ບົດທີ 5
(ເດືອນມິຖຸນາ–ເດືອນຕຸລາ 1830)
ອາດາມ ແລະ ເອວາ ເກີດລູກ—ອາດາມຖວາຍເຄື່ອງບູຊາ ແລະ ຮັບໃຊ້ພຣະເຈົ້າ—ກາອິນ ແລະ ອາເບັນໄດ້ເກີດມາ—ກາອິນກະບົດ, ຮັກຊາຕານຫລາຍກວ່າພຣະເຈົ້າ, ແລະ ກາຍເປັນບຸດແຫ່ງຄວາມຈິບຫາຍ—ການຂ້າຟັນ ແລະ ຄວາມຊົ່ວຮ້າຍແຜ່ຂະຫຍາຍອອກໄປທົ່ວ—ພຣະກິດຕິຄຸນຖືກສັ່ງສອນຕັ້ງແຕ່ຕົ້ນ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ຫລັງຈາກເຮົາ, ອົງພຣະຜູ້ເປັນເຈົ້າ, ໄດ້ຂັບໄລ່ພວກເຂົາອອກໄປແລ້ວ, ອາດາມໄດ້ເລີ່ມເຮັດໄຮ່ໄຖນາ, ແລະ ມີ ອຳນາດປົກຄອງເໜືອສັດທັງປວງໃນທົ່ງ, ແລະ ໄດ້ເຮັດວຽກງານຈົນເຫື່ອໄຫລຍ້ອຍອອກມາ, ດັ່ງທີ່ເຮົາພຣະຜູ້ເປັນເຈົ້າໄດ້ບັນຊາລາວ. ແລະ ເອວາ, ເມຍຂອງລາວກໍຄືກັນ, ໄດ້ທຳງານກັບລາວ.
2 ແລະ ອາດາມໄດ້ສົມສູ່ຢູ່ກັບເມຍຂອງລາວ, ແລະ ນາງກໍໄດ້ ເກີດລູກຊາຍ ແລະ ລູກສາວ ຫລາຍຄົນ, ແລະ ພວກເຂົາໄດ້ເລີ່ມຂະຫຍາຍເຜົ່າພັນ ແລະ ເພີ່ມທະວີຈົນເຕັມແຜ່ນດິນໂລກ.
3 ແລະ ນັບແຕ່ເວລານັ້ນມາ, ພວກລູກຊາຍ ແລະ ພວກ ລູກສາວຂອງອາດາມໄດ້ເລີ່ມແຍກໄປເປັນຄູ່ໆໃນແຜ່ນດິນ, ແລະ ເຮັດໄຮ່ໄຖນາ, ແລະ ລ້ຽງຝູງສັດ, ແລະ ພວກເຂົາເລີ່ມມີລູກຊາຍ ແລະ ລູກສາວຫລາຍຄົນນຳອີກ.
4 ແລະ ອາດາມ ແລະ ເອວາ, ເມຍຂອງລາວ, ໄດ້ເອີ້ນຫາພຣະນາມຂອງພຣະຜູ້ເປັນເຈົ້າ, ແລະ ພວກເຂົາໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າມາຈາກທາງສວນ ເອເດນ, ກ່າວກັບພວກເຂົາ, ແລະ ພວກເຂົາບໍ່ໄດ້ເຫັນພຣະອົງ; ເພາະວ່າພວກເຂົາຖືກກັນໄວ້ຈາກ ທີ່ປະທັບຢູ່ຂອງພຣະອົງ.
5 ແລະ ພຣະອົງໄດ້ປະທານພຣະບັນຍັດໃຫ້ແກ່ພວກເຂົາ, ເພື່ອວ່າພວກເຂົາຈະ ນະມັດສະການພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ, ແລະ ຄວນຖວາຍລູກສັດ ຫົວປີຈາກຝູງສັດຂອງພວກເຂົາ, ເພື່ອເປັນເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າ. ແລະ ອາດາມໄດ້ ເຊື່ອຟັງພຣະບັນຍັດຂອງພຣະຜູ້ເປັນເຈົ້າ.
6 ແລະ ຫລັງຈາກຫລາຍມື້ຜ່ານໄປ ທູດອົງໜຶ່ງຂອງພຣະຜູ້ເປັນເຈົ້າໄດ້ມາປະກົດຕໍ່ອາດາມ, ໂດຍກ່າວວ່າ: ເປັນຫຍັງເຈົ້າຈຶ່ງ ຖວາຍເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າ? ແລະ ອາດາມໄດ້ຕອບເພິ່ນວ່າ: ຂ້ານ້ອຍບໍ່ຮູ້, ນອກຈາກແຕ່ພຣະຜູ້ເປັນເຈົ້າໄດ້ບັນຊາຂ້ານ້ອຍ.
