ບົດທີ 6
(ເດືອນພະຈິກ–ເດືອນທັນວາ 1830)
ເຊື້ອສາຍຂອງອາດາມຮັກສາປຶ້ມແຫ່ງຄວາມຊົງຈຳ—ລູກຫລານທີ່ຊອບທຳຂອງລາວສັ່ງສອນການກັບໃຈ—ພຣະເຈົ້າເປີດເຜີຍພຣະອົງເອງຕໍ່ເອນົກ—ເອນົກສັ່ງສອນພຣະກິດຕິຄຸນ—ແຜນແຫ່ງຄວາມລອດໄດ້ຖືກເປີດເຜີຍແກ່ອາດາມ—ລາວໄດ້ຮັບບັບຕິສະມາ ແລະ ຖານະປະໂລຫິດ.
1 ແລະ ອາດາມໄດ້ເຊື່ອຟັງສຸລະສຽງຂອງພຣະເຈົ້າ, ແລະ ໄດ້ເອີ້ນພວກລູກຊາຍຂອງລາວໃຫ້ກັບໃຈ.
2 ແລະ ອາດາມໄດ້ສົມສູ່ຢູ່ກັບເມຍຂອງລາວອີກ, ແລະ ນາງໄດ້ເກີດລູກຊາຍຄົນໜຶ່ງ, ແລະ ລາວໄດ້ເອີ້ນລາວວ່າ ເຊດ. ແລະ ອາດາມໄດ້ສັນລະເສີນພຣະນາມຂອງພຣະເຈົ້າ; ເພາະລາວໄດ້ກ່າວວ່າ: ພຣະເຈົ້າໄດ້ປະທານລູກຊາຍອີກຄົນໜຶ່ງໃຫ້ຂ້າພະເຈົ້າ, ແທນອາເບັນ, ຜູ້ໄດ້ຖືກກາອິນສັງຫານ.
3 ແລະ ພຣະເຈົ້າໄດ້ເປີດເຜີຍພຣະອົງເອງຕໍ່ເຊດ, ແລະ ລາວບໍ່ໄດ້ກະບົດ, ແຕ່ໄດ້ ຖວາຍເຄື່ອງບູຊາອັນເປັນທີ່ຍອມຮັບ, ເໝືອນອາເບັນອ້າຍຂອງລາວ. ແລະ ລາວໄດ້ມີລູກຊາຍຄົນໜຶ່ງ, ແລະ ລາວໄດ້ເອີ້ນລາວວ່າ ເອໂນດ.
4 ແລະ ຈາກນັ້ນມາ ຊາຍເຫລົ່ານີ້ໄດ້ເລີ່ມ ເອີ້ນຫາພຣະນາມຂອງພຣະຜູ້ເປັນເຈົ້າ, ແລະ ພຣະຜູ້ເປັນເຈົ້າ ໄດ້ອວຍພອນພວກເຂົາ;
5 ແລະ ປຶ້ມແຫ່ງຄວາມຊົງຈຳໄດ້ຖືກຮັກສາໄວ້, ຊຶ່ງໃນນັ້ນມີບັນທຶກໄວ້, ໃນພາສາຂອງອາດາມ, ເພາະມັນໄດ້ຖືກມອບໃຫ້ຫລາຍຕໍ່ຫລາຍຄົນທີ່ເອີ້ນຫາພຣະເຈົ້າເພື່ອໃຫ້ຂຽນໂດຍວິນຍານແຫ່ງ ການດົນໃຈ;
6 ແລະ ໂດຍພວກເຂົາລູກຫລານຂອງພວກເຂົາຈຶ່ງໄດ້ຮັບການສິດສອນໃຫ້ອ່ານ ແລະ ຂຽນ, ໂດຍມີພາສາຊຶ່ງບໍລິສຸດ ແລະ ບໍ່ເສື່ອມໂຊມ.
7 ບັດນີ້ ຖານະປະໂລຫິດດຽວກັນນີ້, ຊຶ່ງຢູ່ໃນຕອນຕົ້ນ, ຈະຢູ່ໃນຄາວສິ້ນສຸດໂລກຄືກັນ.
8 ບັດນີ້ ຄຳທຳນາຍນີ້ອາດາມໄດ້ກ່າວໄວ້, ດັ່ງທີ່ລາວໄດ້ຮັບການດົນໃຈໂດຍ ພຣະວິນຍານບໍລິສຸດ, ແລະ ລຳດັບເຊື້ອສາຍຂອງ ລູກໆຂອງພຣະເຈົ້າໄດ້ຖືກຮັກສາໄວ້. ແລະ ນີ້ຄື ປຶ້ມລຳດັບການສືບເຊື້ອສາຍຂອງອາດາມ, ກ່າວວ່າ: ໃນມື້ທີ່ພຣະເຈົ້າໄດ້ສ້າງມະນຸດ, ໃນຮູບຮ່າງລັກສະນະທີ່ຄ້າຍຄືກັນກັບພຣະເຈົ້າພຣະອົງໄດ້ສ້າງລາວ;
9 ໃນ ຮູບຮ່າງລັກສະນະທີ່ເໝືອນຮູບຮ່າງຂອງພຣະອົງ, ຊາຍ ແລະ ຍິງ, ພຣະອົງໄດ້ສ້າງ ພວກເຂົາ, ແລະ ໄດ້ອວຍພອນພວກເຂົາ, ແລະ ໄດ້ເອີ້ນ ຊື່ພວກເຂົາວ່າອາດາມ, ໃນມື້ທີ່ພວກເຂົາໄດ້ຖືກສ້າງຂຶ້ນມາ ແລະ ໄດ້ກາຍເປັນ ຈິດວິນຍານທີ່ມີຊີວິດຢູ່ໃນແຜ່ນດິນ ທີ່ຮອງພຣະບາດຂອງພຣະເຈົ້າ.
