ພາກທີ 29
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ, ຢູ່ຕໍ່ໜ້າແອວເດີຫົກຄົນ, ທີ່ເມືອງເຟແອດ, ລັດນິວຢອກ, ເດືອນກັນຍາ 1830. ການເປີດເຜີຍນີ້ໄດ້ຖືກມອບໃຫ້ບໍ່ດົນກ່ອນກອງປະຊຸມໃຫຍ່, ເລີ່ມຈາກວັນທີ 26 ເດືອນກັນຍາ, 1830.
1–8, ພຣະຄຣິດເຕົ້າໂຮມຜູ້ທີ່ຖືກເລືອກໄວ້ຂອງພຣະອົງ; 9–11, ການສະເດັດມາຂອງພຣະອົງເຮັດໃຫ້ຊ່ວງໄລຍະພັນປີເລີ່ມຕົ້ນ; 12–13, ອັກຄະສາວົກສິບສອງຈະພິພາກສາອິດສະຣາເອນທັງໝົດ; 14–21, ເຄື່ອງໝາຍ, ໂຣກພະຍາດ, ແລະ ຄວາມເປົ່າປ່ຽວ ຈະເກີດຂຶ້ນກ່ອນການສະເດັດມາຄັ້ງທີສອງ; 22–28, ການຟື້ນຄືນຊີວິດ ແລະ ການພິພາກສາຄັ້ງສຸດທ້າຍຫລັງຈາກພັນປີ; 29–35, ທຸກສິ່ງເປັນເລື່ອງທາງວິນຍານຕໍ່ພຣະຜູ້ເປັນເຈົ້າ; 36–39, ມານ ແລະ ບໍລິວານຂອງມັນຖືກຂັບໄລ່ອອກຈາກສະຫວັນ ເພື່ອໃຫ້ມາລໍ້ລວງມະນຸດ; 40–45, ການຕົກ ແລະ ການຊົດໃຊ້ນຳຄວາມລອດມາໃຫ້; 46–50, ເດັກນ້ອຍໆໄດ້ຮັບການໄຖ່ຜ່ານການຊົດໃຊ້.
1 ຈົ່ງຟັງສຸລະສຽງຂອງພຣະເຢຊູຄຣິດ, ພຣະຜູ້ໄຖ່ຂອງພວກເຈົ້າ, ເຮົາເປັນຜູ້ຍິ່ງໃຫຍ່, ຜູ້ທີ່ແຂນແຫ່ງ ຄວາມເມດຕາ ໄດ້ ຊົດໃຊ້ເພື່ອບາບຂອງພວກເຈົ້າ;
2 ຜູ້ທີ່ຈະ ເຕົ້າໂຮມຜູ້ຄົນຂອງພຣະອົງດັ່ງແມ່ໄກ່ເຕົ້າໂຮມລູກຂອງມັນໄວ້ໃຕ້ປີກຂອງມັນ, ແມ່ນແຕ່ຫລາຍຕໍ່ຫລາຍຄົນຈະໄດ້ຍິນສຽງຂອງເຮົາ ແລະ ຖ່ອມຕົວລົງຢູ່ຕໍ່ໜ້າເຮົາ, ແລະ ເອີ້ນຫາເຮົາໃນຄຳອະທິຖານອັນມີພະລັງ.
3 ຈົ່ງເບິ່ງ, ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າ, ວ່າໃນເວລານີ້ບາບຂອງພວກເຈົ້າໄດ້ຖືກ ອະໄພໃຫ້ແລ້ວ, ສະນັ້ນ ພວກເຈົ້າຈຶ່ງຈະໄດ້ຮັບສິ່ງເຫລົ່ານີ້; ແຕ່ຈົ່ງຈື່ຈຳບໍ່ໃຫ້ເຮັດບາບອີກຕໍ່ໄປ, ຖ້າບໍ່ດັ່ງນັ້ນໄພອັນຕະລາຍຈະມາຫາພວກເຈົ້າ.
