ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 54


ພາກ​ທີ 54

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ ແກ່​ນິວ​ເອັນ ໄນ້, ທີ່​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ, ວັນ​ທີ 10 ເດືອນ​ມິ​ຖຸ​ນາ, 1831. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ອາ​ໄສ​ຢູ່​ໃນ​ເມືອງ​ທອມ​ສັນ, ລັດ​ໂອ​ໄຮ​ໂອ, ແຕກ​ແຍກ​ກັນ​ເພາະ​ບັນ​ຫາ​ກ່ຽວ​ກັບ​ການ​ອຸ​ທິດ​ຖວາຍ​ຊັບ​ສິນ. ຄວາມ​ເຫັນ​ແກ່​ຕົວ ແລະ ຄວາມ​ໂລບ​ມາກ​ໂລ​ພາ​ສະ​ແດງ​ໃຫ້​ປະ​ຈັກ. ຫລັງ​ຈາກ​ການ​ໄປ​ເຜີຍ​ແຜ່​ຂອງ​ລາວ ຕໍ່​ຊາວ​ເຊ​ເກີ​ແລ້ວ (ເບິ່ງ ຫົວ​ຂໍ້​ຂອງ ພາກ​ທີ 49), ລີ​ມັນ ຄອບ​ລີ ໄດ້​ຝ່າ​ຝືນ​ພັນ​ທະ​ສັນ​ຍາ​ຂອງ​ລາວ​ທີ່​ຈະ​ອຸ​ທິດ​ຖວາຍ​ທີ່​ດິນ​ຕອນ​ກວ້າງ​ໃຫຍ່​ຂອງ​ລາວ​ໃຫ້​ເປັນ​ມູນ​ມໍ​ລະ​ດົກ​ສຳ​ລັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ທີ່​ມາ​ຈາກ​ເມືອງ​ໂຄນ​ສະ​ວຽວ, ລັດ​ນິວ​ຢອກ. ຜົນ​ທີ່​ຕາມ​ມາ​ກໍ​ຄື, ນິວ​ເອັນ ໄນ້ (ຜູ້​ນຳ​ຂອງ​ສະ​ມາ​ຊິກ​ທີ່​ອາ​ໄສ​ຢູ່​ເມືອງ​ທອມ​ສັນ) ແລະ ແອວ​ເດີ​ຄົນ​ອື່ນໆ​ໄດ້​ມາ​ຖາມ​ສາດ​ສະ​ດາ​ກ່ຽວ​ກັບ​ວິ​ທີ​ທີ່​ຈະ​ດຳ​ເນີນ​ການຕໍ່​ໄປ. ສາດ​ສະ​ດາ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ຮັບ​ການ​ເປີດ​ເຜີຍ​ນີ້, ຊຶ່ງ​ບັນ​ຊາ​ໃຫ້​ສະ​ມາ​ຊິກ​ໃນ​ເມືອງ​ທອມ​ສັນ ໜີ​ໄປ​ຈາກ​ທີ່​ດິນ​ຂອງ​ລີ​ມັນ ຄອບ​ລີ ແລະ ເດີນ​ທາງ​ໄປ​ຫາ​ລັດ​ມີ​ເຊີ​ຣີ.

1–6, ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຕ້ອງ​ຮັກ​ສາ​ພັນ​ທະ​ສັນ​ຍາ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ເມດ​ຕາ; 7–10, ພວກ​ເຂົາ​ຕ້ອງ​ອົດ​ທົນ​ໃນ​ຄວາມ​ທຸກ​ຍາກ​ລຳ​ບາກ.

1 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ແມ່ນ​ແຕ່ ອາ​ລະ​ຟາ ແລະ ໂອ​ເມ​ຄາ, ເປັນ​ຕົ້ນ ແລະ ທີ່​ສຸດ, ແມ່ນ​ແຕ່​ຜູ້​ຖືກ ຄຶງ​ເພື່ອ​ບາບ​ຂອງ​ໂລກ—

2 ຈົ່ງ​ເບິ່ງ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ ນິວ​ເອັນ ໄນ້, ເຈົ້າ​ຈະ​ຕ້ອງ​ຍຶດ​ໝັ້ນ​ຢູ່​ໃນ​ຕຳ​ແໜ່ງ​ທີ່​ເຮົາ​ໄດ້​ແຕ່ງ​ຕັ້ງ​ເຈົ້າ.

3 ແລະ ຖ້າ​ຫາກ​ພີ່​ນ້ອງ​ຂອງ​ເຈົ້າ​ປາດ​ຖະ​ໜາ​ທີ່​ຈະ​ຫລົບ​ໜີ​ຈາກ​ສັດ​ຕູ​ຂອງ​ພວກ​ເຂົາ, ໃຫ້​ພວກ​ເຂົາ​ກັບ​ໃຈ​ຈາກ​ບາບ​ທັງ​ໝົດ​ຂອງ​ພວກ​ເຂົາ, ແລະ ກັບ​ກາຍ​ມາ ຖ່ອມ​ຕົວ​ແທ້ໆ​ຢູ່​ຕໍ່​ໜ້າ​ເຮົາ ແລະ ສຳ​ນຶກ​ຜິດ.

