ທຳມະສາລາ
ສະຖານທີ່ຊຸມນຸມ ໃຊ້ສຳລັບຈຸດປະສົງຂອງສາດສະໜາ. ໃນສະໄໝຂອງພຣະຄຳພີໃໝ່, ເຄື່ອງໃຊ້ໃນນັ້ນ ກໍບໍ່ມີຫຍັງຫລາຍ, ມີຫີບໜ່ວຍໜຶ່ງທີ່ບັນຈຸກໍ້ບັນຍັດ ແລະ ການຂຽນສັກສິດອື່ນໆ, ໂຕະອ່ານໜັງສື, ແລະ ຕັ່ງນັ່ງນະມັດສະການ.
ສະພາໃນທ້ອງຖິ່ນຂອງພວກຜູ້ເຖົ້າແກ່ເປັນຜູ້ດູແລທຳມະສາລາແຕ່ລະແຫ່ງ. ເຂົາເຈົ້າເປັນຜູ້ຕັດສິນໃຈວ່າ ຜູ້ໃດຄວນຖືກອະນຸຍາດໃຫ້ເຂົ້າໄປ ຫລື ຄວນຖືກກີດກັນ (ຢຮ 9:22; 12:42). ໜ້າທີ່ສຳຄັນທີ່ສຸດແມ່ນຫົວໜ້າທຳມະສາລາ (ມຣກ 5:22; ລູກາ 13:14). ໂດຍທົ່ວໄປແລ້ວ ລາວຈະເປັນຜູ້ຂຽນ, ດູແລຕຶກ, ແລະ ຄວບຄຸມພິທີນະມັດສະການ. ບຸກຄົນໜຶ່ງໄດ້ປະຕິບັດໜ້າທີ່ສະໝຽນ (ລກ 4:20).
ມີສະຖານທຳມະສາລາຢູ່ທຸກໝູ່ບ້ານ ບ່ອນທີ່ຊາວຢິວອາໄສຢູ່, ທັງໃນຟີລິດສະຕິນ ແລະ ໃນບ່ອນອື່ນໆ. ສິ່ງນີ້ເປັນການຊ່ວຍເຫລືອທີ່ໃຫຍ່ຫລວງ ໃນການປະກາດພຣະກິດຕິຄຸນຂອງພຣະເຢຊູຄຣິດ ເພາະວ່າຜູ້ສອນສາດສະໜາຂອງສາດສະໜາຈັກໃນສະໄໝນັ້ນ ສາມາດກ່າວຢູ່ໃນທຳມະສາລາ (ກຈກ 13:5, 14; 14:1; 17:1, 10; 18:4). ການປະຕິບັດທີ່ເໝືອນກັນນີ້ ກໍມີຢູ່ໃນບັນດາຜູ້ສອນສາດສະໜາ ໃນພຣະຄຳພີມໍມອນ (ແອວ 16:13; 21:4–5; 32:1), ເຊັ່ນດຽວກັບ ໃນບັນດາຜູ້ສອນສາດສະໜາລຸ້ນທຳອິດ ໃນຍຸກສະໄໝນີ້ (ຄພ 66:7; 68:1).