ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 5


ພາກ​ທີ 5

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ຮາມ​ໂມ​ນີ ລັດ​ເພັນ​ໂຊ​ເວ​ເນຍ, ເດືອນ​ມີ​ນາ 1829, ຕາມ​ຄຳ​ຂໍ​ຮ້ອງ​ຂອງ​ມາ​ຕິນ ແຮ​ຣິສ.

1–10, ຄົນ​ລຸ້ນ​ນີ້ ຈະ​ໄດ້​ຮັບ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ໂຈ​ເຊັບ ສະ​ມິດ; 11–18, ພະ​ຍານ​ສາມ​ຄົນ​ຈະ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ; 19–20, ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຖືກ​ພິ​ສູດ​ດັ່ງ​ເມື່ອ​ກ່ອນ; 21–35, ມາ​ຕິນ ແຮ​ຣິສ ອາດ​ກັບ​ໃຈ ແລະ ເປັນ​ພະ​ຍານ​ຄົນ​ໜຶ່ງ.

1 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ດັ່ງ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ມາ​ຕິນ ແຮ​ຣິສ ມີ​ຄວາມ​ປາດ​ຖະ​ໜາ​ການ​ເປັນ​ພະ​ຍານ​ຈາກ​ມື​ຂອງ​ເຮົາ, ວ່າ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ມີ ແຜ່ນ​ຈາ​ລຶກ ຊຶ່ງ​ເຈົ້າ​ໄດ້​ເປັນ​ພະ​ຍານ ແລະ ກ່າວ​ພະ​ຍານ​ວ່າ​ເຈົ້າ​ໄດ້​ຮັບ​ມັນ​ຈາກ​ເຮົາ;

2 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ໃຫ້​ເຈົ້າ​ກ່າວ​ສິ່ງ​ນີ້​ແກ່​ລາວ—ພຣະ​ອົງ​ຜູ້​ໄດ້​ກ່າວ​ແກ່​ເຈົ້າ, ກ່າວ​ແກ່​ເຈົ້າ​ວ່າ: ເຮົາ​ພຣະ​ຜູ້​ເປັນ​ເຈົ້າ, ຄື​ພຣະ​ເຈົ້າ, ແລະ ໄດ້​ມອບ​ສິ່ງ​ເຫລົ່າ​ນີ້​ແກ່​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ແລະ ໄດ້​ບັນ​ຊາ​ເຈົ້າ​ວ່າ ເຈົ້າ​ຄວນ​ຢືນ ເປັນ​ພະ​ຍານ​ເຖິງ​ສິ່ງ​ເຫລົ່າ​ນີ້;

3 ແລະ ເຮົາ​ເຮັດ​ໃຫ້​ເຈົ້າ ເພື່ອ​ເຈົ້າ​ຈະ​ເຂົ້າ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ເຮົາ, ເພື່ອ​ເຈົ້າ​ຈະ​ບໍ່​ສະ​ແດງ​ມັນ ຍົກ​ເວັ້ນ​ແຕ່​ກັບ​ຄົນ​ເຫລົ່າ​ນັ້ນ ຜູ້​ຊຶ່ງ​ເຮົາ​ໄດ້​ບັນ​ຊາ​ເຈົ້າ​ໃຫ້​ເຮັດ; ແລະ ເຈົ້າ​ບໍ່​ມີ ອຳ​ນາດ​ເໜືອ​ມັນ ຍົກ​ເວັ້ນ​ແຕ່​ເຮົາ​ມອບ​ມັນ ໃຫ້​ເຈົ້າ.

4 ແລະ ເຈົ້າ​ມີ​ຂອງ​ປະ​ທານ​ເພື່ອ​ແປ​ແຜ່ນ​ຈາ​ລຶກ; ແລະ ສິ່ງ​ນີ້​ເປັນ​ຂອງ​ປະ​ທານ​ຢ່າງ​ທຳ​ອິດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ; ແລະ ເຮົາ​ໄດ້​ບັນ​ຊາ​ວ່າ ເຈົ້າ​ບໍ່​ຄວນ​ອ້າງ​ເຖິງ​ຂອງ​ປະ​ທານ​ອື່ນ​ໃດ​ຈົນ​ກວ່າ​ຈຸດ​ປະ​ສົງ​ຂອງ​ເຮົາ​ຈະ​ສຳ​ເລັດ​ກ່ຽວ​ກັບ​ເລື່ອງ​ນີ້; ເພາະ​ເຮົາ​ຈະ​ບໍ່​ມອບ​ຂອງ​ປະ​ທານ​ອື່ນ​ໃຫ້​ເຈົ້າ​ຈົນ​ກວ່າ​ວຽກ​ງານ​ນີ້​ສຳ​ເລັດ.

5 ຕາມ​ຄວາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ວິ​ບັດ​ຈະ​ມາ​ເຖິງ​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ ຖ້າ​ເຂົາ​ຈະ ບໍ່​ເຊື່ອ​ຟັງ​ຄຳ​ຂອງ​ເຮົາ;

6 ເພາະ​ຫລັງ​ຈາກ​ນີ້ ເຈົ້າ​ຈະ​ຖືກ ແຕ່ງ​ຕັ້ງ ແລະ ອອກ​ໄປ ແລະ ກ່າວ ຄຳ​ຂອງ​ເຮົາ​ແກ່​ລູກ​ຫລານ​ມະ​ນຸດ.

7 ຈົ່ງ​ເບິ່ງ, ຖ້າ​ເຂົາ​ຈະ​ບໍ່ ເຊື່ອ​ຄຳ​ຂອງ​ເຮົາ, ເຂົາ​ຈະ​ບໍ່​ເຊື່ອ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໂຈ​ເຊັບ, ເຖິງ​ແມ່ນ​ຖ້າ​ເປັນ​ໄປ​ໄດ້​ທີ່​ເຈົ້າ​ຈະ​ສາ​ມາດ​ສະ​ແດງ​ໃຫ້​ເຂົາ​ເຫັນ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ເຈົ້າ.

8 ໂອ້, ຄົນ​ລຸ້ນ​ນີ້​ທີ່ ບໍ່​ເຊື່ອ ແລະ ແຂງ​ຄໍ—ພຣະ​ພິ​ໂລດ​ຂອງ​ເຮົາ​ໄດ້​ເກີດ​ກັບ​ເຂົາ​ແລ້ວ.

9 ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຮົາ​ໄດ້ ສະ​ຫງວນ​ສິ່ງ​ຊຶ່ງ​ເຮົາ​ໄດ້​ຝາກ​ຝັງ​ໄວ້​ນຳ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໂຈ​ເຊັບ, ເພື່ອ​ຈຸດ​ປະ​ສົງ​ທີ່​ສະ​ຫລາດ​ໃນ​ເຮົາ, ແລະ ມັນ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ຄົນ​ລຸ້ນ​ຫລັງ;

10 ແຕ່ ຄົນ​ລຸ້ນ​ນີ້ ຈະ​ໄດ້​ຮັບ​ຄຳ​ຂອງ​ເຮົາ​ຜ່ານ​ເຈົ້າ;

11 ແລະ ນອກ​ເໜືອ​ໄປ​ຈາກ ປະ​ຈັກ​ພະ​ຍານ​ຂອງ​ເຈົ້າ​ແລ້ວ, ປະ​ຈັກ​ພະ​ຍານ​ຂອງ​ອີກ​ສາມ​ຄົນ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ຜູ້​ຊຶ່ງ​ເຮົາ​ຈະ​ເອີ້ນ ແລະ ແຕ່ງ​ຕັ້ງ, ຜູ້​ຊຶ່ງ​ເຮົາ​ຈະ​ສະ​ແດງ​ສິ່ງ​ເຫລົ່າ​ນີ້​ແກ່​ເຂົາ, ແລະ ເຂົາ​ຈະ​ອອກ​ໄປ ດ້ວຍ​ຄຳ​ຂອງ​ເຮົາ​ທີ່​ມອບ​ໃຫ້​ຜ່ານ​ເຈົ້າ.

12 ແທ້​ຈິງ​ແລ້ວ, ເຂົາ​ຈະ​ຮູ້​ແນ່​ນອນ​ວ່າ​ສິ່ງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ, ເພາະ​ຈາກ​ຟ້າ​ສະ​ຫວັນ​ເຮົາ​ຈະ​ປະ​ກາດ​ມັນ​ແກ່​ເຂົາ.

13 ເຮົາ​ຈະ​ມອບ​ອຳ​ນາດ​ໃຫ້​ເຂົາ ເພື່ອ​ເຂົາ​ຈະ​ໄດ້​ເຫັນ ແລະ ເບິ່ງ​ສິ່ງ​ເຫລົ່າ​ນີ້​ດັ່ງ​ທີ່​ມັນ​ເປັນ​ຢູ່;

14 ແລະ ບໍ່​ມີ​ໃຜ​ອີກ​ທີ່​ເຮົາ​ຈະ​ມອບ​ອຳ​ນາດ​ນີ້​ໃຫ້, ທີ່​ຈະ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ຢ່າງ​ດຽວ​ກັນ​ນີ້​ໃນ​ບັນ​ດາ​ຄົນ​ລຸ້ນ​ນີ້, ໃນ​ຕອນ​ເລີ່ມ​ຕົ້ນ​ໃໝ່ ແລະ ຕອນ ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ອອກ​ມາ​ຈາກ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ—ແຈ່ມ​ແຈ້ງ​ດັ່ງ ດວງ​ເດືອນ, ແລະ ງົດ​ງາມ​ດັ່ງ​ດວງ​ຕາ​ເວັນ, ແລະ ເປັນ​ໜ້າ​ຢ້ານ​ກົວ​ດັ່ງ​ກອງ​ທັບ​ມາ​ພ້ອມ​ກັບ​ທຸງ.

15 ແລະ ດ້ວຍ​ປະ​ຈັກ​ພະ​ຍານ​ຂອງ ພະ​ຍານ​ສາມ​ຄົນ ເຮົາ​ຈະ​ສົ່ງ​ຄຳ​ຂອງ​ເຮົາ​ອອກ​ໄປ.

16 ແລະ ຈົ່ງ​ເບິ່ງ, ຜູ້​ໃດ​ກໍ​ຕາມ​ທີ່ ເຊື່ອ​ໃນ​ຄຳ​ຂອງ​ເຮົາ, ເຮົາ​ຈະ​ໄປ ຢ້ຽມ​ຢາມ​ເຂົາ​ດ້ວຍ ການ​ສະ​ແດງ​ໃຫ້​ປະ​ຈັກ​ໂດຍ ພຣະ​ວິນ​ຍານ​ຂອງ​ເຮົາ; ແລະ ເຂົາ​ຈະ​ໄດ້ ເກີດ​ຈາກ​ເຮົາ, ແມ່ນ​ແຕ່​ດ້ວຍ​ນ້ຳ ແລະ ດ້ວຍ​ພຣະ​ວິນ​ຍານ—

17 ແລະ ເຈົ້າ​ຕ້ອງ​ລໍ​ຖ້າ​ໄປ​ຊົ່ວ​ໄລ​ຍະ​ໜຶ່ງ, ເພາະ​ເຈົ້າ​ຍັງ​ບໍ່​ໄດ້​ຖືກ ແຕ່ງ​ຕັ້ງ​ເທື່ອ—

18 ແລະ ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ຈະ​ອອກ​ໄປ​ຄື​ກັນ ເພື່ອ ກ່າວ​ໂທດ​ຄົນ​ລຸ້ນ​ນີ້ ຖ້າ​ເຂົາ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຕໍ່​ຕ້ານ​ສິ່ງ​ເຫລົ່າ​ນີ້;

19 ເພາະ ໄມ້​ແສ້​ແຫ່ງ​ການ​ກວາດ​ລ້າງ​ຈະ​ອອກ​ໄປ ໃນ​ບັນ​ດາ​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ, ແລະ ຈະ​ສືບ​ຕໍ່ ຂ້ຽນ​ຕີ​ເປັນ​ບາງ​ຄັ້ງ, ຖ້າ​ເຂົາ ບໍ່​ກັບ​ໃຈ, ຈົນ​ກວ່າ​ແຜ່ນ​ດິນ​ໂລກ​ຈະ ເປົ່າ​ແປນ, ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ຈິບ​ຫາຍ ແລະ ຖືກ​ທຳ​ລາຍ​ຈົນ​ໝົດ​ສິ້ນ​ເພາະ​ຄວາມ​ແຈ້ງ​ສະ​ຫວ່າງ​ຂອງ ການ​ມາ​ຂອງ​ເຮົາ.

