ບົດທີ 4
(ເດືອນມິຖຸນາ–ເດືອນຕຸລາ 1830)
ວິທີທີ່ຊາຕານໄດ້ກາຍເປັນມານ—ມັນລໍ້ລວງເອວາ—ອາດາມ ແລະ ເອວາຕົກ, ແລະ ຄວາມຕາຍເຂົ້າມາສູ່ໂລກ.
1 ແລະ ເຮົາ, ອົງພຣະຜູ້ເປັນເຈົ້າ, ໄດ້ກ່າວກັບໂມເຊວ່າ: ຊາຕານຜູ້ນັ້ນ, ຜູ້ທີ່ເຈົ້າໄດ້ສັ່ງໃນນາມຂອງພຣະອົງດຽວທີ່ຖືກຳເນີດຂອງເຮົາ, ຄືຄົນດຽວກັນນັ້ນຊຶ່ງດຳລົງຢູ່ ຕັ້ງແຕ່ຕົ້ນ, ແລະ ມັນໄດ້ມາຢູ່ຕໍ່ໜ້າເຮົາ, ໂດຍກ່າວວ່າ—ຈົ່ງເບິ່ງ, ຂ້າພຣະອົງຢູ່ນີ້ເດ, ຂໍຈົ່ງສົ່ງຂ້າພຣະອົງໄປເຖີດ, ຂ້າພຣະອົງຈະເປັນບຸດຂອງພຣະອົງ, ແລະ ຂ້າພຣະອົງຈະໄຖ່ມະນຸດຊາດທຸກຄົນ, ຈົນວ່າຈິດວິນຍານໜຶ່ງກໍຈະບໍ່ເສຍໄປ, ແລະ ຂ້າພຣະອົງຈະເຮັດແນວນັ້ນແທ້ໆ; ດັ່ງນັ້ນຈົ່ງມອບກຽດຕິຍົດຂອງພຣະອົງໃຫ້ຂ້າພຣະອົງເຖີດ.
2 ແຕ່, ຈົ່ງເບິ່ງ, ບຸດທີ່ຮັກຂອງເຮົາ, ຊຶ່ງເປັນທີ່ຮັກ ແລະ ທີ່ ເລືອກໄວ້ແລ້ວຂອງເຮົາຕັ້ງແຕ່ຕົ້ນ, ໄດ້ກ່າວກັບເຮົາວ່າ—ພຣະບິດາເອີຍ, ຂໍໃຫ້ ເປັນໄປຕາມພຣະປະສົງຂອງພຣະອົງເທີ້ນ, ແລະ ຂໍໃຫ້ ລັດສະໝີພາບເປັນຂອງພຣະອົງຕະຫລອດການ.
3 ດັ່ງນັ້ນ, ເພາະວ່າຊາຕານໄດ້ ກະບົດຕໍ່ເຮົາ, ແລະ ໄດ້ສະແຫວງຫາທີ່ຈະທຳລາຍ ອຳເພີໃຈຂອງມະນຸດ, ຊຶ່ງ ເຮົາ, ອົງພຣະຜູ້ເປັນເຈົ້າ, ໄດ້ມອບໃຫ້ມັນ, ແລະ ວ່າຈະໃຫ້ເຮົາມອບອຳນາດຂອງເຮົາເອງໃຫ້ມັນນຳອີກ; ໂດຍອຳນາດຂອງພຣະອົງດຽວທີ່ຖືກຳເນີດຂອງເຮົາ, ເຮົາຈຶ່ງໄດ້ເຮັດໃຫ້ມັນຖືກ ໂຍນລົງໄປ;
4 ແລະ ມັນໄດ້ກາຍເປັນຊາຕານ, ແທ້ຈິງແລ້ວ, ແມ່ນແຕ່ເປັນມານ, ບິດາຂອງ ຄວາມຕົວະທັງປວງ, ທີ່ຈະຫລອກລວງ ແລະ ເຮັດໃຫ້ມະນຸດຕາບອດ, ແລະ ທີ່ຈະນຳພາພວກເຂົາໄປເປັນທາດຕາມຄວາມປະສົງຂອງມັນ, ແມ່ນແຕ່ຫລາຍຕໍ່ຫລາຍຄົນທີ່ບໍ່ເຊື່ອຟັງສຽງຂອງເຮົາ.
