ບົດທີ 5
ພຣະເຈົ້າສຳເລັດການວາງແຜນຂອງພວກພຣະອົງໃນການສ້າງທຸກສິ່ງທັງປວງ—ພວກພຣະອົງຈັດການສ້າງອີງຕາມແຜນຂອງພວກພຣະອົງ—ອາດາມຕັ້ງຊື່ໃຫ້ສັດທຸກຊະນິດທີ່ມີຊີວິດ.
1 ແລະ ດັ່ງນັ້ນ ພວກເຮົາຈະສຳເລັດຟ້າສະຫວັນ ແລະ ແຜ່ນດິນໂລກ, ແລະ ທຸກສິ່ງທັງປວງຂອງມັນ.
2 ແລະ ບັນດາພຣະເຈົ້າໄດ້ກ່າວໃນບັນດາພວກພຣະອົງເອງວ່າ: ໃນຊ່ວງເວລາ ທີເຈັດ ພວກເຮົາຈະສິ້ນສຸດວຽກງານຂອງພວກເຮົາ, ຊຶ່ງພວກເຮົາໄດ້ປຶກສາກັນ; ແລະ ພວກເຮົາຈະພັກຜ່ອນໃນຊ່ວງເວລາທີເຈັດຈາກວຽກງານທັງໝົດຂອງພວກເຮົາ ຊຶ່ງພວກເຮົາໄດ້ປຶກສາກັນ.
3 ແລະ ບັນດາພຣະເຈົ້າໄດ້ຢຸດຕິໃນຊ່ວງເວລາທີເຈັດ, ເພາະວ່າໃນຊ່ວງເວລາທີເຈັດ ພວກພຣະອົງຈະ ພັກຜ່ອນຈາກວຽກງານທັງໝົດຂອງພວກພຣະອົງ ຊຶ່ງພວກພຣະອົງ (ບັນດາພຣະເຈົ້າ) ໄດ້ປຶກສາກັນໃນບັນດາພວກພຣະອົງເອງທີ່ຈະປະກອບ; ແລະ ຊຳລະມັນໃຫ້ສັກສິດ. ແລະ ການຕັດສິນພຣະໄທຂອງພວກພຣະອົງເປັນດັ່ງນັ້ນໃນເວລາທີ່ພວກພຣະອົງໄດ້ປຶກສາກັນໃນບັນດາພວກພຣະອົງເອງທີ່ຈະປະກອບຟ້າສະຫວັນ ແລະ ແຜ່ນດິນໂລກ.
4 ແລະ ບັນດາພຣະເຈົ້າໄດ້ລົງໄປ ແລະ ໄດ້ປະກອບລຳດັບການສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, ເມື່ອມັນຖືກປະກອບໃນວັນທີ່ບັນດາພຣະເຈົ້າໄດ້ປະກອບແຜ່ນດິນໂລກ ແລະ ຟ້າສະຫວັນ,
5 ຕາມທຸກສິ່ງຊຶ່ງພວກພຣະອົງໄດ້ກ່າວກ່ຽວກັບພືດທຸກຊະນິດໃນທົ່ງ ກ່ອນມັນຢູ່ໃນແຜ່ນດິນໂລກ, ແລະ ພືດພັນທຸກຊະນິດໃນທົ່ງກ່ອນມັນເຕີບໂຕ; ເພາະວ່າບັນດາພຣະເຈົ້າບໍ່ໄດ້ເຮັດໃຫ້ຝົນຕົກລົງມາເທິງແຜ່ນດິນໂລກ ເມື່ອພວກພຣະອົງໄດ້ປຶກສາກັນທີ່ຈະເຮັດສິ່ງເຫລົ່ານັ້ນ, ແລະ ຍັງບໍ່ໄດ້ປະກອບມະນຸດໃຫ້ທຳມາຫາກິນເທື່ອ.
