ພາກທີ 19
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ, ທີ່ເມືອງແມນເຈດສະເຕີ, ລັດນິວຢອກ, ອາດເປັນໃນລະດູແລ້ງຂອງປີ 1829. ໃນປະຫວັດຂອງເພິ່ນ, ສາດສະດາສະເໜີມັນວ່າເປັນ “ພຣະບັນຍັດຈາກພຣະເຈົ້າ ແລະ ບໍ່ແມ່ນຈາກມະນຸດ, ແກ່ມາຕິນ ແຮຣິສ, ມອບໃຫ້ໂດຍພຣະອົງຜູ້ຊົງນິລັນດອນ.”
1–3, ພຣະຄຣິດມີອຳນາດທັງໝົດ; 4–5, ມະນຸດທັງປວງຈະຕ້ອງກັບໃຈ ຖ້າບໍ່ດັ່ງນັ້ນຈະຕ້ອງທຸກທໍລະມານ; 6–12, ການລົງໂທດນິລັນດອນຄືການລົງໂທດຂອງພຣະເຈົ້າ; 13–20, ພຣະຄຣິດໄດ້ທົນທຸກທໍລະມານເພື່ອທຸກຄົນ, ເພື່ອວ່າພວກເຂົາຈະບໍ່ໄດ້ທົນທຸກທໍລະມານຖ້າຫາກພວກເຂົາກັບໃຈ; 21–28, ຈົ່ງສັ່ງສອນພຣະກິດຕິຄຸນແຫ່ງການກັບໃຈ; 29–41, ຈົ່ງປະກາດຂ່າວອັນໜ້າຊື່ນຊົມ.
1 ເຮົາຄື ອາລະຟາ ແລະ ໂອເມຄາ, ພຣະຄຣິດອົງເປັນພຣະຜູ້ເປັນເຈົ້າ; ແທ້ຈິງແລ້ວ, ເຮົານີ້ແຫລະຄືຜູ້ນັ້ນ, ເປັນຕົ້ນ ແລະ ທີ່ສຸດ, ເປັນພຣະຜູ້ໄຖ່ຂອງໂລກ.
2 ເຮົາ, ຫລັງຈາກໄດ້ບັນລຸ ແລະ ສຳເລັດຕາມພຣະປະສົງຂອງພຣະອົງຜູ້ຊຶ່ງເຮົາຂຶ້ນຢູ່ກັບ ແມ່ນແຕ່ພຣະບິດາ, ກ່ຽວກັບເຮົາ—ໂດຍທີ່ສຳເລັດສິ່ງນີ້ ເພື່ອວ່າເຮົາຈະໄດ້ ເຮັດໃຫ້ທຸກສິ່ງຂຶ້ນຢູ່ກັບເຮົາ—
3 ໂດຍມີ ອຳນາດທັງໝົດ, ແມ່ນຈົນເຖິງ ການທຳລາຍຊາຕານ ແລະ ວຽກງານຂອງມັນໃນຄາວ ສິ້ນສຸດໂລກ, ແລະ ວັນອັນຍິ່ງໃຫຍ່ແຫ່ງການພິພາກສາ, ຊຶ່ງເຮົາຈະເຮັດໃຫ້ເກີດຂຶ້ນກັບຜູ້ອາໄສຢູ່ໃນນັ້ນ, ໂດຍ ການພິພາກສາມະນຸດທຸກໆຄົນຕາມ ວຽກງານ ແລະ ການກະທຳຂອງເຂົາ ຊຶ່ງເຂົາໄດ້ເຮັດໄປ.
4 ແລະ ແນ່ນອນວ່າມະນຸດທຸກໆຄົນຈະຕ້ອງ ກັບໃຈ ຖ້າບໍ່ດັ່ງນັ້ນຈະ ທຸກທໍລະມານ, ເພາະເຮົາ, ພຣະເຈົ້າ, ບໍ່ມີທີ່ສຸດ.
5 ດັ່ງນັ້ນ, ເຮົາຈະບໍ່ ຍົກເລີກການພິພາກສາ ຊຶ່ງເຮົາຈະເຮັດໃຫ້ເກີດຂຶ້ນ, ແຕ່ວິບັດຈະອອກໄປ, ແທ້ຈິງແລ້ວ, ການຮ້ອງໄຫ້, ການຄວນຄາງ ແລະ ການຂົບແຂ້ວຄ້ຽວຟັນ ຈະເກີດກັບຄົນທີ່ຖືກພົບວ່າຢູ່ທາງເບື້ອງ ຊ້າຍມືຂອງເຮົາ.
