້າ ຈະ​ໄວ້​ວາງ​ໃຈ​ເລື່ອງ​ທີ່​ຖືກ ຂຽນ​ໄວ້;

4 ເພາະ​ໃນ​ນັ້ນ ທຸກ​ເລື່ອງ​ທີ່​ຂຽນ​ໄວ້​ແມ່ນ​ກ່ຽວ​ກັບ​ຮາກ​ຖານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ແລະ ດານ​ຫີນ​ຂອງ​ເຮົາ.

5 ດັ່ງ​ນັ້ນ, ຖ້າ​ຫາກ​ເຈົ້າ​ຈະ​ສ້າງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຂຶ້ນ, ໄວ້​ເທິງ​ຮາກ​ຖານ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ແລະ ດານ​ຫີນ​ຂອງ​ເຮົາ, ປະ​ຕູ​ນະ​ລົກ​ຈະ​ເອົາ​ຊະ​ນະ​ເຈົ້າ​ບໍ່​ໄດ້.

6 ຈົ່ງ​ເບິ່ງ, ໂລກ​ພວມ​ສຸກ​ງອມ​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ; ແລະ ຈຶ່ງ​ຈຳ​ເປັນ​ທີ່​ຈະ​ປຸກ​ໃຫ້​ລູກ​ຫລານ​ມະ​ນຸດ​ຕື່ນ​ຂຶ້ນ​ມາ​ສູ່​ການ​ກັບ​ໃຈ, ທັງ ຄົນ​ຕ່າງ​ຊາດ ແລະ ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ.

7 ດັ່ງ​ນັ້ນ, ໂດຍ​ທີ່​ເຈົ້າ​ໄດ້​ຮັບ ບັບ​ຕິ​ສະ​ມາ​ໂດຍ​ມື​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ຕາມ​ທີ່​ເຮົາ​ໄດ້​ບັນ​ຊາ​ລາວ, ລາວ​ຈຶ່ງ​ໄດ້​ສຳ​ເລັດ​ສິ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ລາວ.

8 ແລະ ບັດ​ນີ້, ຢ່າ​ປະ​ຫລາດ​ໃຈ​ເລີຍ​ທີ່​ເຮົາ​ໄດ້​ເອີ້ນ​ລາວ​ໃຫ້​ມາ​ສູ່​ຈຸດ​ປະ​ສົງ​ຂອງ​ເຮົາ​ເອງ, ຊຶ່ງ​ຈຸດ​ປະ​ສົງ​ນັ້ນ​ແມ່ນ​ເປັນ​ທີ່​ຮູ້​ຈັກ​ໃນ​ເຮົາ; ດັ່ງ​ນັ້ນ, ຖ້າ​ຫາກ​ລາວ​ຈະ ພາກ​ພຽນ​ໃນ ການ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ແລ້ວ​ລາວ​ຈະ​ໄດ້​ຮັບ ພອນ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ; ແລະ ຊື່​ຂອງ​ລາວ​ຄື ໂຈ​ເຊັບ.

9 ແລະ ບັດ​ນີ້, ອໍ​ລີ​ເວີ ຄາວ​ເດີ​ຣີ, ເຮົາ​ກ່າວ​ກັບ​ເຈົ້າ, ແລະ ກັບ​ເດ​ວິດ ວິດ​ເມີ ອີກ, ໂດຍ​ທາງ​ບັນ​ຍັດ; ເພາະ, ຈົ່ງ​ເບິ່ງ, ເຮົາ​ບັນ​ຊາ​ມະ​ນຸດ​ທັງ​ປວງ​ໃນ​ທຸກ​ບ່ອນ​ໃຫ້​ກັບ​ໃຈ, ແລະ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ແມ່ນ​ແຕ່​ເຊັ່ນ​ດຽວ​ກັບ​ໂປ​ໂລ ອັກ​ຄະ​ສາ​ວົກ​ຂອງ​ເຮົາ, ເພາະ​ພວກ​ເຈົ້າ​ໄດ້​ຖືກ​ເອີ້ນ ແມ່ນ​ແຕ່​ດ້ວຍ​ການ​ເອີ້ນ​ອັນ​ດຽວ​ກັນ​ກັບ​ທີ່​ລາວ​ໄດ້​ຖືກ​ເອີ້ນ.