6 ແຕ່ມີໝອກລອຍຂຶ້ນຈາກແຜ່ນດິນໂລກ, ແລະ ພົມນ້ຳໃຫ້ພື້ນດິນທັງໝົດຊຸ່ມຊື່ນ.
7 ແລະ ບັນດາພຣະເຈົ້າໄດ້ປະກອບມະນຸດຈາກ ຂີ້ດິນແຕ່ພື້ນດິນ, ແລະ ໄດ້ເອົາ ວິນຍານຂອງລາວມາ (ນັ້ນຄື, ວິນຍານຂອງມະນຸດ), ແລະ ໃສ່ໄວ້ໃນລາວ; ແລະ ໄດ້ເປົ່າລົມໃສ່ຮູດັງຂອງລາວໃຫ້ມີຊີວິດ, ແລະ ຮູບປັ້ນນັ້ນກໍໄດ້ກາຍເປັນ ຈິດວິນຍານທີ່ມີຊີວິດ.
8 ແລະ ບັນດາພຣະເຈົ້າໄດ້ສ້າງສວນແຫ່ງໜຶ່ງ, ໃນ ເອເດນຢູ່ທາງທິດຕາເວັນອອກ, ແລະ ຢູ່ທີ່ນັ້ນພວກພຣະອົງໄດ້ເອົາຊາຍ, ຜູ້ທີ່ພວກພຣະອົງໄດ້ເອົາວິນຍານໃສ່ໄວ້ໃນຮ່າງກາຍທີ່ພວກພຣະອົງໄດ້ປະກອບ.
9 ແລະ ຈາກພື້ນດິນບັນດາພຣະເຈົ້າໄດ້ບັນດານໃຫ້ຕົ້ນໄມ້ທຸກຊະນິດເຕີບໂຕ ທີ່ເພິ່ງພໍໃຈ ແລະ ສຳລັບເປັນອາຫານ; ຕົ້ນໄມ້ແຫ່ງຊີວິດ, ຢູ່ໃນກາງສວນ, ແລະ ຕົ້ນໄມ້ແຫ່ງຄວາມຮູ້ດີ ແລະ ຮູ້ຊົ່ວນຳອີກ.
10 ມີແມ່ນ້ຳສາຍໜຶ່ງໄຫລອອກມາຈາກສວນເອເດນ, ເພື່ອຫົດນ້ຳສວນ, ແລະ ຈາກບ່ອນນັ້ນມັນໄດ້ແບ່ງອອກເປັນສີ່ສາຍ.
11 ແລະ ບັນດາພຣະເຈົ້າໄດ້ເອົາມະນຸດໄປ ແລະ ວາງລາວໄວ້ໃນສວນເອເດນ, ເພື່ອຕົກແຕ່ງ ແລະ ຮັກສາມັນ.
12 ແລະ ບັນດາພຣະເຈົ້າໄດ້ບັນຊາມະນຸດ, ໂດຍກ່າວວ່າ: ໝາກໄມ້ທຸກຕົ້ນໃນສວນນີ້ເຈົ້າກິນໄດ້,
13 ເວັ້ນໄວ້ແຕ່ຕົ້ນໄມ້ແຫ່ງຄວາມຮູ້ດີ ແລະ ຮູ້ຊົ່ວ, ເຈົ້າຢ່າໄດ້ກິນໝາກໄມ້ໃນຕົ້ນນັ້ນ; ເພາະວ່າຖ້າຫາກເຈົ້າຂືນກິນເມື່ອໃດ ເຈົ້າຈະຕາຍເມື່ອນັ້ນ. ບັດນີ້ ຂ້າພະເຈົ້າ, ອັບຣາຮາມ, ເຫັນວ່າມັນສອດຄ່ອງກັບ ເວລາຂອງພຣະຜູ້ເປັນເຈົ້າ, ຊຶ່ງສອດຄ່ອງກັບເວລາຂອງ ໂຄລອບ; ເພາະວ່າຈົນເຖິງບັດນີ້ ບັນດາພຣະເຈົ້າບໍ່ໄດ້ກຳນົດການຄິດໄລ່ໄວ້ແກ່ອາດາມ.
