ບົດທີ 3
ອັບຣາຮາມຮຽນຮູ້ກ່ຽວກັບດວງຕາເວັນ, ດວງເດືອນ, ແລະ ດວງດາວ ໂດຍທາງອຸລີມ ແລະ ທຸມມີມ—ພຣະຜູ້ເປັນເຈົ້າເປີດເຜີຍທຳມະຊາດນິລັນດອນຂອງວິນຍານແກ່ເພິ່ນ—ເພິ່ນຮຽນຮູ້ເຖິງຊີວິດກ່ອນເກີດ, ການແຕ່ງຕັ້ງລ່ວງໜ້າ, ການສ້າງ, ການເລືອກພຣະຜູ້ໄຖ່, ແລະ ສະພາວະທີສອງຂອງມະນຸດ.
1 ແລະ ຂ້າພະເຈົ້າ, ອັບຣາຮາມ, ມີ ອຸລີມ ແລະ ທຸມມີມ, ຊຶ່ງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງຂ້າພະເຈົ້າໄດ້ປະທານໃຫ້ແກ່ຂ້າພະເຈົ້າ, ໃນອູເຣແຫ່ງເຄນເດຍ;
2 ແລະ ຂ້າພະເຈົ້າໄດ້ເຫັນ ໝູ່ດາວ, ວ່າມັນເຈີດຈ້າ, ແລະ ວ່າດວງໜຶ່ງໃນໝູ່ດາວຢູ່ໃກ້ພຣະບັນລັງຂອງພຣະເຈົ້າ; ແລະ ມີດາວທີ່ເຈີດຈ້າຫລາຍດວງທີ່ຢູ່ໃກ້ກັບດາວດວງນີ້;
3 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ໝູ່ດາວເຫລົ່ານີ້ເປັນດາວປົກຄອງ; ແລະ ຊື່ຂອງດາວທີ່ເຈີດຈ້າຄື ໂຄລອບ, ເພາະວ່າມັນຢູ່ໃກ້ເຮົາ, ເພາະວ່າເຮົາຄືພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ: ເຮົາໄດ້ກຳນົດດວງນີ້ໃຫ້ປົກຄອງດວງດາວທັງປວງ ຊຶ່ງຢູ່ໃນລະບຽບດຽວກັນກັບບ່ອນທີ່ເຈົ້າຢືນຢູ່.
4 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າ, ໂດຍທາງອຸລີມ ແລະ ທຸມມີມວ່າ ໂຄລອບສອດຄ່ອງກັບວິທີຂອງພຣະຜູ້ເປັນເຈົ້າ, ຕາມເວລາ ແລະ ລະດູການຂອງມັນໃນການໝຸນວຽນຂອງມັນ; ວ່າການໝຸນວຽນຮອບໜຶ່ງເປັນໜຶ່ງ ວັນຂອງພຣະຜູ້ເປັນເຈົ້າ, ຕາມວິທີຄິດໄລ່ຂອງພຣະອົງ, ເປັນໜຶ່ງພັນ ປີຕາມເວລາທີ່ໄດ້ກຳນົດໄວ້ເທິງບ່ອນທີ່ເຈົ້າຢືນຢູ່. ນີ້ຄືການຄິດໄລ່ຂອງພຣະຜູ້ເປັນເຈົ້າ, ຕາມການຄິດໄລ່ຂອງໂຄລອບ.
5 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ດາວພະເຄາະທີ່ມີແສງເຈີດຈ້າໜ້ອຍກວ່າ, ໜ້ອຍກວ່າດວງທີ່ຈະປົກຄອງກາງເວັນ, ແມ່ນແຕ່ກາງຄືນ, ຍັງເໜືອກວ່າ ຫລື ເຈີດຈ້າກວ່າບ່ອນທີ່ເຈົ້າຢືນຢູ່ໃນເລື່ອງການຄິດໄລ່ເວລາ, ເພາະວ່າມັນເຄື່ອນຍ້າຍໄປໃນລະບຽບທີ່ຊ້າກວ່າ; ຢູ່ໃນລະບຽບນີ້ເພາະວ່າມັນຢູ່ເໜືອແຜ່ນດິນໂລກທີ່ເຈົ້າຢືນຢູ່, ສະນັ້ນ ການຄິດໄລ່ເວລາກ່ຽວກັບຈຳນວນຂອງວັນ, ເດືອນ, ແລະ ປີຂອງມັນຈຶ່ງມີໜ້ອຍກວ່າ.
