ພຣະ​ຄຳ​ພີ
ໂມ​ເຊ 1


ການ​ຄັດ​ເລືອກ​ມາ​ຈາກ
ໜັງ​ສື​ໂມ​ເຊ

ພາກ​ສ່ວນ​ໜຶ່ງ​ທີ່​ເອົາ​ມາ​ຈາກ​ການ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ດັ່ງ​ທີ່​ເປີດ​ເຜີຍ​ແກ່​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ, ເດືອນ​ມິ​ຖຸ​ນາ 1830–ເດືອນ​ກຸມ​ພາ 1831.

ບົດ​ທີ 1

(ເດືອນ​ມິ​ຖຸ​ນາ 1830)

ພຣະ​ເຈົ້າ​ເປີດ​ເຜີຍ​ພຣະ​ອົງ​ເອງ​ຕໍ່​ໂມ​ເຊ—​ໂມ​ເຊ​ຖືກ​ປ່ຽນ​ສະ​ພາບ—​ເພິ່ນ​ປະ​ເຊີນ​ກັບ​ຊາ​ຕານ—​ໂມ​ເຊ​ເຫັນ​ໂລກ​ຢ່າງ​ຫລວງ​ຫລາຍ​ທີ່​ມີ​ຜູ້​ຄົນ​ອາ​ໄສ​ຢູ່—ພຣະ​ບຸດ​ສ້າງ​ໂລກ​ຕ່າງໆ​ຈົນ​ນັບ​ບໍ່​ຖ້ວນ—ວຽກ​ງານ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ຄື​ການ​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ.

1 ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ຊຶ່ງ​ພຣະ​ອົງ​ໄດ້ ກ່າວ​ກັບ ໂມ​ເຊ​ໃນ​ເວ​ລາ​ທີ່​ໄດ້​ພາ​ໂມ​ເຊ​ຂຶ້ນ​ໄປ​ຍັງ​ພູ​ທີ່​ສູງ​ທີ່​ສຸດ,

2 ແລະ ເພິ່ນ​ໄດ້ ເຫັນ​ພຣະ​ເຈົ້າ ໜ້າ​ຕໍ່​ໜ້າ, ແລະ ເພິ່ນ​ໄດ້​ເວົ້າ​ລົມ​ກັບ​ພຣະ​ອົງ, ແລະ ລັດ​ສະ​ໝີ​ພາບ​ຂອງ ພຣະ​ເຈົ້າ​ໄດ້​ຢູ່​ກັບ​ໂມ​ເຊ; ສະ​ນັ້ນ​ໂມ​ເຊ​ຈຶ່ງ​ສາ​ມາດ ທົນ​ກັບ​ການ​ປະ​ທັບ​ຢູ່​ຂອງ​ພຣະ​ອົງ​ໄດ້.

3 ແລະ ພຣະ​ເຈົ້າ​ໄດ້​ກ່າວ​ກັບ​ໂມ​ເຊ​ວ່າ: ຈົ່ງ​ເບິ່ງ, ເຮົາ​ຄື​ອົງ​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່, ແລະ ບໍ່​ມີ​ທີ່​ສຸດ​ຄື​ນາມ​ຂອງ​ເຮົາ; ເພາະ​ເຮົາ​ປາດ​ສະ​ຈາກ​ການ​ເລີ່ມ​ຕົ້ນ​ຂອງ​ມື້ ຫລື ການ​ສິ້ນ​ສຸດ​ຂອງ​ປີ; ແລະ ນີ້​ບໍ່​ແມ່ນ​ບໍ່​ມີ​ທີ່​ສຸດ​ບໍ?

4 ແລະ, ຈົ່ງ​ເບິ່ງ, ເຈົ້າ​ເປັນ​ບຸດ​ຂອງ​ເຮົາ; ດັ່ງ​ນັ້ນ​ຈົ່ງ ເບິ່ງ, ແລະ ເຮົາ​ຈະ​ສະ​ແດງ​ໃຫ້​ເຈົ້າ​ເຫັນ ຝີ​ມື​ຂອງ​ເຮົາ; ແຕ່​ບໍ່​ແມ່ນ​ທັງ​ໝົດ, ເພາະ ວຽກ​ງານ​ຂອງ​ເຮົາ​ບໍ່​ມີ ທີ່​ສຸດ, ແລະ ຖ້ອຍ​ຄຳ​ຂອງ​ເຮົາ​ນຳ​ອີກ, ເພາະ​ມັນ​ບໍ່​ເຄີຍ​ສິ້ນ​ສຸດ.