10 ແລະ ເມື່ອ ອາດາມມີອາຍຸໄດ້ໜຶ່ງຮ້ອຍສາມສິບປີ, ລາວໄດ້ມີລູກຊາຍຄົນໜຶ່ງທີ່ຄ້າຍຄືກັນກັບລາວ, ມີ ຮູບຮ່າງລັກສະນະຄືກັນກັບລາວເອງ, ແລະ ເອີ້ນລາວວ່າ ເຊດ.
11 ແລະ ອາດາມໄດ້ມີຊີວິດຢູ່ຕໍ່ໄປອີກ, ຫລັງຈາກລາວໄດ້ເຊດ, ແປດຮ້ອຍປີ, ແລະ ລາວກໍມີລູກຊາຍ ແລະ ລູກສາວອີກຫລາຍຄົນ;
12 ແລະ ວັນເວລາທັງໝົດທີ່ອາດາມມີຊີວິດຢູ່ຄືເກົ້າຮ້ອຍສາມສິບປີ, ແລະ ລາວໄດ້ຕາຍໄປ.
13 ເມື່ອເຊດມີອາຍຸໄດ້ໜຶ່ງຮ້ອຍຫ້າປີ, ລາວໄດ້ເອໂນດ, ແລະ ໄດ້ທຳນາຍຕະຫລອດວັນເວລາຂອງລາວ, ແລະ ໄດ້ສິດສອນເອໂນດລູກຊາຍຂອງລາວໃນວິທີທາງຂອງພຣະເຈົ້າ; ດັ່ງນັ້ນ ເອໂນດຈຶ່ງໄດ້ທຳນາຍຄືກັນ.
14 ແລະ ເຊດໄດ້ມີອາຍຸຢູ່ຕໍ່ໄປອີກ, ຫລັງຈາກໄດ້ເອໂນດ, ແປດຮ້ອຍເຈັດປີ, ແລະ ກໍມີລູກຊາຍ ແລະ ລູກສາວອີກຫລາຍຄົນ.
15 ແລະ ລູກຫລານມະນຸດໄດ້ມີຈຳນວນຢ່າງຫລວງຫລາຍຢູ່ທົ່ວຜືນແຜ່ນດິນ. ແລະ ໃນວັນເວລານັ້ນ ຊາຕານໄດ້ ມີອຳນາດຢ່າງຫລວງຫລາຍໃນບັນດາມະນຸດ, ແລະ ລຸກລາມຢູ່ໃນໃຈຂອງພວກເຂົາ; ແລະ ນັບແຕ່ນັ້ນເປັນຕົ້ນມາຈຶ່ງມີການເຮັດສົງຄາມ ແລະ ການນອງເລືອດ; ແລະ ມືຂອງຄົນໆໜຶ່ງໄດ້ຕໍ່ສູ້ອ້າຍນ້ອງຂອງຕົນເອງ, ໃນການເຮັດການຄາດຕະກຳ, ເພາະວຽກງານ ລັບ, ໂດຍການສະແຫວງຫາອຳນາດ.
16 ວັນເວລາທັງໝົດຂອງເຊດຄືເກົ້າຮ້ອຍສິບສອງປີ, ແລະ ລາວໄດ້ຕາຍໄປ.
17 ແລະ ເມື່ອເອໂນດມີອາຍຸໄດ້ເກົ້າສິບປີ, ລາວໄດ້ ເກນານ. ແລະ ເອໂນດ ແລະ ຄົນທີ່ເຫລືອຢູ່ຂອງພຣະເຈົ້າໄດ້ອອກມາຈາກແຜ່ນດິນ, ຊຶ່ງເອີ້ນວ່າ ຊູລອນ, ແລະ ໄດ້ໄປອາໄສໃນແຜ່ນດິນແຫ່ງຄຳສັນຍາ, ຊຶ່ງລາວໄດ້ເອີ້ນຕາມຊື່ຂອງລູກຊາຍຂອງລາວ, ຜູ້ລາວໄດ້ຕັ້ງຊື່ໃຫ້ວ່າເກນານ.
18 ແລະ ເອໂນດໄດ້ມີຊີວິດຢູ່ຕື່ມອີກ, ຫລັງຈາກລາວໄດ້ເກນານ, ແປດຮ້ອຍສິບຫ້າປີ, ແລະ ໄດ້ມີລູກຊາຍ ແລະ ລູກສາວອີກຫລາຍຄົນ. ແລະ ວັນເວລາທັງໝົດຂອງເອໂນດຄືເກົ້າຮ້ອຍຫ້າປີ, ແລະ ລາວໄດ້ຕາຍໄປ.
19 ແລະ ເມື່ອເກນານມີອາຍຸໄດ້ເຈັດສິບປີ, ລາວໄດ້ມະຫາລາເລນ; ແລະ ເກນານໄດ້ມີຊີວິດຕື່ມອີກ, ຫລັງຈາກລາວໄດ້ມະຫາລາເລນ, ແປດຮ້ອຍສີ່ສິບປີ, ແລະ ໄດ້ມີລູກຊາຍ ແລະ ລູກສາວອີກຫລາຍຄົນ. ແລະ ວັນເວລາທັງໝົດຂອງເກນານຄືເກົ້າຮ້ອຍສິບປີ, ແລະ ລາວໄດ້ຕາຍໄປ.