6 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ບັດນີ້, ອັບຣາຮາມ, ມີຂໍ້ເທັດຈິງຢູ່ ສອງຂໍ້, ຈົ່ງເບິ່ງ ດວງຕາຂອງເຈົ້າຫລຽວເຫັນມັນ; ມັນໄດ້ຖືກມອບໃຫ້ແກ່ເຈົ້າເພື່ອຈະໄດ້ຮູ້ຈັກເວລາຂອງການຄິດໄລ່, ແລະ ເວລາທີ່ໄດ້ກຳນົດໄວ້, ແທ້ຈິງແລ້ວ, ເວລາທີ່ໄດ້ກຳນົດໄວ້ສຳລັບແຜ່ນດິນໂລກທີ່ເຈົ້າຢືນຢູ່, ແລະ ເວລາທີ່ໄດ້ກຳນົດໄວ້ສຳລັບຄວາມສະຫວ່າງທີ່ເຈີດຈ້າກວ່າ ຊຶ່ງໄດ້ກຳນົດໄວ້ເພື່ອໃຫ້ປົກຄອງກາງເວັນ, ແລະ ເວລາທີ່ໄດ້ກຳນົດໄວ້ສຳລັບຄວາມສະຫວ່າງທີ່ເຈີດຈ້າໜ້ອຍກວ່າ ຊຶ່ງໄດ້ກຳນົດໄວ້ເພື່ອໃຫ້ປົກຄອງກາງຄືນ.
7 ບັດນີ້ ເວລາທີ່ໄດ້ກຳນົດໄວ້ສຳລັບຄວາມສະຫວ່າງທີ່ເຈີດຈ້າໜ້ອຍກວ່າຕາມການຄິດໄລ່ຂອງມັນແມ່ນດົນກວ່າການຄິດໄລ່ເວລາຂອງແຜ່ນດິນໂລກບ່ອນທີ່ເຈົ້າຢືນຢູ່.
8 ແລະ ໃນຂໍ້ເທັດຈິງສອງຂໍ້ນີ້, ຈະມີຂໍ້ເທັດຈິງອີກຂໍ້ໜຶ່ງຢູ່ເໜືອມັນ, ນັ້ນຄື, ຈະມີດາວພະເຄາະອີກດວງໜຶ່ງ ຊຶ່ງການຄິດໄລ່ເວລາຂອງມັນຈະດົນນານກວ່ານີ້ອີກ;
9 ແລະ ຈະມີການຄິດໄລ່ເວລາຂອງດາວພະເຄາະດວງໜຶ່ງເໜືອອີກດວງໜຶ່ງດັ່ງນັ້ນ, ຈົນກວ່າເຈົ້າມາໃກ້ໂຄລອບ, ຊຶ່ງໂຄລອບນັ້ນສອດຄ່ອງກັບການຄິດໄລ່ເວລາຂອງພຣະຜູ້ເປັນເຈົ້າ; ຊຶ່ງໂຄລອບນັ້ນຕັ້ງຢູ່ໃກ້ພຣະບັນລັງຂອງພຣະເຈົ້າ, ເພື່ອປົກຄອງດາວພະເຄາະທັງໝົດເຫລົ່ານັ້ນຊຶ່ງຢູ່ໃນ ລະບຽບດຽວກັນກັບບ່ອນທີ່ເຈົ້າຢືນຢູ່.
10 ແລະ ມັນຖືກມອບໃຫ້ແກ່ເຈົ້າເພື່ອຈະໄດ້ຮູ້ຈັກເວລາທີ່ໄດ້ກຳນົດໄວ້ສຳລັບດວງດາວທັງໝົດທີ່ຖືກກຳນົດໃຫ້ສ່ອງແສງ, ຈົນກວ່າເຈົ້າມາໃກ້ພຣະບັນລັງຂອງພຣະເຈົ້າ.