6 ເຖິງຢ່າງໃດກໍຕາມ, ບໍ່ມີຂຽນໄວ້ວ່າ ຄວາມທຸກທໍລະມານນີ້ຈະບໍ່ມີທີ່ສຸດຈັກເທື່ອ, ແຕ່ມີຂຽນໄວ້ວ່າ ເປັນຄວາມທໍລະມານທີ່ ບໍ່ມີວັນສິ້ນສຸດ.
7 ອີກເທື່ອໜຶ່ງ, ມີຂຽນໄວ້ວ່າເປັນ ຄວາມອັບປະໂຫຍດນິລັນດອນ; ດັ່ງນັ້ນ ມັນຈຶ່ງແຈ່ມແຈ້ງຫລາຍກວ່າຂໍ້ພຣະຄຳພີອື່ນໆ, ເພື່ອວ່າມັນຈະກະທົບກະເທືອນໃຈຂອງລູກຫລານມະນຸດ, ທັງໝົດນີ້ກໍເພື່ອລັດສະໝີພາບແຫ່ງນາມຂອງເຮົາ.
8 ດັ່ງນັ້ນ, ເຮົາຈະອະທິບາຍຄວາມລຶກລັບນີ້ແກ່ເຈົ້າ, ເພາະມັນສົມຄວນທີ່ເຈົ້າຈະຮູ້ ເຊັ່ນດຽວກັບອັກຄະສາວົກຂອງເຮົາ.
9 ເຮົາກ່າວກັບເຈົ້າທີ່ຖືກເລືອກໃນການນີ້, ແມ່ນແຕ່ກັບວ່າເປັນຄົນໜຶ່ງ, ເພື່ອເຈົ້າຈະໄດ້ເຂົ້າໄປໃນ ທີ່ພັກຂອງເຮົາ.
10 ເພາະ, ຈົ່ງເບິ່ງ, ຄວາມລຶກລັບຂອງຄວາມເປັນເໝືອນພຣະເຈົ້າຊ່າງຍິ່ງໃຫຍ່ພຽງໃດ! ເພາະ, ຈົ່ງເບິ່ງ, ເຮົາບໍ່ມີທີ່ສຸດ, ແລະ ການລົງໂທດ ຊຶ່ງເຮົາມອບໃຫ້ຈາກມືຂອງເຮົາແມ່ນການລົງໂທດທີ່ບໍ່ມີທີ່ສຸດ, ເພາະ ບໍ່ມີທີ່ສຸດຄືນາມຂອງເຮົາ. ດັ່ງນັ້ນ—
11 ການລົງໂທດ ນິລັນດອນຄືການລົງໂທດຂອງພຣະເຈົ້າ.
12 ການລົງໂທດທີ່ບໍ່ມີທີ່ສຸດຄືການລົງໂທດຂອງພຣະເຈົ້າ.
13 ດັ່ງນັ້ນ, ເຮົາຈຶ່ງບັນຊາເຈົ້າໃຫ້ກັບໃຈ, ແລະ ຮັກສາ ບັນຍັດ ຊຶ່ງເຈົ້າໄດ້ຮັບໂດຍມືຂອງຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ໃນນາມຂອງເຮົາ;
14 ແລະ ເປັນໂດຍອຳນາດທີ່ຊົງລິດຍິ່ງໃຫຍ່ຂອງເຮົາທີ່ເຈົ້າໄດ້ຮັບມັນ;
15 ສະນັ້ນ ເຮົາຈຶ່ງບັນຊາເຈົ້າໃຫ້ກັບໃຈ—ກັບໃຈເຖີດ, ຖ້າບໍ່ດັ່ງນັ້ນເຮົາຈະຕີສອນເຈົ້າດ້ວຍແສ້ຈາກປາກຂອງເຮົາ, ແລະ ໂດຍພຣະພິໂລດຂອງເຮົາ, ແລະ ໂດຍຄວາມໂມໂຫຂອງເຮົາ, ແລ້ວ ຄວາມທຸກທໍລະມານຂອງເຈົ້າຈະສາຫັດ—ສາຫັດພຽງໃດເຈົ້າບໍ່ຮູ້, ໃຫຍ່ຫລວງພຽງໃດເຈົ້າບໍ່ຮູ້, ແທ້ຈິງແລ້ວ, ຍາກແສນຈະທົນພຽງໃດເຈົ້າບໍ່ຮູ້.