14 ແລະ ບັນດາພຣະເຈົ້າໄດ້ກ່າວວ່າ: ໃຫ້ພວກເຮົາສ້າງຜູ້ຊ່ວຍຊູທີ່ເໝາະສົມສຳລັບຜູ້ຊາຍ, ເພາະວ່າບໍ່ສົມຄວນທີ່ຜູ້ຊາຍຕ້ອງຢູ່ໂດດດ່ຽວຢ່າງນີ້, ສະນັ້ນ ພວກເຮົາຈະສ້າງຜູ້ຊ່ວຍຊູທີ່ເໝາະສົມໃຫ້ລາວ.
15 ແລະ ບັນດາພຣະເຈົ້າໄດ້ເຮັດໃຫ້ ອາດາມນອນຫລັບ; ແລະ ລາວໄດ້ນອນຫລັບສະໜິດ, ແລະ ພວກພຣະອົງໄດ້ເອົາກະດູກຂ້າງຊີກໜຶ່ງຂອງລາວອອກມາ, ແລະ ໄດ້ເຮັດໃຫ້ເນື້ອໜັງຈອດຕິດກັນດັ່ງເດີມ;
16 ແລະ ກະດູກຂ້າງຊຶ່ງບັນດາພຣະເຈົ້າໄດ້ເອົາມາຈາກຜູ້ຊາຍ, ໄດ້ປະກອບເປັນ ຜູ້ຍິງ, ແລະ ໄດ້ນຳນາງມາມອບໃຫ້ຜູ້ຊາຍ.
17 ແລະ ອາດາມໄດ້ກ່າວວ່າ: ນາງມາຈາກກະດູກຂອງເຮົາ, ແລະ ເນື້ອໜັງຂອງນາງມາຈາກເນື້ອໜັງຂອງເຮົາ; ນາງຈະຖືກເອີ້ນວ່າ ຜູ້ຍິງ, ເພາະວ່ານາງມາຈາກຜູ້ຊາຍ;
18 ສະນັ້ນ ຜູ້ຊາຍຈຶ່ງຈາກພໍ່ແມ່ ແລະ ໄປ ຕິດພັນຢູ່ກັບເມຍຂອງຕົນ; ແລະ ພວກເຂົາທັງສອງກໍກາຍເປັນ ໜຶ່ງ.
19 ແລະ ພວກເຂົາໄດ້ເປືອຍກາຍຢູ່, ຜູ້ຊາຍ ແລະ ເມຍຂອງລາວ, ແຕ່ພວກເຂົາບໍ່ຮູ້ສຶກລະອາຍກັນເລີຍ.
20 ແລະ ຈາກພື້ນດິນບັນດາພຣະເຈົ້າໄດ້ປັ້ນສັດທຸກຕົວໃນທົ່ງ, ແລະ ນົກທຸກຕົວໃນອາກາດ; ແລະ ໄດ້ບັນຊາມັນໃຫ້ມາຫາອາດາມ ເພື່ອເບິ່ງວ່າລາວຈະເອີ້ນມັນຢ່າງໃດ; ແລະ ອັນໃດກໍຕາມທີ່ອາດາມເອີ້ນສັດທຸກຊະນິດທີ່ມີຊີວິດເຫລົ່ານັ້ນ, ນັ້ນຈະເປັນຊື່ຂອງມັນ.
21 ແລະ ອາດາມໄດ້ຕັ້ງຊື່ໃຫ້ສັດລ້ຽງ, ແລະ ນົກໃນອາກາດ, ແລະ ໃຫ້ສັດປ່າທັງໝົດຢູ່ໃນທົ່ງ; ແລະ ສຳລັບອາດາມ, ຈຶ່ງມີຜູ້ຊ່ວຍຊູທີ່ເໝາະສົມແກ່ລາວ.