5 ດັ່ງ​ນັ້ນ, ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຈະ​ສາ​ມາດ​ຫລຽວ​ເຫັນ​ວຽກ​ງານ​ທັງ​ໝົດ​ຂອງ​ເຮົາ, ຍົກ​ເວັ້ນ​ແຕ່​ເຂົາ​ຈະ​ຫລຽວ​ເບິ່ງ​ລັດ​ສະ​ໝີ​ພາບ​ທັງ​ໝົດ​ຂອງ​ເຮົາ; ແລະ ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຈະ​ສາ​ມາດ​ຫລຽວ​ເຫັນ​ລັດ​ສະ​ໝີ​ພາບ​ທັງ​ໝົດ​ຂອງ​ເຮົາ​ໄດ້, ແລະ ຫລັງ​ຈາກ​ນັ້ນ​ຍັງ​ຄົງ​ຢູ່​ໃນ​ເນື້ອ​ໜັງ​ເທິງ​ແຜ່ນ​ດິນ​ໂລກ.

6 ແລະ ເຮົາ​ມີ​ວຽກ​ງານ​ຢ່າງ​ໜຶ່ງ​ສຳ​ລັບ​ເຈົ້າ, ໂມ​ເຊ, ບຸດ​ຂອງ​ເຮົາ; ແລະ ເຈົ້າ​ຈະ ເໝືອນ ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ; ແລະ ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ​ເປັນ ແລະ ຈະ​ເປັນ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເພາະ​ວ່າ​ພຣະ​ອົງ​ເຕັມ​ໄປ​ດ້ວຍ ພຣະ​ຄຸນ ແລະ ຄວາມ​ຈິງ; ແຕ່ ບໍ່​ມີ​ພຣະ​ເຈົ້າ​ອື່ນ​ນອກ​ຈາກ​ເຮົາ, ແລະ ທຸກ​ສິ່ງ​ທັງ​ປວງ​ຢູ່​ຕໍ່​ໜ້າ​ເຮົາ, ເພາະ​ເຮົາ ຮູ້​ຈັກ​ມັນ​ທັງ​ໝົດ.

7 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ສິ່ງ​ນີ້​ສິ່ງ​ດຽວ​ທີ່​ເຮົາ​ສະ​ແດງ​ແກ່​ເຈົ້າ, ໂມ​ເຊ, ບຸດ​ຂອງ​ເຮົາ, ເພາະ​ເຈົ້າ​ຢູ່​ໃນ​ໂລກ, ແລະ ບັດ​ນີ້​ເຮົາ​ຈຶ່ງ​ສະ​ແດງ​ມັນ​ແກ່​ເຈົ້າ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ເຊ​ໄດ້​ຫລຽວ​ເບິ່ງ, ແລະ ໄດ້​ເຫັນ ໂລກ​ຊຶ່ງ​ເທິງ​ນັ້ນ​ເພິ່ນ​ໄດ້​ຖືກ​ສ້າງ​ຂຶ້ນ; ແລະ ໂມ​ເຊ​ໄດ້ ເຫັນ​ໂລກ ແລະ ບ່ອນ​ໄກ​ສຸດ​ຂອງ​ມັນ, ແລະ ລູກ​ຫລານ​ມະ​ນຸດ​ທັງ​ປວງ​ທີ່​ອາ​ໄສ​ຢູ່, ແລະ ສິ່ງ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ມາ; ຊຶ່ງ​ໃນ​ສິ່ງ​ເຫລົ່າ​ນັ້ນ​ເພິ່ນ​ມີ ຄວາມ​ແປກ​ໃຈ ແລະ ປະ​ຫລາດ​ໃຈ​ຫລາຍ​ທີ່​ສຸດ.