5 ແລະ ບັດນີ້ງູເປັນສັດທີ່ມີ ເລ່ຫລ່ຽມຫລາຍກວ່າສັດອື່ນໃດໃນທົ່ງ ຊຶ່ງເຮົາ, ອົງພຣະຜູ້ເປັນເຈົ້າ, ໄດ້ສ້າງຂຶ້ນມາ.
6 ແລະ ຊາຕານໄດ້ເອົາມັນໃສ່ໄວ້ໃນຫົວໃຈຂອງງູ, (ເພາະມັນໄດ້ດຶງຫລາຍຄົນໃຫ້ຕິດຕາມມັນໄປ,) ແລະ ມັນໄດ້ພະຍາຍາມລໍ້ລວງ ເອວານຳອີກ, ເພາະວ່າມັນບໍ່ຮູ້ຈັກພຣະປະສົງຂອງພຣະເຈົ້າ, ດັ່ງນັ້ນ ມັນຈຶ່ງສະແຫວງຫາທີ່ຈະທຳລາຍໂລກ.
7 ແລະ ມັນໄດ້ກ່າວກັບຜູ້ຍິງວ່າ: ແທ້ຈິງແລ້ວ, ພຣະເຈົ້າໄດ້ກ່າວບໍວ່າ—ບໍ່ໃຫ້ເຈົ້າກິນໝາກໄມ້ໃດໆຢູ່ໃນ ສວນນີ້? (ແລະ ມັນໄດ້ກ່າວດ້ວຍປາກຂອງງູ.)
8 ແລະ ຜູ້ຍິງໄດ້ກ່າວກັບງູວ່າ: ໝາກໄມ້ທຸກກົກຢູ່ໃນສວນນີ້ ພວກເຮົາກິນໄດ້ໝົດ;
9 ເວັ້ນໄວ້ແຕ່ໝາກໄມ້ໃນຕົ້ນທີ່ຢູ່ກາງສວນ, ພຣະເຈົ້າໄດ້ກ່າວວ່າ—ບໍ່ໃຫ້ກິນມັນ, ແມ່ນແຕ່ແຕະຕ້ອງມັນເປັນເດັດຂາດ, ຖ້າບໍ່ດັ່ງນັ້ນພວກເຈົ້າຈະຕາຍ.
10 ແລະ ງູໄດ້ກ່າວກັບຜູ້ຍິງວ່າ: ເຈົ້າຈະບໍ່ຕາຍດອກ;
11 ເພາະວ່າພຣະເຈົ້າຮູ້ວ່າພວກເຈົ້າກິນໝາກໄມ້ນັ້ນເມື່ອໃດ, ຕາຂອງພວກເຈົ້າກໍຈະຖືກເປີດເມື່ອນັ້ນ, ແລະ ພວກເຈົ້າຈະກາຍເປັນເໝືອນດັ່ງພຣະເຈົ້າ, ຮູ້ຈັກດີ ແລະ ຮູ້ຈັກຊົ່ວ.
12 ແລະ ເມື່ອຜູ້ຍິງເຫັນວ່າຕົ້ນໄມ້ນັ້ນງາມແທ້ໆ ແລະ ໝາກໄມ້ກໍເປັນຕາຢາກກິນອີ່ຫລີ, ທັງຄິດວ່າ ຖ້າຕົນສະຫລາດຂຶ້ນອີກກໍ ຄົງດີຍິ່ງ, ນາງຈຶ່ງປິດເອົາໝາກໄມ້, ແລະ ໄດ້ ກິນມັນ, ແລະ ໄດ້ເອົາໄປໃຫ້ຜົວຂອງຕົນຄືກັນ, ແລະ ລາວກໍໄດ້ກິນ.
