ປຈສ, ລູກາ 12:9–12. ປຽບທຽບໃສ່ກັບ ລູກາ 12:9–10; ເບິ່ງ ປຈສ, ມັດທາຍ 12:37–38 ແລະ ຄພ 132:26–27 ນຳອີກ
ພຣະເຢຊູອະທິບາຍວ່າ ການໝິ່ນປະໝາດພຣະວິນຍານບໍລິສຸດ ຈະບໍ່ໄດ້ຮັບການໃຫ້ອະໄພ.
9 ແຕ່ຄົນທີ່ປະຕິເສດເຮົາຕໍ່ໜ້າຜູ້ຄົນ, ຈະຖືກປະຕິເສດຕໍ່ໜ້າເຫລົ່າທູດຂອງພຣະເຈົ້າ.
10 ບັດນີ້ ສານຸສິດຂອງພຣະອົງຮູ້ວ່າພຣະອົງໄດ້ກ່າວເລື່ອງນີ້, ເພາະເຂົາເຈົ້າໄດ້ກ່າວຄຳບໍ່ດີໃຫ້ພຣະອົງຕໍ່ໜ້າຜູ້ຄົນ, ເພາະເຂົາເຈົ້າບໍ່ກ້າຍອມຮັບພຣະອົງຕໍ່ໜ້າມະນຸດ.
11 ແລະ ເຂົາເຈົ້າໄດ້ຫາເຫດຜົນໃນທ່າມກາງເຂົາເຈົ້າເອງ, ກ່າວວ່າ, ພຣະອົງຮູ້ຈັກຄວາມໃນໃຈຂອງພວກເຮົາ, ແລະ ພຣະອົງໄດ້ກ່າວເຖິງການກ່າວໂທດຂອງພວກເຮົາ, ແລະ ພວກເຮົາຈະບໍ່ໄດ້ຮັບການໃຫ້ອະໄພ. ແຕ່ພຣະອົງໄດ້ຕອບເຂົາເຈົ້າ, ແລະ ກ່າວກັບເຂົາເຈົ້າວ່າ,
12 ຜູ້ໃດກໍຕາມທີ່ຈະກ່າວຕ້ານບຸດມະນຸດ, ແລະ ກັບໃຈ, ເຂົາຈະໄດ້ຮັບການໃຫ້ອະໄພ; ແຕ່ກັບຄົນທີ່ໝິ່ນປະໝາດພຣະວິນຍານບໍລິສຸດ, ເຂົາຈະບໍ່ໄດ້ຮັບການໃຫ້ອະໄພ.
ປຈສ, ລູກາ 12:41–57. ປຽບທຽບໃສ່ກັບ ລູກາ 12:37–48
ພຣະເຢຊູສອນວ່າ ຜູ້ຮັບໃຊ້ຂອງພຣະອົງຈະຕ້ອງຕຽມພ້ອມສະເໝີສຳລັບການສະເດັດມາຂອງພຣະອົງ.
41 ເພາະ, ຈົ່ງເບິ່ງ, ພຣະອົງຈະສະເດັດມາໃນຍາມທຳອິດຂອງກາງຄືນ, ແລະ ພຣະອົງຈະສະເດັດມາໃນຍາມທີສອງນຳອີກ, ແລະ ພຣະອົງຈະສະເດັດມາໃນຍາມທີສາມນຳອີກ.
42 ແລະ ຕາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ, ພຣະອົງໄດ້ສະເດັດມາແລ້ວ, ດັ່ງທີ່ມີຂຽນໄວ້ເຖິງພຣະອົງ; ແລະ ອີກເທື່ອເມື່ອພຣະອົງຈະສະເດັດມາໃນຍາມທີສອງ, ຫລື ມາໃນຍາມທີສາມ, ຜູ້ຮັບໃຊ້ເຫລົ່ານັ້ນຈະໄດ້ຮັບພອນເມື່ອພຣະອົງສະເດັດມາ, ຜູ້ທີ່ພຣະອົງຈະພົບວ່າເຮັດເຊັ່ນນີ້;
43 ເພາະເຈົ້ານາຍຂອງຜູ້ຮັບໃຊ້ເຫລົ່ານັ້ນ ຈະຄາດແອວ, ແລະ ເຮັດໃຫ້ພວກເຂົານັ່ງລົງກິນອາຫານ, ແລະ ຈະອອກມາ ແລະ ຮັບໃຊ້ພວກເຂົາ.
44 ແລະ ບັດນີ້, ຕາມຈິງແລ້ວ ເຮົາກ່າວສິ່ງເຫລົ່ານີ້ກັບພວກເຈົ້າ, ເພື່ອພວກເຈົ້າຈະຮູ້ເລື່ອງນີ້, ວ່າການສະເດັດມາຂອງພຣະຜູ້ເປັນເຈົ້າ ຈະເປັນເໝືອນດັ່ງຂະໂມຍໃນຍາມກາງຄືນ.
45 ແລະ ສິ່ງນີ້ເປັນເໝືອນດັ່ງຊາຍຄົນໜຶ່ງທີ່ເປັນເຈົ້າຂອງເຮືອນ, ຜູ້ຊຶ່ງຖ້າລາວບໍ່ເຝົ້າຊັບສິນຂອງລາວ, ຂະໂມຍຈະມາໃນໂມງທີ່ລາວບໍ່ຄາດຄິດ, ແລະ ເອົາຊັບສິນຂອງລາວໄປ, ແລະ ແບ່ງປັນກັນໃນກຸ່ມພວກເຂົາ.