20 ແລະ ເມື່ອມະຫາລາເລນມີອາຍຸໄດ້ຫົກສິບຫ້າປີ, ລາວໄດ້ຢາເຣັດ; ແລະ ມະຫາລາເລນໄດ້ມີຊີວິດຕື່ມອີກ, ຫລັງຈາກລາວໄດ້ຢາເຣັດ, ແປດຮ້ອຍສາມສິບປີ, ແລະ ໄດ້ມີລູກຊາຍ ແລະ ລູກສາວອີກຫລາຍຄົນ. ແລະ ວັນເວລາທັງໝົດຂອງມະຫາລາເລນຄືແປດຮ້ອຍເກົ້າສິບຫ້າປີ, ແລະ ລາວໄດ້ຕາຍໄປ.
21 ແລະ ເມື່ອຢາເຣັດມີອາຍຸໄດ້ໜຶ່ງຮ້ອຍຫົກສິບສອງປີ, ລາວໄດ້ ເອນົກ; ແລະ ຢາເຣັດໄດ້ມີຊີວິດຕື່ມອີກ, ຫລັງຈາກລາວໄດ້ເອນົກ, ແປດຮ້ອຍປີ, ແລະ ໄດ້ມີລູກຊາຍ ແລະ ລູກສາວອີກຫລາຍຄົນ. ແລະ ຢາເຣັດໄດ້ສິດສອນເອນົກໃນວິທີທາງຂອງພຣະເຈົ້າ.
22 ແລະ ນີ້ຄືລຳດັບການສືບເຊື້ອສາຍຂອງພວກລູກຊາຍຂອງອາດາມ, ຜູ້ເປັນ ບູດຂອງພຣະເຈົ້າ, ຊຶ່ງພຣະເຈົ້າພຣະອົງເອງ, ໄດ້ສົນທະນານຳ.
23 ແລະ ພວກເຂົາເປັນ ຜູ້ສັ່ງສອນຄວາມຊອບທຳ, ແລະ ໄດ້ກ່າວ ແລະ ໄດ້ ທຳນາຍ, ແລະ ໄດ້ເອີ້ນມະນຸດທຸກຄົນ, ຢູ່ທົ່ວທຸກບ່ອນ, ໃຫ້ ກັບໃຈ; ແລະ ສັດທາໄດ້ຖືກສິດສອນໃຫ້ແກ່ລູກຫລານມະນຸດ.
24 ແລະ ເຫດການໄດ້ບັງເກີດຂຶ້ນຄື ວັນເວລາທັງໝົດຂອງຢາເຣັດຄືເກົ້າຮ້ອຍຫົກສິບສອງປີ, ແລະ ລາວໄດ້ຕາຍໄປ.
25 ແລະ ເມື່ອເອນົກມີອາຍຸໄດ້ຫົກສິບຫ້າປີ, ລາວໄດ້ ເມທູເຊລາ.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ເອນົກໄດ້ເດີນທາງໄປໃນແຜ່ນດິນ, ໃນບັນດາຜູ້ຄົນ; ແລະ ໃນຂະນະທີ່ລາວເດີນທາງໄປຢູ່ນັ້ນ, ພຣະວິນຍານຂອງພຣະເຈົ້າໄດ້ສະເດັດລົງມາຈາກສະຫວັນ, ແລະ ໄດ້ສະຖິດຢູ່ກັບລາວ.
27 ແລະ ລາວໄດ້ຍິນສຸລະສຽງຈາກສະຫວັນ, ກ່າວວ່າ: ເອນົກ, ບຸດຂອງເຮົາ, ຈົ່ງທຳນາຍແກ່ຜູ້ຄົນພວກນີ້, ແລະ ກ່າວກັບພວກເຂົາວ່າ—ຈົ່ງກັບໃຈ, ເພາະພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້: ເຮົາ ຄຽດແຄ້ນໃຫ້ຜູ້ຄົນພວກນີ້, ແລະ ຄວາມຄຽດແຄ້ນອັນຮຸນແຮງຂອງເຮົາເກີດກັບພວກເຂົາ; ເພາະວ່າໃຈຂອງພວກເຂົາແຂງກະດ້າງ, ແລະ ຫູຂອງພວກເຂົາດັບຕໍ່ການໄດ້ຍິນ, ແລະ ຕາຂອງພວກເຂົາຫລຽວເຫັນໄດ້ ບໍ່ໄກ;
28 ແລະ ສຳລັບຫລາຍລຸ້ນມານີ້, ແມ່ນແຕ່ນັບຕັ້ງແຕ່ວັນທີ່ເຮົາໄດ້ສ້າງພວກເຂົາ, ພວກເຂົາໄດ້ ຫລົງທາງໄປ, ແລະ ໄດ້ປະຕິເສດເຮົາ, ແລະ ໄດ້ສະແຫວງຫາຄຳແນະນຳຂອງເຂົາເອງໃນຄວາມມືດ; ແລະ ໃນຄວາມໜ້າຊິງຊັງຂອງພວກເຂົາເອງ ພວກເຂົາໄດ້ວາງແຜນການຄາດຕະກຳ, ແລະ ບໍ່ໄດ້ຮັກສາພຣະບັນຍັດ, ຊຶ່ງເຮົາໄດ້ມອບໃຫ້ແກ່ອາດາມ, ບິດາຂອງພວກເຂົາ.