4 ຕາມຄວາມຈິງ, ເຮົາກ່າວກັບພວກເຈົ້າວ່າ ພວກເຈົ້າໄດ້ຖືກເລືອກອອກຈາກໂລກເພື່ອປະກາດພຣະກິດຕິຄຸນຂອງເຮົາດ້ວຍ ສຽງທີ່ມີຄວາມປິຕິຍິນດີ, ຄືກັບວ່າສຽງແກ.
5 ຈົ່ງລື້ນເລີງ ແລະ ເບີກບານເຖີດ, ເພາະເຮົາຢູ່ໃນ ທ່າມກາງພວກເຈົ້າ, ແລະ ເຮົາເປັນ ຜູ້ວິງວອນແທນພວກເຈົ້ານຳພຣະບິດາ; ແລະ ມັນເປັນເຈດຕະນາດີຂອງພຣະອົງທີ່ຈະມອບ ອານາຈັກໃຫ້ພວກເຈົ້າ.
6 ແລະ, ດັ່ງທີ່ມີຂຽນໄວ້—ສິ່ງໃດກໍຕາມທີ່ພວກເຈົ້າຈະ ທູນຂໍດ້ວຍ ສັດທາ, ໂດຍການ ຮ່ວມກັນໃນຄຳອະທິຖານຕາມຄຳບັນຊາຂອງເຮົາ, ແລ້ວພວກເຈົ້າຈະໄດ້ຮັບ.
7 ແລະ ພວກເຈົ້າໄດ້ຮັບການເອີ້ນເພື່ອເຮັດໃຫ້ ການເຕົ້າໂຮມ ຜູ້ທີ່ຖືກເລືອກໄວ້ຂອງເຮົາເກີດຂຶ້ນ; ເພາະຜູ້ທີ່ຖືກເລືອກໄວ້ຂອງເຮົາ ໄດ້ຍິນສຽງຂອງເຮົາ ແລະ ບໍ່ເຮັດ ໃຈແຂງກະດ້າງ;
8 ດັ່ງນັ້ນ ຈຶ່ງມີຄຳສັ່ງອອກໄປຈາກພຣະບິດາວ່າ ພວກເຂົາຈະຖືກ ເຕົ້າໂຮມໄວ້ຢູ່ບ່ອນໜຶ່ງໃນຜືນແຜ່ນດິນນີ້, ເພື່ອ ຕຽມໃຈຂອງພວກເຂົາ ແລະ ໃຫ້ຕຽມໃນທຸກສິ່ງໄວ້ເພື່ອຮັບວັນທີ່ ຄວາມທຸກຍາກລຳບາກ ແລະ ຄວາມເປົ່າປ່ຽວດຽວດາຍຈະຖືກສົ່ງມາຫາຄົນຊົ່ວ.
9 ເພາະຊົ່ວໂມງໃກ້ຈະມາເຖິງແລ້ວ ແລະ ວັນຈະມາເຖິງໃນບໍ່ຊ້ານີ້ ເມື່ອແຜ່ນດິນໂລກຈະສຸກງອມ; ແລະ ທຸກ ຄົນທີ່ອວດດີ ແລະ ຄົນທີ່ເຮັດຄວາມຊົ່ວຮ້າຍ ຈະເປັນຄືກັນກັບ ເຟືອງເຂົ້າ; ແລະ ເຮົາຈະ ເຜົາມັນ, ຈອມໂຍທາໄດ້ກ່າວ, ເພື່ອວ່າຄວາມຊົ່ວຮ້າຍຈະບໍ່ມີຢູ່ເທິງແຜ່ນດິນໂລກ;
10 ເພາະຊົ່ວໂມງໃກ້ຈະມາເຖິງແລ້ວ, ແລະ ເລື່ອງຊຶ່ງ ກ່າວໄວ້ໂດຍອັກຄະສາວົກຂອງເຮົາຕ້ອງເກີດເປັນຈິງ; ເພາະພວກເຂົາໄດ້ກ່າວໄວ້ຢ່າງໃດ ມັນກໍຈະເກີດຂຶ້ນຢ່າງນັ້ນ;
11 ເພາະເຮົາຈະເປີດເຜີຍຕົວເຮົາຈາກສະຫວັນ ດ້ວຍອຳນາດ ແລະ ລັດສະໝີພາບອັນຍິ່ງໃຫຍ່, ພ້ອມດ້ວຍ ໄພ່ພົນທັງປວງໃນນັ້ນ, ແລະ ດຳລົງຢູ່ໃນ ຄວາມຊອບທຳກັບມະນຸດຢູ່ເທິງແຜ່ນດິນໂລກເປັນເວລາ ພັນປີ, ແລະ ຄົນຊົ່ວຈະບໍ່ຄົງຢູ່.
