ບົດທີ 2
ອັບຣາຮາມໜີຈາກອູເຣໄປຢູ່ການາອານ—ພຣະເຢໂຮວາມາປະກົດຕໍ່ເພິ່ນທີ່ຮາຣານ—ພອນຂອງພຣະກິດຕິຄຸນທັງປວງໄດ້ຖືກສັນຍາໄວ້ແກ່ລູກຫລານຂອງເພິ່ນ ແລະ ຜ່ານລູກຫລານຂອງເພິ່ນໄປສູ່ຜູ້ຄົນທັງປວງ—ເພິ່ນໄປການາອານ ແລະ ໄປເອຢິບຕໍ່.
1 ບັດນີ້ ອົງພຣະຜູ້ເປັນເຈົ້າເຮັດໃຫ້ຄວາມອຶດຢາກເກີດຂຶ້ນຢ່າງໜັກຢູ່ແຜ່ນດິນອູເຣ, ເຖິງຂະໜາດທີ່ ຮາຣານ, ນ້ອງຊາຍຂອງຂ້າພະເຈົ້າ, ໄດ້ຕາຍໄປ; ແຕ່ ເຕຣາ, ບິດາຂອງຂ້າພະເຈົ້າ, ຍັງມີຊີວິດຢູ່ໃນແຜ່ນດິນອູເຣ, ແຫ່ງເຄນເດຍ.
2 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າ, ອັບຣາຮາມ, ໄດ້ເອົານາງ ຊາຣາຍມາເປັນເມຍ, ແລະ ນາໂຮ, ນ້ອງຊາຍຂອງຂ້າພະເຈົ້າ, ໄດ້ເອົານາງມີລະກາມາເປັນເມຍ, ຜູ້ຊຶ່ງເປັນລູກສາວຂອງຮາຣານ.
3 ບັດນີ້ ພຣະຜູ້ເປັນເຈົ້າໄດ້ ກ່າວກັບຂ້າພະເຈົ້າວ່າ: ອັບຣາຮາມ, ຈົ່ງໜີຈາກບ້ານເກີດເມືອງນອນຂອງເຈົ້າ, ແລະ ຈາກຍາດພີ່ນ້ອງຂອງເຈົ້າ, ແລະ ຈາກບ້ານຂອງບິດາຂອງເຈົ້າ, ໄປຍັງແຜ່ນດິນບ່ອນທີ່ເຮົາຈະສະແດງແກ່ເຈົ້າ.
4 ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ໜີຈາກແຜ່ນດິນ ອູເຣ, ແຫ່ງເຄນເດຍ, ໄປຍັງແຜ່ນດິນການາອານ; ແລະ ຂ້າພະເຈົ້າໄດ້ເອົາທ້າວໂລດ, ລູກຊາຍຂອງນ້ອງຊາຍຂອງຂ້າພະເຈົ້າ ແລະ ເມຍຂອງລາວ, ແລະ ຊາຣາຍເມຍຂອງຂ້າພະເຈົ້າໄປນຳ; ແລະ ບິດາຂອງຂ້າພະເຈົ້າກໍໄດ້ຕາມຂ້າພະເຈົ້າໄປນຳຄືກັນ, ໄປຍັງແຜ່ນດິນ ຊຶ່ງພວກເຮົາເອີ້ນວ່າຮາຣານ.
5 ແລະ ຄວາມອຶດຢາກໄດ້ຜ່ອນຄາຍລົງ; ແລະ ບິດາຂອງຂ້າພະເຈົ້າໄດ້ຢູ່ຮາຣານຕໍ່ໄປ ແລະ ໄດ້ອາໄສຢູ່ທີ່ນັ້ນ, ເພາະວ່າມີສັດຢ່າງຫລວງຫລາຍຢູ່ໃນຮາຣານ; ແລະ ບິດາຂອງຂ້າພະເຈົ້າໄດ້ຫັນໄປສູ່ ການນະມັດສະການຮູບບູຊາຂອງເພິ່ນອີກ, ສະນັ້ນ ເພິ່ນຈຶ່ງຄົງຢູ່ຕໍ່ໄປໃນຮາຣານ.
