ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 7


ພາກ​ທີ 7

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ, ທີ່​ເມືອງ​ຮາມ​ໂມ​ນີ ລັດ​ເພັນ​ໂຊ​ເວ​ເນຍ, ເດືອນ​ເມ​ສາ 1829, ເມື່ອ​ພວກ​ເພິ່ນ​ໄດ້​ທູນ​ຖາມ​ຜ່ານ​ອຸ​ລີມ ແລະ ທຸມ​ມີມ ກ່ຽວ​ກັບ​ວ່າ​ໂຢ​ຮັນ​ສາ​ນຸ​ສິດ​ຜູ້​ເປັນ​ທີ່​ຮັກ​ຍັງ​ຢູ່​ໃນ​ເນື້ອ​ໜັງ ຫລື ເສຍ​ຊີ​ວິດແລ້ວ. ການ​ເປີດ​ເຜີຍ​ເປັນ​ການ​ແປ​ຂອງ​ບັນ​ທຶກ​ທີ່​ໂຢ​ຮັນ​ໄດ້​ເຮັດ​ໄວ້​ໃນ​ແຜ່ນ​ໜັງ ແລະ ເຊື່ອງ​ໄວ້​ດ້ວຍ​ຕົວ​ເພິ່ນ​ເອງ.

1–3, ໂຢ​ຮັນ​ຜູ້​ເປັນ​ທີ່​ຮັກ​ຈະ​ມີ​ຊີ​ວິດ​ຢູ່​ຈົນ​ກວ່າ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ເດັດ​ມາ; 4–8, ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ ຖື​ຂໍ​ກະ​ແຈ​ຂອງ​ພຣະ​ກິດ​ຕິ​ຄຸນ.

1 ແລະ ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ໂຢ​ຮັນ, ຜູ້​ເປັນ​ທີ່​ຮັກ​ຂອງ​ເຮົາ, ເຈົ້າ ປາດ​ຖະ​ໜາ​ສິ່ງ​ໃດ? ເພາະ​ຖ້າ​ຫາກ​ເຈົ້າ​ຈະ​ຂໍ​ສິ່ງ​ທີ່​ເຈົ້າ​ປະ​ສົງ, ເຮົາ​ຈະ​ປະ​ທານ​ໃຫ້​ແກ່​ເຈົ້າ.

2 ແລະ ຂ້າ​ພະ​ເຈົ້າ​ໄດ້​ທູນ​ຕໍ່​ພຣະ​ອົງ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ເອີຍ ຂໍ​ຈົ່ງ​ໂປດ​ປະ​ທານ​ອຳ​ນາດ​ເໜືອ ຄວາມ​ຕາຍ​ໃຫ້​ແກ່​ຂ້າ​ພຣະ​ອົງ, ເພື່ອ​ຂ້າ​ພຣະ​ອົງ​ຈະ​ມີ​ຊີ​ວິດ​ຢູ່ ແລະ ນຳ​ຈິດ​ວິນ​ຍານ​ມາ​ຫາ​ພຣະ​ອົງ.

3 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ເພາະ​ເຈົ້າ​ປາດ​ຖະ​ໜາ​ສິ່ງ​ນີ້ ເຈົ້າ​ຈຶ່ງ​ຈະ​ມີ​ຊີ​ວິດ ຢູ່​ຕໍ່​ໄປ​ຈົນ​ກວ່າ​ເຮົາ​ມາ​ໃນ ລັດ​ສະ​ໝີ​ພາບ​ຂອງ​ເຮົາ, ແລະ ຈະ ທຳ​ນາຍ​ຕໍ່​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ ແລະ ທຸກ​ຜູ້​ຄົນ​ທັງ​ປວງ.

4 ແລະ ເພາະ​ດ້ວຍ​ເຫດ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ກ່າວ​ກັບ​ເປ​ໂຕ​ວ່າ: ຖ້າ​ຫາກ​ເຮົາ​ຍອມ​ໃຫ້​ລາວ​ຢູ່​ຕໍ່​ໄປ​ຈົນ​ກວ່າ​ເຮົາ​ມາ, ມັນ​ແມ່ນ​ເລື່ອງ​ຫຍັງ​ຂອງ​ເຈົ້າ? ເພາະ​ລາວ​ປາດ​ຖະ​ໜາ​ຈາກ​ເຮົາ​ທີ່​ຈະ​ນຳ​ຈິດ​ວິນ​ຍານ​ມາ​ຫາ​ເຮົາ, ແຕ່​ເຈົ້າ​ປາດ​ຖະ​ໜາ​ທີ່​ຈະ​ມາ​ຫາ​ເຮົາ​ຢ່າງ​ວ່ອງ​ໄວ​ໃນ ອາ​ນາ​ຈັກ​ຂອງ​ເຮົາ.

5 ເຮົາ​ກ່າວ​ກັບ​ເຈົ້າ, ເປ​ໂຕ, ນີ້​ເປັນ​ຄວາມ​ປາດ​ຖະ​ໜາ​ດີ; ແຕ່​ຜູ້​ເປັນ​ທີ່​ຮັກ​ຂອງ​ເຮົາ​ປາດ​ຖະ​ໜາ​ວ່າ ລາວ​ຈະ​ໄດ້​ເຮັດ​ວຽກ​ງານ​ຕື່ມ​ອີກ, ຫລື ເຮັດ​ວຽກ​ງານ​ທີ່​ຍິ່ງ​ໃຫຍ່​ໃນ​ທ່າມ​ກາງ​ມະ​ນຸດ​ຫລາຍ​ກວ່າ​ທີ່​ລາວ​ໄດ້​ເຮັດ​ຜ່ານ​ມາ.

6 ແທ້​ຈິງ​ແລ້ວ, ລາວ​ໄດ້​ຮັບ​ເອົາ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່; ສະ​ນັ້ນ​ເຮົາ​ຈຶ່ງ​ຈະ​ເຮັດ​ໃຫ້​ລາວ​ເປັນ​ຄື​ໄຟ​ທີ່​ລຸກ​ໄໝ້ ແລະ ເປັນ​ທູດ​ຜູ້ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ; ລາວ​ຈະ​ປະ​ຕິ​ບັດ​ຕໍ່​ຜູ້​ທີ່​ເປັນ ທາ​ຍາດ​ແຫ່ງ​ຄວາມ​ລອດ​ຜູ້​ອາ​ໄສ​ຢູ່​ເທິງ ແຜ່ນ​ດິນ​ໂລກ.

7 ແລະ ເຮົາ​ຈະ​ໃຫ້​ເຈົ້າ​ປະ​ຕິ​ບັດ​ຕໍ່​ລາວ ແລະ ຕໍ່​ຢາ​ໂກ​ໂບ​ອ້າຍ​ນ້ອງ​ຂອງ​ເຈົ້າ; ແລະ ແກ່​ເຈົ້າ​ເຮົາ​ຈະ​ມອບ​ອຳ​ນາດ​ນີ້ ແລະ ຂໍ​ກະ​ແຈ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃຫ້ ຈົນ​ກວ່າ​ເຮົາ​ມາ.

8 ຕາມ​ຄວາມ​ຈິງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ພວກ​ເຈົ້າ​ທັງ​ສອງ​ຈະ​ໄດ້​ຮັບ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຈົ້າ, ເພາະ​ພວກ​ເຈົ້າ​ທັງ​ສອງ ຊື່ນ​ຊົມ​ໃນ​ສິ່ງ​ທີ່​ພວກ​ເຈົ້າ​ປາດ​ຖະ​ໜາ.

ພິມ