12 ແລະ ອີກເທື່ອໜຶ່ງ, ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າ, ແລະ ມັນໄດ້ອອກໄປແລ້ວ ໃນຄຳສັ່ງທີ່ຈິງຈັງ, ຕາມພຣະປະສົງຂອງພຣະບິດາ, ວ່າ ອັກຄະສາວົກຂອງເຮົາ, ອັກຄະສາວົກສິບສອງຄົນ ຜູ້ຊຶ່ງໄດ້ຢູ່ນຳເຮົາໃນການປະຕິບັດສາດສະໜາກິດຂອງເຮົາທີ່ເຢຣູຊາເລັມ, ຈະຢືນຢູ່ທາງເບື້ອງຂວາມືຂອງເຮົາໃນວັນທີ່ເຮົາມາໃນ ເລົາໄຟ, ນຸ່ງຫົ່ມດ້ວຍເສື້ອຄຸມແຫ່ງຄວາມຊອບທຳ, ດ້ວຍມົງກຸດຢູ່ເທິງຫົວຂອງເຂົາເຈົ້າ, ໃນ ລັດສະໝີພາບ ແມ່ນແຕ່ເໝືອນດັ່ງທີ່ເຮົາເປັນ, ເພື່ອ ພິພາກສາເຊື້ອສາຍອິດສະຣາເອນທັງໝົດ, ແມ່ນແຕ່ຫລາຍຕໍ່ຫລາຍຄົນທີ່ຮັກເຮົາ ແລະ ຮັກສາບັນຍັດຂອງເຮົາ, ແລະ ບໍ່ມີຄົນອື່ນອີກ.
13 ເພາະ ແກຈະສົ່ງສຽງອັນຍາວນານ ແລະ ດັງກ້ອງ, ແມ່ນແຕ່ເໝືອນດັ່ງກັບຢູ່ເທິງພູຊີນາຍ, ແລະ ທັງແຜ່ນດິນໂລກ ຈະສັ່ນສະເທືອນ, ແລະ ພວກເຂົາຈະ ອອກມາ—ແທ້ຈິງແລ້ວ, ແມ່ນແຕ່ ຄົນຕາຍ ຊຶ່ງໄດ້ຕາຍໃນເຮົາ, ເພື່ອມາຮັບເອົາ ມົງກຸດແຫ່ງຄວາມຊອບທຳ, ແລະ ນຸ່ງຫົ່ມ, ແມ່ນແຕ່ເໝືອນດັ່ງເຮົາ, ເພື່ອຢູ່ນຳເຮົາ, ເພື່ອວ່າພວກເຮົາຈະໄດ້ເປັນອັນໜຶ່ງດຽວກັນ.
14 ແຕ່, ຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ ກ່ອນ ວັນອັນຍິ່ງໃຫຍ່ນີ້ຈະມາເຖິງ ດວງຕາເວັນຈະມືດດັບ, ແລະ ດວງເດືອນຈະກັບເປັນເລືອດ, ແລະ ດວງດາວຈະຕົກລົງມາຈາກຟ້າສະຫວັນ, ແລະ ຈະມີ ເຄື່ອງໝາຍອັນຍິ່ງໃຫຍ່ໃນຟ້າສະຫວັນເບື້ອງເທິງ ແລະ ໃນແຜ່ນດິນໂລກເບື້ອງລຸ່ມ;
15 ແລະ ຈະມີການຮ້ອງໄຫ້ ແລະ ການຄວນຄາງໃນທ່າມກາງໄພ່ພົນມະນຸດ;
16 ແລະ ພະຍຸໝາກເຫັບໃຫຍ່ອັນຮ້າຍແຮງຈະຖືກສົ່ງໄປທຳລາຍຜົນລະປູກຂອງແຜ່ນດິນໂລກ.