9 ແລະ ການ​ປະ​ທັບ​ຢູ່​ຂອງ​ພຣະ​ເຈົ້າ​ໄດ້​ຖອນ​ໄປ​ຈາກ​ໂມ​ເຊ, ຈົນ​ວ່າ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ບໍ່​ໄດ້​ຢູ່​ກັບ​ໂມ​ເຊ​ອີກ​ຕໍ່​ໄປ; ແລະ ໂມ​ເຊ​ຖືກ​ປະ​ໄວ້​ຢູ່​ຕາມ​ລຳ​ພັງ, ເພິ່ນ​ຈຶ່ງ​ໄດ້​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເປັນ​ເວ​ລາ​ຫລາຍ​ຊົ່ວ​ໂມງ​ກ່ອນ​ໂມ​ເຊ​ຈະ​ໄດ້​ຮັບ ກຳ​ລັງ​ວັງ​ຊາ​ປົກ​ກະ​ຕິ​ເໝືອນ​ມະ​ນຸດ​ຄືນ; ແລະ ເພິ່ນ​ໄດ້​ກ່າວ​ກັບ​ຕົນ​ເອງ​ວ່າ: ບັດ​ນີ້, ເພາະ​ເຫດ​ນີ້ ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ວ່າ ມະ​ນຸດ ບໍ່​ໄດ້​ເປັນ​ອັນ​ໃດ​ເລີຍ, ຊຶ່ງ​ເລື່ອງ​ນີ້​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ຄິດ​ມາ​ກ່ອນ.

11 ແຕ່​ບັດ​ນີ້​ດວງ​ຕາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເຫັນ ພຣະ​ເຈົ້າ​ແລ້ວ; ແຕ່​ບໍ່​ແມ່ນ ຝ່າຍ​ທຳ​ມະ​ຊາດ​ຂອງ​ຂ້າ​ພະ​ເຈົ້າ, ແຕ່​ດວງ​ຕາ​ຝ່າຍ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ, ເພາະ​ວ່າ​ດວງ​ຕາ​ຝ່າຍ​ທຳ​ມະ​ຊາດ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຫລຽວ​ເຫັນ; ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຈະ ຫ່ຽວ​ແຫ້ງ ແລະ ຕາຍ​ໄປ​ໃນ​ການ​ປະ​ທັບ​ຢູ່​ຂອງ​ພຣະ​ອົງ; ແຕ່​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ໄດ້​ຢູ່​ນຳ​ຂ້າ​ພະ​ເຈົ້າ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ ພຣະ​ພັກ​ຂອງ​ພຣະ​ອົງ, ເພາະ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ຖືກ ປ່ຽນ​ສະ​ພາບ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ໂມ​ເຊ​ໄດ້​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້​ແລ້ວ, ຈົ່ງ​ເບິ່ງ, ຊາ​ຕານ​ໄດ້​ມາ ລໍ້​ລວງ​ເພິ່ນ, ໂດຍ​ກ່າວ​ວ່າ: ໂມ​ເຊ, ບຸດ​ມະ​ນຸດ, ຈົ່ງ​ນະ​ມັດ​ສະ​ການ​ເຮົາ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ເຊ​ໄດ້​ຫລຽວ​ເບິ່ງ​ຊາ​ຕານ ແລະ ໄດ້​ກ່າວ​ວ່າ: ທ່ານ​ເປັນ​ໃຜ? ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເປັນ ບຸດ​ຂອງ​ພຣະ​ເຈົ້າ, ເປັນ​ເໝືອນ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ; ແລະ ລັດ​ສະ​ໝີ​ພາບ​ຂອງ​ທ່ານ​ຢູ່​ໃສ, ທີ່​ຂ້າ​ພະ​ເຈົ້າ​ຈະ​ນະ​ມັດ​ການ​ທ່ານ?

14 ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ຫລຽວ​ເບິ່ງ​ພຣະ​ເຈົ້າ, ຍົກ​ເວັ້ນ​ແຕ່​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ມາ​ຢູ່​ນຳ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້ ປ່ຽນ​ສະ​ພາບ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ. ແຕ່​ຂ້າ​ພະ​ເຈົ້າ​ສາ​ມາດ​ຫລຽວ​ເບິ່ງ​ທ່ານ​ໄດ້​ໃນ​ສະ​ພາບ​ຂອງ​ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ. ເປັນ​ແນວ​ນັ້ນ​ແທ້, ບໍ່​ແມ່ນ​ບໍ?