6 ແຕ່ຂ້າພະເຈົ້າ, ອັບຣາຮາມ, ແລະ ໂລດ, ລູກຊາຍຂອງນ້ອງຊາຍຂອງຂ້າພະເຈົ້າ, ໄດ້ອະທິຖານຫາພຣະຜູ້ເປັນເຈົ້າ, ແລະ ພຣະຜູ້ເປັນເຈົ້າໄດ້ມາ ປະກົດຕໍ່ຂ້າພະເຈົ້າ, ແລະ ໄດ້ກ່າວກັບຂ້າພະເຈົ້າວ່າ: ຈົ່ງລຸກຂຶ້ນ, ແລະ ພາໂລດໄປກັບເຈົ້າ; ເພາະວ່າເຮົາມີຈຸດປະສົງທີ່ຈະພາເຈົ້າໄປຈາກຮາຣານ, ແລະ ຈະເຮັດໃຫ້ເຈົ້າເປັນຜູ້ປະຕິບັດສາດສະໜາກິດໃນ ນາມຂອງເຮົາຢູ່ຕ່າງ ແດນ ຊຶ່ງເຮົາຈະມອບໃຫ້ແກ່ລູກຫລານຂອງເຈົ້າຕໍ່ຈາກເຈົ້າ ເພື່ອເປັນຊັບສົມບັດອັນເປັນນິດ, ເມື່ອພວກເຂົາເຊື່ອຟັງສຽງຂອງເຮົາ.
7 ເພາະວ່າເຮົາຄືພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ; ເຮົາປະທັບຢູ່ໃນສະຫວັນ; ແຜ່ນດິນໂລກຄື ບ່ອນຮອງຕີນຂອງເຮົາ; ເຮົາເດ່ມືຂອງເຮົາເທິງທະເລ, ແລະ ມັນເຊື່ອຟັງສຽງຂອງເຮົາ; ເຮົາເຮັດໃຫ້ລົມ ແລະ ໄຟເປັນ ລົດມ້າຂອງເຮົາ; ເຮົາກ່າວກັບພູເຂົາວ່າ—ຈົ່ງອອກໄປຈາກບ່ອນນີ້—ແລະ ຈົ່ງເບິ່ງ, ມັນຖືກພັດໄປໂດຍລົມບ້າໝູ, ໃນທັນທີ, ທັນໃດ.
8 ນາມຂອງເຮົາຄື ເຢໂຮວາ, ແລະ ເຮົາ ຮູ້ຈັກທີ່ສຸດຕັ້ງແຕ່ຕົ້ນ; ສະນັ້ນ ມືຂອງເຮົາຈະຢູ່ເທິງເຈົ້າ.
9 ແລະ ເຮົາຈະເຮັດໃຫ້ມີປະຊາຊາດທີ່ຍິ່ງໃຫຍ່ຈາກເຈົ້າ, ແລະ ເຮົາຈະ ອວຍພອນເຈົ້າເກີນກວ່າຈະວັດແທກໄດ້, ແລະ ເຮັດໃຫ້ຊື່ຂອງເຈົ້າຍິ່ງໃຫຍ່ໃນບັນດາປະຊາຊາດທັງປວງ, ແລະ ເຈົ້າຈະເປັນພອນໃຫ້ແກ່ລູກຫລານຂອງເຈົ້າຕໍ່ຈາກເຈົ້າ, ເພື່ອວ່າໃນມືຂອງພວກເຂົາ, ພວກເຂົາຈະນຳການປະຕິບັດສາດສະໜາກິດ ແລະ ຖານະປະໂລຫິດນີ້ໄປສູ່ປະຊາຊາດທັງປວງ;