17 ແລະ ເຫດການຈະບັງເກີດຂຶ້ນຄື ເພາະຄວາມຊົ່ວຮ້າຍຂອງໂລກ, ຄືເຮົາຈະ ແກ້ແຄ້ນ ຄົນຊົ່ວ, ເພາະເຂົາຈະບໍ່ກັບໃຈ; ເພາະຈອກແຫ່ງຄວາມເຄືອງແຄ້ນຂອງເຮົາເຕັມປ່ຽມ; ເພາະຈົ່ງເບິ່ງ, ເລືອດຂອງເຮົາຈະບໍ່ຊຳລະເຂົາ ຖ້າຫາກເຂົາບໍ່ຟັງເຮົາ.
18 ດັ່ງນັ້ນ, ເຮົາອົງພຣະຜູ້ເປັນເຈົ້າ ຈະສົ່ງຮີ້ນມາເທິງຜືນແຜ່ນດິນໂລກ, ຊຶ່ງຈະຈັບຜູ້ອາໄສຢູ່ໃນນັ້ນ, ແລະ ຈະກິນເນື້ອໜັງຂອງເຂົາ, ແລະ ຈະເຮັດໃຫ້ໂຕໜອນເກີດກັບເຂົາ;
19 ແລະ ລີ້ນຂອງເຂົາຈະຖືກຫ້າມໄວ້ ເພື່ອເຂົາຈະບໍ່ ເອີ່ຍປາກຕໍ່ຕ້ານເຮົາ; ແລະ ເນື້ອໜັງຂອງເຂົາຈະຫລຸດຈາກກະດູກຂອງເຂົາ, ແລະ ໜ່ວຍຕາຂອງເຂົາຈາກເບົ້າຂອງມັນ;
20 ແລະ ເຫດການຈະບັງເກີດຂຶ້ນຄື ສັດໃນປ່າ ແລະ ຝູງນົກໃນອາກາດຈະກັດກິນເຂົາຈົນໝົດສິ້ນ.
21 ແລະ ສາດສະໜາຈັກໃຫຍ່ ແລະ ໜ້າກຽດຊັງ, ຊຶ່ງເປັນ ໂສເພນີຂອງແຜ່ນດິນໂລກທັງໝົດ, ຈະຖືກໂຄ່ນລົງ ດ້ວຍໄຟເຜົາຜານ, ຕາມທີ່ມັນຖືກກ່າວໄວ້ໂດຍປາກຂອງເອເຊກຽນ ຜູ້ເປັນສາດສະດາ, ຜູ້ໄດ້ກ່າວເຖິງສິ່ງເຫລົ່ານີ້, ຊຶ່ງຍັງບໍ່ໄດ້ເກີດຂຶ້ນເທື່ອ ແຕ່ ຕ້ອງເກີດຂຶ້ນຢ່າງແນ່ນອນ, ດັ່ງທີ່ເຮົາມີຊີວິດຢູ່, ເພາະຄວາມໜ້າກຽດຊັງຈະຄອບຄອງບໍ່ໄດ້.
22 ແລະ ອີກເທື່ອໜຶ່ງ, ຕາມຈິງ, ຕາມຈິງແລ້ວ, ເຮົາກ່າວກັບພວກເຈົ້າວ່າ ເມື່ອ ພັນປີຜ່ານພົ້ນໄປ, ແລະ ມະນຸດເລີ່ມຕົ້ນປະຕິເສດພຣະເຈົ້າຂອງເຂົາອີກ, ຈາກນັ້ນ ເຮົາຈະລະເວັ້ນແຜ່ນດິນໂລກໄວ້ ຊົ່ວໄລຍະໜຶ່ງ;
23 ແລະ ທີ່ສຸດຈະມາເຖິງ, ແລະ ຟ້າສະຫວັນກັບແຜ່ນດິນໂລກຈະຖືກເຜົາຜານ ແລະ ລ່ວງພົ້ນໄປ, ແລະ ຈະມີຟ້າສະຫວັນໃໝ່ ແລະ ແຜ່ນດິນໂລກໃໝ່.