15 ຂໍ​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ຈົ່ງ​ພຣະ​ກະ​ເສີມ​ສຳ​ລານ​ເຖີດ, ເພາະ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຍັງ​ບໍ່​ໄດ້​ຖອນ​ອອກ​ໄປ​ຈາກ​ຂ້າ​ພະ​ເຈົ້າ​ທັງ​ໝົດ​ເທື່ອ, ຖ້າ​ບໍ່​ດັ່ງ​ນັ້ນ ລັດ​ສະ​ໝີ​ພາບ​ຂອງ​ທ່ານ​ຢູ່​ໃສ, ເພາະ​ວ່າ​ມັນ​ເປັນ​ຄວາມ​ມືດ​ສຳ​ລັບ​ຂ້າ​ພະ​ເຈົ້າ? ແລະ ຂ້າ​ພະ​ເຈົ້າ​ສາ​ມາດ​ຈຳ​ແນກ​ໄດ້​ລະ​ຫວ່າງ​ທ່ານ ແລະ ພຣະ​ເຈົ້າ; ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ ນະ​ມັດ​ສະ​ການ​ພຣະ​ເຈົ້າ, ເພາະ​ວ່າ​ພຣະ​ອົງ​ເທົ່າ​ນັ້ນ​ທີ່​ເຈົ້າ​ຈະ ຮັບ​ໃຊ້.

16 ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນີ້​ເສຍ, ຊາ​ຕານ; ຢ່າ​ຫລອກ​ລວງ​ຂ້າ​ພະ​ເຈົ້າ; ເພາະ​ວ່າ​ພຣະ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເຈົ້າ​ເປັນ ເໝືອນ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ.

17 ແລະ ພຣະ​ອົງ​ຍັງ​ໄດ້​ປະ​ທານ​ພຣະ​ບັນ​ຍັດ​ໃຫ້​ຂ້າ​ພະ​ເຈົ້າ​ນຳ​ອີກ​ຕອນ​ພຣະ​ອົງ​ເອີ້ນ​ຂ້າ​ພະ​ເຈົ້າ​ຈາກ ຟຸ່ມ​ໄມ້​ທີ່​ລຸກ​ເປັນ​ໄຟ, ໂດຍ​ກ່າວ​ວ່າ: ຈົ່ງ ເອີ້ນ​ຫາ​ພຣະ​ເຈົ້າ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ, ແລະ ນະ​ມັດ​ສະ​ການ​ເຮົາ.

18 ແລະ ໂມ​ເຊ​ໄດ້​ກ່າວ​ອີກ​ວ່າ: ຂ້າ​ພະ​ເຈົ້າ​ຈະ​ບໍ່​ຢຸດ​ເອີ້ນ​ຫາ​ພຣະ​ເຈົ້າ, ຂ້າ​ພະ​ເຈົ້າ​ມີ​ເລື່ອງ​ອື່ນໆ​ທີ່​ຈະ​ທູນ​ຖາມ​ພຣະ​ອົງ: ເພາະ​ວ່າ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ໄດ້​ມາ​ຢູ່​ກັບ​ຂ້າ​ພະ​ເຈົ້າ, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ສາ​ມາດ​ຈຳ​ແນກ​ໄດ້​ລະ​ຫວ່າງ​ພຣະ​ອົງ ແລະ ທ່ານ. ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນີ້​ເສຍ, ຊາ​ຕານ.

19 ແລະ ບັດ​ນີ້, ເມື່ອ​ໂມ​ເຊ​ໄດ້​ກ່າວ​ຖ້ອຍ​ຄຳ​ເຫລົ່າ​ນີ້​ແລ້ວ, ຊາ​ຕານ​ໄດ້​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ອັນ​ດັງ, ແລະ ໄດ້​ເວົ້າ​ແບບ​ໃຈ​ຮ້າຍ​ຢູ່​ເທິງ​ຜືນ​ແຜ່ນ​ດິນ, ແລະ ໄດ້​ບັນ​ຊາ, ໂດຍ​ກ່າວ​ວ່າ: ເຮົາ​ຄື ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ, ຈົ່ງ​ນະ​ມັດ​ສະ​ການ​ເຮົາ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ເຊ​ໄດ້​ເລີ່ມ​ຢ້ານ​ກົວ​ຢ່າງ​ໜັກ; ແລະ ໃນ​ຂະ​ນະ​ທີ່​ເພິ່ນ​ເລີ່ມ​ຢ້ານ​ກົວ, ເພິ່ນ​ໄດ້​ເຫັນ​ຄວາມ​ຂົມ​ຂື່ນ​ຂອງ ນະ​ລົກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໂດຍ​ທີ່​ໄດ້ ເອີ້ນ​ຫາ​ພຣະ​ເຈົ້າ, ເພິ່ນ​ກໍ​ໄດ້​ຮັບ​ພະ​ລັງ, ແລະ ເພິ່ນ​ໄດ້​ສັ່ງ, ໂດຍ​ກ່າວ​ວ່າ: ຈົ່ງ​ໄປ​ຈາກ​ຂ້າ​ພະ​ເຈົ້າ, ຊາ​ຕານ, ເພາະ​ວ່າ​ພຣະ​ເຈົ້າ​ອົງ​ດຽວ​ນີ້​ເທົ່າ​ນັ້ນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ນະ​ມັດ​ສະ​ການ, ຊຶ່ງ​ເປັນ​ພຣະ​ເຈົ້າ​ແຫ່ງ​ລັດ​ສະ​ໝີ​ພາບ.

