ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນທະ​ສັນ​ຍາ 73


ພາກ​ທີ 73

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ແກ່ໂຈເຊັບ ສະມິດ ຜູ້​ເປັນ​ສາດ​ສະ​ດາ ແລະ ຊິດນີ ຣິກ​ດອນ, ທີ່​ເມືອງ​ໄຮຣຳ, ລັດ​ໂອ​ໄຮ​ໂອ, ວັນທີ 10 ເດືອນ​ມັງກອນ, 1832. ຕັ້ງ​ແຕ່​ຕົ້ນ​ເດືອນ​ທັນວາ​ທີ່​ຜ່ານ​ມາ, ສາດ​ສະ​ດາ ແລະ ຊິດນີ ໄດ້​ໃຊ້​ເວລາ​ກັບ​ການ​ສັ່ງ​ສອນ, ແລະ ໂດຍ​ວິ​ທີ​ນີ້ ພວກ​ເພິ່ນ​ໄດ້​ບັນ​ລຸ​ຄວາມ​ສຳ​ເລັດ​ຫລາຍ​ໃນ​ການ​ເຮັດ​ໃຫ້​ຄວາມ​ຮູ້​ສຶກ​ທີ່​ບໍ່ ພໍ​ໃຈ​ຕໍ່​ສາດ​ສະ​ໜາ​ຈັກ​ລົດ​ນ້ອຍ​ຖອຍ​ລົງ (ເບິ່ງ ຫົວ​ຂໍ້​ຂອງ ພາກ​ທີ 71).

1–2, ແອວເດີ​ຕ້ອງ​ສັ່ງ​ສອນ​ຕໍ່​ໄປ; 3–6, ໂຈເຊັບ ສະມິດ ແລະ ຊິດນີ ຣິກ​ດອນ ຕ້ອງ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຕໍ່​ໄປ​ຈົນ​ກວ່າ​ມັນ​ຈະ​ສຳ​ເລັດ.

1 ເພາະ​ຕາມ​ຄວາມ​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ເຮົາ​ເຫັນ​ສົມ​ຄວນ​ທີ່ ພວກ​ເຂົາ​ຄວນ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຕໍ່​ໄປ, ແລະ ໃນ​ການ​ແນະນຳ​ຕໍ່​ໜ່ວຍ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ພາກ​ພື້ນ​ຕ່າງໆ​ທີ່​ອ້ອມ​ຮອບ, ຈົນ​ກວ່າ​ຈະ​ເຖິງ​ກອງ​ປະ​ຊຸມ​ໃຫຍ່;

2 ແລະ ຈາກ​ນັ້ນ, ຈົ່ງ​ເບິ່ງ, ມັນ​ຈະ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ໃຫ້​ແກ່​ພວກ​ເຂົາ, ໂດຍ ສຽງ​ຂອງ​ກອງ​ປະ​ຊຸມ​ໃຫຍ່, ກ່ຽວ​ກັບ​ພາ​ລະ​ກິດ​ຫລາຍ​ຢ່າງ​ຂອງ​ພວກ​ເຂົາ.

3 ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ ຜູ້​ຮັບ​ໃຊ້​ຂອງ​ເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ຊິດນີ ຣິກ​ດອນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ສົມ​ຄວນ​ຕ້ອງ​ໄດ້ ແປ​ອີກ;

4 ແລະ, ຕາບ​ໃດ​ທີ່​ຍັງ​ເຮັດ​ໄດ້, ໃຫ້​ສັ່ງ​ສອນ​ໃນ​ພາກ​ພື້ນ​ຕ່າງໆ​ທີ່​ອ້ອມ​ຮອບ ຈົນ​ກວ່າ​ຈະ​ເຖິງ​ກອງ​ປະ​ຊຸມ​ໃຫຍ່; ແລະ ຫລັງ​ຈາກ​ນັ້ນ ສົມ​ຄວນ​ຕ້ອງ​ເຮັດ​ວຽກ​ງານ​ຂອງ​ການ​ແປ​ຕໍ່​ໄປ​ຈົນ​ກວ່າ​ມັນ​ສຳ​ເລັດ.

5 ແລະ ໃຫ້​ສິ່ງ​ນີ້​ເປັນ​ແບບ​ແຜນ​ແກ່​ແອວເດີ ຈົນ​ກວ່າ​ຈະ​ໄດ້​ຮັບ​ຄວາມ​ຮູ້​ເພີ່ມ​ເຕີມ, ແມ່ນ​ແຕ່​ດັ່ງ​ທີ່​ມັນ​ຖືກ​ຂຽນ​ໄວ້.

6 ບັດ​ນີ້ ເຮົາ​ຈະ​ບໍ່​ມອບ​ເລື່ອງ​ອື່ນ​ອີກ​ໃຫ້​ແກ່​ພວກ​ເຈົ້າ​ໃນ​ເວລາ​ນີ້. ຈົ່ງ ຄາດ​ແອວພວກ​ເຈົ້າ ແລະ ຈົ່ງ​ມີ​ສະ​ຕິ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາແມນ.