ໂມໂຣໄນ, ລູກຊາຍຂອງມໍມອນ
ສາດສະດາຄົນສຸດທ້າຍໃນພຣະຄຳພີມໍມອນ (ປະມານ ຄ.ສ. 421). ກ່ອນມໍມອນໃກ້ເສຍຊີວິດໄປ, ເພິ່ນໄດ້ເອົາບັນທຶກປະຫວັດສາດທີ່ເອີ້ນວ່າ ແຜ່ນຈາລຶກຂອງມໍມອນ ໄປໃຫ້ ໂມໂຣໄນ ລູກຊາຍຂອງເພິ່ນ (ຄມ 1:1). ໂມໂຣໄນໄດ້ສຳເລັດການຮຽບຮຽງແຜ່ນຈາລຶກຂອງມໍມອນ. ເພິ່ນໄດ້ຕື່ມ ບົດທີ 8 ແລະ 9 ໃສ່ໃນພຣະຄຳພີມໍມອນ (ມມ 8:1). ເພິ່ນໄດ້ຫຍໍ້ ແລະ ສະຫລຸບໜັງສືອີເທີ (ອທ 1:1–2) ແລະ ໄດ້ຕື່ມໜັງສືຂອງເພິ່ນເອງໃສ່ ທີ່ເອີ້ນວ່າ ໜັງສືໂມໂຣໄນ (ມຣນ 1). ໂມໂຣໄນໄດ້ຜະນຶກແຜ່ນຈາລຶກ ແລະ ໄດ້ເຊື່ອງມັນໄວ້ໃນພູຄູໂມຣາ (ມມ 8:14; ມຣນ 10:2). ໃນປີ 1823 ໂມໂຣໄນໄດ້ຖືກສົ່ງມາໃນສະພາບທີ່ໄດ້ຟື້ນຄືນຊີວິດແລ້ວ ເພື່ອເປີດເຜີຍພຣະຄຳພີມໍມອນແກ່ໂຈເຊັບ ສະມິດ (ຄພ 27:5; ຈສ—ປ 1:30–42, 45). ເພິ່ນໄດ້ແນະນຳສາດສະດາໜຸ່ມແຕ່ລະປີ ນັບແຕ່ປີ 1823 ເຖິງ 1827 (ຈສ—ປ 1:54) ແລະ ໃນທີ່ສຸດ ກໍໄດ້ນຳແຜ່ນຈາລຶກມາໃຫ້ເພິ່ນໃນປີ 1827 (ຈສ—ປ 1:59). ຫລັງຈາກໄດ້ສຳເລັດການແປແລ້ວ ໂຈເຊັບ ສະມິດ ກໍໄດ້ສົ່ງແຜ່ນຈາລຶກຄືນໃຫ້ໂມໂຣໄນ.
ໜັງສືໂມໂຣໄນ
ໜັງສືເຫລັ້ມສຸດທ້າຍຢູ່ໃນພຣະຄຳພີມໍມອນ. ມັນຖືກຂຽນໂດຍສາດສະດາຊາວນີໄຟຄົນສຸດທ້າຍຊື່ ໂມໂຣໄນ. ບົດທີ 1–3 ບອກເຖິງຄວາມພິນາດເທື່ອສຸດທ້າຍຂອງຊາວນີໄຟ, ໃຫ້ຄຳແນະນຳກ່ຽວກັບການມອບພຣະວິນຍານບໍລິສຸດ ແລະ ຖານະປະໂລຫິດ. ບົດທີ 4–5 ໃຫ້ລາຍລະອຽດກ່ຽວກັບລະບຽບການທີ່ຖືກຕ້ອງຂອງການປະຕິບັດພິທີສິນລະລຶກ. ບົດທີ 6 ສະຫລຸບວຽກງານຂອງສາດສະໜາຈັກ. ບົດທີ 7–8 ຄຳເທດສະໜາກ່ຽວກັບຫລັກທຳຂໍ້ທຳອິດຂອງພຣະກິດຕິຄຸນ, ລວມທັງຄຳສອນຂອງມໍມອນເລື່ອງສັດທາ, ຄວາມຫວັງ, ແລະ ຄວາມໃຈບຸນ ແລະ ກ່ຽວກັບວິທີທີ່ຈະຮູ້ວ່າສິ່ງໃດດີ ແລະ ສິ່ງໃດບໍ່ດີ (ມຣນ 7), ແລະ ຄຳອະທິບາຍຂອງມໍມອນວ່າ ເດັກນ້ອຍມີຊີວິດຢູ່ໃນພຣະຄຣິດ ແລະ ບໍ່ຈຳເປັນຕ້ອງຮັບການບັບຕິສະມາ (ມຣນ 8). ບົດທີ 9 ບັນຍາຍເຖິງຄວາມຊົ່ວຮ້າຍຂອງປະຊາຊາດນີໄຟ. ບົດທີ 10 ເປັນຂ່າວສານສຸດທ້າຍຂອງໂມໂຣໄນ ແລະ ຮ່ວມດ້ວຍວິທີທີ່ຈະຮູ້ຈັກຄວາມຈິງເລື່ອງພຣະຄຳພີມໍມອນ (ມຣນ 10:3–5).