24 ເພາະສິ່ງເກົ່າຈະ ລ່ວງພົ້ນໄປ, ແລະ ທຸກສິ່ງຈະກັບເປັນສິ່ງໃໝ່, ແມ່ນແຕ່ຟ້າສະຫວັນ ແລະ ແຜ່ນດິນໂລກ, ແລະ ຄວາມສົມບູນທັງໝົດໃນນັ້ນ, ທັງມະນຸດ ແລະ ສັດສາວາສິ່ງ, ນົກໃນອາກາດ, ແລະ ປາໃນທະເລ;
25 ແລະ ແມ່ນແຕ່ ຜົມເສັ້ນໜຶ່ງ, ທັງຝຸ່ນດິນເມັດໜຶ່ງກໍຈະບໍ່ເສຍໄປ, ເພາະມັນເປັນຝີມືຂອງເຮົາ.
26 ແຕ່, ຈົ່ງເບິ່ງ, ຕາມຄວາມຈິງ ເຮົາກ່າວກັບພວກເຈົ້າວ່າ ກ່ອນແຜ່ນດິນໂລກຈະຜ່ານໄປ, ມີຄາເອນ, ທູດຂອງເຮົາ, ຈະເປົ່າ ແກຂອງລາວ, ແລະ ຈາກນັ້ນຄົນຕາຍທຸກຄົນຈະ ລຸກຂຶ້ນ, ເພາະຫລຸມສົບຂອງເຂົາຈະເປີດອອກ, ແລະ ເຂົາຈະ ອອກມາ—ແທ້ຈິງແລ້ວ, ແມ່ນແຕ່ທຸກຄົນ.
27 ແລະ ຄົນຊອບທຳຈະຖືກເຕົ້າໂຮມໄວ້ຢູ່ທາງເບື້ອງ ຂວາມືຂອງເຮົາໄປສູ່ຊີວິດນິລັນດອນ; ແລະ ຄົນຊົ່ວທາງຊ້າຍມືຂອງເຮົາ ຊຶ່ງເຮົາຈະອັບອາຍທີ່ຈະຮັບເປັນຂອງເຮົາຢູ່ຕໍ່ພຣະພັກຂອງພຣະບິດາ;
28 ດັ່ງນັ້ນ ເຮົາຈະກ່າວກັບເຂົາ—ຈົ່ງ ອອກໄປຈາກເຮົາ, ເຈົ້າຜູ້ຖືກສາບແຊ່ງ, ໄປຫາ ໄຟອັນເປັນນິດ, ທີ່ຕຽມໄວ້ສຳລັບ ມານ ແລະ ບໍລິວານຂອງມັນ.
29 ແລະ ບັດນີ້, ຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ ບໍ່ເຄີຍມີເວລາໃດທີ່ເຮົາໄດ້ປະກາດຈາກປາກຂອງເຮົາເອງວ່າເຂົາຈະກັບມາ, ເພາະ ບ່ອນທີ່ເຮົາຢູ່ ເຂົາມາຫາບໍ່ໄດ້, ເພາະເຂົາບໍ່ມີອຳນາດ.
30 ແຕ່ຈົ່ງຈຳໄວ້ວ່າ ການພິພາກສາທັງໝົດຂອງເຮົາບໍ່ໄດ້ຖືກມອບໃຫ້ແກ່ມະນຸດ; ແລະ ດັ່ງທີ່ຖ້ອຍຄຳຂອງເຮົາໄດ້ອອກໄປຈາກປາກຂອງເຮົາສັນໃດ ມັນຈະບັນລຸຜົນສຳເລັດສັນນັ້ນ, ວ່າ ທຳອິດຈະເປັນສຸດທ້າຍ, ແລະ ວ່າສຸດທ້າຍຈະເປັນທຳອິດໃນທຸກສິ່ງ ອັນໃດກໍຕາມທີ່ເຮົາໄດ້ສ້າງໄວ້ໂດຍຖ້ອຍຄຳແຫ່ງອຳນາດຂອງເຮົາ, ຊຶ່ງຄືອຳນາດແຫ່ງພຣະວິນຍານຂອງເຮົາ.