7 ແລະ ແລ້ວທູດໄດ້ກ່າວ ມີຄວາມວ່າ: ສິ່ງນີ້ເປັນ ແບບຂອງ ການເສຍສະລະຂອງພຣະອົງດຽວທີ່ຖືກຳເນີດຈາກພຣະບິດາ, ຊຶ່ງເຕັມໄປດ້ວຍ ພຣະຄຸນ ແລະ ຄວາມຈິງ.
8 ດັ່ງນັ້ນ, ເຈົ້າຈົ່ງກະທຳທັງໝົດທີ່ເຈົ້າກະທຳໃນ ພຣະນາມຂອງພຣະບຸດ, ແລະ ເຈົ້າຈົ່ງ ກັບໃຈ ແລະ ຮ້ອງຫາພຣະເຈົ້າໃນພຣະນາມຂອງພຣະບຸດຕະຫລອດໄປ.
9 ແລະ ໃນມື້ນັ້ນ ພຣະວິນຍານບໍລິສຸດໄດ້ສະເດັດລົງມາເທິງອາດາມ, ຊຶ່ງເປັນພະຍານເຖິງພຣະບິດາ ແລະ ພຣະບຸດ, ໂດຍກ່າວວ່າ: ເຮົາຄື ພຣະອົງດຽວທີ່ຖືກຳເນີດຈາກພຣະບິດາຕັ້ງແຕ່ຕົ້ນ, ນັບແຕ່ນີ້ເປັນຕົ້ນໄປ ແລະ ຕະຫລອດການ, ວ່າດັ່ງທີ່ເຈົ້າໄດ້ ຕົກ ເຈົ້າຈະໄດ້ຖືກ ໄຖ່, ແລະ ມະນຸດຊາດທັງປວງ, ແມ່ນແຕ່ຫລາຍເທົ່າທີ່ຈະປາດຖະໜາ.
10 ແລະ ໃນມື້ນັ້ນອາດາມໄດ້ຖວາຍພຣະພອນແດ່ພຣະເຈົ້າ ແລະ ໄດ້ ເຕັມປ່ຽມ, ແລະ ໄດ້ເລີ່ມ ທຳນາຍກ່ຽວກັບຄອບຄົວທັງປວງຂອງແຜ່ນດິນໂລກ, ໂດຍກ່າວວ່າ: ຂໍພຣະນາມຂອງພຣະເຈົ້າຈົ່ງພຣະກະເສີມສຳລານເຖີດ, ເພາະເປັນຍ້ອນການລ່ວງລະເມີດຂອງຂ້າພຣະອົງ, ຂ້າພຣະອົງຈຶ່ງມີຄວາມເຂົ້າໃຈ, ແລະ ໃນຊີວິດນີ້ຂ້າພຣະອົງຈະມີ ຄວາມສຸກ, ແລະ ໃນ ເນື້ອໜັງຂ້າພຣະອົງຈະໄດ້ເຫັນພຣະເຈົ້າອີກ.
11 ແລະ ເອວາ, ເມຍຂອງລາວ, ໄດ້ຍິນສິ່ງເຫລົ່ານີ້ທັງໝົດ ແລະ ໄດ້ຍິນດີ, ໂດຍກ່າວວ່າ: ຖ້າຫາກບໍ່ແມ່ນເພາະການລ່ວງລະເມີດຂອງພວກເຮົາ, ພວກເຮົາຄົງບໍ່ມີ ພົງພັນ, ແລະ ຄົງບໍ່ເຄີຍຮູ້ຈັກຄວາມດີ ແລະ ຄວາມຊົ່ວ, ແລະ ຄວາມສຸກຂອງການໄຖ່, ແລະ ຊີວິດນິລັນດອນຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ທຸກຄົນທີ່ເຊື່ອຟັງ.
12 ແລະ ອາດາມກັບເອວາໄດ້ຖວາຍບາລະມີແດ່ພຣະນາມຂອງພຣະເຈົ້າ, ແລະ ພວກເຂົາໄດ້ເຮັດໃຫ້ເລື່ອງທັງໝົດເປັນທີ່ ຮູ້ຈັກແກ່ພວກລູກຊາຍ ແລະ ລູກສາວຂອງພວກເຂົາ.