10 ຈົ່ງ​ຈື່​ຈຳ​ໄວ້​ວ່າ ຄຸນ​ຄ່າ​ຂອງ ຈິດ​ວິນ​ຍານ​ແມ່ນ​ຍິ່ງ​ໃຫຍ່​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ;

11 ເພາະ, ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ໄຖ່​ຂອງ​ເຈົ້າ​ໄດ້​ຮັບ ຄວາມ​ຕາຍ​ໃນ​ເນື້ອ​ໜັງ; ດັ່ງ​ນັ້ນ ພຣະ​ອົງ​ຈຶ່ງ​ໄດ້ ຮັບ​ເອົາ ຄວາມ​ເຈັບ​ປວດ​ຂອງ​ມະ​ນຸດ​ທັງ​ປວງ, ເພື່ອ​ວ່າ​ມະ​ນຸດ​ທັງ​ປວງ​ຈະ​ໄດ້​ກັບ​ໃຈ ແລະ ມາ​ຫາ​ພຣະ​ອົງ.

12 ແລະ ພຣະ​ອົງ​ໄດ້ ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ​ອີກ, ເພື່ອ​ວ່າ​ພຣະ​ອົງ​ຈະ​ໄດ້​ນຳ​ມະ​ນຸດ​ທັງ​ປວງ​ມາ​ຫາ​ພຣະ​ອົງ, ໂດຍ​ເງື່ອນ​ໄຂ​ແຫ່ງ ການ​ກັບ​ໃຈ.

13 ແລະ ຄວາມ​ຊື່ນ​ຊົມ​ຂອງ​ພຣະ​ອົງ​ນັ້ນ​ຈະ​ຍິ່ງ​ໃຫຍ່​ພຽງ​ໃດ​ນຳ​ຈິດ​ວິນ​ຍານ​ທີ່​ກັບ​ໃຈ!

14 ດັ່ງ​ນັ້ນ, ພວກ​ເຈົ້າ​ຈຶ່ງ​ຖືກ ເອີ້ນ​ໃຫ້​ປ່າວ​ປະ​ກາດ​ການ​ກັບ​ໃຈ​ແກ່​ຜູ້​ຄົນ​ພວກ​ນີ້.

15 ແລະ ຖ້າ​ຫາກ​ພວກ​ເຈົ້າ​ຕ້ອງ​ອອກ​ແຮງ​ຕະ​ຫລອດ​ວັນ​ເວ​ລາ​ຂອງ​ພວກ​ເຈົ້າ ໃນ​ການ​ປ່າວ​ປະ​ກາດ​ການ​ກັບ​ໃຈ​ແກ່​ຜູ້​ຄົນ​ພວກ​ນີ້, ແລະ ນຳ​ຈິດ​ວິນ​ຍານ​ດວງ​ໜຶ່ງ​ມາ​ຫາ​ເຮົາ, ຄວາມ​ຊື່ນ​ຊົມ​ຂອງ​ພວກ​ເຈົ້າ​ຈະ​ຍິ່ງ​ໃຫຍ່​ພຽງ​ໃດ​ນຳ​ເຂົາ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ!

16 ແລະ ບັດ​ນີ້, ຖ້າ​ຫາກ​ພວກ​ເຈົ້າ​ຈະ​ມີ​ຄວາມ​ຊື່ນ​ຊົມ​ຫລາຍ​ພຽງ​ນັ້ນ​ນຳ​ຈິດ​ວິນ​ຍານ​ດວງ​ໜຶ່ງ​ທີ່​ພວກ​ເຈົ້າ​ໄດ້​ນຳ​ມາ​ຫາ​ເຮົາ ໃນ ອາ​ນາ​ຈັກ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ, ແລ້ວ​ພວກ​ເຈົ້າ​ຈະ​ມີ ຄວາມ​ຊື່ນ​ຊົມ​ຫລາຍ​ພຽງ​ໃດ​ຖ້າ​ຫາກ​ພວກ​ເຈົ້າ​ໄດ້ ນຳ​ຈິດ​ວິນ​ຍານ​ຫລາຍ​ດວງ​ມາ​ຫາ​ເຮົາ!