21 ແລະ ບັດ​ນີ້ ຊາ​ຕານ​ເລີ່ມ​ຕົວ​ສັ່ນ, ແລະ ແຜ່ນ​ດິນ​ໂລກ​ໄດ້​ສັ່ນ​ສະ​ເທືອນ; ແລະ ໂມ​ເຊ​ໄດ້​ຮັບ​ພະ​ລັງ, ແລະ ໄດ້​ເອີ້ນ​ຫາ​ພຣະ​ເຈົ້າ, ໂດຍ​ກ່າວ​ວ່າ: ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ, ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນີ້​ເສຍ, ຊາ​ຕານ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຊາ​ຕານ​ໄດ້​ຮ້ອງ​ອອກ​ມາ​ດ້ວຍ​ສຽງ​ອັນ​ດັງ, ດ້ວຍ​ການ​ຮ້ອງ​ໄຫ້, ແລະ ການ​ຄວນ​ຄາງ, ແລະ ການ ຂົບ​ແຂ້ວ​ຄ້ຽວ​ຟັນ; ແລະ ມັນ​ໄດ້​ອອກ​ໄປ​ຈາກ​ບ່ອນ​ນີ້, ແມ່ນ​ແຕ່​ຈາກ​ໄປ​ພົ້ນ​ໜ້າ​ຂອງ​ໂມ​ເຊ, ຈົນ​ວ່າ​ເພິ່ນ​ຫລຽວ​ບໍ່​ເຫັນ​ມັນ​ອີກ.

23 ແລະ ບັດ​ນີ້ ກ່ຽວ​ກັບ​ເລື່ອງ​ນີ້​ໂມ​ເຊ​ໄດ້​ເປັນ​ພະ​ຍານ; ແຕ່​ເພາະ​ຄວາມ​ຊົ່ວ​ຮ້າຍ ເລື່ອງ​ນີ້​ຈຶ່ງ​ບໍ່​ມີ​ຢູ່​ໃນ​ບັນ​ດາ​ລູກ​ຫລານ​ມະ​ນຸດ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ຊາ​ຕານ​ໄດ້​ອອກ​ໄປ​ພົ້ນ​ໜ້າ​ຂອງ​ໂມ​ເຊ​ແລ້ວ, ຄື​ໂມ​ເຊ​ໄດ້​ແຫງນ​ໜ້າ​ຂຶ້ນ​ຫລຽວ​ເບິ່ງ​ຟ້າ​ສະ​ຫວັນ, ໂດຍ​ເຕັມ​ໄປ​ດ້ວຍ ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ເປັນ​ພະ​ຍານ​ເຖິງ​ພຣະ​ບິ​ດາ ແລະ ພຣະ​ບຸດ;

25 ແລະ ໂດຍ​ທີ່​ເອີ້ນ​ຫາ​ພຣະ​ນາມ​ຂອງ​ພຣະ​ເຈົ້າ, ເພິ່ນ​ໄດ້​ເຫັນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ອີກ; ເພາະ​ມັນ​ໄດ້​ຢູ່​ກັບ​ເພິ່ນ; ແລະ ເພິ່ນ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ກ່າວ​ວ່າ: ເຈົ້າ​ເປັນ​ສຸກ​ແລ້ວ, ໂມ​ເຊ, ເພາະ​ເຮົາ, ຜູ້​ຊົງ​ລິດ​ອຳ​ນາດ​ຍິ່ງ​ໃຫຍ່, ໄດ້​ເລືອກ​ເຈົ້າ​ແລ້ວ, ແລະ ເຈົ້າ​ຈະ​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ​ຫລາຍ​ກວ່າ ແມ່​ນ້ຳ​ທັງ​ຫລາຍ; ເພາະ​ວ່າ​ມັນ​ຈະ​ເຊື່ອ​ຟັງ ຄຳ​ສັ່ງ​ຂອງ​ເຈົ້າ​ຄື​ກັບ​ວ່າ​ເຈົ້າ​ເປັນ ພຣະ​ເຈົ້າ.

