ສິ່ງ​ຊ່ວຍ​ສຶກ​ສາ
2. ພູ​ຄູໂມຣາ ແລະ ເຂດ​ພາໄມຣາ-ແມນເຈດ​ສະເຕີ


2. ພູ​ຄູໂມຣາ ແລະ ເຂດ​ພາໄມຣາ-ແມນເຈດ​ສະເຕີ

ຮູບ​ພາບ
ຮູບ​ພາບ 2

ໂດຍ​ທີ່​ເບິ່ງ​ເປັນ​ທາງ​ເໜືອ, ຮູບ​ພາບ​ແຜ່ນ​ນີ້ ສະແດງ​ໃຫ້​ພູ​ຄູໂມຣາ ໃນ​ເມືອງ​ແມນເຈດ​ສະເຕີ, ລັດ​ນິວຢອກ. ໃນ​ຮູບ​ພາບ​ນີ້ ຄ້ອຍ​ພູ​ປະກົດ​ຢູ່​ແຈ​ທາງ​ລຸ່ມ​ເບື້ອງ​ຂວາ​ມື ແລະ ຢາຍ​ຂຶ້ນ​ໄປ​ທາງ​ເທິງ ຈົນ​ເຖິງ​ເຄິ່ງ​ທາງ. ຫລັກ​ອະ​ນຸ​ສອນ​ສີ​ຂາວ​ທີ່​ເຫັນ​ໄດ້ ຕັ້ງ​ຢູ່​ທາງ​ເໜືອ​ຂອງ​ຄ້ອຍ​ພູ ເພື່ອ​ເປັນ​ກຽດ​ໃຫ້​ແກ່​ທູດ​ໂມ​ໂຣ​ໄນ ແລະ ການ​ອອກ​ມາ​ຂອງ​ພຣະ​ຄຳ​ພີ​ມໍມອນ. ພູ​ຄູໂມຣາ​ຕັ້ງ​ຢູ່​ປະ​ມານ 5 ກິ​ໂລ​ແມັດ ໃຕ້​ຈາກ​ປ່າ​ສັກ​ສິດ. ໃກ້​ສົ້ນ​ເທິງ​ຂອງ​ຮູບ ແມ່ນ​ໝູ່​ບ້ານ​ພາໄມຣາ, ໄກ 6½ ກິ​ໂລ​ແມັດ. ບ້ານ​ສວນ​ຂອງ​ຄອບ​ຄົວ​ສະມິດ ແລະ ປ່າ​ສັກ​ສິດ ແມ່ນ​ຢູ່​ສົ້ນ​ເທິງ​ເບື້ອງ​ຊ້າຍ​ຂອງ​ຮູບ​ພາບ.

ເຫດ​ການ​ທີ່​ສຳ​ຄັນ: ຄອບ​ຄົວ​ຂອງ​ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ອາ​ໄສ​ຢູ່​ໃນ​ເຂດ​ນີ້ ໃນ​ໄລ​ຍະ​ທີ່​ໄດ້​ເຫັນ​ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ (ຈສ—ປ 1:3). ໃນ ຄ.ສ. 421, ໂມ​ໂຣ​ໄນ​ໄດ້​ຝັງ​ແຜ່ນ​ຈາລຶກ​ຄຳ​ໄວ້​ໃນ​ພູ​ຄູໂມຣາ ຊຶ່ງ​ບັນ​ຈຸ​ປະຫວັດ​ສາດ​ທີ່​ສັກ​ສິດ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ (ຄມ 1:1–11; ມມ 6:6; ມຣນ 10:1–2). ໂມ​ໂຣ​ໄນ​ຄົນ​ດຽວ​ກັນ​ນີ້ ໄດ້​ບອກ​ໂຈເຊັບ ສະມິດ ບ່ອນ​ທີ່​ຈະ​ພົບ​ເຫັນ​ແຜ່ນ​ຈາລຶກ ຢູ່​ໃນ​ພູ. ໂມ​ໂຣ​ໄນ​ໄດ້​ມອບ​ແຜ່ນ​ຈາລຶກ​ໃຫ້​ເພິ່ນ ໃນ​ປີ 1827 (ຄພ 27:5; 128:20; ຈສ—ປ 1:33–35, 51–54, 59).

ພິມ