31 ເພາະໂດຍອຳນາດແຫ່ງພຣະວິນຍານຂອງເຮົາ, ເຮົາໄດ້ ສ້າງເຂົາ; ແທ້ຈິງແລ້ວ, ທຸກສິ່ງ ທັງທາງ ຝ່າຍວິນຍານ ແລະ ທັງຝ່າຍໂລກ—
32 ທຳອິດແມ່ນ ຝ່າຍວິນຍານ, ທີສອງແມ່ນຝ່າຍໂລກ, ຊຶ່ງຄືການເລີ່ມຕົ້ນວຽກງານຂອງເຮົາ; ແລະ ອີກເທື່ອໜຶ່ງ, ທຳອິດແມ່ນຝ່າຍໂລກ, ແລະ ທີສອງແມ່ນຝ່າຍວິນຍານ, ຊຶ່ງຄືບັ້ນປາຍຂອງວຽກງານຂອງເຮົາ—
33 ເຮົາກ່າວກັບພວກເຈົ້າ ເພື່ອພວກເຈົ້າຈະເຂົ້າໃຈຕາມທຳມະຊາດ; ແຕ່ສຳລັບເຮົາແລ້ວ, ວຽກງານຂອງເຮົາ ບໍ່ມີທີ່ສິ້ນສຸດ, ທັງບໍ່ມີການເລີ່ມຕົ້ນ; ແຕ່ມັນຖືກມອບໃຫ້ແກ່ພວກເຈົ້າ ເພື່ອພວກເຈົ້າຈະເຂົ້າໃຈ, ເພາະພວກເຈົ້າໄດ້ທູນຖາມເຮົາ ແລະ ເຫັນພ້ອມນຳກັນ.
34 ດັ່ງນັ້ນ, ຕາມຄວາມຈິງ ເຮົາກ່າວກັບພວກເຈົ້າວ່າ ສຳລັບເຮົາທຸກສິ່ງເປັນທາງຝ່າຍວິນຍານ, ແລະ ບໍ່ມີຈັກເທື່ອທີ່ເຮົາໄດ້ມອບກົດທີ່ເປັນທາງຝ່າຍໂລກໃຫ້ພວກເຈົ້າ; ທັງບໍ່ໃຫ້ມະນຸດຄົນໃດ, ຫລື ລູກຫລານມະນຸດຄົນໃດ; ທັງບໍ່ໃຫ້ອາດາມ, ບິດາຂອງພວກເຈົ້າ, ຜູ້ທີ່ເຮົາໄດ້ສ້າງ.
35 ຈົ່ງເບິ່ງ, ເຮົາໄດ້ມອບໃຫ້ແກ່ລາວ ເພື່ອລາວຈະເປັນ ຕົວແທນອິດສະລະພາບຂອງຕົນເອງ; ແລະ ເຮົາໄດ້ມອບບັນຍັດໃຫ້ແກ່ລາວ, ແຕ່ບັນຍັດທາງຝ່າຍໂລກ ເຮົາບໍ່ໄດ້ມອບໃຫ້ແກ່ລາວ, ເພາະ ບັນຍັດຂອງເຮົາເປັນທາງຝ່າຍວິນຍານ; ມັນບໍ່ເປັນທາງຝ່າຍທຳມະຊາດ ຫລື ທາງຝ່າຍໂລກ, ທັງບໍ່ເປັນກາມມະລົມ ຫລື ຕັນຫາໜ້າມືດ.
