ສິ່ງ​ຊ່ວຍ​ສຶກ​ສາ
18. ພຣະ​ວິຫານ​ເຊົາເລັກ


18. ພຣະ​ວິຫານ​ເຊົາເລັກ

ຮູບ​ພາບ
ຮູບ​ພາບ 18

ພຣະ​ວິຫານ​ເຊົາເລັກ, ເບິ່ງ​ຈາກ​ທາງ​ຕາ​ເວັນ​ອອກ​ສ່ຽງ​ເໜືອ. ສອງ​ສາມ​ມື້​ຫລັງ​ຈາກ​ກຸ່ມ​ບຸກ​ເບີກ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ໄດ້​ເຂົ້າ​ມາ​ສູ່​ຮ່ອມ​ພູ​ເຊົາເລັກ, ປະທານ​ບຣິກຳ ຢັງ ໄດ້​ວາງ​ໄມ້​ຄ້ອນ​ເທົ້າ​ຂອງ​ເພິ່ນ ລົງ​ໃສ່​ທີ່​ດິນ ຕອນ​ໜຶ່ງ ແລະ ໄດ້​ປະ​ກາດ​ວ່າ, “ພວກ​ເຮົາ​ຈະ​ສ້າງ​ພຣະ​ວິຫານ​ຂອງ​ພຣະ​ເຈົ້າ​ຢູ່​ບ່ອນ​ນີ້.” ພິ​ທີ​ຂຸດ​ດິນ ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ວັນທີ 14 ເດືອນ​ກຸມພາ, 1853. ໃນ​ວັນທີ 6 ເດືອນ​ເມສາ, 1853, ຫີນ​ເສົາ​ເອກ​ໄດ້​ຖືກ​ວາງ​ລົງ. ພຣະ​ວິຫານ​ໄດ້​ສຳ​ເລັດ ແລະ ໄດ້​ຮັບ​ການ​ອຸ​ທິດ 40 ປີ ຕໍ່​ມາ ໃນ​ວັນທີ 6 ເດືອນ​ເມສາ, 1893. ຝ່າຍ​ປະທານ​ສູງ​ສຸດ ແລະ ກຸ່ມ​ອັກຄະ​ສາວົກ​ສິບ​ສອງ ໄດ້​ມາ​ຊຸມ​ນຸມ​ກັນ​ຢູ່​ໃນ​ພຣະ​ວິຫານ​ນີ້​ທຸກ​ອາ​ທິດ ເພື່ອ​ພິ​ຈາ​ລະ​ນາ ແລະ ສະແຫວງ​ຫາ​ການ​ຊີ້​ນຳ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ການ​ບໍ​ລິ​ຫານ​ງານ ແລະ ໃນ​ການ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

ເຫດ​ການ​ທີ່​ສຳ​ຄັນ: ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ວິນ​ຍານ​ແຫ່ງ​ການ​ເປີດ​ເຜີຍ​ຢ່າງ​ຫລວງ​ຫລາຍ​ໃຫ້​ແກ່​ປະທານ ແລະ ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່​ຄົນ​ອື່ນໆ​ຢູ່​ໃນ​ນີ້, ລວມ​ທັງ​ຂໍ້​ປະ​ກາດ​ຢ່າງ​ເປັນທາງ​ການ 2. ເມື່ອ​ບໍ່​ດົນ​ມາ​ນີ້, ຝ່າຍ​ປະທານ​ສູງ​ສຸດ ແລະ ສະພາ​ອັກຄະ​ສາວົກ​ສິບ​ສອງ ໄດ້​ອະ​ນຸ​ມັດ​ຢ່າງ​ເປັນ​ເອກະສັນ ແລະ ໄດ້​ຈັດ​ພິມ​ໃບ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ.” ພິ​ທີ​ການ​ຂອງ​ພຣະ​ວິຫານ​ທີ່​ໄດ້​ຖືກ​ປະ​ຕິ​ບັດ​ສຳ​ລັບ​ທັງ​ຄົນ​ເປັນ ແລະ ຄົນ​ຕາຍ ໄດ້​ເປັນ​ພອນ​ໃຫ້​ແກ່​ຫລາຍ​ລ້ານ​ຄົນ.

ພິມ