ພາກທີ 36
ການເປີດເຜີຍທີ່ມອບໃຫ້ຜ່ານໂຈເຊັບ ສະມິດ ຜູ້ເປັນສາດສະດາ ແກ່ເອດເວີດ ພາດທຣິດ, ໃກ້ເມືອງເຟແອດ, ລັດນິວຢອກ, ວັນທີ 9 ເດືອນທັນວາ, 1830 (ເບິ່ງ ຫົວຂໍ້ຂອງ ພາກທີ 35). ປະຫວັດຂອງໂຈເຊັບ ສະມິດ ກ່າວວ່າ ເອດເວີດ ພາດທຣິດ “ເປັນແບບແຜນຂອງຄົນທີ່ເຄັ່ງຄັດໃນທາງສາດສະໜາ, ແລະ ເປັນຊາຍທີ່ຍິ່ງໃຫຍ່ຄົນໜຶ່ງຂອງພຣະຜູ້ເປັນເຈົ້າ.”
1–3, ພຣະຜູ້ເປັນເຈົ້າໄດ້ວາງພຣະຫັດຂອງພຣະອົງເທິງເອດເວີດ ພາດທຣິດ ໂດຍມືຂອງຊິດນີ ຣິກດອນ; 4–8, ຊາຍທຸກໆຄົນທີ່ໄດ້ຮັບພຣະກິດຕິຄຸນ ແລະ ຖານະປະໂລຫິດ ຈະຖືກເອີ້ນໃຫ້ອອກໄປ ແລະ ສັ່ງສອນ.
1 ອົງພຣະຜູ້ເປັນເຈົ້າ, ຜູ້ມີລິດທານຸພາບຂອງອິດສະຣາເອນໄດ້ກ່າວດັ່ງນີ້: ຈົ່ງເບິ່ງ, ເຮົາກ່າວກັບເຈົ້າ, ຜູ້ຮັບໃຊ້ຂອງເຮົາ ເອດເວີດ, ວ່າເຈົ້າໄດ້ຮັບພອນແລ້ວ, ແລະ ບາບຂອງເຈົ້າໄດ້ຖືກອະໄພໃຫ້ແລ້ວ, ແລະ ເຈົ້າຖືກເອີ້ນໃຫ້ສັ່ງສອນພຣະກິດຕິຄຸນຂອງເຮົາຄືກັບວ່າສຽງແກ;
2 ແລະ ເຮົາຈະວາງມືເທິງເຈົ້າ ໂດຍ ມືຂອງຜູ້ຮັບໃຊ້ຂອງເຮົາ ຊິດນີ ຣິກດອນ, ແລະ ເຈົ້າຈະໄດ້ຮັບ ພຣະວິນຍານຂອງເຮົາ, ພຣະວິນຍານບໍລິສຸດ, ແມ່ນແຕ່ ພຣະຜູ້ປອບໂຍນ, ຊຶ່ງຈະສິດສອນເຈົ້າເຖິງສິ່ງທີ່ເປັນ ສັນຕິສຸກຂອງອານາຈັກ;
3 ແລະ ເຈົ້າຈະປະກາດມັນດ້ວຍສຽງດັງ, ກ່າວວ່າ: ໂຮຊັນນາ, ຂໍພຣະນາມຂອງພຣະເຈົ້າຜູ້ສູງສຸດຈົ່ງພຣະກະເສີມສຳລານເຖີດ.
4 ແລະ ບັດນີ້ ການເອີ້ນ ແລະ ບັນຍັດນີ້ ເຮົາມອບໃຫ້ແກ່ເຈົ້າ ແມ່ນກ່ຽວກັບມະນຸດທັງປວງ—
5 ເພື່ອວ່າເມື່ອຫລາຍຕໍ່ຫລາຍຄົນທີ່ຈະມາຫາຜູ້ຮັບໃຊ້ຂອງເຮົາ ຊິດນີ ຣິກດອນ ແລະ ໂຈເຊັບ ສະມິດ, ຜູ້ລູກ, ຮັບເອົາການເອີ້ນ ແລະ ບັນຍັດນີ້, ແລ້ວຈະໄດ້ຮັບການ ແຕ່ງຕັ້ງ ແລະ ຖືກສົ່ງອອກໄປເພື່ອ ສັ່ງສອນພຣະກິດຕິຄຸນອັນເປັນນິດໃນບັນດາປະຊາຊາດ—
6 ໂດຍປະກາດການກັບໃຈ, ກ່າວວ່າ: ຈົ່ງ ຊ່ວຍຕົນເອງໃຫ້ລອດຈາກຄົນລຸ້ນທີ່ຊົ່ວຮ້າຍນີ້, ແລະ ອອກມາຈາກໄຟ, ໂດຍກຽດຊັງແມ່ນແຕ່ ອາພອນທີ່ດ່າງພ້ອຍດ້ວຍເນື້ອໜັງ.
7 ແລະ ບັນຍັດຂໍ້ນີ້ຈະຖືກມອບໃຫ້ແກ່ແອວເດີຂອງສາດສະໜາຈັກຂອງເຮົາ, ເພື່ອວ່າຊາຍທຸກໆຄົນທີ່ຮັບເອົາມັນ ດ້ວຍໃຈທີ່ເຫັນແກ່ພຣະອົງເທົ່ານັ້ນຈະໄດ້ຮັບການແຕ່ງຕັ້ງ ແລະ ຖືກສົ່ງອອກໄປ, ແມ່ນແຕ່ເໝືອນດັ່ງທີ່ເຮົາໄດ້ກ່າວໄວ້.
8 ເຮົາຄືພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ; ດັ່ງນັ້ນ, ຈົ່ງຄາດແອວຂອງເຈົ້າ ແລະ ເຮົາຈະມາຫາ ພຣະວິຫານຂອງເຮົາໂດຍໃນທັນໃດນັ້ນ. ແມ່ນເປັນດັ່ງນັ້ນ. ອາແມນ.