ສິ່ງ​ຊ່ວຍ​ສຶກ​ສາ
ໂມ​ໄຊ​ຢາ, ພວກ​ລູກ​ຊາຍ​ຂອງ


ໂມ​ໄຊ​ຢາ, ພວກ​ລູກ​ຊາຍ​ຂອງ

ໃນ​ພຣະ​ຄຳ​ພີ​ມໍມອນ, ລູກ​ຊາຍ​ສີ່​ຄົນ​ຂອງ​ກະສັດ​ໂມ​ໄຊ​ຢາ ຜູ້​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຫລັງ​ຈາກ​ທູດ​ໄດ້​ມາ​ປະກົດ​ຕໍ່​ເຂົາ​ເຈົ້າ ແລະ ສັ່ງ​ເຂົາ​ເຈົ້າ​ໃຫ້​ກັບ​ໃຈ. ເຂົາ​ເຈົ້າ​ຊື່​ວ່າ ອຳໂມນ, ອາໂຣນ, ອອມເນີ, ແລະ ຮິມໄນ (ມຊຢ 27:34). ເຂົາ​ເຈົ້າ​ໄດ້​ໃຊ້​ເວລາ​ສິບ​ສີ່​ປີ ໃນ​ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ໃຫ້​ແກ່​ຊາວ​ເລມັນ. ບັນ​ທຶກ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຂົາ​ເຈົ້າ​ໃນ​ບັນ​ດາ​ຊາວ​ເລມັນ ມີ​ຢູ່​ໃນ​ໜັງສື​ແອວມາ, ບົດ​ທີ 17 ເຖິງ 26.

ພິມ