20 ຈົ່ງ​ເບິ່ງ, ເຮົາ​ບອກ​ເລື່ອງ​ເຫລົ່າ​ນີ້​ກັບ​ເຈົ້າ, ແມ່ນ​ແຕ່​ດັ່ງ​ທີ່​ເຮົາ​ໄດ້ ບອກ​ຜູ້​ຄົນ​ເຖິງ​ຄວາມ​ພິ​ນາດ​ຂອງ​ເຢ​ຣູ​ຊາ​ເລັມ​ນັ້ນ; ແລະ ຄຳ​ຂອງ​ເຮົາ​ຈະ​ຖືກ​ພິ​ສູດ​ໃນ​ວັນ​ເວ​ລາ​ນີ້ ດັ່ງ​ທີ່​ມັນ​ໄດ້​ຖືກ​ພິ​ສູດ​ຜ່ານ​ມາ​ຈົນ​ເຖິງ​ບັດ​ນີ້.

21 ແລະ ບັດ​ນີ້ ເຮົາ​ບັນ​ຊາ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໂຈ​ເຊັບ, ເພື່ອ​ໃຫ້​ກັບ​ໃຈ ແລະ ເດີນ​ໄປ​ຢ່າງ​ຊື່​ຕົງ​ຫລາຍ​ຂຶ້ນ​ຕໍ່​ໜ້າ​ເຮົາ, ແລະ ຢ່າ​ຍອມ​ຕໍ່​ການ​ຊັກ​ຊວນ​ຂອງ​ມະ​ນຸດ​ອີກ​ຕໍ່​ໄປ;

22 ແລະ ວ່າ​ເຈົ້າ​ຈະ​ຍຶດ​ໝັ້ນ​ໃນ ການ​ຮັກ​ສາ​ບັນ​ຍັດ ຊຶ່ງ​ເຮົາ​ໄດ້​ບັນ​ຊາ​ເຈົ້າ; ແລະ ຖ້າ​ເຈົ້າ​ເຮັດ​ສິ່ງ​ນີ້, ຈົ່ງ​ເບິ່ງ ເຮົາ​ຈະ​ປະ​ທານ​ຊີ​ວິດ​ນິ​ລັນ​ດອນ​ໃຫ້​ແກ່​ເຈົ້າ, ເຖິງ​ແມ່ນ​ເຈົ້າ​ຈະ​ຖືກ ຂ້າ.

23 ແລະ ບັດ​ນີ້, ອີກ​ເທື່ອ​ໜຶ່ງ, ເຮົາ​ກ່າວ​ກັບ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໂຈ​ເຊັບ, ກ່ຽວ​ກັບ ຊາຍ​ຄົນ​ທີ່​ປາດ​ຖະ​ໜາ​ການ​ເປັນ​ພະ​ຍານ—

24 ຈົ່ງ​ເບິ່ງ, ເຮົາ​ກ່າວ​ແກ່​ລາວ​ວ່າ ລາວ​ໄດ້​ຍົກ​ຕົວ​ເອງ​ຂຶ້ນ ແລະ ບໍ່​ຖ່ອມ​ຕົວ​ພຽງ​ພໍ​ຢູ່​ຕໍ່​ໜ້າ​ເຮົາ; ແຕ່​ຖ້າ ລາວ​ກົ້ມ​ຂາບ​ລົງ​ຕໍ່​ໜ້າ​ເຮົາ, ແລະ ຖ່ອມ​ຕົວ​ໃນ​ຄຳ​ອະ​ທິ​ຖານ ແລະ ໃນ​ສັດ​ທາ​ທີ່​ມີ​ພະ​ລັງ, ດ້ວຍ​ນ້ຳ​ໃສ​ໃຈ​ຈິງ​ຂອງ​ລາວ​ແລ້ວ, ຈາກ​ນັ້ນ ເຮົາ​ຈະ​ອະ​ນຸ​ຍາດ​ໃຫ້​ລາວ ເຫັນ​ສິ່ງ​ທີ່​ລາວ​ປາດ​ຖະ​ໜາ​ຢາກ​ຈະ​ເຫັນ.