26 ແລະ ເບິ່ງ​ແມ, ເຮົາ​ຢູ່​ນຳ​ເຈົ້າ, ແມ່ນ​ແຕ່​ຈົນ​ເຖິງ​ທີ່​ສຸດ​ຂອງ​ວັນ​ເວ​ລາ​ຂອງ​ເຈົ້າ; ເພາະ​ວ່າ​ເຈົ້າ​ຈະ ປົດ​ປ່ອຍ​ຜູ້​ຄົນ​ຂອງ​ເຮົາ​ຈາກ ຄວາມ​ເປັນ​ທາດ, ແມ່ນ​ແຕ່ ອິດ​ສະ​ຣາ​ເອນ ຜູ້​ທີ່​ຖືກ​ເລືອກ​ຂອງ​ເຮົາ.

27 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຂະ​ນະ​ທີ່​ສຸ​ລະ​ສຽງ​ຍັງ​ບໍ່​ຂາດ​ຄຳ, ໂມ​ເຊ​ໄດ້​ກວາດ​ຕາ​ເບິ່ງ ແລະ ໄດ້​ເຫັນ​ແຜ່ນ​ດິນ​ໂລກ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ທັງ​ໝົດ; ແລະ ບໍ່​ມີ​ພາກ​ສ່ວນ​ໃດ​ຂອງ​ມັນ​ທີ່​ເພິ່ນ​ບໍ່​ໄດ້​ເຫັນ, ໂດຍ​ໄດ້​ຫລິງ​ເຫັນ​ມັນ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ.

28 ແລະ ເພິ່ນ​ໄດ້​ເຫັນ​ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ນຳ​ອີກ, ແລະ ບໍ່​ມີ​ຄົນ​ໃດ​ທີ່​ເພິ່ນ​ບໍ່​ໄດ້​ເຫັນ; ແລະ ເພິ່ນ​ໄດ້​ຫລິງ​ເຫັນ​ພວກ​ເຂົາ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ; ແລະ ຈຳ​ນວນ​ຂອງ​ພວກ​ເຂົາ​ນັ້ນ​ແມ່ນ​ຫລວງ​ຫລາຍ, ແມ່ນ​ແຕ່​ເກີນ​ກວ່າ​ຈະ​ນັບ​ໄດ້​ດັ່ງ​ເມັດ​ຊາຍ​ຢູ່​ເທິງ​ຝັ່ງ​ທະ​ເລ.

29 ແລະ ເພິ່ນ​ໄດ້​ເຫັນ​ພື້ນ​ດິນ​ຢ່າງ​ຫລວງ​ຫລາຍ; ແລະ ພື້ນ​ດິນ​ແຕ່​ລະ​ແຫ່ງ​ຖືກ​ເອີ້ນ​ວ່າ ແຜ່ນ​ດິນ​ໂລກ, ແລະ ມີ​ຜູ້​ອາ​ໄສ​ຢູ່​ເທິງ​ນັ້ນ.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ເຊ​ໄດ້​ເອີ້ນ​ຫາ​ພຣະ​ເຈົ້າ, ໂດຍ​ກ່າວ​ວ່າ: ຂໍ​ຊົງ​ບອກ​ຂ້າ​ພຣະ​ອົງ​ແດ່​ທ້ອນ, ດ້ວຍ​ເຫດ​ໃດ​ສິ່ງ​ເຫລົ່າ​ນີ້​ຈຶ່ງ​ເປັນ​ເຊັ່ນ​ນີ້, ແລະ ພຣະ​ອົງ​ໄດ້​ສ້າງ​ສິ່ງ​ເຫລົ່າ​ນີ້​ດ້ວຍ​ສິ່ງ​ໃດ?