36 ແລະ ເຫດການໄດ້ບັງເກີດຂຶ້ນຄື ອາດາມ, ໂດຍທີ່ໄດ້ຖືກ ມານລໍ້ລວງ—ເພາະ, ຈົ່ງເບິ່ງ, ມານຢູ່ກ່ອນອາດາມ, ເພາະມັນໄດ້ ກະບົດຕໍ່ຕ້ານເຮົາ, ກ່າວວ່າ, ຈົ່ງມອບ ກຽດຕິຍົດຂອງທ່ານໃຫ້ເຮົາ, ຊຶ່ງເປັນ ອຳນາດຂອງເຮົາ; ແລະ ມັນໄດ້ເຮັດໃຫ້ ໜຶ່ງສ່ວນສາມຂອງ ໄພ່ພົນຂອງສະຫວັນຫັນໜີຈາກເຮົານຳອີກ ເພາະ ອຳເພີໃຈຂອງພວກເຂົາ;
37 ແລະ ພວກເຂົາຖືກໂຍນລົງມາ, ແລະ ດັ່ງນັ້ນຈຶ່ງເກີດມີ ມານ ແລະ ບໍລິວານຂອງມັນ;
38 ແລະ, ຈົ່ງເບິ່ງ, ມີບ່ອນຕຽມໄວ້ໃຫ້ພວກເຂົາຕັ້ງແຕ່ຕົ້ນ, ຊຶ່ງບ່ອນນັ້ນຄື ນະລົກ.
39 ແລະ ມັນຈຳເປັນວ່າມານຈະຕ້ອງ ລໍ້ລວງລູກຫລານມະນຸດ, ຖ້າບໍ່ດັ່ງນັ້ນພວກເຂົາຈະບໍ່ສາມາດເປັນຕົວແທນອິດສະລະພາບຂອງຕົນເອງ; ເພາະຖ້າຫາກພວກເຂົາບໍ່ເຄີຍມີ ຄວາມຂົມ ພວກເຂົາຈະຮູ້ຄວາມຫວານບໍ່ໄດ້—
40 ດັ່ງນັ້ນ, ເຫດການໄດ້ບັງເກີດຂຶ້ນຄື ມານໄດ້ລໍ້ລວງອາດາມ, ແລະ ລາວກໍໄດ້ກິນ ໝາກໄມ້ທີ່ຕ້ອງຫ້າມ ແລະ ລ່ວງລະເມີດບັນຍັດ, ຊຶ່ງໃນການນີ້ ລາວຈຶ່ງ ຂຶ້ນຢູ່ກັບຄວາມປະສົງຂອງມານ, ເພາະ ລາວຜ່າຍແພ້ຕໍ່ການລໍ້ລວງ.
41 ດັ່ງນັ້ນ, ເຮົາ, ອົງພຣະຜູ້ເປັນເຈົ້າ, ຈຶ່ງເຮັດໃຫ້ລາວຖືກຂັບ ໄລ່ອອກຈາກ ສວນເອເດນ, ຈາກທີ່ປະທັບຂອງເຮົາ, ເພາະການລ່ວງລະເມີດຂອງລາວ, ຊຶ່ງໃນການນີ້ ລາວຈຶ່ງຕາຍ ທາງວິນຍານ, ຊຶ່ງ ເປັນຄວາມຕາຍເທື່ອທຳອິດ, ແມ່ນແຕ່ເປັນ ຄວາມຕາຍເທື່ອສຸດທ້າຍ, ຊຶ່ງຄືທາງຝ່າຍວິນຍານ, ຊຶ່ງຈະຖືກປະກາດແກ່ຄົນຊົ່ວ ເມື່ອເຮົາຈະກ່າວວ່າ: ຈົ່ງອອກໄປ, ເຈົ້າຜູ້ຖືກ ສາບແຊ່ງ.
42 ແຕ່, ຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ ເຮົາ, ອົງພຣະຜູ້ເປັນເຈົ້າ, ໄດ້ມອບໃຫ້ແກ່ອາດາມ ແລະ ໃຫ້ແກ່ລູກຫລານຂອງລາວ, ວ່າພວກເຂົາຈະບໍ່ ຕາຍ ອັນກ່ຽວກັບຄວາມຕາຍທາງໂລກ, ຈົນກວ່າ ເຮົາ, ອົງພຣະຜູ້ເປັນເຈົ້າ, ຈະສົ່ງ ເຫລົ່າທູດອອກໄປປະກາດ ການກັບໃຈ ແລະ ການໄຖ່ແກ່ພວກເຂົາ, ໂດຍຜ່ານສັດທາໃນພຣະນາມຂອງ ພຣະບຸດອົງດຽວທີ່ຖືກຳເນີດຂອງເຮົາ.