29 ດັ່ງນັ້ນ, ພວກເຂົາຈຶ່ງໄດ້ສາບານເທັດກັບຕົນເອງ, ແລະ ໂດຍ ຄຳສາບານຂອງພວກເຂົາເອງ, ພວກເຂົາໄດ້ນຳຄວາມຕາຍມາສູ່ຕົນເອງ; ແລະ ນະລົກທີ່ເຮົາໄດ້ຈັດຕຽມໄວ້ໃຫ້ພວກເຂົາ, ຖ້າຫາກພວກເຂົາບໍ່ກັບໃຈ;
30 ແລະ ນີ້ຄືຄຳສັ່ງ, ຊຶ່ງເຮົາໄດ້ສົ່ງອອກໄປນັບຕັ້ງແຕ່ການເລີ່ມຕົ້ນຂອງໂລກ, ຈາກປາກຂອງເຮົາເອງ, ຕັ້ງແຕ່ການວາງຮາກຖານຂອງໂລກ, ແລະ ໂດຍປາກຂອງຜູ້ຮັບໃຊ້ຂອງເຮົາ, ບິດາຂອງເຈົ້າ, ເຮົາໄດ້ອອກຄຳສັ່ງ, ແມ່ນແຕ່ດັ່ງທີ່ຈະສົ່ງມັນອອກໄປໃນໂລກ, ຈົນເຖິງບ່ອນໄກສຸດຂອງມັນ.
31 ແລະ ເມື່ອເອນົກໄດ້ຍິນຖ້ອຍຄຳເຫລົ່ານີ້ແລ້ວ, ລາວໄດ້ກົ້ມຂາບລົງຢູ່ກັບພື້ນດິນ, ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ, ແລະ ໄດ້ທູນຕໍ່ພຣະຜູ້ເປັນເຈົ້າ, ໂດຍກ່າວວ່າ: ເປັນດ້ວຍເຫດໃດຂ້າພຣະອົງຈຶ່ງໄດ້ຮັບຄວາມໂປດປານໃນສາຍພຣະເນດຂອງພຣະອົງ, ແລະ ຂ້າພຣະອົງເປັນພຽງຄົນໜຸ່ມ, ແລະ ທຸກຄົນກຽດຊັງຂ້າພຣະອົງ; ເພາະວ່າຂ້າພຣະອົງ ເວົ້າຜ່ຳ; ດັ່ງນັ້ນເປັນໄດ້ຈັ່ງໃດທີ່ຂ້າພຣະອົງໄດ້ເປັນຜູ້ຮັບໃຊ້ຂອງພຣະອົງ?
32 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບເອນົກວ່າ: ຈົ່ງອອກໄປ ແລະ ເຮັດດັ່ງທີ່ເຮົາບັນຊາເຈົ້າ, ແລະ ບໍ່ມີມະນຸດຄົນໃດຈະສຽບແທງເຈົ້າ. ຈົ່ງເປີດ ປາກຂອງເຈົ້າ, ແລະ ມັນຈະຖືກເຮັດໃຫ້ເຕັມ, ແລະ ເຮົາຈະໃຫ້ເຈົ້າເອີ່ຍປາກ, ເພາະວ່າເນື້ອໜັງທັງປວງຢູ່ໃນມືຂອງເຮົາ, ແລະ ເຮົາຈະເຮັດຕາມທີ່ເຮົາເຫັນວ່າດີ.
33 ຈົ່ງກ່າວກັບຜູ້ຄົນພວກນີ້ວ່າ: ພວກທ່ານຈົ່ງ ເລືອກໃນມື້ນີ້, ທີ່ຈະຮັບໃຊ້ອົງພຣະຜູ້ເປັນເຈົ້າ ຜູ້ໄດ້ສ້າງພວກທ່ານ.
34 ຈົ່ງເບິ່ງ ພຣະວິນຍານຂອງເຮົາຢູ່ກັບເຈົ້າ, ດັ່ງນັ້ນ ຖ້ອຍຄຳຂອງເຈົ້າທັງໝົດເຮົາຈະຮັບຮອງ; ແລະ ພູເຂົາຈະຫລົບໜີໄປຕໍ່ໜ້າເຈົ້າ, ແລະ ແມ່ນ້ຳຈະໄຫລຫັນໜີຈາກເສັ້ນທາງຂອງມັນ; ແລະ ເຈົ້າຈະສະໜິດຢູ່ໃນເຮົາ, ແລະ ເຮົາຈະແນບສະໜິດຢູ່ໃນເຈົ້າ; ສະນັ້ນຈົ່ງ ເດີນໄປກັບເຮົາ.
35 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບເອນົກວ່າ: ໃຫ້ເອົາຂີ້ຕົມເຈີມໃສ່ຕາຂອງເຈົ້າ, ແລະ ລ້າງມັນ, ແລ້ວເຈົ້າຈະເຫັນ. ແລະ ລາວກໍໄດ້ເຮັດຕາມນັ້ນ.
36 ແລະ ລາວໄດ້ເຫັນ ວິນຍານທີ່ພຣະເຈົ້າໄດ້ສ້າງ; ແລະ ລາວໄດ້ເຫັນສິ່ງທີ່ຕາ ທຳມະດາບໍ່ສາມາດຫລຽວເຫັນນຳອີກ; ແລະ ນັບແຕ່ນັ້ນເປັນຕົ້ນມາມີຂ່າວເລົ່າລືໄປທົ່ວແຜ່ນດິນວ່າ: ພຣະຜູ້ເປັນເຈົ້າໄດ້ຍົກ ພະຍາກອນຜູ້ໜຶ່ງຂຶ້ນໃຫ້ແກ່ຜູ້ຄົນຂອງພຣະອົງ.
37 ແລະ ເຫດການໄດ້ບັງເກີດຂຶ້ນຄື ເອນົກໄດ້ອອກໄປໃນແຜ່ນດິນ, ໃນບັນດາຜູ້ຄົນ, ໂດຍຢືນຢູ່ເທິງໂນນພູ ແລະ ບ່ອນສູງ, ແລະ ໄດ້ເປັ່ງສຽງອັນດັງ, ເປັນພະຍານຕໍ່ຕ້ານວຽກງານຂອງພວກເຂົາ; ແລະ ທຸກຄົນ ບໍ່ພໍໃຈກັບລາວ.