13 ແລະ ຊາຕານໄດ້ມາໃນທ່າມກາງພວກເຂົາ, ໂດຍກ່າວວ່າ: ເຮົາຄືບຸດຂອງພຣະເຈົ້າ; ແລະ ມັນໄດ້ບັນຊາພວກເຂົາ, ໂດຍກ່າວວ່າ: ຢ່າ ເຊື່ອ; ແລະ ພວກເຂົາບໍ່ເຊື່ອ, ແລະ ພວກເຂົາ ຮັກຊາຕານຫລາຍກວ່າພຣະເຈົ້າ. ແລະ ນັບຈາກເວລານັ້ນເປັນຕົ້ນມາ ມະນຸດໄດ້ເລີ່ມມີ ກາມມະລົມ, ຕັນຫາໜ້າມືດ, ແລະ ຕ່ຳຊ້າ.
14 ແລະ ອົງພຣະຜູ້ເປັນເຈົ້າ ໄດ້ເອີ້ນມະນຸດໃນທຸກຫົນທຸກແຫ່ງໂດຍ ພຣະວິນຍານບໍລິສຸດ ແລະ ໄດ້ບັນຊາພວກເຂົາວ່າ ພວກເຂົາຄວນກັບໃຈ;
15 ແລະ ຫລາຍຕໍ່ຫລາຍຄົນທີ່ ເຊື່ອໃນພຣະບຸດ, ແລະ ກັບໃຈຈາກບາບຂອງພວກເຂົາ, ຈະ ລອດ; ແລະ ຫລາຍຕໍ່ຫລາຍຄົນທີ່ບໍ່ເຊື່ອໃນພຣະບຸດ, ແລະ ບໍ່ໄດ້ກັບໃຈຈາກບາບຂອງພວກເຂົາ, ຈະ ອັບປະໂຫຍດ; ແລະ ພຣະຄຳໄດ້ອອກໄປຈາກພຣະໂອດຂອງພຣະເຈົ້າເປັນຄຳສັ່ງທີ່ໜັກແໜ້ນ; ດັ່ງນັ້ນ ມັນຈຶ່ງຕ້ອງເກີດສຳເລັດຜົນ.
16 ແລະ ອາດາມກັບເອວາ, ເມຍຂອງລາວ, ບໍ່ໄດ້ຢຸດເອີ້ນຫາພຣະເຈົ້າ. ແລະ ອາດາມໄດ້ສົມສູ່ຢູ່ກັບເອວາ ເມຍຂອງລາວ, ແລະ ນາງກໍໄດ້ຖືພາ ແລະ ເກີດລູກຊາຍຊື່ວ່າ ກາອິນ, ແລະ ໄດ້ກ່າວວ່າ: ຂ້າພະເຈົ້າໄດ້ລູກຊາຍຈາກພຣະຜູ້ເປັນເຈົ້າ; ດັ່ງນັ້ນ ລາວຈະບໍ່ປະຕິເສດພຣະຄຳຂອງພຣະອົງ. ແຕ່ຈົ່ງເບິ່ງ, ກາອິນບໍ່ໄດ້ເຊື່ອຟັງ, ໂດຍກ່າວວ່າ: ພຣະຜູ້ເປັນເຈົ້າຄືຜູ້ໃດທີ່ຂ້າພະເຈົ້າຈະຕ້ອງຮູ້ຈັກພຣະອົງ?
17 ແລະ ນາງໄດ້ຖືພາອີກ ແລະ ໄດ້ເກີດນ້ອງຊາຍຂອງລາວຊື່ວ່າ ອາເບັນ. ແລະ ອາເບັນໄດ້ ເຊື່ອຟັງສຸລະສຽງຂອງພຣະຜູ້ເປັນເຈົ້າ. ແລະ ອາເບັນເປັນຄົນລ້ຽງຝູງແກະ, ແຕ່ກາອິນເປັນພໍ່ນາ.
18 ແລະ ກາອິນ ຮັກຊາຕານຫລາຍກວ່າພຣະເຈົ້າ. ແລະ ຊາຕານໄດ້ບັນຊາລາວ, ໂດຍກ່າວວ່າ: ຈົ່ງ ຖວາຍເຄື່ອງບູຊາແດ່ພຣະຜູ້ເປັນເຈົ້າ.
19 ແລະ ຕາມຄວາມສົມຄວນຂອງເວລາ ເຫດການໄດ້ບັງເກີດຂຶ້ນຄື ກາອິນໄດ້ເອົາຜົນລະປູກມາຖວາຍແດ່ພຣະຜູ້ເປັນເຈົ້າ.