17 ຈົ່ງ​ເບິ່ງ, ພວກ​ເຈົ້າ​ມີ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ຢູ່​ຕໍ່​ໜ້າ​ພວກ​ເຈົ້າ, ແລະ ດານ​ຫີນ​ຂອງ​ເຮົາ, ແລະ ຄວາມ​ລອດ​ຂອງ​ເຮົາ.

18 ຈົ່ງ ທູນ​ຂໍ​ພຣະ​ບິ​ດາ​ໃນ ນາມ​ຂອງ​ເຮົາ, ໃນ​ສັດ​ທາ​ໂດຍ​ເຊື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ຮັບ, ແລະ ພວກ​ເຈົ້າ​ຈະ​ມີ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ຖິດ​ຢູ່​ນຳ, ຊຶ່ງ​ສະ​ແດງ​ທຸກ​ສິ່ງ​ທີ່ ສົມ​ຄວນ​ໃຫ້​ປະ​ຈັກ​ແກ່​ລູກ​ຫລານ​ມະ​ນຸດ.

19 ແລະ ຖ້າ​ຫາກ​ພວກ​ເຈົ້າ​ບໍ່​ມີ ສັດ​ທາ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ, ພວກ​ເຈົ້າ​ຈະ​ເຮັດ​ຫຍັງ​ບໍ່​ໄດ້​ເລີຍ.

20 ຢ່າ ຂັດ​ແຍ້ງ​ກັບ​ສາດ​ສະ​ໜາ​ຈັກ​ໃດ​ເລີຍ, ນອກ​ຈາກ ສາດ​ສະ​ໜາ​ຈັກ​ຂອງ​ມານ​ເທົ່າ​ນັ້ນ.

21 ຈົ່ງ​ຮັບ​ເອົາ ພຣະ​ນາມ​ຂອງ​ພຣະ​ຄຣິດ​ໄວ້​ກັບ​ພວກ​ເຈົ້າ, ແລະ ກ່າວ​ຄວາມ​ຈິງ​ໃນ ຄວາມ​ມີ​ສະ​ຕິ​ສຳ​ປະ​ສັນ​ຍະ.

22 ແລະ ເມື່ອ​ຫລາຍ​ຕໍ່​ຫລາຍ​ຄົນ​ໄດ້​ກັບ​ໃຈ ແລະ ຮັບ ບັບ​ຕິ​ສະ​ມາ​ໃນ​ນາມ​ຂອງ​ເຮົາ, ຊຶ່ງ​ຄື ພຣະ​ເຢ​ຊູ​ຄຣິດ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ເຂົາ​ເຫລົ່າ​ນັ້ນ​ຈະ​ລອດ.

23 ຈົ່ງ​ເບິ່ງ, ພຣະ​ເຢ​ຊູ​ຄຣິດ​ຄື ພຣະ​ນາມ​ຊຶ່ງ​ພຣະ​ບິ​ດາ​ປະ​ທານ​ໃຫ້, ແລະ ບໍ່​ມີ​ພຣະ​ນາມ​ອື່ນ​ອີກ​ທີ່​ປະ​ທານ​ໃຫ້ ຊຶ່ງ​ໂດຍ​ພຣະ​ນາມ​ນັ້ນ​ມະ​ນຸດ​ຈະ​ລອດ​ໄດ້;

24 ດັ່ງ​ນັ້ນ, ມະ​ນຸດ​ທັງ​ປວງ​ຈະ​ຕ້ອງ​ຮັບ​ພຣະ​ນາມ​ໄວ້​ກັບ​ຕົນ ຊຶ່ງ​ພຣະ​ບິ​ດາ​ປະ​ທານ​ໃຫ້, ເພາະ​ໃນ​ວັນ​ສຸດ​ທ້າຍ​ເຂົາ​ຈະ​ຖືກ​ເອີ້ນ​ຕາມ​ພຣະ​ນາມ​ນັ້ນ;

25 ດັ່ງ​ນັ້ນ, ຖ້າ​ຫາກ​ເຂົາ​ບໍ່​ຮູ້ ພຣະ​ນາມ ຊຶ່ງ​ໂດຍ​ພຣະ​ນາມ​ນັ້ນ ເຂົາ​ຖືກ​ເອີ້ນ​ຕາມ, ເຂົາ​ຈະ​ບໍ່​ມີ​ບ່ອນ​ຢູ່​ໃນ ອາ​ນາ​ຈັກ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ.