38 ແລະ ພວກເຂົາໄດ້ມາຟັງລາວ, ຢູ່ເທິງບ່ອນສູງ, ໂດຍກ່າວກັບຜູ້ດູແລຜ້າເຕັນວ່າ: ໃຫ້ພວກເຈົ້າຢູ່ນີ້ ແລະ ດູແລຜ້າເຕັນ, ໃນຂະນະທີ່ພວກເຮົາໄປພຸ້ນເພື່ອເບິ່ງຜູ້ພະຍາກອນ, ເພາະວ່າລາວໄດ້ທຳນາຍ, ແລະ ມີສິ່ງແປກປະຫລາດໃນແຜ່ນດິນ; ຄົນປ່າຄົນໜຶ່ງໄດ້ມາໃນບັນດາພວກເຮົາ.
39 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພວກເຂົາໄດ້ຍິນລາວ, ບໍ່ມີມະນຸດຄົນໃດວາງມືໃສ່ລາວ; ເພາະວ່າທຸກຄົນທີ່ໄດ້ຍິນລາວມີຄວາມຢ້ານກົວ; ເພາະວ່າລາວໄດ້ເດີນໄປກັບພຣະເຈົ້າ.
40 ແລະ ມີຊາຍຄົນໜຶ່ງໄດ້ມາຫາລາວ, ຊຶ່ງຊື່ວ່າ ມາຮີຢາ, ແລະ ໄດ້ກ່າວກັບລາວ: ຈົ່ງບອກພວກເຮົາຢ່າງແຈ່ມແຈ້ງວ່າທ່ານເປັນໃຜ, ແລະ ທ່ານມາຈາກໃສ?
41 ແລະ ລາວໄດ້ກ່າວກັບພວກເຂົາວ່າ: ຂ້າພະເຈົ້າມາຈາກແຜ່ນດິນເກນານ, ແຜ່ນດິນຂອງບັນພະບຸລຸດຂອງຂ້າພະເຈົ້າ, ແຜ່ນດິນແຫ່ງຄວາມຊອບທຳຈົນເຖິງທຸກວັນນີ້. ແລະ ບິດາຂອງຂ້າພະເຈົ້າໄດ້ສິດສອນຂ້າພະເຈົ້າໃນວິທີທາງທັງໝົດຂອງພຣະເຈົ້າ.
42 ແລະ ເຫດການໄດ້ບັງເກີດຂຶ້ນຄື, ໃນຂະນະທີ່ຂ້າພະເຈົ້າເດີນທາງຈາກແຜ່ນດິນເກນານ, ໃກ້ທະເລທາງຕາເວັນອອກ, ຂ້າພະເຈົ້າໄດ້ເຫັນພາບນິມິດ; ແລະ ເບິ່ງແມ, ຂ້າພະເຈົ້າໄດ້ເຫັນສະຫວັນ, ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບຂ້າພະເຈົ້າ, ແລະ ໄດ້ປະທານພຣະບັນຍັດໃຫ້ຂ້າພະເຈົ້າ; ດັ່ງນັ້ນ, ເພາະດ້ວຍເຫດນີ້, ເພື່ອຮັກສາພຣະບັນຍັດ, ຂ້າພະເຈົ້າຈຶ່ງໄດ້ກ່າວຖ້ອຍຄຳເຫລົ່ານີ້.
43 ແລະ ເອນົກໄດ້ກ່າວປາໄສຕໍ່ໄປ, ໂດຍກ່າວວ່າ: ພຣະຜູ້ເປັນເຈົ້າຜູ້ຊຶ່ງໄດ້ກ່າວກັບຂ້າພະເຈົ້າ, ອົງດຽວກັນນີ້ເປັນພຣະເຈົ້າແຫ່ງສະຫວັນ, ແລະ ພຣະອົງເປັນພຣະເຈົ້າຂອງຂ້າພະເຈົ້າ, ແລະ ພຣະເຈົ້າຂອງພວກທ່ານ, ແລະ ພວກທ່ານເປັນອ້າຍນ້ອງຂອງຂ້າພະເຈົ້າ, ແລະ ເປັນຫຍັງຈຶ່ງ ແນະນຳຕົນເອງ, ແລະ ປະຕິເສດພຣະເຈົ້າແຫ່ງສະຫວັນ?
44 ພຣະອົງໄດ້ສ້າງສະຫວັນ; ແຜ່ນດິນໂລກເປັນ ບ່ອນຮອງພຣະບາດຂອງພຣະອົງ; ແລະ ຮາກຖານຂອງມັນເປັນຂອງພຣະອົງ. ຈົ່ງເບິ່ງ, ພຣະອົງໄດ້ສ້າງມັນ, ພຣະອົງໄດ້ນຳໄພ່ພົນມະນຸດມາຢູ່ເທິງພື້ນມັນ.
45 ແລະ ຄວາມຕາຍໄດ້ມາເຖິງບັນພະບຸລຸດຂອງພວກເຮົາ; ເຖິງຢ່າງໃດກໍຕາມ ພວກເຮົາຍັງຮູ້ພວກເພິ່ນ, ແລະ ບໍ່ສາມາດປະຕິເສດ, ແລະ ແມ່ນແຕ່ຄົນທຳອິດຂອງທັງໝົດພວກເຮົາກໍຮູ້ຈັກ, ແມ່ນແຕ່ອາດາມ.