31 ແລະ ຈົ່ງ​ເບິ່ງ, ລັດ​ສະ​ໝີ​ພາບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢູ່​ກັບ​ໂມ​ເຊ, ເພື່ອ​ວ່າ​ໂມ​ເຊ​ຈະ​ໄດ້​ຢືນ​ຢູ່​ໃນ​ທີ່​ປະ​ທັບ​ຢູ່​ຂອງ​ພຣະ​ເຈົ້າ, ແລະ ໄດ້​ເວົ້າ​ລົມ​ກັບ​ພຣະ​ອົງ ໜ້າ​ຕໍ່​ໜ້າ. ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໂມ​ເຊ​ວ່າ: ເພື່ອ ຈຸດ​ປະ​ສົງ​ຂອງ​ເຮົາ​ເອງ​ທີ່​ເຮົາ​ໄດ້​ສ້າງ​ສິ່ງ​ເຫລົ່າ​ນີ້​ຂຶ້ນ​ມາ. ນີ້​ຄື​ປັນ​ຍາ ແລະ ຈຸດ​ປະ​ສົງ​ທີ່​ຢູ່​ໃນ​ເຮົາ.

32 ແລະ ໂດຍ ຄຳ​ແຫ່ງ​ອຳ​ນາດ​ຂອງ​ເຮົາ, ເຮົາ​ຈຶ່ງ​ໄດ້​ສ້າງ​ມັນ​ຂຶ້ນ​ມາ, ຊຶ່ງ​ຄື​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ, ຜູ້​ທີ່​ເຕັມ​ໄປ​ດ້ວຍ ພຣະ​ຄຸນ ແລະ ຄວາມ​ຈິງ.

33 ແລະ ໂລກ​ຕ່າງໆ​ຈົນ​ນັບ​ບໍ່​ຖ້ວນ ເຮົາ​ໄດ້ ສ້າງ​ຂຶ້ນ​ມາ; ແລະ ເຮົາ​ຍັງ​ໄດ້​ສ້າງ​ມັນ​ເພື່ອ​ຈຸດ​ປະ​ສົງ​ຂອງ​ເຮົາ​ເອງ​ນຳ​ອີກ; ແລະ ໂດຍ​ພຣະ​ບຸດ ເຮົາ​ໄດ້​ສ້າງ​ມັນ​ຂຶ້ນ​ມາ, ຊຶ່ງ​ຄື ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ເຮົາ.

34 ແລະ ມະ​ນຸດ​ຄົນ ທຳ​ອິດ ເຮົາ​ໄດ້​ເອີ້ນ​ວ່າ ອາ​ດາມ, ຊຶ່ງ​ຄື ຫລວງ​ຫລາຍ.

35 ແຕ່​ເລື່ອງ​ລາວ​ຂອງ​ແຜ່ນ​ດິນ​ໂລກ​ນີ້​ເທົ່າ​ນັ້ນ, ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ, ເຮົາ​ໃຫ້​ແກ່​ເຈົ້າ. ເພາະ​ຈົ່ງ​ເບິ່ງ, ມີ​ຫລາຍ​ໂລກ​ທີ່​ສູນ​ສິ້ນ​ໄປ​ໂດຍ​ຄຳ​ແຫ່ງ​ອຳ​ນາດ​ຂອງ​ເຮົາ. ແລະ ມີ​ຫລາຍ​ໂລກ​ທີ່​ຕັ້ງ​ຢູ່​ດຽວ​ນີ້, ແລະ ມີ​ຈົນ​ນັບ​ບໍ່​ຖ້ວນ​ຕໍ່​ມະ​ນຸດ; ແຕ່​ວ່າ​ທຸກ​ສິ່ງ​ທັງ​ປວງ​ໄດ້​ຖືກ​ນັບ​ໄວ້​ສຳ​ລັບ​ເຮົາ, ເພາະ​ວ່າ​ມັນ​ເປັນ​ຂອງ​ເຮົາ ແລະ ເຮົາ ຮູ້​ຈັກ​ມັນ.

36 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໂມ​ເຊ​ໄດ້​ກ່າວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ກ່າວ​ວ່າ: ຂໍ​ຈົ່ງ​ເມດ​ຕາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ດ້ວຍ​ເທີ້ນ, ໂອ້ ພຣະ​ອົງ​ເຈົ້າ, ແລະ ຂໍ​ຈົ່ງ​ບອກ​ຂ້າ​ພຣະ​ອົງ​ກ່ຽວ​ກັບ​ແຜ່ນ​ດິນ​ໂລກ​ນີ້, ແລະ ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ, ແລະ ຟ້າ​ສະ​ຫວັນ​ນຳ​ອີກ, ແລະ ຈາກ​ນັ້ນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ຈະ​ພໍ​ໃຈ.