10 ແລະ ເຮົາຈະປະທານພອນໃຫ້ແກ່ພວກເຂົາຜ່ານນາມຂອງເຮົາ; ເພາະວ່າເທົ່າທີ່ຫລາຍຕໍ່ຫລາຍຄົນທີ່ຮັບເອົາ ພຣະກິດຕິຄຸນນີ້ຈະຖືກເອີ້ນຕາມຊື່ຂອງເຈົ້າ, ແລະ ຈະນັບໄວ້ເປັນ ລູກຫລານຂອງເຈົ້າ, ແລະ ຈະລຸກຂຶ້ນ ແລະ ອວຍພອນເຈົ້າ, ເປັນ ບິດາຂອງພວກເຂົາ;
11 ແລະ ເຮົາຈະ ອວຍພອນຄົນທີ່ອວຍພອນເຈົ້າ, ແລະ ສາບແຊ່ງຄົນທີ່ສາບແຊ່ງເຈົ້າ; ແລະ ໃນເຈົ້າ (ນັ້ນຄື, ໃນຖານະປະໂລຫິດຂອງເຈົ້າ) ແລະ ໃນ ລູກຫລານຂອງເຈົ້າ (ນັ້ນຄື, ຖານະປະໂລຫິດຂອງເຈົ້າ), ເພາະວ່າເຮົາໄດ້ໃຫ້ຄຳສັນຍາແກ່ເຈົ້າ ວ່າ ສິດທິນີ້ຈະຄົງຢູ່ໃນເຈົ້າ, ແລະ ໃນລູກຫລານຂອງເຈົ້າຕໍ່ຈາກເຈົ້າ (ນັ້ນໝາຍເຖິງ, ລູກຫລານໂດຍກົງ, ຫລື ລູກຫລານຂອງເຈົ້າ) ຄອບຄົວທັງໝົດຂອງແຜ່ນດິນໂລກຈະໄດ້ຮັບພອນ, ແມ່ນແຕ່ດ້ວຍພອນແຫ່ງພຣະກິດຕິຄຸນ, ຊຶ່ງເປັນພອນແຫ່ງຄວາມລອດ, ແມ່ນແຕ່ແຫ່ງຊີວິດນິລັນດອນ.
12 ບັດນີ້, ຫລັງຈາກພຣະຜູ້ເປັນເຈົ້າໄດ້ເຊົາກ່າວກັບຂ້າພະເຈົ້າ, ແລະ ໄດ້ຖອນພຣະພັກຂອງພຣະອົງໄປຈາກຂ້າພະເຈົ້າແລ້ວ, ຂ້າພະເຈົ້າໄດ້ກ່າວຢູ່ໃນໃຈວ່າ: ຜູ້ຮັບໃຊ້ຂອງພຣະອົງໄດ້ ສະແຫວງຫາພຣະອົງຢ່າງພາກພຽນ; ບັດນີ້ ຂ້າພຣະອົງໄດ້ພົບພຣະອົງແລ້ວ;
13 ພຣະອົງໄດ້ສົ່ງທູດຂອງພຣະອົງລົງມາ ປົດປ່ອຍຂ້າພຣະອົງຈາກພຣະເຈົ້າຂອງເອເຄນາ, ແລະ ຈະເປັນການດີຖ້າຫາກຂ້າພຣະອົງເຊື່ອຟັງສຸລະສຽງຂອງພຣະອົງ, ສະນັ້ນ ຂໍຈົ່ງໃຫ້ຜູ້ຮັບໃຊ້ຂອງພຣະອົງລຸກຂຶ້ນ ແລະ ອອກໄປຢ່າງສັນຕິ.
14 ດັ່ງນັ້ນ ຂ້າພະເຈົ້າ, ອັບຣາຮາມ, ຈຶ່ງໄດ້ອອກໄປດັ່ງທີ່ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າ, ແລະ ໂລດໄດ້ໄປກັບຂ້າພະເຈົ້າ; ແລະ ຂ້າພະເຈົ້າ, ອັບຣາຮາມ, ມີອາຍຸໄດ້ ຫົກສິບສອງປີຕອນຂ້າພະເຈົ້າອອກຈາກຮາຣານ.