20 ແລະ ອາເບັນ, ລາວກໍໄດ້ເອົາລູກແກະເຖິກຫົວປີໂຕໜຶ່ງໃນຝູງຂອງລາວມາຂ້າ, ແລະ ເອົາເນື້ອສ່ວນທີ່ດີທີ່ສຸດມາຖວາຍ. ແລະ ພຣະຜູ້ເປັນເຈົ້າຈຶ່ງພໍພຣະໄທກັບອາເບັນ, ແລະ ກັບ ເຄື່ອງຖວາຍຂອງລາວ;
21 ແຕ່ກັບກາອິນ, ແລະ ກັບ ເຄື່ອງຖວາຍຂອງລາວ, ພຣະອົງບໍ່ພໍພຣະໄທນຳ. ບັດນີ້ ຊາຕານໄດ້ຮູ້ເຖິງເລື່ອງນີ້, ແລະ ນີ້ເຮັດໃຫ້ມັນພໍໃຈຫລາຍ. ແລະ ກາອິນຈຶ່ງຄຽດແຄ້ນ, ແລະ ໜ້າບູດບຶ້ງ.
22 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບກາອິນວ່າ: ເປັນຫຍັງເຈົ້າຈຶ່ງຄຽດແຄ້ນ? ເປັນຫຍັງເຈົ້າຈຶ່ງໜ້າບູດບຶ້ງ?
23 ຖ້າຫາກເຈົ້າເຮັດໃນສິ່ງທີ່ດີ ແລ້ວເຈົ້າຈະຖືກ ຮັບໄວ້. ແລະ ຖ້າຫາກເຈົ້າເຮັດໃນສິ່ງທີ່ບໍ່ດີ, ແລ້ວບາບກໍຢູ່ທີ່ປະຕູ, ແລະ ຊາຕານປາດຖະໜາທີ່ຈະໄດ້ເຈົ້າ; ແລະ ຍົກເວັ້ນແຕ່ເຈົ້າຈະເຊື່ອຟັງບັນຍັດຂອງເຮົາ, ເຮົາຈະມອບເຈົ້າໃຫ້ມັນ, ແລະ ຈະເກີດກັບເຈົ້າຕາມຄວາມປາດຖະໜາຂອງມັນ. ແລະ ເຈົ້າຈະປົກຄອງເໜືອມັນ;
24 ເພາະນັບແຕ່ເວລານີ້ເປັນຕົ້ນໄປ ເຈົ້າຈະຖືກເອີ້ນວ່າບິດາແຫ່ງຄວາມຕົວະຂອງມັນ; ເຈົ້າຈະຖືກເອີ້ນວ່າ ຜູ້ຈິບຫາຍ; ເພາະວ່າເຈົ້າໄດ້ດຳລົງຢູ່ກ່ອນໂລກນີ້ເຊັ່ນດຽວກັນ.
25 ແລະ ຈະມີການກ່າວໄວ້ໃນເວລາທີ່ຈະມາເຖິງ—ວ່າ ຄວາມໜ້າກຽດຊັງເຫລົ່ານີ້ມີມານັບແຕ່ກາອິນ; ເພາະວ່າລາວໄດ້ປະຕິເສດຄຳແນະນຳອັນຍິ່ງໃຫຍ່ກວ່າ ຊຶ່ງມາຈາກພຣະເຈົ້າ; ແລະ ນີ້ເປັນການສາບແຊ່ງ ຊຶ່ງເຮົາຈະມອບໃຫ້ເຈົ້າ, ຍົກເວັ້ນແຕ່ເຈົ້າຈະກັບໃຈ.
26 ແລະ ກາອິນໄດ້ຄຽດແຄ້ນ, ແລະ ບໍ່ຟັງສຸລະສຽງຂອງພຣະຜູ້ເປັນເຈົ້າອີກຕໍ່ໄປ, ທັງບໍ່ຟັງສຽງຂອງອາເບັນຄືກັນ, ນ້ອງຊາຍຂອງລາວ, ຜູ້ໄດ້ເດີນໄປໃນຄວາມສັກສິດຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ.
27 ແລະ ອາດາມກັບເມຍຂອງລາວກໍມີຄວາມໂສກເສົ້າຫລາຍຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ເພາະກາອິນ ແລະ ອ້າຍນ້ອງຂອງລາວ.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ກາອິນໄດ້ເອົາລູກສາວຂອງອ້າຍນ້ອງຂອງລາວມາເປັນເມຍ, ແລະ ພວກເຂົາ ຮັກຊາຕານຫລາຍກວ່າພຣະເຈົ້າ.