11 ດັ່ງນັ້ນຂ້າພະເຈົ້າ, ອັບຣາຮາມ, ຈຶ່ງໄດ້ ກ່າວກັບພຣະຜູ້ເປັນເຈົ້າ, ໜ້າຕໍ່ໜ້າ, ຄືກັນກັບຄົນຜູ້ໜຶ່ງເວົ້າກັບຄົນອີກຜູ້ໜຶ່ງ; ແລະ ພຣະອົງໄດ້ບອກຂ້າພະເຈົ້າເຖິງວຽກງານຊຶ່ງພຣະຫັດຂອງພຣະອົງໄດ້ສ້າງ;
12 ແລະ ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: ບຸດຂອງເຮົາ, ບຸດຂອງເຮົາ (ແລະ ພຣະອົງໄດ້ເດ່ພຣະຫັດຂອງພຣະອົງອອກມາ), ຈົ່ງເບິ່ງ ເຮົາຈະສະແດງໃຫ້ເຈົ້າເຫັນທຸກສິ່ງທັງປວງເຫລົ່ານີ້. ແລະ ພຣະອົງໄດ້ວາງພຣະຫັດຂອງພຣະອົງໄວ້ເທິງຕາຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ເຫັນສິ່ງເຫລົ່ານັ້ນຊຶ່ງພຣະຫັດຂອງພຣະອົງໄດ້ສ້າງ, ຊຶ່ງມີຢ່າງຫລວງຫລາຍ; ແລະ ມັນໄດ້ທະວີຂຶ້ນຢູ່ຕໍ່ໜ້າຂອງຂ້າພະເຈົ້າ, ແລະ ຂ້າພະເຈົ້າບໍ່ສາມາດຫລຽວເຫັນບ່ອນສຸດຂອງມັນ.
13 ແລະ ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: ນີ້ຄື ໄຊນີຫາ, ຊຶ່ງຄືດວງຕາເວັນ. ແລະ ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: ໂຄຄອບ, ຊຶ່ງຄືດວງດາວ. ແລະ ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: ໂອລີອາ, ຊຶ່ງຄືດວງເດືອນ. ແລະ ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: ໂຄຄໍບີມ, ຊຶ່ງໝາຍເຖິງໝູ່ດວງດາວ, ຫລື ຄວາມສະຫວ່າງທີ່ເຈີດຈ້າທັງປວງ, ຊຶ່ງຢູ່ໃນທ້ອງນະພາແຫ່ງຟ້າສະຫວັນ.
14 ແລະ ເປັນຕອນກາງຄືນເມື່ອພຣະຜູ້ເປັນເຈົ້າໄດ້ກ່າວຖ້ອຍຄຳເຫລົ່ານີ້ກັບຂ້າພະເຈົ້າວ່າ: ເຮົາຈະ ຂະຫຍາຍເຊື້ອສາຍຂອງເຈົ້າ, ແລະ ລູກຫລານຂອງເຈົ້າຫລັງຈາກເຈົ້າ, ເໝືອນກັບສິ່ງເຫລົ່ານີ້; ແລະ ຖ້າຫາກເຈົ້າບໍ່ສາມາດນັບ ຈຳນວນຂອງເມັດດິນຊາຍສັນໃດ, ຈຳນວນຂອງລູກຫລານຂອງເຈົ້າກໍຈະເປັນເຊັ່ນນັ້ນສັນນັ້ນ.
15 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ອັບຣາຮາມ, ເຮົາສະແດງສິ່ງເຫລົ່ານີ້ແກ່ເຈົ້າກ່ອນເຈົ້າຈະເຂົ້າໄປໃນເອຢິບ, ເພື່ອວ່າເຈົ້າຈະໄດ້ປະກາດຖ້ອຍຄຳທັງປວງເຫລົ່ານີ້.
16 ຖ້າຫາກສອງຢ່າງນີ້ມີຢູ່, ແລະ ມີຢ່າງໜຶ່ງເໜືອອີກຢ່າງໜຶ່ງ, ຈະມີສິ່ງທີ່ຍິ່ງໃຫຍ່ກວ່າຢູ່ເໜືອມັນ; ສະນັ້ນ ໂຄລອບຈຶ່ງເຈີດຈ້າຫລາຍທີ່ສຸດໃນໂຄຄໍບີມທັງໝົດທີ່ເຈົ້າໄດ້ເຫັນ, ເພາະວ່າມັນຢູ່ໃກ້ເຮົາທີ່ສຸດ.
17 ບັດນີ້, ຖ້າຫາກມີສອງຢ່າງ, ຢ່າງໜຶ່ງຢູ່ເໜືອອີກຢ່າງໜຶ່ງ, ແລະ ດວງເດືອນຢູ່ເໜືອແຜ່ນດິນໂລກ, ແລ້ວຈະເປັນວ່າມີດາວພະເຄາະ ຫລື ດາວດວງໜຶ່ງຢູ່ເໜືອມັນ; ແລະ ບໍ່ມີສິ່ງໃດທີ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າໄດ້ວາງແຜນຢູ່ໃນໃຈຂອງພຣະອົງວ່າຈະ ເຮັດ ນອກຈາກສິ່ງທີ່ພຣະອົງຈະເຮັດ.