25 ແລະ ຈາກ​ນັ້ນ ລາວ​ຈະ​ກ່າວ​ກັບ​ຜູ້​ຄົນ​ຂອງ​ຄົນ​ລຸ້ນ​ນີ້​ວ່າ: ຈົ່ງ​ເບິ່ງ, ເຮົາ​ໄດ້​ເຫັນ​ສິ່ງ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ສະ​ແດງ​ແກ່​ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ແລະ ເຮົາ ຮູ້​ຢ່າງ​ແນ່​ນອນ​ວ່າ​ມັນ​ເປັນ​ຄວາມ​ຈິງ, ເພາະ​ເຮົາ​ໄດ້​ເຫັນ​ມັນ, ເພາະ​ມັນ​ໄດ້​ຖືກ​ສະ​ແດງ​ໃຫ້​ເຮົາ​ເຫັນ ໂດຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ ແລະ ບໍ່​ແມ່ນ​ຂອງ​ມະ​ນຸດ.

26 ແລະ ເຮົາ​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ລາວ, ມາ​ຕິນ ແຮ​ຣິສ ຜູ້​ຮັບ​ໃຊ້​ຂອງ​ເຮົາ, ວ່າ​ລາວ​ຈະ​ບໍ່​ກ່າວ​ສິ່ງ​ໃດ​ກັບ​ພວກ​ເຂົາ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້, ນອກ​ຈາກ​ລາວ​ຈະ​ກ່າວ​ວ່າ: ເຮົາ​ໄດ້​ເຫັນ​ມັນ, ແລະ ມັນ​ໄດ້​ຖືກ​ສະ​ແດງ​ໃຫ້​ເຮົາ​ເຫັນ​ໂດຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ; ແລະ ນີ້​ຄື​ຖ້ອຍ​ຄຳ​ຊຶ່ງ​ລາວ​ຈະ​ກ່າວ.

27 ແຕ່​ຖ້າ​ລາວ​ປະ​ຕິ​ເສດ​ສິ່ງ​ນີ້ ລາວ​ຈະ​ຝ່າ​ຝືນ​ພັນ​ທະ​ສັນ​ຍາ ຊຶ່ງ​ລາວ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ເຮົາ​ມາ​ກ່ອນ, ແລະ ຈົ່ງ​ເບິ່ງ, ລາວ​ຈະ​ຖືກ​ກ່າວ​ໂທດ.

28 ແລະ ບັດ​ນີ້, ຍົກ​ເວັ້ນ​ແຕ່​ລາວ​ຈະ​ຖ່ອມ​ຕົວ ແລະ ຍອມ​ຮັບ​ກັບ​ເຮົາ​ເຖິງ​ສິ່ງ​ທີ່​ລາວ​ໄດ້​ເຮັດ​ຜິດ​ໄປ​ນັ້ນ, ແລະ ເຮັດ​ພັນ​ທະ​ສັນ​ຍາ​ກັບ​ເຮົາ​ວ່າ ລາວ​ຈະ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ແລະ ໃຊ້​ສັດ​ທາ​ໃນ​ເຮົາ, ຈົ່ງ​ເບິ່ງ, ເຮົາ​ກ່າວ​ແກ່​ລາວ, ລາວ​ຈະ​ບໍ່​ມີ​ການ​ມອງ​ເຫັນ​ເຊັ່ນ​ນັ້ນ, ເພາະ​ເຮົາ​ຈະ​ບໍ່​ໃຫ້​ລາວ​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ໄວ້.

29 ແລະ ຖ້າ​ຫາກ​ເປັນ​ເຊັ່ນ​ນີ້, ເຮົາ​ບັນ​ຊາ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໂຈ​ເຊັບ, ວ່າ​ເຈົ້າ​ຈະ​ກ່າວ​ກັບ​ລາວ, ວ່າ ລາວ​ຈະ​ບໍ່​ເຮັດ​ອີກ, ທັງ​ບໍ່​ລົບ​ກວນ​ເຮົາ​ອີກ​ກ່ຽວ​ກັບ​ເລື່ອງ​ນີ້.