29 ແລະ ຊາຕານໄດ້ກ່າວກັບກາອິນວ່າ: ຈົ່ງສາບານກັບຂ້າພະເຈົ້າໂດຍຄໍຂອງທ່ານ, ແລະ ຖ້າຫາກທ່ານເປີດເຜີຍເລື່ອງນີ້ ທ່ານຈະຕາຍ; ແລະ ໃຫ້ອ້າຍນ້ອງຂອງທ່ານສາບານດ້ວຍຫົວຂອງພວກເຂົາ, ແລະ ໂດຍ ພຣະເຈົ້າທີ່ຊົງພຣະຊົນຢູ່, ວ່າພວກເຂົາຈະບໍ່ເປີດເຜີຍເລື່ອງນີ້; ເພາະວ່າຖ້າຫາກພວກເຂົາເປີດເຜີຍ, ພວກເຂົາຈະຕາຍຢ່າງແນ່ນອນ; ແລະ ການນີ້ເພື່ອບໍ່ໃຫ້ບິດາຂອງທ່ານຮູ້ຈັກ; ແລະ ມື້ນີ້ຂ້າພະເຈົ້າຈະມອບອາເບັນນ້ອງຊາຍຂອງທ່ານໃຫ້ຕົກຢູ່ໃນກຳມືຂອງທ່ານ.
30 ແລະ ຊາຕານໄດ້ສາບານກັບກາອິນວ່າ ມັນຈະເຮັດຕາມຄຳສັ່ງຂອງລາວ. ແລະ ສິ່ງເຫລົ່ານີ້ທັງໝົດໄດ້ເຮັດເປັນການລັບ.
31 ແລະ ກາອິນໄດ້ກ່າວວ່າ: ຂ້າພະເຈົ້າຄືເມຮັນຢ່າງແນ່ແທ້, ເຈົ້າແຫ່ງຄວາມລັບອັນຍິ່ງໃຫຍ່ນີ້, ວ່າຂ້າພະເຈົ້າສາມາດ ຄາດຕະກຳ ແລະ ຫາຜົນປະໂຫຍດ. ດັ່ງນັ້ນກາອິນຈຶ່ງຖືກເອີ້ນວ່າ ເຈົ້າ ເມຮັນ, ແລະ ລາວໄດ້ພາກພູມໃຈກັບຄວາມຊົ່ວຮ້າຍຂອງລາວ.
32 ແລະ ກາອິນໄດ້ລົງໄປໃນທົ່ງ, ແລະ ກາອິນໄດ້ເວົ້າລົມກັບອາເບັນ, ນ້ອງຊາຍຂອງລາວ. ແລະ ເຫດການໄດ້ບັງເກີດຂຶ້ນຄື ໃນຂະນະທີ່ພວກເຂົາຢູ່ໃນທົ່ງ, ກາອິນໄດ້ໂດດໃສ່ອາເບັນ, ນ້ອງຊາຍຂອງລາວ, ແລະ ໄດ້ຂ້າລາວເສຍ.
33 ແລະ ກາອິນໄດ້ ພາກພູມໃຈກັບສິ່ງທີ່ລາວໄດ້ເຮັດລົງໄປ, ໂດຍກ່າວວ່າ: ຂ້າພະເຈົ້າເປັນອິດສະລະແລ້ວ; ຝູງສັດຂອງນ້ອງຊາຍຂອງຂ້າພະເຈົ້າກໍຈະຕົກຢູ່ໃນມືຂອງຂ້າພະເຈົ້າຢ່າງແນ່ນອນ.
34 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບກາອິນວ່າ: ອາເບັນ, ນ້ອງຊາຍຂອງເຈົ້າຢູ່ໃສ? ແລະ ລາວໄດ້ກ່າວວ່າ: ຂ້າພຣະອົງບໍ່ຮູ້. ຂ້າພຣະອົງເປັນ ຄົນດູແລຮັກສານ້ອງຊາຍຊັ້ນບໍ?
35 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວວ່າ: ເຈົ້າໄດ້ເຮັດຫຍັງລົງໄປ? ເລືອດຂອງນ້ອງຊາຍຂອງເຈົ້າໄດ້ຟ້ອງຮ້ອງຂຶ້ນມາຫາເຮົາຈາກພື້ນດິນ.
36 ແລະ ບັດນີ້ເຈົ້າຈະຖືກສາບແຊ່ງຈາກແຜ່ນດິນບ່ອນທີ່ໄດ້ອ້າປາກຮັບເອົາເລືອດຂອງນ້ອງຊາຍຂອງເຈົ້າຈາກມືຂອງເຈົ້າ.
37 ເມື່ອເຈົ້າເຮັດໄຮ່ໄຖນາຢູ່ບ່ອນນີ້ ມັນຈະບໍ່ເກີດຜົນ. ເຈົ້າຈະ ບໍ່ມີທີ່ຢູ່ ແລະ ຈະພະເນຈອນໄປເທິງແຜ່ນດິນໂລກ.