16 ເພາະຈົ່ງເບິ່ງ, ເຮົາພຣະເຈົ້າ, ໄດ້ທົນ ທຸກທໍລະມານກັບສິ່ງເຫລົ່ານີ້ແທນທຸກຄົນ, ເພື່ອວ່າພວກເຂົາ ຈະບໍ່ໄດ້ທົນທຸກທໍລະມານຖ້າຫາກພວກເຂົາຈະ ກັບໃຈ;
17 ແຕ່ຖ້າຫາກພວກເຂົາບໍ່ກັບໃຈ ພວກເຂົາຈະຕ້ອງທົນ ທຸກທໍລະມານແມ່ນແຕ່ເໝືອນດັ່ງເຮົາ;
18 ຊຶ່ງຄວາມທຸກທໍລະມານເຮັດໃຫ້ຕົວເຮົາເອງ, ແມ່ນແຕ່ພຣະເຈົ້າ, ຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທຸກສິ່ງທັງປວງ, ຕ້ອງສັ່ນເພາະຄວາມເຈັບປວດ, ແລະ ເລືອດໄຫລອອກຈາກທຸກຂຸມຂົນ, ແລະ ທົນທຸກທໍລະມານທັງຮ່າງກາຍ ແລະ ວິນຍານ—ແລະ ປາດຖະໜາທີ່ເຮົາຈະ ບໍ່ຕ້ອງດື່ມຈອກອັນຂົມຂື່ນນັ້ນ, ແລະ ຢຸດສະຫງັກຢູ່—
19 ເຖິງຢ່າງໃດກໍຕາມ, ລັດສະໝີພາບຈົ່ງມີແດ່ພຣະບິດາ, ແລະ ເຮົາໄດ້ຮັບເອົາ ແລະ ໄດ້ ສຳເລັດການຕຽມຂອງເຮົາເພື່ອລູກຫລານມະນຸດ.
20 ດັ່ງນັ້ນ, ເຮົາຈຶ່ງບັນຊາເຈົ້າອີກໃຫ້ກັບໃຈ, ຖ້າບໍ່ດັ່ງນັ້ນເຮົາຈະເຮັດໃຫ້ເຈົ້າຖ່ອມຕົວລົງດ້ວຍອຳນາດທີ່ຊົງລິດຍິ່ງໃຫຍ່ຂອງເຮົາ; ແລະ ວ່າເຈົ້າຈະ ສາລະພາບບາບຂອງເຈົ້າ, ຖ້າບໍ່ດັ່ງນັ້ນເຈົ້າຈະໄດ້ທົນກັບການລົງໂທດເຫລົ່ານີ້ທີ່ເຮົາໄດ້ກ່າວມາ, ຊຶ່ງໃນລະດັບນ້ອຍທີ່ສຸດ, ແທ້ຈິງແລ້ວ, ແມ່ນແຕ່ໃນລະດັບຕ່ຳທີ່ສຸດ ເຈົ້າກໍໄດ້ຊີມມາແລ້ວໃນເວລາທີ່ເຮົາຖອນວິນຍານຂອງເຮົາອອກໄປ.
21 ແລະ ເຮົາບັນຊາເຈົ້າວ່າ ເຈົ້າຈະບໍ່ ສັ່ງສອນສິ່ງໃດນອກຈາກການກັບໃຈ, ແລະ ບໍ່ສະແດງເລື່ອງເຫລົ່ານີ້ໃຫ້ໂລກເຫັນຈົນກວ່າເຮົາເຫັນວ່າມັນເປັນຄວາມສະຫລຽວສະຫລາດ ທີ່ຈະເຮັດ.
22 ເພາະພວກເຂົາຍັງ ກິນຊີ້ນບໍ່ໄດ້ເທື່ອຕອນນີ້, ພຽງແຕ່ກິນ ນົມໄດ້ເທົ່ານັ້ນ; ດັ່ງນັ້ນ, ພວກເຂົາຈຶ່ງບໍ່ຄວນຮູ້ເລື່ອງເຫລົ່ານີ້, ຖ້າບໍ່ດັ່ງນັ້ນພວກເຂົາຈະຖືກທຳລາຍ.
23 ຈົ່ງຮຽນຮູ້ຈາກເຮົາ, ແລະ ຟັງຖ້ອຍຄຳຂອງເຮົາ; ຈົ່ງ ເດີນໄປໃນ ຄວາມອ່ອນໂຍນແຫ່ງພຣະວິນຍານຂອງເຮົາ, ແລະ ເຈົ້າຈະມີ ສັນຕິສຸກໃນເຮົາ.