46 ເພາະວ່າປຶ້ມແຫ່ງ ຄວາມຊົງຈຳ ພວກເຮົາໄດ້ຂຽນໃນບັນດາພວກເຮົາ, ອີງຕາມແບບແຜນທີ່ມອບໃຫ້ໂດຍນິ້ວພຣະຫັດຂອງພຣະເຈົ້າ; ແລະ ມັນໄດ້ຖືກປະທານໃຫ້ໃນພາສາຂອງພວກເຮົາເອງ.
47 ແລະ ໃນຂະນະທີ່ເອນົກໄດ້ກ່າວພຣະຄຳຂອງພຣະເຈົ້າອອກມາ, ຜູ້ຄົນໄດ້ຕົວສັ່ນ, ແລະ ບໍ່ສາມາດຢືນຢູ່ຕໍ່ໜ້າລາວ.
48 ແລະ ລາວໄດ້ກ່າວກັບພວກເຂົາວ່າ: ເພາະວ່າອາດາມ ຕົກ, ພວກເຮົາຈຶ່ງເປັນຢູ່; ແລະ ໂດຍການຕົກຂອງເພິ່ນ ຄວາມຕາຍຈຶ່ງໄດ້ມາເຖິງ; ແລະ ພວກເຮົາຖືກກຳນົດໃຫ້ເປັນຜູ້ມີສ່ວນໃນຄວາມທຸກທໍລະມານ ແລະ ວິບັດ.
49 ຈົ່ງເບິ່ງ ຊາຕານໄດ້ມາໃນບັນດາລູກຫລານມະນຸດ, ແລະ ລໍ້ລວງພວກເຂົາໃຫ້ນະມັດສະການມັນ; ແລະ ມະນຸດກາຍເປັນຄົນມີ ກາມມະລົມ, ຕັນຫາໜ້າມືດ, ແລະ ຕ່ຳຊ້າ, ແລະ ຖືກ ກີດກັນໄວ້ຈາກທີ່ປະທັບຂອງພຣະເຈົ້າ.
50 ແຕ່ພຣະເຈົ້າໄດ້ເຮັດໃຫ້ເປັນທີ່ຮູ້ຈັກແກ່ບັນພະບຸລຸດຂອງພວກເຮົາແລ້ວວ່າ ມະນຸດທັງປວງຕ້ອງກັບໃຈ.
51 ແລະ ພຣະອົງໄດ້ເອີ້ນພໍ່ອາດາມຂອງພວກເຮົາໂດຍສຸລະສຽງຂອງພຣະອົງເອງ, ໂດຍກ່າວວ່າ: ເຮົາຄື ພຣະເຈົ້າ; ເຮົາໄດ້ສ້າງໂລກ, ແລະ ມະນຸດ ກ່ອນພວກເຂົາເປັນຢູ່ໃນເນື້ອໜັງ.
52 ແລະ ພຣະອົງໄດ້ກ່າວກັບເພິ່ນອີກວ່າ: ຖ້າຫາກເຈົ້າຈະຫັນມາຫາເຮົາ, ແລະ ເຊື່ອຟັງສຽງຂອງເຮົາ, ແລະ ເຊື່ອ, ແລະ ກັບໃຈຈາກການລ່ວງລະເມີດທັງປວງຂອງເຈົ້າ, ແລະ ຮັບ ບັບຕິສະມາ, ແມ່ນແຕ່ໃນນ້ຳ, ໃນພຣະນາມຂອງພຣະບຸດອົງດຽວທີ່ຖືກຳເນີດຂອງເຮົາ, ຜູ້ເຕັມໄປດ້ວຍ ພຣະຄຸນ ແລະ ຄວາມຈິງ, ຊຶ່ງຄື ພຣະເຢຊູຄຣິດ, ພຣະນາມດຽວເທົ່ານັ້ນ ຊຶ່ງຈະມອບໃຫ້ພາຍໃຕ້ຟ້າສະຫວັນ, ຊຶ່ງໂດຍພຣະນາມນັ້ນ ຄວາມລອດຈະມາເຖິງລູກຫລານມະນຸດ, ເຈົ້າຈະໄດ້ຮັບຂອງປະທານແຫ່ງພຣະວິນຍານບໍລິສຸດ, ໂດຍຂໍທຸກສິ່ງໃນພຣະນາມຂອງພຣະອົງ, ແລະ ສິ່ງໃດກໍຕາມທີ່ເຈົ້າຈະຂໍ, ມັນຈະຖືກມອບໃຫ້ແກ່ເຈົ້າ.
53 ແລະ ພໍ່ອາດາມຂອງພວກເຮົາໄດ້ກ່າວກັບພຣະຜູ້ເປັນເຈົ້າວ່າ: ເປັນຫຍັງມະນຸດຈຶ່ງຕ້ອງກັບໃຈ ແລະ ຮັບບັບຕິສະມາໃນນ້ຳ? ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບອາດາມວ່າ: ຈົ່ງເບິ່ງ ເຮົາໄດ້ ໃຫ້ອະໄພແກ່ເຈົ້າ ສຳລັບການລ່ວງລະເມີດຂອງເຈົ້າຢູ່ໃນສວນເອເດນ.
54 ຈາກທີ່ກ່າວມານັ້ນໄດ້ມີຂ່າວເລົ່າລືໄປທົ່ວໃນບັນດາຜູ້ຄົນ, ວ່າ ພຣະບຸດຂອງພຣະເຈົ້າໄດ້ ຊົດໃຊ້ແທນຄວາມຜິດບາບດັ້ງເດີມ, ຊຶ່ງໃນການນີ້ບາບຂອງພໍ່ແມ່ຈະບໍ່ຕົກລົງເທິງຫົວຂອງ ລູກໆ, ເພາະພວກເຂົາປາດສະຈາກບາບຈາກການວາງຮາກຖານຂອງໂລກ.