13 ແລະ ຕາຂອງພວກເຂົາທັງສອງໄດ້ຖືກເປີດ, ແລະ ພວກເຂົາຮູ້ວ່າພວກຕົນ ເປືອຍກາຍ. ແລະ ພວກເຂົາໄດ້ເອົາໃບໄມ້ມາຫຍິບເຂົ້າກັນ ເພື່ອປົກປິດຮ່າງກາຍຂອງຕົນເອງໄວ້.
14 ແລະ ພວກເຂົາໄດ້ຍິນສຸລະສຽງຂອງອົງພຣະຜູ້ເປັນເຈົ້າ, ໃນຂະນະທີ່ພວກເຂົາ ຍ່າງຢູ່ໃນສວນ, ໃນມື້ທີ່ເຢັນ; ແລະ ອາດາມກັບເມຍຂອງລາວຈຶ່ງໄດ້ຫລົບລີ້ຊ່ອນຕົວເອງຈາກທີ່ປະທັບຂອງອົງພຣະຜູ້ເປັນເຈົ້າຢູ່ໃນທ່າມກາງຕົ້ນໄມ້ທັງຫລາຍ.
15 ແລະ ເຮົາ, ອົງພຣະຜູ້ເປັນເຈົ້າ, ໄດ້ເອີ້ນຫາອາດາມ, ແລະ ໄດ້ກ່າວກັບລາວວ່າ: ເຈົ້າ ໄປໃສ?
16 ແລະ ລາວໄດ້ກ່າວວ່າ: ຂ້ານ້ອຍໄດ້ຍິນສຸລະສຽງຂອງພຣະອົງຢູ່ໃນສວນ, ແລະ ຂ້ານ້ອຍຢ້ານກົວ, ເພາະຂ້ານ້ອຍເຫັນວ່າຂ້ານ້ອຍເປືອຍກາຍ, ແລະ ຂ້ານ້ອຍຈຶ່ງໄດ້ຫລົບລີ້ຊ່ອນຕົວຢູ່.
17 ແລະ ເຮົາ, ອົງພຣະຜູ້ເປັນເຈົ້າ, ໄດ້ກ່າວກັບອາດາມວ່າ: ໃຜບອກວ່າເຈົ້າເປືອຍກາຍ? ບໍ່ແມ່ນເຈົ້າໄດ້ກິນໝາກໄມ້ທີ່ເຮົາໄດ້ຫ້າມເຈົ້າບໍ່ໃຫ້ກິນນັ້ນບໍ? ຖ້າເປັນດັ່ງນັ້ນ ເຈົ້າຈະ ຕາຍຢ່າງແນ່ນອນ.
18 ແລະ ຜູ້ຊາຍໄດ້ກ່າວວ່າ: ຜູ້ຍິງທີ່ພຣະອົງໄດ້ປະທານໃຫ້ຂ້ານ້ອຍ, ແລະ ຊົງບັນຊາໃຫ້ນາງຢູ່ກັບຂ້ານ້ອຍ, ໄດ້ໃຫ້ໝາກໄມ້ຂອງຕົ້ນນັ້ນແກ່ຂ້ານ້ອຍ ແລະ ຂ້ານ້ອຍໄດ້ກິນ.
19 ແລະ ເຮົາ, ອົງພຣະຜູ້ເປັນເຈົ້າ, ໄດ້ກ່າວກັບຜູ້ຍິງວ່າ: ເປັນຫຍັງເຈົ້າຈຶ່ງໄດ້ເຮັດແນວນັ້ນ? ແລະ ຜູ້ຍິງໄດ້ກ່າວວ່າ: ງູໄດ້ ລໍ້ລວງຂ້ານ້ອຍ, ແລະ ຂ້ານ້ອຍໄດ້ກິນ.