38 ແລະ ກາອິນໄດ້ກ່າວກັບພຣະຜູ້ເປັນເຈົ້າວ່າ: ຊາຕານໄດ້ ລໍ້ລວງຂ້າພຣະອົງເນື່ອງດ້ວຍຝູງສັດຂອງນ້ອງຊາຍຂອງຂ້າພຣະອົງ. ແລະ ຂ້າພຣະອົງກໍຄຽດແຄ້ນນຳອີກ; ເພາະເຄື່ອງຖວາຍຂອງລາວ ພຣະອົງໄດ້ຮັບເອົາ ແລະ ບໍ່ໄດ້ຮັບເອົາເຄື່ອງຖວາຍຂອງຂ້າພຣະອົງ; ໂທດນີ້ໜັກເກີນກວ່າທີ່ຂ້າພຣະອົງຈະຮັບໄດ້.
39 ຈົ່ງເບິ່ງ ພຣະອົງໄດ້ຂັບໄລ່ຂ້າພຣະອົງໃຫ້ອອກໄປມື້ນີ້ຈາກພຣະພັກຂອງພຣະຜູ້ເປັນເຈົ້າ, ແລະ ໃຫ້ພົ້ນຈາກພຣະພັກຂອງພຣະອົງ; ແລະ ຂ້າພຣະອົງຈະບໍ່ມີທີ່ຢູ່ ແລະ ຈະພະເນຈອນໄປເທິງແຜ່ນດິນໂລກ; ແລະ ເຫດການຈະບັງເກີດຂຶ້ນຄື, ຖ້າຫາກຜູ້ໃດຜູ້ໜຶ່ງພົບເຫັນຂ້າພຣະອົງ, ເຂົາກໍຈະສັງຫານຂ້າພຣະອົງເສຍ, ເພາະຄວາມຊົ່ວຮ້າຍຂອງຂ້າພຣະອົງ, ເພາະວ່າສິ່ງເຫລົ່ານີ້ບໍ່ໄດ້ຖືກປິດບັງຈາກພຣະຜູ້ເປັນເຈົ້າ.
40 ແລະ ເຮົາພຣະຜູ້ເປັນເຈົ້າໄດ້ກ່າວກັບລາວວ່າ: ຜູ້ໃດກໍຕາມທີ່ຂ້າເຈົ້າ, ການແກ້ແຄ້ນຈະເກີດກັບເຂົາເຈັດເທົ່າ. ແລະ ເຮົາພຣະຜູ້ເປັນເຈົ້າໄດ້ເຮັດ ເຄື່ອງໝາຍໄວ້ໃນຕົວຂອງກາອິນ, ຖ້າບໍ່ດັ່ງນັ້ນຄົນທີ່ພົບເຫັນລາວ ຈະຂ້າລາວ.
41 ແລະ ກາອິນໄດ້ຖືກກັນໄວ້ຈາກ ທີ່ປະທັບຂອງພຣະຜູ້ເປັນເຈົ້າ, ແລະ ເມຍຂອງລາວ ແລະ ອ້າຍນ້ອງຫລາຍຄົນຂອງລາວໄດ້ອາໄສຢູ່ແຜ່ນດິນໂນດ, ທາງເບື້ອງຕາເວັນອອກຂອງເອເດນ.
42 ແລະ ກາອິນໄດ້ສົມສູ່ຢູ່ກັບເມຍຂອງລາວ, ແລະ ນາງໄດ້ຕັ້ງທ້ອງ ແລະ ໄດ້ເກີດລູກຊາຍຊື່ວ່າເອນົກ, ແລະ ລາວກໍມີລູກຊາຍ ແລະ ລູກສາວຫລາຍຄົນນຳອີກ. ແລະ ລາວໄດ້ສ້າງເມືອງໜຶ່ງຂຶ້ນ, ແລະ ລາວໄດ້ເອີ້ນຊື່ ເມືອງວ່າເອນົກ ຕາມຊື່ຂອງລູກຊາຍຂອງລາວ.
43 ແລະ ເອນົກໄດ້ລູກຊາຍຊື່ອີລາດ, ແລະ ລູກຊາຍ ແລະ ລູກສາວຄົນອື່ນໆ. ແລະ ອີລາດໄດ້ລູກຊາຍຊື່ເມຮູຢາເອນ, ແລະ ລູກຊາຍ ແລະ ລູກສາວຄົນອື່ນໆ. ແລະ ເມຮູຢາເອນໄດ້ລູກຊາຍຊື່ເມທູຊາເອນ, ແລະ ລູກຊາຍ ແລະ ລູກສາວຄົນອື່ນໆ. ແລະ ເມທູຊາເອນໄດ້ລູກຊາຍຊື່ລາເມັກ.