46 ແລະ ເຂົາເຈົ້າໄດ້ກ່າວໃນທ່າມກາງເຂົາເຈົ້າເອງວ່າ ຖ້າຫາກເຈົ້າຂອງເຮືອນຮູ້ວ່າ ຂະໂມຍຈະມາໃນໂມງໃດ, ລາວຄົງຄອຍເຝົ້າຍາມ, ແລະ ບໍ່ຍອມໃຫ້ຂະໂມຍເຂົ້າມາໃນບ້ານຂອງລາວ ແລະ ສູນເສຍຊັບສິນຂອງລາວໄປ.
47 ແລະ ພຣະອົງໄດ້ກ່າວກັບພວກເຂົາ, ຕາມຈິງແລ້ວ ເຮົາກ່າວກັບພວກເຈົ້າວ່າ ສະນັ້ນພວກເຈົ້າຈົ່ງຕຽມພ້ອມຄືກັນ; ເພາະບຸດມະນຸດຈະສະເດັດມາໃນໂມງທີ່ພວກເຈົ້າບໍ່ຄາດຄິດ.
48 ຈາກນັ້ນ ເປໂຕໄດ້ກ່າວກັບພຣະອົງວ່າ, ພຣະອົງເຈົ້າເອີຍ, ທ່ານຍົກຄຳອຸປະມານີ້ຂຶ້ນມາ ເພື່ອໝາຍເຖິງພວກຂ້ານ້ອຍ, ຫລື ໝາຍເຖິງທຸກໆຄົນ?
49 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ເຮົາກ່າວກັບຜູ້ທີ່ພຣະຜູ້ເປັນເຈົ້າຈະແຕ່ງຕັ້ງໃຫ້ເປັນຜູ້ເບິ່ງແຍງຄອບຄົວຂອງພຣະອົງ, ເພື່ອແຈກຈ່າຍອາຫານໃຫ້ລູກໆຂອງພຣະອົງຕາມເວລາ.
50 ແລະ ເຂົາເຈົ້າໄດ້ກ່າວວ່າ ແມ່ນໃຜທີ່ເປັນຜູ້ຮັບໃຊ້ທີ່ຊື່ສັດ ແລະ ສະຫລາດ?
51 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບພວກເຂົາວ່າ ກໍແມ່ນຜູ້ຮັບໃຊ້ທີ່ເບິ່ງແຍງ, ທີ່ແຈກຈ່າຍອາຫານຂອງລາວຕາມເວລາ.
52 ຜູ້ຮັບໃຊ້ຄົນນັ້ນທີ່ພຣະຜູ້ເປັນເຈົ້າຂອງລາວພົບເຫັນວ່າ ລາວເຮັດເຊັ່ນນັ້ນ ຈະໄດ້ຮັບພອນ.
53 ໂດຍແທ້ແລ້ວ ເຮົາກ່າວກັບພວກເຈົ້າວ່າ ພຣະອົງຈະເຮັດໃຫ້ລາວເປັນຜູ້ດູແລທຸກສິ່ງທີ່ພຣະອົງມີ.
54 ແຕ່ຜູ້ຮັບໃຊ້ທີ່ຊົ່ວຮ້າຍຄື ຜູ້ທີ່ພົບວ່າບໍ່ໄດ້ເບິ່ງແຍງ. ແລະ ຖ້າຜູ້ຮັບໃຊ້ຄົນນັ້ນຖືກພົບວ່າບໍ່ໄດ້ເບິ່ງແຍງ, ລາວຈະກ່າວຢູ່ໃນໃຈວ່າ, ເຈົ້ານາຍຂອງຂ້າພະເຈົ້າຄົງຈະມາຊ້າ; ແລະ ຈະເລີ່ມຕີຜູ້ຮັບໃຊ້ຄົນອື່ນໆ, ແລະ ສາວໃຊ້ທັງໝົດ, ແລະ ກິນ, ແລະ ດື່ມ, ແລະ ເມົາເຫລົ້າ.
55 ເຈົ້ານາຍຂອງຜູ້ຮັບໃຊ້ຄົນນັ້ນ ຈະມາໃນວັນທີ່ລາວບໍ່ຄອຍເຝົ້າ, ແລະ ໃນໂມງທີ່ລາວບໍ່ຄາດຄິດ, ແລະ ຈະລົງໂທດລາວ, ແລະ ຈະກຳນົດສ່ວນທີ່ຈະມອບໃຫ້ແກ່ລາວ ກັບຄົນທີ່ບໍ່ເຊື່ອ.
56 ແລະ ຜູ້ຮັບໃຊ້ຄົນນັ້ນທີ່ໄດ້ຮູ້ຄວາມປະສົງຂອງເຈົ້ານາຍຂອງລາວ, ແລະ ບໍ່ໄດ້ຕຽມຕົວຮັບການກັບມາຂອງເຈົ້ານາຍຂອງລາວ, ທັງບໍ່ໄດ້ເຮັດຕາມຄວາມປະສົງຂອງເຈົ້ານາຍ, ຈະຖືກຂ້ຽນຕີຫລາຍເທື່ອ.
57 ແຕ່ຄົນທີ່ບໍ່ຮູ້ຈັກຄວາມປະສົງຂອງເຈົ້ານາຍຕົນ, ແລະ ໄດ້ເຮັດສິ່ງທີ່ສົມກັບການຖືກຂ້ຽນຕີ, ຈະຖືກຂ້ຽນຕີໜ້ອຍໜຶ່ງ. ເພາະຜູ້ໃດກໍຕາມທີ່ພຣະຜູ້ເປັນເຈົ້າໄດ້ປະທານໃຫ້ຫລາຍ, ຄົນທັງຫລາຍກໍຈະຮຽກຮ້ອງຈາກຜູ້ນັ້ນຫລາຍ.