24 ເຮົາຄື ພຣະເຢຊູຄຣິດ; ເຮົາໄດ້ມາຕາມພຣະປະສົງຂອງພຣະບິດາ, ແລະ ເຮົາເຮັດຕາມພຣະປະສົງຂອງພຣະອົງ.
25 ແລະ ອີກເທື່ອໜຶ່ງ, ເຮົາບັນຊາເຈົ້າວ່າ ເຈົ້າຈະບໍ່ ໂລບເອົາ ເມຍຂອງເພື່ອນບ້ານຂອງເຈົ້າ; ຫລື ສະແຫວງຫາທີ່ຈະເອົາຊີວິດຂອງເພື່ອນບ້ານຂອງເຈົ້າ.
26 ແລະ ອີກເທື່ອໜຶ່ງ, ເຮົາບັນຊາເຈົ້າວ່າ ເຈົ້າຈະບໍ່ໂລບຊັບສົມບັດຂອງເຈົ້າເອງ, ແຕ່ໃຫ້ແບ່ງມັນໄປດ້ວຍຄວາມເຕັມໃຈໃນການພິມພຣະຄຳພີມໍມອນ, ຊຶ່ງບັນຈຸ ຄວາມຈິງ ແລະ ພຣະຄຳຂອງພຣະເຈົ້າ—
27 ຊຶ່ງເປັນຖ້ອຍຄຳຂອງເຮົາເຖິງ ຄົນຕ່າງຊາດ, ເພື່ອບໍ່ດົນມັນຈະໄປເຖິງ ຊາວຢິວ, ຊຶ່ງຊາວເລມັນເປັນ ຜູ້ທີ່ເຫລືອຢູ່ຂອງພວກເຂົາ, ເພື່ອພວກເຂົາຈະເຊື່ອພຣະກິດຕິຄຸນ, ແລະ ບໍ່ເຝົ້າຄອຍຖ້າການສະເດັດມາຂອງ ພຣະເມຊີອາ ຜູ້ຊຶ່ງໄດ້ສະເດັດມາແລ້ວ.
28 ແລະ ອີກເທື່ອໜຶ່ງ, ເຮົາບັນຊາເຈົ້າວ່າ ຈົ່ງ ອະທິຖານ ອອກສຽງ ແລະ ຢູ່ໃນໃຈຂອງເຈົ້ານຳອີກ; ແທ້ຈິງແລ້ວ, ຢູ່ຕໍ່ໜ້າໂລກ ແລະ ໃນບ່ອນລີ້ລັບນຳອີກ, ໃນສາທາລະນະ ແລະ ໃນບ່ອນລັບລີ້ນຳອີກ.
29 ແລະ ເຈົ້າຈົ່ງ ປະກາດຂ່າວອັນໜ້າຊື່ນຊົມ, ແທ້ຈິງແລ້ວ, ເຈົ້າຈົ່ງປະກາດມັນຢູ່ເທິງພູ, ແລະ ຢູ່ສະຖານທີ່ສູງທຸກແຫ່ງຫົນ, ແລະ ໃນບັນດາຜູ້ຄົນທັງປວງ ໃນບ່ອນທີ່ເຈົ້າໄດ້ຮັບອະນຸຍາດໃຫ້ເຮັດ.
30 ແລະ ເຈົ້າຈົ່ງເຮັດສິ່ງນີ້ດ້ວຍຄວາມຖ່ອມຕົວທີ່ສຸດ, ໄວ້ວາງໃຈໃນເຮົາ, ຢ່າໝິ່ນປະໝາດຄົນທີ່ໝິ່ນປະໝາດ.
31 ແລະ ກ່ຽວກັບ ຄຳສອນຕ່າງໆເຈົ້າຢ່າເວົ້າເຖິງ, ແຕ່ເຈົ້າຈົ່ງປະກາດການກັບໃຈ ແລະ ສັດທາໃນພຣະຜູ້ຊ່ວຍໃຫ້ລອດ, ແລະ ການປົດບາບໂດຍການ ບັບຕິສະມາ, ແລະ ໂດຍ ໄຟ, ແທ້ຈິງແລ້ວ, ແມ່ນແຕ່ ພຣະວິນຍານບໍລິສຸດ.