44 ແລະ ລາເມັກໄດ້ຮັບເອົາຍິງສອງຄົນມາເປັນເມຍ; ຄົນໜຶ່ງຊື່ວ່າອາດາ, ແລະ ອີກຄົນໜຶ່ງຊື່ວ່າຊິນລາ.
45 ແລະ ອາດາໄດ້ລູກຊາຍຊື່ຢາບານ; ລາວເປັນບັນພະບຸລຸດຂອງພວກທີ່ອາໄສຢູ່ໃນຜ້າເຕັນ, ແລະ ພວກເຂົາເປັນຄົນລ້ຽງສັດ; ແລະ ນ້ອງຊາຍຂອງລາວມີຊື່ວ່າ ຢູບານ, ເປັນບັນພະບຸລຸດຂອງພວກທີ່ດີດພິນ ແລະ ເປົ່າຄຸ່ຍ.
46 ແລະ ຊິນລາ, ນາງກໍໄດ້ລູກຊາຍຄົນໜຶ່ງຄືກັນຊື່ຕູບາກາອິນ, ເປັນຊ່າງຕີເຄື່ອງມືເປັນທອງສຳເລັດ ແລະ ເຫລັກ. ແລະ ຕູບາກາອິນມີນ້ອງສາວຄົນໜຶ່ງຊື່ວ່າ ນາອາມາ.
47 ແລະ ລາເມັກໄດ້ກ່າວກັບເມຍຂອງລາວ, ອາດາ ແລະ ຊິນລາວ່າ: ຈົ່ງຟັງສຽງຂອງອ້າຍ, ພວກນ້ອງຜູ້ເປັນເມຍຂອງລາເມັກ, ຈົ່ງເຊື່ອຟັງຖ້ອຍຄຳຂອງອ້າຍ; ເພາະອ້າຍໄດ້ສັງຫານຊາຍໜຸ່ມຄົນໜຶ່ງ ເພາະວ່າລາວໄດ້ຕີອ້າຍໃຫ້ບວມຊ້ຳ.
48 ຖ້າຫາກກາອິນຈະຖືກແກ້ແຄ້ນເຖິງເຈັດເທົ່າ, ແລ້ວລາເມັກຈະເປັນເຖິງ ເຈັດສິບເຈັດເທົ່າ;
49 ເພາະວ່າລາເມັກໂດຍທີ່ໄດ້ເຂົ້າເຮັດ ພັນທະສັນຍາກັບຊາຕານ, ຕາມວິທີຂອງກາອິນ, ຊຶ່ງໃນການນີ້ ລາວໄດ້ກາຍເປັນເຈົ້າເມຮັນ, ເປັນເຈົ້າແຫ່ງຄວາມລັບອັນຍິ່ງໃຫຍ່ ຊຶ່ງຊາຕານໄດ້ມອບໃຫ້ກາອິນ; ແລະ ອີລາດ, ລູກຊາຍຂອງເອນົກ, ໂດຍທີ່ຮູ້ຈັກຄວາມລັບຂອງພວກເຂົາ, ໄດ້ເລີ່ມເປີດເຜີຍມັນກັບບັນດາລູກຊາຍຂອງອາດາມ;
50 ດັ່ງນັ້ນ ລາເມັກ, ໂດຍທີ່ຄຽດແຄ້ນ, ໄດ້ຂ້າລາວ, ບໍ່ເໝືອນກາອິນ, ໄດ້ຂ້າອາເບັນນ້ອງຊາຍຂອງລາວ, ເພື່ອເຫັນແກ່ການຫາຜົນປະໂຫຍດ, ແຕ່ລາວໄດ້ຂ້າລາວເພື່ອເຫັນແກ່ຄຳສາບານ.
51 ເພາະ, ນັບແຕ່ວັນເວລາຂອງກາອິນ, ມັນໄດ້ມີ ການມົ້ວສຸມລັບ, ແລະ ວຽກງານຂອງພວກເຂົາໄດ້ຢູ່ໃນຄວາມມືດ, ແລະ ພວກເຂົາໄດ້ຮູ້ຈັກອ້າຍນ້ອງຂອງພວກເຂົາທຸກຄົນ.
