ລູກກົກ
ໃນສະໄໝຂອງປິຕຸໃນສະໄໝບູຮານ, ລູກຊາຍກົກຈະໄດ້ຮັບສິດທິຂອງອ້າຍກົກ (ປຖກ 43:33) ແລະ ດັ່ງນັ້ນຈຶ່ງໄດ້ຮັບຕຳແໜ່ງຜູ້ນຳຄອບຄົວຫລັງຈາກພໍ່ໄດ້ເສຍຊີວິດໄປ. ລູກກົກຕ້ອງມີຄ່າຄວນທີ່ຈະຮັບເອົາໜ້າທີ່ຮັບຜິດຊອບນີ້ (1 ຂຄ 5:1–2) ແລະ ສາມາດສູນເສຍສິດທິຂອງອ້າຍກົກໄປໄດ້ເພາະຄວາມບໍ່ຊອບທຳ.
ພາຍໃຕ້ກົດຂອງໂມເຊ, ລູກຊາຍກົກໄດ້ຖືກນັບຖືວ່າເປັນຂອງພຣະເຈົ້າ. ລູກກົກໄດ້ຮັບມໍລະດົກສອງເທົ່າຂອງພໍ່ (ພບຍ 21:17). ຫລັງຈາກພໍ່ຂອງລາວໄດ້ເສຍຊີວິດໄປ, ລາວໄດ້ຮັບໜ້າທີ່ຮັບຜິດຊອບທີ່ຈະດູແລແມ່ ແລະ ເອື້ອຍນ້ອງຂອງລາວ.
ສັດໂຕເຖິກຫົວປີທຸກໆໂຕກໍເປັນຂອງພຣະເຈົ້າຄືກັນ. ສັດທີ່ສະອາດໄດ້ຖືກໃຊ້ເປັນເຄື່ອງຖວາຍ, ສ່ວນສັດທີ່ບໍ່ສະອາດຖືກໄຖ່ຖອນ ຫລື ຂາຍໄປ ຫລື ຂ້າຖິ້ມ (ອພຍ 13:2, 11–13; 34:19–20; ລລວ 27:11–13, 26–27).
ລູກກົກເປັນສັນຍາລັກເຖິງພຣະເຢຊູຄຣິດ ແລະ ການປະຕິບັດສາດສະໜາກິດຂອງພຣະອົງຢູ່ໃນໂລກ, ເຕືອນຜູ້ຄົນວ່າພຣະເມຊີອາທີ່ຍິ່ງໃຫຍ່ຈະສະເດັດມາ (ມຊ 5:4–8; 6:63).
ພຣະເຢຊູເປັນລູກກົກຂອງລູກໆທາງວິນຍານຂອງພຣະບິດາເທິງສະຫວັນຂອງເຮົາ, ເປັນພຣະອົງດຽວທີ່ຖືກຳເນີດຈາກພຣະບິດາໃນເນື້ອໜັງ, ແລະ ເປັນຜູ້ທຳອິດທີ່ລຸກຂຶ້ນຈາກຄວາມຕາຍໃນການຟື້ນຄືນພຣະຊົນ (ກລຊ 1:13–18). ໄພ່ພົນຂອງພຣະເຈົ້າທີ່ຊື່ສັດກາຍເປັນສະມາຊິກຂອງສາດສະໜາຈັກຂອງລູກກົກໃນຊົ່ວນິລັນດອນ (ຄພ 93:21–22).