37 ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໂມ​ເຊ​ວ່າ: ຟ້າ​ສະ​ຫວັນ​ນັ້ນ, ມີ​ຢ່າງ​ຫລວງ​ຫລາຍ, ແລະ ນັບ​ບໍ່​ໄດ້​ສຳ​ລັບ​ມະ​ນຸດ; ແຕ່​ວ່າ​ນັບ​ມັນ​ໄດ້​ສຳ​ລັບ​ເຮົາ, ເພາະ​ວ່າ​ມັນ​ເປັນ​ຂອງ​ເຮົາ.

38 ແລະ ດັ່ງ​ທີ່​ແຜ່ນ​ດິນ​ໂລກ​ໜຶ່ງ​ຈະ​ສູນ​ສິ້ນ​ໄປ, ແລະ ຟ້າ​ສະ​ຫວັນ​ຂອງ​ມັນ​ສັນ​ໃດ, ອັນ​ໃໝ່​ອີກ​ອັນ​ໜຶ່ງ​ຈະ​ບັງ​ເກີດ​ຂຶ້ນ​ສັນ​ນັ້ນ; ແລະ ບໍ່​ມີ​ທີ່ ສິ້ນ​ສຸດ​ກັບ​ວຽກ​ງານ​ຂອງ​ເຮົາ, ທັງ​ຖ້ອຍ​ຄຳ​ຂອງ​ເຮົາ​ກໍ​ຄື​ກັນ.

39 ເພາະ​ຈົ່ງ​ເບິ່ງ, ນີ້​ຄື ວຽກ​ງານ​ຂອງ​ເຮົາ ແລະ ລັດ​ສະ​ໝີ​ພາບ​ຂອງ​ເຮົາ—ຄື​ການ​ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ ອະ​ມະ​ຕະ ແລະ ຊີ​ວິດ ນິ​ລັນ​ດອນ​ຂອງ​ມະ​ນຸດ.

40 ແລະ ບັດ​ນີ້, ໂມ​ເຊ, ບຸດ​ຂອງ​ເຮົາ, ເຮົາ​ຈະ​ກ່າວ​ກັບ​ເຈົ້າ​ກ່ຽວ​ກັບ​ແຜ່ນ​ດິນ​ໂລກ​ນີ້ ຊຶ່ງ​ຢູ່​ເທິງ​ນັ້ນ​ເຈົ້າ​ຈະ​ຢືນ​ຢູ່; ແລະ ເຈົ້າ​ຈະ ຂຽນ​ເລື່ອງ​ທີ່​ເຮົາ​ຈະ​ກ່າວ.

41 ແລະ ໃນ​ວັນ​ທີ່​ລູກ​ຫລານ​ມະ​ນຸດ​ຈະ​ຖື​ວ່າ​ຖ້ອຍ​ຄຳ​ຂອງ​ເຮົາ​ບໍ່​ມີ​ຄຸນ​ຄ່າ ແລະ ເອົາ​ຫລາຍ​ຄຳ​ອອກ​ໄປ​ຈາກ​ໜັງ​ສື​ທີ່​ເຈົ້າ​ຈະ​ຂຽນ, ຈົ່ງ​ເບິ່ງ, ເຮົາ​ຈະ​ຍົກ​ອີກ​ຄົນ​ໜຶ່ງ​ຂຶ້ນ ເໝືອນ​ກັບ​ເຈົ້າ; ແລະ ມັນ​ຈະ​ມີ​ອີກ​ຢູ່​ໃນ​ບັນ​ດາ​ລູກ​ຫລານ​ມະ​ນຸດ—ໃນ​ບັນ​ດາ​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຈະ​ເຊື່ອ.

42 (ຖ້ອຍ​ຄຳ​ເຫລົ່າ​ນີ້​ໄດ້​ຖືກ ກ່າວ​ກັບ​ໂມ​ເຊ​ຢູ່​ເທິງ​ພູ, ຊຶ່ງ​ຊື່​ຂອງ​ມັນ​ຈະ​ບໍ່​ເປັນ​ທີ່​ຮູ້​ຈັກ​ໃນ​ບັນ​ດາ​ລູກ​ຫລານ​ມະ​ນຸດ. ແລະ ບັດ​ນີ້ ມັນ​ໄດ້​ຖືກ​ກ່າວ​ກັບ​ເຈົ້າ​ແລ້ວ. ຢ່າ​ສະ​ແດງ​ມັນ​ກັບ​ຄົນ​ໃດ ຍົກ​ເວັ້ນ​ແຕ່​ຄົນ​ທີ່​ເຊື່ອ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາ​ແມນ.)