4 ແລະ ເນື່ອງ​ດ້ວຍ ພັນ​ທະ​ສັນ​ຍາ ຊຶ່ງ​ພວກ​ເຂົາ​ໄດ້​ເຮັດ​ກັບ​ເຮົາ​ຖືກ​ຝ່າ​ຝືນ, ແມ່ນ​ແຕ່​ເປັນ​ເຊັ່ນ​ນັ້ນ ມັນ​ກາຍ​ເປັນ​ສິ່ງ ບໍ່​ມີ​ຄວາມ​ໝາຍ ແລະ ບໍ່​ເກີດ​ຜົນ​ເລີຍ.

5 ແລະ ວິ​ບັດ​ແກ່​ເຂົາ​ຜູ້​ກໍ່ ຄວາມ​ຜິດ​ນີ້, ເພາະ​ມັນ​ຈະ​ເປັນ​ສິ່ງ​ດີ​ກວ່າ​ຖ້າ​ຫາກ​ເຂົາ​ຖືກ​ເອົາ​ຫີນ​ກ້ອນ​ໃຫຍ່​ຜູກ​ຄໍ ແລະ ຖິ້ມ​ລົງ​ໃນ​ຄວາມ​ເລິກ​ຂອງ​ທະ​ເລ.

6 ແຕ່​ຄົນ​ທີ່​ໄດ້​ຮັກ​ສາ​ພັນ​ທະ​ສັນ​ຍາ ແລະ ຍຶດ​ຖື​ບັນ​ຍັດ​ຍ່ອມ​ເປັນ​ສຸກ, ເພາະ​ເຂົາ​ຈະ​ໄດ້​ຮັບ ຄວາມ​ເມດ​ຕາ.

7 ດັ່ງ​ນັ້ນ, ບັດ​ນີ້​ຈົ່ງ​ໄປ ແລະ ຫລົບ​ໜີ​ຈາກ​ແຜ່ນ​ດິນ, ຖ້າ​ບໍ່​ດັ່ງ​ນັ້ນ​ສັດ​ຕູ​ຂອງ​ພວກ​ເຈົ້າ​ຈະ​ມາ​ໂຈມ​ຕີ​ພວກ​ເຈົ້າ; ແລະ ອອກ​ເດີນ​ທາງ, ແລະ ກຳ​ນົດ​ຜູ້​ໜຶ່ງ​ຕາມ​ແຕ່​ພວກ​ເຈົ້າ​ປະ​ສົງ​ໃຫ້​ເປັນ​ຜູ້​ນຳ​ຂອງ​ພວກ​ເຈົ້າ, ແລະ ໃຫ້​ຈ່າຍ​ເງິນ​ແທນ​ພວກ​ເຈົ້າ.

8 ແລະ ດັ່ງ​ນັ້ນ​ພວກ​ເຈົ້າ​ຈະ​ອອກ​ເດີນ​ທາງ​ໄປ​ຫາ​ພາກ​ພື້ນ​ທາງ​ຕາ​ເວັນ​ຕົກ, ໄປ​ຫາ​ແຜ່ນ​ດິນ ມີ​ເຊີ​ຣີ, ຫາ​ຊາຍ​ແດນ​ຂອງ​ຊາວ​ເລ​ມັນ.

9 ແລະ ຫລັງ​ຈາກ​ພວກ​ເຈົ້າ​ໄດ້​ເດີນ​ທາງ​ໄປ​ຮອດ​ແລ້ວ, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ໃຫ້ ຫາ​ລ້ຽງ​ຊີບ​ຄື​ກັນ​ກັບ​ຄົນ​ອື່ນໆ, ຈົນ​ກວ່າ​ເຮົາ​ຈະ​ຕຽມ​ສະ​ຖານ​ທີ່​ໄວ້​ໃຫ້​ພວກ​ເຈົ້າ.

10 ແລະ ອີກ​ເທື່ອ​ໜຶ່ງ, ຈົ່ງ ອົດ​ທົນ​ໃນ​ຄວາມ​ທຸກ​ຍາກ​ລຳ​ບາກ​ຈົນ​ກວ່າ​ເຮົາ​ຈະ ມາ; ແລະ, ຈົ່ງ​ເບິ່ງ, ເຮົາ​ມາ​ຢ່າງ​ໄວ, ແລະ ລາງ​ວັນ​ຂອງ​ເຮົາ​ຢູ່​ກັບ​ເຮົາ, ແລະ ຄົນ​ທີ່ ຊອກ​ຫາ​ເຮົາ​ແຕ່​ຕອນ​ຕົ້ນ ຈະ​ພົບ ຄວາມ​ພັກ​ຜ່ອນ​ໃນ​ຈິດ​ວິນ​ຍານ​ຂອງ​ເຂົາ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາ​ແມນ.

ພິມ