ລູກາ
ຜູ້ຂຽນພຣະທຳລູກາ ແລະ ພຣະທຳກິດຈະການໃນພຣະຄຳພີໃໝ່ ແລະ ເປັນເພື່ອນສອນສາດສະໜາຂອງໂປໂລ. ລາວໄດ້ເກີດນຳພໍ່ແມ່ຊາວກຣີກ ແລະ ໄດ້ຝຶກຝ່າຍການແພດ (ກລຊ 4:14). ລູກາໄດ້ຮັບການສຶກສາເປັນຢ່າງດີ. ລາວໄດ້ແຈ້ງຕົນເອງວ່າເປັນເພື່ອນຮ່ວມງານຂອງອັກຄະສາວົກໂປໂລ ເມື່ອລາວໄດ້ເຂົ້າຮ່ວມກັບໂປໂລທີ່ເມືອງໂທອາດ (ກຈກ 16:10–11). ລູກາກໍໄດ້ຢູ່ນຳໂປໂລຄືກັນ ທີ່ຟີລິບປອຍ ຕອນໂປໂລເດີນທາງໄປເຢຣູຊາເລັມເປັນເທື່ອສຸດທ້າຍ (ກຈກ 20:6), ແລະ ທັງສອງໄດ້ຢູ່ນຳກັນຈົນເຂົາເຈົ້າໄດ້ມາເຖິງກຸງໂຣມ. ລູກາກໍໄດ້ຢູ່ນຳໂປໂລຄືກັນໃນລະຫວ່າງທີ່ລາວໄດ້ຖືກຄຸມຂັງຢູ່ຄຸກໃນກຸງໂຣມ (2 ຕມທ 4:11). ຕາມທີ່ບອກເລົ່າກັນມາ ລາວໄດ້ຖືກຂ້າຍ້ອນຄວາມເຊື່ອ.
ພຣະທຳລູກາ
ເລື່ອງລາວທີ່ລູກາໄດ້ຂຽນເຖິງພຣະເຢຊູຄຣິດ ແລະ ການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະອົງ. ພຣະທຳກິດຈະການຂອງອັກຄະສາວົກເປັນພາກຕໍ່ເນື່ອງຂອງພຣະທຳລູກາ. ລູກາໄດ້ຂຽນເລື່ອງລາວກ່ຽວກັບສາດສະໜາກິດຂອງພຣະເຢຊູໄວ້ເປັນຢ່າງດີ, ໂດຍສະເໜີພຣະເຢຊູວ່າເປັນພຣະຜູ້ຊ່ວຍໃຫ້ລອດຂອງທັງຊາວຢິວ ແລະ ຄົນຕ່າງຊາດ. ລາວໄດ້ຂຽນຫລາຍຢ່າງກ່ຽວກັບຄຳສອນຂອງພຣະເຢຊູ ແລະ ການປະຕິບັດຂອງພຣະອົງ. ໃນລູກາ ພວກເຮົາເຫັນຕອນດຽວເທົ່ານັ້ນກ່ຽວກັບການມາຢ້ຽມຢາມຂອງຄັບຣີເອນຕໍ່ຊາຂາຣີຢາ ແລະ ນາງມາຣີ (ລກ 1); ການມາຢ້ຽມຢາມຂອງຄົນລ້ຽງແກະຕໍ່ກຸມມານນ້ອຍເຢຊູ (ລກ 2:8–18); ພຣະເຢຊູທີ່ພຣະວິຫານຕອນມີອາຍຸໄດ້ສິບສອງພັນສາ (ລກ 2:41–52); ສາວົກເຈັດສິບໄດ້ຮັບມອບໝາຍ ແລະ ໄດ້ຖືກສົ່ງອອກໄປ (ລກ 10:1–24); ພຣະເຢຊູເຫື່ອຍ້ອຍຢາດເປັນເລືອດ (ລກ 22:44); ການສົນທະນາຂອງພຣະເຢຊູກັບພວກນັກໂທດຢູ່ເທິງໄມ້ກາງແຂນ (ລກ 23:39–43); ແລະ ພຣະເຢຊູໄດ້ກິນປາ ແລະ ນ້ຳເຜິ້ງ ຫລັງຈາກທີ່ພຣະອົງໄດ້ຟື້ນຄືນພຣະຊົນ (ລກ 24:42–43).
ສຳລັບລຳດັບເຫດການກ່ຽວກັບພຣະຊົນຊີບຂອງພຣະຜູ້ຊ່ວຍໃຫ້ລອດທີ່ບັນຍາຍໄວ້ຢູ່ໃນພຣະທຳລູກາ, ເບິ່ງ ຄວາມກົມກຽວຂອງພຣະກິດຕິຄຸນ ໃນພາກຫ້ອຍທ້າຍ.