43 ແລະ ດັ່ງນັ້ນເຮົາ, ອົງພຣະຜູ້ເປັນເຈົ້າ, ຈຶ່ງໄດ້ກຳນົດວັນເວລາ ແຫ່ງການທົດລອງໃຫ້ແກ່ມະນຸດ—ວ່າໂດຍຄວາມຕາຍທາງທຳມະຊາດຂອງເຂົາ, ເຂົາຈະຖືກ ຍົກຂຶ້ນສູ່ຄວາມເປັນ ອະມະຕະ ໄປສູ່ ຊີວິດນິລັນດອນ, ແມ່ນແຕ່ຫລາຍຕໍ່ຫລາຍຄົນທີ່ຈະເຊື່ອ;
44 ແລະ ຄົນທີ່ບໍ່ເຊື່ອ ໄປສູ່ ຄວາມອັບປະໂຫຍດນິລັນດອນ; ເພາະພວກເຂົາບໍ່ສາມາດໄດ້ຮັບການໄຖ່ຈາກການຕົກທາງວິນຍານຂອງພວກເຂົາ, ເພາະພວກເຂົາບໍ່ກັບໃຈ;
45 ເພາະພວກເຂົາຮັກຄວາມມືດຫລາຍກວ່າຄວາມສະຫວ່າງ, ແລະ ການກະທຳຂອງພວກເຂົາກໍຊົ່ວຮ້າຍ, ແລະ ພວກເຂົາໄດ້ ຮັບຄ່າຕອບແທນຂອງຕົນຈາກຜູ້ທີ່ພວກເຂົາເລືອກເຊື່ອຟັງ.
46 ແຕ່ຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ ເດັກນ້ອຍໆໄດ້ຮັບ ການໄຖ່ນັບແຕ່ການວາງຮາກຖານຂອງໂລກ ຜ່ານພຣະອົງດຽວທີ່ຖືກຳເນີດຂອງເຮົາ;
47 ດັ່ງນັ້ນ, ພວກເຂົາເຮັດບາບບໍ່ໄດ້, ເພາະອຳນາດບໍ່ໄດ້ຖືກມອບໃຫ້ແກ່ຊາຕານເພື່ອ ລໍ້ລວງເດັກນ້ອຍໆ, ຈົນກວ່າພວກເຂົາເລີ່ມ ຮູ້ຈັກຮັບຜິດຊອບຢູ່ຕໍ່ໜ້າເຮົາ;
48 ເພາະມັນຖືກມອບໃຫ້ແກ່ພວກເຂົາ ແມ່ນແຕ່ດັ່ງທີ່ເຮົາປະສົງ, ຕາມຄວາມພໍໃຈຂອງເຮົາເອງ, ເພື່ອວ່າຄວາມຍິ່ງໃຫຍ່ຈະຖືກຮຽກຮ້ອງຈາກມືຂອງ ບັນພະບຸລຸດຂອງພວກເຂົາ.
49 ແລະ, ອີກເທື່ອໜຶ່ງ, ເຮົາກ່າວກັບພວກເຈົ້າວ່າ ຜູ້ໃດທີ່ມີຄວາມຮູ້, ເຮົາບໍ່ໄດ້ບັນຊາໃຫ້ກັບໃຈບໍ?
50 ແລະ ຄົນທີ່ບໍ່ ເຂົ້າໃຈ, ມັນກໍເປັນໜ້າທີ່ຮັບຜິດຊອບຂອງເຮົາທີ່ຈະເຮັດຕາມສິ່ງທີ່ມີຂຽນໄວ້. ແລະ ບັດນີ້ ເຮົາຈະບໍ່ປະກາດແກ່ພວກເຈົ້າອີກໃນເວລານີ້. ອາແມນ.