ເຢຣູຊາເລັມ
ເມືອງໜຶ່ງທີ່ຕັ້ງຢູ່ໃນອິດສະຣາເອນທຸກວັນນີ້. ມັນເປັນເມືອງທີ່ສຳຄັນຫລາຍທີ່ສຸດໃນປະຫວັດສາດຂອງພຣະຄຳພີ. ຈຸດທີ່ສັກສິດສຳລັບຊາວຄຣິດສະຕຽນ, ຊາວຢິວ, ແລະ ມຸດສະລິມ ແມ່ນຢູ່ໃນເມືອງນີ້ ແລະ ໄດ້ຖືກຢ້ຽມຢາມເປັນປະຈຳໂດຍຜູ້ເຊື່ອທີ່ຊື່ສັດ. ສ່ວນຫລາຍມັນຖືກກ່າວເຖິງວ່າເປັນນະຄອນສັກສິດ.
ຄັ້ງໜຶ່ງເຄີຍເປັນທີ່ຮູ້ຈັກກັນວ່າ ຊາເລັມ (ປຖກ 14:18; ພສສ 76:2), ເຢຣູຊາເລັມເປັນເມືອງຂອງເຢບຸດ ຈົນກວ່າດາວິດໄດ້ຍຶດຄອງ (ຢຊ 10:1; 15:8; 2 ຊມອ 5:6–7), ແລະ ໄດ້ຕັ້ງມັນເປັນເມືອງຫລວງ. ຈົນກວ່າເຖິງເວລານັ້ນ ສ່ວນຫລາຍແລ້ວມັນຖືກໃຊ້ເປັນເມືອງຍາມຢູ່ເທິງຄ້ອຍພູ, ປະມານ 2600 ຟິດ (800 ແມັດ) ສູງກວ່າໜ້ານ້ຳທະເລ. ມັນຖືກອ້ອມຮອບໄປດ້ວຍຫ່ອມພູເລິກທຸກດ້ານ ຍົກເວັ້ນແຕ່ທາງທິດເໜືອເທົ່ານັ້ນ.
ໃນຊ່ວງໄລຍະການປົກຄອງຂອງກະສັດດາວິດໃນເຢຣູຊາເລັມ, ເພິ່ນໄດ້ອາໄສຢູ່ວັງທີ່ເຮັດດ້ວຍໄມ້. ເຖິງຢ່າງໃດກໍຕາມ, ລະຫວ່າງໄລຍະການປົກຄອງຂອງໂຊໂລໂມນ, ປະຊາຊົນໄດ້ເຮັດຫລາຍສິ່ງຫລາຍຢ່າງ ເພື່ອດັດແປງໃຫ້ເມືອງສວຍງາມຂຶ້ນ, ລວມທັງວັງຂອງກະສັດ ແລະ ພຣະວິຫານ.
ຫລັງຈາກອານາຈັກຂອງອິດສະຣາເອນ ແລະ ຢູດາ ໄດ້ແຍກອອກຈາກກັນ, ເມືອງເຢຣູຊາເລັມຍັງເປັນເມືອງຫລວງຂອງຢູດາຢູ່ຕໍ່ໄປ. ມັນມັກຖືກສັດຕູເຂົ້າໂຈມຕີເລື້ອຍໆ (1 ກສ 14:25; 2 ກສ 14:13; 16:5; 18–19; 24:10; 25). ພາຍໃຕ້ການປົກຄອງຂອງເຮເຊກີຢາ, ເຢຣູຊາເລັມໄດ້ກາຍເປັນສູນກາງນະມັດສະການທາງສາດສະໜາ, ແຕ່ພາກສ່ວນໜຶ່ງໄດ້ຖືກທຳລາຍໃນ 320 ປີ ກ່ອນ ຄ.ສ., 168 ປີ ກ່ອນ ຄ.ສ., ແລະ 65 ປີ ກ່ອນ ຄ.ສ. ເຮໂຣດໄດ້ສ້ອມແປງກຳແພງເມືອງ ແລະ ພຣະວິຫານ, ແຕ່ໃນ ຄ.ສ. 70 ຊາວໂຣມໄດ້ທຳລາຍມັນຈົນໝົດສິ້ນ.