26 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ມີ​ຄົນ​ອື່ນ​ອີກ​ທີ່​ຖືກ​ເອີ້ນ​ໃຫ້​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ທັງ​ໃຫ້​ແກ່ ຄົນ​ຕ່າງ​ຊາດ ແລະ ຊາວ​ຢິວ;

27 ແທ້​ຈິງ​ແລ້ວ, ແມ່ນ​ແຕ່ ສິບ​ສອງ​ຄົນ; ແລະ ອັກ​ຄະ​ສາ​ວົກ​ສິບ​ສອງ​ຈະ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ, ແລະ ພວກ​ເຂົາ​ຈະ​ຮັບ​ເອົາ​ນາມ​ຂອງ​ເຮົາ​ໄວ້; ແລະ ອັກ​ຄະ​ສາ​ວົກ​ສິບ​ສອງ​ຄື​ຜູ້​ທີ່​ຈະ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ເອົາ ນາມ​ຂອງ​ເຮົາ​ດ້ວຍ​ຄວາມ​ມຸ້ງ​ໝາຍ​ເຕັມ​ທີ່​ແຫ່ງ​ໃຈ.

28 ແລະ ຖ້າ​ຫາກ​ພວກ​ເຂົາ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຮັບ​ເອົາ​ນາມ​ຂອງ​ເຮົາ​ດ້ວຍ​ຄວາມ​ມຸ້ງ​ໝາຍ​ເຕັມ​ທີ່​ແຫ່ງ​ໃຈ, ແລ້ວ​ພວກ​ເຂົາ​ຈະ​ຖືກ​ເອີ້ນ​ໃຫ້​ໄປ​ທົ່ວ ໂລກ​ເພື່ອ​ສັ່ງ​ສອນ ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ແກ່ ມະ​ນຸດ​ສະ​ໂລກ​ທັງ​ໝົດ.

29 ແລະ ພວກ​ເຂົາ​ເປັນ​ຜູ້​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ເຮົາ ເພື່ອ​ໃຫ້ ບັບ​ຕິ​ສະ​ມາ​ໃນ​ນາມ​ຂອງ​ເຮົາ, ຕາມ​ສິ່ງ​ຊຶ່ງ​ຖືກ​ຂຽນ​ໄວ້;

30 ແລະ ພວກ​ເຈົ້າ​ມີ​ສິ່ງ​ຊຶ່ງ​ຖືກ​ຂຽນ​ໄວ້​ຢູ່​ຕໍ່​ໜ້າ​ພວກ​ເຈົ້າ; ດັ່ງ​ນັ້ນ, ພວກ​ເຈົ້າ​ຕ້ອງ​ປະ​ຕິ​ບັດ​ຕາມ​ຖ້ອຍ​ຄຳ​ຊຶ່ງ​ຖືກ​ຂຽນ​ໄວ້.

31 ແລະ ບັດ​ນີ້ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ອັກ​ຄະ​ສາ​ວົກ ສິບ​ສອງ—ຈົ່ງ​ເບິ່ງ, ພຣະ​ຄຸນ​ຂອງ​ເຮົາ​ແມ່ນ​ພຽງ​ພໍ​ສຳ​ລັບ​ພວກ​ເຈົ້າ; ພວກ​ເຈົ້າ​ຕ້ອງ​ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ​ຕໍ່​ໜ້າ​ເຮົາ ແລະ ບໍ່​ເຮັດ​ບາບ.