15 ແລະ ຂ້າພະເຈົ້າໄດ້ພາ ຊາຣາຍ, ຜູ້ທີ່ຂ້າພະເຈົ້າໄດ້ເອົາມາເປັນເມຍຕອນຂ້າພະເຈົ້າຢູ່ ອູເຣ, ໃນເຄນເດຍ, ແລະ ໂລດ, ລູກຊາຍຂອງນ້ອງຊາຍຂອງຂ້າພະເຈົ້າ, ແລະ ເຂົ້າຂອງທັງໝົດຂອງພວກເຮົາທີ່ພວກເຮົາໄດ້ຮວບຮວມໄວ້, ແລະ ຜູ້ຄົນທີ່ພວກເຮົາເອົາ ຊະນະໃຈຢູ່ໃນຮາຣານໄປນຳ, ແລະ ໄດ້ອອກໄປໃນເສັ້ນທາງທີ່ພາໄປຫາແຜ່ນດິນ ການາອານ, ແລະ ໄດ້ອາໄສຢູ່ໃນຜ້າເຕັນເມື່ອພວກເຮົາຢູ່ລະຫວ່າງທາງ;
16 ສະນັ້ນ, ຊົ່ວນິລັນດອນຄືສິ່ງປົກປ້ອງພວກເຮົາ ແລະ ຫີນສີລາຂອງພວກເຮົາ ແລະ ຄວາມລອດຂອງພວກເຮົາ, ໃນຂະນະທີ່ພວກເຮົາເດີນທາງຈາກຮາຣານໂດຍຜ່ານໄປທາງເຈີຊອນ, ເພື່ອມາຍັງແຜ່ນດິນການາອານ.
17 ບັດນີ້ ຂ້າພະເຈົ້າ, ອັບຣາຮາມ, ໄດ້ສ້າງ ແທ່ນບູຊາໃນແຜ່ນດິນເຈີຊອນ, ແລະ ຖວາຍເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າ, ແລະ ໄດ້ອະທິຖານທູນຂໍເພື່ອວ່າ ຄວາມອຶດຢາກຈະໄດ້ໝົດສິ້ນໄປຈາກບ້ານຂອງບິດາຂອງຂ້າພະເຈົ້າ, ເພື່ອວ່າພວກເຂົາຈະບໍ່ຕາຍ.
18 ແລະ ຈາກນັ້ນພວກເຮົາໄດ້ຜ່ານເຈີຊອນທາງແຜ່ນດິນໄປຍັງສະຖານທີ່ຊື່ ເຊເຄມ; ມັນຕັ້ງຢູ່ໃນທົ່ງພຽງຂອງໂມເຣ, ແລະ ເມື່ອພວກເຮົາໄດ້ເຂົ້າມາເຖິງຊາຍແດນແຜ່ນດິນຂອງ ຊາວການາອານແລ້ວ, ແລະ ຂ້າພະເຈົ້າໄດ້ ຖວາຍເຄື່ອງບູຊາຢູ່ທີ່ນັ້ນໃນທົ່ງພຽງຂອງໂມເຣ, ແລະ ໄດ້ເອີ້ນຫາພຣະຜູ້ເປັນເຈົ້າດ້ວຍຄວາມຈົ່ງຮັກພັກດີ, ເພາະວ່າພວກເຮົາໄດ້ມາເຖິງແຜ່ນດິນຂອງປະຊາຊາດທີ່ນັບຖືຮູບບູຊານີ້.
19 ແລະ ພຣະຜູ້ເປັນເຈົ້າໄດ້ມາປະກົດຕໍ່ຂ້າພະເຈົ້າໃນການຕອບຄຳອະທິຖານຂອງຂ້າພະເຈົ້າ, ແລະ ໄດ້ກ່າວກັບຂ້າພະເຈົ້າວ່າ: ເຮົາຈະມອບ ແຜ່ນດິນນີ້ໃຫ້ແກ່ລູກຫລານຂອງເຈົ້າ.
