ສິ່ງ​ຊ່ວຍ​ສຶກ​ສາ
9. ພຣະ​ວິຫານ​ເຄີດແລນ


9. ພຣະ​ວິຫານ​ເຄີດແລນ

ຮູບ​ພາບ
ຮູບ​ພາບ 9

ພຣະ​ວິຫານ​ເຄີດແລນ ແມ່ນ​ຕັ້ງ​ຢູ່​ໃນ​ເມືອງ​ເຄີດແລນ, ລັດ​ໂອ​ໄຮ​ໂອ.

ເຫດ​ການ​ທີ່​ສຳ​ຄັນ: ພຣະ​ວິຫານ​ເຄີດແລນ ເປັນ​ພຣະ​ວິຫານ​ແຫ່ງ​ທຳ​ອິດ ໃນ​ຍຸກ​ສະ​ໄໝ​ນີ້ (ຄພ 88:119; 95). ໃນ​ພຣະ​ວິຫານ​ແຫ່ງ​ນີ້, ໂຈເຊັບ ສະມິດ ໄດ້​ເຫັນ​ພາບ​ນິມິດ​ກ່ຽວ​ກັບ​ອາ​ນາ​ຈັກ​ຊັ້ນ​ສູງ (ຄພ 137). ມັນ​ໄດ້​ຖືກ​ອຸ​ທິດ ໃນ​ວັນທີ 27 ເດືອນ​ມີນາ, 1836 (ຄພ 109). ໃນ​ວັນທີ 3 ເດືອນ​ເມສາ, 1836, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມາ​ປະກົດ​ຕົວ ແລະ ໄດ້​ຮັບ​ເອົາ​ພຣະ​ວິຫານ​ເປັນ​ສະຖານ​ທີ່ ທີ່​ພຣະ​ອົງ​ຈະ​ເປີດ​ເຜີຍ​ພຣະ​ຄຳ​ຂອງ​ພຣະ​ອົງ ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ (ຄພ 110:1–10). ຫລັງ​ຈາກ​ການ​ປະກົດ​ຕົວ​ນີ້, ໂມເຊ, ອີລາຍ, ແລະ ເອລີ​ຢາ ໄດ້​ມາ​ຢ້ຽມ​ຢາມ​ໂຈເຊັບ ສະມິດ ແລະ ອໍ​ລີ​ເວີ ຄາວ​ເດີຣີ, ຊຶ່ງ​ເພິ່ນ​ທຸກ​ຄົນ​ກໍ​ໄດ້​ມອບ​ຂໍ​ກະແຈ​ໃດ​ໜຶ່ງ​ໂດຍ​ສະເພາະ ແລະ ຂໍ້​ມູນ​ທີ່​ສຳ​ຄັນ​ໃຫ້ (ຄພ 110:11–16). ພຣະ​ວິຫານ​ແຫ່ງ​ນີ້ ໄດ້​ຮັບ​ໃຊ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ເປັນ​ເວລາ​ສອງ​ປີ ກ່ອນ​ເຂົາ​ເຈົ້າ​ໄດ້​ໜີ​ໄປ​ຈາກ​ເມືອງ​ເຄີດແລນ ເນື່ອງ​ດ້ວຍ​ການ​ຂົ່ມ​ເຫັງ.

ພິມ