55 ແລະ ພຣະຜູ້ເປັນເຈົ້າໄດ້ກ່າວກັບອາດາມວ່າ: ຕາບໃດທີ່ລູກໆຂອງເຈົ້າໄດ້ເກີດໃນບາບສັນໃດ, ແມ່ນເມື່ອພວກເຂົາເລີ່ມເຕີບໂຕຂຶ້ນ, ບາບຍ່ອມເກີດຂຶ້ນໃນໃຈຂອງພວກເຂົາສັນນັ້ນ, ແລະ ພວກເຂົາຈະໄດ້ຊີມລົດຊາດອັນ ຂົມຂື່ນ, ເພື່ອວ່າພວກເຂົາຈະຮູ້ຈັກໃຫ້ຄຸນຄ່າແກ່ຄວາມດີ.
56 ແລະ ມັນໄດ້ຖືກມອບໃຫ້ແກ່ພວກເຂົາເພື່ອຈະໄດ້ຮູ້ຄວາມດີຈາກຄວາມຊົ່ວ; ດັ່ງນັ້ນ ພວກເຂົາຈຶ່ງ ເປັນຕົວແທນອິດສະລະພາບຂອງຕົນເອງ, ແລະ ເຮົາໄດ້ມອບກົດ ແລະ ບັນຍັດອີກຂໍ້ໜຶ່ງໃຫ້ແກ່ເຈົ້າ.
57 ດັ່ງນັ້ນ ຈົ່ງສິດສອນລູກໆຂອງເຈົ້າ, ວ່າມະນຸດທຸກຄົນ, ໃນທຸກແຫ່ງຫົນ, ຈະຕ້ອງ ກັບໃຈ, ຖ້າບໍ່ດັ່ງນັ້ນ ພວກເຂົາຈະບໍ່ມີທາງສາມາດໄດ້ຮັບອານາຈັກຂອງພຣະເຈົ້າເປັນມູນມໍລະດົກ, ເພາະວ່າ ສິ່ງທີ່ບໍ່ສະອາດຈະບໍ່ສາມາດ ຢູ່ໃນທີ່ນັ້ນ, ຫລື ຢູ່ໃນທີ່ປະທັບຂອງພຣະອົງ; ເພາະວ່າ, ໃນພາສາຂອງອາດາມ, ພຣະຜູ້ບໍລິສຸດຄືພຣະນາມຂອງພຣະອົງ, ແລະ ພຣະນາມຂອງພຣະອົງດຽວທີ່ຖືກຳເນີດຂອງພຣະອົງຄື ບຸດມະນຸດ, ແມ່ນແຕ່ ພຣະເຢຊູຄຣິດ, ຜູ້ພິພາກສາທີ່ຊອບທຳ, ຜູ້ຈະສະເດັດມາໃນເວລາອັນຮຸ່ງໂລດ.
58 ສະນັ້ນ ເຮົາຈຶ່ງມອບບັນຍັດຂໍ້ໜຶ່ງໃຫ້ແກ່ເຈົ້າ, ເພື່ອສິດສອນສິ່ງເຫລົ່ານີ້ຢ່າງເປັນອິດສະລະກັບ ລູກໆຂອງເຈົ້າ, ໂດຍກ່າວວ່າ:
59 ຄືໂດຍເຫດຜົນຂອງການລ່ວງລະເມີດ ການຕົກຈຶ່ງມີມາ, ຊຶ່ງການຕົກໄດ້ນຳຄວາມຕາຍມາໃຫ້, ແລະ ຕາບໃດທີ່ພວກເຈົ້າໄດ້ເກີດໃນໂລກໂດຍນ້ຳ, ແລະ ໂລຫິດ, ແລະ ວິນຍານ, ຊຶ່ງເຮົາໄດ້ສ້າງ, ແລະ ຈາກ ດິນໄດ້ກາຍເປັນຈິດວິນຍານທີ່ມີຊີວິດສັນໃດ, ແມ່ນແຕ່ສັນນັ້ນພວກເຈົ້າຈະຕ້ອງໄດ້ ເກີດໃໝ່ອີກເຂົ້າໃນອານາຈັກສະຫວັນ, ດ້ວຍ ນ້ຳ, ແລະ ດ້ວຍວິນຍານ, ແລະ ສະອາດໂດຍໂລຫິດ, ແມ່ນແຕ່ໂລຫິດຂອງພຣະອົງດຽວທີ່ຖືກຳເນີດຂອງເຮົາ; ເພື່ອວ່າພວກເຈົ້າຈະໄດ້ຮັບການຊຳລະໃຫ້ບໍລິສຸດຈາກບາບທັງປວງ, ແລະ ຊື່ນຊົມກັບ ຖ້ອຍຄຳແຫ່ງຊີວິດນິລັນດອນໃນໂລກນີ້, ແລະ ຊີວິດນິລັນດອນໃນໂລກທີ່ຈະມາເຖິງ, ແມ່ນແຕ່ ລັດສະໝີພາບທີ່ອະມະຕະ;
60 ເພາະວ່າໂດຍ ນ້ຳພວກເຈົ້າຈະຮັກສາບັນຍັດ; ໂດຍພຣະວິນຍານພວກເຈົ້າຈະຖືກ ຮັບຮອງ, ແລະ ໂດຍ ໂລຫິດພວກເຈົ້າຈະໄດ້ຮັບ ການຊຳລະໃຫ້ບໍລິສຸດ;
61 ສະນັ້ນ ມັນໄດ້ຖືກມອບໃຫ້ເພື່ອຈະຢູ່ໃນພວກເຈົ້າ; ພະຍານໃນສະຫວັນ; ພຣະຜູ້ປອບໂຍນ; ສິ່ງທີ່ເປັນສັນຕິສຸກແຫ່ງລັດສະໝີພາບທີ່ອະມະຕະ; ຄວາມຈິງຂອງທຸກສິ່ງທັງປວງ; ສິ່ງທີ່ເຮັດໃຫ້ທຸກສິ່ງທັງປວງມີຊີວິດຊີວາ, ສິ່ງທີ່ໃຫ້ຊີວິດແກ່ທຸກສິ່ງທັງປວງ; ສິ່ງທີ່ຮູ້ທຸກສິ່ງທັງປວງ, ແລະ ມີອຳນາດທັງໝົດຕາມສະຕິປັນຍາ, ຄວາມເມດຕາ, ຄວາມຈິງ, ຄວາມຍຸດຕິທຳ, ແລະ ການພິພາກສາ.