30 ແລະ ຖ້າ​ຫາກ​ເປັນ​ເຊັ່ນ​ນັ້ນ, ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ​ໂຈ​ເຊັບ, ເມື່ອ​ເຈົ້າ​ແປ​ໄດ້​ຕື່ມ​ອີກ​ໜ້ອຍ​ໜຶ່ງ ໃຫ້​ເຈົ້າ​ຢຸດ​ຊົ່ວ​ໄລ​ຍະ​ໜຶ່ງ, ແມ່ນ​ແຕ່​ຈົນ​ກວ່າ​ເຮົາ​ຈະ​ບັນ​ຊາ​ເຈົ້າ​ອີກ; ຈາກ​ນັ້ນ​ເຈົ້າ​ຈຶ່ງ​ແປ​ຕື່ມ​ອີກ.

31 ແລະ ຍົກ​ເວັ້ນ​ແຕ່​ເຈົ້າ​ຈະ​ເຮັດ​ສິ່ງ​ນີ້, ຈົ່ງ​ເບິ່ງ, ເຈົ້າ​ຈະ​ບໍ່​ມີ​ຂອງ​ປະ​ທານ​ອີກ​ຕໍ່​ໄປ, ແລະ ເຮົາ​ຈະ​ເອົາ​ສິ່ງ​ຊຶ່ງ​ເຮົາ​ໄດ້​ຝາກ​ຝັງ​ໄວ້​ນຳ​ເຈົ້າ​ໄປ​ຈາກ​ເຈົ້າ.

32 ແລະ ບັດ​ນີ້, ເພາະ​ເຮົາ​ເຫັນ​ລ່ວງ​ໜ້າ​ເຖິງ​ການ​ຊຸມ​ຕົວ​ລໍ​ຖ້າ​ເພື່ອ​ທຳ​ລາຍ​ເຈົ້າ, ແທ້​ຈິງ​ແລ້ວ, ເຮົາ​ເຫັນ​ລ່ວງ​ໜ້າ​ວ່າ ຖ້າ​ມາ​ຕິນ ແຮ​ຣິສ ຜູ້​ຮັບ​ໃຊ້​ຂອງ​ເຮົາ​ບໍ່​ຖ່ອມ​ຕົວ ແລະ ຮັບ​ການ​ເປັນ​ພະ​ຍານ​ຈາກ​ມື​ຂອງ​ເຮົາ, ແລ້ວ​ລາວ​ຈະ​ຕົກ​ໄປ​ສູ່​ການ​ລ່ວງ​ລະ​ເມີດ;

33 ແລະ ມີ​ຫລາຍ​ຄົນ​ຊຸມ​ຕົວ​ລໍ​ຖ້າ ທຳ​ລາຍ​ເຈົ້າ​ຢູ່​ໃຫ້​ສິ້ນ​ໄປ​ຈາກ​ຜືນ​ແຜ່ນ​ດິນ​ໂລກ; ແລະ ດ້ວຍ​ເຫດ​ນີ້, ວັນ​ເວ​ລາ​ຂອງ​ເຈົ້າ​ຈຶ່ງ​ຖືກ​ຕໍ່​ອອກ​ໄປ, ເຮົາ​ໄດ້​ມອບ​ຄຳ​ບັນ​ຊາ​ເຫລົ່າ​ນີ້​ແກ່​ເຈົ້າ.

34 ແທ້​ຈິງ​ແລ້ວ, ດ້ວຍ​ເຫດ​ນີ້ ເຮົາ​ຈຶ່ງ​ໄດ້​ກ່າວ​ວ່າ: ຢຸດ, ແລະ ຢືນ​ຢູ່​ຊື່ໆ ຈົນ​ກວ່າ​ເຮົາ​ບັນ​ຊາ​ເຈົ້າ, ແລະ ເຮົາ​ຈະ ຈັດ​ຫາ​ວິ​ທີ ຊຶ່ງ​ໂດຍ​ວິ​ທີ​ນັ້ນ ເຈົ້າ​ຈະ​ສຳ​ເລັດ​ສິ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ເຈົ້າ.

35 ແລະ ຖ້າ​ເຈົ້າ ຊື່​ສັດ​ໃນ​ການ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ເຈົ້າ​ຈະ​ຖືກ ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ. ອາ​ແມນ.

ພິມ