20 ແລະ ເຮົາ, ອົງພຣະຜູ້ເປັນເຈົ້າ, ໄດ້ກ່າວກັບງູວ່າ: ດ້ວຍວ່າເຈົ້າໄດ້ເຮັດສິ່ງນີ້ ເຈົ້າເທົ່ານັ້ນຈະຖືກ ສາບແຊ່ງຫລາຍກວ່າໃນຈຳພວກສັດສາວາສິ່ງທັງປວງ, ແລະ ຫລາຍກວ່າສັດທັງຫລາຍຢູ່ໃນທົ່ງ; ເຈົ້າຈະເລືອຄານໄປດ້ວຍທ້ອງ, ແລະ ຈະເອົາຂີ້ດິນເປັນອາຫານຕະຫລອດວັນເວລາຂອງຊີວິດເຈົ້າ;
21 ແລະ ເຮົາຈະເຮັດໃຫ້ເຈົ້າກັບຜູ້ຍິງກຽດຊັງກັນ, ພົງພັນຂອງເຈົ້າ ແລະ ຂອງນາງຈະເປັນສັດຕູຄູ່ອາຄາດກັນ; ແລະ ເຂົາຈະເຮັດໃຫ້ຫົວຂອງເຈົ້າຟົກຊ້ຳ, ແລະ ເຈົ້າຈະເຮັດໃຫ້ສົ້ນໜ່ອງຂອງເຂົາຟົກຊ້ຳ.
22 ກັບຜູ້ຍິງ, ເຮົາ, ອົງພຣະຜູ້ເປັນເຈົ້າ, ໄດ້ກ່າວວ່າ: ເຮົາຈະເພີ່ມຄວາມລຳບາກເມື່ອເຈົ້າຫາກຖືພາ. ເຈົ້າຈະເບັ່ງລູກອອກມາ ຢ່າງເຈັບປວດເຫລືອລົ້ນ, ແລະ ເຖິງປານນັ້ນເຈົ້າກໍບໍ່ພົ້ນທີ່ຢາກໄດ້ຜົວມາຄອງ, ແລະ ລາວຈະປົກຄອງເໜືອເຈົ້າ.
23 ແລະ ກັບອາດາມ, ເຮົາ, ອົງພຣະຜູ້ເປັນເຈົ້າ, ໄດ້ກ່າວວ່າ: ເພາະເຈົ້າໄດ້ຍິນຍອມຟັງຄວາມເມຍ; ເຈົ້າຈຶ່ງກິນໝາກໄມ້ທີ່ເຮົາໄດ້ສັ່ງຫ້າມ, ໂດຍກ່າວວ່າ—ຫ້າມບໍ່ໃຫ້ເຈົ້າກິນ, ພື້ນດິນຈະຖືກສາບແຊ່ງເພາະສິ່ງທີ່ເຈົ້າໄດ້ເຮັດມາ; ໃນຄວາມໂສກເສົ້າເຈົ້າຈະເຮັດວຽກໜັກເພື່ອຫາລ້ຽງທ້ອງຕະຫລອດວັນເວລາຂອງຊີວິດເຈົ້າ.
24 ທີ່ດິນຈະເກີດຫຍ້າ ແລະ ມີໜາມເຕັມໄປທົ່ວ, ແລະ ຕົວເຈົ້າຈະໄດ້ກິນພືດໃນທົ່ງເປັນອາຫານ.
25 ເຈົ້າຈະເຮັດວຽກຍາກ ຈົນ ເຫື່ອໄຫລຍ້ອຍອອກມາເພື່ອຈະເຮັດໃຫ້ດິນເກີດຜົນພຽງພໍລ້ຽງຊີວິດເຈົ້າ, ຈົນກວ່າເຈົ້າຈະຄືນໄປສູ່ບ່ອນທີ່ເຈົ້າຖືກສ້າງຂຶ້ນມາ—ເພາະເຈົ້າຈະຕາຍຢ່າງແນ່ນອນ—ເພາະວ່າຈາກດິນເຮົາໄດ້ນຳເຈົ້າອອກມາ: ເພາະວ່າເຈົ້າຖືກສ້າງມາແຕ່ ດິນ, ແລະ ເຈົ້າຈະຄືນໄປເປັນດິນອີກ.