18 ເຖິງຢ່າງໃດກໍຕາມ ພຣະອົງໄດ້ສ້າງດາວທີ່ເຈີດຈ້າຫລາຍກວ່າ; ດັ່ງເຊັ່ນ, ຖ້າຫາກມີວິນຍານສອງດວງ, ເຊັ່ນກັນ, ແລະ ດວງໜຶ່ງຈະຮູ້ແຈ້ງກວ່າອີກດວງໜຶ່ງ, ແຕ່ວິນຍານທັງສອງນີ້, ທັງໆທີ່ວິນຍານດວງໜຶ່ງຮູ້ແຈ້ງກວ່າວິນຍານອີກດວງໜຶ່ງ, ກໍບໍ່ມີການເລີ່ມຕົ້ນ; ມັນເປັນຢູ່ມາກ່ອນ, ມັນບໍ່ມີທີ່ສຸດ, ມັນຈະເປັນຢູ່ໃນພາຍຫລັງ, ເພາະວ່າມັນຄື ໂນລາມ, ຫລື ນິລັນດອນ.
19 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າວ່າ: ຂໍ້ເທັດຈິງສອງຢ່າງນີ້ມີຢູ່ແທ້ໆ, ຄືມີວິນຍານຢູ່ສອງດວງ, ດວງໜຶ່ງມີຄວາມຮູ້ແຈ້ງຫລາຍກວ່າອີກດວງໜຶ່ງ; ຈະມີອີກດວງໜຶ່ງທີ່ຮູ້ແຈ້ງຫລາຍກວ່າສອງດວງນີ້; ເຮົາຄືພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ, ເຮົາ ຮູ້ແຈ້ງຫລາຍກວ່າພວກເຂົາທັງປວງ.
20 ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າໄດ້ ສົ່ງທູດຂອງພຣະອົງມາປົດປ່ອຍເຈົ້າຈາກເງື້ອມມືຂອງປະໂລຫິດຂອງເອເຄນາ.
21 ເຮົາປະທັບຢູ່ທ່າມກາງພວກເຂົາທັງປວງ; ສະນັ້ນ ບັດນີ້ ເຮົາ, ຈຶ່ງໄດ້ລົງມາຫາເຈົ້າເພື່ອປະກາດແກ່ເຈົ້າເຖິງ ວຽກງານຊຶ່ງມືຂອງເຮົາໄດ້ສ້າງ, ຊຶ່ງໃນນັ້ນ ປັນຍາຂອງເຮົາເກີນກວ່າພວກເຂົາທັງໝົດ, ເພາະວ່າເຮົາປົກຄອງສະຫວັນເບື້ອງເທິງ, ແລະ ໃນແຜ່ນດິນໂລກເບື້ອງລຸ່ມ, ໃນປັນຍາ ແລະ ຄວາມຮອບຄອບທັງໝົດ, ເໜືອກວ່າຜູ້ຄົນທີ່ມີຄວາມຮູ້ແຈ້ງທັງໝົດທີ່ເຈົ້າເຫັນຕັ້ງແຕ່ຕົ້ນ; ເຮົາໄດ້ລົງມາໃນຕອນຕົ້ນຢູ່ໃນທ່າມກາງຜູ້ຄົນທີ່ມີຄວາມຮູ້ແຈ້ງທັງໝົດທີ່ເຈົ້າໄດ້ເຫັນ.