20 ແລະ ຂ້າພະເຈົ້າ, ອັບຣາຮາມ, ໄດ້ລຸກຂຶ້ນຈາກສະຖານທີ່ຂອງແທ່ນບູຊາ ຊຶ່ງຂ້າພະເຈົ້າໄດ້ສ້າງແດ່ພຣະຜູ້ເປັນເຈົ້າ, ແລະ ໄດ້ອອກໄປຈາກບ່ອນນັ້ນໄປຫາພູໜ່ວຍໜຶ່ງຢູ່ທາງທິດຕາເວັນອອກຂອງເມືອງ ເບັດເອນ, ແລະ ໄດ້ຕັ້ງຜ້າເຕັນຂອງຂ້າພະເຈົ້າຢູ່ທີ່ນັ້ນ, ເບັດເອນຕັ້ງຢູ່ທາງທິດຕາເວັນຕົກ, ແລະ ເມືອງ ອາອີຢູ່ທາງທິດຕາເວັນອອກ; ແລະ ຢູ່ທີ່ນັ້ນຂ້າພະເຈົ້າໄດ້ສ້າງແທ່ນບູຊາໜຶ່ງແທ່ນອີກແດ່ພຣະຜູ້ເປັນເຈົ້າ, ແລະ ໄດ້ ເອີ້ນຫາພຣະນາມຂອງພຣະຜູ້ເປັນເຈົ້າອີກ.
21 ແລະ ຂ້າພະເຈົ້າ, ອັບຣາຮາມ, ໄດ້ເດີນທາງ, ໂດຍມຸ້ງໜ້າໄປທາງໃຕ້; ແລະ ຄວາມອຶດຢາກກໍສືບຕໍ່ມີຢູ່ໃນແຜ່ນດິນ; ແລະ ຂ້າພະເຈົ້າ, ອັບຣາຮາມ, ໄດ້ຕັດສິນໃຈລົງໄປຫາເອຢິບ, ເພື່ອພັກຢູ່ທີ່ນັ້ນ, ເພາະວ່າຄວາມອົດຢາກເລີ່ມຮ້າຍແຮງໜັກຂຶ້ນກວ່າເກົ່າ.
22 ແລະ ເຫດການໄດ້ບັງເກີດຂຶ້ນ ເມື່ອຂ້າພະເຈົ້າໄດ້ມາໃກ້ຈົນເກືອບເຖິງເອຢິບ, ພຣະຜູ້ເປັນເຈົ້າໄດ້ກ່າວ ກັບຂ້າພະເຈົ້າວ່າ: ຈົ່ງເບິ່ງ, ຊາຣາຍ, ເມຍຂອງເຈົ້າ, ເປັນຍິງທີ່ສວຍງາມເປັນຕາຊົມ;
23 ສະນັ້ນ ເຫດການຈະບັງເກີດຂຶ້ນຄື ເມື່ອຊາວເອຢິບເຫັນນາງ, ພວກເຂົາຈະເວົ້າວ່າ—ນາງເປັນເມຍຂອງລາວ; ແລະ ພວກເຂົາຈະຂ້າເຈົ້າ, ແຕ່ພວກເຂົາຈະຊ່ວຍນາງໄວ້ບໍ່ໃຫ້ຕາຍ; ສະນັ້ນ ຈົ່ງເບິ່ງວ່າເຈົ້າເຮັດໃນວິທີນີ້:
24 ໃຫ້ນາງກ່າວກັບຊາວເອຢິບວ່າ ນາງເປັນນ້ອງສາວຂອງເຈົ້າ, ແລະ ເຈົ້າຈະມີຊີວິດຢູ່.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ຂ້າພະເຈົ້າ, ອັບຣາຮາມ, ໄດ້ບອກຊາຣາຍ, ເມຍຂອງຂ້າພະເຈົ້າ, ທຸກສິ່ງທີ່ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າ—ສະນັ້ນ ໃຫ້ກ່າວກັບພວກເຂົາ, ອ້າຍຂໍຮ້ອງນ້ອງ, ວ່ານ້ອງເປັນນ້ອງສາວຂອງອ້າຍ, ເພື່ອວ່າມັນຈະເປັນການດີກັບອ້າຍເພື່ອເຫັນແກ່ນ້ອງ, ແລະ ອ້າຍຈະມີຊີວິດຢູ່ເພາະນ້ອງ.