26 ແລະ ອາດາມໄດ້ເອີ້ນເມຍຂອງລາວວ່າ ເອວາ, ເພາະວ່ານາງເປັນມານດາຂອງສິ່ງທີ່ມີຊີວິດທັງໝົດ; ເພາະວ່າເຮົາ, ອົງພຣະຜູ້ເປັນເຈົ້າ, ໄດ້ເອີ້ນຜູ້ຍິງຄົນທຳອິດຂອງຜູ້ຍິງທັງປວງ, ຊຶ່ງມີ ຢ່າງຫລວງຫລາຍ.
27 ກັບອາດາມ, ແລະ ກັບເມຍຂອງລາວ, ເຮົາ, ອົງພຣະຜູ້ເປັນເຈົ້າ, ໄດ້ເຮັດເສື້ອໜັງສັດໃຫ້ພວກເຂົາ ນຸ່ງ.
28 ແລະ ເຮົາ, ອົງພຣະຜູ້ເປັນເຈົ້າ, ໄດ້ກ່າວກັບພຣະອົງດຽວທີ່ຖືກຳເນີດຂອງເຮົາວ່າ: ຈົ່ງເບິ່ງ, ມະນຸດໄດ້ກາຍເປັນເໝືອນດັ່ງຄົນໃນພວກເຮົາ ແລະ ທັງ ຮູ້ຈັກຄວາມດີ ແລະ ຮູ້ຈັກຄວາມຊົ່ວ; ແລະ ບັດນີ້ ຢ້ານວ່າລາວຈະຍື່ນມືຂອງລາວອອກໄປ ຮັບສ່ວນຈາກ ຕົ້ນໄມ້ແຫ່ງຊີວິດນຳອີກ, ແລະ ກິນ ແລະ ມີຊີວິດຢູ່ຕະຫລອດການ,
29 ສະນັ້ນ ເຮົາ, ອົງພຣະຜູ້ເປັນເຈົ້າ, ຈະສົ່ງລາວອອກໄປຈາກສວນ ເອເດນ, ເພື່ອໃຫ້ທຳມາຫາກິນຢູ່ໃນບ່ອນທີ່ລາວຖືກສ້າງຂຶ້ນມາ;
30 ເພາະດັ່ງທີ່ເຮົາ, ອົງພຣະຜູ້ເປັນເຈົ້າ, ມີຊີວິດຢູ່ສັນໃດ, ແມ່ນແຕ່ ຖ້ອຍຄຳຂອງເຮົາຈະກັບຄືນມາແບບໄຮ້ຜົນບໍ່ໄດ້ສັນນັ້ນ ເພາະດັ່ງທີ່ມັນອອກໄປຈາກປາກຂອງເຮົາ ມັນຈະສຳເລັດຜົນດັ່ງນັ້ນ.
31 ສະນັ້ນເຮົາຈຶ່ງໄດ້ຂັບໄລ່ຊາຍຜູ້ນັ້ນອອກໄປ, ແລະ ເຮົາໄດ້ເອົາ ທູດມາເຝົ້າສວນເອເດນຢູ່ທາງທິດຕາເວັນອອກ, ແລະ ມີດາບທີ່ມີແປວໄຟແກວ່ງໄປມາທົ່ວທຸກທິດ ເພື່ອຮັກສາເສັ້ນທາງຂອງຕົ້ນໄມ້ແຫ່ງຊີວິດ.
32 (ແລະ ນີ້ເປັນຖ້ອຍຄຳທີ່ເຮົາໄດ້ກ່າວກັບຜູ້ຮັບໃຊ້ຂອງເຮົາ ໂມເຊ, ແລະ ມັນເປັນຄວາມຈິງແມ່ນແຕ່ດັ່ງທີ່ເຮົາປະສົງ; ແລະ ເຮົາໄດ້ກ່າວມັນກັບເຈົ້າ. ຈົ່ງເບິ່ງວ່າເຈົ້າຈະບໍ່ໃຫ້ມະນຸດຄົນໃດເຫັນ, ຈົນກວ່າເຮົາບັນຊາເຈົ້າ, ຍົກເວັ້ນແຕ່ຄົນທີ່ເຊື່ອ. ອາແມນ.)