22 ບັດນີ້ ພຣະຜູ້ເປັນເຈົ້າໄດ້ສະແດງໃຫ້ຂ້າພະເຈົ້າ, ອັບຣາຮາມ, ເຫັນຜູ້ຄົນທີ່ມີ ຄວາມຮູ້ແຈ້ງຊຶ່ງຖືກຈັດໄວ້ ກ່ອນໂລກເປັນມາ; ແລະ ໃນທ່າມກາງຜູ້ຄົນເຫລົ່ານັ້ນ ມີຜູ້ ທີ່ສູງສັກ ແລະ ຍິ່ງໃຫຍ່ຢ່າງຫລວງຫລາຍ;
23 ແລະ ພຣະເຈົ້າເຫັນວ່າ ຈິດວິນຍານເຫລົ່ານີ້ດີຫລາຍ, ແລະ ພຣະອົງໄດ້ປະທັບຢືນຢູ່ທ່າມກາງພວກເພິ່ນ ແລະ ພຣະອົງໄດ້ກ່າວວ່າ: ເຮົາຈະເຮັດໃຫ້ພວກເຂົາເປັນຜູ້ປົກຄອງຂອງເຮົາ; ເພາະວ່າພຣະອົງໄດ້ປະທັບຢືນຢູ່ໃນທ່າມກາງຄົນເຫລົ່ານັ້ນທີ່ເປັນວິນຍານ, ແລະ ພຣະອົງເຫັນວ່າພວກເພິ່ນດີ; ແລະ ພຣະອົງໄດ້ກ່າວກັບຂ້າພະເຈົ້າວ່າ: ອັບຣາຮາມ, ເຈົ້າເປັນຄົນໜຶ່ງໃນນັ້ນ; ເຈົ້າ ຖືກເລືອກກ່ອນເຈົ້າໄດ້ມາເກີດ.
24 ແລະ ມີ ອົງໜຶ່ງຢືນຢູ່ທ່າມກາງພວກເພິ່ນທີ່ຄ້າຍຄືກັບພຣະເຈົ້າ, ແລະ ເພິ່ນໄດ້ກ່າວກັບຜູ້ຄົນທີ່ຢູ່ກັບເພິ່ນວ່າ: ພວກເຮົາຈະລົງໄປ, ເພາະວ່າມີບ່ອນວ່າງຢູ່ທີ່ນັ້ນ, ແລະ ພວກເຮົາຈະນຳພາກສ່ວນຂອງສານເຫລົ່ານີ້ໄປ, ແລະ ພວກເຮົາຈະສ້າງ ແຜ່ນດິນໂລກໜ່ວຍໜຶ່ງບ່ອນທີ່ວິນຍານເຫລົ່ານີ້ຈະໄດ້ອາໄສຢູ່;
25 ແລະ ພວກເຮົາຈະ ພິສູດພວກເຂົາໂດຍວິທີນີ້, ເພື່ອເບິ່ງວ່າພວກເຂົາຈະ ເຮັດທຸກສິ່ງທັງປວງສິ່ງໃດກໍຕາມທີ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາຈະບັນຊາພວກເຂົາຫລືບໍ່;
26 ແລະ ຜູ້ທີ່ຮັກສາ ສະພາວະທຳອິດຂອງພວກເຂົາຈະໄດ້ຮັບເພີ່ມເຕີມ; ແລະ ຜູ້ທີ່ບໍ່ຮັກສາສະພາວະທຳອິດຂອງພວກເຂົາຈະບໍ່ມີລັດສະໝີພາບໃນອານາຈັກດຽວກັບຜູ້ທີ່ຮັກສາສະພາວະທຳອິດຂອງພວກເຂົາ; ແລະ ຜູ້ທີ່ຮັກສາ ສະພາວະທີສອງຂອງພວກເຂົາຈະມີ ລັດສະໝີພາບເພີ່ມເຕີມໃສ່ເທິງຫົວຂອງພວກເຂົາຕະຫລອດການ ແລະ ຕະຫລອດໄປ.
27 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວວ່າ: ເຮົາຈະສົ່ງຜູ້ໃດໄປ? ແລະ ຜູ້ໜຶ່ງຊຶ່ງເໝືອນດັ່ງ ບຸດມະນຸດໄດ້ຕອບວ່າ: ຂ້າພຣະອົງຢູ່ນີ້ເດ, ຂໍຈົ່ງສົ່ງຂ້າພຣະອົງໄປເຖີດ. ແລະ ຜູ້ໜຶ່ງອີກໄດ້ຕອບ ແລະ ກ່າວວ່າ: ຂ້າພຣະອົງຢູ່ນີ້ເດ, ຂໍຈົ່ງສົ່ງຂ້າພຣະອົງໄປເຖີດ. ແລະ ພຣະຜູ້ເປັນເຈົ້າໄດ້ກ່າວວ່າ: ເຮົາຈະສົ່ງຜູ້ທຳອິດໄປ.
28 ແລະ ຜູ້ທີສອງໄດ້ໃຈຮ້າຍ, ແລະ ບໍ່ໄດ້ຮັກສາສະພາວະທຳອິດຂອງລາວ; ແລະ, ໃນວັນນັ້ນ, ວິນຍານຢ່າງຫລວງຫລາຍໄດ້ຕິດຕາມລາວໄປ.