62 ແລະ ບັດນີ້, ຈົ່ງເບິ່ງ, ເຮົາກ່າວກັບເຈົ້າວ່າ: ນີ້ຄື ແຜນແຫ່ງຄວາມລອດເພື່ອມະນຸດທັງປວງ, ຜ່ານໂລຫິດຂອງ ພຣະອົງດຽວທີ່ຖືກຳເນີດຂອງເຮົາ, ຜູ້ຈະສະເດັດມາໃນເວລາອັນຮຸ່ງໂລດ.
63 ແລະ ຈົ່ງເບິ່ງ, ທຸກສິ່ງທັງປວງມີລັກສະນະທີ່ເໝືອນກັນ, ແລະ ທຸກສິ່ງທັງປວງໄດ້ຖືກສ້າງຂຶ້ນມາ ແລະ ຖືກເຮັດເພື່ອໃຫ້ ເປັນພະຍານເຖິງເຮົາ, ທັງສິ່ງທີ່ເປັນຝ່າຍໂລກ, ແລະ ສິ່ງທີ່ເປັນຝ່າຍວິນຍານ; ສິ່ງທີ່ຢູ່ໃນຟ້າສະຫວັນເບື້ອງເທິງ, ແລະ ສິ່ງທີ່ຢູ່ເທິງແຜ່ນດິນໂລກ, ແລະ ສິ່ງທີ່ຢູ່ໃນແຜ່ນດິນໂລກ, ແລະ ສິ່ງທີ່ຢູ່ໃຕ້ແຜ່ນດິນໂລກ, ທັງເບື້ອງເທິງ ແລະ ເບື້ອງລຸ່ມ: ທຸກສິ່ງທັງປວງເປັນພະຍານເຖິງເຮົາ.
64 ແລະ ເຫດການໄດ້ບັງເກີດຂຶ້ນຄື, ເມື່ອພຣະຜູ້ເປັນເຈົ້າໄດ້ກ່າວກັບອາດາມ, ບິດາຂອງພວກເຮົາແລ້ວ, ອາດາມໄດ້ທູນຕໍ່ພຣະຜູ້ເປັນເຈົ້າ, ແລະ ເພິ່ນໄດ້ຖືກພາໄປໂດຍ ພຣະວິນຍານຂອງພຣະຜູ້ເປັນເຈົ້າ, ແລະ ໄດ້ຖືກນຳລົງໄປໃນ ນ້ຳ, ແລະ ຖືກວາງໄວ້ໃຕ້ນ້ຳ, ແລະ ຖືກນຳຂຶ້ນມາຈາກນ້ຳ.
65 ແລະ ເພິ່ນໄດ້ຮັບບັບຕິສະມາດັ່ງນັ້ນ, ແລະ ພຣະວິນຍານຂອງພຣະເຈົ້າໄດ້ສະເດັດມາເທິງເພິ່ນ, ແລະ ເພິ່ນໄດ້ ເກີດທາງວິນຍານດັ່ງນັ້ນ, ແລະ ໄດ້ຖືກເຮັດໃຫ້ມີຊີວິດຊີວາຂຶ້ນໃນ ຈິດໃຈ.
66 ແລະ ເພິ່ນໄດ້ຍິນສຸລະສຽງອອກມາຈາກສະຫວັນ, ໂດຍກ່າວວ່າ: ເຈົ້າໄດ້ ບັບຕິສະມາດ້ວຍໄຟ, ແລະ ດ້ວຍພຣະວິນຍານບໍລິສຸດ. ນີ້ຄື ພະຍານຂອງພຣະບິດາ, ແລະ ພຣະບຸດ, ນັບແຕ່ນີ້ເປັນຕົ້ນໄປ ແລະ ຕະຫລອດການ;
67 ແລະ ເຈົ້າເປັນຄົນຕາມ ລະບຽບຂອງພຣະອົງຜູ້ປາດສະຈາກການເລີ່ມຕົ້ນຂອງມື້ ຫລື ທີ່ສິ້ນສຸດຂອງປີ, ຈາກຕະຫລອດຊົ່ວນິລັນດອນເຖິງຕະຫລອດຊົ່ວນິລັນດອນ.
68 ຈົ່ງເບິ່ງ, ເຈົ້າເປັນ ໜຶ່ງໃນເຮົາ, ເປັນບຸດຂອງພຣະເຈົ້າ; ແລະ ດັ່ງນັ້ນຄົນທັງປວງຈະກາຍເປັນ ບຸດຂອງເຮົາ. ອາແມນ.