ອາແມນ
ໝາຍເຖິງ “ຂໍໃຫ້ເປັນດັ່ງນັ້ນ” ຫລື “ຂໍໃຫ້ເປັນດັ່ງທີ່ກ່າວ.” ອາແມນ ແມ່ນການກ່າວເພື່ອສະແດງຄວາມຈິງໃຈ ຫລື ການຮັບຮູ້ຢ່າງໜັກແໜ້ນ ແລະ ການເຫັນດ້ວຍ (ພບຍ 27:14–26) ຫລື ຄວາມເປັນຈິງ (1 ກສ 1:36). ທຸກວັນນີ້ ໃນທ້າຍຂອງຄຳອະທິຖານ, ປະຈັກພະຍານ, ແລະ ຄຳປາໄສ, ຜູ້ທີ່ໄດ້ຍິນຄຳອະທິຖານ ຫລື ຂ່າວສານ ຈະກ່າວອອກສຽງຄຳວ່າ ອາແມນ ເພື່ອສະແດງເຖິງການເຫັນດ້ວຍ ແລະ ການຍອມຮັບ.
ໃນສະໄໝຂອງພຣະຄຳພີເດີມ, ບຸກຄົນຈະກ່າວຄຳວ່າ ອາແມນ ເມື່ອເຮັດຄຳສາບານ (1 ຂຄ 16:7, 35–36; ນມຢ 5:12–13; 8:2–6). ພຣະຄຣິດໄດ້ຖືກເອີ້ນວ່າ “ອາແມນ, ພະຍານຜູ້ຊື່ສັດ ແລະ ຍຸດຕິທຳ” (ພນມ 3:14). ຄຳວ່າ ອາແມນ ຍັງຖືກໃຊ້ເປັນສັນຍາລັກຂອງພັນທະສັນຍາໃນໂຮງຮຽນຂອງສາດສະດານຳອີກ (ຄພ 88:133–135).