52 ດັ່ງນັ້ນ ພຣະຜູ້ເປັນເຈົ້າຈຶ່ງໄດ້ສາບແຊ່ງລາເມັກ, ແລະ ຄົວເຮືອນຂອງລາວ, ແລະ ທຸກຄົນທີ່ໄດ້ເຮັດພັນທະສັນຍາກັບຊາຕານ; ເພາະວ່າພວກເຂົາບໍ່ໄດ້ຮັກສາພຣະບັນຍັດຂອງພຣະເຈົ້າ, ແລະ ສິ່ງນີ້ໄດ້ເຮັດໃຫ້ພຣະເຈົ້າບໍ່ພໍພຣະໄທ, ແລະ ພຣະອົງບໍ່ໄດ້ປະຕິບັດຕໍ່ພວກເຂົາ, ແລະ ວຽກງານຂອງພວກເຂົາໄດ້ເປັນສິ່ງທີ່ໜ້າກຽດຊັງ, ແລະ ໄດ້ເລີ່ມຂະຫຍາຍອອກໄປທົ່ວໃນບັນດາ ພວກລູກຊາຍທັງປວງຂອງມະນຸດ. ແລະ ມັນໄດ້ຢູ່ໃນບັນດາພວກລູກຊາຍຂອງມະນຸດ.
53 ແລະ ໃນບັນດາພວກລູກສາວຂອງມະນຸດ ສິ່ງເຫລົ່ານີ້ບໍ່ໄດ້ຖືກກ່າວເຖິງ, ເພາະວ່າລາເມັກໄດ້ເປີດເຜີຍຄວາມລັບໃຫ້ພວກເມຍຂອງລາວຟັງ, ແລະ ພວກນາງໄດ້ກະບົດຕໍ່ລາວ, ແລະ ໄດ້ປະກາດສິ່ງເຫລົ່ານີ້ໄປທົ່ວ, ແລະ ບໍ່ມີຄວາມສົງສານ;
54 ດັ່ງນັ້ນ ລາເມັກຈຶ່ງຖືກກຽດຊັງ, ແລະ ຖືກໄລ່ໜີ, ແລະ ບໍ່ໄດ້ຢູ່ໃນບັນດາພວກລູກຊາຍມະນຸດ, ຖ້າບໍ່ດັ່ງນັ້ນລາວຈະຖືກຂ້າ.
55 ແລະ ວຽກງານແຫ່ງ ຄວາມມືດຈຶ່ງໄດ້ເລີ່ມແຜ່ອອກໄປໃນບັນດາພວກລູກຊາຍທັງປວງຂອງມະນຸດດັ່ງນັ້ນ.
56 ແລະ ພຣະເຈົ້າໄດ້ສາບແຊ່ງຜືນແຜ່ນດິນດ້ວຍການສາບແຊ່ງອັນສາຫັດ, ແລະ ໄດ້ພຣະພິໂລດໃຫ້ຄົນຊົ່ວ, ກັບພວກລູກຊາຍທັງປວງຂອງມະນຸດຜູ້ທີ່ພຣະອົງໄດ້ສ້າງຂຶ້ນ;
57 ເພາະວ່າພວກເຂົາບໍ່ໄດ້ເຊື່ອຟັງສຸລະສຽງຂອງພຣະອົງ, ທັງບໍ່ເຊື່ອໃນ ພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງ, ແມ່ນແຕ່ຜູ້ທີ່ພຣະອົງໄດ້ປະກາດວ່າ ຈະສະເດັດມາໃນເວລາອັນຮຸ່ງໂລດ, ຜູ້ໄດ້ຖືກຕຽມໄວ້ນັບແຕ່ກ່ອນການວາງຮາກຖານຂອງໂລກ.
58 ແລະ ດັ່ງນັ້ນຈຶ່ງໄດ້ເລີ່ມມີການສັ່ງສອນ ພຣະກິດຕິຄຸນ, ຕັ້ງແຕ່ຕົ້ນ, ດ້ວຍການປະກາດໂດຍ ເຫລົ່າທູດຜູ້ບໍລິສຸດທີ່ຖືກສົ່ງມາຈາກທີ່ປະທັບຂອງພຣະເຈົ້າ, ແລະ ໂດຍສຸລະສຽງຂອງພຣະອົງເອງ, ແລະ ໂດຍ ຂອງປະທານແຫ່ງພຣະວິນຍານບໍລິສຸດ.
59 ແລະ ທຸກສິ່ງທັງປວງຈຶ່ງຖືກຢືນຢັນກັບອາດາມດັ່ງນັ້ນ, ໂດຍພິທີການສັກສິດ, ແລະ ພຣະກິດຕິຄຸນຖືກສັ່ງສອນ, ແລະ ຄຳສັ່ງຖືກສົ່ງອອກໄປ, ວ່າມັນຈະຢູ່ໃນໂລກນີ້, ຈົນເຖິງທີ່ສຸດຂອງມັນ; ແລະ ມັນເປັນໄປດັ່ງນັ້ນ. ອາແມນ.