32 ແລະ, ຈົ່ງ​ເບິ່ງ, ພວກ​ເຈົ້າ​ເປັນ​ຜູ້​ທີ່​ໄດ້​ຮັບ ການ​ແຕ່ງ​ຕັ້ງ​ຈາກ​ເຮົາ ເພື່ອ​ແຕ່ງ​ຕັ້ງ​ປະ​ໂລ​ຫິດ ແລະ ຄູ​ສອນ; ເພື່ອ​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ຕາມ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຊຶ່ງ​ຢູ່​ໃນ​ພວກ​ເຈົ້າ, ແລະ ຕາມ ການ​ເອີ້ນ ແລະ ຂອງ​ປະ​ທານ​ຂອງ​ພຣະ​ເຈົ້າ​ໃຫ້​ແກ່​ມະ​ນຸດ;

33 ແລະ ເຮົາ​ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ, ໄດ້​ກ່າວ​ມັນ​ໄວ້​ດັ່ງ​ນີ້.

34 ຖ້ອຍ​ຄຳ​ເຫລົ່າ​ນີ້​ບໍ່​ໄດ້​ເປັນ​ຂອງ​ມະ​ນຸດ ຫລື ຂອງ​ຄົນ​ໃດ, ແຕ່​ເປັນ​ຂອງ​ເຮົາ; ດັ່ງ​ນັ້ນ, ເຈົ້າ​ຈົ່ງ​ເປັນ​ພະ​ຍານ​ວ່າ ມັນ​ເປັນ​ຂອງ​ເຮົາ ແລະ ບໍ່​ແມ່ນ​ເປັນ​ຂອງ​ຄົນ​ໃດ;

35 ເພາະ​ແມ່ນ ສຽງ​ຂອງ​ເຮົາ ຊຶ່ງ​ກ່າວ​ກັບ​ພວກ​ເຈົ້າ; ເພາະ​ມັນ​ຖືກ​ມອບ​ໃຫ້​ແກ່​ພວກ​ເຈົ້າ​ໂດຍ​ວິນ​ຍານ​ຂອງ​ເຮົາ, ແລະ ໂດຍ​ອຳ​ນາດ​ຂອງ​ເຮົາ ພວກ​ເຈົ້າ​ສາ​ມາດ​ອ່ານ​ມັນ​ໃຫ້​ກັນ​ຟັງ​ໄດ້; ແລະ ຍົກ​ເວັ້ນ​ແຕ່​ເປັນ​ໂດຍ​ອຳ​ນາດ​ຂອງ​ເຮົາ​ເທົ່າ​ນັ້ນ ພວກ​ເຈົ້າ​ຈຶ່ງ​ບໍ່​ສາ​ມາດ​ມີ​ມັນ​ໄດ້;

36 ດັ່ງ​ນັ້ນ, ພວກ​ເຈົ້າ​ສາ​ມາດ ເປັນ​ພະ​ຍານ​ໄດ້​ວ່າ ພວກ​ເຈົ້າ​ໄດ້​ຍິນ​ສຽງ​ຂອງ​ເຮົາ, ແລະ ຮູ້​ຖ້ອຍ​ຄຳ​ຂອງ​ເຮົາ.

37 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ເຮົາ​ມອບ​ໃຫ້​ແກ່​ພວກ​ເຈົ້າ, ອໍ​ລີ​ເວີ ຄາວ​ເດີ​ຣີ, ແລະ ເດ​ວິດ ວິດ​ເມີ ນຳ​ອີກ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ຊອກ​ຫາ​ອັກ​ຄະ​ສາ​ວົກ​ສິບ​ສອງ, ຜູ້​ຈະ​ມີ​ຄວາມ​ປາດ​ຖະ​ໜາ​ສິ່ງ​ຊຶ່ງ​ເຮົາ​ໄດ້​ກ່າວ​ມາ​ນັ້ນ;

38 ແລະ ໂດຍ​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຂົາ ແລະ ວຽກ​ງານ​ຂອງ​ພວກ​ເຂົາ ພວກ​ເຈົ້າ​ຈະ​ຮູ້​ພວກ​ເຂົາ.