32 ຈົ່ງເບິ່ງ, ນີ້ຄື ບັນຍັດຂໍ້ໃຫຍ່ ແລະ ຂໍ້ສຸດທ້າຍ ຊຶ່ງເຮົາຈະມອບໃຫ້ແກ່ເຈົ້າກ່ຽວກັບເລື່ອງນີ້; ເພາະສິ່ງນີ້ພຽງພໍສຳລັບຊີວິດປະຈຳວັນຂອງເຈົ້າ, ແມ່ນແຕ່ຈົນເຖິງວັນສຸດທ້າຍຂອງຊີວິດເຈົ້າ.
33 ແລະ ເຈົ້າຈະໄດ້ຮັບຄວາມທຸກທໍລະມານຖ້າເຈົ້າບໍ່ເອົາໃຈໃສ່ຕໍ່ ຄຳແນະນຳເຫລົ່ານີ້, ແທ້ຈິງແລ້ວ, ແມ່ນແຕ່ຕົວເຈົ້າເອງ ແລະ ຊັບສິນຈະພິນາດໄປ.
34 ຈົ່ງ ແບ່ງປັນຊັບສິນສ່ວນໜຶ່ງຂອງເຈົ້າ, ແທ້ຈິງແລ້ວ, ແມ່ນແຕ່ທີ່ດິນສ່ວນໜຶ່ງຂອງເຈົ້າ, ແລະ ທຸກສິ່ງຍົກເວັ້ນແຕ່ການລ້ຽງດູຄອບຄົວຂອງເຈົ້າ.
35 ຈົ່ງຊຳລະ ໜີ້ສິນທີ່ເຈົ້າໄດ້ ເຮັດສັນຍາກັບຜູ້ພິມ. ຈົ່ງປົດປ່ອຍຕົວເຈົ້າເອງຈາກຄວາມ ເປັນທາດ.
36 ຈົ່ງ ປະເຮືອນຊານບ້ານຊ່ອງຂອງເຈົ້າໄປ, ຍົກເວັ້ນແຕ່ຕອນເຈົ້າປາດຖະໜາຢາກເຫັນຄອບຄົວຂອງເຈົ້າ;
37 ແລະ ຈົ່ງ ກ່າວກັບທຸກຄົນຢ່າງເປີດເຜີຍ; ແທ້ຈິງແລ້ວ, ໃຫ້ສັ່ງສອນ, ແນະນຳ, ປະກາດ ຄວາມຈິງ, ແມ່ນແຕ່ດ້ວຍສຽງດັງ, ດ້ວຍສຽງຂອງຄວາມປິຕິຍິນດີ, ໂຮ່ຮ້ອງ—ໂຮຊັນນາ, ໂຮຊັນນາ, ຂໍພຣະນາມຂອງອົງພຣະຜູ້ເປັນເຈົ້າ ຈົ່ງພຣະກະເສີມສຳລານເຖີດ!
38 ຈົ່ງ ອະທິຖານສະເໝີ, ແລະ ເຮົາຈະ ຖອກເທພຣະວິນຍານຂອງເຮົາລົງມາເທິງເຈົ້າ, ແລະ ພອນຂອງເຈົ້າຈະຍິ່ງໃຫຍ່—ແທ້ຈິງແລ້ວ, ແມ່ນແຕ່ຫລາຍກວ່າທີ່ເຈົ້າຈະໄດ້ຮັບຊັບສົມບັດຂອງແຜ່ນດິນໂລກ ແລະ ຄວາມເສື່ອມໂຊມທີ່ມີຢູ່ໃນນັ້ນ.
39 ຈົ່ງເບິ່ງ, ເຈົ້າຈະອ່ານເລື່ອງນີ້ປາດສະຈາກຄວາມປິຕິຍິນດີ ແລະ ເຊີດຊູໃຈໄດ້ບໍ?
40 ຫລື ເຈົ້າຈະແລ່ນຕໍ່ໄປເໝືອນດັ່ງຜູ້ນຳທີ່ຕາບອດໄດ້ບໍ?
41 ຫລື ເຈົ້າຈະ ຖ່ອມຕົວ ແລະ ອ່ອນໂຍນ, ແລະ ປະພຶດຕົນຢ່າງສະຫລາດຢູ່ຕໍ່ໜ້າເຮົາໄດ້ບໍ? ແທ້ຈິງແລ້ວ, ຈົ່ງ ມາຫາເຮົາ ພຣະຜູ້ຊ່ວຍໃຫ້ລອດຂອງເຈົ້າເຖີດ. ອາແມນ.