39 ແລະ ເມື່ອ​ພວກ​ເຈົ້າ​ພົບ​ເຫັນ​ພວກ​ເຂົາ​ແລ້ວ ພວກ​ເຈົ້າ​ຈະ​ສະ​ແດງ​ສິ່ງ​ເຫລົ່າ​ນີ້​ໃຫ້​ພວກ​ເຂົາ​ເຫັນ.

40 ແລະ ພວກ​ເຈົ້າ​ຈະ​ກົ້ມ​ຂາບ​ລົງ ແລະ ນະ​ມັດ​ສະ​ການ​ພຣະ​ບິ​ດາ​ໃນ​ນາມ​ຂອງ​ເຮົາ.

41 ແລະ ພວກ​ເຈົ້າ​ຕ້ອງ​ສັ່ງ​ສອນ​ໂລກ, ໂດຍ​ກ່າວ​ວ່າ: ທ່ານ​ຕ້ອງ​ກັບ​ໃຈ ແລະ ຮັບ​ບັບ​ຕິ​ສະ​ມາ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ;

42 ເພາະ​ມະ​ນຸດ​ທັງ​ປວງ​ຈະ​ຕ້ອງ​ກັບ​ໃຈ ແລະ ຮັບ​ບັບ​ຕິ​ສະ​ມາ, ແລະ ບໍ່​ພຽງ​ແຕ່​ຜູ້​ຊາຍ​ເທົ່າ​ນັ້ນ, ແຕ່​ຜູ້​ຍິງ, ແລະ ເດັກ​ນ້ອຍ​ນຳ​ອີກ ຜູ້​ຈະ​ເຖິງ​ອາ​ຍຸ​ທີ່ ຮູ້​ຈັກ​ຮັບ​ຜິດ​ຊອບ​ໄດ້.

43 ແລະ ບັດ​ນີ້, ຫລັງ​ຈາກ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ສິ່ງ​ນີ້​ແລ້ວ, ພວກ​ເຈົ້າ​ຈະ​ຕ້ອງ​ຮັກ​ສາ ບັນ​ຍັດ​ຂອງ​ເຮົາ​ໃນ​ທຸກ​ສິ່ງ;

44 ແລະ ຜ່ານ​ພວກ​ເຈົ້າ ເຮົາ​ຈະ​ກະ​ທຳ ວຽກ​ງານ​ອັນ​ໜ້າ​ອັດ​ສະ​ຈັນ​ໃຈ​ໃນ​ທ່າມ​ກາງ​ລູກ​ຫລານ​ມະ​ນຸດ, ຈົນ​ເຮັດ​ໃຫ້​ຫລາຍ​ຄົນ ສຳ​ນຶກ​ເຖິງ​ບາບ​ຂອງ​ພວກ​ເຂົາ, ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ມາ​ສູ່​ການ​ກັບ​ໃຈ, ແລະ ເພື່ອ​ວ່າ ພວກ​ເຂົາ​ຈະ​ມາ​ຫາ​ອາ​ນາ​ຈັກ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ.

45 ດັ່ງ​ນັ້ນ, ພອນ​ຊຶ່ງ​ເຮົາ​ມອບ​ໃຫ້​ແກ່​ພວກ​ເຈົ້າ​ແມ່ນ​ຍິ່ງ​ໃຫຍ່ ກວ່າ​ທຸກ​ສິ່ງ​ທັງ​ໝົດ.

46 ແລະ ຫລັງ​ຈາກ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ສິ່ງ​ນີ້, ຖ້າ​ຫາກ​ພວກ​ເຈົ້າ​ບໍ່ ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ພວກ​ເຈົ້າ​ຈະ​ລອດ​ບໍ່​ໄດ້​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ.

47 ຈົ່ງ​ເບິ່ງ, ເຮົາ​ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ, ແລະ ພຣະ​ຜູ້​ໄຖ່​ຂອງ​ພວກ​ເຈົ້າ, ໂດຍ​ອຳ​ນາດ​ຂອງ​ວິນ​ຍານ​ຂອງ​ເຮົາ ໄດ້​ກ່າວ​ມັນ​ໄວ້​ດັ່ງ​ນີ້. ອາ​ແມນ.

ພິມ